lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 07/04/2025 xtgmf]k; ຄອບຄົວການນຳ...ົ ສານສະແດງຄວາມເສົ້າ...ົ້ ສານສະແດງຄວາມເສົ້າ...ົ້ ຮອງປະທານປະເທດ... ຄະນະຜູ້ແທນຂັ້ນສູງ...ູ້ັູ້ ສານສະແດງຄວາມເສົ້າ...ົ້ ສານສະແດງຄວາມເສົ້າສະ...ົ້ ໂທລະເລກສະແດງຄວາມເສົ້າ...ົ້ ໄດ້ສົ່ງສານສະແດງຄວາມເສົ້າສະ ຫລົດໃຈເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ ການມໍລະນະກໍາຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ປະເທດ ແຫ່ງ ສປປ ລາວ. ເນື້ອໃນສານໄດ້ລະບຸວ່າ: ຂ້າ ພະເຈົ້າ ແລະ ພະຣາຊີນີ ຮູ້ສຶກ ເສົ້າອາໄລຢ່າງຍິ່ງທີ່ໄດ້ຮັບຂ່າວ ການເຖິງແກ່ມໍລະນະກຳຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ການຈາກໄປຂອງທ່ານນັ້ນ ນັບເປັນການສູນເສຍຜູ້ນໍາ ແລະ ລັດຖະບຸລຸດທີ່ສໍາຄັນຍິ່ງທ່ານໜຶ່ງ ຂອງລາວ. ພາຍໃຕ້ການນໍາພາຂອງ ທ່ານອະດີດປະທານປະເທດ, ການ ປະຕິຮູບ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໄດ້ດໍາເນີນ ໄປຢ່າງມີສະຖຽນລະພາບ ແລະ ຄວາມໝັ້ນຄົງໂດຍສະເພາະການ ພັດທະນາເສດຖະກິດ ແລະ ສັງຄົມ ໃນຂະນະທີ່ທ່ານອະດີດປະທານ ປະເທດ ດໍາລົງຕໍາແໜ່ງນາຍົກລັດ ຖະມົນຕີ ກໍໄດ້ມີບົດບາດທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນ ລາວ-ໄທ ໃນຖານະເພື່ອນບ້ານທີ່ ໃກ້ຊິດດປຽບດັ່ງຄອບຄົວດຽວກັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນນາມຂອງປະຊາຊົນຊາວໄທ ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ຢ່າງສຸດຊຶ້ງມາຍັງທ່ານປະທານ ປະເທດ ຕະຫລອດເຖິງປະຊາຊົນ ຊາວລາວ ໂດຍສະເພາະຢ່າງຍິ່ງຕໍ່ ຄອບຄົວຂອງທ່ານອະດີດປະທານ ປະເທດ ໃນການສູນເສຍທີ່ບໍ່ອາດ ທົນແທນໄດ້ໃນຄັ້ງນີ້. ໃນໂອກາດນີ້, ທ່ານ ແພທອງ ທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສົ່ງ ສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ ການມໍລະນະກໍາຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ເທດ ແຫ່ງ ສປປ ລາວ ເຊິ່ງມີເນື້ອ ໃນດັ່ງນີ້: ຂ້າພະເຈົ້າ ແລະ ປະຊາຊົນ ໄທ ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງກັບທ່ານນາຍົກລັດຖະ ມົນຕີ ສອນໄຊ ແລະ ຄອບຄົວຕໍ່ການ ເຖິງແກ່ມໍລະນະກຳຂອງທ່ານ ພົນ ເອກ ຄຳໄຕ ສີພັນດອນ ອະດີດປະ ທານປະເທດ ແລະ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນວັນທີ 2 ເມສາ 2025. ທ່ານ ພົນເອກ ຄຳໄຕ ສີພັນດອນ ເປັນບຸກຄົນທີ່ີມີບົດບາດສຳຄັນຢ່າງ ຍິ່ງໃນການພັດທະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາຍພົວພັນລະຫວ່າງຣາຊະ ອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ ມີຄວາມໝັ້ນຄົງ ແລະ ຍືນຍົງ ຕະຫລອດໄລຍະກວ່າ 7 ທົດສະວັດ ຜ່ານມາ. ການຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ໃນເດືອນ ກຸມພາ 1992 ຖືເປັນຫລັກໝາຍ ໄດ້ສົ່ງໂທລະເລກສະແດງຄວາມ ເສົ້າສະຫລົດໃຈເຖິງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກ, ອະດີດປະທານເທດ ແຫ່ງ ສປປ ລາວ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ຢ່າງສຸດຊຶ້ງຕໍ່ການເສຍຊີວິດຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ບັນດາເຫດການສຳຄັນໃນປະ ຫວັດສາດສະໄໝໃໝ່ຂອງ ສປປ ລາວ ແມ່ນຕິດພັນກັບຊື່ສຽງຂອງ ນັກການເມືອງທີ່ໂດດເດັ່ນ, ຊຶ່ງ ທ່ານ ພົນເອກ ຄຳໄຕ ສີພັນດອນ ກໍແມ່ນໜຶ່ງໃນບັນດາຜູ້ນຳທີ່ໄດ້ຕໍ່ສູ້ ເພື່ອປະເທດຊາດ ແລະ ໄດ້ປະກອບ ສ່ວນຕົນຢ່າງໃຫຍ່ຫລວງໃນການ ສະຖາປະນາ ສປປ ລາວ. ສະຫະພັນຣັດເຊຍ ຈະຈົດຈຳຄຸນ ງາມຄວາມດີຂອງທ່ານໃນຖານະ ທີ່ເປັນຜູ້ນຳໃຫ້ການສະໜັບສະໜູນ ແບບສະເໝີຕົ້ນສະເໝີປາຍຜູ້ໜຶ່ງຕໍ່ ການພັດທະນາການພົວພັນເພື່ອນ ມິດລະຫວ່າງສອງປະເທດພວກ ເຮົາ, ຊຶ່ງປະກອບສ່ວນຢ່າງໃຫຍ່ ຫລວງຕໍ່ການຮັດແໜ້ນການຮ່ວມມື ສອງຝ່າຍແບບຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ. ຂ້າພະເຈົ້າຂໍສົ່ງຄວາມເຫັນໃຈ ຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມ ທຸກໂສກມາຍັງຄອບຄົວ ແລະ ເພື່ອນ ມິດຂອງທ່ານອະດີດປະທານປະ ເທດ ກໍຄື ຕໍ່ປວງຊົນລາວທັງຊາດ. ເຖິງທ່ານສອນໄຊສີພັນດອນນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ປະຕິວັດລາວ, ປະທານ ປະເທດແຫ່ງສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ໄດ້ຮັບສານ ສະແດງຄວາມເສົ້າສະຫລົດໃຈຈາກ ສະຫາຍ ມີແກັນ ດີເອັສ-ກາແນນ ເບີມູເດັສ ເລຂາທິການທີໜຶ່ງຄະນະ ບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ແຫ່ງ ສ ກູບາ ແລະ ພົນເອກ ຣາອູນກາດສໂຕຣ ຣູດ ຜູ້ນໍາປະຕິວັດກູບາ ຕໍ່ການມໍລະນະ ກໍາຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ. ເນື້ອໃນສານໄດ້ລະບຸວ່າ: ພວກ ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະ ຫາຍ ພົນເອກ ຄຳໄຕ ສີພັນດອນ. ສະຫາຍ ພົນ ເ ອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເປັນບຸກຄົນທີ່ມີບົດ ບາດສຳຄັນທີ່ໄດ້ຕໍ່ສູ້ເພື່ອການປະຕິ ວັດປົດປ່ອຍຊາດ ເພື່ອຍາດເອົາ ຄວາມເປັນເອກະລາດແຫ່ງຊາດ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານເສົ້າ ສະຫລົດໃຈຈາກທ່ານ ອີວານ ກີວ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ໂບລີວາຣຽນ ສາທາລະ ນະລັດ ເວເນຊູເອລາ ຕໍ່ການມໍລະ ນະກໍາຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດ ປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ. ເນື້ອໃນສານໄດ້ລະບຸວ່າ: ໃນ ນາມປະຊາຊົນ ແລະ ລັດຖະບານ ແຫ່ງ ໂບລີວາຣຽນ ສາທາລະນະລັດ ເວເນຊູເອລາ ແລະ ໃນນາມສ່ວນ ຕົວ, ຂ້າພະເຈົ້າຂໍສະແດງຄວາມ ເສຍໃຈຢ່າງສຸດຊຶ້ງຕໍ່ການເສຍຊີວິດ ຂອງທ່ານພົນເອກຄຳໄຕ ສີພັນດອນ ຜູ້ນຳທີ່ມີວິໄສທັດ ແລະ ເປັນວິລະ ບຸລຸດທ່ານໜຶ່ງທີ່ສຳຄັນໃນປະຫວັດ ສາດຂອງລາວ. ຈາກດິນແດນ ແຫ່ງ ໂບລີວາ ຣຽນ ສັງຄົມນິຍົມຂອງພວກຂ້າ ພະເຈົ້າ, ຂໍຍົກຍ້ອງຜົນງານຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດຊີວິດ ແລະ ກໍາລັງແຮງ ຂອງຕົນເຂົ້າໃນການນໍາພາ-ຊີ້ນໍາ ຕໍ່ສູ້ເພື່ອປະເທດຊາດ ແລະ ທັງໄດ້ ປະກອບສ່ວນສຳຄັນເຂົ້າໃນການ ສ້າງສາພັດທະນາປະເທດ ນໍາເອົາ ຄວາມຜາສຸກມາສູ່ປວງຊົນລາວທັງ ຊາດ, ອັນໄດ້ຖືກຈາລຶກໄວ້ໃຫ້ແກ່ ຮຸ່ນລູກຫລານຂອງພວກເຮົາ. ຂ່າວທີ່ເສົ້າສະຫລົດໃຈຄັ້ງນີ້, ລັດຖະບານ ເວເນຊູເອລາ ໃນຖາ ນະເປັນເພື່ອນມິດທີ່ຮັກແພງ, ຂໍສະ ແດງຄວາມເສົ້າສະຫລົດໃຈຢ່າງ ສຸດຊຶ້ງມາຍັງປະຊາຊົນລາວອ້າຍ ນ້ອງເພື່ອນມິດທີ່ຮັກແພງຂອງອະ ດີດປະທານປະເທດ ໂດຍສະເພາະ ຄອບຄົວຂອງທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໃນການ ສູນເສຍຜູ້ທີ່ເປັນບິດາ ແລະ ຂໍແບ່ງ ເບົາຄວາມໂສກເສົ້າໃນຄັ້ງນີ້ດ້ວຍ. ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ; ຄອບຄົວສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ, ຮອງປະທານ ປະເທດ; ຄອບຄົວສະຫາຍ ສິນລະ ວົງ ຄຸດໄພທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ; ຄອບຄົວສະ ຫາຍ ນາງ ອິນລາວັນ ແກ້ວບຸນ ພັນ ກຳມະການສູນກາງພັກ, ຮອງ ການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະ ຫາຍ ນາງ ຟາງ ຫົງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເຂົ້າວາງພວງມາລາ ແລະ ມອບ ໂທລະເລກສະແດງຄວາມເສົ້າສະ ຫລົດໃຈຈາກສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການ ສູນກາງພັກກອມມູນິດຈີນ, ປະທານ ປະເທດ ແຫ່ງ ສປ ຈີນ ເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມຄະນະ. ໃນບົດຂຽນໄວ້ອາໄລ, ສະຫາຍ ຫົວໜ້າຄະນະຜູ້ແທນຂັ້ນສູງພັກ, ສໍາຄັນຂອງສາຍພົວພັນລະຫວ່າງ ສອງປະເທດ ແລະ ເປັນພື້ນຖານ ສໍາຄັນຂອງການຮ່ວມມືລະຫວ່າງ ປະເທດໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຈະ ເລີນງອກງາມ ແລະ ມີຜົນປະໂຫຍດ ຕໍ່ຄວາມຢູ່ດີກິນດີຂອງປະຊາຊົນ ໄທ-ລາວ ມາຈົນເຖິງປັດຈຸບັນນີ້. ຂ້າພະເຈົ້າ ແລະ ປະຊາຊົນໄທ ຂໍຮ່ວມໄວ້ອາໄລກັບທ່ານນາຍົກລັດ ຖະມົນຕີ ສອນໄຊ ແລະ ຄອບຄົວ ສີພັນດອນ ຕະຫລອດເຖິງປະຊາຊົນ ລາວໃນຊ່ວງເວລາແຫ່ງຄວາມເສົ້າ ໂສກເສຍໃຈນີ້ດ້ວຍ. ພ້ອມກັນນີ້, ທ່ານ ມາຣິດ ສະ ງ່ຽງພົງ ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແຫ່ງ ຣາຊະ ອານາຈັກໄທ ກໍໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈຕໍ່ການມໍລະ ນະກໍາຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານເທດ ແຫ່ງ ສປປ ລາວ ເຖິງທ່ານ ທອງ ສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ປະຊາທິປະໄຕ ປະຊາຊົນລາວ ຕໍ່ ການມໍລະນະກໍາຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ເທດ ແຫ່ງ ສປປ ລາວ. ເນື້ອໃນສານໄດ້ລະບຸວ່າ: ໃນ ນາມຕາງໜ້າລັດຖະບານ ແລະ ປະ ຊາຊົນຍີ່ປຸ່ນ, ຂ້າພະເຈົ້າຂໍສະແດງ ຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງທ່ານ, ຄອບຄົວສີພັນດອນທຸກ ທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທານະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ການຈາກໄປຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະ ດີດປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ຜູ້ເຊິ່ງເປັນບິດາຂອງທ່ານ. ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານປະເທດ ແມ່ນຜູ້ທີ່ປະ ກອບສ່ວນອັນໃຫຍ່ຫລວງເຂົ້າໃນ ການສ້າງສາພັດທະນາປະເທດຊາດ ໃນຍຸກສະໄໝທີ່ປະເທດລາວມີການ ປ່ຽນແປງ. ນອກຈາກນີ້, ທ່ານຍັງໄດ້ ໄປຢ້ຽມຢາມປະເທດຍີ່ປຸ່ນ ໃນນາມ ນາຍົກລັດຖະມົນຕີໃນເວລານັ້ນ ແລະ ໄດ້ເອົາໃຈໃສ່ປະກອບສ່ວນຢ່າງ ຫ້າວຫັນເຂົ້າໃນການພັດທະນາສາຍ ພົວພັນມິດຕະພາບກັບປະເທດຍີ່ປຸ່ນ. ຂ້າພະເຈົ້າເຊື່ອວ່າ ຄວາມໂສກເສົ້າ ເສຍໃຈຕໍ່ກັບການຈາກໄປຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະ ທານປະເທດ ທີ່ເປັນບຸກຄົນທີ່ແສນ ເຄົາລົບຮັກຂອງທ່ານ ແລະ ປວງ ຊົນລາວ ຢ່າງຫລວງຫລາຍແມ່ນບໍ່ ສາມາດພັນລະນາອອກມາເປັນຄໍາ ເວົ້າໄດ້. ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍສະ ແດງຄວາມອາໄລຢ່າງສຸດຊຶ້ງເຖິງ ດວງວິນຍານຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ປະເທດ ທີ່ໄດ້ອຸທິດຕົນເຂົ້າໃນການ ພັດທະນາປະເທດຊາດ ຕະຫລອດ ຊີວິດຜ່ານມາຂອງທ່ານ ແລະ ຂໍໃຫ້ ດວງວິນຍານຂອງທ່ານຈົ່ງໄປສູ່ສຸ ຂະຕິດ້ວຍເຖີ້ນ. ມາໃຫ້ແກ່ປະເທດລາວ ແລະ ຍັງໄດ້ ປະກອບສ່ວນເຂົ້າໃນການຮັດແໜ້ນ ສາຍພົວພັນມິດຕະພາບກັບ ສ ກູບາ ໃຫ້ມີຄວາມໝັ້ນຄົງກາຍເປັນມໍລະດົກ ທີ່ລໍ້າຄ່າ ແລະ ຍືນຍົງສືບທອດມາສູ່ ປະຊາຊົນຮຸ່ນລູກຫລານ ແລະ ໄດ້ ກາຍເປັນແບບຢ່າງອັນດີງາມໃຫ້ກັບ ນັກປະຕິວັດໃນທົ່ວໂລກ. ພວກຂ້າພະເຈົ້າຂໍສະແດງຄວາມ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍ ແບ່ງເບົາຄວາມໂສກເສົ້ານີ້ ມາຍັງ ຄອບຄົວສີພັນດອນ ແລະ ສະຫາຍ ເພື່ອນມິດໃນຊ່ວງເວລາແຫ່ງຄວາມ ໂສກເສົ້າເສຍໃຈນີ້ດ້ວຍ. ປະທານສູນກາງແນວລາວສ້າງ ຊາດ; ຄອບຄົວສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວ ພັນ; ຄອບຄົວສະຫາຍ ບົວສອນ ບຸບ ຜາວັນ ອະດີດກຳມະການກົມການ ເມືອງສູນກາງພັກ, ອະດີດນາຍົກ ລັດຖະມົນຕີ ແລະ ຄອບຄົວສະຫາຍ ຈັນສີ ໂພສີຄຳ ອະດີດກຳມະການ ກົມການເມືອງສູນກາງພັກ, ອະດີດ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ການວາງພວງມາລາຄັ້ງນີ້, ເພື່ອ ສະແດງຄວາມກະຕັັນຍູຮູ້ບຸນຄຸນ ເຖິງຄວາມງາມຄຸນດີຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນ ໜຶ່ງໃນການນຳຮຸ່ນທຳອິດຂອງພັກ ປະຊາຊົນປະຕິວັດລາວ, ເປັນຜູ້ນຳ ໃນການຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ຮອບດ້ານມີຫລັກການ ຂອງພັກ ແລະ ເປັນຜູ້ນຳທີ່ດີເດັ່ນ ຂອງພັກ, ຂອງຊາດຕະຫລອດຊີວິດ ຂອງເພິ່ນໄດ້ອຸທິດສະຕິປັນຍາ, ເຫື່ອ ແຮງ ແລະ ຄວາມເສຍສະລະຢ່າງ ແຮງກ້າເພື່ອພາລະກິດປະຕິວັດ, ເພື່ອ ການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ, ຜົນງານ ແລະ ຄວາມ ງາມຄຸນດີຂອງເພິ່ນຈະຢູ່ໃນຄວາມ ຊົງຈຳຂອງຊາວລາວບັນດາເຜົ່າຕະ ຫລອດກາລະນານ. ຂ່າວ: ສຸກທະວີ; ພາບ: ຂັນໄຊ ລັດຖະບານຫວຽດນາມ ໄດ້ສະແດງ ຄວາມຮູ້ສຶກວ່າ: ສຸດອາໄລອາວອນ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງເປັນຜູ້ນຳທີ່ດີເລີດ, ລູກ ຫລານອັນປະເສີດຂອງປະຊາຊົນ ລາວບັນດາເຜົ່າ, ນັກຮົບປະຕິວັດ ທີ່ກ້າແກ່ນ, ເສຍສະລະຕະຫລອດ ຊີວິດເພື່ອຄວາມອິດສະຫລະພາບ, ປະຊາທິປະໄຕ, ຄວາມຜາສຸກຂອງ ປະຊາຊົນ ແລະ ການພັດທະນາຂອງ ປະເທດລາວ. ສະຫາຍພົນເອກຄຳໄຕ ສີພັນດອນຈາກໄປແມ່ນການສູນເສຍ ອັນໃຫຍ່ຫລວງຕໍ່ພັກ, ລັດຖະບານ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ. ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ສູນເສຍ ເພື່ອນສະຫາຍຜູ້ຍິ່ງໃຫຍ່, ສະຫາຍ ເປັນອ້າຍນ້ອງທີ່ສະໜິດສະໜົມ ທີ່ສຸດ, ຜູ້ມີຜົນງານອັນໃຫຍ່ຫລວງ ແລະ ສຳຄັນປະກອບສ່ວນເຂົ້າໃນ ການກໍ່ສ້າງ, ປັບປຸງ ແລະ ພັດທະນາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານຫວຽດນາມ-ລາວ. ຕໍ່ການສູນເສຍອັນໃຫຍ່ຫລວງນີ້, ຕາງໜ້າພັກ, ລັດຖະບານ, ປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງ ຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງພັກ, ລັດຖະບານ, ປະຊາຊົນ ລາວບັນດາເຜົ່າ ແລະ ຄອບຄົວສະ ຫາຍ ພົນເອກ ຄຳໄຕ ສີພັນດອນ. ໃນວັນດຽວກັນ, ຄະນະການນຳ ບັນດາອົງການ ພັກ-ລັດ, ອົງການ ຈັດຕັ້ງມະຫາຊົນ ນະຄອນຫລວງຮ່າ ໂນ້ຍ, ບັນດາແຂວງ ກໍໄດ້ເຂົ້າເຊັນ ປຶ້ມໄວ້ອາໄລ, ໃນນັ້ນມີ: ສະຫາຍ ເຈິ່ນ ເກິມ ຕູ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ຫງວຽນ ດັກ ດິງ ຮອງປະທານ ສະພາແຫ່ງຊາດ, ສະຫາຍ ບຸຍ ທິ ມິງ ຮວາຍ ເລຂາຄະນະພັກນະ ຄອນຫລວງຮ່າໂນ້ຍ, ສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອຳນວຍການ ໃຫຍ່ສຳນັກຂ່າວສານຫວຽດນາມ, ສະຫາຍ ບຸ່ຍກວ່າງຮຸຍ ເລຂາຊາວ ໜຸ່ມກອມມູນິດຫວຽດນາມ, ສະຫາຍ ຫງວຽນ ທິ ຕວຽນ ປະທານສູນກາງ ສະຫະພັນແມ່ຍິງຫວຽດນາມ. ພ້ອມ ນີ້, ຍັງມີສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຫະພັນອົງ ການຈັດຕັ້ງມິດຕະພາບຫວຽດ ນາມ, ສະຫະພັນອົງການຈັດຕັ້ງ ມິດຕະພາບນະຄອນຫລວງຮ່າ ໂນ້ຍ, ບັນດາການນຳກະຊວງ, ການນຳແຂວງ, ສະຖາບັນການ ສຶກສາ, ຄະນະປະສານງານອະ ດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ, ບັນດາສະຖານທູດຕ່າງປະເທດ ປະຈຳ ສສ ຫວຽດນາມ 25 ປະ ເທດກໍໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລສະຫາຍ ພົນເອກ ຄຳໄຕ ສີພັນດອນ ຢູ່ສະ ຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຕື່ມອີກ. ສະຖານເອກອັກຄະລັດຖະທູດ ລາວ ປະຈຳ ສສ ຫວຽດນາມ ຍັງ ຈະໄດ້ສືບຕໍ່ຮັບການມາໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈົນຮອດວັນທີ 6 ເມສາ 2025. ຂ່າວ-ພາບ: ສະຖານທູດລາວທີ່ຮ່າ ໂນ້ຍ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານມາ. ສະຫາຍທູດຈີນ ໄດ້ຕາງໜ້າ ໃຫ້ພັກ ແລະ ລັດຖະບານ ສປ ຈີນ ສະແດງຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລອາວອນຕໍ່ການ ມໍລະນະກໍາຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ສະແດງ ຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບ ຄົວຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງບໍ່ພຽງແຕ່ເປັນການ ສູນເສຍການນໍາທີ່ດີເດັ່ນຮຸ່ນອາວຸໂສ ຂອງພັກ, ລັດລາວ, ແຕ່ຍັງແມ່ນ ການສູນເສຍສະຫາຍ ແລະ ເພື່ອນ ມິດທີ່ສະໜິດສະໜົມຂອງພັກ ແລະ ປະຊາຊົນຈີນ. ສະຫາຍ ບຸນທອງ ຈິດມະນີ ໄດ້ ສະແດງຄວາມຂອບໃຈຕໍ່ການສະ ແດງຄວາມເຫັນໃຈຂອງສະຫາຍ ທູດຈີນ, ທັງໄດ້ຕີລາຄາສູງຕໍ່ໂທ ລະເລກຂອງສະຫາຍ ສີ ຈິ້ນຜິງ ເລ ຂາທິການໃຫຍ່, ປະທານປະເທດ ຈີນ ແລະ ຕາງໜ້າໃຫ້ສະຫາຍເລ ຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈການນໍາສູງ ສຸດຂອງພັກ, ລັດຈີນ ທີ່ໄດ້ບິແບ່ງ ຄວາມທຸກໂສກຕໍ່ການສູນເສຍໃນ ຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນ ເຖິງສາຍພົວພັນມິດຕະພາບອັນເປັນ ມູນເຊື້ອທີ່ການນໍາຮຸ່ນອາວຸໂສຂອງ ສອງພັກ, ສອງລັດ ລາວ-ຈີນ ໄດ້ ຮ່ວມກັນສ້າງໄວ້ ກໍຄື ການພົວພັນ ຮ່ວມມືແບບຄູ່ຮ່ວມຊາຕາກໍາ ລາວຈີນ ໃນປັດຈຸບັນຢ່າງແທ້ຈິງ.
RkJQdWJsaXNoZXIy MTc3MTYxMQ==