6094

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/03/2025 xtgmf]k; ຫລາຍພາກສ່ວນ... ຂປລ. ອົງຄະນະພັກຫ້ອງວ່າ ການສໍານັກງານນາຍົກລັດຖະມົນ ຕີ (ຫສນຍ) ຈັດພິທີປະດັບຫລຽນ ກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (ວັນທີ 22 ມີນາ 1955-22 ມີນາ 2025) ໃນທ້າຍອາທິດຜ່ານມາ ໃຫ້ສະມາ ຊິກພັກຜູ້ທີ່ຍັງປະຈໍາການ ແລະ ສະ ມາຊິກພັກອາວຸໂສບໍານານ ຫ້ອງວ່າ ການສຳນັກງານນາຍົກລັດຖະມົນ ຕີ ໂດຍມີ ສະຫາຍ ບົວຄົງ ນາມມະ ວົງ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ລັດຖະມົນ ຕີ, ຫົວໜ້າ ຫສນຍ, ມີຄະນະບໍລິ ຫານງານພັກ, ບັນດາສະຫາຍທີ່ໄດ້ ຮັບການປະດັບຫລຽນ, ມີຄະນະ ໜ່ວຍພັກຮາກຖານ ພ້ອມດ້ວຍສະ ມາຊິກພັກ-ພະນັກງານ ທີ່ຂຶ້ນກັບ ອົງຄະນະພັກ ຫສນຍ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະ ບໍລິຫານງານພັກ ຫສນຍ, ປະທານ ອົງການກາແດງແຫ່ງຊາດລາວ ໄດ້ ຜ່ານມະຕິຕົກລົງ ຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 440/ຄລສພ, ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫລຽນ ກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ໃຫ້ສະມາ ຊິກພັກ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ 41 ສະຫາຍ. ໃນນັ້ນ, ສະມາຊິກພັກ ຜູ້ທີ່ຍັງປະ ຈຳການ6ສະຫາຍ, ຍິງ1ສະຫາຍ, ສະມາຊິກພັກອາວຸໂສບໍານານ 35 ສະຫາຍ, ຍິງ 10 ສະຫາຍ, ໃຫ້ ກຽດປະດັບຫລຽນໂດຍ ສະຫາຍ ເລຂາຄະນະບໍລິຫານງານພັກ ລັດ ຖະມົນຕີ, ຫົວໜ້າ ຫສນຍ. ໃນພິທີ ສະຫາຍ ບົວຄົງ ນາມ ມະວົງ ໄດ້ມີຄໍາເຫັນວ່າ: ຫລຽນ ກາ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ເປັນຫລຽນກາກຽດ ຕິຄຸນອັນສູງສົ່ງຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມອບໃຫ້ແກ່ ບັນດາສະຫາຍສະມາຊິກພັກ ທີ່ຍັງ ປະຈໍາການ ແລະ ສະມາຊິກພັກ ອາວຸໂສບໍານານ ຜູ້ທີ່ມີຜົນງານອັນ ໃຫຍ່ຫລວງ, ປະກອບສ່ວນອຸທິດ ເລືອດເນື້ອເຫື່ອແຮງ ແລະ ສະຕິປັນ ໃຫ້ສະມາຊິກພັກ ຄະນະພົວພັນຕ່າງ ປະເທດສູນກາງພັກ ທີ່ມີຜົນງານ, ຄຸນງາມຄວາມ ດີ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຕະຫລອດໄລຍະຜ່ານ ມາ ຈຳນວນ 14 ສະຫາຍ, ຍິງ 3 ສະຫາຍ ແລະ ຜ່ານຂໍ້ຕົກລົງ ສະບັບ ເລກທີ 95/ຄຈສພ, ລົງວັນທີ 13 ມີນາ 2025 ວ່າດ້ວຍການມອບ ຫລຽນກາລະນຶກ 70 ປີ ວັນສ້າງ ຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ ພະນັກງານ-ລັດຖະກອນ ໃນຂະ ແໜງຈັດຕັ້ງ ຂອງຄະນະພົວພັນ ຕ່າງປະເທດສູນກາງພັກ ຈຳນວນ 29 ສະຫາຍ, ຍິງ 