6094

25/03/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ລາວ-Óັດເຊຍ... ຕໍ່າ‹ໜ້າ lt4kom6 fpuj x5j o xt9e]k; 9a f'ko]h P' lqj 'oa dlb dlkmuj wfh Ia [mb o wxlb dlkmuj xtgmfpuj x5j o ຂປລ. ສະຖານທູດຢີ່ປຸ່ນປະຈໍາ ລາວ ຈັດງານລ້ຽງສົ່ງນັກສຶກສາ ລາວ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ໃນວັນທີ 20 ມີນາ 2025 ພາຍໃຕ້ ທຶນການສຶກສາ ຂອງກະຊວງ ສຶກ ສາ, ວັດທະນະທຳ, ກິລາ, ວິທະຍາ ສາດ ແລະ ເຕັກໂນໂລຊີ (M&X5) ຍີ່ປຸ່ນ ໂດຍມີ ທ່ານ ພຸດ ສິມມາ ລາວົງ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ, ປະທານ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ມີພະນັກງານຈາກອົງການທີ່ກ່ຽວ ຂ້ອງ ແລະ ອະດີດນັກສຶກສາລາວ ທີ່ເຄີຍໄປສຶກສາຢູ່ປະເທດຍີ່ປຸ່ນ ເຂົ້າຮ່ວມ. ໃນປີນີ້, ມີນັກສຶກສາ ຈາກລາວ ຈໍານວນ 12 ຄົນທີ່ໄດ້ຮັບ ທຶນການສຶກສາ ລະດັບປະລິນຍາ ໂທ, ປະລິນຍາເອກ, ລະດັບຊັ້ນສູງ ຫລັກສູດເຕັກໂນໂລຊີ ແລະ ຊັ້ນສູງ ທົ່ວໄປ ຢູ່ປະເທດຍີ່ປຸ່ນ. ໂອກາດນີ້, ທ່ານ ໂຄອິຊຶມິ ຊຶ ໂຕມຸ ເອກອັກຄະÓາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ແນະນຳນັກ ສຶກສາທີ່ຈະເດີນທາງໄປສຶກສາ ຢູ່ປະເທດຍີ່ປຸ່ນມີການແລກປ່ຽນ ບົດຮຽນ, ຄວາມຮູ້, ວັດທະນະທໍາ ກັບຄົນຍີ່ປຸ່ນໃຫ້ຫລາຍໆເພື່ອນໍາ ຂປລ. ພິທີປິດການຮ່ວມມືກວດ ກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ເພື່ອມະນຸດສະທຳ ຢູ່ເມືອງ ວຽງໄຊ ແຂວງຫົວພັນ ລະຫວ່າງ ກະຊວງຫ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນ ປະເທດ ແຫ່ງ ສ Óັດເຊຍ ປະຈຳສົກ ປີ 2024-2025 ຈັດຂຶ້ນໃນວັນທີ 24 ມີນາ 2025 ຢູ່ເມືອງວຽງໄຊ ແຂວງຫົວພັນ ໂດຍມີ ທ່ານ ຄຳແພງ ຈະຫລວດ 2,75 JO 2 ລູກ, M23 W1 2 ລູກ, ກວດພົບເສດສະເກັດ ຈຳນວນ 9.183 ສິ້ນສ່ວນ, ເສດ ໂລຫະຕ່າງໆ ຈໍານວນ 3.800 ສິ້ນສ່ວນ; ກວດກູ້ຢູ່ພື້ນທີ່ປຸກສ້າງ ຫ້ອງການປົກຄອງເມືອງ ແລະ ພື້ນທີ່ກະສິກຳ ຢູ່ເຂດບ້ານນາໄກ່ ມີເນື້ອທີ່ 9,7 ເຮັກຕາ ກວດພົບ ລະເບີດຈໍານວນ 174 ລູກ, ຟິວ ລູກປືນໃຫຍ່ 86 ຟິວ, ລູກປືນໃຫຍ່ 5 ລູກ, ລູກປືນ 43 ລູກ, ໂບມບີ ປະເພດ #-6 26 ຈຳນວນ 26 ໜ່ວຍ, #-6 24 ຈຳນວນ 2 ໜ່ວຍ, ລະເບີດມື '1 ຈຳນວນ 1 ໜ່ວຍ, ລະເບີດມື 2 ລູກ, 31(-7 ຈຳນວນ 1 ລູກ, 31(-2 ຈຳນວນ 1 ລູກ, ຈະຫລວດ 2,75 JO 1 ລູກ, ຊູ (4VV-30) 1 ລູກ, M-23 ຈຳນວນ 1 ລູກ, ,%-8 ຈຳນວນ 1 ລູກ, ໂບມ 750 ປອນ, M-117 ຈຳນວນ 1 ໜ່ວຍ, ພົບເສດສະເກັດ ຈໍານວນ 6.758 ສິ້ນສ່ວນ, ເສດ ໂລຫະຕ່າງໆ ຈໍານວນ 4.215 ສິ້ນສ່ວນ; ກວດກູ້ຢູ່ພື້ນທີ່ກໍ່ສ້າງ ສະໜາມກິລາເມືອງວຽງໄຊ ເຂດ ບ້ານວຽງໄຊ ມີເນື້ອທີ່ 1,47 ເຮັກ ຕາ, ກວດພົບລະເບີດຈໍານວນ 27 ລູກ, ຟິວລູກປືນໃຫຍ່ 6 ຟິວ, ລູກປືນ ໃຫຍ່ 1 ລູກ, ລູກປືນໃຫຍ່ 15 ລູກ, ໂບມບີ ປະເພດ #-6 26 ຈຳນວນ 4 ໜ່ວຍ, ,%-8 ຈຳນວນ 1 ລູກ, ພົບເສດສະເກັດ 3.089 ສິ້ນສ່ວນ, ເສດໂລຫະຕ່າງໆ 6.408 ສິ້ນ ສ່ວນ; ກວດກູ້ຢູ່ພື້ນທີ່ກໍ່ສ້າງຄຸມ ຄັງຂອງ ປກສ ເມືອງວຽງໄຊ ຢູ່ ເຂດບ້ານນາໄກ່ ມີເນື້ອທີ່ 1,81 ເຮັກຕາ, ກວດພົບລະເບີດ 24 ລູກ, ລູກປືນໃຫຍ່ 23 ລູກ, ລູກປືນໃຫຍ່ 1 ລູກ, ລະເບີດມື 1 ລູກ, ພົບເສດ ສະເກັດ 1.750 ສິ້ນສ່ວນ, ເສດ ໂລຫະຕ່າງໆ 1.817 ສິ້ນສ່ວນ ແລະ ກວດກູ້ຢູ່ພື້ນທີ່ໂຮງຮຽນ ມສ ວຽງໄຊ ມີເນື້ທີ 0,67 ເຮັກຕາ, ກວດພົບລະເບີດ ຈໍານວນ 21 ລູກ, ລູກປືນໃຫຍ່ 4 ລູກ, ໂບມບີປະເພດ #-6 26 ຈຳນວນ 16 ໜ່ວຍ, ຈະຫລວດ 2,75 JO )& ຈຳນວນ ເດືອນມີນາ ແລະ ທິດທາງແຜນ ການ ປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການ ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານ ເສດຖະກິດ, ເງິນຕາ, ອັດຕາແລກ ປ່ຽນ, ລາຄາສິນຄ້າ, ການແກ້ໄຂ ບັນຫາໜີ້ສິນ ແລະ ການຜະລິດ ສິນຄ້າ; ຕີລາຄາການຈັດຕັ້ງປະຕິ ບັດ ມະຕິຂອງສະພາແຫ່ງຊາດ ສະ ບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ2024 ວ່າດ້ວຍການ ຮັບຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2024 ແລະ ທິດທາງ ແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິສະບັບເລກທີ 154/ ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາປີ 2024 ແລະ ທິດທາງ ແຜນການ ປີ 2025 ແລະ ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການ ກໍານົດໜ້າວຽກ ແລະ ການແບ່ງ ຄວາມຮັບຜິດຊອບ ໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນ ຕາ ປະຈຳປີ 2025 ແລະ ແຜນການ ແກ້ໄຂຜົນການກວດກາ-ກວດສອບ ປະຈຳໄຕມາດ 1 ປີ 2025 ແລະ ຕີລາຄາປະຈໍາໄຕມາດ 1 ປີ 2025 ກ່ຽວກັບບັນຫາທີ່ຕິດພັນຂົງເຂດ ວຽກງານປ້ອງກັນຄວາມສະຫງົບ. ຮ່າງຍຸດທະສາດພັດທະນາໂທ ລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ 2026-2040; ຮ່າງ ຍຸດທະສາດ ແລະ ແຜນດຳເນີນ ງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040; ຮ່າງກົດໝາຍ ວ່າ ດ້ວຍອາກອນລາຍໄດ້ (ສະບັບ ປັບປຸງ); ຮ່າງກົດໝາຍ ວ່າດ້ວຍ ປ້າຍ; ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ຮ່າງ ກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບປັບປຸງ) ແລະ ຮ່າງກົດ ໝາຍ ວ່າດ້ວຍ ສາມັນສຶກສາ. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສະຫລັບສັບ ຊ້ອນ ແລະ ຄາດເດົາໄດ້ຍາກ ໂດຍ ສະເພາະບັນຫາຂໍ້ຂັດແຍ້ງຕ່າງໆ ຍັງສືບຕໍ່ເຄັ່ງຕຶງ, ບັນຫາໄພທຳ ມະຊາດ, ພະຍາດລະບາດ ແລະ ອື່ນໆ ຍັງສົ່ງຜົນກະທົບຕໍ່ສະພາບ ເສດຖະກິດໂລກ, ທັງເປັນໄພຄຸກ ຄາມ ແລະ ສ້າງຜົນເສຍຫາຍ ຕໍ່ ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ ຫລາຍປະເທດ ໂດຍສະເພາະຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ; ໄດ້ຍົກໃຫ້ເຫັນບາງ ວຽກງານພາຍໃນປະເທດ ທີ່ບັນດາ ຂະແໜງການກ່ຽວຂ້ອງ ກໍຄື ໃນ ທົ່ວສັງຄົມ ຈະຕ້ອງໄດ້ພ້ອມກັນສືບ ຕໍ່ສຸມໃສ່ແກ້ໄຂ ໃຫ້ມີການຫັນປ່ຽນ ດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ກໍຄື ການ ພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດເຮົາ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ໄຂກອງປະຊຸມ... ຕໍ່າ‹ໜ້າ ສະຫລອງ... ຕໍ່າ‹ໜ້າ ທີ່ເຂົ້າມາຮຸກຮານ ຈົນສາມາດຍາດ ໄດ້ເອກະລາດ ຢ່າງສົມບູນ ໃນວັນທີ 2 ທັນວາ 1975. ສ່ວນໄລຍະທີ 2 ແມ່ນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຫ້ອງວ່າການສູນກາງພັກ ສືບຕໍ່ ເປັນເສນາທິການຊ່ວຍຄະນະບໍລິ ຫານງານສູນກາງພັກ, ຟື້ນຟູປະ ເທດຊາດພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ແລະ ເປັນ ກໍາລັງເສນາທິການຫລັກ ໃນການ ຈັດຕັ້ງບັນດາກອງປະຊຸມໃຫຍ່ ຂອງພັກ ແຕ່ລະຄັ້ງ ນັບຕັ້ງແຕ່ກອງ ປະຊຸມໃຫຍ່ ຄັ້ງທີ III ຈົນມາຮອດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ໃນປັດຈຸບັນ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ຫ້ອງວ່າການ ສູນກາງພັກ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຜົນສໍາເລັດ ໃນໄລຍະຜ່ານມາ, ໃຫ້ຖືເອົາການ ສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ຕ້ອງເຮັດໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ ກໍາ ແໜ້ນແນວທາງນະໂຍບາຍຂອງ ພັກ, ກໍາແໜ້ນລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ, ກໍາແໜ້ນພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມ ຮັບຜິດຊອບຂອງຫ້ອງວ່າການ ສູນກາງພັກ; ສ້າງ ແລະ ປັບປຸງ ທັດສະນະຫລັກໝັ້ນໃຫ້ໜັກແໜ້ນ ຢູ່ສະເໝີ, ຮູ້ຈໍາແນກອັນຜິດ, ອັນ ຖືກ, ຕ້ານ ແລະ ແກ້ໄຂແນວຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງ; ຄະ ນະພັກ-ຄະນະນໍາ ຕ້ອງປຸກລະດົມ ການປະຕິບັດໜ້າທີ່ວຽກງານວິຊາ ສະເພາະຂອງແຕ່ລະກົມ, ໃນຖານະ ທີ່ເປັນອົງການເສນາທິການໂດຍ ກົງ ຂອງສູນກາງພັກ ຕ້ອງເຫັນ ໄດ້ບັນຫາ ແລະ ກໍາແໜ້ນສະພາວະ ຄວາມເປັນຈິງ ຂອງປະເທດຊາດ, ສະພາບການຂອງຍຸກສະໄໝ ກໍຄື ຄວາມເລັ່ງທວງ, ຄວາມຮຽກຮ້ອງ ຕ້ອງການ ເພື່ອເປັນເສນາທິການ ຊ່ວຍສູນກາງພັກ ກໍຄື ການນໍາໃນ ການແກ້ໄຂບັນຫາ ແລະ ສ້າງການ ຫັນປ່ຽນໃໝ່ທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານໃຫ້ເປັນຮູບ ປະທຳ; ຫ້ອງວ່າການສູນກາງພັກ ຕ້ອງຖືສໍາຄັນວຽກງານກໍ່ສ້າງປັບ ປຸງພັກ, ບຳລຸງສ້າງພະນັກງານ ແລະ ວຽກງານຕິດຕາມ, ກວດກາ, ປ້ອງກັນພາຍໃນໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພັກ ໂດຍຖືເອົາ ຄຸນນະພາບເປັນກົກ, ສືບຕໍ່ສຸມໃສ່ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ເພື່ອເຮັດໃຫ້ໜ່ວຍ ພັກມີກຳລັງແຮງ, ມີຄວາມສາມາດ ດຳລົງບົດບາດເປັນແກນນໍາໃນລະ ບົບການເມືອງ ຕາມທີ່ຕັ້ງ, ພາລະ ບົດບາດ ແລະ ໜ້າທີ່ຂອງແຕ່ລະ ໜ່ວຍພັກ. ນອກນີ້, ຕ້ອງໄດ້ເອົາ ໃຈໃສ່ວຽກງານບໍາລຸງກໍ່ສ້າງພະ ນັກງານ ໃຫ້ມີຄຸນນະພາບ. ໃນນີ້, ໃຫ້ເນັ້ນໃສ່ 3 ລະດັບຄື: ພະນັກງານ ນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມ ຄອງ, ພະນັກງານຂັ້ນກາງ ແລະ ພະ ນັກງານວິຊາການ ຕາມທິດຫັນ ເປັນວິຊາການ, ຫັນເປັນຊ່ຽວຊານ ໃນວຽກງານວິຊາສະເພາະ ແລະ ຫັນເປັນຜູ້ບໍລິຫານຕອບສະໜອງ ໃຫ້ແກ່ການປະຕິບັດບົດບາດເປັນ ເສນາທິການໃຫ້ສູນກາງພັກ; ຍົກ ສູງຄຸນທາດການເມືອງ, ທັດສະນະ ຫລັກໝັ້ນຊົນຊັ້ນ ແລະ ຄຸນສົມບັດ ສິນທຳປະຕິວັດຂອງພະນັກງານ ເພື່ອຮັບປະກັນໃຫ້ມີພະນັກງານຮຸນ ສືບທອດປ່ຽນແທນຢ່າງຕໍ່ເນື່ອງ ແລະ ມີຄວາມໜັກແໜ້ນ, ສືບຕໍ່ ເອົາໃຈໃສ່ວຽກງານຕິດຕາມ-ກວດ ກາ ແລະ ແກ້ໄຂປະກົດການຫຍໍ້ ທໍ້ຕ່າງໆທີ່ເກີດຂຶ້ນ. ຢືນຢູ່ຕໍ່ໜ້າ ສິ່ງທ້າທາຍທົດສອບໃໝ່, ຫ້ອງ ວ່າການສູນກາງພັກ ຕ້ອງເປັນ ເຈົ້າການປະສານສົມທົບພາກສ່ວນ ກ່ຽວຂ້ອງ ເພີ່ມທະວີວຽກງານ ປ້ອງກັນພາຍໃນ ໃຫ້ເຂັ້ມແຂງ ໂດຍ ສະເພາະການປ້ອງກັນການນໍາ, ປ້ອງກັນແນວທາງ, ນະໂຍບາຍ ຂອງພັກ, ຮັກສາຄວາມລັບຂອງ ພັກ, ຂອງການນໍາ ເຊິ່ງເປັນໝາກ ຫົວໃຈສຳຄັນຂອງການປະຕິບັດ ພາລະບົດບາດ ຂອງຫ້ອງວ່າການ ສູນກາງພັກ; ຕ້ອງແກ້ໄຂ ແລະ ເດັດຂາດບໍ່ໃຫ້ຄົນບໍ່ດີເລັກລອດ ເຂົ້າໃນການຈັດຕັ້ງຂອງຫ້ອງວ່າ ການສູນກາງພັກ; ຕ້ອງຮັບປະກັນ ບົດບາດການນໍາພາຂອງພັກ ແລະ ຄວາມເປັນແບບຢ່າງ ຂອງສະມາ ຊິກພັກ; ໃຫ້ຖືສໍາຄັນ ແລະ ເອົາໃຈ ໃສ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ ແລະ ຄະນະນໍາແຕ່ລະຂັ້ນ, ເຄົາລົບ ແລະ ປະຕິບັດຫລັກການລວມສູນປະຊາ ທິປະໄຕຂອງພັກ, ເຮັດວຽກມີແຜນ ການ, ມີຈຸດສຸມ, ມີການຊີ້ນໍາ, ຕິດຕາມ, ຊຸກຍູ້ແທດເຖິງຕົວຈິງ, ຕ້ານ ແລະ ແກ້ໄຂແບບແຜນອາດ ຍາສິດ ຫ່າງເຫີນຈາກຕົວຈິງ, ປະ ຕິບັດລະບອບປະຊຸມຖອດຖອນ ບົດຮຽນ ໃຫ້ເປັນປົກກະຕິ, ຊອກ ໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະ ຫຍາຍ, ເຫັນໄດ້ດ້ານອ່ອນ-ຂໍ້ຄົງ ຄ້າງ ເພື່ອດັດແປງແກ້ໄຂ ໃຫ້ທັນ ເວລາ ໂດຍສະເພາະແມ່ນການຊ່ວຍ ສູນກາງພັກ ຕິດຕາມການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ທິດຊີ້ນໍາຂອງພັກ ຢູ່ແຕ່ລະ ອົງຄະນະພັກ ທັງສູນກາງ ແລະ ທ້ອງຖິ່ນ. ຂ່າວ: ກິດຕາ; ພາບ: ເກດສະໜາ ມາເປັນບົດຮຽນ ແລະ ນຳສະເໜີ ມົນສະເໜ່ຂອງປະເທດລາວໃຫ້ຄົນ ຍີ່ປຸ່ນ ໄດ້ຮັບຮູ້. ພ້ອມກັນນີ້, ທ່ານ ທູດຍັງໄດ້ສະແດງຄວາມຫວັງວ່າ ນັກສຶກສາລາວ ຈະໄດ້ຮັບປະສົບ ການ, ຄວາມຮູ້ ແລະ ທັກສະທີ່ລ້ຳ ຄ່າຢູ່ປະເທດຍີ່ປຸ່ນ ແລະ ນໍາມາໝູນ ໃຊ້ໃຫ້ເກີດຜົນປະໂຫຍດ, ປະກອບ ສ່ວນໃນການພັດທະນາປະເທດ ຊາດ ແລະ ພາກພື້ນໃນອະນາຄົດ. ໃນໂອກາດດຽວກັນ, ນາງ ມີນູ່ ພັກດີ, ອາຍຸ 24 ປີ ທີ່ໄດ້ຮັບທຶນ ການສຶກສາ ໄປສຶກສາຕໍ່ໃນລະດັບ ປະລິນຍາໂທ ຢູ່ຍີ່ປຸ່ນ ໄດ້ຕາງໜ້າ ໃຫ້ແກ່ນັກສຶກສາລາວ ມີຄໍາເຫັນ ສະແດງຄວາມຂອບໃຈມາຍັງ ລັດ ຖະບານຍີ່ປຸ່ນ ທີ່ໃຫ້ທຶນການສຶກສາ ໃຫ້ນັກສຶກສາໃນຄັ້ງນີ້, ພ້ອມທັງ ສະແດງຄວາມຢືນຢັນວ່າ ຈະຕັ້ງ ໜ້າສຶກສາ, ຄົ້ນຄວ້າຮ່ຳຮຽນ ໃຫ້ ດີ ແລະ ປະສົບຮັບຜົນສໍາເລັດກັບ ຄືນມາຢ່າງແນ່ນອນ. ໃນພິທີລ້ຽງສົ່ງນັກສຶກສາລາວ ໃນຄັ້ງນີ້, ຍັງມີອະດີດນັກສຶກສາ ລາວທີ່ຈົບຈາກປະເທດຢີ່ປຸ່ນ ມາ ແບ່ງປັນປະສົບການ ແລະ ໃຫ້ຄຳ ແນະນຳຜູ້ໄດ້ຮັບທຶນໃໝ່ ໃນການ ໃຊ້ໂອກາດຄັ້ງນີ້ໃຫ້ເກີດຜົນປະ ໂຫຍດສູງສຸດ ຕື່ມອີກ. ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ແອຊາ ຕາລືບົບ ອັກຄະລັດ ຖະທູດ-ທີ່ປຶກສາສະຖານເອກອັກ ຄະລັດຖະທູດ ສ Óັດເຊຍ ປະຈໍາ ລາວ, ທ່ານ ພົຕ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າຄະນະຊີ້ນໍາການ ກວດກູ້ ແລະ ທໍາລາຍລະເບີດບໍ່ທັນ ແຕກ ເພື່ອມະນຸດສະທໍາ ຢູ່ເມືອງຊໍາ ເໜືອ ແລະ ເມືອງວຽງໄຊ ແຂວງ ຫົວພັນ, ມີຜູ້ຕາງໜ້າສຳນັກງານ ນາຍົກລັດຖະມົນຕີ, ບັນດາກະ ຊວງ, ຄະນະນໍາບັນດາກົມໃຫຍ່- ຄະນະຊີ້ນໍາລວມ, ອົງການກ່ຽວ ຂ້ອງ ຈາກສູນກາງ, ຂັ້ນແຂວງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພັອ ປາດຖະໜາ ບຸດຕິ ຈັກ ຮອງຫົວໜ້າຫ້ອງການກົມ ໃຫຍ່ເສນາທິການກອງທັບ ກອງ ເສນາທິການຄະນະຮ່ວມມືກວດກູ້ ລະເບີດບໍ່ທັນແຕກ ລະຫວ່າງ ສອງ ກະຊວງປ້ອງກັນປະເທດ ລາວÓັດເຊຍ ໄດ້ໃຫ້ຮູ້ວ່າ: ສອງກະຊວງ ປ້ອງກັນປະເທດ ລາວ-Óັດເຊຍ ໄດ້ ຮ່ວມກັນກວດກູ້ລະເບີດໃນ 5 ພື້ນທີ່ ຢູ່ເມືອງວຽງໄຊ ສໍາເລັດໃນເນື້ອທີ່ ທັງໝົດ 18,2 ເຮັກຕາ ໂດຍໄດ້ເລີ່ມ ລົງມື ແຕ່ວັນທີ 11 ພະຈິກ 2024 ຫາ 15 ມີນາ 2025, ໄດ້ກວດກູ້ ແລະ ທຳລາຍຢູ່ພື້ນທີ່ກະສິກຳ ຢູ່ ເຂດບ້ານນາໄກ່ ເນື້ອທ່ີ 5,05 ເຮັກ ຕາ, ກວດພົບລະເບີດຈໍານວນ 82 ລູກ. ໃນນີ້, ມີບົມບີປະເພດ #-6 26 ຈຳນວນ 6 ໜ່ວຍ, ຟິວລູກປືນ ໃຫຍ່ 32 ຟິວ, ລູກປືນໃຫຍ່ 32 ລູກ, ລູກປືນໃຫຍ່ 4 ລູກ, ຟິວລູກປືນຄົກ 1 ຟິວ, ລູກປືນຊູ (4VV-30) 1 ລູກ, 31(-7 ຈຳນວນ 2 ລູກ, 1 ລູກ, ພົບເສດສະເກັດ 2.828 ສິ້ນ ສ່ວນ, ເສດໂລຫະຕ່າງໆ 3.220 ສິ້ນສ່ວນ. ໄດ້ທໍາລາຍລະເບີດທີ່ ກວດພົບ ທັງໝົດ 19 ຄັ້ງ, ຈໍານວນ 64 ໜ່ວຍ. ໃນນີ້, ໂບມບີ (#-6 26) ຈໍານວນ 52 ໜ່ວຍ, ໂບມມບີ (#-6 24) ຈໍານວນ 1 ໜ່ວຍ ແລະ ສໍາພາວຸດ 11 ລູກ. ຜ່ານ ການຈັດຕັ້ງປະຕິບັດການທໍາລາຍ ລະເບີດແຕ່ລະຄັ້ງ ແມ່ນມີຄວາມ ປອດໄພ 100%. ພ້ອມນີ້, ຍັງໄດ້ ທໍາລາຍລະເບີດໃນມື້ປິດສະໜາມ ໃນວັນທີ 24 ມີນາ 2025 ນີ້, ຈໍາ ນວນ 268 ລູກ, ປະເພດລູກຈະ ຫລວດ 9 ລູກ, ປະເພດລະເບີດ 4 ລູກ, ລູກປືນໃຫຍ່ 137 ລູກ, ຟິວ ລູກປືນໃຫຍ່ 118 ຟິວ. ສ່ວນແຜນການສືບຕໍ່ຮ່ວມມື ກວດກູ້ ແລະ ທໍາລາຍ ລບຕ ສົກ ປີ 