7004

xtgmf]k; 3 07/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ແຫລ່ງຂ່າວ ສາລະວັນ ່ ງ່ າັ ນ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ ໂດຍ: ຢາຕ່ົງ່ົງ glf4tdy fg,n v'lk]t;a o ln [8+ 0tspkp8q ; 6,87% 8+ xu ບົດສະເໜີ ົີ (ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບື່ ອັ ນ້ າັ້ ງໍ າັ ງ້ ອັ ນົ ບ ປະຊາຊົນລາວ ຄົບຮອບ 64 ປີ 5 ເມສາ 1961- 5 ເມສາ 2025)ົ ນົ ບີ de]a 'xh v'da o7;k,lts'q [ 8A '|h k xt8y [a f|h kmuj ,u zq oleg]a fs]kpfh ko xt-k-q o[h kooE3,h ra fmtokfu 0B o ແລະ ການບໍລິການບັນລຸ 397 ຕື້ກີບ ກວມເອົາ 19,75%. ສຳລັບການ ຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 49,32 ຕື້ກີບ, ລາຍ ຈ່າຍ 107,55 ຕື້ກີບ, ການລົງທຶນ ທົ່ວສັງຄົມປະຕິບັດໄດ້ 1.935 ຕື້ ກີບ, ຜົນຜະລິດເຂົ້າລວມ 5 ປີ 661.674 ໂຕນ, ເຂົ້າເປັນສິນຄ້າ 375,711 ໂຕນ; ພືດອຸດສາຫະກຳພືດທາດແປ້ງເປັນສິນຄ້າ ປະຕິບັດ ໄດ້ 913.130 ໂຕນ; ສັດເປັນສິນ ຄ້າ 337.516 ໂຕ, ລວມຍອດຜະ ລິດຕະພັນອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸ 1.770 ຕື້ ກີບ, ລວມຍອດມູນຄ່າຈໍລະຈອນ ສິນຄ້າ 4.705 ຕື້ກີບ. ສຳລັບການຜະລິດ ເພື່ອທົດ ແທນການນຳເຂົ້າຕາມວາລະແຫ່ງ ຊາດຕິດພັນກັບການສ້າງຕົວແບບ ອັນພົ້ນເດັ່ນແມ່ນການຜະລິດເຂົ້າ ເປັນສິນຄ້າຂອງກຸ່ມສະຫະກອນ ຮ່ວມໃຈໜອງໃສ-ນາໂພເລີນ ໃນ ໄລຍະ 5 ປີ ສາມາດຜະລິດໄດ້ 400 ກວ່າໂຕນ ເຊິ່ງໄດ້ຮັບຮອງມາດຕະ ຖານກະສິກຳສະອາດຈາກກະຊວງ ກະສິກຳ ແລະ ປ່າໄມ້. ນອກຈາກທີ່ກ່າວມານັ້ນແລ້ວ, ທົ່ວເມືອງ ແມ່ນຍັງມີຄວາມສະ ຫງົບປອດໄພ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ປະຊາຊົນບັນ ດາເຜົ່າມີຄວາມສາມັກຄີປອງດອງ, ປະຊາທິປະໄຕ ແລະ ຍຸຕິທຳ ເຊິ່ງ ໄດ້ປະກາດ-ຮັບຮອງເປັນເມືອງ ສາມັກຄີປອງດອງ ທັງເປັນເມືອງ ທຳອິດຂອງແຂວງ, ໂຄງລ່າງດ້ານ ການສຶກສາ ໄດ້ຮັບການພັດທະນາ ແລະ ຂະຫຍາຍທົ່ວເຖິງທຸກບ້ານ, ທົ່ວເມືອງ ມີໂຮງຮຽນທັງໝົດ 189 ແຫ່ງ ອັນພົ້ນເດັ່ນ ການສອບເສັງ ນັກຮຽນເກັ່ງທົ່ວປະເທດ ນ້ອງນັກ ຮຽນສາມາດຍາດໄດ້ອັນດັບທີ 3 ລະດັບຊາດໃນວິຊາຟີຊິກສາດ, ໃນ ງານແຂ່ງຂັນກິລານັກຮຽນມັດທະ ຍົມທົ່ວປະເທດ ຄັ້ງທີ 7 ທີ່ແຂວງ ສາລະວັນເປັນເຈົ້າພາບ ຍາດໄດ້ 3 ຫລຽນຄຳ, 10 ຫລຽນເງິນ ແລະ 3 ຫລຽນທອງແດງ; ຊັບພະຍາກອນ ມະນຸດໄດ້ຮັບການພັດທະນາ-ສີມື ແຮງງານ ໄດ້ຮັບການຍົກລະດັບມີ ຄຸນນະພາບດີຂຶ້ນ, ໄດ້ປະກາດຮັບ ຮອງເປັນເມືອງປ້ອງກັນຊາດເຂັ້ມ ແຂງ, ເມືອງປ້ອງກັນຄວາມສະ ຫງົບດີ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນ ກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງດຳເນີນໄປຕາມຈຸດສຸມສາ ມາດປະກາດບ້ານແສນວັງໃຫຍ່, ບ້ານບຶງໄຊ ເປັນບ້ານໃຫຍ່ຄ້າຍຄື ຕົວເມືອງນ້ອຍໃນຊົນນະບົດ ແລະ ໄດ້ຮັບຮອງເປັນເມືອງພົ້ນທຸກ. ບ້ານ ຊົມໃຊ້ໄຟຟ້າສາຍສົ່ງກວມ 100% ຂອງບ້ານທົ່ວເມືອງ, ບ້ານວັດທະ ນະທຳ ກວມເອົາ 72%, ຜົນກະທົບ ຈາກໄຟທຳມະຊາດ ໄດ້ຮັບການ ແກ້ໄຂບັນເທົາທຸກທັນກັບສະພາບ ການ, ປັບປຸງ ແລະ ຮັບຮອງກົດລະ ບຽບບ້ານ ປະຕິບັດໄດ້ 44 ບ້ານ, ບ້ານແບບຢ່າງປະຕິບັດກົດໝາຍ ກວມເອົາ 100% ຂອງບ້ານທົ່ວ ເມືອງ, ບ້ານພັດທະນາເພີ່ມຂຶ້ນ ກວມເອົາ 52.41%. * ຕາມການລາຍງານຂອງ ສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າ ເມືອງສາລະວັນ ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖິດ-ສັງຄົມຂອງເມືອງ 5 ປີ (2020-2024) ໃນກອງປະຊຸມ ໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກ ເມືອງທ້າຍເດືອນມີນາຜ່ານມາວ່າ: ການເຕີບໂຕເສດຖະກິດຂອງເມືອງ ສາລະວັນ ສະເລ່ຍ 6,87% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) 5 ປີ ບັນລຸ 8.204 ຕື້ກີບ ເທົ່າກັບ 98,91% ຂອງແຜນ 5 ປີ (ແຜນ 8.295 ຕື້ກີບ), ທຽບໃສ່ 5 ປີ ຄັ້ງທີ VIII ເພີ່ມຂຶ້ນ 44%, ລາຍ ຮັບສະເລ່ຍຕໍ່ຫົວຄົນ 16 ລ້ານກວ່າ ກີບຕໍ່ຄົນຕໍ່ປີ, ໃນນັ້ນ ດ້ານກະສິກຳ ແລະປ່າໄມ້ບັນລຸ1.098ຕື້ກີບກວມ ເອົາ 54,69%, ອຸດສາຫະກຳບັນລຸ 513 ຕື້ກີບ ກວມເອົາ 25,53% * ປັດຈຸບັນ ປະຊາຊົນບ້ານນ້ຳ ໂມ້ ເມືອງອານຸວົງ ແຂວງໄຊສົມ ບູນ ແມ່ນໄດ້ຮັບການຍົກລະດັບຊີ ວິດການເປັນຢູ່ກ້າວໄປສູ່ການຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອ ລະກ້າວ ເມື່ອທຽບຫລາຍສິບປີ ຜ່ານມາ ເຊິ່ງສະແດງໃຫ້ເຫັນຢ່າງ ຈະແຈ້ງມາຮອດດຽວນີ້ ຄອບຄົວທີ່ ຫລຸດພົ້ນອອກຈາກຄວາມທຸກຍາກ ແມ່ນກວມກວ່າ 70% ແລ້ວ. ຕາມການບອກເລົ່າສູ່ຟັງຂອງ ທ່ານ ບຸນຍັງ ເລືອງວັນຄຸນ ນາຍ ບ້ານນ້ຳໂມ້ ເມືອງອານຸວົງ ແຂວງ ໄຊສົມບູນວ່າ: ທຸກສິ່ງທຸກຢ່າງ ພາຍໃນບ້ານນ້ຳໂມ້ຕົນ ໄດ້ຮັບການ ພັດທະນາດີຂຶ້ນ ແມ່ນຍ້ອນການ ນຳພາ-ຊີ້ນຳຂອງພັກ ອັນພົ້ນເດັ່ນ ແມ່ນຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນ້ຳລິນ ແລະ ສິ່ງທີ່ຕິດພັນກັບການດຳລົງຊີວິດ ຂອງປະຊາຊົນແມ່ນຖືກຍົກລະດັບ, ພັດທະນາດີຂຶ້ນ ເຊິ່ງທັງໝົດເລົ່າ ນີ້ ໄດ້ສ້າງເງື່ອນໄຂສະດວກໃຫ້ ແກ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນກໍ່ຄືລູກບ້ານຂອງ ຕົນ ທີ່ນັບມື້ຫລຸດລົງ ເຊິ່ງສະແດງ ໃຫ້ເຫັນທົ່ວບ້ານມີຈຳນວນ 470 ກວ່າຄອບຄົວ, ມີພົນລະເມືອງ ກວ່າ 2.000 ຄົນ. ດ້ວຍແນວທາງ ຖືກຕ້ອງບວກໃສ່ການສຸມທຶນຮອນ ພາຍໃນ ແລະ ຍາດແຍ່ງທຶນຊ່ວຍ ເຂົ້າມາພັດທະນາບ້ານເມືອງ ໂດຍ ສະເພາະແມ່ນບ້ານນ້ຳໂມ້ ເຮັດໃຫ້ ມາຮອດປັດຈຸບັນຄອບຄົວທີ່ສາ ມາດຫລຸດພົ້ນຄວາມທຸກຍາກໂດຍ ພື້ນຖານກວມຫລາຍກວ່າ 70% ແລ້ວ. ປະຊາຊົນພາຍໃນບ້ານແມ່ນ ເອົາອາຊີບປູກຝັງ-ລ້ຽງສັດເປັນອາ ຊີບ ຕົ້ນຕໍ ແລະ ຖືເອົາການຄ້າຂາຍ, ບໍລິການເປັນສຳຮອງ. ອັນພົ້ນເດັ່ນ ກວ່າໝູ່ ແມ່ນປະຊາຊົນພາຍໃນ ບ້ານ ໄດ້ຮັບການສະໜັບສະໜູນ ຈາກບໍລິສັດພູເບ້ຍ ມາຍນິງ ຈຳກັດ ໃນຫລາຍໂຄງການເປັນຕົ້ນແມ່ນ ໂຄງການສົ່ງເສີມປະຊາຊົນປູກພືດ ຜັກໃນເຮືອນຮົ່ມ ອັນໄດ້ເຮັດໃຫ້ເຂົາ ເຈົ້າມີອາຊີບ, ລາຍຮັບຢ່າງໝັ້ນຄົງ ແລະ ຕໍ່ເນື່ອງ ໂດຍສະເພາະເດືອນ ໜຶ່ງປະມານ 5-6 ລ້ານກີບ. ແນວ ໃດກໍ່ດີການທີ່ເຮັດໃຫ້ບ້ານຕົນກໍ່ຄື ຄວາມທຸກຍາກຂອງປະຊາຊົນໄດ້ ຮັບການແກ້ໄຂຍ້ອນພັກ-ລັດຖະ ບານເຮົາມີຄວາມເປັນຫ່ວງເປັນໄຍ ຕໍ່ການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່າ ເຊິ່ງນອກຈາກເອົາໃຈ ໃສ່ສຸມທຶນສ້າງສາພັດທະນາບ້ານ ເມືອງແລ້ວ, ຍັງໄດ້ເອົາໃຈໃສ່ຕໍ່ ການລົງເຜີຍແຜ່ແນວທາງນະໂຍ ບາຍສູ່ປະຊາຊົນໃນແຕ່ລະໄລຍະ, ແຕ່ລະຍຸກຕາມແນວທາງປ່ຽນແປງ ຂອງພັກ ເພື່ອໃຫ້ປະຊາຊົນມີຄວາມ ຮັບຮູ້ເຂົ້າໃຈໄປພ້ອມໆກັບການ ເປັນເຈົ້າການຈັດຕັ້ງປະຕິບັດເປັນ ໄລຍະໆມາເຖິງປັດຈຸບັນ. ດັ່ງທີ່ ນາງ ປ້ອມ ຈັນທະລາ ປະຊາຊົນບ້ານນໍ້າໂມ້ ກໍ່ໃຫ້ຮູ້ວ່າ: ຄອບຄົວຂ້ອຍໄດ້ເຂົ້າຮ່ວມໂຄງ ການປູກຜັກມາແຕ່ປີ 2017 ເຊິ່ງ ປູກຜັກແບບກະສິກຳສະອາດໃນ ເຮືອນຮົ່ມ ໂດຍປູກຕາມຄວາມຕ້ອງ ການຂອງບໍລິສັດ ພູເບ້ຍ. ກ່ອນ ໜ້າປີ 2017 ທີ່ຍັງບໍ່ທັນເຂົ້າຮ່ວມ ໂຄງການ, ການຜະລິດພືດຜັກແມ່ນ ຜະລິດຕາມມີຕາມເກີດ, ຜົນຜະລິດ ກໍ່ໄດ້ໜ້ອຍ, ແຕ່ເມື່ອໄດ້ເຂົ້າຮ່ວມ ໂຄງການກໍ່ໄດ້ຮັບການຊຸກຍູ້ສົ່ງ ເສີມ ກໍ່ສ້າງເຮືອນຮົ່ມໃນຮູບແບບມີ ສ່ວນຮ່ວມ ເຮັດໃຫ້ເກີດມີຄວາມຕັ້ງ ໃຈປູກພືດຜັກຂາຍເປັນສິນຄ້າໃຫ້ ຫລາຍຂຶ້ນ, ເນື່ອງຈາກທັງບໍລິສັດ ພູເບ້ຍເປັນຜູ້ຮັບຊື້ຜົນຜະລິດ. ການ ຂາຍຜົນຜະລິດພືດຜັກແມ່ນມີລາຍ ຮັບຕໍ່າສຸດ 7-8 ແສນກີບ/ອາທິດ, ສູງສຸດປະມານ 2 ລ້ານກີບ, ສະເລ່ຍ 5-6 ລ້ານກີບ/ເດືອນ ເຮັດໃຫ້ຄອບ ຄົວມີລາຍຮັບທີ່ໝັ້ນຄົງ. ການຜະ ລິດພືດຜັກແມ່ນເນັ້ນໃສ່ປູກຜັກທີ່ໃຊ້ ເວລາສັ້ນປະມານ 15-20 ວັນ ສາ ມາດເກັບກູ້ຂາຍໄດ້. ສຳລັບເຕັກນິກ ການຜະລິດແມ່ນເອົາໃຈໃສ່ບົວລະ ບັດຮັກສາ, ໃສ່ຝຸ່ນທໍາມະຊາດ, ຫົດ ນ້ຳປົກກະຕິ ທັງປະຕິບັດຕາມຫລັກ ວິຊາການທີ່ທັງບໍລິສັດກໍຄືສູູນກະສິ ກຳແນະນຳໃຫ້. ສ່ວນເນື້ອທີ່ຜະລິດ ປະມານ 1 ໄລ່ ເຊິ່ງສາມາດຜະລິດ ໄດ້ຕະຫລອດປີ. ນອກນີ້, ທັງບໍລິສັດ ພູເບ້ຍກໍບໍ່ໄດ້ຫ້າມໃນການຂາຍຜົນ ຜະລິດ ໂດຍສາມາດຂາຍໄດ້ຕາມ ຕະຫລາດທົ່ວໄປໄດ້. ຂະນະທີ່ຢາກ ສະເໜີຂໍການສະໜັບສະໜູນລະບົບ ນໍ້າສະປຣິງເກີ້ຈາກບໍລິສັດ ເພາະມີ ແຜນຂະຫຍາຍເນື້ອທີ່ການຜະລິດ ອອກຕື່ມ. ໄດ້ວາງທິດທາງໜ້າທີ່ຄື: ປັບປຸງ ວຽກງານປ້ອງກັນຄວາມສະຫງົບ ຮອບດ້ານຢູ່ພື້ນຖານ; ຈັດຕັ້ງແນວ ຮົບປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຢູ່ທ້ອງຖິ່ນຢ່າງແໜ້ນໜາ; ຕັ້ງໜ້າປັບປຸງ, ຍົກສູງຄຸນນະພາບ ຂອງບັນດາກຳລັງທະຫານ ແລະ ກຳລັງປ້ອງກັນຄວາມສະຫງົບ, ເດັດດ່ຽວທັບມ້າງທຸກການເຄື່ອນ ໄຫວມ້າງເພທຳລາຍຂອງສັດຕູ ແລະ ປົກປັກຮັກສາປະເທດຊາດ ໄວ້ໃຫ້ໝັ້ນຄົງ. ປະທານ ໄກສອນ ພົມວິຫານ ໄດ້ໂອ້ລົມ ແລະ ໄດ້ເນັ້ນ ໜັກ 3 ໜ້າທີ່ຄື: ໜຶ່ງ: ຕໍາຫລວດ ຕ້ອງຮູ້ເຮັດວຽກງານກໍ່ສ້າງຮາກ ຖານການເມືອງ ແລະ ພັດທະນາ ຊົນນະບົດ. ສອງ: ຕໍາຫລວດຕ້ອງ ຢູ່ ເຮັດວຽກງານສືບຂ່າວກໍາສະພາບ ການ. ສາມ: ຕໍາຫລວດຕ້ອງຮູ້ກົດ ໝາຍພາຍໃນ ແລະ ຕ່າງປະເທດ. ປະຕິບັດຕາມມະຕິ IV ຂອງພັກ ແລະ ຄໍາເຫັນໂອ້ລົມ ຂອງປະທານ ໄກສອນ ພົມວິຫານ ກໍາລັງປ້ອງກັນ ຄວາມສະຫງົບ ໄດ້ສົມທົບແໜ້ນ ກັບກອງທັບປະຊາຊົນລາວ ຕີເອົາ ຊະນະການບຽດຢຶດຂອງພວກປະຕິ ການຂວາຈັດໄທ ຢູ່ສະໜາມຮົບບໍ່ ແຕນ ແຂວງໄຊຍະບູລີ; ທັບມ້າງ ກົນອຸບາຍຫັນປ່ຽນໂດຍສັນຕິຂອງ ສັດຕູ, ສະກັດກັ້ນ ແລະ ແກ້ໄຂປະ ກົດການຫຍໍ້ທໍ້ຂອງສັງຄົມ, ອັນພົ້ນ ເດັ່ນ ແມ່ນການແກ້ໄຂແນວຄິດລະ ແວງສົງໄສ ແລະ ທັດສະນະຜິດ ເຂວກ່ຽວກັບສັງຄົມນິຍົມ, ແນວຄິດ ຫລາຍພັກຫລາຍເຄົ້າ, ປະຊາທິປະ ໄຕເສລີ ແລະ ບັນຫາອື່ນໆ. ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງ ກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວ ພັນ ໄດ້ເປັນຢ່າງດີ; ທັງເຄື່ອນໄຫວ ປ້ອງກັນ, ເຝິກແອບຮ່ຳຮຽນ,ປັບປຸງ ກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະ ລາທິການກັບທີ່, ທັງລົງຂົນຂວາຍ ກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມ ຮັກແພງ, ອຸ້ມຊູຊ່ວຍເຫລືອຈາກປະ ຊາຊົນ ຈຶ່ງເຮັດໃຫ້ກຳລັງປ້ອງກັນ ຄວາມສະຫງົບ ມີຄວາມເຕີບໃຫຍ່ ເຂັ້ມແຂງເປັນກ້າວໆມາ; ບັນດາ ກຳລັງວິຊາສະເພາະ ໄດ້ຮັບການ ປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃນການປົກປັກຮັກ ສາຄວາມສະຫງົບທາງດ້ານການ ເມືອງ, ຄວາມເປັນລະບຽບຮຽບ ຮ້ອຍຢູ່ໃນສັງຄົມ, ຕ້ານ-ສະກັດກັ້ນ ອາຊະຍາກຳທຸກປະເພດ ແລະ ແກ້ ໄຂປາກົດການຫຍໍ້ທໍ້ຕ່າງໆ ຢ່າງ ແຂງແຮງ; ອັນພົ້ນເດັ່ນ ແມ່ນໄດ້ ເປີດບັ້ນດຳເນີນຊີວິດການເມືອງ, ຕີລາຄາຈັດແບ່ງປະເພດພະນັກ ງານ, ຈັດຕັ້ງເຜີຍແຜ່, ເຊື່ອມຊືມ ມະຕິ, ຂໍ້ກຳນົດກົດລະບຽບຕ່າງໆ, ພ້ອມທັງເປັນເຈົ້າການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ປີ 20232025 ຕາມຫລັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບຄຽງຄູ່ ກັບການແກ້ໄຂກຸ່ມແກ້ງສໍ້ໂກງຊັບ ທາງໂທລະຄົມ (call center), ສະກັດກັ້ນແກ້ໄຂບັນຫາການຄ້າ ມະນຸດ. ເຮັດໜ້າທີ່ປ້ອງກັນກອງ ປະຊຸມຂັ້ນຕ່າງໆ ມີຄວາມສະຫງົບ ປອດໄພ 100%, ໄດ້ສໍາເລັດການ ດຳເນີນກອງປະຊຸມໃຫຍ່ອົງຄະນະ ພັກ ບັນດາກົມກອງອ້ອມຂ້າງກະ ຊວງ ເພື່ອກະກຽມໃຫ້ແກ່ການດຳ ເນີນກອງປະຊຸມໃຫຍ່ ຄັ້ງທີ 6 ຂອງ ອົງຄະນະພັກກະຊວງປ້ອງກັນ ຄວາມສະຫງົບ, ປະກອບສ່ວນໃນ ການສະເຫລີມສະຫລອງວັນສ້າງ ຕັ້ງ ພັກປະຊາຊົນປະຕິວັດ ຄົບຮອບ 70 ປີ ແລະ ກຽມຄວາມພ້ອມໃຫ້ ການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ພ້ອມ ນັ້ນ, ຍັງໄດ້ພົວພັນຮ່ວມມືກັບກໍາ ລັງປ້ອງກັນຄວາມສະຫງົບ ບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ແບບສອງຝ່າຍ ແລະ ຫລາຍຝ່າຍ ເຮັດໃຫ້ກຳລັງ ປ້ອງກັນຄວາມສະຫງົບ ປະຊາຊົນ ລາວ ມີບົດບາດທີ່ພົ້ນເດັ່ນຄຽງຄູ່ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ. * ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຕີເອົາຊະ ນະສັດຕູຢູ່ທຸກໆສະໜາມຮົບໃນທົ່ວ ປະເທດເຊັ່ນ: ປີ 1961-1962 ກໍາ ລັງປ້ອງກັນຄວາມສະຫງົບຮ່ວມ ກັບກອງທັບ ບຸກໂຈມຕີສັດຕູຢູ່ສາ ລາພູຄູນ, ທາງເລກ 8, 9, 12 ແລະ ປົດປ່ອຍຫລວງນໍ້າທາ ບັງຄັບໃຫ້ ພວກມັນຕ້ອງຍອມເຊັນສັນຍາເຊີ ແນວກ່ຽວກັບລາວ ແລະ ປະຕິບັດ ການຮ່ວມລາວຄັ້ງທີ II ສ້າງຕັ້ງລັດ ຖະບານປະສົມ 3 ຝ່າຍ. ປີ 19681973 ກໍາລັງປ້ອງກັນຄວາມສະ ຫງົບຮ່ວມກັບກອງທັບ ບຸກໂຈມຕີ ສັດຕູຢູ່ບັ້ນຮົບນ້ໍາບາກ, ບັ້ນຮົບກູ້ ກຽດ, ບັ້ນຮົບລາມເຊີນ 719 ແລະ ບັ້ນຮົບອື່ນໆ ເຮັດໃຫ້ຍຸດທະສາດ ສົງຄາມພິເສດ ແລະ ສົງຄາມພິເສດ ເພີ່ມທະວີ ຂອງພວກຈັກກະພັດລ່າ ເມືອງຂຶ້ນແບບໃໝ່ ປະລາໄຊຢ່າງ ຮາບຄາບ, ບັງຄັບໃຫ້ພວກມັນຕ້ອງ ຍອມເຊັນສັນຍາວຽງຈັນ ວັນທີ 21 ກຸມພາ 1973 ກ່ຽວກັບລາວ, ຍອມຈັດຕັ້ງລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງ ແຫ່ງຊາດ, ຮັບຮູ້ 2 ຕົວເມືອງເປັນ ກາງ (ນະຄອນຫລວງວຽງຈັນ ແລະ ຫລວງພະບາງ), ສ້າງຄວາມ ປອງດອງຊາດຄັ້ງທີ III. ໄລຍະແຕ່ ປີ 1973-1975, ແມ່ນໄລຍະແຫ່ງ ການຕໍ່ສູ້ກະກຽມ ແລະ ດໍາເນີນການ ຍາດເອົາໄຊຊະນະຢ່າງສົມບູນ, ສ້າງຕັ້ງລະບອບໃໝ່ ສປປ ລາວ. ກໍາລັງປ້ອງກັນຄວາມສະຫງົບໄດ້ ຮັບການປັບປຸງ, ກໍ່ສ້າງກໍາລັງມີຈໍາ ນວນພົນ 1.000 ສະຫາຍ, ໂດຍ ເລືອກເອົາທະຫານມາຝຶກອົບຮົມ ໄລຍະສັ້ນວຽກງານວິຊາສະເພາະ ຕໍາຫລວດ ແລ້ວສົ່ງເຂົ້າປະສົມກັບ ຕໍາຫລວດຂອງຝ່າຍວຽງຈັນ ຢູ່ 2 ນະຄອນເປັນກາງ (ວຽງຈັນ ແລະ ຫລວງພະບາງ). ພາຍໃຕ້ການນໍາ ພາຂອງພັກ ກໍາລັງປ້ອງກັນຄວາມ ສະຫງົບ ໄດ້ພ້ອມກັບກໍາລັງປະຕິ ວັດທີ່ຮັກຊາດໃນທົ່ວປະເທດ ລຸກ ຮືຂຶ້ນໂຄ່ນລົ້ມລະບອບສັກດີນາທີ່ ຄົງຕົວຢູ່ປະເທດເຮົາມາໄດ້ຫລາຍ ຮ້ອຍປີ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ໄລຍະດໍາເນີນແນວທາງປ່ຽນ ແປງໃໝ່, ນັບແຕ່ປີ 1986 ເປັນ ຕົ້ນມາ ໂດຍສະເພາະແມ່ນກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງພັກ

RkJQdWJsaXNoZXIy MTc3MTYxMQ==