6094

25/03/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 7;k,c-[muj [+ xj Pocx' 9bj 'gIa f.sh Ih kog0Q kxPd ok' lvo 7v'.9]6 d7h k,kpk;oko ໂດຍ: ມາລີດາ ຖ້າຈະເອີຍເຖິງຮ້ານເຂົ້າປຽກ ນາງ ສອນ ບ້ານດົງປາລານ ຫລາຍ ຄົນຕ້ອງອາດຄຸນເຄີຍ ຫລື ຫລາຍ ຄົນກໍອາດຈະເປັນຂາປະຈໍາກໍເປັນ ໄດ້ເພາະຮ້ານເພີ່ນ ເປັນອີກຮ້ານໜຶ່ງ ທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນ ຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນ ເວລາຜ່ານໄປເສດຖະກິດກໍມີການ ປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການ ເໜັງຕີງຂຶ້ນຕາມການເວລາ ສັງເກດ ໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ, ແຕ່ລູກຄ້າກໍຍັງ ຄົງແໜ້ນໜາບໍ່ຂາດສາຍໃນແຕ່ລະ ມື້, ທັງນີ້ກໍຍ້ອນວ່າເຂົ້າປຽກຮ້ານ ເພິ່ນຈະເນັ້ນຄຸນນະພາບເປັນຫລັກ, ເນັ້ນຄວາມສະອາດ, ຄວາມສົດ ໃໝ່, ລົດຊາດກໍບໍ່ປ່ຽນແປງທີ່ສໍາ ຄັນໄປກວ່ານັ້ນ ຄືການບໍລິການທີ່ ວ່ອງໄວ, ທັນໃຈຄວາມເປັນກັນເອງ ຂອງຜູ້ຂາຍກັບລູກຄ້າກໍເປັນສາເຫດ ໜຶ່ງທີ່ເຮັດໃຫ້ຮ້ານເຂົ້າປຽກຄອງ ໃຈລູກຄ້າມາຍາວນານ ເຖິງວ່າຈະ ມີການແຂ່ງຂັນກັນສູງໃນອາຊີບນີ້ ກໍຕາມ. ນາງ ສອນ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນ ທີ່ໄດ້ມາເຮັດອາຊີບຂາຍເຂົ້າປຽກກໍ ຍ້ອນຜົວ ແລະ ລູກມັກກິນເຂົ້າປຽກ ຢູ່ແລ້ວ, ສ່ວນຫລາຍທາງຄອບຄົວ ໄດ້ໄປເລາະກິນຫລາຍໆຮ້ານໃນ ນະຄອນຫລວງວຽງຈັນ. ສະນັ້ນ, ຕົນເອງໄດ້ມີແນວຄິດຢາກເປີດຮ້ານ ເຂົ້າປຽກ ຈຶ່ງປຶກສາກັບຄອບຄົວ ແລ້ວເລີ່ມເປີດແຕ່ປີ 2006 ເປັນ ຕົ້ນມາ ເຊິ່ງໄລຍະນັ້ນແມ່ນຂາຍ ເຂົ້າປຽກເຂົ້າຖ້ວຍລະ 3.000 ກີບ, ເຂົ້າປຽກເສັ້ນຖ້ວຍລະ 5.000 ກີບ ເທົ່ານັ້ັ້ນ ເຫັນວ່າມີການຕອບຮັບທີ່ ດີຈາກລູກຄ້າ ເພາະລູກຄ້າເຂົ້າມາ ໃຊ້ບໍລິການຢ່າງຫລວງຫລາຍໃນ ແຕ່ລະມື້, ຍ້ອນວ່າລູກຄ້າທີ່ມາກິນ ແລ້ວມີການບອກຕໍ່ປາກຕໍ່ປາກ ເຖິງລົດຊາດເຂົ້າປຽກທີ່ແຊບຊ້ອຍ ດ້ວຍນ້ຳຕົົ້ມໄກ່ທີ່ເປັນເອກະລັກຂອງ ຮ້ານ ແລະ ວັດຖຸດິບທີ່ສົດໃໝ່, ການ ບໍລິການທີ່ດີທີ່ເຮັດໃຫ້ລູກຄ້າຕິດອົກ ຕິດໃຈຫລາຍຄົນກໍກາຍເປັນລູກຄ້າ ປະຈຳມາແຕ່ດົນນານຈົນເຖິງທຸກມື້ ນີ້ ຊຶ່ງຜູ້ຂຽນເອງໄດ້ກໍມີໂອກາດ ໄປນັ່ງກິນເຂົ້າປຽກຢູ່ຮ້ານເພິ່ນກໍ ສັງເກດເຫັນວ່າ ໃນລະຫວ່າງຕອນ ສວຍແມ່ນໂຕະເຕັມ ບາງເທື່ອລູກຄ້າ ຈົນໄດ້ຖ້າຄິວ ຫລື ບາງຄົນກໍສັ່ງກັບ ບ້ານຍ້ອນໂຕະບໍ່ວ່າງ. ສໍາລັບຮ້ານ ເຂົ້າປຽກເຮົາແມ່ນເນັ້ນເຂົ້າປຽກ ໄກ່ ໂດຍຈະໃສ່ທຸກສ່ວນຂອງໄກ່ ເລີຍບໍ່ວ່າຈະເປັນ ຊີ້ນ,ໄຕ,ຕັບ,ໄຂ່ ທີ່ສົດໃໝ່ໃນແຕ່ລະມື້. ໂດຍມື້ໜຶ່ງ ຈະຕົ້ມໄກ່ປະມານ 30 ກວ່າໂຕ ຫລື ຫລາຍກວ່ານີ້ ຈຶ່ງເຮັດໃຫ້ນໍ້າ ຕົ້ມເຂົ້າປຽກມີຄວາມແຊບແບບ ເອກະລັກສະເພາະຂອງຮ້ານເຮົາ ບວກໃສ່ເສັ້ນເຂົ້າປຽກແຊບໂພໄຊ ທີ່ມີຄວາມໜຽວນຸ່ມ ຍິ່ງເພີ່ມອັດຖະ ລົດຂຶ້ນຕື່ມ ຊຶ່ງລາຄາເຂົ້າປຽກກໍ ຈະປັບຂຶ້ນຕາມເສດຖະກິດ ເນື່ອງ ຈາກວ່າຄ່າຄອງຊີບແພງເຮັດໃຫ້ຕົ້ນ ທຶນເພີ່ມຂຶ້ນຈາກເມື່ອກ່ອນຫລາຍ ຄິດເບິ່ງວ່າຈາກຖ້ວຍ 5.000 ກີບ ໃນປີ 2006 ມາປັດຈຸບັນນີ້ ຂາຍ ເລີ່ມຕົ້ນຖ້ວຍ 30.000 ກີບຂຶ້ນໄປ ແລ້ວແຕ່ຖ້ວຍ ນ້ອຍ,ກາງ,ໃຫຍ່ ແຕ່ ຖ້າຕື່ມຕ່ອນໄກ່ ແມ່ນຕ່ອນ 10 ພັນ ກີບ ແຕ່ສໍາລັບລາຄານີ້ຮັບຮອງວ່າ ໄດ້ຫລາຍແທ້ ບາງຄົນຈົນບອກວ່າ ຂະໜາດຖ້ວຍນ້ອຍກິນກໍ່ບໍ່ຢາກໝົດ. ນອກນັ້ນທາງຮ້ານກໍຍັງຂາຍເຂົ້າຂາ ໝູ ລາຄາເລີີ່ມຕົ້ນແມ່ນ 30.000 ກີບຂຶ້້ນໄປ ຊຶ່ງເຂົ້າຂາໝູທາງຮ້ານ ເພິ່ນກໍມີສູດສະເພາະສົດໃໝ່ທຸກມື້, ພ້ອມນັ້ນມີກາເຟຈອກ, ໂອວັນຕິນ ນ້ຳດື່ມຫົວເສືອ ແລະ ນ້ຳອື່ນໆໄວ້ ຄອຍບໍລິການລູກຄ້ານຳດ້ວຍ. ນາງ ສອນ ເວົ້າສູ່ຟັງວ່າ: ພາຍ ຫລັງທີ່ມາເຮັດອາຊີບຂາຍເຂົ້າປຽກ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ກວ່າເມື່ອກ່ອນຫລາຍ, ສາມາດ ສົ່ງລູກເຕົ້າຮ່ຳຮຽນໜັງສື, ມີທຶນ ໝູນວຽນໃນແຕ່ລະມື້ ແລະ ສ່ວນ ໜຶ່ງກໍສາມາດແບ່ງປັນໃຫ້ພີ່ນ້ອງ ລູກຫລານທີ່ມາຊ່ວຍເພາະວ່າຮ້ານ ເຮົາບໍ່ໄດ້ຈ້າງພະນັກງານຊ່ວຍຈະ ປະກອບການແບບຄອບຄົວຈຶ່ງມີ ຄວາມສະດວກສະບາຍເຮັດວຽກ ກໍງ່າຍເຂົ້າໃຈກັນມີຫຍັງກໍສາມາດ ຊ່ວຍເຫລືອກັນໄດ້. ສໍາລັບທ່ານໃດທີ່ມັກກິນອາຫານ ປະເພດເສັ້ນຢາກຂໍແນະນໍາເລີຍຮ້ານ ນີ້ ຮັບຮອງວ່າແຊບຫລາຍເພາະຜູ້ ຂຽນກໍໄດ້ໄປສໍາຜັດມາດ້ວຍໂຕເອງ ບອກໄດ້ເລີຍວ່າແຊບຖືກໃຈ ໄດ້ ຫລາຍແຮງ, ທັງຕ່ອນໄກ່, ທັງເສັ້ນ ເຂົ້າປຽກ ບວກໃສ່ນໍ້າຕົ້ມທີ່ເຂັ້ມຂຸ້ນ, ເສັ້ນເຂົ້າປຽກທີ່ໜຽວນຸ່ມ ຍິ່ງເຮັດ ເຂົ້າປຽກແຊບຂຶ້ນຕື່ມ. ສໍາລັບຮ້ານ ແມ່ນເປີດແຕ່ວັນຈັນ-ວັນສຸກ, ວັນ ເສົາ ແລະ ອາທິດ ປິດ, ສະຖານທີ່ ຕັ້ງຢູ່ບ້ານດົງປາລານ ກົງກັນຂ້າມ ກັບຮ້ານເຂົ້າຈີ່ແຊບນາງຊອຍ ຫລື ໃຜໄປແລ້ວບໍ່ຮູ້ຮ້ານກໍສາມາດຕິດຕໍ່ ໄດ້ທີ່ເບີ 020 5677 9797.

RkJQdWJsaXNoZXIy MTc3MTYxMQ==