6094

07 xtgmf]k; gsfdko{dkora fmtok { g-dv' lts]v';a olh k'8A 'ra d 7q [Iv[ 70 xu ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ພິທີ ໂຮມຊຸມນຸມ ໃຫຍ່ສະເຫລີມສະຫລອງວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຂອງແຂວງເຊກອງ ຈັດຂຶ້ນທີ່ສະໂມສອນໃຫຍ່ແຂວງໃນ ທ້າຍອາທິດຜ່ານມາ ໂດຍມີສະຫາຍ ເຫລັກໄຫລ ສີວິໄລ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງໆເຊກອງ ພ້ອມດ້ວຍຄະ ນະບໍລິຫານງານພັກແຂວງ,ພະແນກ ການອ້ອມຂ້າງແຂວງ, ອົງການ ທຽບເທົ່າຂັ້ນແຂວງ, ອະດີດພະນັກ ງານບຳນານແລະ ພະນັກງານຫລັກ ແຫລ່ງຂອງແຂວງເຂົ້າຮ່ວມ. ໃນພິທີ ແຂວງເຊກອງ ໄດ້ຖ່າຍ ທອດບັນຍາກາດພິທີໂຮມຊຸມນຸມ ໃຫຍ່ສະເຫລີມສະຫລອງວັນສ້າງ ຕັ້ງພັກປປລາວຄົບຮອບ70ປີຈາກ ສູນກາງ ພ້ອມທັງຮັບຟັງສູນທອນ ພົດຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ ເຫັນເຖິງຄວາມເປັນມາແຫ່ງການ ເຕີບໃຫຍ່ຂະຫຍາຍຕົວຂອງພັກທີ່ໄດ້ ນໍາພາຂະບວນຕໍ່ສູ້ຕ້ານຈັກກະພັດ ຜູ້ຮຸກຮານທັງແບບເກົ່າ-ແບບໃໝ່ ຜ່ານຫລາຍໄລຍະ ຈົນສາມາດຍາດ ໄດ້ໄຊຊະນະ ແລະ ປະກາດເປັນປະ ເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ໃນໂອກາດທີ່ແຂວງ ເຊກອງ ໄດ້ຮ່ວມໂຮມຊຸມນຸມໃຫຍ່ ຄັ້ງນີ້ ເປັນການເຊື່ອມຊຶມມູນເຊື້ອ ທາດແທ້ ການປະຕິວັດຂອງພັກ ໃຫ້ແກ່ພະນັກງານການນໍາ, ພະນັກ ງານຫລັກແຫລ່ງຂອງແຂວງເຊ ກອງ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ມີ ຄວາມໜັກແໜ້ນເຂັ້ມແຂງ, ມີຄວາມ ຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຍຶດໝັ້ນ ສືບຕໍ່ພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດໃຫ້ກ້າວຂຶ້ນສູ່ສັງຄົມນິຍົມຢ່າງ ບໍ່ຢຸດຢັ້ງ. ໃນການສະເຫລີມສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີຢູ່ແຂວງເຊກອງ ປີນີ້ແມ່ນເຫັນ ໄດ້ຄວາມສາມັກຄີ, ຄວາມເບີກບານ ມ່ວນຊື່ນ ໃນການສ້າງກິດຈະກຳ, ສ້າງຂະບວນການຕ່າງໆໄດ້ຢ່າງຟົດ ຟື້ນ ຄຽງຄູ່ກັບການຮັກສາຄວາມ ສະຫງົບ, ຄວາມປອດໄພທົ່ວສັງ ຄົມ ແລະ ຮັກສາໄດ້ມູນເຊື້ອຂະຫຍັນ ຂັນແຂງ, ອອກແຮງແຂ່ງຂັນສ້າງ ຜົນງານຂໍ່ານັບຮັບຕ້ອນວັນສໍາຄັນ ຕ່າງໆຂອງຊາດ-ຂອງພັກ. 25/03/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີໂຮມຊຸມນຸມ ເພື່ອຮັບຟັງສູນທອນພົດຂອງ ສະ ຫາຍ ເລຂາທິການໃຫຍ່, ປະທານປະ ເທດແຫ່ງ ສປປ ລາວ ເນື່ອງໃນໂອ ກາດສະເຫລີມສະຫລອງ ວັນສ້າງ ຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີ (22 ມີນາ 195522 ມີນາ 2025) ທີ່ຫໍປະຊຸມ ແຫ່ງຊາດນະຄອນຫລວງວຽງຈັນ ໂດຍຜ່ານວິດີໂອທາງໄກ ຮ່ວມກັບ ບັນດາແຂວງໃນທົ່ວປະເທດ ຈັດ ຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະໂມ ສອນຂອງແຂວງຄໍາມ່ວນ ໂດຍມີ ສະຫາຍ ວັນໄຊ ພອງສະຫວັນ ກຳ ມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ເຈົ້າ ແຂວງໆຄໍາມ່ວນ, ມີບັນດາສະຫາຍ ໃນຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ພະແນກການ, ອະດີດການນໍາຂອງແຂວງ-ເມືອງ, ອົງການຈັດຕັ້ງສັງຄົມ, ຕາງໜ້າຊັ້ນ ຄົນ, ນັກຮຽນຮູ້, ນັກສຶກສາປັນຍາ ຊົນເຂົ້າຮ່ວມ. ໃນພິທີ ໄດ້ຮັບຊົມວິດີໂອສາລະ 7e,j ;o 3I,-5 ,o5 ,ltgs]u ,lts]v';a olh k'8A 'ra d 7q [Iv[ 70 xu ຄະດີ ເລື່ອງ 70 ປີ ພາຍໃຕ້ການ ນໍາພາຂອງພັກ, ຮັບຟັງການກ່າວ ສູນທອນພົດ ຂອງ ສະຫາຍ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ທີ່ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການ ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງພັກປະຊາຊົນ ປະຕິວັດລາວ 70 ປີ ແຫ່ງການນໍາພາ-ຊີ້ນໍາ ນັບ ແຕ່ໄລຍະເຮັດການປະຕິວັດຊາດ ປະຊາທິປະໄຕ 1955-1975 ແລະ ໄລຍະນໍາພາປະຕິບັດພາລະກິດ ປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ແຕ່ປີ 1975 ມາເຖິງ ປັດຈຸບັນ. ໂອກາດທີ່ແຂວງຄໍາ ມ່ວນໄດ້ຮ່ວມໂຮມຊຸມນຸມໃຫຍ່ຄັ້ງ ນີ້ ເປັນການເຊື່ອມຊຶມມູນເຊື້ອທາດ ແທ້ ການປະຕິວັດຂອງພັກ ໃຫ້ແກ່ ພະນັກງານການນໍາ, ພະນັກງານ ຫລັກແຫລ່ງຂອງແຂວງຄໍາມ່ວນ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ມີຄວາມ ໜັກແໜ້ນເຂັ້ມແຂງ, ມີຄວາມຈົ່ງຮັກ ພັກດີຕໍ່ພັກຕໍ່ປະເທດຊາດ, ຍຶດໝັ້ນ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນສູ່ສັງຄົມນິຍົມຢ່າງບໍ່ ຢຸດຢັ້ງ. ໂອກາດນີ້, ສະຫາຍ ວັນໄຊ ພອງ ສະຫວັນ ຍັງໄດ້ເນັ້ນ ໃຫ້ຄະນະພັກຄະນໍາ, ຄະນະຮັບຜິດຊອບສະເຫລີມ ສະຫລອງ 3 ວັນປະຫວັດສາດ ສືບ ຕໍ່ຊີ້ນໍາໃນການຜັນຂະຫຍາຍເນື້ອໃນ ສູນທອນພົດຂອງສະຫາຍເລຂາທິ ການໃຫຍ່ ຢູ່ບັນດາພະແນກການ, ເມືອງໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ພ້ອມນັ້ນໃຫ້ສືບຕໍ່ການຈັດຕັ້ງມອບ ຫລຽນກາລະນຶກ 70 ປີ ວັນສ້າງ ຕັ້ງພັກໃຫ້ບັນດາເປົ້າໝາຍຕ່າງໆ ທີ່ ໄດ້ຮັບໃຫ້ທົ່ວເຖິງ, ເອົາໃຈໃສ່ສືບຕໍ່ ໂຄສະນາໃຫ້ພະນັກງານ-ສະມາຊິກ ພັກ, ປະຊາຊົນບັນດາເຜົ່າໃນທົ່ວ ແຂວງຄໍາມ່ວນ ມີຄວາມຮັບຮູ້-ເຂົ້າ ໃຈເຖິງມູນເຊື້ອອັນດີງາມ ແລະ ຄວາມປີຊາສາມາດການນໍາພາ ຂອງພັກຕະຫລອດໄລຍະ 70 ປີ ກໍຄື 20 ປີ ແຫ່ງການນໍາພາຕໍ່ສູ້ກູ້ ຊາດຕ້ານຈັກກະພັດຮຸກຮານ ແລະ 50 ປີ ໃນການນໍາພາສ້າງສາປະ ເທດຊາດ; ເອົາໃຈໃສ່ສືບຕໍ່ນຳພາ- ຊີ້ນໍາ ການຈັດຕັ້ງປະຕິບັດບັນດາ ຕົວເລກຄາດໝາຍທີ່ກໍານົດໄວ້ ໃນ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ພະແນກການ, ຂອງ ເມືອງ ຊອກວິທີການໃນການຈັດຕັ້ງ ປະຕິບັດຕົວຈິງໃຫ້ແທດເຖິງ ເພື່ອ ແນໃສ່ບັນລຸຄາດໝາຍທີ່ກໍານົດໄວ້; ສຸມໃສ່ຊຸກຍູ້ກ່ຽວກັບແຜນກະກຽມ ກອງປະຊຸມໃຫຍ່ຢູ່ບັນດາເມືອງ, ພະແນກການ, ກວດກາຄືນຍັງໜ່ວຍ ພັກໃດໃຫ້ເລັ່ງລັດ ປະຕິບັດໃຫ້ສໍາ ເລັດໂດຍໄວ. ພ້ອມນີ້, ຍັງໄດ້ຮຽກ ຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງ ໄດ້ສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ ເພື່ອເປັນຍອດພະລັງ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ 10 ກໍຄືແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີຂອງ ແຂວງຄໍາມ່ວນ ໃຫ້ບັນລຸຕາມຄາດ ໝາຍທີ່ກໍານົດໄວ້.

RkJQdWJsaXNoZXIy MTc3MTYxMQ==