25/03/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K Ia [Iv'gvq kdkoxa [x5 'dq '9a d dko9a f8A '0v']a f4t[ko ra d gvq k.9.lj sa o;Pd'ko lkmk]totl5 d wxl6j Ikd4koxt-k-q o ໂດຍ: ຢ່າຕົງ ຂປລ. ໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ພັກ-ລັດຖະບານ ໄດ້ ເອົາໃຈໃສ່ຫັນວຽກງານສາທາລະ ນະສຸກ ໄປສູ່ຮາກຖານປະຊາຊົນ ໂດຍຖືເອົາການກັນພະຍາດສົ່ງເສີມ ສຸຂະພາບເປັນຕົ້ນຕໍ, ຖືເອົາການ ປິ່ນປົວທີ່ມີຄຸນນະພາບ ແລະ ສະ ໜອງການບໍລິການສາທາລະນະ ສຸກ ຢ່າງທົ່ວເຖິງ ໂດຍໄດ້ເອົາໃຈໃສ່ ວຽກງານໂຄສະນາສຸຂະສຶກສາໃຫ້ ຄວາມຮູ້ແກ່ປະຊາຊົນບັນດາເຜົ່າໃນ ຂອບເຂດທົ່ວປະເທດ ເພື່ອຫັນປ່ຽນ ໃໝ່ດ້ານແນວຄິດ, ທັດສະນະ ແລະ ວິຖີການດໍາລົງຊີວິດທີ່ຖືກຕ້ອງ, ມີ ສຸຂະພາບທີ່ດີທັງທາງດ້ານຮ່າງ ກາຍ ແລະ ຈິດໃຈ. ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນ ອາທິດຜ່ານມານີ້ວ່າ: ພາຍໃຕ້ການ ນໍາພາຂອງພັກ ຕໍ່ຂະແໜງການ ສາທາລະນະສຸກ ຕະຫລອດໄລຍະ 70 ປີຜ່ານມາ, ພັກໄດ້ເອົາໃຈໃສ່ ຫັນວຽກງານສາທາລະນະສຸກ ໄປ ສູ່ຮາກຖານປະຊາຊົນ ໂດຍຖືເອົາ ການກັນພະຍາດສົ່ງເສີມສຸຂະພາບ ເປັນຕົ້ນຕໍ, ຖືເອົາການປິ່ນປົວທີ່ມີ ຄຸນນະພາບ ແລະ ສະໜອງການ ບໍລິການສາທາລະນະສຸກຢ່າງທົ່ວ ເຖິງ; ໄດ້ສຸມໃສ່ການສ້າງບ້ານ ສາທາລະນະສຸກແບບຢ່າງ ແລະ ການບໍລິການເຊື່ອມສານສຸຂະພາບ ຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມເປັນຕົ້ນ ການໃຫ້ວັກຊິນກັນພະຍາດ, ການ ລົງຊຸກຍູ້ໃຫ້ແມ່ຍິງຖືພາໄດ້ມາກວດຝາກທ້ອງ ແລະ ເກີດລູກຢູ່ສະຖານ ບໍລິການດ້ານສາທາລະນະສຸກ, ການແນະນໍາການມີໂພຊະນາການ ທີ່ດີ, ການຊົມໃຊ້ນໍ້າສະອາດ, ວິດ ຖ່າຍ ແລະ ການປະກາດຢຸດຕິການ ຖ່າຍຊະຊາຍ ເຊິ່ງມາຮອດປັດຈຸບັນ, ສາມາດປະກາດການຢຸດຕິຖ່າຍຊະ ຊາຍໄດ້ 10 ແຂວງ, 129 ເມືອງ, 8.511 ບ້ານ, ການນໍາໃຊ້ນໍ້າສະ ອາດກວມ 96.08% ແລະ ທຸກ ແຂວງໃນທົ່ວປະເທດ; ລະບົບເຝົ້າ ລະວັງບາງພະຍາດ ແລະ ໂຕ້ຕອບ ຕໍ່ການລະບາດຂອງພະຍາດຕິດຕໍ່ ມີຄວາມເຂັ້ມແຂງ; ມີຫ້ອງປະຕິບັດ ງານສຸກເສີນທາງດ້ານສາທາລະນະ ສຸກ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ທີ່ມີຄວາມພ້ອມໂຕ້ຕອບຕໍ່ເຫດການ ສຸກເສີນທາງດ້ານສາທາລະນະສຸກ. ທ່ານ ບຸນແຝງ ພູມມະໄລສິດ ຍັງໃຫ້ຮູ້ອີກວ່າ: ໃນໄລຍະທີ່ມີການ ລະບາດຂອງພະຍາດໂຄວິດ-19 ກໍສາມາດຄວບຄຸມການລະບາດ ແລະ ຈໍາກັດການຕາຍໄວ້ໃນລະດັບ ຕໍ່າ; ອັດຕາການເຈັບ ແລະ ການ ຕາຍຍ້ອນໄຂ້ຍຸງຫລຸດຜ່ອນລົງເປັນ ໜ້າເພິ່ງພໍໃຈ ແລະ ຈະໄປເຖິງການ ລົບລ້າງໃນຊຸມປີຕໍ່ໜ້ານີ້; ສາມາດ ປະກາດລົບລ້າງພະຍາດຂາຊ້າງ ໃນ ສປປ ລາວ ປີ 2023; ຕາໜ່າງ ບໍລິການສາທາລະນະສຸກ ໄດ້ຮັບ ການປັບປຸງໃນຂອບເຂດທົ່ວປະເທດ, ປັດຈຸບັນມີ5 ໂຮງໝໍສູນກາງ, 4 ສູນ ປິ່ນປົວສະເພາະທາງ, 17 ໂຮງໝໍ ແຂວງ, 135 ໂຮງໝໍເມືອງ ແລະ 1.080 ສຸກສາລາ ໂດຍການຈັດຕັ້ງ ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ໃນ ສະຖານທີ່ບໍລິການສາທາລະນະສຸກ ຂອບເຂດທົ່ວປະເທດ. ຄ່ຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ສະໜອງອຸປະກອນ ການແພດທີ່ທັນສະໄໝ ແລະ ລົດ ນໍາສົ່ງຄົນເຈັບໃຫ້ໂຮງໝໍຂັ້ນຕ່າງໆ, ປັດຈຸບັນໂຮງໝໍເມືອງທຸກແຫ່ງໃນ ຂອບເຂດທົ່ວປະເທດ ມີລົດນໍາສົ່ງ ຄົນເຈັບ; ການບໍລິການສະເພາະ ທາງທີ່ທັນສະໄໝຂອງໂຮງໝໍຂັ້ນ ສູນກາງ ກໍໄດ້ຮັບການຍົກລະດັບເປັນ ຕົ້ນສາມາດຜ່າຕັດຫົວໃຈ, ສາມາດ ຜ່າຕັດສະໝອງ ແລະ ກະດູກ. ໂຮງໝໍ ແຂວງ ສາມາດໃຫ້ການບໍລິການຜ່າ ຕັດໃຫຍ່ໄດ້ ແລະ ໂຮງໝໍເມືອງ 35 ແຫ່ງ ສາມາດຜ່າຕັດຊ່ວຍເກີດລູກ ແລະ ແກ້ໄຂກໍລະນີສຸກເສີນຕ່າງໆ ໄດ້; ໄດ້ຖືສໍາຄັນຕໍ່ວຽກງານປົກປ້ອງ ສຸຂະພາບຂອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ, ໄດ້ຕິດຕາມກວດກາຄຸນນະພາບ ອາຫານ, ຢາ ແລະ ຜະລິດຕະພັນ ການແພດທີ່ຜະລິດ, ນໍາເຂົ້າ, ຈໍລະ ຈອນຈໍາໜ່າຍ ຢູ່ທ້ອງຕະຫລາດ; ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມ ແຂງ ສາມາດບັນລຸຕາມຕາດຕະ ຖານການຜະລິດທີ່ດີ ((M1) ສາມາດຕອບສະໜອງຄວາມຕ້ອງ ການພາຍໃນ ແລະ ສົ່ງອອກຈໍາ ນວນໜຶ່ງ. ໂຮງງານຜະລິດຢາຂອງ ລັດ ແລະ ເອກະສານຊົນ ສາມາດ ສະໜອງຢາຈໍາເປັນພື້ນຖານພາຍໃນ ປະເທດ ໄດ້ປະມານ 60% ຂອງ ຄວາມຕ້ອງການຢູ່ບັນດາໂຮງໝໍ ຂອງລັດໃນທົ່ວປະເທດ. ປັດ ຈຸບັນ, ມີໂຮງງານຜະລິດໄດ້ຮັບການຢັ້ງຢືນ ການປະຕິບັດຫລັກການຜະລິດຢາ ທີ່ດີ ຈໍານວນ 7 ແຫ່ງ; ມີໂຮງງານ ຜະລິດອາຫານ ຈໍານວນ 45 ແຫ່ງ ທີ່ ໄດ້ຮັບການຢັ້ງຢືນ(M1/)"$$1 ແລະ ມາດຕະຖານສາກົນ I40 22000; ໄດ້ເອົາໃຈໃສ່ສົ່ງເສີມການ ນໍາໃຊ້ຢາພື້ນເມືອງສົມທົບກັບຢາ ຫລວງໃນການຮັກສາສຸຂະພາບ, ທັງ ໄດ້ສຸມໃສ່ພັດທະນາຊັບພະຍາກອນ ມະນຸດ ດ້ານການຢາພື້ນເມືອງ ໂດຍ ສ້າງຕັ້ງພາກວິຊາການຢາພື້ນເມືອງ ຢູ່ມະຫາວິທະຍາໄລວິທະຍາສາດ ສຸຂະພາບ; ການຄຸ້ມຄອງພະນັກງານ ໄດ້ຫັນເປັນທັນສະໄໝ, ໄດ້ຄົ້ນ ຄວ້າສ້າງ ດໍາລັດວ່າດ້ວຍລັດຖະ ກອນແພດ, ຍຸດທະສາດພັດທະນະ ພະນັກງານສາທາລະນະສຸກ ຮອດ ປີ 2030, ມີຖານຂໍ້ມູນພະນັກງານ ທີ່ທັນສະໄໝ ເຊື່ອມຕໍ່ກັນທາງອອນ ລາຍ ແຕ່ສູນກາງຮອດທ້ອງຖິ່ນ, ເຮັດໃຫ້ສາມາດຄຸ້ມຄອງຂໍ້ມູນພະ ນັກງານ ມີຄວາມສະດວກວ່ອງ ໄວ ແລະ ຊັດເຈນຂຶ້ນກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງຈັດຕັ້ງປະຕິບັດ ກອງທຶນປະກັນສຸຂະພາບແຫ່ງຊາດ ເຊິ່ງເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງການບໍລິການປິ່ນປົວທີ່ ຈໍາເປັນກວມ 94,5%, ອອກບັດ ປະກັນສຸຂະພາບສຳລັບຄອບຄົວຜູ້ ທຸກຍາກໃນຂອບເຂດທົ່ວປະເທດ, ພັດທະນາລະບົບທົດແທນເງິນທັນ ສະໄໝ (&-$MBJN), ທົດແທນ ຄືນຄ່າບໍລິການປິ່ນປົວໃຫ້ສະຖານທີ່ ບໍລິການໃນຂອບເຂດທົ່ວປະເທດ ແລະ ປັບປຸງກົດໝາຍ ແລະ ນິຕິກຳ ໄຕ້ກົດໝາຍໃຫ້ແທດເໝາະໃນແຕ່ລະ ໄລຍະ; ໄດ້ຄົ້ນຄວ້າສ້າງນະໂຍບາຍ, ກົດໝາຍ ແລະ ຫັນເປັນແຜນງານ ໂຄງການລະອຽດ ຊຶ່ງກົດໝາຍ ສະບັບທໍາອິດໄດ້ຖືກຮັບຮອງໃນປີ 2000, ມາຮອດປັດຈຸບັນມີກົດໝາຍ ທັງໝົດ 13 ສະບັບ ແລະ ນິຕິກໍາລຸມ ກົດໝາຍຈໍານວນໜຶ່ງ. ຕະຫລອດໄລຍະແຫ່ງການນໍາ ພາຂອງພັກ ທີ່ເວລາໃດກໍໄດ້ເອົາໃຈ ໃສ່ບັນຫາສຸຂະພາບຂອງປະຊາຊົນ ເຮັດໃຫ້ສຸຂະພາບຂອງປະຊາຊົນ ໄດ້ຮັບການພັດທະນາ ແລະ ປັບປຸງ ດີຂຶ້ນ, ອັດຕາການຕາຍຂອງແມ່ ແຕ່ ປີ 2015 ເຖິງປັດຈຸບັນເຫັນວ່າມີ ທ່າອ່ຽງຫລຸດລົງ, ອາຍຸຍືນສະເລ່ຍ ຂອງປະຊາຊົນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກ 51 ປີ ໃນປີ 1986 ເປັນ 73 ປີ ໃນປີ 2024. ຂ່າວ: ວຽງສະຫວັນ ພາຍໃຕ້ການນໍາພາ-ຊີ້ນຳອັນ ສະຫລາດສ່ອງໃສຂອງພັກ ກໍຄື ອົງການຈັດຕັ້ງຕ່າງໆ ໄດ້ມີແຜນ ພັດທະນາເສດຖະກິດ-ສັງຄົມ ເຫັນ ໄດ້ວຽກງານພັດທະນາແກ້ໄຂ້ ຄວາມທຸກຍາກຂອງປະຊາຊົນເປັນ ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວ ກັບຜົນສໍາເລັດກອງປະຊຸມສະໄໝ ວິສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ວ່າ: ກອງປະຊຸມຄັ້ງ ນີ້ ດຳເນີນເປັນເວລາ 4 ວັນ ເຊິ່ງ ໄດ້ພິຈາລະນາຮັບຮອງເອົາບັນຫາ ສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິຮັບຮອງ ຂອງສະພາແຫ່ງຊາດ 5 ສະບັບ. ໃນນີ້, ໄດ້ພິຈາລະນາຕົກລົງຂອງ ສະພາແຫ່ງຊາດ ໃນການຮັບຮອງ ເອົາການປັບປຸງກົງຈັກການຈັດຕັ້ງ ຂອງລັດຖະບານ ແລະ ການຍົກເວັ້ນ ອາກອນກໍາໄລໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກໍາອະມະຕະ. ສຳລັບການປັບປຸງກົງຈັກການ ຈັດຕັ້ງຂອງລັດຖະບານ ໄດ້ໂຮມ ກະຊວງແຜນການ ແລະ ການ ລົງທຶນເຂົ້າກັບກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ; ໂຮມກະຊວງພະລັງງານ ແລະ ບໍ່ ແຮ່ ເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການ ຄ້າ; ໂຮມກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າ ກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂຮມກະຊວງ ພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນ ກາງພັກ, ເອົາວຽກຄຸ້ມຄອງລັດຖະ ກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະ ບົດບາດຂອງຄະນະຈັດຕັ້ງສູນກາງ ພັກ ພ້ອມທັງຍົກຍ້າຍບຸກຄະລາ ໂດຍ: ແກ້ວອຸດົມ ກອນທີ່ເຮັດວຽກງານດັ່ງກ່າວ ໄປ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາ ສະໜາ ແລະ ວຽກອື່ນໆ ພ້ອມທັງ ບຸກຄະລາກອນທີ່ເຮັດວຽກງານ ດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງການທີ່ເຫັນວ່າ ມີຄວາມສອດຄ່ອງ; ໂອນວຽກສື່ ມວນຊົນ (ວຽກຖະແຫລງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມ ສູນກາງພັກ ແລະ ປ່ຽນຊື່ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນ ວ່າ: ກະຊວງວັດທະນະທຳ ແລະ ທ່ອງທ່ຽວ. ສ່ວນການຍົກເວັ້ນອາກອນ ກໍາໄລໃຫ້ແກ່ຜູ້ລົງທຶນໃນນິຄົມອຸດ ສາຫະກໍາອະມະຕະ ໄດ້ມີການຍົກ ເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາ ເນີນກິດຈະການໂຮງງານ ສໍາລັບ ຜູ້ທີ່ມາລົງທຶນພາຍໃນ 7 ປີທໍາອິດ ພາຍຫລັງທີ່ດຳລັດ ວ່າດ້ວຍນິຄົມ ອຸດສາຫະກຳອະມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງ ເສີມພິເສດ 4 ກຸ່ມກິດຈະການຄື: ອຸດສາຫະກຳປຸງແຕ່ງກະສິກຳທີ່ ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; ອຸດສາຫະກຳຜະລິດອຸປະກອນ ຂອງພະລັງງານທົດແທນ ລວມ ທັງແຜງ, ຊິ້ນສ່ວນພະລັງງານແສງ ອາທິດ; ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫລ່; ອຸດສາຫະກຳຜະ ລິດອຸປະກອນໄຟຟ້າ ແລະ ເອເລັກ ໂຕÓນິກ. ນອກຈາກນີ້, ຍັງໄດ້ອອກເປັນ ມະຕິຂອງສະພາແຫ່ງຊາດເປັນຕົ້ນ ແມ່ນມະຕິວ່າດ້ວຍການຮັບຮອງ ເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025, ມະຕິວ່າດ້ວຍການ ຮັບຮອງເອົາກົດໝາຍວ່າດ້ວຍການ ປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025, ມະຕິວ່າດ້ວຍການຮັບຮອງ ເອົາກົດໝາຍວ່າດ້ວຍພະນັກງານລັດຖະກອນ ສະບັບປັບປຸງປີ 2025 ອີກຕື່ມ. ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວ ມາຂ້າງເທິງນັ້ນ, ໃນໄລຍະດຳເນີນ ກອງປະຊຸມມີປະຊາຊົນບັນດາເຜົ່າ ສົ່ງຄຳຄິດຄຳເຫັນຜ່ານໂທລະສັບ ສາຍດ່ວນ (156) ມາຍັງກອງ ປະຊຸມສະພາແຫ່ງຊາດ ມີທັງໝົດ 282 ສາຍ, 134 ເລື່ອງ ເຊິ່ງພົວພັນ ເຖິງການພັດທະນາເສດຖະກິດສັງຄົມ, ການຄຸ້ມຄອງບໍລິຫານ ລັດ, ການຊົດເຊີຍຜົນກະທົບຈາກ ໂຄງການພັດທະນາຕ່າງໆ; ຕໍ່ຄໍາ ຄິດເຫັນຂອງປະຊາຊົນທີ່ສົ່ງມາ ນັ້ນ ສະພາແຫ່ງຊາດ, ກອງເລຂາ ກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າພິຈາລະນາແກ້ໄຂ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ. ທ່ານ ນາງ ອຳ ໄພວອນ ລ້ອມບຸນແພງ ກ່າວ. ]h P'';0kp lh k']kpIa [s]kpIh vp]h kodu [8xu q + ວຽກງານສຳຄັນ ໂດຍໄດ້ສົ່ງເສີມ ການຜະລິດກະສິກຳການປູກ-ການ ລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ. ເໝືອນດັ່ງ ຄອບຄົວທ່ານ ພັນທະບູນ ວົງໄຊ ທີ່ເປັນຄອບຄົວຕົວແບບດ້ານການ ລ້ຽງງົວ ຢູ່ບ້ານໂພນຫໍ ເມືອງໂພນ ໂຮງ ແຂວງວຽງຈັນ ມີລາຍຮັບ ຈາກການລ້ຽງງົວຂາຍ 200 ລ້ານ ກວ່າກີບຕໍ່ປີ. ທ່ານ ພັນທະບູນ ວົງໄຊ ໄດ້ປະ ກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງໂພນ ໂຮງ ຄັ້ງທີ VIII