xtmko dy , vy o -5 ' c]t co;mk'd+ lh k'glf4tdy fc[[d5h ,8q ogv' xtgmf]k; 4 3]d c]t gsfdko 01/04/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ [= ]y la fmk']q fw2 ]k;{9u o 9eda f fegou o 13 37'dko0t|kfoh vp-j ;'[+ g8a o{o; *ດັ່ງທີ່ພວກເຮົາຮັບຊາບກັນດີ ແລ້ວວ່າ, ບັນດາປະເທດຕ່າງໆທີ່ ຫລຸດພົ້ນອອກຈາກການປົກຄອງ ແບບອານານິຄົມພາຍຫລັງສົງ ຄາມໂລກຄັ້ງທີສອງນັ້ນ ໄດ້ເດີນ ຕາມເສັ້ນທາງທີ່ເພິ່ງພາ “ການ ຊ່ວຍເຫລືອ” ຈາກປະເທດໃຫຍ່ໆ ແລະ ປະເທດທີ່ໄດ້ພັດທະນາແລ້ວ ຫລື ນໍາເອົາແນວທາງແບບແຜນ ທາງດ້ານເສດຖະກິດຂອງເຂົາເຈົ້າ ມານໍາໃຊ້.ແຕ່ໃນທາງກົງກັນຂ້າມ, ນັບຕັ້ງແຕ່ມື້ທຳອິດຂອງການ ສ້າງຕັ້ງປະເທດຊາດເປັນຕົ້ນມາ ນັ້ນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີແມ່ນມີຄວາມ ປາຖະໜາທີ່ຈະກໍ່ສ້າງເສດຖະກິດ ແບບກຸ້ມຕົນເອງຕະຫລອດມາ. ພາຍຫລັງທີ່ປະເທດ ເກົາຫລີ ຮັບການປົດປ່ອຍໃນເດືອນສິງຫາ ປີ 1945, ສິ່ງທີ່ຫລົງເຫລືອຢູ່ ທັງໝົດແມ່ນເປັນພຽງເສດຖະກິດ ທີ່ຫລ້າຫລັງທີ່ຖືກທຳລາຍໂດຍຈັດ ກະພັດພາຍຫລັງຈາກການປາລາ ໄຊໃນສົງຄາມ ແລະ ສາງໄຮ້ເງິນ. ແຕ່ວ່າ ປະຊາຊົນເກົາຫລີ ໄດ້ສ້າງ ປະເທດຂຶ້ນມາໃໝ່ ດ້ວຍກຳລັງ ແຮງຂອງພວກເຂົາເອງ ແລະ ພວກເຂົາເລີ່ມຕົ້ນສ້າງເສດຖະກິດ ແບບກຸ້ມຕົນເອງຈາກຊາກປະ ຫລັກຫັກພັງທີ່ເຫລືອໄວ້ພາຍຫລັງ ຈາກສົງຄາມເກົາຫລີ (ປີ 19501953) ສິ້ນສຸດລົງ. ໃນເວລານັ້ນ, ປະທານປະ ເທດ ກິມ ອິນ ຊຸງ ໄດ້ນໍາສະເໜິ ຫລັກການ 2 ປະການ ອັນໄດ້ ແກ່: ໜ້າທີ່ອັນສຳຄັນສຳລັບການ ກໍ່ສ້າງເສດຖະກິດ. ປະການທີໜຶ່ງ ຄື: ປະເທດຈະບໍ່ສາມາດໜີພົ້ນຈາກ ຊາຕາກຳຂອງການເປັນໜີ້ໄດ້, ຖ້າ ຫາກວ່າປະເທດ ຕ້ອງເພິ່ງພາການ ຊ່ວຍເຫລືອຈາກຜູ້ອື່ນໂດຍບໍ່ໄດ້ ສະສົມຊັບສິນຂອງຕົນເອງ; ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງສ້າງເສດຖະກິດໂດຍ ຄວາມພະຍາຍາມຂອງຕົນເອງ. ອີກ ປະການໜຶ່ງແມ່ນຕາບໃດທີ່ປະຊາຊົນ ເກົາຫລີ ມີຄວາມຕັດສິນທີ່ຈະດຳລົງ ຊີວິດຢ່າງເປັນເອກະລາດ, ຄວາມ ກົດດັນ ແລະ ປິດລ້ອມໂດຍບັນດາຜູ້ ທີ່ມີອໍານາດເໜືອກວ່າກໍ່ເປັນສິ່ງທີ່ບໍ່ ສາມາດຫລີກລ່ຽງໄດ້; ດັ່ງນັ້ນ, ພວກ ເຂົາຕ້ອງມີກໍາລັງດ້ານວັດຖຸ ແລະ ເສດຖະກິດທີ່ເຂັ້ມແຂງ ເພື່ອທີ່ຈະ ເອົາຊະນະຄວາມກົດດັນ ແລະ ການ ປິດລ້ອມໄດ້. ໃນການຈັດຕັ້ງປະຕິບັດຕາມ ຫລັກການດັ່ງກ່າວ, ປະທານປະ ເທດ ກິມ ອິນ ຊຸງ ໄດ້ວາງແນວ ທາງພື້ນຖານຂອງການກໍ່ສ້າງ ເສດຖະກິດສັງຄົມນິຍົມອັນໄດ້ ແກ່: ການພັດທະນາອຸດສາຫະກຳ ໜັກບົນພື້ນຖານບູລິມະສິດ ແລະ ການພັດທະນາອຸດສາຫະກຳເບົາ ແລະ ການກະສິກຳໄປພ້ອມກັນ. ບັນດາອິດທິກຳລັງປໍລະປັກໄດ້ ຕັນທາງການກໍ່ສ້າງແນວທາງ ເສດຖະກິດຂອງ ສປປ ເກົາຫລີ ໂດຍການຮຸກຮານທາງດ້ານການ ເມືອງ ແລະ ການທະຫານ ແລະ ດ້ວຍຮູບການປິດລ້ອມເສດຖະກິດ ແລະ ນໍາໃຊ້ມາດຕະການຂວໍ້າ ບາດເຖິງສອງ ແລະ ສາມເທົ່າ; ບັນດາມະຫາອຳນາດໄດ້ ເວົ້າ ເ ຍາະ ເ ຍີ້ ຍໃສ່ແນວທາງການ ກໍ່ສ້າງເສດຖະກິດທີ່ເປັນເອກະ ລາດ ແລະ ໄດ້ພະຍາຍາມຜູກມັດ ປະເທດເຮົາໃສ່ຕ່ອງໂສ້ສະພາການ ຊ່ວຍເຫລືອເຊິ່ງກັນ ແລະ ກັນທາງ ດ້ານເສດຖະກິດ (SEV), ໂດຍ ອ້າງວ່າເປັນ “ການແບ່ງກຳລັງ ແຮງງານສາກົນຂອງສັງຄົມ ນິຍົມ”ແຕ່ເຖິງແນວໃດກໍ່ຕາມບໍ່ມີ ໃຜສາມາດປ່ຽນແປງການຕັດສິນ ໃຈຂອງເພິ່ນໄດ້. ສປປ ເກົາຫລີ ໄດ້ບັນລຸຄວາມ ສໍາເລັດໃນດ້ານອຸດສາຫະກຳແບບ ສັງຄົມນິຍົມພາຍໃນ 14 ປີ ແລະ ສາມາດສ້າງເສດຖະກິດຊົນນະ ບົດທີ່ກ້າວໜ້າ. ສິ່ງດັ່ງກ່າວໄດ້ ສະແດງໃຫ້ເຫັນວ່າ ເສດຖະກິດ ແບບກຸ້ມຕົນເອງຂອງເກົາຫລີ ໄດ້ ຖືກສ້າງຂຶ້ນໂດຍບໍ່ໄດ້ຮັບການຊ່ວຍ ເຫລືອຈາກຂໍ້ສະເໜີໃນຜົນງານໃດ ໜຶ່ງແຕ່ເປັນພື້ນຖານຂອງແນວຄິດ ແລະ ແຜນການຂອງປະທານປະເທດ ກິມ ອິນ ຊຸງ ໂດຍທີ່ບໍ່ໄດ້ຮຽນແບບ ເອົາປະສົບການຂອງປະເທດອື່ນ ແຕ່ດໍາເນີນຕາມແນວທາງຂອງຕົວ ເອງໃນການປະຕິບັດຕາມຄວາມ ຮຽກຮ້ອງຕ້ອງການຂອງການປະ ຕິວັດ ແລະ ຄວາມຄິດເຫັນຂອງ ປະຊາຊົນຂອງຕົນ ແລະ ບໍ່ໄດ້ອີງໃສ່ ຄວາມເຂັ້ມແຂງລວມທັງເຕັກໂນໂລຊີ ຂອງປະເທດໃຫຍ່, ແຕ່ຂຶ້ນກັບຄວາມ ເຂັ້ມແຂງຂອງຄວາມພະຍາຍາມ ແລະ ເຕັກໂນໂລຊີຂອງຕົນເອງ. ເມື່ອພວກເຮົານຶກຫວນຄືນເຖິງ ວັນດັ່ງກ່າວ ດ້ວຍຄວາມຮູ້ສຶກ ຢ່າງເລິກເຊິ່ງ, ປະທານປະເທດ ກິມ ອິນ ຊຸງ ໄດ້ກ່າວວ່າ: ຖ້າ ພວກເຮົາບໍ່ໄດ້ສ້າງເສດຖະກິດ ແຫ່ງຊາດແບບກຸ້ມຕົນເອງແຕ່ ເພິ່ງພາການຊ່ວຍເຫລືອຈາກ ປະເທດອື່ນ, ພວກເຮົາຈະບໍ່ປະສົບ ຜົນສຳເລັດດ້ານອຸດສາຫະກຳ ຢ່າງເດັດຂາດ ແລະ ຮອດຕອນ ນີ້ພວກເຮົາກໍ່ຈະຍັງຄົງຕ້ອງໄດ້ ສືບຕໍ່ຂໍຮ້ອງປະເທດໃຫຍ່ ເພື່ອ ຂໍຄວາມຊ່ວຍເຫລືອນໍາເພີ່ນຢູ່ຄື ເກົ່າ. ການຂະຫຍາຍໂຄງສ້າງ ທາງເສດຖະກິດດ້ວຍຫລາຍຮູບ ຫລາຍແບບ, ສ້າງພື້ນຖານວັດຖຸ ດິບທີ່ໝັ້ນຄົງເປັນຂອງຕົນເອງ, ການກະກຽມທຸກພາກສ່ວນຂອງ ເສດຖະກິດດ້ວຍເຕັກໂນໂລຊີທີ່ ທັນສະໄໝ ແລະ ນໍາໃຊ້ພະນັກງານ ຊ່ຽວຊານດ້ານເຕັກໂນໂລຊີທີ່ເປັນ ຄົນພື້ນເມືອງຂອງຕົນເອງ-ສິ່ງ ເຫລົ່ານີ້ ແມ່ນເນື້ອໃນຕົ້ນຕໍຂອງ ແນວທາງລະບົບເສດຖະກິດແບບ ກຸ້ມຕົນເອງຂອງ ສປປ ເກົາຫລີ. ໃນປັດຈຸບັນນີ້, ບັນດາພື້ນຖານ ຂອງພື້ນຖານເສດຖະກິດຂອງ ສປປ ເກົາຫລີ ແມ່ນໃຫຍ່ຫລວງ ຫລາຍ. ວັດຖຸດິບ ແລະ ເຊື້ອໄຟ ຂອງອຸດສາຫະກຳໂລຫະ, ເປັນປັດ ໄຈພື້ນຖານໃນການຊຸກຍູ້ເສດຖະ ກິດ ເຊິ່ງລ້ວນແລ້ວແຕ່ອີງໃສ່ຊັບ ພະຍາກອນທຳມະຊາດພາຍໃນ ປະເທດ. ອຸດສາຫະກຳການກໍ່ສ້າງ ເຄື່ອງຈັກລະດັບສູງເຊິ່ງຜະລິດ ເຄື່ອງຈັກຊີເອັນຊີ (CNC) ກໍ່ ນໍາໃຊ້ເຕັກໂນໂລຊີຂອງປະເທດ ຕົນເອງ ແລະ ເຊັ່ນດຽວກັນກັບອຸດ ສາຫະກໍາດ້ານສານເຄມີ, ວັດສະ ດຸກໍ່ສ້າງ, ອຸດສາຫະກຳເບົາ ແລະ ການກະສິກຳ. ທຸກພາກສ່ວນຂອງ ເສດຖະກິດແຫ່ງຊາດລ້ວນແຕ່ອີງ ໃສ່ຊັບພະຍາກອນພາຍໃນ ແລະ ເຕັກໂນໂລຊີພາຍໃນປະເທດ. ດັ່ງທີ່ ໄດ້ສະແດງໃຫ້ເຫັນວ່າ, ພື້ນຖານ ເສດຖະກິດແຫ່ງຊາດແມ່ນແຂງ ແກ່ນ ແລະ ມີລະດັບເສດຖະກິດ ທີ່ທັນສະໄໝ, ລະດັບວິທະຍາ ສາດ ແລະ ຂໍ້ມູນຂ່າວສານນັບມື້ ນັບເພີ່ມຂຶ້ນ. ບົນພື້ນຖານເຫລົ່າ ນີ້, ພວກເຮົາຈຶ່ງພວມບັນລຸການ ເຕີບໂຕໃນລະດັບສູງ. ໃນປີ1994 ເປັນປີສຸດທ້າຍ ຂອງຊີວິດຂອງທ່ານ. ປະທານ ປະເທດ ກິມ ອິນ ຊຸງ ໄດ້ພົບປະ ກັບ ຄາເຕີ (Carter) ອະດີດ ປະທານາທິບໍດີຂອງສະຫະລັດ ອາເມລິກາ ແລະ ທ່ານໄດ້ກ່າວ ວ່າ: ພວກເຮົາບໍ່ຢ້ານກົວຕໍ່ມາດ ຕະການຂວໍ້າບາດ; ພວກເຮົາມີ ຊີວິດຢູ່ມາຮອດປັດຈຸບັນຢູ່ພາຍ ໃຕ້ຂວໍ້າບາດ. ເຖິງຢ່າງໃດກໍ່ ຕາມ, ພວກເຮົາມີຊີວິດຢູ່ໄດ້ໂດຍ ບໍ່ມີບັນຫາຫຍັງຫລາຍຈົນເຖິງ ປັດຈຸບັນ; ຢ່າຄາດຫວັງວ່າພວກ ເຮົາຈະບໍ່ສາມາດດຳລົງຊີວິດຢູ່ ໄດ້, ຖ້າພວກເຮົາຈະຖືກມາດຕະ ການຂວໍ້າບາດຫລາຍກວ່າເກົ່າ. ສິ່ງເຫລົ່ານີ້ໄດ້ສະແດງໃຫ້ເຫັນ ຄວາມໝັ້ນໃຈໃນຕົນເອງ ໂດຍ ອີງໃສ່ປະສົບການຂອງເພິ່ນເຂົ້າ ໃນການສ້າງເສດຖະກິດແບບເພິ່ງ ພາຕົນເອງທີ່ມີປະສິດທິພາບຕະ ຫລອດຊີວິດ. ປັດຈຸບັນນີ້, ເສດຖະກິດແຫ່ງ ຊາດແບບກຸ້ມຕົນເອງທີ່ສ້າງຂຶ້ນ ໂດຍປະທານປະເທດ ກິມ ອິນ ຊຸງ ເປັນຊັບສິນທີ່ມີຄ່າໃນການຜ່ານ ຜ່າຢ່າງມຸ່ງໝັ້ນທຸກສິ່ງກີດຂວາງ ຂອງບັນດາອິດທິກຳລັງປໍລະປັກ ຕໍ່ການພັດທະນາເສດຖະກິດຂອງ ສປປ ເກົາຫລີ ບົນພື້ນຖານກຸ້ມຕົນ ເອງ, ເພີ່ງຕົນເອງ. ໃນປັດຈຸບັນ, ແນວທາ ງກໍ່ ສ້ າ ງ ເ ສດຖະກິດ ແບບກຸ້ມຕົນເອງຂອງປະທານ ກິມ ອິນ ຊຸງ ສືບຕໍ່ໄດ້ຮັບການປະ ຕິບັດໂດຍທ່ານ ກິມ ເຈິງ ອຸນ, ປະ ທານກິດຈະການແຫ່ງລັດ ຢ່າງບໍ່ມີ ການປ່ຽນແປງ. ໃນໄລຍະ 10 ກວ່າປີ ທີ່ຜ່ານ ມາເສດຖະກິດແຫ່ງຊາດ ສປປ ເກົາຫລີ ໄດ້ຮັບການເສີມຂະຫຍາຍ ໂດຍຈັງຫວະໄວ ແລະ ທຸກໆຂະ ແໜງການກຳລັງຮັກສາທ່າແຮງ ຂອງການພັດທະນາ. ບັນດາຜົນ ສຳເລັດເຫລົ່ານີ້ ແມ່ນພວກເຮົາ ບໍ່ສາມາດແຍກອອກຈາກແນວ ທາງກໍ່ສ້າງເສດຖະກິດແບບກຸ້ມ ຕົນເອງຂອງປະທານ ກິມ ອິນ ຊຸງ ແລະ ການຊີນຳໆພາອັນປີຊາສາ ມາດຂອງທ່ານ ກິມ ເຈິງ ອຸນ ປະ ທານກິດຈະການແຫ່ງລັດ ສປປ ເກົາຫລີ. ຂປລ. ນັບແຕ່ວັນທີ 24-27 ມີນາ 2025, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ເປັນເຈົ້າການ ໃນການສ້າງຕັ້ງຄະນະຮັບເໝົາ ເພື່ອດຳເນີນໂຄງການຂະໜາດ ນ້ອຍຂອງທາງລົດໄຟບ່ໍເຕັນ-ນະ ຄອນຫລວງວຽງຈັນ(ນວ) ຂອງ ກຸ່ມບໍລິສັດທາງລົດໄຟຈີນ ເລກທີ 15 ມີທັງໝົດ 13 ໂຄງການ. ໂຄງການໄລຍະສັ້ນ ແລະ ຂະໜາດ ນ້ອຍຂອງທາງລົດໄຟບ່ໍເຕັນ-ນະ ຄອນຫລວງວຽງຈັນ ຂອງບໍລິສັດ ກໍ່ສ້າງເຄື່ອງປະກອບເຕັກໂນໂລຊີ ຈຳກັດ ກຸ່ມບໍລິສັດທາງລົດໄຟຈີນ ເລກທີ 15 ໄດ້ຜ່ານການຍອມຮັບ ຕາມແຕ່ລະຂັ້ນຕອນ ມີທັງໝົດ 13 ໂຄງການ. ໃນນັ້ນ, ໂຄງການທຳອິດ ແມ່ນໂຄງການຟື້ນຟູຄວາມເສຍຫາຍ ຈາກໄພນໍ້າຖ້ວມ, ລວມທັງການຟື້ນ ຟູຄວາມເສຍຫາຍ ຈາກໄພນໍ້າຖ້ວມ ຂອງຂົວຂ້າມນໍ້າຢູ່ດ່ານບ່ໍເຕັນ, ຂົວ ນ້ຳນາບ້ານຫ້ວຍເລີ່ມ VBK300 + 944, ການຄວບຄຸມການຍຸບຕົວຂອງ ດິນໃນພາກ VBK239 + 205 ຫາ VBK239 + 325, ການຄວບຄຸມ ການລົ້ມລົງຂອງຂອງເຄື່ອງຈັກຢູ່ສະ ຖານບ່ໍເຕັນ; ໂຄງການທີ2 ແມ່ນການ ກໍ່ສ້າງ ແລະ ສ້ອມແປງສິ່ງອໍານວຍ ຄວາມສະດວກຂອງສະຖານີ ລວມ ທັງການປັບປຸງສະຖານີບ່ໍເຕັນ, ການ ຕິດຕັ້ງພັດລົມໃສ່ສະຖານີລົດໄຟບໍ່ ເຕ່ນ, ຕູ້ເກັບເງິນຄ່າຜ່ານປະຕູເມືອງ ເມິງ, ຫ້ອງນ້ຳສາທາລະນະຢູ່ສະຖານີ ເມືອງເມິງ ແລະ ສະຖານີກວດກາ ລົດໄຟສະຖານີບ່ໍເຕັນ; ໂຄງການທີ 3 ແມ່ນໂຄງການບຳລຸງສ້າງສາຍ ຂົນສົ່ງ ແລະ ພື້ນທີ່ເຮັດວຽກລວມທັງ ການອະນາໄມເສັ້ນທາງຂົນສົ່ງສິນຄ້າ ເລກ10ແລະ 11ບ່ໍເຕັນແລະຮ່ວມມື ກັບເຂດວຽກງານເມິງ ໃນການຂຸດ ເຈາະ ແລະ ຖົມດິນ; ໂຄງການທີ 4 ແມ່ນໂຄງການສ້ອມແປງທໍ່ສົ່ງ ນ້ຳ, ເຊິ່ງຕົ້ນຕໍແມ່ນຮັບຜິດຊອບການ ບຳລຸງຮັກສາສຸກເສີນຂອງຕາໜ່າງ ປີ 2025...ີ ດູດເອົານັກທ່ອງທ່ຽວຈາກຕ່າງ ປະເທດເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໂດຍສະເພາະແຂວງຫລວງ ພະບາງ ໃຫ້ໄດ້ 1 ພັນກວ່າຄົນໃນ ນັ້ນ, ນັກທ່ອງທ່ຽວຈາກອາຊີ 350 ຄົນ, ເອີຣົບ 750 ຄົນ. ທັງນີ້, ກໍເພື່ອ ປະກອບສ່ວນເຮັດໃຫ້ບັນຍາກາດ ການທ່ອງທ່ຽວຢູ່ ສປປ ລາວ ໂດຍ ສະເພາະຢູ່ແຂວງຫລວງພະບາງ ຄຶກຄື້ນ ແລະ ດຶງດູດເອົາເງິນຕາ ຕ່າງປະເທດເຂົ້າສູ່ປະເທດລາວ ໃຫ້ ຫລາຍຂຶ້ນ. ທ່ານ ກິພອນ ວົງສະຫວັດ ໃຫ້ ຮູ້ອີກວ່າ: ບໍລິສັດທ່ອງທ່ຽວເວີດ ພັດທະນາ ແລະ ຂະຫຍາຍຕົວຂຶ້ນ ໄປຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ບໍລິສັດທ່ອງທ່ຽວເວີດ ວາຍ ກໍຄື ທຸລະກິດໃນເຄືອທັງໝົດ ສາມາດສ້າງວຽກເຮັດງານທຳໃຫ້ ປະຊາຊົນລາວບັນດາເຜົົ່າ ກໍຄື ໄວ ໜຸ່ມລາວ ເປັນຈຳນວນຫລາຍ ເຊິ່ງ ໄດ້ປະກອບສ່ວນຫລຸດຜ່ອນການ ອອກໄປເຮັດວຽກຢູ່ຕ່າງປະເທດ ຂອງໄວໜຸ່ມລາວໃຫ້ລຸດລົງຕື່ມອີກ. ຂ່າວ: ທະນູທອງ ວາຍ ບໍ່ໄດ້ຢຸດນິ້ງທີ່ຈະພັດທະນາ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວ ເຊິ່ງມາຮອດປັດຈຸບັນ ບໍລິສັດທ່ອງທ່ຽວເວີດວາຍມີທຸລະ ກິດໃນເຄືອຫລາຍທຸລະກິດເປັນຕົ້ນ ຮ້ານອາຫານໂທພິໂຄແມ່ຂອງພຣິດ ຊາ (Troppical Mekong), ເຮືອເວີດວາຍໂທພິໂຄແມ່ຂອງກຣຸດ (worldwide lndego Mekong cruise), ຮ້ານອາຫານເວີດບຣູ ສະປອດບາຫລວງພະບາງ, ພ້ອມ ນີ້ຍັງມີບໍລິການທີ່ປຶກສາແລ່ນວີຊາ, ບໍລິການເຊົ່າລົດທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິການຈອງ ທີ່ພັກ, ປີ້ຍົນ, ປີ້ລົດໄຟ. ນອກນັ້ນ, ຍັງມີຮ້ານອາຫານເປີດໃໝ່ຢູ່ຕາດ ກວາງຊີ ຕື່ມອີກ. ທັງນີ້, ກໍເພື່ອແນ ໃສ່ກະຕຸ້ນການທ່ອງທ່ຽວຢູ່ ສປປ ລາວ ໃຫ້ມີບັນຍາກາດອັນຄຶກຄື້ນ ເພື່ອດຶງດູດເອົານັກທ່ອງທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ດຶງດູດເອົາເງິນຕາຕ່າງປະເທດ ເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ ປະກອບສ່ວນເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ໃຫ້ໄດ້ຮັບການ ທໍ່ສົ່ງໄຟຟ້າໃຕ້ດິນຂອງສະຖານີ ວຽງຈັນ ແລະ ໂຄງການອື່ນໆ. ທີມງານໂຄງການດັ່ງກ່າວ ໄດ້ໄປ ສະຖານີບ່ໍເຕັນ, ນາເຕີຍ, ເມືອງໄຊ ແລະ ສະຖານທີ່ອື່ນໆເພື່ອ ດໍາເນີນ ການກວດກາ ແລະ ປະເມີນຜົນ ໂຄງການທີ່ຮັບຮອງ ເຊິ່ງໄດ້ດໍາເນີນ ຢ່າງເຂັ້ມງວດຕາມເອກະສານການ ອອກແບບ ແລະ ມາດຕະຖານການ ຄຸນນະພາບໂຄງການທາງລົດໄຟ ໃນປັດຈຸບັນ, ໄດ້ສຸມໃສ່ກວດກາ ຢ່າງລະອຽດ ກ່ຽວກັບຄຸນນະພາບ ການກໍ່ສ້າງ, ການປະຕິບັດການ ອອກແບບ ແລະ ປະເມີນຄຸນນະ ພາບໂຄງການຢ່າງທັນການ. ຜ່ານການກວດສອບຢູ່ສະຖານທີ່ ແລະ ການປຶກສາຫາລື, ທີມງານ ກວດກາຍອມຮັບ ແລະ ເຊື່ອໝັ້ນ ວ່າໂຄງການດັ່ງກ່າວ ຂອງບໍລິສັດ ກໍ່ສ້າງເຄື່ອງປະກອບເຕັກໂນໂລຊີ ຈຳກັດ ຂອງກຸ່ມບໍລິສັດທາງລົດໄຟ ຈີນເລກທີ 15 ໄດ້ບັນລຸເປົ້າໝາຍ ທີ່ຄາດໄວ້ໃນການອອກແບບໂຄງ ສ້າງ, ຄຸນນະພາບການກໍ່ສ້າງ, ແລະ ການນໍາໃຊ້ທີ່ເປັນປະໂຫຍດ, ປະຕິບັດ ຕາມມາດຕະຖານທີ່ກ່ຽວຂ້ອງ ແລະ ຂໍ້ກໍານົດການອອກແບບ ແລະ ຕອບ ສະໜອງເງື່ອນໄຂການຍອມຮັບ. ໃນໄລຍະຕໍ່ໄປ, ສຳນັກງານທາງ ລົດໄຟຈີນທີ 15 ຈະສືບຕໍ່ເພີ່ມທະວີ ການຄຸ້ມຄອງການກໍ່ສ້າງໂຄງການ ທີ່ຍັງເຫລືອ ແລະ ສືບຕໍ່ໃຫ້ການ ຊ່ວຍເຫລືອທາງລົດໄຟ ລາວ-ຈີນ.
RkJQdWJsaXNoZXIy MTc3MTYxMQ==