05 xtgmf]k; 3]d c]t gsfdko 28/03/2025 ທ່າ ນ ປອ ດ າ ວສ ະ ຫວັນ ່ັ ເຄືອມີໄຊືີ ຮອງຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ລາວໄດ້ກ່າວວ່າ: ການຫັນເປັນທັນສະ ໄໝແມ່ນສອດຄ່ອງກັບແຕ່ລະປະເທດ ແລະ ອີງຕາມຄວາມເປັນຊາດຂອງ ຕົນເອງທີ່ມີເອກະລັກຂອງຊາດຕົນ ແລະ ມີການສອດຄ່ອງກັບປະເທດ ຂອງຕົນ ປະຊາຊົນມີສິດຕັດສິນວ່າຈະ ຫັນປະເທດເປັນແບບໃດ ແລະ ຕາມ ແຕ່ລະສີສັນຕາມແຕ່ລະປະເທດ ເຊິ່ງໃນ ບົດລາຍງານຂອງຈີນ ໃນປີ 2022 ຈີນ ໄດ້ສັງລວມມີ 5 ດ້ານ: ໜຶ່ງ, ການຫັນເປັນທັນສະໄໝ ແບບຈີນບົນພື້ນຖານທີ່ມີປະຊາກອນ ມະຫາສານ ການຫັນເປັນທັນສະໄໝ ແມ່ນມີຄວາມຫຍຸ້ງຍາກບົດຮຽນໃນ ການຫັນເປັນທັນສະໄໝແບບຈີນທີ່ມີ ປະຊາກອນມະຫາສານແມ່ນແຕ່ນ້ອຍ ຫາໃຫຍ່ ແຕ່ງ່າຍຫາຍາກເຊິ່ງສ່ອງ ແສງໃຫ້ເຫັນແຈ້ງການຊອກຄົ້ນຫາ ການຫັນເປັນທັນສະໄໝຂອງຈີນ ແລະ ປີ 2020 ໄດ້ສ້າງສໍາເລັດການ ສ້າງຄວາມອີ່ມໜໍາສໍາລານ ແລະ ໄດ້ສໍາ ເລັດ ແລະ ວາງຄາດໝາຍບັນລຸໃຫ້ເປັນ ທັນສະໄໝບັນລຸໂດຍພື້ນຖານ ໃນປີ 2035 ແລະ ຮອດກາງສະຕະວັດທີ 21 ຈະສາມາດສ້າງໄດ້ສັງຄົມນິຍົມ ທັນສະໄໝເຂັ້ມແຂງໃນພື້ນຖານປະ ຊາກອນທີ່ມະຫາສານ ນີ້ແມ່ນບາດກ້າວ ເດີນທີ່ຊັດເຈນ. ສອງ,ການຫັນເປັນທັນສະໄໝແມ່ນ ປະຊາຊົນທຸກທົ່ວໜ້າຕ້ອງສ້າງຄວາມ ຮັ່ງມີໄປພ້ອມໆກັນ ແລະ ສ້າງສັງຄົມ ທີ່ມີຄວາມອີ່ມໜໍາສໍາລານ ແລະ ໃນ ການສ້າງຄວາມຮັ່ງມີໄປພ້ອມກັນນັ້ນ ພັກກອມມູນິດກໍໄດ້ຍຶດໝັ້ນຄວາມ ມຸ້ງມາດປາດຖະໜາທີ່ມີຊີວິດທີ່ດີຂຶ້ນ ມີຊີວິດອີ່ມໜໍາສໍາລານ ໃຫ້ຄວາມ ສໍາຄັນໃນການແກ້ໄຂຄວາມຍຸດຕິທໍາ ແກ້ໄຂຄວາມເລື່ອມລໍ້າບໍ່ໃຫ້ມີການ ແຕກໂຕນກັນ. ສາມ, ການຫັນເປັນທັນສະໄໝທີ່ ເຮັດໃຫ້ການພັດທະນາທາງດ້ານວັດຖຸ ໄປຄຽງຄູ່ທາງດ້ານວັດຖຸ ແລະ ຈິດໃຈ ໄປພ້ອມກັນ ໂດຍມີພື້ນຖານການຜະລິດ ມີຄວາມທັນສະໄໝຂຶ້ນ ຄຽງຄູ່ການ ພັດທະນາຂອງຈີນ ຂອງປະຊາຊົນຈີນ ມີອຸດົມການ, ມີຄວາມສີວິໄລທາງດ້ານ ຈິດໃຈແລະ ພ້ອມກັບຄວາມສີວິໄລທາງ ດ້ານວັດຖຸ ແມ່ນການເອົາຄວາມສີວິໄລ ທາງດ້ານວັດຖຸຕິດພັນກັບຄວາມສີວິ ໄລທາງດ້ານຈິດໃຈ. ສີ່, ເຮັດໃຫ້ຄົນກັບທໍາມະຊາດຢູ່ ຮ່ວມກັນຢ່າງກົມກຽວ ພັກກອມມູນິດ ຈີນໄດ້ເວົ້າວ່າ: ພູຂຽວນໍ້າໃສຄືພູເງິນ ພູຄໍາ ໄດ້ເປັນແຮງຜັກດັນໃນການພັດ ທະນາຂອງຈີນ ຂ້າພະເຈົ້າໄດ້ໄປຢ້ຽມ ຢາມສວນອຸທິຍານພິ່ງເຫີ ເມືອງຫູ ໜານ ເຂດດັ່ງກ່າວເປັນພູປອກໂຫລ້ນ ແຕ່ດ້ວຍຈິດໃຈບົນພື້ນຖານພູຂຽວນໍ້າ ໃສ ພູເງິນພູຄໍາ ກາຍເປັນພູທີ່ຂຽວງາມ ກາຍເປັນສູນປະຊຸມສາກົນອາຊີໃຕ້ ແລະ ເປັນສວນອຸທິຍານທີ່ງາມທີ່ສຸດ ນີ້ສະແດງໃຫ້ເຫັນເຖິງການຢູ່ຮ່ວມ ກັນລະຫວ່າງຄົນກັບທໍາມະຊາດ ໄດ້ ສ້າງເຈົ້າແມ່ນໍ້າ ເຈົ້າປ່າ ຕາມທິດທີ່ ວ່າ : ນໍ້າໄຫລຜ່ານບ້ານໃດແມ່ນ ບ້ານນັ້ນເປັນຜູ້ອະນຸລັກຮັກສາ, ມີເຈົ້າ ບ້ານເຈົ້າປ່າ ແລະ ມີການນໍາໃຊ້ກົດ ລະບຽບທີ່ໃຊ້ຄໍາສັບວ່າ: ກົດໝາຍ ລັກສະນະໄຟຟ້າແຮງສູງ ທີ່ເປັນຮົ້ວກັ້ນ ກ່ຽວກັບການອະນຸລັກ ໝາຍຄວາມ ວ່າເຮັດໃຫ້ຄົນກັບທໍາມະຊາດໄດ້ຢູ່ ຮ່ວມກັນນີ້ ເປັນບົດຮຽນທີ່ເຮົາຄວນໄດ້ ຖອດຖອນຈາກຈີນ. ຫ້າ, ກ ານເດີນຕາມຄວາມທັນສະ ໄໝຂອງຈີນສູ່ຄັນທຸງຂອງພັກ ຈີນ ມີການພັດທະນາບັນດາປະເທດຕ່າງໆ ກໍໄດ້ຮັບຜົນປະໂຫຍດນໍາກັນ ຈີນຈະ ຍຶດໝັ້ນໃນການຫັນເປັນທັນສະໄໝ ພ້ອມກັນຫັນເປັນທັນສະໄໝ ເພື່ອຮັບ ປະກັນໃຫ້ແກ່ການຫັນເປັນ 5 ທັນສະ ໄໝ ຕ້ອງຍຶດໝັ້ນການຫັນເປັນທັນ ສະໄໝທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນ ກາງເສີມຂະຫຍາຍປະຊາທິປະໄຕຂອງ ປະຊາຊົນໃນທຸກຂັ້ນຕອນໃນການຫັນ ເປັນທັນສະໄໝແມ່ນໂດຍປະຊາຊົນເພື່ອ ປະຊາຊົນ. ສະນັ້ນ, ຕ້ອງໄດ້ເສີມຂະ ຫຍາຍສິດເປັນເຈົ້າປະຊາຊົນເສີມສ້າງ ຄວາມສີວິໄລທາງດ້ານປະຊາຊົນ ຄົນ ກັບທໍາມະຊາດຢູ່ຮ່ວມກັນ ນີ້ແມ່ນແນວ ທາງຍຶດໝັ້ນການນໍາພາຂອງພັກ ໂດຍ ມີສະຫາຍ ສີຈິ້ນຜິງ ເປັນແກນກາງ. ທ່ານ ຄໍາມອນ ຈັນທະຈິດ ່ໍັິ ຮອງປະທານຜູ້ປະຈໍາການສະພາ ທິດສະດີສູນກາງພັກ, ຮອງຫົວໜ້າ ໂຄສະນາອົບຮົມສູນກາງພັກກ່າວ ວ່າ: ການຫັນເປັນທັນສະໄໝແບບຈີນ ທີ່ຖືປະຊາຊົນເປັນໃຈກາງ ແມ່ນໜຶ່ງ ໃນ 5 ຂອງຄວາມທັນສະໄໝແບບ ຈີນຄື: ທັນສະໄໝແບບຈີນ ແມ່ນທັນ ສະໄໝແບບປະຊາຊົນທຸກຖ້ວນໜ້າຮັ່ງ ມີໄປພ້ອມກັນ. ສິ່ງດັ່ງກ່າວນີ້ ໄດ້ພິສູດ ໃຫ້ເຫັນຜ່ານທິດສະດີ ແລະ ພຶດຕິກຳ ມາແລ້ວ ແລະ ບົດຮຽນຂອງຈີນໄດ້ ນຳເອົາແນວຄິດພັດທະນາໃໝ່ໃຫ້ກັບ ສປປ ລາວ. ສ່ວນຕົວຂ້າພະເຈົ້າ ສະໜັບສະໜູນ ທັດສະນະຂອງພັກກອມູນິດຈີນ ແລະ ແນວຄິດພັດທະນາຖືປະຊາຊົນເປັນ ໃຈກາງຂອງ ສະຫາຍ ສີຈິ້ນຜິງ. ສຳ ລັບສປປ ລາວ ພັກປະຊາຊົນ ປະຕິວັດ ລາວໄດ້ຊີ້ນຳ ແລະ ຍຶດໝັ້ນຢ່າງສະເໝີ ຕົ້ນສະເໝີປາຍ ໃນການຖືປະຊາຊົນ ເປັນກົກ ແລະ ຮັບໃຊ້ປະຊາຊົນຢ່າງໝົດ ຈິດໝົດໃຈ. ນັບແຕ່ປີ 1955 ພັກ ປປ ລາວ ໄດ້ຖືເອົາການຮັບໃຊ້ຊາດ,ຮັບໃຊ້ ປະຊາຊົນເປັນທິດນຳທຸກການກະທຳ ຂອງຕົນ, ພາຍຫລັງກາຍເປັນພັັກກຳ ອຳນາດ 1975 ພັກ ໄດ້ກຳນົດໄລຍະ ປະຕິວັດເຮົາ ແມ່ນໄລຍະທີ່ປະຊາຊົນ ເປັນເຈົ້າຂອງ ແລະ ເປັນເຈົ້າຊາຕາກຳ ຂອງຕົນ, ແຕ່ນັ້ນມາພັກບໍ່ເລີຍລົດລະ ໃນການນຳພາສ້າງລັດຂອງປະຊາ ຊົນ, ເພື່ອປະຊາຊົນ ໃນກອງປະຊຸມຄັ້ງ ລ້າສຸດນີ້ ພັກໄດ້ຢ້ັງຢືນກ່ຽວກັບການ ຍົກລະດັບຄວາມເປັນເຈົ້າປະເທດຊາດ ຂອງປະຊາຊົນ ເປັນຫົວຂໍ້ໜຶ່ງສະເພາະ, ແຕ່ໃນເງື່ອນໄຂໃໝ່ສະພາບແວດລ້ອມ ໃໝ່ ການຮຽນຮູ້ບົດຮຽນຂອງພັກ ຮ່ວມອຸດົມການເຫັນວ່າສຳຄັນ, ຈາກ ບົດຮຽນຖືປະຊາຊົນເປັນໃຈກາງຂອງ ຈີນ ໄດ້ນຳເອົາແນວຄິດພັດທະນາໃຫ້ ແກ່ລາວ ມີຄວາມອຸດົມສົມບູນ. ບັນຫາ ໃໝ່ໃນນີ້ບົດຮຽນລາວຈະໄດ້ສຸມໃສ່ ແມ່ນ: 1). ປັບປຸງລະບຽບແບ່ງລາຍຮັບ ໃຫ້ສົມບູນ. 2). ປະຕິບັດນະໂຍບາຍການ ປະກອບອາຊີບເປັນບູລິມະສິດໃຫ້ ສົມບູນ 3). ປັບປຸງລະບົບປະກັນສັງຄົມ ໃຫ້ຄົບຖ້ວນ. 4). ລົງເລິກປະຕິຮູບສາທາລະ ນະສຸກ . ໃນນີ້ຍຶດໝັ້ນທັດສະນະ ຂອງພັກກອມມູນິດຈີນທີ່ໄ ດ້ຢັ້ງ ຢືນໃນກອງປະຊຸມຄົບຄະນະຄັ້ງ ທີ 3 ສະໄໝທີ 20 ກ່ຽວກັບການ ສ້າງປະເທດຈີນທີ່ມີສຸຂະພາບ ວ່າ: ປະຊາຊົນຈີນ ມີສຸຂະພາບແຂງແຮງ ເປັນສັນຍະລັກສຳຄັນທີ່ສະແດງໃຫ້ເຫັນ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມ ມັ່ງຄັ່ງເຂັ້ມແຂງຂອງປະເທດຈີນ. ສັງລວມແລ້ວ, ແນວຄິດພັດທະນາ ທີ່ຖືປະຊາຊົນ ເປັນໃຈກາງ ແມ່ນໜ່ຶ່ງ ໃນເນື້ອໃນຫັນເປັນທັນສະໄໝແບບຈີນ, ແນວຄິດດັ່ງກ່າວບໍ່ພຽງແຕ່ສະແດງ ອອກຢ່າງມີຊີວິດຊີວາຢູ່ປະເທດຊາດ ເທົ່ານັ້ນ ນັ້ນໄດ້ສົ່ງຜົນສະທ້ອນໄປເຖິງ ບັນດາປະເທດຕ່າງໆໃນໂລກອີກດ້ວຍ. ສປປ ລາວ ກໍເປັນໜຶ່ງໃນປະເທດທີ່ ຮັບຮູ້ ແລະ ໝູນໃຊ້ທິດສະດີດັ່ງກ່າວເຂົ້າ ໃນເງື່ອນໄຂຕົວຈິງຢ່າງປະດິດສ້າງ. ທ່ານ ອະ ໂສກະ ຣາຊະພົນ່ົ ຮອງຫົວໜ້າສະຖາບັນການຕ່າງ ປະເທດກະຊວງການຕ່າງປະເທດ ແຫ່ງ ສປປ ລາວກ່າວວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຕີລາຄາ ສູງ ແລະ ເປັນເອກະພາບຢ່າງຍິ່ງຕໍ່ ກັ ບ ກ າ ນ ຖ ະ ແ ຫ ລ ງ ຂ່ າ ວ ຂ ອ ງ ທ່ານ ຫວາງອີ້ ລັດຖະມົນຕີການຕ່າງ ປະເທດຈີນກ່ຽວກັບ: ນະໂຍບາຍ ການຕ່າງປະ ເ ທດ ແລະ ການ ພົວພັນກັບຕ່າງປະເທດຂອງຈີນ ໄດ້ ສ້າງບາດກ້າວໃໝ່ ພາຍໃຕ້ການນໍາ ພາຂອງສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ. ວຽກງານການຕ່າງປະເທດ ຂອງຈີນ ໄດ້ເອື້ອອໍານວຍສ້າງສະພາບ ແວດລ້ອມພາຍນອກທີ່ດີ ໃຫ້ແກ່ການ ພັດທະນາທີ່ມີຄຸນນະພາບສູງ, ໄດ້ສ້າງ ສະຖຽນລະພາບ ທີ່ລ້ຳຄ່າໃຫ້ແກ່ທົ່ວ ໂລກ, ການສ້າງປະຊາຄົມຮ່ວມຊາຕາ ກຳຂອງມວນມະນຸດໄດ້ມີບາດກ້າວ ໃໝ່ຢ່າງໜັກແໜ້ນ. ຕະຫລອດໄລຍະ ຜ່ານມາ, ຈີນໄດ້ສືບຕໍ່ຮ່ວມກັບປະເທດ ຕ່າງໆ, ຍຶດຖືເສັ້ນທາງທີ່ຖືກຕ້ອງຂອງ ມວນມະນຸດ, ກຳແໜ້ນກະແສຍຸກສະ ໄໝ, ປົກປ້ອງຄວາມຍຸຕິທຳແລະຄວາມ ເປັນທຳສາກົນ, ປົກປັກຮັກສາສັນຕິ ພາບ ແລະ ສະຖຽນລະພາບຂອງໂລກ. ສະຖາບັນການຕ່າງປະເທດ ເຫັນ ວ່າ: ການທູດຂອງ ສປ ຈີນ ທີ່ຍຶດໝັ້ນ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍ ສັນຕິ ມາໂດຍຕະຫລອດໄລຍະ 70 ປີ ຜ່ານມາໄດ້ສ່ອງແສງເຖິງການພັດທະ ນາເສດຖະກິດ ແລະ ການມີສ່ວນຮ່ວມ ລະດັບໂລກ. ນອກຈາກນີ້ ຍັງເນັ້ນຢໍ້າ ເຖິງອໍານາດອະທິປະໄຕຂອງຊາດ ແລະ ຄວາມມຸ່ງໝັ້ນຕໍ່ໂລກທີ່ມີຫລາຍຂົ້ວອຳ ນາດອີກດ້ວຍ. ໂດຍສະເພາະນະໂຍບາຍ ບໍ່ແຊກແຊງກິດຈະການພາຍໃນ ເພື່ອ ປົກປ້ອງຜົນປະໂຫຍດຂອງບັນດາປະ ເທດກໍາລັງພັດທະນາຢ່າງກວ້າງ ຂວາງ, ເຊິ່ງຫລັກການເຫລົ່ານີ້ ບໍ່ວ່າ ຢູ່ໃນຍຸກສະໄໝໃດ ໄດ້ເນັ້ນໜັກຄວາມ ສະເໝີພາບຂອງກັນແລະກັນລະຫວ່າງ ປະເທດ, ໂດຍບໍ່ຄໍານຶງປະເທດໃຫຍ່- ນ້ອຍ, ເຂັ້ມແຂງ-ອ່ອນແອ ລ້ວນແຕ່ ມີສິດອໍານາດປະຊາທິປະໄຕເທົ່າທຽມ ກັນ.ສປ ຈີນ ໄດ້ເປັນເຈົ້າການເສີມຂະ ຫຍາຍບົດບາດຢ່າງຕັ້ງໜ້າໃນການ ປະຕິບັດລະບຽບສາກົນທີ່ເປັນທໍາ ແລະ ສົມເຫດສົມຜົນກວ່າເກົ່າ ໂດຍບໍ່ໄດ້ປະ ຕິບັດຕາມໃຈ, ມີການຮ່ວມມື, ມີການ ເຄົາລົບ ແລະ ສະໜັບສະໜູນເຊິ່ງ ກັນ ແລະ ກັນ. ວຽກງານການຕ່າງປະເທດຂອງ ຈີນ ແມ່ນຍຶດໝັ້ນຫລັກ “ການພັດທະ ນາຢ່າງສັນຕິ” ແລະ “ການຮ່ວມມື ທີ່ເປັນປະໂຫຍດຕໍ່ທຸກຝ່າຍ” ເຫັນວ່າ ຈີນພະຍາຍາມສ້າງປະຊາຄົມທີ່ມີອະ ນາຄົດຮ່ວມກັນສໍາລັບມວນມະນຸດ, ສົ່ງ ເສີມສັນຕິພາບແລະພັດທະນາໂລກໂດຍ ຜ່ານການຮ່ວມມື. ຄວາມມຸ່ງໝັ້ນຂອງ ຈີນ ຕໍ່ລັດທິພະຫຸພາຄີ ແລະ ບົດບາດ ຂອງຈີນໃນການຮັກສາລະບຽບ ລ ະ ຫ ວ່ າ ງ ປ ະ ເ ທ ດ ບົ ນ ພື້ນ ຖ າ ນ ຂອງກົດໝາຍສາກົນ. ເຫັນວ່າຈີນ ສະໜັບສະໜູນການຢູ່ຮ່ວມກັນໂດຍ ສັນຕິ, ບໍ່ເຄີຍກໍ່ສົງຄາມ, ບໍ່ເຄີຍລະເມີດ ດິນແດນຂອງປະເທດອື່ນ, ເປັນປະເທດ ດຽວໃນໂລກທີ່ໄດ້ບັນທຶກການຍຶດໝັ້ນ ເສັ້ນທາງການພັດທະນາຢ່າງສັນຕິ ເຂົ້າໃນລັດຖະທໍາມະນູນຂອງຕົນ ແລະ ເປັນປະເທດດຽວໃນປະເທດມະຫາອໍາ ນາດນີວເຄຣຍ ທີ່ໄດ້ໃຫ້ຄໍາໝັ້ນສັນຍາ ວ່າຈະບໍ່ໃຊ້ອາວຸດນີວເຄຣຍ ຖ້າຜູ້ອື່ນ ບໍ່ໃຊ້ໃນດິນແດນຈີນກ່ອນ. ເຊິ່ງເຫັນ ວ່າ ການພົວພັນໃນຍຸກໃໝ່ ໄດ້ຍົກຂໍ້ ລິເລີ່ມດ້ານຄວາມໝັ້ນຄົງໂລກ, ຂໍ້ລິ ເລີ່ມການພັດທະນາໂລກ ແລະ ຂໍ້ລິເລີ່ມ ຄວາມສີວິໄລໂລກ ແນໃສ່ປົກປ້ອງ ຄວາມຍຸຕິທໍາສາກົນ, ປົກປ້ອງຜົນປະ ໂຫຍດລວມຂອງບັນດາປະເທດພັດທະ ນາ, ລົງເລິກກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນ ທາງ ແລະ ໄດ້ປະຕິບັດແນວຄວາມຄິດ ການຕ່າງປະເທດກັບປະເທດອ້ອມຂ້າງ ດ້ວຍຄວາມສະໜິດສະໜົມ, ຄວາມຈິງ ໃຈ, ສ້າງຜົນປະໂຫຍດ ແລະ ຢູ່ນໍາກັນ ດ້ວຍຄວາມໂອບເອື້ອອາລີ, ເພື່ອສ້າງ ຜົນປະໂຫຍດໃຫ້ແກ່ທຸກໆປະເທດໃນ ໂລກ ໂດຍຜ່ານການພັດທະນາຂອງ ຕົນເອງ. ອັນທີ່ເຫັນໄດ້ຢ່າງພົ້ນເດັ່ນຂອງ ການເຄື່ອນໄຫວທີ່ຕັ້ງໜ້າຂອງວຽກ ງານການຕ່າງປະເທດຈີນ ໃນເວທີພາກ ພື້້ນ ແລະ ສາກົນ 1 ປີ ຜ່ານມາ: ການ ຈັດກອງປະຊຸມສະເຫລີມສະຫລອງ 70 ປີແຫ່ງການສ້າງຕັ້ງ 5 ຫລັກການ ແຫ່ງ ການຢູ່ຮ່ວມກັນໂດຍສັນຕິ, ກອງປະຊຸມ ສຸດຍອດ ຈີນ-ອາຟຣິກາ, ກອງປະຊຸມ ເວທີປຶກສາຫາລື ຈີນ-ອາຣັບ, ກອງ ປະຊຸມຮ່ວມມືກັບບັນດາປະເທດໂລກ ໃຕ້ ແລະ ການນໍາສູງສຸດຂອງຈີນ ກໍ ໄດ້ເຄື່ອນໄຫວເດີນທາງໄປເຂົ້າຮ່ວມ ກັບປະຊຸມສາກົນອື່ນໆ. ທັງໝົດເຫລົ່າ ນັ້ນ, ສະແດງເຖິງນະໂຍບາຍການຕ່າງ ປະເທດຂອງຈີນ ຍຶດໝັ້ນເສັ້ນທາງທີ່ ຖືກຕ້ອງຂອງມວນມະນຸດ ຢ່າງສະເໝີ ຕົ້ນສະເໝີປາຍ. ຄຽງຄູ່ກັບວຽກງານການຕ່າງ ປະເທດທີ່ພົ້ນເດັ່ນນັ້ນ, ສະຖາບັນການ ຕ່າງປະເທດ ຂໍສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ປະສິດທິພາບດ້ານການບໍລິ ຫານຂອງລັດຖະບານຈີນໜຶ່ງປີຜ່ານ ມາ, ຜະລິດຕະພັນລວມຍອດພາຍໃນ ປະເທດ ຫລື GDP ຂອງຈີ ນ ເພີ່ມຂຶ້ນ ເປັນ 134.9 ລ້ານລ້ານຢວນ, ເພີ່ມຂຶ້ ນ 5% ເມື່ອທ ຽບເປັນລາຍປີ. ຈີນຈັດຢູ່ໃນ ກຸ່ມປະເທດທີ່ມີເສດຖະກິດຂະໜາດ ໃຫຍ່ ແລະ ເຕີບໃຫຍ່ໄວທີ່ສຸດໃນໂລກ ໂດຍຍັງສືບຕໍ່ປະກອບສ່ວນເຮັດໃຫ້ເສດ ຖະກິດໂລກເຕີບໃຫຍ່ປະມານ 30%. ມີການສ້າງວຽກເຮັດງານທໍາໃນເຂດ ເມືອງທັງໝົດ 12.56 ລ້ານຕໍາແໜ່ງ ແລະ ອັດຕາຫວ່າງງານໃນເຂດເມືອງ ສະເລ່ຍຢູ່ລະດັບ 5.1%. ດັດຊະນີ ລາຄາຜູ້ບໍລິໂພກເພີ່ມຂຶ້ນ 0.2%. ເສດ ຖະກິດຈີນທີ່ມີທ່າອ່ຽງພັດທະນາໄປ ໃນທາງທີ່ດີໄດ້ສ້າງຜົນປະໂຫຍດໃຫ້ ແກ່ຊີວິດການເປັນຢູ່ຂອງປະຊາຊົນ ຈີນໄດ້ດີກວ່າເກົ່າ. ເຖິງວ່າໃນໄລຍະ ປີທີ່ຜ່ານມາ ສປ ຈີນ ຕ້ອງຜະເຊີນກັບ ການພັດທະນາທີ່ຊັບຊ້ອນ ແລະ ມີສິ່ງ ທ້າທາຍ ເຊິ່ງເກີດຈາກແຮງກົດດັນສະ ພາບພາຍນອກທີ່ເພີ່ມຫລາຍຂຶ້ນ ບໍ່ວ່າ ຈະເປັນການຕັ້ງກໍາແພງພາສີ ແລະ ການສູ້ຢັນທາງດ້ານຍຸດທະສາດຂອງ ປະເທດມະຫາອໍານາດ, ແຕ່ພາຍໃນ ປະຊາຊົນຈີນທຸກຊົນຊາດຊົນເຜົ່າ ຕ່າງ ກໍເອົາຊະນະຄວາມຍາກລໍາບາກ ແລະ ເດີນໜ້າຕໍ່ໄປ ພາຍໃຕ້ການນໍາທີ່ເຂັ້ມ ແຂງຂອງຄະນະກຳມະການກົມການ ເມືອງສູນກາງພັກກອມມູນິດຈີນ ໂດຍມີ ສະຫາຍ ສີຈິ້ນຜິງ ເປັນແກນນໍາຫລັກ. ທ່ານ ທິນນະກອນ ບົວສະຫວັນ່ິົັ ຜູ້ອຳນວຍການບໍລິສັດເມົາຕິມີເດັຍ ແລະ ເຕັກໂນໂລຊີ ຊູລູຊັ້ນ ຈຳກັດຜູ້ ດຽວ ໄດ້ມີຄຳເຫັນວ່າ: ປັນຍາປະ ດິິດ ຫລື AI ຖືກສ້າງຂຶ້ນເພື່ອໃຫ້ສາ ມາດຄິດໄລ່, ຕັດສິນໃຈ ແລະ ປະຕິ ບັດວຽກຕ່າງໆໄດ້ຄ້າຍຄືມະນຸດ. AI ສາມາດຮຽນຮູ້ຈາກຂໍ້ມູນ, ປັບປຸງ ຕົວເອງ, ແລະ ປະຕິບັດໜ້າທີ່ທີ່ຊັບ ຊ້ອນໄດ້. ແຕ່ກ່ອນຈີນແມ່ນໃຊ້ຄິວອາໂຄດ ຈ່າຍເງິນ, ປັດຈຸບັນແມ່ນໃຊ້ຝາມືຈ່າຍ ເງິນ ຖືວ່າລະບົບ AI ຂອງຈີນແມ່ນນໍາ ໜ້າຫລາຍ ເຊິ່ງເປັນເອກະລັກສະເພາະ ຂອງຈີນ. ນອກນັ້ນ, ລ ະບົບການສື່ສານ ຜູ້ໃດລອງໃຊ້ AI ແປຈາກພາສາລາວ ເປັນພາສາອັງກິດ ຈາກພາສາອັງກິດ ເປັນພາສາລາວ ແລະ ການສົນທະນາ ຜະລິດຂໍ້ຄວາມຕ່າງໆ ປັດຈຸບັນຈີນ ໄດ້ ເລີ່ມໃຫ້ເດັກນ້ອຍ ໄດ້ເລີ່ມຄິດວິເຄາະ ເປັນໂຄດ ສະນັ້ນ, ຈີນຈະມີການພັດທະ ນາໃນອະນາຄົດ ແລະ ໄດ້ເອົາດີບຊີກ (Deep seek AI) ພັດທະນາເຂົ້າໃນ ການຮຽນ-ການສອນ ແລະ ພວກສະ ມາດໂຟນລຸ້ນຕ່າງໆໄດ້ເຂົ້າມາມີບົດ ບາດໃນຈີນ. ສ່ວນເລື່ອງການເບິ່ງແຍງສຸຂະພາບ ຈີນກໍໄດ້ໃຊ້ເຕັກໂນໂລຊີ ການຄົ້ນຄວ້າ ເລື່ອງຢາລະບົບຂົນສົ່ງຢາຕ່າງໆແມ່ນ ໃຊ້ AI ການພັດທະນາ AI ຂອງຈີນ ແມ່ນໄດ້ໃຊ້ທຶນໜ້ອຍກວ່າໂລກຕາເວັນ ຕົກ, ແຕ່ໄດ້ຄຸນນະພາບສູງ ແລະ ໃຫ້ ໂລກເອົາໄປໃຊ້ລ້າໆໂດຍບໍ່ເສຍຄ່າ. ທ່ານ ວົງດາວອນ ວົງໄຊຍະລາດ່ົົ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫລວງພະບາງກ່າວວ່າ: ການພົວພັນ ຮ່ວມມືຮອບດ້ານ ລະຫວ່າງ ສອງ ຊາດ ລາວ-ຈີນ ທີ່ເຄີຍມີມູນເຊື້ອມາ ແຕ່ດຶກດຳບັນ, ໄດ້ເຮັດໃຫ້ການພົວພັນ ຮ່ວມມືລະຫວ່າງ ແຂວງຫລວງພະ ບາງກັບ ສປ ຈີນ ນັບມື້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນ ຂະແໜງການທ່ອງທ່ຽວ ເຊິ່ງໄດ້ມີ ບັນດາບໍລິສັດ, ວິສາຫະກິດ, ທຸລະກິດ ໃຫຍ່ນ້ອຍຕ່າງໆຂອງຈີນ ເຂົ້າມາລົງ ທຶນຢູ່ພາຍໃນແຂວງຫຼວງພະບາງຢ່າງ ຫລວງຫລາຍ ເຊັ່ນ: ທີ່ພັກແຮມ, ຮ້ານ ອາຫານ, ສິລະປະ, ການບັນເທີງ ແລະ ພັກຜ່ອນ...ໂດຍລວມ, ການພົວພັນ ຮ່ວມມື ດ້ານການທ່ອງທ່ຽວ ລະຫວ່າງ ແຂວງຫລວງພະບາງ ກັບ ສປ ຈີນ ໄດ້ ຮັບການພົວພັນກັນຢ່າງສະໜິດແໜ້ນ, ໂດຍສະເພາະແມ່ນການເປີດສາຍການ ທ່ອງທ່ຽວຄົບວົງຈອນ ພາກເໜືອລາວ- ໄທ-ກິ່ງແຂວງສິບສອງພັນນາ; ມີ ຫລາຍບໍລິສັດທ່ອງທ່ຽວຂອງ ສປ ຈີນ ໄດ້ມາຮ່ວມມືກັບບໍລິສັດທ່ອງທ່ຽວ ຂອງລາວ ເພື່ອຈັດສົ່ງນັກທ່ອງທ່ຽວ ຊາວຈີນ ເຂົ້າມາທ່ອງທ່ຽວ ຢູ່ແຂວງ ຫລວງພະບາງ. ສະເພາະປີ 2024 ຜ່ານມາ ນັກທ່ອງທ່ຽວຈີນ ແມ່ນຕິດອັນ ດັບ 1 ໃນ 10 ປະເທດທີ່ມີນັກທ່ອງທ່ຽວ ເຂົ້າມາຫລວງພະບາງ ເຖິງ 438.355 ເທື່ອຄົນ. ຜົນສຳເລັດດັ່ງກ່າວແມ່ນຍ້ອນ ການພົວພັນຮ່ວມມືກັບ ສປ ຈີນ ແມ່ນ ສອດຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ທິດຂອງການພັດ ທະນາທີ່ພັກ-ລັດໄດ້ກຳນົດໄວ້, ເນື່ອງ ຈາກວ່າບັນດາກິດຈະກຳ, ໂຄງການລົງ ທຶນ ແລະ ໂຄງການຊ່ວຍເຫລືອ ລ້ວນແຕ່ໄດ້ສຸມໃສ່ ຂະແໜງການຫລັກ ແລະ ແກ້ໄຂຄວາມທຸກຍາກ. ໃນນັ້ນ, ມີ ສະຖານກົງສຸນໃຫ່ຍ ສປ ຈີນ ປະ ຈຳພາກເໜືອຂອງ ສປປ ລາວ ໂດຍ ມີສຳນັກງານຕັ້ງຢູ່ແຂວງຫລວງພະ ບາງ ເຮັດໃຫ້ມີຄວາມສະດວກໃນການ ປະສານງານ, ການຈັດຕັ້ງປະຕິບັດ ວຽກງານພົວພັນ-ຮ່ວມມື ໂດຍສະເພາະ ແມ່ນ ອຳນວຍຄວາມສະດວກໃນການ ພົວພັນກັບບັນດາແຂວງທີ່ມີການພົວ ພັນກັບ ແຂວງຫລວງພະບາງ. ທ່ານ ຫຸມເພັງ ວຽງທອງໄຊຸ່ັ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຫລວງນໍ້າທາ ກ່າວວ່າ: ຫລວງນໍ້າທາເປັນແຂວງ ໜຶ່ງທ່ີມີການລົງທຶນຂອງນັກລົງທືນ ສປ ຈີນ ແລະ ເປັນອັນດັບທີ 1 ໃນ ນີ້ມີການລົງທຶນດ້ານຂະແໜງການ ຜະລິດ ຈຳນວນ 142 ຫົວໜ່ວຍ, ການຄ້າ 243 ແລະ ບໍລິການ 72 ຫົວ ໜ່ວຍ , ມີຫົວໜ່ວຍທຸລະກິດຈຳນວນ 457 ຫົວໜ່ວຍ, ທຶນຈົດທະບຽນ 61,793 ຕື້ກີບ ການລົງທຶນທົ່ວໄປ, ໃນນີ້ ມີບໍລິສັດທີ່ເຂົ້າມາລົງທຶນ ໃນຮູບ ແບບໂຄງການປູກເພື່ອທົດແທນການ ປູກຝິ່ນ ມີຈຳນວນ 18 ບໍລິສັດ, ແລະ ມີ ຈຳນວນ 3 ບໍລິສັດ ທີ່ສົ່ງອອກສັດໃຫຍ່: ງົວ, ຄວາຍ ເຂົ້າ ສປ ຈີນ, ເລີ່ມແຕ່ 28/9/2023-26/7/2024 ມີ741ໂຕ, ປິ2024 ຈຳນວນ 252 ໂຕ, ປະມານ 87%ແມ່ນງົວ; ແລະ ການຮ່ວມມືສ້າງ ເຂດເສດຖະກິດບໍ່ເຕ່ນ ລາວ-ບໍ່ຫານ ຈີນຜ່ານອຸມົງມິດຕະພາບ ລາວ-ຈີນ ໂດຍການເຂົ້າ-ອອກໄປມາຫາສູ່ກັນ ບໍ່ໃຊ້ເອກະສານ ແລະ ບໍ່ເສຍຄ່າ. ບັນດາບໍລິສັດຈີນ ທີ່ເຂົ້າມາລົງທຶນ ແມ່ນສົ່ງເສີມການປູກພືດລົ້ມລຸກຕາມ ລະດູການ ເຊັ່ນ: ໝາກອື, ໝາກໂມ, ຖົ່ວ ແລະ ອື່ນໆ, ພືດທີ່ເດັ່ນກວ່າໝູ່ແມ່ນ ການປູກອ້ອຍລຳ ປີ 2024 ບັນລຸໄດ້ ປະມານ 12.134 ເຮັກຕາ, ຜົນລະລິດ 982.865ໂຕນ,ມູນຄ່າ275ກວ່າລ້ານ ຢວນ. ພິເສດການພົວພັນຮ່ວມມືດ້ານ ວຽກງານອຸດສາຫະກຳ-ການຄ້າ 5 ແຂວງພາກເໜືອລາວ( ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຜົ້ງສາລີ, ຫລວງພະ ບາງ)ກັບກິ່ງແຂວງ12 ພັນນາ ແຂວງ ຢູນນານ ສປ ຈີນ ແມ່ນດຳເນີນປົກກະ ຕິ ແລະ ມີການຈັດກອງປະຊຸມຮ່ວມກັນ ປີລະຄັ້ງ, ຜັດປ່ຽນກັນເປັນເຈົ້າພາບ. ທ່ານ ປອ ດາວສະຫວັນ ເຄືອມີໄຊ່ າັ ນື ອີ ໄ ທ່ານ ທິນນະກອນ ບົວສະຫວັນ່ າິ ນົ ວັ ນ ທ່ານ ວົງດາວອນ ວົງໄຊຍະລາດ່ າົ ງົ ງ ທ່ານ ຫຸມເພັງ ວຽງທອງໄຊ່ າຸ ມັ ງ ທ່ານ ປອ. ຄໍາມອນ ຈັນທະຈິດ ່ າໍ າັ ນິ ດ ທ່ານ ອະໂສກະ ຣາຊະພົນ່ າົ ນ
RkJQdWJsaXNoZXIy MTc3MTYxMQ==