6096

27/03/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 7h kpgr'gvoy c; ,y ;ly d lko/a ow;|5j ,muj Ia d.odkoIh v'gr' ພາບປະກອບ ພາບປະກອບ ພາບປະກອບ ໂດຍ: ລູກສາວຫລ້າູ້ ໂດຍ: ມາລີດາີ *ປັດຈຸບັນການປູກຖົ່ວລຽນບ້ານ ເຮົາກໍາລັງໄດ້ຮັບຄວາມສົນໃຈ ຫລາຍເນື່ອງຈາກວ່າ ຖົ່ວລຽນເປັນ ໝາກໄມ້ທີ່ມີລາຄາສູງ ເນື່ອງຈາກ ວ່າປູກຍາກ, ບົວລະບັດຮັກສາຍາກ ແລະ ມີອັດຕາການລອດຕາຍຕໍ່າ ຈຶ່ງເຮັດໃຫ້ຜູ້ປະກອບການຫັນມາ ເອົາດີການການປູກຖົ່ວລຽນຂາຍ ເໝືອນດັ່ງ ທ່ານ ປັນຈາ ລາດສະ ວົງ ຄອບຄົວຕົວແບບໃນການປູກ ຖົ່ວລຽນຢູ່ເມືອງທຸລະຄົມ ແຂວງ ວຽງຈັນ ຊຶ່ງໃນປັດຈຸບັນພາຍໃນ ສວນມີຕົ້ນຖົ່ວລຽນທັງໝົດ 2.500 ຕົ້ນ, ມີຕົ້ນຖົ່ວລຽນທີ່ໃຫ້ຜົນຜະລິດ ແລ້ວ ຈຳນວນ 110 ຕົ້ນ ສາມາດ ເກັບຜົນຜະລິດໄດ້ປະມານ 5.500 ກິໂລ ແລະ ຂາຍໄດ້ເງິນປະມານ 500 ລ້ານກີບຕໍ່ປີ. ທ່ານ ປັນຈາ ລາດສະວົງ ຄອບ wfh 9a [ 500 ]h kod;j kdu [8xu 9kddko0kp\kd4qj ;]Po + ຄົວຕົວແບບໃນການປູກຖົ່ວລຽນຢູ່ ເມືອງທຸລະຄົມ ໃຫ້ຮູ້ວ່າ: ຕົນເອງ ເກີດທີ່ບ້ານນາລ້າ ເມືອງທຸລະ ຄົມ ແຂວງວຽງຈັນ, ປັດຈຸບັນຢູ່ ບ້ານໂຄກນິນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຄອບຄົວ ມີທັງໝົດ 4 ຄົນ, ຍິງ 3 ຄົນ, ມີ ລູກ 2 ຄົນ, ໃນນີ້ ແຮງງານຕົ້ນຕໍ ໃນການເຮັດສວນ 4 ຄົນ. ໄລຍະ ຜ່ານມາ ໄດ້ເຮັດວຽກນຳອົງການ ຈັດຕັ້ງຂອງສາກົນຫລາຍໆອົງ ການໂດຍສະເພາະປະເທດຝຣັ່ງ. ດ້ວຍຄວາມມັກຮັກໃນວຽກງານ ກະສິກຳ, ດັ່ງນັ້ນ, ໃນປີ 2006 ຈຶ່ງ ໄດ້ຕັດສິນໃຈມາຊື້ດິນຢູ່ເຂດບ້ານນາ ເພີຍ ເມືອງທຸລະຄົມ ແຂວງວຽງ ຈັນ ແລະ ຄ່ອຍໆບຸກເບີກໄປເທື່ອ ລະໜ້ອຍ ເບື້ອງຕົ້ນແມ່ນໄດ້ປູກໄມ້ *ໃນອາທິດຜ່ານມາ ໄດ້​ມີ​ການ​ ນໍາ​ສະເ​ໜີຄ້າຍ​ເພງ ເອນິແວ ມິວສິກ ອາຄາເດມີ (Anywhere Music Academy) ຂຶ້ນ​ຢ່າງ​ເປັນ​ທາງ​ ການໂດຍ​ຈຸດປະສົງ​ກໍ​ເພື່ອ​ສ້າງສັນ​ ຜົນງານ​ທີ່​ດີ​ອອກ​ສູ່​ສັງຄົມ. ພ້ອມ​ ດຽວກັນ, ກໍ​ເພື່ອ​ເປັນ​ການ​ສານ​ຕໍ່ ຄວາມ​ຝັນ​ໄວໜຸ່ມທີ່​ມັກ​ຮັກ​ໃນ​ສຽງ​ ເພງ​ແຕ່​ບໍ່​ມີ​ບ່ອນ​ສະ​ແດງ​ອອກທາງ​ ບໍລິສັດ ຈຶ່ງ​ເປັນ​ຂົວ​ຕໍ່ຄວາມ​ຝັນ​ນີ້​ ໂດຍ​ຜ່ານ​ລາຍການຕໍ່ເຕີມຝັນ ​ເຊິ່ງ ປີ​ນີ້​ແມ່ນ​ປີທີ​ສອງ​ 2 ​ແລ້ວ ທີ່​ໄດ້ ໂຄງການ​ດີໆ​ແບບ​ນີ້​ເພື່ອ​ໄວໜຸ່ມ ລາວ​ທີ່​ມັກຮັກ​ໃນ​ສຽງເ​ພງ. ທ່ານ ນາງ ລິນທອງ ຄໍາພູມີ ໃນນາມຜູ້ກໍ່ຕັ້ງຄ້າຍເພງ ເອນິແວ ມິວສິກ ອາຄາເດມີ ​ໃຫ້​ຮູ້​ວ່າ: ຄ້າຍ ເພງດັ່ງກ່າວ ແມ່ນໜຶ່ງໃນອົງກອນ ເກດສະໜາ ຈຳນວນ 3.500 ຕົ້ນ, ຢາງພາລາ 2.400 ຕົ້ນ, ໄມ້ສັກ 4.000 ຕົ້ນ ແລະ ລ້ຽງງົວ 40 ໂຕ ແລະ ປູກຕົ້ນໄມ້ກິນໝາກຈຳນວນ ໜຶ່ງ ໃນນັ້ນ ມີຕົ້ນຖົ່ວລຽນ 3 ຕົ້ນ; ອີກ 7 ປີຕໍ່ມາ ຕົ້ນຖົ່ວລຽນດັ່ງກ່າວ ແມ່ນໃຫ້ຜົນຜະລິດ ແລະ ມີລົດຊາດ ແຊບບໍ່ແຕກຕ່າງຈາກຂອງປະເທດ ເພື່ອນບ້ານ. ມາຮອດປີ 2017 ຈຶ່ງໄດ້ຕັດສີນ ໃຈລາອອກການມາປູກໝາກຖົ່ວ ລຽນເປັນສິນຄ້າ ເຊິ່ງໄດ້ປູກ ຈໍາ ນວນ 200 ຕົ້ນ ແລະ ໝາກພ້າວ ນ້ຳຫອມ 100 ຕົ້ນ ໃນເບື້ອງຕົ້ນ ການປູກ ແລະ ການບົວລະບັດ ຮັກສາຕົ້ນຖົ່ວລຽນແມ່ນພົບຄວາມ ຫຍຸ້ງຍາກຫລາຍເພາະບໍ່ທັນມີ ບົດຮຽນ. ສະນັ້ນ, ຈຶ່ງໄດ້ຊອກ ຮູ້ສຶກສາຮໍ່າຮຽນດ້ວຍຕົນເອງ ຜ່ານທາງຢູທູບ ( ອິນຕີເນັດ ) ຊອກເອົາບົດຮຽນ ແລະ ວິທີການ ຕ່າງໆ ພ້ອມທັງລົງມືເຮັດຕົວຈິງ, ການລົງທຶນໃນເບື້ອງຕົ້ນແມ່ນ 100 ລ້ານກີບ ໂດຍນຳໃຊ້ທຶນສ່ວນຕົວ. ມາຮອດທ້າຍປີ 2022 ຕົ້ນຖົ່ວ ລຽນ ເລີ່ມໃຫ້ຜົນຜະລິດຈໍານວນ 50 ຕົ້ນ, ສາມາດເກັບຜົນຜະລິດໄດ້ ປະມານ 1.200 ກິໂລ ແລະ ຂາຍ ໄດ້ເງິນປະມານ 114 ລ້ານກີບ; ໃນ ປີ 2023 ຕົ້ນຖົ່ວລຽນໃຫ້ຜົນຜະ ລິດ ຈໍານວນ 70 ຕົ້ນ ສາມາດເກັບ ຜົນຜະລິດໄດ້ປະມານ 3.500 ກິໂລ ແລະ ຂາຍໄດ້ເງິນປະມານ 290 ລ້ານກີບ ແລະ 2024 ຕົ້ນຖົ່ວລຽນ ໃຫ້ຜົນຜະລິດຈຳນວນ 110 ຕົ້ນ ສາມາດເກັບຜົນຜະລິດໄດ້ປະມານ 5.500 ກິໂລ ແລະ ຂາຍໄດ້ເງິນ ປະມານ 500 ລ້ານກີບ. ມາຮອດ ປັດຈຸບັນເຫັນວ່າຄວາມຕ້ອງການ ໝາກຖົ່ວລຽນນັບມື້ນັບຫລາຍຂຶ້ນ ທັງຕະຫລາດພາຍໃນ ແລະ ຕ່າງ ປະເທດ. ຍ້ອນເງື່ອນໄຂ ແລະ ໂອ ກາດເອື້ອອຳນວຍທີ່ພັກ-ລັດ ໄດ້ມີ ແນວທາງນະໂຍບາຍທີ່ຖືກຕ້ອງ, ຖືເອົາວຽກງານສົ່ງເສີມກະສິກຳ ຜະລິດເປັນສິນຄ້າຫລຸດຜ່ອນການ ນໍາເຂົ້າ, ໃນຕົ້ນປີ 2023 ຕົນເອງ ພ້ອມດ້ວຍຄອບຄົວຈຶ່ງຕັດສິນໃຈ ລົງທຶນຂະຫຍາຍເນື້ອທີ່ປູກຖົ່ວລຽນ ຕື່ມອີກ 15 ເຮັກຕາ, ມີຕົ້ນຖົ່ວລຽນ ທັງໝົດ 2.500 ຕົ້ນດ້ວຍມູນຄ່າ ທັງໝົດ 3 ຕື້ກີບ. ຂອງບໍລິສັດເອນິແວ ມັລຕິມີເດຍ ແອນ ອໍແກໄນເຊີ ໂດຍສ່ວນຕົວ ເປັນສິລະປິນຜູ້ໜຶ່ງທີ່ຢາກສ້າງບຸກ ຄະລາກອນດ້ານບັນເທີງ ທີ່ມີຄຸນ ນະພາບ ຈຶ່ງໄດ້ຕັ້ງສະຖາບັນເພື່ອ ຮອງຮັບ ແລະ ຜະລິດຜົນງານເພງ ອອກຮັບໃຊ້ສັງຄົມເຊິ່ງຜ່ານມາໄດ້ ຈັດໂຄງການປະກວດມາແລ້ວ 1 ຄັ້ງ ເມື່ອປີ 2024 ຜະລິດຜົນງານ ເພງພ້ອມມິວສິກວິດີໂອ 4 ຜົນງານ ເພງໃນນາມຄ້າຍ ຈຶ່ງໄດ້ເຫັນວ່າ ຍັງສາມາດພັດທະນາສັກກະຍາ ພາບໄດ້ຫລາຍກວ່ານີ້ ຈຶ່ງໄດ້ຕັ້ງ ຄ້າຍເພງນີ້ຂຶ້ນມາເພື່ອຮອງຮັບ ໂຄງການປະກວດນັກຮ້ອງສຽງ ດີ ລາຍການຕໍ່ເຕີມຝັນ ຊີຊັ່ນ 2​ ເຊິ່ງ​ໄດ້​ຈັດຮອບຄັດເລືອກ​ໄປ​ແລ້ວ​​ ໂດຍ​ຮູບ​ແບບ​ການ​ປະ​ກວດແມ່ນ​ ເຮັດ​ເປັນ​ທີ​ມ ​ເຊິ່ງທີ​ມໜຶ່ງສາມາດ​ ເລືອກ​ໄດ້ 5 ຄົນເ​ທົ່າ​ນັ້ນ. ຜ່ານການ ປະກວດໃນຮອບຊີງຊະນະເລີດຜູ້ທີ່ ໄດ້ອັນດັບທີ 1 ຈະໄດ້ເຄື່ອນໄຫວ ແລະ ເຊັນສັນຍາກັບໂຄງການ​ ເພື່ອ​ສານ​ຝັນ​ໃນ​ວົງ​ຮຽນຮ້ອງ​ເພງ​ ຕໍ່​ໄປ. ສຸດ​ທ້າຍກໍຂໍຝາກຕິດຕາມ ການເຄື່ອນໄຫວຜ່ານເຟສບຸກແຟນ ເພຈ ລາຍການຕໍ່ເຕີມຝັນ ເຊິ່ງຈະມີ ກິດຈະກຳສົ່ງເສີມຄວາມສາມາດ ຂອງຄົນລາວເຮົາມີແຜນການຈັດ ກິດຈະກຳດີໆເພື່ອສ້າງສັນສັງຄົມ ໃຫ້ເຍົາວະຊົນຊາວໜຸ່ມ ກ້າຄິດກ້າ ສະແດງອອກ ສົ່ງເສີມພອນສະຫວັນ ໃນທາງທີ່ຖືກຕ້ອງເປັນຄົນດີ ຄູ່ຄຸນ ນະທໍາ ຮ່ວມສ້າງສາພັດທະນາປະ ເທດຊາດ. ອາຈານ ໂ​ ສພາ ອິນທ​ ະວົ​ ງສາ ທີ່​ ປຶກສາຄ້​ າຍເ​ພງ ເອນິແວ ມິວສິກ ອາ ຄາເດມີ ​ໃຫ້​ຮູ້​​ໃນ​ໂອກາດ​ເຂົ້າ​ຮ່ວມ​ ເປີດ​ຄ້າຍ​ເພງ​ດັ່ງກ່າວ​ວ່າ: ການ​ ເຂົ້າ​ຮ່ວມ​ການ​ໃນ​ຄັ້ງ​ນີ້ ຕົນ​ເອງ​ ຮູ້ສຶກ​ດີ​ໃຈຫລາຍທີ່ຄ້າ​ຍເອນິແວ ມິວສິກ ອາຄາເດມີ ​ເປີດຂຶ້ນ​ຢ່າງ​ ເປັນ​ທາງ​ການຜ່ານ​ມາ ​ຄ້າຍ​ເພງ​ນີ້ ກໍ​ໄດ້​ສ້າງສັນ​ຜົນງານ​ເພງ​ອອກ​ມາ​ ນໍາສ​ ະເ​ໜີສັງຄົມຢ່​ າງຫ​ ລວງຫລາຍ. ສະນັ້ນ, ຕົນ​ເອງຈຶ່ງ​ຢາກ​ໃຫ້​ຄ້າຍ​ ເພງ​ນີ​້ເປັນຄ້າຍ​ທີ່​ມີ​ລັກສະນະ​ຊາດ​ ທີ່​ເປັນ​ຕົວຢ່າງ​ທີ່​ມີ​ຂອງ​ສັງຄົມ ​ອີກ​ ຢ່າງໜຶ່ງກໍ​ເປັນ​ຄ້າຍ​ເພງ​ທີ່​ກະຊວງ ຖະ​ແຫລ​ງຂ່າວ​ວັດທະນະ​ທໍາ​ຊີ​້ນໍາ​ ໂດຍ​ສະ​ເພາະ​ໃນ​ດ້ານ​ເນື້ອ​ຫາ, ພາ ສາທີ່​ດີ ທີ່​ສ່ອງ​ແສງ​ເຖິງ​ວັດທະ ນະ​ທໍາ​ລາວ ​ແລະ ມື້​ນີ້ ກໍ​ເປັນ​ນິມິດ ໝາຍທີ່​ສໍາຄັນ​ເນື່ອງ​ຈາກ​ວ່າຄ້າຍ​ ເພງ ເອນິແວ ມິວສິກ ອາຄາເດມີ ໄ​ ດ້​ ສ້າງສັນໂ​ ຄງການທີ່​ ດີ​ ແ​ ລະ ປະໂ​ ຫຍ ດ ຄື​ໂຄງການ ປະກວດນັກຮ້ອງ ສຽງດີ ລາຍການຕໍ່ເຕີມຝັນ ຊີຊັ່ນ 2 ສໍາລັບນ້ອງໆທີ່​ຊະນະ​ໂຄງການ​ປະ​ ກວດກໍ​ໄດ້​​ເຮັດ​ກິດຈະ​ກໍາ​ຕ່າງໆກັບ​ ຄ້າຍ​ເພງ​ຕໍ່​ໄປໃ​ ນ​ອະນາຄົດ.

RkJQdWJsaXNoZXIy MTc3MTYxMQ==