27/03/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]k;{Iq 'dk]u Ia fc|h odkoIj ;,,n ;Pd'kod;flv[csj ']a f ເປັນເຈົ້າການ...ັົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ກະຊວງການຕ່າງປະ ເທດ ໃນນາມຜູ້ປະສານງານແຫ່ງ ຊາດຂອງ ສປປ ລາວ ປະຈຳອົງ ການຟຣັງໂກໂຟນີສາກົນ (OIF) ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວ ຂ້ອງ ໄດ້ຈັດພິທີສະເຫລີມສະຫລອງ ວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2025 ໃນວັນທີ 20 ມີນາ ພາຍໃຕ້ຫົວຂໍ້ “ຍົກສູງການ ຊອກຮູ້ຮໍ່າຮຽນດ້ວຍຕົນເອງ ເພື່ອ ສາມາດປະກອບສ່ວນເຂົ້າໃນການ ພັດທະນາສັງຄົມຢ່າງເຕັມສ່ວນ” ຢູ່ແຂວງສະຫວັນນະເຂດ ໂດຍການ ເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ, ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ທູຕານຸທູດ, ຜູ້ຕາງໜ້າ ຫ້ອງການມະຫາວິທະຍາໄລຟຣັງ ໂກໂຟນີ (AUF), ບັນດາຄູ-ອາ ຈານ, ນັກຮຽນ-ນັກສຶກສາ ທີ່ຮຽນ ພາສາຝຣັ່ງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານຮອງລັດ ຖະມົນຕີ ກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນ ມາໃນການຮ່ວມຂະບວນການຟຣັງ ໂກໂຟນີ ຂອງ ສປປ ລາວ, ພ້ອມ ທັງຍົກໃຫ້ເຫັນເຖິງການພົວພັນ ຮ່ວມມືກັບອົງການຟຣັງໂກໂຟນີ ສາກົນ ກໍຄື ອົງການ OIF ແລະ ການເຄື່ອນໄຫວວຽກງານໂດຍ ສັງເຂບ ຂອງ ສປປ ລາວ ໃນຂອບ ວຽກຟຣັງໂກໂຟນີ ໂດຍສະເພາະ ໃນການສົ່ງເສີມພາສາຝຣັ່ງ ແລະ ຄຸນຄ່າຂອງຟຣັງໂກໂຟນີ ແລະ ໄດ້ ຕີລາຄາກ່ຽວກັບສະພາບການນໍາ ໃຊ້ພາສາຝຣັ່ງ ໃນພາກພື້ນ ແລະ ໃນ ທົ່ວໂລກໄດ້ຊຸກຍູ້ການເສີມຂະຫຍາຍ ການຮ່ວມມື ເພື່ອສົ່ງເສີມການ ຮຽນ-ການສອນ ພາສາຝຣັ່ງຢູ່ໃນ ພາກພື້ນອາຊີ-ປາຊີຟິກ ກໍຄື ຢູ່ ສປປ ລາວ, ລວມທັງການສົ່ງເສີມການ ສ້າງວຽກເຮັດງານທຳໃຫ້ແກ່ຊາວ ໝຸ່ມຍິງ-ຊາຍ ກໍຄື ຜູ້ທີ່ເວົ້າພາສາ ຝຣັ່ງ. ນອກຈາກນີ້, ຍັງໄດ້ຕີລາຄາ ສູງຕໍ່ການພົວພັນຮ່ວມມືລາວ-ຝຣັ່ງ ໂດຍສະເພາະການພົວພັນຮ່ວມມື ຕະຫລອດໄລຍະທີ່ຜ່ານມາ ໃນຫລາຍ ຂົງເຂດວຽກງານ. ໃນນັ້ນ, ລວມ ທັງການສົ່ງເສີມການຮຽນ-ການ ສອນ ພາສາຝຣັ່ງ ຢູ່ ສປປ ລາວ. ໃນໂອກາດດຽວກັນ, ທ່ານຮອງ ເຈົ້້າແຂວງສະຫວັນນະເຂດ ແລະ ທ່ານ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ໄດ້ຜັດປ່ຽນກັນ ປະກອບຄໍາເຫັນ ໂດຍໄດ້ຊີ້ໃຫ້ເຫັນ ຄວາມສໍາຄັນໃນການສະເຫລີມ ສະຫລອງວັນສຳຄັນດັ່ງກ່າວ, ພ້ອມ ທັງລາຍງານກ່ຽວກັບການເຄື່ອນ ໄຫວວຽກງານໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ແລະ ການປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ສົ່ງເສີມການພົວພັນ ແລະ ການ ຮ່ວມມືໃນຂອບວຽກງານຟຣັງໂກ ໂຟນີ ໂດຍສະເພາະ ແມ່ນໃນຂອບ ການສົ່ງເສີມການຮຽນ-ການສອນ ພາສາຝຣັ່ງ ຢູ່ ສປປ ລາວ. ສປປ ລາວ ໄດ້ເຂົ້າເປັນສະມາ ຊິກສົມບູນຂອງອົງການຟຣັງໂກ ໂຟນີສາກົນ ໃນປີ 1991 ແລະ ໄດ້ ປະກອບສ່ວນຢ່າງຕັ້ງໜ້າ ໃນການ ເຄື່ອນໄຫວວຽກງານຕ່າງໆຂອງ ອົງການດັ່ງກ່າວ, ລວມທັງການ ຮ່ວມມືໃນການສົ່ງເສີມພາສາຝຣັ່ງ, ຄວາມຫລາກຫລາຍທາງດ້ານວັດ ທະນະທຳ, ການຮ່ວມມືດ້ານເສດ ຖະກິດ ແລະ ດີຈິຕອນ. ສປປ ລາວ ໄດ້ດຳເນີນການຮຽນ-ການສອນ ພາສາຝຣັ່ງ ຢູ່ນະຄອນຫລວງວຽງ ຈັນ ແລະ ຢູ່ 3 ແຂວງ ຄື: ແຂວງ ຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ພາສາຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳ ໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ໂດຍສະເພາະ ແມ່ນໄດ້ມີການສົ່ງເສີມການຮຽນການສອນພາສາຝຣັ່ງ, ການຝຶກອົບ ຮົມຄູ-ອາຈານ ແລະ ການພັດທະນາ ຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນລະດັບປະຖົມ ແລະ ມັດທະຍົມ, ລວມທັງໃນສະຖາບັນການສຶກສາ ລະດັບສູງ. ນອກຈາກນີ້, ຍັງໄດ້ມີ ການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ສາທາລະນະສຸກ, ເສດຖະກິດ, ການ ຄ້າ, ການລົງທຶນ, ວັດທະນະທໍາ, ສື່ ມວນຊົນ, ການພັດທະນາ, ເຕັກໂນ ໂລຊີຂໍ້ມູນຂ່າວສານ ແລະ ອື່ນໆ. ອົງການຟຣັງໂກໂຟນີສາກົນ (OIF)ແມ່ນອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ ທີ່ເຕົ້າໂຮມ ເອົາບັນດາປະເທດຕ່າງໆ ທີ່ໃຊ້ພາ ສາຝຣັ່ງ ເຂົ້າດ້ວຍກັນ, ສ້າງຕັ້ງ ຂຶ້ນໃນວັນ 20 ມີນາ 1970 ຊຶ່ງໃນ ເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມື ທາງດ້ານວັດທະນະທໍາ ແລະ ເຕັກ ນິກ ເຄື່ອນໄຫວທາງດ້ານການຝຶກ ອົບຮົມວິຊາຊຊີບ-ເຕັກນິກ ແລະ ດ້ານວັດທະນະທໍາ, ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນອົງ ການຟຣັງໂກໂຟນີສາກົນ ມີສະມາ ຊິກທັງໝົດ 93 ປະເທດ ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳນັກງານ ໃຫຍ່ຕັ້ງຢູ່ ນະຄອນຫລວງປາຣີ, ປະເທດຝຣັ່ງ. ຂ່າວ-ພາບ: ກຕທ lts]v';a o2ia '3d32ou lkdq o xt9exu 2025 ]a f4t[kovq flt8ik]u ln [8+ lqj 'glu ,dkolvoc[[,u lj ;oIj ;, ຂປລ. ໃນລະຫວ່າງເດືອນກຸມພາ ຫາ ເດືອນມີນາ 2025 ນີ້, ກະຊວງ ສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ການເຂົ້າ ເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຮ່ວມມືກັບຜູ້ຊ່ຽວຊານດ້ານຄວາມ ພິການທາງດ້ານສາຍຕາ ຈັດຝຶກ ອົບຮົມປະຖົມນິເທດ ແລະ ສະໜັບ ສະໜູນທີມງານພັດທະນາຊັບພະຍາ ກອນ ຢູ່ທີ່ວິທະຍາໄລຄູສະຫວັນ ນະເຂດ. ທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິ ການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແມ່ນມີຄວາມສຳຄັນຕໍ່ການເສີມ ສ້າງທັກສະ ແລະ ຄວາມຮູ້ຂອງຄູ ຕະຫລອດຊີວິດການສອນຂອງ ເຂົາເຈົ້າ. ໃນຕົ້ນປີ 2024, ກົມສ້າງ ຄູ ໄດ້ສ້າງຕັ້ງທີມງານ ພັດທະນາ ຊັບພະຍາກອນ ໃນ 3 ວິທະຍາໄລຄູ ເປົ້າໝາຍຄື: ວິທະຍາໄລຄູຫລວງ ນ້ຳທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ. ພາລະບົດບາດຂອງເຂົາເຈົ້າແມ່ນ ພັດທະນາຊັບພະຍາກອນ ສຳລັບ ການພັດທະນາວິຊາຊີບຄູທີ່ສາມາດ ນຳໃຊ້ໄດ້ ແລະນຳໃຊ້ໄດ້ງ່າຍສໍາລັບ ຄູສອນຊັ້ນປະຖົມ ແລະ ຜູ້ເຮັດວຽກ ສຶກສານິເທດ. ສຳລັບປີ 2025 ຄູ ສອນ 6 ທ່ານ ຈາກທີມງານພັດທະ ນາຊັບພະຍາກອນ ແຂວງສະຫວັນ ນະເຂດ ຈະສ້າງຊຸດອຸປະກອນຊ່ວຍ ເຫລືອຄູ ໂມດູນ ສຳລັບການຊ່ວຍ ເຫລືອນັກຮຽນພິການໃນຫ້ອງ ຮຽນ, ຊຸດອຸປະກອນຊ່ວຍເຫລືອຄູ ແມ່ນຊັບພະຍາກອນສຳລັບການ ພັດທະນາວິຊາຊີບຄູ ແບບຕໍ່ເນື່ອງ ທໍາອິດທີ່ທີມງານ ພັດທະນາຊັບພະ ຍາກອນ ໄດ້ຖືກມອບໝາຍໃຫ້ສ້າງ, ຊຸດອຸປະກອນຊ່ວຍເຫລືອຄູປະກອບ ດ້ວຍໂມດູນແບບດ່ຽວ, ແຕ່ລະ ໂມດຸນ ເນັ້ນໃສ່ທັກສະການສອນ ແບບສະເພາະ ເຊິ່ງບັນດາໂມດູນ ໄດ້ໃຫ້ຄໍາແນະນໍາທີ່ເປັນປະໂຫຍດ ແລະ ວິທີການປະຕິບັດ ເພື່ອຕອບ ສະໜອງສິ່ງທ້າທາຍໃນການສອນ ທົ່ວໄປແລະສົ່ງເສີມທັກສະການສິດ ສອນ. ສະນັ້ນ, ຄູສອນ ແລະ ຜູ້ເຮັດ ວຽກສຶກສານິເທດ ສາມາດເລືອກ ໂມດູນ ຈາກຊຸດອຸປະກອນຊ່ວຍ ເຫລືອຄູ ທີ່ສອດຄ່ອງກັບຄວາມ ຕ້ອງການ ການຮຽນຮູ້ຂອງເຂົາ ເຈົ້າຫລາຍທີ່ສຸດ. ຫົວຂໍ້ຂອງໂມ ດູນ ໄດ້ຖືກກໍານົດໂດຍອີງໃສ່ຂໍ້ມູນ ແລະ ຄໍາຄິດເຫັນທີ່ເກັບກໍາໂດຍ ຜ່ານການຕິດຕາມດ້ວຍລະບົບການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ປະສົມປະສານຄວາມເຂົ້າໃຈຈາກ ຄູ ແລະ ທີມງານຝຶກອົບຮົມຄູໃນ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ຫົວຂໍ້ດັ່ງກ່າວ ຍັງສອດຄ່ອງກັບ ບູລິມະສິດທີ່ຕ້ອງການພັດທະນາ ຂອງກະຊວງສຶກສາທິການ ແລະ ກິລາ ໃນແຜນພັດທະນາຂະແໜງ ການສຶກສາ ແລະ ກິລາ ປີ 20262030. ຂໍ້ມູນການຕິດຕາມໃນລະ ບົບ ການພັດທະນາວິຊາຊີບຄູສະ ແດງໃຫ້ເຫັນວ່າ ຄູພົບຄວາມຫຍຸ້ງ ຍາກໃນການສອນນັກຮຽນທີ່ມີ ຄວາມຕ້ອງການໃຫ້ຊ່ວຍເຫລືອທີ່ ແຕກຕ່າງກັນ. ທ່ານ ນາງ ວາເນັດຊ້າ ເຮັກກາ ທີ້ ເລຂາເອກ ສະຖານທູດອົດສະ ຕຣາລີ ປະຈຳລາວ ໄດ້ກ່າວວ່າ: ເດັກນ້ອຍພິການຜະເຊີນກັບອຸປະ ສັກ ໃນການເຂົ້າເຖິງການສຶກສາທີ່ ມີຄຸນນະພາບໃນ ສປປ ລາວ, ລວມ ທັງຄວາມເຊື່ອ ແລະ ທັດສະນະ ຄະຕິທີ່ໃນທາງລົບກ່ຽວກັບສາເຫດ ຂອງຄວາມພິການ ແລະ ຄວາມສາ ມາດຂອງເຂົາເຈົ້າ. ຄູສອນຫລາຍ ທ່ານໄດ້ສະແດງຄວາມປາຖະໜາ ທີ່ຈະຮຽນຮູ້ວິທີການສິດສອນທີ່ມີ ປະສິດທິພາບ ເພື່ອເອົາຊະນະອຸປະ ສັກເຫລົ່ານີ້. ການຮັບປະກັນວ່າ ເດັກນ້ອຍທຸກຄົນ ດຍສະເພາະແມ່ນ ຜູ້ທີ່ດ້ອຍໂອກາດ ໄດ້ມີສ່ວນຮ່ວມ ແລະ ເຕີບໃຫຍ່ໃນໂຮງຮຽນ ແມ່ນ ຄໍາມຸ່ງຫວັງຮ່ວມກັນຂອງ ສສກ ແລະ ລັດຖະບານອົດສະຕຣາລີ. c9h '0j k;,= ]totde ໃນ 1 ປີຜ່ານມາ ຄະນະພັກ-ຄະນະບັນ ຊາກອງພົນ ໄດ້ສຸມໃສ່ນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດຢ່າງໃກ້ຊິດ, ຊີ້ນໍາຊຸກຍູ້ ກົມກອງຍົກສູງການອົບຮົມ-ຫັດແອບ ວຽກງານການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກເປັນປົກ ກະຕິ, ສຶກສາອົບຮົມປຸກລະດົມແນວ ຄິດໃຫ້ພະນັກງານ-ນັກຮົບ ມີແນວ ຄິດການເມືອງໜັກແໜ້ນອຸ່ນອຽນຕໍ່ ໜ້າທີ່ວິຊາສະເພາະ, ມີຄວາມສາມັກຄີ ເປັນປຶກແຜ່ນ, ເຊື້ອໝັ້ນຕໍ່ການນໍາພາ ຂປລ. ໃນລະຫວ່າງ ວັນທີ 1723 ມີນາ 2025, ຄະນະຜູ້ແທນຂອງ ອົງການກວດສອບແຫ່ງລັດສປປລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບ ພະຈັນ ປະທານອົງການກວດສອບ ແຫ່ງລັດ, ພ້ອມຄະນະ ໄດ້ເດີນທາງໄປ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບປະເທດ ຮົງກາ ລີໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ລາສໂລ ວີນດີດຊປະທານອົງການ ກວດສອບແຫ່ງລັດ ຮົງກາລີ. ທັງນີ້ ກໍ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງ ລັດ ສປປ ລາວ ກັບອົງການກວດສອບ ແຫ່ງລັດ ຮົງກາລີ. ການຢ້ຽມຢາມຄັ້ງນີ້, ຄະນະຜູ້ ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ຮ່ວມພິທີລົງນາມ ຂໍ້ຕົກລົງວ່າ ດ້ວຍການຮ່ວມມືສອງຝ່າຍ ຂົງເຂດ ວຽກງານກວດສອບແຫ່ງລັດ ແລະ ກອງປະຊຸມແລກປ່ຽນບົດຮຽນດ້ານ ວິຊາການບົນພື້ນຖານຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະ ຫວ່າງອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບ ແຫ່ງລັດຮົງກະລີ. ການພົບປະສອງຝ່າຍໃນຄັ້ງນີ້, ບໍ່ພຽງແຕ່ເປັນຂີດໝາຍໃນການສືບ ຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ, ຫາກຍັງເປັນການຊຸກຍູ້ຊ່ວຍເຫລືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດ ສອບແຫ່ງລັດ ຂອງສອງປະເທດ ໃຫ້ ມີຄວາມໜັກແໜ້ນເຂັ້ມແຂງ, ເຕີບ ໃຫຍ່ຂະຫຍາຍຕົວ ແລະ ກ້າວໜ້າ ຢ່າງບໍ່ຢຸດຢັ້ງ; ສິ່ງສຳຄັນການພົວພັນ ຮ່ວມມືພາຍໃຕ້ຂອບການຮ່ວມມືສອງ ຝ່າຍ ຍັງເປັນການປະກອບສ່ວນອັນ ສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ຂອງສອງປະເທດ ກໍຄື ການເສີມຂະຫຍາຍສາຍພົວພັນ ທາງການທູດຄົບຮອບ 63 ປີ (12/ 09/1962-12/09/2025). ການ ພົບປະສອງຝ່າຍຄັ້ງນີ້, ນອກຈາກ ຜູ້ແທນທັງສອງຝ່າຍ ໄດ້ແຈ້ງກ່ຽວກັບ ສະພາບການພັດທະນາເສດຖະກິດສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນ ເດັ່ນ ຂອງວຽກງານການກວດສອບ ແລ້ວ, ຄະນະຜູ້ແທນສອງຝ່າຍຍັງໄດ້ ແລກປ່ຽນບົດຮຽນດ້ານວິຊາການໃນ ຫົວຂໍ້: “ການກວດສອບການຈັດຕັ້ງ ປະຕິບັດຜົນການກວດສອບ”; ໄດ້ທົບ ທວນຄືນຜົນສໍາເລັດ ແລະ ທິດທາງ ການຮ່ວມມື ເພື່ອພັດທະນາຂະແໜງ ການກວດສອບແຫ່ງລັດ ຂອງສອງ ປະເທດ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ; ສອງຝ່າຍ ເຫັນດີສືບຕໍ່ພັດປ່ຽນພົບປະ-ຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ຢ່າງ ເປັນປົກກະ ຕິ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ; ສະເໜີມອບໃຫ້ກົມ ຮ່ວມມືສາກົນ ຂອງສອງອົງການ ສືບ ຕໍ່ປະສານສົມທົບປຶກສາຫາລືບັນດາ ຫົວຂໍ້ແລກປ່ຽນ ດ້ານວຽກງານວິຊາ ສະເພາະທີ່ມີຄວາມສົນໃຈຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງເຂົ້າໃນວຽກ ງານກວດສອບ ໂດຍການສ້າງເປັນ ແຜນກິດຈະກຳ ໃນແຕ່ລະປີຢ່າງເປັນ ປົກກະຕິ ເປັນຕົ້ນ ການກວດສອບການ ຄຸ້ມຄອງເກັບລາຍຮັບດ້ານພາສີ-ອາ ກອນ; ການກວດສອບຜົນການຈັດຕັ້ງ ປະຕິບັດໂຄງການລົງທຶນຂອງລັດ ແລະ ການກວດສອບເງິນຊ່ວຍເຫຼືອ ລ້າຂອງໂຄງການຕ່າງໆ; ໃຫ້ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ. ໃນໂອກາດນີ້, ຄະນະຜູ້ແທນອົງ ການກວດສອບແຫ່ງລັດ ສປປ ລາວ ໄດ້ເດີນທາງໄປພົບປະສະພາແຫ່ງຊາດ ຮົງກາລີ ໂດຍໃຫ້ການຕອນຮັບ ຂອງ ທ່ານ ເນແມັດ ໂຊນ ປະທານຄະນະ ກໍາມະທິການວຽກງານການຕ່າງ ປະເທດ ປະຈຳສະພາແຫ່ງຊາດ ຮົງ ກາລີ. ຂ່າວ: ອົງການກວດສອບແຫ່ງລັດ ຂອງພັກ-ລັດ ແລະ ມີສະຕິຕໍ່ອົງການ ຈັດຕັ້ງ, ປະຕິບັດບັນດາຂໍ້ກຳນົດກົດ ລະບຽບ 7 ລະບອບ 18 ວຽກ ຂອງ ກອງທັບວາງອອກ ເພື່ອປັບປຸງກໍາ ລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂ່ງຂຶ້ນ ເປັນກ້າວໆ. ໃນໄລຍະ 1 ປີຜ່ານມາ ສາມາດອົບຮົມ-ຫັດແອບ ອົງການ 5 ຫ້ອງ ແລະ 22 ກົມກອງທີ່ຂຶ້ນກັບ ກອງພົນທະຫານຮາບທີ 3; ອົບຮົມຫັດແອບທະຫານໃໝ່ 3 ເດືອນ ຊຸດ ທີ 14 ຢູ່ກອງພັນ 417; ອົບຮົມຫັດ ແອບຊ້ອມຮົບຂັ້ນກອງຮ້ອຍ ບຸກຕີ ສັດຕູຈັ້ງທ່າ ພູມີປະເທດ ພູຜາປ່າດົງ ນໍາໃຊ້ກຳລັງໝວດຍິງລູກປືນແທ້; ອົບຮົມ-ຫັດແອບເຫລົ່າຮົບວິຊາສະ ເພາະຍິງລູກປືນແທ້ຂອງປ້ອງກັນອາ ກາດ ແລະ ປືນໃຫຍ່ໜ້າດິນ; ອົບຮົມ ຫັດແອບວຽກງານກຽດຕິຍົດ ແລະ ເຈົ້າໜ້າທີ່ຄຸ້ມຄອງລະບຽບແບບແຜນ ຂອງກອງທັບ; ອົບຮົມ-ຫັດແອບວິຊາ ລະບຽບພື້ນຖານບຸກຄົນ, ຮູບແຖວ ແລະ ການເຄົາລົບລາຍງານໃຫ້ພະນັກ ງານ ອົງການ 5 ຫ້ອງ ແລະ ພະນັກ ງານ 5 ພະແນກ ການກອງພັນໃຫຍ່ 301 ແລະ 302; ອົບຮົມ-ຫັດແອບ ນັກຮຽນນາຍສິບ ຊຸດທີ 6 ສະເລ່ຍຜົນ ໄດ້ຮັບທັງໝົດ 85%. ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ກ່າວອີກວ່າ: ສຳລັບທິດ ທາງແຜນການໃນຕໍ່ໜ້າຈະສືບຕໍ່ເພີ່ມ ທະວີການອົບຮົມຫັດແອບໃຫ້ບັນດາ ອົງການ, ກົມກອງໃຫ້ເລິກເຊິງ ແລະ ກວ້າງຂວາງ, ສູ້ຊົນປັບປຸງດ້ານລະ ບຽບແບບແຜນ ໂດຍສະເພາະແມ່ນ 7 ລະບອບ 18 ວຽກ ຂອງກອງທັບ ວາງອອກ, ອົບຮົມຫົມຫັດແອບດ້ານ ສິນລະປະຍຸດ-ຍຸດທະວິທີ ໃຫ້ນາຍ ແລະ ພົນທະຫານມີຄວາມສໍານິຊໍາ ນານຢ່າງເປັນປົກກະຕິ ເພື່ອຕອບສະ ໜອງໄດ້ວຽກງານການກຽມພ້ອມ ສູ້ຮົບທຸກສະພາບການ, ເອົາໃຈໃສ່ ປັບປຸງບັນດາຂໍ້ກຳນົດລະບຽບໃຫ້ ພະນັກງານ-ນັກຮົບ ໃນທັນແຖວຂອງ ກອງທັບ ໃຫ້ມີຄວາມເປັນເອກະພາບ ແລະ ເຂັ້ມງວດ, ຊີ້ນໍາບັນດາອົງການ, ກົມກອງອົບຮົມ-ຫັດແອບວຽກງານ 5 ສິນລະປະຍຸດ ແລະ 6 ຍຸດທະວິທີ ໃຫ້ພະນັກງນ-ນັກຮົບໃນທົ່ວກົມກອງ ຮຽນຮູ້ໄດ້ເຖິງເນື້ອໃນຄວາມສໍາຄັນ ໃຫ້ມີຄວາມສໍານິສໍານານ ແລະ ຮູ້ໝູນ ໃຊ້ເຂົ້າໃນວຽກງານກຽມພ້ອມສູ້ຮົບ ຢ່າງມີພິກໄຫວຄ່ອງແຄ້ວ, ລົງໃກ້ ຊິດຕິດ ແທດຊີ້ນໍາການອົບຮົມຫັດແອບ ວິຊາສະເພາະຂອງແຕ່ລະອົງການ, ກົມ ກອງເຫລົ່າຮົບວິຊາສະເພາະ ໃຫ້ເປັນ ປົກກະຕິ ຮັບປະກັນໄດ້ທາງດ້ານການ ກຽມພ້ອມສູ້ຮົບ ແລະ ສາມາດສູ້ຮົບ ຕົວຈິງໄດ້ຢ່າງມີພິກໄຫວຄ່ອງແຄ້ວ.
RkJQdWJsaXNoZXIy MTc3MTYxMQ==