6095

26/03/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 8kfgm;tfk cs]j 'mj v'mj P;muj mj ko[+ 7;orkf 75 oxt3spf0v'za ddt]+ k ປະເທດລາວເປັນປະເທດໜຶ່ງທີ່ ມີສະຖານທີ່ທ່ອງທ່ຽວທີ່ສວຍງາມ ຫລາຍແຫ່ງແຕ່ເໜືອຮອດໃຕ້ບໍ່ ວ່າຈະເປັນແຫລ່ງທ່ອງທ່ຽວທາງ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດ ເດັ່ນປະຈຳແຕ່ລະແຂວງ, ປະຈຳ ພາກ, ປະຈຳທ້ອງຖິ່ນທີ່ແຕກຕ່າງ ກັນອອກໄປໂດຍສະເພາະສະຖານທີ່ ທ່ອງທ່ຽວທໍາມະຊາດພູຜາປ່າດົງ ໃນເຂດສະຫງວນ, ນໍ້າຕົກຕາດ, ເຂດອະນຸລັກສັດປ່ານາໆຊະນິດ ແລະ ອື່ນໆ. ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວ ທາງທຳມະຊາດແລ້ວ ມື້ນີ້ຜູ້ຂຽນ ຈະພາບັນດາທ່ານລົງໄປພາກໃຕ້ ຂອງລາວ ໂດຍສະເພາະແມ່ນ ແຂວງສາລະວັນ ກໍເປັນອີກແຂວງ ໂດຍ: ແສງສະຫວັນ ໜຶ່ງທີ່ມີສະຖານທີ່ທ່ອງທ່ຽວທາງ ທຳມະຊາດຫລາຍແຫ່ງ ເຊັ່ນ : ນຳ້ ຕົກຕາດເລາະ, ນຳ້ຕົກຕາດເຊເສດ, ນ້ຳຕົກຕາດເສນ, ປ່າສະຫງວນ ແຫ່ງຊາດເຊບັ້ງນວນ, ປ່າສະຫງວນ ແຫ່ງຊາດພູຊຽງທອງ, ຕາດສູງ, ນ້ຳ ຕົກຕາດເທວະດາ, ຖ້ຳ ຮູພູຕາກ ເຂົ້າ, ຖ້ຳຝຶດ ແລະ ສະຖານທີ່ທ່ອງ ທ່ຽວອື່ນໆ ທີ່ເຮັດໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດຢາກໄປ ສຳຜັດ ແລະ ພັກຜ່ອນຢ່ອນອາລົມ ກັບກິ່ນອາຍທຳມະຊາດບວກກັບ ການໄດ້ຍິນສຽງນົກ, ສຽງນ້ຳຕົກ ໄຫລມາຈາກທີ່ສູງລົງສູ່ເຂດຕໍ່າ ເປັນຕາອອນຊອນເພີດເພີນໄປກັບ ບັນຍາກາດເຢັນສະບາຍອ້ອມຮອບ ໄປດ້ວຍຕົ້ນໄມ້ໃບຫຍ້າທີ່ຂຽວງາມ ອຸ່ມທຸ່ມ ຊຶ່ງມື້ນີ້ຈະພາທ່ານຜູ້ອ່ານ ມາຮູ້ຈັກກັບຕາດເທວະດາ ແຂວງ ສາລະວັນ. ຕາດເທວະດາ ກໍ່ແມ່ນຕາດໜຶ່ງ ທີ່ມີຄວາມສວຍງາມໜ້າທ່ອງທ່ຽວ ແລະ ມີເລື່ອງເລົ່າຂານກັນມາຈາກ ລຸ້ນສູ່ລຸ້ນເຊິ່ງນ້ຳຕົກຕາດເທວະດາ ເກີດມາຈາກຫ້ວຍນ້ຳໃສ, ບ້ານຫາງ ພູນ້ອຍ ເມືອງສາລະວັນ, ທີ່ຕັ້ງຂອງ ນ້ຳຕົກຕາດແມ່ນຢູ່ໄກຈາກເທສະ ບານ ເມືອງສາລະວັນ ປະມານ 3 ກິໂລແມັດໄປຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ ຖ້າຜູ້ໃດ ໄດ້ມີໂອກາດໄປທ່ອງທ່ຽວທາງ ໄປເມືອງສາລະວັນ ພາດບໍ່ໄດ້ທີ່ຈະ ຕ້ອງໄປແວ່ຊົມຫລິ້ນນ້ຳເຢັນໆ ເຊິ່ງ ນໍ້າຕົກຕາດເທວະດາ ມີຊື່ເດີມວ່າ “ນໍ້າຕົກຕາດຕະຫລຸຍ”.ຕໍ່ມາໃນ ປີ 2008 ນັກທຸລະກິດເຂົ້າມາສຳ ປະທານເຂດດັ່ງກ່າວ ເຫັນວ່ານ້ຳ ຕົກຕາດມີຄວາມສວຍງາມອຸດົມ ສົມບູນໄປດ້ວຍຊັບພະຍາກອນທຳ ມະຊາດແລະ ມີຫີນພົມສີ່ໜ້າ ຈຶ່ງໄດ້ ປ່ຽນຊື່ຈາກຕາດຕະຫລຸຍ ມາເປັນ “ ຕາດເທວະດາ ” ຈົນເຖິງທຸກວັນນີ້. ຕາມເຖົ້າແກ່ພາຍໃນບ້ານໄດ້ ເລົ່າສູ່ກັນຟັງວ່າ: ໃນບໍລິເວນດ້ານ ລຸ່ມຂອງນ້ຳຕົກຕາດໄດ້ມີພະພຸດທະ ຮູບສະຖິດຢູ່ໃນຖ້ຳກ້ອງນ້ຳຕົກໃນ ແຕ່ລະປີພໍຮອດເດືອນຫ້າປະຊາຊົນ ພາຍໃນບ້ານຈັດຕັ້ງບຸນ ແລະ ພາ ກັນມາຫົດສົງພະ, ໃນບໍລິເວນຕໍ່ໜ້າ ນ້ຳຕົກຕາດຍັງມີຫີນຕັ້ງເປັນຮູບລັກ ສະນະຄ້າຍກັບພົມສີ່ໜ້າ (ໃນສາ ສະໜາຮິນດູ) ໃນອະດີດມີສອງອັນ ແລະ ປັດຈຸບັນເຫລືອພຽງອັນດຽວ ຍ້ອນຖືກລະເບີດໃນສະໄໝສົງຄາມ. ເຖິງແນວໃດກໍດີ ສໍາລັບແຫລ່ງ ທ່ອງທ່ຽວນໍ້າຕົກຕາດທີ່ຜູ້ຂຽນໄດ້ ນໍາສະເໜີໄປນັ້ນເປັນພຽງຕົວຢ່າງທີ່ ໄດ້ຢິບຍົກຂຶ້ນມາເພື່ອນໍາສະເໜີທ່ານ ໃຫ້ສຶກສາ ແລະ ເປັນຂໍ້ມູນເບື້ອງຕົ້ນ ຖ້າທ່ານມີແຜນຢາກພາຄອບຄົວ, ຄົນຮັກ, ພໍ່ແມ່ ແລະ ຍາດພີ່ນ້ອງ ໄປທ່ຽວສາມາດສຶກສາ ແລະ ເບິ່ງ ຂໍ້ມູນຕາມນີ້ໄດ້ແຕ່ຜູ້ຂຽນເຊື່ອວ່າ ຍັງມີອີກຫລາຍສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດສວຍສົດງົດງາມທີ່ຍັງ ຜັກກະລໍ່າແມ່ນຜັກ ທີ່ຄົນນິຍົມ ບໍລິໂພກ ເນື່ອງຈາກສາມາດນໍາມາ ປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດ ສົ້ມຜັກ, ຂົ້ວ ຫລື ລວກກັບແຈ່ວ ແລະ ອື່ນໆ ແລ້ວແຕ່ຈະນຳມາປະຍຸກໃນ ອາຫານ, ຍັງບໍ່ພໍເທົ່ານີ້ ເພາະວ່າ ຜັກກະລໍ່າຍັງເປັນຜັກທີ່ອຸດົມໄປ ດ້ວຍວິຕາມິນເຊ, ໃຍອາຫານ ແລະ ສານອາຫານອື່ນໆ, ໃຫ້ພະລັງງານ ຕໍ່າ ເໝາະສຳລັບຜູ້ທີ່ກຳລັງຫລຸດ ນ້ຳໜັກ ແລະ ມີຄຸນປະໂຫຍດທີ່ດີຕໍ່ ຮ່າງກາຍດັ່ງຕໍ່ໄປນີ້: ບໍ່ຮູ້ເທື່ອຖ້າທ່ານໃດຮູ້ ຫລື ເຄີຍໄດ້ ສໍາຜັດມາແລ້ວສາມາດເພີ່ມຕື່ມໄດ້ ເພື່ອເປັນຊ່ອງທາງໃນການສົ່ງເສີມ ການທ່ອງທ່ຽວລາວ, ປະຊາສໍາ ພັນ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຮູ້ຕື່ມ ເພື່ອເປັນ ການປະກອບສ່ວນຊ່ວຍຊາດ ເຮັດ ໃຫ້ເສດຖະກິດເຂັ້ມແຂງ, ສ້າງວຽກ ເຮັດງານທໍາໃຫ້ຫລາຍຂຶ້ນ ແລະ ຍົກ ລະດັບຊີວິດການເປັນຢູ່ຂອງປະຊາ ຊົນລາວບັນດາເຜົ່າຢ່າງໜັກແໜ້ນ. ຮຽບຮຽງໂດຍ: ມາລີດາ ປ້ອງກັນການປ່ຽນນ້ຳຕານເປັນ ໄຂມັນ : ຜັກກະລໍໍ່າ ມີອາຊິດທີ່ເອີ້ນ ວ່າອາຊິດ tartaric ເຊິ່ງມີປະໂຫຍດ ຊ່ວຍໃຫ້ນໍ້າຕານທີ່ຮ່າງກາຍໄດ້ ຮັບແລ້ວ ບໍ່ປ່ຽນເປັນໄຂມັນໃນຊັ້ນ ຜິວໜັງ,ຫລຸດລະດັບໄຂມັນ ເພື່ອ ບໍ່ໃຫ້ມັນສູງຈົນເປັນອັນຕະລາຍ ຕໍ່ຮ່າງກາຍ, ບຳລຸງກະດູກ ແລະ ແຂ້ວ, ຍັງຊ່ວຍສ້າງຈຸລັງກະດູກ ໃໝ່ , ຫລຸດຜ່ອນຄວາມສ່ຽງຕໍ່ການ ເປັນພະຍາດກະດູກຜ່ອຍ. ຊ່ວຍຍ່ອຍອາຫານ: ເນື້ອ ຂອງເສັ້ນໃຍໃນຜັກກະລໍ່າແມ່ນ ສູງ. ດັ່ງນັ້ນ, ມັນມີປະໂຫຍດຕໍ່ ຂະບວນການ ເ ຮັດວຽກຂອງ ລະບົບຍ່ອຍອາຫານ, ຊ່ວຍຍ່ອຍ ອາຫານ ແລະ ຂັບລ້າງສານພິດ ໃນຮ່າງກາຍ ໂດຍບໍ່ກໍ່ໃຫ້ເກີດ ອັນຕະລາຍຕໍ່ຮ່າງກາຍ ຈໍານວນ ເສັ້ນໃຍທີ່ໄດ້ຮັບຈະຊ່ວຍກະຕຸ້ນໃຫ້ ລໍາໄສ້ໃຫຍ່ຂັບໄລ່ສິ່ງເສດເຫລືອ ອອກຢ່າງເຕັມທີ່, ຫລຸດຜ່ອນຄວາມ ສ່ຽງຕໍ່ການເປັນມະເຮັງ, ຊ່ວຍໃຫ້ ລໍາໄສ້ເຮັດວຽກໄດ້ດີ, ຫລຸດຜ່ອນ ຄວາມສ່ຽງມະເຮັງລໍາໄສ້, ປ້ອງ ກັນມະເຮັງໃນອະໄວຍະວະອື່ນໆ; ກະຕຸ້ນການຜະລິດໂປຣຕີນ: ຜັກກະ ລໍ່າຈະກະຕຸ້ນການຜະລິດທາດໂປຣ ຕີນຈາກ keratin ເຊິ່ງເປັນໂປຣ ຕີນທີ່ຊ່ວຍເຮັດໃຫ້ເສັ້ນຜົມ, ຮາກຜົມ ແຂງແຮງບໍ່ແຕກປາຍ ແລະ ບໍ່ເກີດ ຜົມງອກໄວ, ເຮັດໃຫ້ເລັບ ແລະ ເນື້ອ ເຍື່ອແຂງແຮງ. ນອກນັ້ນ, ການກິນ ຜັກກະລຳ່ເປັນປະຈໍາ ເຮັດໃຫ້ນອນ ລັບງ່າຍ, ຮູ້ສຶກຜ່ອນຄາຍ, ຫລຸດ ຜ່ອນຄວາມກົດດັນ ແລະ ຊ່ວຍໃຫ້ ທ່ານນອນຫລັບໄດ້ຢ່າງເຕັມທີ່ເໝາະ ສໍາລັບຄົນທີ່ເຮັດວຽກໝັກ ແລະ ຜູ້ທີ່ ມີບັນຫານອນຍາກ. ເຖິງຜັກກະລໍ່າ ຈະມີປະໂຫຍດ ແຕ່ກໍຕ້ອງກິນໃນປະລິມານທີ່ເໝາະ ສົມເນື່ອງຈາກວ່າ ຜັກກະລໍ່າ ມີເສັ້ນ ໃຍອາຫານສູງ ຖ້າກິນໃນປະລິມານ ທີ່ພໍດີຕໍ່ຮ່າງກາຍຈະຊ່ວຍໃຫ້ລະບົບ ຍ່ອຍອາຫານເຮັດວຽກໄດ້ດີ, ແຕ່ ຖ້າກິນຫລາຍເກີນໄປກໍຈະມີຜົນ ຂ້າງຄຽງຕໍ່ຮ່າງກາຍເຊັ່ນກັນ ເນື່ອງ ຈາກວ່າກະລໍ່າດິບມີສານເຄມີຕົກ ຄ້າງຫລາຍ. ດັ່ງນັ້ນ, ຮ່າງກາຍ ຈະສະສົມສານເຄມີ ແລະ ສົ່ງຜົນ ໃຫ້ເກີດພະຍາດໄລຍະຍາວ ວິທີທີ່ດີ ທີ່ສຸດແມ່ນເອົາໃບຜັກກະລໍ່າມາລ້າງ ອອກເທື່ອລະໃບໃຫ້ສະອາດ ຫລື ຈະແຊ່ນໍ້າໄວ້ປະມານ 5- 0 ນາທີ ກໍ່ໄດ້, ດີທີ່ສຸດເຮົາຄວນກິນກະລໍ່າທີ່ ສຸກ ເພື່ອລີກລ່ຽງບັນຫາທີ່ຈະຕາມ ມາພາຍຫລັງ. ›າ—˜¤‹ອ—

RkJQdWJsaXNoZXIy MTc3MTYxMQ==