2025-2026 ຕາມການສະ ເໜີຂອງເມືອງວຽງໄຊ ໄດ້ກຳນົດ ເອົາ 4 ພື້ນທີ່, ມີເນື້ອທີ່ທັງໝົດ 78 ເຮັກຕາ ຄື: ພື້ນທີ່ຂ້າງໂຮງຮຽນ ວິຊາຊີບລຽບລົງທາງບ້ານບັກ ເປັນ ດິນລັດ ມີເນື້ອທີ່ 10 ເຮັກຕາ; ພື້ນທີ່ ດິນທະຫານແຂວງ ແລະ ສະໜາມ ແອບທະຫານເມືອງ ເປັນດິນລັດ ເນື້ອທີ່ 12,5 ເຮັກຕາ; ພື້ນທີ່ຕິດ ກັບສະໂມສອນບ້ານບັກ ເນື້ອທີ່ 3,5 ເຮັກຕາ ແລະ ພື້ນທີ່ເຂດກຸ່ມ 5 ເປັນດິນລັດ (ເຂດໜອງກົບ) ເນື້ອ ທີ່ 52 ເເຮັກຕາ ເຊິ່ງຈະເລີ່ມເຮັດ ວຽກງານການກະກຽມ ແຕ່ເດືອນ ມິຖຸນາ ຫາ ເດືອນຕຸລາ 2025 ແລະ ຈະປະຕິບັດການກວດກູ້ ໃນ ຕົ້ນເດືອນພະຈິກ 2025. ໂອກາດດັ່ງກ່າວ, ຍັງໄດ້ມອບ ພື້ນທີ່ກວດກູ້ລະເບີດບໍ່ທັນແຕກສໍາ ເລັດຄືນໃຫ້ເມືອງວຽງໄຊ, ພ້ອມທັງ ປະດັບຫລຽນໄຊຂອງກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວໃຫ້ກໍາ ລັງກວດມິນ ສາກົນກອງທັບ ສ Óັດເຊຍ ໃນນັ້ນ, ປະດັບຫລຽນໄຊພິ ລະອາດຫານ ຊັ້ນ II ໃຫ້ 8 ສະຫາຍ; ປະດັບຫລຽນໄຊພິລະອາດຫານ ຊັ້ນ III ໃຫ້ 9 ສະຫາຍ, ມອບຫລຽນ ກາມິດຕະພາບ ໃຫ້ 5 ສະຫາຍ. ພ້ອມນີ້, ຝ່າຍ Óັດເຊຍ ຍັງໄດ້ມອບ ຫລຽນປະເພດຕ່າງໆ ໃຫ້ພະນັກ ງານ-ນັກຮົບໃຫ້ແກ່ຕົວແທນກະຊວງ ປ້ອງກັນປະເທດ ຝ່າຍລາວ ຕື່ມອີກ. ໃນຕອນທ້າຍ ທ່ານ ພົຕ ປະສິດ ທ່ຽງທໍາ ກໍໄດ້ມີຄຳເຫັນ ກ່າວປິດ ການຮ່ວມມືກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກ ເພື່ອມະນຸດສະ ທຳ ຢູ່ເມືອງວຽງໄຊ ແຂວງຫົວພັນ ຢ່າງເປັນທາງການ. ພ້ອມທັງ ສະ ແດງຄວາມຊົມເຊີຍ ຕໍ່ກໍາລັງກວດ ມິນ ສາກົນກອງທັບ ສ Óັດເຊຍ ກໍຄື ສອງກະຊວງປ້ອງກັນປະເທດ ລາວ-Óັດເຊຍ ທີ່ໄດ້ພ້ອມກັນປະຕິ ບັດໜ້າທີກວດກູ້ ແລະ ທຳລາຍລະ ເບີດບໍ່ທັນແຕກ ຢູ່ເມືອງວຽງໄຊ ສຳເລັດຕາມເປົ້າໝາຍ, ພ້ອມທັງ ສະແດງຄວາມຫວັງວ່າ ສອງກະ ຊວງປ້ອງກັນປະເທດ ລາວ-Óັດ ເຊຍ ຈະສືບຕໍ່ກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກ ຢູ່ເມືອງວຽງ ໄຊ ກໍຄື ແຂວງຫົວພັນ ຕື່ມອີກ ໃນ ອະນາຄົດ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==