xtgmf]k; 04 3]d c]t gsfdko 28/03/2025 *ວິທະຍຸໂທລະພາບສູນກາງຈີນ (CMG) ຮ່ວມກັບສະຖາບັນການ ເມືອງ-ການປົກຄອງແຫ່ງຊາດ ລາວ (ສມປຊ) ໄດ້ຈັດງານເສວະນາພາຍ ໃຕ້ຫົວຂໍ້ “ຈີນໃນລະດູບານໃໝ່:ໂອ ກາດຂອງຈີນທົ່ວໂລກຊົມໃຊ້” ຂຶ້ນໃນ ວັນທີ 21 ມີນາ ທີ່ສະໂມສອນ ສມປຊ ເນື່ອງໃນໂອກາດກອງປະຊຸມສອງສະ ພາຂອງຈີນໄດ້ອັດລົງດ້ວຍຜົນສໍາ ເລັດຫວ່າງບໍ່ດົນນີ້, ໂດຍການເຂົ້າຮ່ວມ ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ຫົວ ໜ້າສະຖາບັນການເມືອງແລະການປົກ ຄອງແຫ່ງຊາດ, ທ່ານ ເຊິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ ປະທານ CMG ຜ່ານວີດີໂອ, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາແຂກຮັບ ເຊີນ ແລະ ນັກສຶກສາຈາກ ສມປຊ ເຂົ້າ ຮ່ວມ 400 ຄົນ. ໃນໂອກາດນີ້, ທ່ານ ຮສ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ລາວ (ສມປຊ) ໄດ້ກ່າວວ່າ, ຜົນສໍາ ເລັດກອງປະຊຸມສອງສະພາ ຂອງ ສປ ຈີນ ໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດ ຫລາຍດ້ານ, ຂ້າພະເຈົ້າເຫັນວ່າ, ບັນ ດາປະເທດໃນໂລກ ສາມາດຖອດຖອນ ບົດຮຽນດັ່ງກ່າວ ເພື່ອນໍາໃຊ້ເຂົ້າໃນ ການພັດທະນາປະເທດຂອງຕົນເອງ. ໃນນາມ ສປປ ລາວ ກໍແມ່ນປະເທດໜຶ່ງ ເຫັນໄດ້ຜົນສໍາເລັດກໍຄືເນື້ອໃນຈິດ ໃຈຂອງກອງປະຊຸມສອງສະພາ ແລະ ຈະນໍາເອົາບົດຮຽນຄັ້ງນີ້ ມານໍາໃຊ້ ເຂົ້າໃນການພັດທະນາປະເທດຊາດ ຂອງພວກຂ້າພະເຈົ້າ. ພາຍໃຕ້ສາຍພົວ ພັນອັນເປັນມູນເຊື້ອຢ່າງເລິກເຊິ່ງ ທີ່ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ເປັນ ຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ, ຢັ້ງຢືນໄດ້ວ່າ ການພົວພັນລະຫວ່າງ ສອງປະເທດລາວ-ຈີນ, ຈີນ-ລາວ ແມ່ນກໍາລັງໄດ້ຮັບການຂະຫາຍຕົວ ຢູ່ໃນໄລຍະດີທີ່ສຸດມີຄວາມໜັກແໜ້ນ ແລະ ໄວ້ເນື້ອເຊື່ອໃຈກັນ, ສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງຜັນຂະຫຍາຍແຜນ ແມ່ບົດສະບັບໃໝ່ທີ່ການນໍາສູງສຸດ ຂອງສອງປະເທດໄດ້ລົງນາມ. ຜົນສໍາ ເລັດໃໝ່ຂອງຈີນໃນດ້ານປັນຍາປະດິດ ໂດຍການຈັດສັນງົບປະມານຫລາຍ ຢ່າງເຂົ້າໃນການເຕີບໂຕ ໂດຍສະເພາະ ອຸດສາຫະກໍາຫຸ່ນຍົນໄດ້ມີການຂະ ຫຍາຍຕົວໃນລະບົບຂໍ້ມູນຂ່າວສານ ໃຫ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ເຊິ່ງລັດຖະບານກໍໄດ້ມີການຮ່ວມມື ໃນ ດ້ານນີ້ ແລະ ຫາກໍໄດ້ມີການລົງນາມ ຮ່ວມມືກັນ. ການຮັກສາຄວາມໝັ້ນຄົງ ທາງອາຫານກໍແມ່ນອີກປະເດັນໜຶ່ງ ທີ່ ຈີນໃຫ້ຄວາມສໍາຄັນແລະ ໄດ້ຮຽກຮ້ອງ ໃຫ້ພັດທະນາຊັບພະຍາກອນອາຫານ ໃນທຸກດ້ານໃຫ້ມີຄວາມເຕີບໂຕ ແລະ ເຂັ້ມແຂງ. ການສະແດງຄວາມເຂັ້ມແຂງ ແລະ ເຕັມໃຈໃນການເຈລະຈາ ທີ່ຈະ ສ້າງການພົວພັນບ້ານໃກ້ເຮືອນຄຽງ ທີ່ດີ ແລະ ມິດຕະພາບທີ່ຍືນຍົງ, ການ ດໍາເນີນການປະສານງານທາງຍຸດທະ ສາດຢ່າງຮອບດ້ານ ແລະ ຊອກສະ ແຫວງຫາຜົນປະໂຫຍດຮ່ວມກັນເຊິ່ງ ເປັນພະລັງທີ່ຍຸຕິທໍາ ແລະ ເປັນທໍາ ເພື່ອສັນຕິພາບ ແລະ ສະຖຽນລະພາບ ຂອງໂລກ ໂດຍເນັ້ນທີ່ຄວາມເທົ່າທຽມ, ການເປີດກວ້າງ ແລະ ການຮ່ວມມື, ນໍາ ໃຊ້ແນວທາງຂອງຈີນ ຢ່າງໜັກແໜ້ນ 'kogl;tok 9u o.o]tf6 [ko.\j 3vdkf0v'9u o mq j ;3]d-q ,.-h “ “ ທ່ານ ຮສ ພູວົງ ອຸ່ນຄໍາແສນ ທ່ານ ເຊີ້ນໄຫຊົງ ທ່ານນາງ ຟ່າງຫົງ ໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນ ແລະ ໄດ້ຂຽນປະຫວັດສາດໜ້າໃໝ່ໃຫ້ກັບ ປະເທດພວມພັດທະນາໃນໂລກ. ເສັ້ນ ທາງການພັດທະນາຢ່າງສັນຕິແມ່ນ ເສັ້ນທາງທີ່ສົດໃສ ແລະ ສາມາດຮັບ ປະກັນຄວາມກ້າວໜ້າທີ່ໝັ້ນຄົງ ແລະ ຍືນຍົງໄດ້ ແລະ ຄວນເປັນທາງເລືອກ ຂອງທຸກປະເທດ, ຍຶດໝັ້ນໃນຫລັກການ ພະຫຸພາຄີຢ່າງແທ້ຈິງ ແລະ ຄໍານຶງ ເຖິງອະນາຄົດ ຂອງມວນມະນຸດ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນ, ສົ່ງ ເສີມການປົກຄອງລະດັບໂລກທີ່ຍຶດ ໝັ້ນຫລັກການປຶກສາຫາລືຢ່າງກວ້າງ ຂວາງ, ການມີສ່ວນຮ່ວມ ແລະ ຜົນປະ ໂຫຍດຮ່ວມກັນ. ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກກອມ ມູນິດຈີນ, ປະທານວິທະຍຸໂທລະພາບ ສູນກາງຈີນ CMG ກ່າວວ່າ: ການພັດ ທະນາຂອງຈີນແຍກອອກຈາກໂລກບໍ່ ໄດ້, ຄວາມຈະເລີນຮຸ່ງເຮືອງຂອງໂລກ ກໍ່ຕ້ອງການປະເທດຈີນເຊັ່ນກັນ. ໂດຍ ຜະເຊີນໜ້າກັບສິ່ງທ້າທາຍຕ່າງໆ ໃນທົ່ວໂລກ, ບໍ່ມີປະເທດໃດສາມາດ ແກ້ໄຂບັນຫາດ້ວຍຕົນເອງໄດ້. ການ ປິດປະຕູພັດທະນາດ້ວຍຕົນເອງບໍ່ທໍ່ ເປີດປະຕູຊົມໃຊ້ຮ່ວມກັນ; ການຕັດ ສາຍພົວພັນກັນ, ບໍ່ທໍ່ຮ່ວມມືກັນຮັບຜົນ ປະໂຫຍດນຳກັນ. ໃນກອງປະຊຸມສອງ ສະພາປີນີ້ ທ່ານ ສີຈິ້ນຜິງ ໄດ້ເນັ້ນວ່າ: ຕ້ອງເປີດປະຕູດ້ານລະບຽບການໃຫ້ ກວ້າງອອກຕື່ມອີກ ແລະ ເປີດກວ້າງ ຂົງເຂດການຮ່ວມມືສາກົນຢ່າງບໍ່ຢຸດ ຢັ້ງ. ເຊິ່ງປະຕູຂອງຈີນຈະເປີດກວ້າງ ອອກໄປຕະຫລອດ. ໃນຖານະເປັນກຸ່ມ ສື່ມວນຊົນທີ່ມີຂະໜາດໃຫຍ່ທີ່ສຸດ, ມີຮູບແບບສື່ຫລາຍທີ່ສຸດ ແລະ ປົກຄຸມ ຂອບເຂດກວ້າງຂວາງທີ່ສຸດໃນໂລກ, ວິທະຍຸໂທລະພາບສູນກາງຈີນຍິນດີ ເສີມຂະຫຍາຍທ່າແຮງໃນດ້ານການ ເຜີຍແຜ່ໂຄສະນາ ແລະ ການປະດິດ ສ້າງດ້ານວິທະຍາສາດເຕັກນິກ, ເພື່ອ ຮ່ວມກັບບັນດາເພື່ອນມິດໃນໂລກຊົມ ໃຊ້ໂອກາດພັດທະນາໃນການຫັນເປັນ ທັນສະໄໝຂອງຈີນ. ພວກເຮົາຈະຍຶດ ຖືນ້ຳໃຈແຫ່ງການຮ່ວມໄມ້ຮ່ວມມືກັນ ສ້າງເວທີສື່ມວນຊົນທີ່ຮ່ວມກັນລາຍ ງານຂ່າວ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຊົມໃຊ້ຂໍ້ມູນຮ່ວມກັນ, ເພື່ອແບ່ງ ປັນບົດຮຽນຂອງຈີນ ແລະ ສະຕິປັນຍາ ຂອງຈີນ ກັບທົ່ວໂລກ, ເພື່ອໃຫ້ໂລກ ໄດ້ເຫັນໂອກາດໃໝ່ຢູ່ກັບຈີນ, ໃຫ້ ໝາກຜົນແຫ່ງຄວາມເປັນທັນສະ ໄໝຂອງຈີນນັ້ນສາມາດສົ່ງຜົນປະ ໂຫຍດຫລາຍກວ່າເກົ່າໃຫ້ກັບໂລກ. ຮ່ວມກັບບັນດາເພື່ອນມິດໃນໂລກຊົມ ໃຊ້ໂອກາດປະດິດສ້າງໃໝ່ດ້ານວິທະ ຍາສາດເຕັກນິກຂອງຈີນ. ພວກເຮົາຈະ ອີງໃສ່ເວທີດ້ານປະດິດສ້າງໃໝ່ຕ່າງໆ ຂອງວິທະຍຸໂທລະພາບສູນກາງຈີນ ເຊັ່ນ: ອາຄານປັນຍາປະດິດ CMG, ສູນທົດລອງຄວາມລະອຽດສູງທາງ ໂທລະພາບ, ງານແຂ່ງຂັນຫຸ່ນຍົນໂລກ CMG ແລະ ການລາຍງານຂ່າວກິລາ ໂອລິມປິກ ເປັນຕົ້ນ, ເພື່ອຮ່ວມມືກັບ ທິມງານສຸດຍອດໃນໂລກຢ່າງເລິກ ເຊິ່ງ ເພື່ອໃຫ້ໄດ້ຮັບໝາກຜົນໃນດ້ານ ການຄົ້ນຄວ້າປັນຍາປະດິດ, ຄວາມ ລະອຽດສູງດ້ານໂທລະພາບ ແລະ ຂົງເຂດອື່ນໆ, ຊຸກຍູ້ໃຫ້ວິທະຍາສາດ ເຕັກໂນໂລຊີພັດທະນາໄປດ້ວຍດີ ແລະ ນຳເອົາຄວາມສຸກມາໃຫ້ກັບມະນຸດ. ຮ່ວມກັບບັນດາ ເພື່ອນມິດໃນໂລກ ຊົມ ໃຊ້ໂອກາດ ແລະ ຖອດຖອນບົດຮຽນ ວັດທະນະທຳຮ່ວມກັນລະຫວ່າງຈີນ ກັບປະເທດຕ່າງໆ. ເຊິ່ງພວກເຮົາຈະ ຖືຮູບເງົາ ແລະ ລະຄອນໂທລະພາບ ເປັນຂົວຕໍ່ແລະຖືເອົາວັດທະນະທຳເປັນ ສາຍພົວພັນ, ຈັດຕັ້ງເວທີປຶກສາຫາລື ກ່ຽວກັບການປະດິດສ້າງໃໝ່ດ້ານສື່ ມວນຊົນທົ່ວໂລກ, ງານວາງສະແດງ ວັດທະນະທຳທົ່ວໂລກ, ງານວາງສະ ແດງ ແລະ ສາຍຜົນງານຮູບເງົາ ແລະ ລະຄອນໂທລະພາບຂອງຈີນ, ກໍ່ຄື ກົນ ໄກການຮ່ວມມືຄູ່ຮ່ວມທົ່ວໂລກແລະ ເວ ທີແລກປ່ຽນບົດຮຽນຮ່ວມກັນໃນຮູບ ແບບອື່ນໆ, ເພື່ອສ້າງເປັນຕາໜ່າງ ສົນທະນາກັນດ້ານຄວາມສີວິໄລທົ່ວ ໂລກ, ແລ້ວນຳເອົາຄວາມອົບອຸ່ນມາ ໃຫ້ ໂລກ, ນຳເອົາຄວາມຮຸ່ງເຮືອງມາສູ່ ຈິດໃຈຂອງຄົນ ດ້ວຍພະລັງແຮງຂອງ ວັດທະນະທຳ, ເຮັດໃຫ້ຄວາມສີວິໄລ ຂອງມວນມະນຸດຕ່າງເປັ່ງລັດສະເໝີ ຂອງຕົນອອກມາ ໃຫ້ຄວາມງາມມີ ຫລາກຫລາຍຮູບແບບ. ທ່ານນາງ ຟ່າງຫົງ ເອກອັກຄະ ລັດຖະທູດຈີນປະຈໍາລາວໄດ້ກ່າວອວຍ ພອນການສ້າງຕັ້ງພັກປະຊາຊົນປະ ຕິວັດລາວຄົບຮອບ 70 ປີ ແລະ ໄດ້ ກ່າວແບ່ງປັນເນື້ອໃນຈິດໃຈຂອງກອງ ປະຊຸມສອງສະພາຂອງຈີນຄື: ໜຶ່ງ, ການພັດທະນາດ້ວຍຄຸນນະ ພາບສູງໄດ້ຊຸກຍູ້ການຫັນເປັນທັນສະ ໄໝຂອງຈີນຢ່ວງບາດກ້າວໃໝ່ຢ່າງ ໜັກແໜ້ນ. ເປົ້າໝາຍ ແລະ ວຽກງານ ຕົ້ນຕໍຂອງຈີນໃນການພັດທະນາເສດ ຖະກິດ ແລະ ສັງຄົມໃນປີ 2024 ໄດ້ ສຳເລັດຜົນຢ່າງຈົບງາມເຊັ່ນ: GDP ຂອງຈີນ ໄດ້ບັນລຸເຖິງ 134.900 ຕື້ ຢວນ, ເພີ່ມຂຶ້ນ 5%,GDP ຕໍ່ຫົວຄົນ ລື່ນກາຍ 13.000 ໂດລາສະຫະລັດ, ການປະກອບສ່ວນຂອງການເຕີບໂຕ ເສດຖະກິດໂລກໄດ້ຮັກສາຢູ່ໃນລະດັບ 30%. ໃນປີ 2025, ຈີນໄດ້ຜະເຊີນ ໜ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຮ້າຍແຮງ ແລະ ສັບສົນຢູ່ພາຍໃນ ແລະ ຕ່າງປະເທດ, ແຕ່ກໍໄດ້ວາງເປົ້າ ໝາຍການເຕີບໂຕເສດຖະກິດຢ່າງ ເດັດດ່ຽວໜຽວແໜ້ນໃຫ້ໄດ້ປະມານ 5%. ເປົ້າໝາຍດັ່ງກ່າວບໍ່ພຽງແຕ່ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ຄວາມຕັ້ງໃຈຂອງພວກເຮົາໃນ ການຊຸກຍູ້ການພັດທະນາດ້ວຍຄຸນນະ ພາບສູງຢ່າງບໍ່ຢຸດຢັ້ງ, ຍິ່ງສະແດງໃຫ້ ເຫັນຈິດໃຈ ແລະ ຄວາມຮັບຜິດຊອບ ອັນກ້ວາງຂວາງຂອງຈີນໃນຖານະ ເປັນປະເທດໃຫຍ່ດ້ານເສດຖະກິດ ຂອງໂລກ ທີ່ສາມາດສ້າງຄວາມເຂັ້ມ ແຂງໃຫ້ແກ່ເສດຖະກິດໂລກ ແລະ ສ້າງໂອກາດການພັດທະນາ. ສອງ, ນະວັດຕະກໍາດ້ານວິທະຍາ ສາດ ແລະ ເຕັກໂນໂລຊີໄດ້ສ່ອງແສງ ເສັ້ນທາງໄປສູ່ການພັດທະນາລວມ. ໃນກອງປະຊຸມສອງສະພາ, ທ່ານເລ ຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນໜັກ ໃນການພົບປະກັບບັນດາຜູ້ແທນວ່າ: ພວກເຮົາຕ້ອງສຸມໃສ່ນະວັດຕະກຳ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳອຸດສາຫະກຳ ແລະ ການເຊື່ອມໂຍງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອຸດສາ ຫະກຳ, ເຊິ່ງໄດ້ເປັນທິດເຍືອງທາງ ພື້ນຖານໃນການພັດທະນາກຳລັງຜະ ລິດທີ່ມີຄຸນນະພາບໃໝ່. ໃນຊຸມປີຜ່ານມາ, ການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈີນ-ລາວ ໄດ້ຮັບໝາກຜົນຢ່າງຫລວງ ຫລາຍ ເຊັ່ນ: ດາວທຽມສື່ສານ “ລາວ1” ທີ່ເປັນດາວທຽມໜ່ວຍທຳອິດ ຂອງລາວໄດ້ບໍລິການບັນດາປະເທດ ໃນພາກພື້ນຢ່າງໝັ້ນຄົງ, ການຮ່ວມ ມືດ້ານ GPS ຂອງດາວທຽມ ເປີຍ ເຕົ໋າຈີນ-ລາວ ໄດ້ບໍລິການໃຫ້ກະສິກຳ ແລະການປ້ອງກັນໄພພິບັດ, ການຮ່ວມ ມືດ້ານພະລັງງານໃໝ່ກຳລັງພັດທະ ນາຢ່າງຫລວງຫລາຍ. ລົດໄຟຟ້າທີ່ຈີນ ຜະລິດໄດ້ມີຂຶ້ນນັບມື້ນັບຫລາຍຢູ່ຕາມ ຖະໜົນຫົນທາງໃນລາວ, ເຊິ່ງບໍ່ພຽງ ແຕ່ຊ່ວຍປະຫຍັດເງິນຕາຕ່າງປະເທດ ໃຫ້ແກ່ລາວໃນການຊື້ນໍ້າມັນເທົ່ານັ້ນ, ທັງຊ່ວຍຫລຸດຜ່ອນການປ່ອຍອາຍ ກາກບອນ ແລະ ເພີ່ມການໃຊ້ໄຟຟ້າ ຂອງລາວ, ເວົ້າໄດ້ວ່າ ຍິງບາດດຽວ ໄດ້ນົກ 3 ໂຕ. ຫວ່າງມໍ່ໆນີ້, ຈີນ ແລະ ລາວ ໄດ້ສ້າງຕັ້ງສູນຮ່ວມມືດ້ານປະ ດິດສ້າງປັນຍາປະດິດ, ເຊິ່ງຈະຊ່ວຍ ລາວໃຫ້ມີການພັດທະນາທັນກັບທ່າ ອ່ຽງຂອງການພັດທະນາປັນຍາປະດິດ ແລະ ເປັນຕົວຢ່າງໃໝ່ໃຫ້ແກ່ການຮ່ວມ ມືໃນການສ້າງຄວາມສາມາດທາງ ດ້ານປັນຍາປະດິດໃນໂລກໃຕ້. ໃນ ອະນາຄົດ, ພວກເຮົາຍິນດີສຸມໃສ່ຍຸດ ທະສາດການຫັນເປັນດີຈິຕອນຂອງ ລາວຢ່າງໃກ້ຊິດ, ແລະ ເປີດກວ້າງ ການຮ່ວມມືຈີນ-ລາວໃນຂົງເຂດປັນ ຍາປະດິດ, ເສດຖະກິດດິຈີຕອນ ແລະ ຂົງເຂດອື່ນໆ ເພື່ອຜົນປະໂຫຍດຂອງ ປະເທດ ແລະ ປະຊາຊົນສອງຊາດ. ສາມ, ແມ່ນເພີ່ມທະວີການປົກປ້ອງ ແລະ ປັບປຸງຊີວິດການເປັນຢູ່ຂ ອງປະ ຊາຊົນ ເພື່ອສະແດງໃຫ້ເຫັນແນວຄິດ ຖືປະຊາຊົນເປັນຫລັກ. ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ຊີ້ອອກວ່າ, “ບໍ່ຄວນປະໃຜໄວ້ເບື້ອງ ຫລັງ ແລະ ບໍ່ມີປະເທດໃດຖືກປະຖິ້ມ ໄວ້ໃນເສັ້ນທາງກ້າວໄປເຖິງການຫັນ ເປັນທັນສະໄໝ.” ຈີນບໍ່ພຽງແຕ່ໃຫ້ຄຳ ໝັ້ນສັນຍາເຮັດໃຫ້ປະຊາຊົນມີຊີວິດ ການເປັນຢູ່ທີ່ດີໂດຍຜ່ານການພັດທະ ນາຂອງຕົນເທົ່ານັ້ນ, ຫາກຍັງເຮັດໃຫ້ ປະຊາຊົນທຸກປະເທດມີຊີວິດການເປັນ ຢູ່ທີ່ດີໂດຍຜ່ານການພັດທະນາຮ່ວມ ກັນ. ຢູ່ປະເທດລາວ, ໂຮງໝໍມະໂຫສົດ, ເຊິ່ງໄດ້ຮັບການວາງສີລາລຶກຮ່ວມກັນ ໂດຍຜູ້ນຳສູງສຸດຂອງສອງພັກສອງ ລັດລາວ-ຈີນ ໄດ້ກາຍເປັນໂຮງໝໍແລະ ພື້ນຖານການສອນການແພດທີ່ທັນ ສະໄໝ, ຄົບຊຸດ, ແລະ ກວ້າງຂວາງທີ່ ສຸດໃນລາວ. “ໂຄງການຊ່ວຍເຫລືອ ດ້ານເຕັກນິກການຮ່ວມມືສາທິດອາຊີ ຕາເວັນອອກ ກ່ຽວກັບການຫຼຸດຜ່ອນ ຄວາມທຸກຍາກ” ໄດ້ຊ່ວຍປະຊາຊົນ ບ້ານຊໍ້ທີ່ນະຄອນຫລວງວຽງຈັນຫລຸດ ພົ້ນອອກຈາກຄວາມທຸກຍາກ ແລະ ດຳລົງຊີວິດຢ່າງສະຫງົບສຸກ. ໂຄງ ການກຳຈັດຕາບອດໄດ້ນຳເອົາແສງ ສະຫວ່າງມາສູ່ຄົນເຈັບແກ່ນຕາຂຸ້ນ ໃນລາວຫລາຍກວ່າ 5.000 ຄົນ. ເວັບໄຊການຄ້າເອເລັກໂຕຣນິກຊ່ວຍ ເຫລືອລາວໄດ້ເປີດນຳໃຊ້ຢ່າງເປັນ ທາງການ, ກາເຟ ແລະ ຊາຕົ້ນໄມ້ພັນປີ ໄດ້ຖືກສົ່ງນໍາເຂົ້າມາໃຫ້ຫລາຍພັນຄົວ ເຮືອນຂອງປະເທດຈີນ ໂດຍຜ່ານການ ໄລສົດ. ໂຄງການຊີວິດການເປັນຢູ່ຂອງ ປະຊາຊົນ “ເຫັນໄດ້ຈັບຕ້ອງໄດ້” ໄດ້ ສ້າງຂົວຕໍ່ແຫ່ງການສື່ສານລະຫວ່າງ ປະຊາຊົນສອງປະເທດ, ໄດ້ເປີດເສັ້ນ ທາງແຫ່ງຄວາມສຸກໃຫ້ແກ່ການພັດ ທະນາຮ່ວມກັນ, ເຮັດໃຫ້ສາຍພົວ ພັນມິດຕະພາບ ຈີນ-ລາວ ໄດ້ຝັງເລິກ ໃນດວງໃຈຂອງປະຊາຊົນ. ສີ່, ການເປີດກວ້າງການຮ່ວມມືລະ ຫວ່າງຊາດໃນລະດັບສູງ. ໃນປີ 2025,ຈີນຈະປັບປຸງສະພາບ ແວດລ້ອມແຫ່ງການດຳເນີນທຸລະ ກິດໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເປີດກວ້າງ ລະບຽບການຢ່າງໜັກແໜ້ນ, ເປີດ ກວ້າງການໄຂປະຕູຢ່າງເປັນລະບຽບ ແລະ ສືບຕໍ່ເປີດປະຕູຝ່າຍດຽວໃຫ້ ແກ່ປະເທດດ້ອຍພັດທະນາ. ຈີນຍິນ ດີໃຫ້ທຸກປະເທດແບ່ງປັນຜົນປະໂຫຍດ ຂອງການພັດທະນາຂອງຈີນ. ປະ ເທດລາວ ໃນຖານະທີ່ເປັນສະຫາຍ ແລະ ອ້າຍນ້ອງສັງຄົມນິຍົມ, ຈະໄດ້ຮັບ ບຸລິມະສິດອັນດັບໜຶ່ງຂອງພວກເຮົາ ໃນການເພີ່ມທະວີການຮ່ວມມື. ຈີນ ຍິນດີລົງເລິກ ແລະ ເປີດກວ້າງການ ຮ່ວມມືພາກພື້ນກັບປະເທດລາວ, ຊຸກຍູ້ການກໍ່ສ້າງແລວທາງເສດຖະ ກິດ ຈີນ-ລາວ ໃຫ້ດີກວ່າເກົ່າ, ສ້າງ ທາງລົດໄຟຈີນ-ລາວໃຫ້ດີກວ່າເກົ່າ, ເລັ່ງລັດການພັດທະນາຮອບດ້ານ, ເພີ່ມທະວີການຮ່ວມມືດ້ານພະລັງ ງານ, ກະສິກຳ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ, ເພີ່ມທະວີການຮ່ວມມື ດ້ານການປະຕິບັດກົດໝາຍແລະການ ຮ່ວມມືຫລາຍຝ່າຍຢ່າງໃກ້ຊິດ ເພື່ອ ຮ່ວມກັນຮັກສາສັນຕິພາບ, ສະຖຽນ ລະພາບ ແລະ ການພັດທະນາຂອງ ພາກພື້ນ. 5, ຈະກ້າວໄປເຖິງການປົກຄອງ ພັກຢ່າງຮອບດ້ານ ແລະ ເຂັ້ມງວດ ໂດຍມີຄວາມຕັດສິນໃຈບໍ່ຍອມແພ້. ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ກ່າວ ເນັ້ນໜັກວ່າ, ໃນໄລຍະໃໝ່ ແລະ ການ ເດີນທາງໃໝ່, ພວກເຮົາຕ້ອງຍຶດໝັ້ນ ໃນການຄຸ້ມຄອງບໍລິຫານພັກ ດ້ວຍ ຈິດໃຈປະຕິຮູບ ແລະ ມາດຕະຖານທີ່ ເຂັ້ມງວດ, ພະຍາຍາມບັນລຸໝາກຜົນທີ່ ດີກວ່າ, ຮັບປະກັນໃຫ້ພັກເປັນແກນ ນຳທີ່ເຂັ້ມແຂງຂອງພາລະກິດສັງຄົມ ນິຍົມທີ່ມີສີສັນພິເສດ ຂອງຈີນ, ຊຸກ ຍູ້ການພັດທະນາແບບທັນສະໄໝຂອງ ຈີນກ້າວເດີນໄປໜ້າຢ່າງໝັ້ນຄົງແລະ ຍາວນານ.
RkJQdWJsaXNoZXIy MTc3MTYxMQ==