ເມື່ອບໍ່ດົນມານີ້ ວ່າ: ຟາມຂອງຕົນຕັ້ງຢູ່ບ້ານໂພນ ຫໍ ເມືອງໂພນໂຮງ ເຊິ່ງໄດ້ເລີ່ມຕົ້ນ ລ້ຽງງົວມາແຕ່ປີ 2018 ໂດຍໄດ້ຊື້ພໍ່ ແລະ ແມ່ພັນນຳເຂົ້າມາຈາກປະເທດ ເພື່ອນບ້ານໄທ ເປັນງົວລູກປະສົມບາ ມັນ 40 ໂຕ ໃນນີ້, ເປັນແມ່ພັນ 20 ໂຕ ລູກງົວຕິດມາ 19 ໂຕ ແລະ ພໍ່ ຄົມງົວບາມັນແຫ່ງປະເທດລາວ ເພື່ອຈໍາໜ່າຍແນວພັນໃຫ້ປະຊາຊົນ ແລະ ສະມາຊິກໃນກຸ່ມທີ່ຕ້ອງການ ລ້ຽງງົວ ສະເລ່ຍມີລາຍຮັບຈາກ ການຂາຍງົວ 150 ລ້ານກວ່າກີບ ແລະ ຂາຍຂີ້ງົວ ປະມານ 50 ລ້ານ ກວ່າກີບ ລວມລາຍຮັບໝົດປີສະ ເລ່ຍ 200 ລ້ານກວ່າກີບ. ທ່ານ ພັນທະບູນ ວົງໄຊ ກ່າວ ຕື່ມວ່າ: ກ່ອນທີ່ຕົນເອງຈະມີໂອ ກາດ ແລະ ເວລາສ້າງເສດຖະກິດ ຄອບຄົວໃຫ້ເຂັ້ມແຂງແບບນີ້ ກໍ ເນື່ອງຈາກການນໍາພາ-ຊີ້ນຳອັນ ສະຫລາດສ່ອງໃສຂອງພັກ ກໍຄື ອົງການຈັດຕັ້ງຕ່າງໆ ໄດ້ມີແຜນ ພັດທະນາເສດຖະກິດ-ສັງຄົມ ເຫັນ ໄດ້ວຽກງານພັດທະນາແກ້ໄຂ ຄວາມທຸກຍາກຂອງປະຊາຊົນເປັນ ວຽກງານສຳຄັນຕົນເອງຕາງໜ້າ ໃຫ້ພໍ່ແມ່ປະຊາຊົນເມືອງໂພນໂຮງ ຂໍສະແດງຄວາມຮູ້ບຸນຄຸນອັນສູງ ສົ່ງຕໍ່ການນຳພັກ-ລັດ ທຸກຂັ້ນໃນ ທົ່ວເມືອງ, ທົ່ວແຂວງ ທີ່ໄດ້ຊຸກຍູ້ ວຽກງານດັ່ງກ່າວ ໃຫ້ພໍ່ແມ່ປະຊາ ຊົນ, ກະສິກອນທີ່ໄດ້ມີຊີວິດການ ເປັນຢູ່ທີ່ດີຂຶ້ນເລື້ອຍໆ. ພັນ 1 ໂຕ. ໃນປີ 2020 ໄດ້ນໍາເຂົ້າ ຕື່ມອີກ 5 ໂຕ ລວມເປັນ 45 ໂຕ. ເນື້ອທີ່ຟາມໃນການລ້ຽງງົວ ມີ 35 ເຮັກຕາ ໃນນັ້ນ, ໄດ້ແບ່ງອອກເປັນ 3 ສ່ວນຄື: ເນື້ອທີ່ຕັ້ງໂຮງເຮືອນ ແລະ ບ່ອນປ່ອຍງົວ 17 ເຮັກຕາ, ເນື້ອທີ່ປູກຫຍ້າເພື່ອຮອງຮັບໃນ ຟາມ 10 ເຮັກຕາ ແລະ ເນື້ອທີ່ປູກ ສະບຽງອາຫານ ແລະ ໄມ້ໃຫ້ໝາກ 8 ເຮັກຕາ. ສຳລັບຫຍ້າ ແລະ ສະບຽງ ອາຫານທີ່ໃຊ້ໃນຟາມໃນໄລຍະ ຜ່ານມາໄດ້ປູກຫຍ້າຢູ່ 3 ຊະນິດ ຄື: ຫຍ້າລູຊີ, ຫຍ້າເນເປຍ, ຫຍ້າແພງ ໂກລາ, ສ່ວນລະດູແລ້ງ ແມ່ນໄດ້ໃຊ້ ເຟືອງເປັນອາຫານສ່ວນໃຫຍ່. ນອກ ນີ້, ຍັງໄດ້ນຳໃຊ້ອາຫານເສີມຊ່ວຍ ເປັນຕົ້ນກາກນໍ້າຕານປະສົມກັບ ວິຕາມິນປະສົມນໍ້າຫົດເຟືອງ, ຂີ້ເບຍ ແລະ ຫົວອາຫານ, ແຕ່ລະປີມີງົວ ນ້ອຍເກີດໃໝ່ປະມານ 15-20 ໂຕ ຊຶ່ງປັດຈຸບັນໃນຟາມມີງົວທັງໝົດ 113 ໂຕ ເປັນງົວລູກປະສົມບາມັນ ທັງໝົດ. ສຳລັບການຈໍາໜ່າຍງົວ ຂອງຟາມແມ່ນໄດ້ເຂົ້າກຸ່ມສະມາ
RkJQdWJsaXNoZXIy MTc3MTYxMQ==