10 ສະຫາຍ. ໂອກາດນີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ໃຫ້ກຽດປະດັບ ຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປປລາວ ໃຫ້ສະຫາຍບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະ ນະພັກ, ຮັກສາການຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ. ຈາກນັ້ນ, ສະຫາຍ ບຸນເຫລືອ ພັນ ດານຸວົງ ໄດ້ໃຫ້ກຽດປະດັບຫລຽນ ກາລະນຶກ 70 ປີ ວັນສ້າງຕັ້ງ ພັກ ປປ ລາວ ໃຫ້ແກ່ພະນັກງານນຳພາ ຄຸ້ມຄອງ ແລະ ພະນັກງານອາວຸໂສ ບຳນານ ແລະ ປະດັບຫລຽນລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງ ສູນກາງພັກ ໃຫ້ພະນັກງານທີ່ເຮັດ ວຽກງານຈັດຕັ້ງ ຂອງຄະນະພົວ ພັນຕ່າງປະເທດຕາມລຳດັບ. ໃນມື້ດຽວກັນ, ທີ່ອົງການ ປົກຄອງນະຄອນຫລວງວຽງຈັນ (ນວ) ຈັດພິທີປະດັບຫລຽນກາ ລະນຶກ 70 ປີ ພັກປະຊາຊົນ ປະຕິ ວັດລາວ ໃຫ້ບັນດາການນຳ, ອະດີດ ການນຳ ຂັ້ນນະຄອນຫລວງວຽງ ຈັນ ໃນໂອກາດເຫລີມສະຫລອງ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາ ທິການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ ນະຄອນຫລວງ ວຽງຈັນ, ມີສະຫາຍ ອາດສະພັງ ທອງ ສີພັນດອນ ຮອງເລຂາຄະນະ ບໍລິຫານງານພັກ, ເຈົ້າຄອງນະ ຄອນຫລວງວຽງຈັນ, ມີຄະນະປະ ຈຳພັກ, ຄະນະພັກ, ບັນດາການນຳ ນວ, ພະນັກງານບຳນານອາວຸໂສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ອານຸພາບ ຕຸນາລົມ ໄດ້ກ່າວບົດສັນລະເສີນ ສະດຸດີ ໃນພິທີປະດັບຫລຽນກາລະ ນຶກ 70 ປີ ວັນສ້າງຕັ້ງພັກ ເຊິ່ງເປັນ ຫລຽນກາກຽດຕິຄຸນອັນສູງສົ່ງ ຂອງ ພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ປະຈໍາການ ແລະ ອະດິດພະນັກ ງານບໍານານ ເຊິ່ງມີຜົນງານອັນ ໃຫຍ່ຫລວງ, ມີວິລະກໍາອັນລໍ້າ ເລີດ, ເປັນແບບຢ່າງອັນປະເສີດ ແກ່ຮຸ່ນສືບທອດ, ໄດ້ປະກອບສ່ວນ ອຸທິດເຫື່ອແຮງ, ສະຕິປັນຍາໃຫ້ ແກ່ພັກ-ລັດ, ການປະຕິວັດ ໃຫ້ແກ່ ປະເທດຊາດ. ການປະດັບຫລຽນ ກາລະນຶກ 70 ປີ ຄັ້ງນີ້, ເປັນການ ສະແດງໃຫ້ເຫັນເຖິງຄວາມຮູ້ບຸນ ຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະຈົດຈໍາຜົນງານອັນໃຫຍ່ຫລວງ ຂອງບັນດາສະຫາຍ ທີ່ໄດ້ອຸທິດ ເລືອດເນື້ອເຫື່ອແຮງ, ສະຕິປັນຍາ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະ ເທດຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດ ຖະບານ ແລະ ປະຊາຊົນລາວບັນດາ ເຜົ່າ ທີ່ມີຕໍ່ບັນດາການນຳ ແລະ ອະ ດີດການນຳ, ຄຸນງາມຄວາມດີ, ຜົນ ງານ ແລະ ວິລະກໍາຂອງບັນດາສະ ຫາຍ ຈະຫອມຫວນຮຸ່ງໃສ ໃນດວງ ໃຈຂອງສະມາຊິກພັກ, ພະນັກງານ ທົ່ວນະຄອນຫລວງວຽງຈັນ ແລະ ຈະໄດ້ຈາລຶກໄວ້ໃນປະຫວັດຂອງ ນະຄອນຫລວງວຽງຈັນ, ໃນໜ້າ ປະຫວັດສາດຄໍາຂອງພັກປະຊາຊົນ ປະຕິວັດລາວ ແລະ ປະຫວັດສາດ ຂອງຊາດລາວຕະຫລອດໄປ. ພວກເຮົາຜູ້ທີ່ເປັນຮຸ່ນສືບທອດ ຈະຮໍ່າຮຽນເອົາແບບຢ່າງຄຸນສົມ ບັດສິນທໍາປະຕິວັດ, ຜົນງານອັນ ໂດດເດັ່ນ, ຄວາມເສຍສະລະ, ການ ທຸ່ມເທເຫືອແຮງ, ຈິດໃຈ ເຂົ້າໃນ ການປະຕິບັດໜ້າທີ່ວຽກງານ, ຄວາມຊື່ສັດບໍລິສຸດ, ຄວາມຈົງຮັກ ພັກດີ ແລະ ເຊື່ອໝັ້ນຢ່າງຕາຍໃຈ ຕໍ່ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຂອງບັນດາສະຫາຍ ໄວ້ເປັນແວ່ນແຍງ ແຫ່ງເສັ້ນທາງ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ຈະສືບຕໍ່ປົກປັກຮັກສາ ແລະ ເສີມ ຂະຫຍາຍມູນເຊື້ອອັນດີງາມດັ່ງ ກ່າວຕະຫລອດໄປ, ຈະຍຶດໝັ້ນໃນ ອຸດົມການ, ຮັກສາທາດແທ້, ລັກ ສະນະຊົນຊັ້ນຂອງພັກ; ສ້າງຄວາມ ສາມັກຄີອັນເປັນປຶກແຜ່ນ ຢູ່ພາຍໃນ ພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ ໃຫ້ບັນລຸຕາມຈຸດໝາຍທີ່ພັກ ເຮົາໄດ້ກໍານົດໄວ້. ຕໍ່ມາທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກໍໄດ້ຈັດ ພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ເຊ່ັນດຽວກັນ ໃຫ້ສະມາຊິກ ພັກ 72 ສະຫາຍ ທີ່ມີຜົນງານ, ຄຸນ ງາມຄວາມດີ ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ຕະຫລອດໄລຍະຜ່ານ ມາ ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ, ລັດ ຖະມົນຕີ ກະຊວງ ຍທຂ, ມີອະດີດ ການນໍາ, ສະມາຊິກພັກ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂດຍປະຕິບັດຕາມ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ສະບັບເລກທີ 423/ຄລສພ, ລົງວັນທີ 14 ມີນາ 2025 ເຊິ່ງໄດ້ ຕົກລົງ ປະດັບຫລຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກກະຊວງ ຍທຂທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນປະເທດຊາດ ຕະ ຫລອດໄລຍະຜ່ານມາມີ72ສະຫາຍ. ໃນນີ້, ສະມາຊິກພັກບໍານານ 63 ສະຫາຍ, ຍິງ 4 ສະຫາຍ ແລະ ສະ ມາຊິກພັກປະຈໍາການ 9 ສະຫາຍ. ການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ເປັນຫລຽນກາ ກຽດຕິຄຸນອັນສູງສົ່ງ ຂອງພັກປະ ຊາຊົນປະຕິວັດລາວ ໃຫ້ແກ່ບັນດາ ສະຫາຍສະມາຊິກພັກ ທີ່ປະຈຳ ການ ແລະ ພະນັກງານບຳນານ ທີ່ມີ ຜົນງານອັນໃຫຍ່ຫລວງ, ມີວິລະກຳ ອັນລໍ້າເລີດ, ເປັນແບບຢ່າງອັນປະ ເສີດ ໃຫ້ແກ່ຮຸ່ນສືບທອດ. ໃນຕອນແລງມື້ດຽວກັນ, ທີ່ ຫ້ອງວ່າການສູນກາງພັກ (ຫສພ) ກໍຈັດພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ສະມາຊິກພັກ ປະຈຳການ ແລະ ບຳ ນານ ຂອງຫ້ອງວ່າການສູນກາງ ພັກ (ຫສພ) ເນື່ອງໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ປະ ກອບມີ: ສະມາຊິກພັກບຳນານຈຳ ນວນ 22 ສະຫາຍ ແລະ ພະນັກງານ ສະມາຊິກພັກປະຈຳການ ຈຳນວນ 2 ສະຫາຍ ຊຶ່ງໃຫ້ກຽດປະດັບ ຫລຽນໂດຍ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາສະຫາຍອະດີດການນຳ ຫ້ອງວ່າການ, ຄະນະປະຈຳພັກ, ຄະນະບໍລິຫານງານພັກ, ບັນດາ ສະຫາຍຄະນະໜ່ວຍພັກ, ສະມາຊິກ ພັກອາວຸໂສ, ຕະຫລອດເຖິງສະມາ ຊິກພັກທົ່ວ ຫສພ ເຂົ້າຮ່ວມ. ການປະດັບຫລຽນກາລະນຶກ ໃນຄັ້ງນີ້, ເປັນການຍ້ອງຍໍສັນລະ ເສີນຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງ ຂອງບັນດາ ສະມາຊິກພັກ ບຳນານ ແລະສະມາ ຊິກພັກປະຈຳການໄດ້ປະກອບສ່ວນ ເຫື່ອແຮງ ແລະ ສະຕິປັນຍາ ໃຫ້ແກ່ ພັກ-ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຕະຫລອດໄລຍະຜ່ານມາ ຈົນ ຮອດປັດຈຸບັນ. ໄລຍະ 70 ປີ ຜ່ານມາ, ຄະນະພັກຄະນະນໍາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສຸມໃສ່ ນໍາພາ-ຊີ້ນໍາສະມາຊິກພັກ ແລະ ພະນັກງານ ຕັ້ງໜ້າສຸມໃສ່ຈັດຕັ້ງ ຜັນຂະຫຍາຍແນວທາງຂອງພັກ ເຂົ້າສູ່ພາກປະຕິບັດຕົວຈິງ ຢ່າງມີ ຜົນສໍາເລັດເປັນກ້າວໆ. ສະເພາະໃນໄລຍະ 5 ປີຜ່ານ ມາ ພາຍໃຕ້ການນໍາພາຂອງພັກ, ກະຊວງ ຮສສ ສາມາດບັນລຸໄດ້ ຄາດໝາຍສຳຄັນຄື: ດ້ານການພັດ ທະນາສີມືແຮງງານ: ແມ່ນມີສະຖາ ບັນພັດທະນາສີມືແຮງງານທັງໝົດ ໃນທົ່ວປະເທດ 19 ແຫ່ງ; ສ້າງມາດ ຕະຖານສີມືແຮງງານແຫ່ງຊາດ ໃນ 7 ຂະແໜງການ ໄດ້ 44 ສາຂາ ອາຊີບ, ສ້າງ ແລະ ປັບປຸງຫລັກສູດ ຝືກສີມືແຮງງານ ໄດ້ 20 ຫລັກ ສູດ; ເຊັນບົດບັນທຶກຮ່ວມມືດ້ານ ພັດທະນາສີມືແຮງງານ ກັບພາກ ທຸລະກິດໄດ້ 24 ພາກສ່ວນ, ສາ ມາດພັດທະນາສີມືແຮງງານໄດ້ທັງ ໝົດ 76.331 ຄົນ, ລື່ນແຜນການ 5 ປີ 90.83%; ດ້ານການສົ່ງເສີມ ການມີວຽກເຮັດງານທຳ ຫລື ການ ຈັດຫາງານ: ມີຈຸດບໍລິການຈັດຫາ ງານໄດ້ສ້າງຕັ້ງຂຶ້ນຢູທຸກແຂວງ, ນະຄອນຫລວງວຽງຈັນ ແລະ ຂະ ຫຍາຍໄປສູ່ເມືອງໄດ້ 41 ເມືອງ, ມີວິສາຫະກິດບໍລິການຈັດຫາງານ ທັງໝົດ 48 ບໍລິສັດ, 5 ປີຜ່ານມາ ສາມາດຈັດຫາແຮງງານເຂົ້າສູ່ ຕໍາແໜ່ງງານພາຍໃນ ແລະ ຕ່າງ ປະເທດ ໄດ້ທັງໝົດ 369.345 ຄົນ, ຍິງ 186.648 ຄົນ ເຮັດໃຫ້ສາ ມາດຮັກສາໄດ້ອັດຕາການວ່າງ ງານໃຫ້ຢູ່ໃນລະດັບບໍ່ເກີນ 2% ໃນ ແຕ່ລະປີ; ດ້ານວຽກງານປົກປ້ອງ ສິດ ແລະ ຜົນປະໂຫຍດຂອງຜູ້ອອກ ແຮງງານ ແລະ ຜູ້ໃຊ້ແຮງງານ: ໄດ້ໂຄສະນາເຜີຍແຜ່ ແລະ ກວດ ກາການຈັດຕັ້ງປະຕິບັດກົດໝາຍ ແຮງງານ, ເອົາໃຈໃສ່ແກ້ໄຂບັນດາ ຂໍ້ຂັດແຍ່ງທາງດ້ານແຮງງານທີ່ ເກີດຂຶ້ນໃຫ້ສຳເລັດໂດຍໄວ, ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ກົນ ໄກສາມຝ່າຍ ໂດຍໄດ້ສໍາເລັດການ ແຕ່ງຕັ້ງຄະນະກໍາມະການແຮງ ງານແຫ່ງຊາດ ແລະ ກອງເລຂາຄະ ນະກໍາມະການແຮງງານ ປະຈໍາ ແຂວງ-ນະຄອນຫລວງ ໃນຂອບ ເຂດທົ່ວປະເທດ ແລະ ໄກ່ເກ່ຍຂໍ້ຂັດ ແຍ່ງໄດ້ 296 ກໍລະນີຈາກທັງໝົດ ທີ່ໄດ້ຮັບ 398 ກໍລະນີ, ໄດ້ອອກ ອະນຸຍາດສ້າງຕັ້ງບໍລິສັດຄວາມ ປອດໄພແຮງງານໄດ້ 2 ບໍລິສັດ ແລະ ສູນກວດສຸຂະພາບແຮງງານ ໄດ້ 8 ສູນ; ເອົາໃຈໃສ່ຄຸ້ມຄອງແຮງ ງານຕ່າງປະເທດ ໂດຍໄດ້ປັບປຸງ ລະບົບຖານຂໍ້ມູນການຂຶ້ນທະບຽນ ແຮງງານຕ່າງປະເທດ ທີ່ເຂົ້າມາ ເຮັດວຽກຢູ່ ສປປ ລາວ ໃຫ້ມີຄວາມ ທັນສະໄໝ ຮັບປະກັນການປົກປ້ອງ ສິດຜົນປະໂຫຍດຕາມກົດໝາຍ ຂອງສປປລາວແລະການປະກອບ ສວນພັນທະຕ່າງໆຕາມກົດໝາຍ. ພ້ອມກັນນັ້ນ, ວຽກສະຫວັດດີ ການສັງຄົມ ກໍຄື ການປະຕິບັດນະ ໂຍບາຍປົກປ້ອງທາງສັງຄົມ ໄດ້ປະ ຕິບັດມີຜົນສຳເລັດຫລາຍດ້ານຄື: ດ້ານການປະກັນສັງຄົມ, ອັດຕາ ການປົກຄຸມໄດ້ເພີ່ມຂຶ້ນໃນແຕ່ລະ ປີ ແລະ ໃນ 5 ປີ ຜ່ານມາສາມາດ ຂຶ້ນທະບຽນວິສາຫະກິດເພີ່ມໃໝ່ໄດ້ 2.163 ຫົວໜ່ວຍ, ຂຶ້ນທະບຽນຜູ້ ປະກັນຕົນ ແລະ ຈ່າຍເງິນ ສົມທົບ ໃໝ່ 192.138 ຄົນ, ປັດຈຸບັນມີ ຫົວໜ່ວຍແຮງງານຂຶ້ນທະບຽນ ແລ້ວ 5.872 ຫົວໜ່ວຍ, ມີຜູ້ປະ ກັນຕົນທີ່ຈ່າຍເງິນສົມທົບທັງໝົດ ຮສສ... 372.374 ຄົນ, ມີຜູ້ເກີດສິດທັງ ໝົດ 900.630 ຄົນ (ບໍ່ລວມກຳ ລັງ ປກສ, ປກຊ) ແລະ ປະກັນສຸຂະ ພາບຊຸມຊົນ. ດ້ານການປະຕິບັດ ນະໂຍບາຍຕໍ່ຜູ້ທີ່ມີຜົນງານແລະຄຸນ ງາມຄວາມດີໃນພາລະກິດຮັບໃຊ້ ການປະຕິວັດຊາດປະຊາທິປະໄຕ ປະຕິບັດໄດ້ທັງໝົດ 5.808 ທ່ານ, ເທົ່າກັບ 36.30% ຂອງແຜນການ (ແຜນການ: 16.000 ທ່ານ), ເປັນ ເງິນ 112,23 ຕື້ກວ່າກີບ. ມາຮອດ ປັດຈຸບັນເປົ້າໝາຍທີ່ຈະຕ້ອງໄດ້ ໃຫ້ການອຸດໜູນແມ່ນຍັງມີ ຢູ່ 36.172 ທ່ານ ຕາມທີ່ຕົກລົງແລ້ວ ຕ້ອງການງົບປະມານ 575 ຕື້້ກວ່າ ກີບ ຄາດຄະເນວ່າຈະປະຕິບັດໃຫ້ ສຳເລັດ ໃນ 5 ປີ ຕໍ່ໜ້າ ແລະ ວຽກ ງານສັງຄົມສົງເຄາະ ແລະ ໄພພິບັດ ເນື່ອງຈາກມີນິຕິກຳ, ມີກົນໄກ ທີ່ເປັນເຄື່ອງມືຢ່າເໝາະສົມເຮັດ ໃຫ້ວຽກງານໃນຂົງເຂດນີ້ໄດ້ຮັບ ການພັດທະນາຂຶ້ນ ໂດຍສະເພາະ ການປະກອບສວ່ນດ້ານທຶນຮອນ ເພື່ອສຸມໃສ່ການຊ່ວຍເຫລືອຜູ້ດ້ອຍ ໂອກາດ, ຜູ້ປະສົບໄພທາງທຳມະ ຊາດຕ່າງໆມີຈຳນວນເພິ່ມຂຶ້ນ ທັງ ແຫລ່ງທຶນຈາກພາຍໃນ ແລະ ຈາກ ຕ່າງປະເທດ ຫລື ອົງການສາກົນ ຕ່ງໆ. ພາບ: ຂັນໄຊ ພາກເໜືອລາວ ໄລຍະທີ II ລະຫວ່າງ ລັດຖະບານລາວ ກັບ ບໍລິສັດຊີຈີ ເອັນເອເນີຈີເຕັກໂນໂລຊີ (ລາວ) ຈໍາກັດ ຈັດຂຶ້ນໃນວັນທີ 20 ມີນາ 2025 ໂດຍການເຂົ້າຮ່ວມເປັນ ສັກຂີພິຍານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວ ລາວສ້າງຊາດ, ທ່ານ ໂພໄຊ ໄຊຍະ ສອນ ລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່, ທ່ານ ຫວາງ ຊາງ ອຸປະທູດ ສະຖານເອກອັກຄະ ລັດຖະທູດ ສປ ຈີນ ປະຈຳລາວ. ໂຄງການໄລຍະທີ II ໂຄງການ ໄຟຟ້າພະລັງງານລົມ ແມ່ນຈະຊ່ວຍ ເສີມໂຄງການໄລຍະທີ I ໂຄງການ ໄຟຟ້າພະລັງງານແສງຕາເວັນ 1.000 MW ທີ່ໄດ້ເລີ່ມດຳເນີນ ການກໍ່ສ້າງແລ້ວ ໂດຍຈະຊ່ວຍເພີ່ມ ປະສິດທິພາບ ໃນການນຳໃຊ້ລະບົບ ສາຍສົ່ງໄຟຟ້າ ແລະ ພັດທະນາຖານ ພະລັງງານສະອາດ ແບບປະສົມ ປະສານຂະໜາດໃຫຍ່ ໃຫ້ເຂັ້ມແຂງ ອີກກ້າວໜຶ່ງ. ທ່ານ ໂພໄຊ ໄຊຍະສອນ ໄດ້ມີ ຄໍາເຫັນໃນພິທີວ່າ: ໂຄງການຖານ ເຊື່ອມຕໍ່ພະລັງງານສະອາດ ຂອງບໍ ລິສັດຊີຈີເອັນ ຢູ່ພາກເໜືອຂອງລາວ ເປັນໜຶ່ງຜົນສຳເລັດອັນໃຫຍ່ຂອງ ສອງປະເທດ ໃນການລົງເລິກການ ຮ່ວມມືຕົວຈິງ ແລະ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສືບຕໍ່ ຈາກໂຄງການທາງລົດໄຟລາວຈີນ. ນອກນັ້ນ, ຍັງເປັນໂຄງການ ພະລັງງານຍຸດທະສາດ ເພິ່ງພາອາ ໄສກັນກັບໂຄງການສາຍສົ່ງລາວຈີນ 500 kV. ຫວັງວ່າບໍລິສັດຊີຈີ ເອັນລາວ ຈະສືບຕໍ່ຮັກສາມູນເຊື້ອ ການຈັດຕັ້ງປະຕິບັດວຽກງານທີ່ ດີຄືດັ່ງຜ່ານມາ, ປະກອບສ່ວນ ເຂົ້າໃນການພັດທະນາສັງຄົມຢ່າງ ຕັ້ງໜ້າ, ສະໜັບສະໜູນວຽກງານ ຂົງເຂດການສຶກສາ, ສາທາລະນະ ສຸກ, ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ ໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອ ສ້າງຄວາມຜາສຸກໃຫ້ແກ່ຊຸມຊົນ ເຂດໂຄງການຕັ້ງຢູ່; ເພື່ອເພີ່ມທະ ວີການພົວພັນຮ່ວມມື ກັບບັນດາ ອົງການລັດ, ຊຸກຍູ້ໂຄງການພະລັງ ງານສະອາດ ໃຫ້ກາຍເປັນຮູບປະ ທຳຫລາຍຂຶ້ນ, ກໍ່ສ້າງໂຄງການພະ ລັງງານສະອາດ ພາກເໜືອຂອງ ລາວ ເພື່ອເປັນຕົ້ນແບບໃຫ້ແກ່ໂຄງ ການພະລັງງານສະອາດ ໃນເຂດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນ ການຂະຫຍາຍການເຊື່ອມຕໍ່ເຄືອ ຂ່າຍໄຟຟ້າ ແລະ ການແລກປ່ຽນ ກະແສໄຟຟ້າ ລະຫວ່າງລາວ ກັບປະ ເທດເພື່ອນບ້ານ, ສົ່ງເສີມໃຫ້ປະເທດ ລາວ ກາຍເປັນສູນກາງການເຊື່ອມ ຕໍ່ ແລະ ແລກປ່ຽນພະລັງງານໄຟຟ້າ ທີ່ສຳຄັນຂອງພາກພື້ນ; ໃຫ້ຄວາມ ສຳຄັນຕໍ່ກັບການຕອບສະໜອງ ຄວາມຕ້ອງການ ດ້ານພະລັງງານ ໄຟຟ້າໃນ ສປປ ລາວ ທີ່ນັບມື້ນັບ ຫລາຍຂຶ້ນ, ເພື່ອເປັນການສະໜັບ ສະໜູນການພັດທະນາເສດຖະກິດສັງຄົມລາວແລະ ເປັນການປະກອບ ສ່ວນອັນໃຫຍ່ຫລວງ ເຂົ້າໃນການ ສ້າງ-ຍົກລະດັບ ຄູ່ຮ່ວມຊາຕາກຳ ຂອງສອງຊາດລາວ-ຈີນໃຫ້ມີມາດ ຕະຖານ ແລະ ຄຸນນະພາບທີ່ສູງຂຶ້ນ. ທ່ານ ຈ່າງຊາວສຸນ ປະທານ ບໍລິຫານບໍລິສັດຈີຊີເອັນ ພະລັງງານ ສາກົນ ໄດ້ກ່າວວ່າ: ການພົວພັນ ລາວ-ຈີນ ພວມຢູ່ໃນຈຸດເລີ່ມຕົ້ນປະ ຫວັດສາດໃໝ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄຸນນະ ພາບສູງ ແລະ ສ້າງ “ຄູ່ຮ່ວມຊາຕາ ກຳລາວ-ຈີນ” ໄດ້ກາຍເປັນຄວາມ ເຫັນດີເຫັນພ້ອມ ທີ່ສຳຄັນຂອງ ສອງພັກ ແລະ ສອງປະເທດ. ບໍລິ ສັດຈີຊີເອັນ ຈະສືບຕໍ່ຍຶດໝັ້ນໃນ ຫລັກການ “ຮ່ວມຄິດຮ່ວມສ້າງ ຮ່ວມແບ່ງປັນ” ແລະ ເພື່ອເປັນການ ຊຸກຊຸກຍູ້ການພັດທະນາ-ການກໍ່ ສ້າງໂຄງການຖານເຊື່ອມຕໍ່ພະລັງ ງານສະອາດ ພາກເໜືອຂອງລາວ ໃຫ້ມີຄຸນນະພາບສູງໂດຍຍຶດໝັ້ນ ແນວທາງການເຮັດວຽກ: “ເຄັ່ງຄັດ ເຂັ້ມງວດ, ລະມັດລະວັງ, ລະອຽດ ຮອບຄອບ, ເຮັດແທ້ທໍາຈິງ, ນໍາ ໃຊ້ຄວາມໄດ້ປຽບຂອງພະລັງງານ ສົ່ງເສີມກັນ ແລະ ກັນ, ປະສົມປະ ສານການພັດທະນາພະລັງງານປະ ເພດຕ່າງໆເຊັ່ນ: ພະລັງແສງຕາ ເວັນ, ພະລັງງານລົມ, ພະລັງງານ ຊີວະມວນ ແລະ ອື່ນໆ ເພື່ອຫລຸດ ຜ່ອນຄວາມກົດດັນຕໍ່ຕາຂ່າຍໄຟຟ້າ ແລະ ປັບປຸງຜົນປະໂຫຍດທາງ ດ້ານເສດຖະກິດໂດຍລວມ. ລົງເລິກ ການປະສານສົມທົບຂອງຕ່ອງໂສ້ ອຸດສາຫະກຳ, ສະໜອງຄວາມໄດ້ ປຽບດ້ານອຸປະກອນພະລັງງານ ໃໝ່, ເຕັກໂນໂລຊີ ແລະ ການບໍລິ ການ, ຊ່ວຍ ສປປ ລາວ ພັດທະນາ ຂະແໜງພະລັງງານສະອາດ ແລະ ບຸກຄະລາກອນໃນທ້ອງຖິ່ນ, ຕັ້ງໜ້າ ຕອບສະໜອງຄໍາສະເໜີຂອງລັດ ຖະບານລາວ, ຈັດຕັ້ງໂຄງການພະ ລັງງານສະອາດ ທີ່ເໝາະສົມກັບ ການຊົມໃຊ້ໃນທ້ອງຖິ່ນ, ຕາມຄວາມ ຕ້ອງການພະລັງງານຂອງທ້ອງ ຖິ່ນ ແລະ ເງື່ອນໄຂການກໍ່ສ້າງຕາ ຂ່າຍ, ປະສົມປະສານເຂົ້າໃນລະບົບ ຖານພະລັງງານສະອາດຂະໜາດ ໃຫຍ່, ຊ່ວຍພັດທະນາເສດຖະກິດ ແລະ ສັງຄົມພາຍໃນຂອງລາວ. ເຊັນສັນຍາ... ຍາ ເຂົ້າໃນພາລະກິດຂອງພັກ, ການ ປະຕິວັດ ແລະ ປະເທດຊາດ ໃນສະ ໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າ ເມືອງຂຶ້ນຜູ້ຮຸກຮານ ເພື່ອປົດປ່ອຍ ປະເທດຊາດ, ກອບກູ້ເອົາຄວາມ ເປັນເອກະລາດແລະອິດສະລະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ ລວມທັງໄດ້ສືບຕໍ່ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນແບບຢ່າງອັນປະເສີດແກ່ຮຸ່ນ ສືບທອດ. ການປະດັບຫລຽນກາລະ ນຶກ 70 ປີ ຄັ້ງນີ້, ເປັນການສະແດງ ໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງ ສຸດຊຶ້ງ, ເປັນການຈາລຶກ ແລະ ຈົດ ຈໍາຜົນງານອັນໃຫຍ່ຫລວງຂອງ ບັນດາສະຫາຍ ເປັນການຍ້ອງຍໍ ສັນລະເສີນ, ເປັນຄວາມທະນົງໃຈ ຂອງພັກ, ລັດຖະບານ ແລະ ປະຊາ ຊົນລາວບັນດາເຜົ່າ ທີ່ມີຕໍ່ບັນດາ ສະຫາຍ. ພວກເຮົາ ຜູ້ທີ່ເປັນຮຸ່ນສືບ ທອດ ຈະສືບຕໍ່ຮໍ່າຮຽນເອົາແບບ ຢ່າງຄຸນສົມບັດສິນທໍາປະຕິວັດ, ຜົນ ງານ ແລະ ວິລະກໍາ ອັນໂດດເດັ່ນ, ນໍ້າໃຈຮັກຊາດອັນດູດດື່ມ, ຄວາມ ກ້າແກ່ນເດັດດ່ຽວໜຽວແໜ້ນ, ບໍ່ ຍອມຈໍານົນ, ຄວາມຊື່ສັດບໍລິສຸດ ຈົ່ງຮັກພັກດີ, ຈະສືບຕໍ່ປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອອັນ ດີງາມ, ຍຶດໝັ້ນໃນອຸດົມການ, ສ້າງ ຄວາມສາມັກຄີອັນເປັນປຶກແຜ່ນຢູ່ ພາຍໃນພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ ຈັດຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ ໃຫ້ບັນລຸຕາມຈຸດ ໝາຍທີ່ພັກໄດ້ກໍານົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ການດໍາເນີນພາລະກິດປ່ຽນແປງ ໃໝ່ຢ່າງຮອບດ້ານ ມີຫລັກການ ຂອງພັກປປລາວແລະການພົວພັນ ຮ່ວມມື ລະຫວ່າງ 2 ພັກ ລາວ-ຈີນ ໃນໄລຍະມໍ່ໆມານີ້ ແລະ ຢືນຢັນວ່າ ສະຖານທູດຈີນຈະສືບຕໍ່ປະສານສົມ ທົບ ແລະ ຮ່ວມມືກັບ ຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ເສີມຂະຫຍາຍການ ຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ. ສະຫາຍ ບຸນເຫລືອ ພັນດານຸ ວົງ ໄດ້ສະແດງຄວາມຂອບໃຈ ຕໍ່ ຄໍາອວຍພອນ ຂອງສະຫາຍທູດ, ຕີລາຄາສູງ ຕໍ່ສານຊົມເຊີຍຂອງ ຄະ ນະກໍາມະການສູນກາງພັກກອມມູ ນິດຈີນ ແລະ ຕາງໜ້າສູນກາງພັກ ສະແດງຄວາມຂອບໃຈ ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໃຫ້ ການສະໜັບສະໜູນ ແລະ ຮ່ວມມື ກັບພັກ, ລັດຖະບານລາວຕະຫລອດ ໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນ ຢ່າງໃຫຍ່ຫລວງ ເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ; ທັງໄດ້ແຈ້ງໃຫ້ຝ່າຍຈີນ ຊາບ ກ່ຽວກັບສະພາບການທີ່ພົ້ນ ເດັ່ນພາຍໃນພັກ ປປ ລາວ ໂດຍສະ ເພາະແມ່ນການກະກຽມດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ທີ່ຈະ ໄຂຂຶ້ນໃນຕົ້ນປີ 2026. ໃນການພົບປະ, ສອງຝ່າຍ ຍັງ ໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ຢ່າງເລິກເຊິ່ງ ກ່ຽວກັບການຮ່ວມ ກັນເປັນເສນາທິການໃຫ້ແກ່ 2 ສູນ ກາງພັກ ລາວ-ຈີນ ໃນການຈັດຕັ້ງ ປະຕິບັດ ແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນແລະ ບັນດາແຜນການຮ່ວມມື ລະຫວ່າງ ສອງພັກ ປະຈໍາປີ 2025 ອີກດ້ວຍ. ຫສນຍ... ຮັກສາການຫົວໜ້າ... ແນວຄິດຂອງພັກ ແລະ ຖືກກໍານົດ ເຂົ້າໃນແນວທາງດໍາເນີນງານຂອງ ພັກ ທັງໄດ້ຮັບການປັບປຸງບູລະນະ ໃນແຕ່ລະ ໄລຍະຢ່າງຕໍ່ເນື່ອງ. ພາຍ ໃຕ້ການນໍາພາຂອງພັກຕະຫລອດ

RkJQdWJsaXNoZXIy MTc3MTYxMQ==