07 xtgmf]k; gsfdko{dkora fmtok ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 33 vvd7A ';a omu 21 ,uok 2025 g]d * 38F & 38F $ 38F # 38F @ 38F ! 38mh kp 8 7 7 2 8 9 s;pok,la f 33 ___________ ແມງມຸມ 03 ___________ ຫ່ານ 30 ___________ ປາໃຫຍ່ 27 ___________ ເຕົ່າ lts^ kdra fmtok &/$& 16 31 13 04 26 { zQ 'lk]u lts]v';a olh k'8A 'ra d xx ]k; 7q [Iv[ 70 xu ຂປລ. ແຫລ່ງຂ່າວຈາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ແຂວງຜົ້ງສາລີ ຈັດກິດຈະກຳສະແດງສິລະປະ-ວັນ ນະຄະດີ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 70 ປີ (22 3 1955 - 22 3 2025) ໃນວັນທີ 21 ມີນາ 2025 ທີ່ເດີນຜາມໄຊ ເມືອງບູນ ເໜືອ ໂດຍມີການນຳແຂວງ, ອະດີດ ການນຳ, ພະນັກງານບຳນານ, ພະ ນັກງານ-ລັດຖະກອນ ແລະ ມວນ ຊົນແຂວງຜົ້ງສາລີເຂົ້າຮ່ວມຢ່າງ ຫລວງຫລາຍ. ການສະແດງສິລະປະ-ວັນນະ ຄະດີ ໃນຄັ້ງນີ້ ແມ່ນນັກສະແດງ ມາຈາກ ກອງວິຊາການວັດທະນະ ທຳ ພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ, ໜ່ວຍວັນນະຄະດີ ກອງບັນຊາການ ທະຫານເມືອງບູນເໜືອ, ໜ່ວຍ ວັນນະຄະດີ ປກສ ແຂວງ, ໜ່ວຍ ວັນນະຄະດີ ໂຮງຮຽນມສບ້ານໃໝ່, ໜ່ວຍວັນນະຄະດີ ບ້ານນ້ຳຍອງ ໃໝ່, ໜ່ວຍວັນນະຄະດີ ໂຮງຮຽນ ມໍຕົ້ນບູນເໜືອ, ໜ່ວຍວັນນະຄະດີ ບ້ານໂພນໂຮມ, ເຊິ່ງປະກອບມີ: ບົດ ຟ້ອນເມືອງລາວໃໝ່ໝັ້ນຍືນ, ຮ້ອງ ດຽວຍິງເມືອງລາວມີພັກນຳພາ, ບົດຟ້ອນພັກຄືແກ້ວຕາດວງໃຈຂອງ ປວງຊົນລາວ, ບົດຟ້ອນອອນຊອນ ຊົນເຜົ່າລາວ ສາມັກຄີ, ຮ້ອງດຽວ ຊາຍ ເພງບູນຄຸນພັກ, ບົດຟ້ອນເທີດ ທູນບູນຄຸນພັກ, ສະຫລອງບຸນກຸດ ຈີນ, ບົດຟ້ອນຊື່ລາວດັງກ້ອງ, ເຜົ່າ ອາຄາມ່ວນຊື່ນ, ປູກຝ້າຍເຂັນຝ້າຍ. ການສະແດງແຕ່ລະລາຍການແມ່ນ ມີເນື້ອໃນເວົ້າເຖິງຄວາມອຸດົມຮັ່ງມີ, ສວຍສົດງົດງາມຂອງທຳມະຊາດ, ຄວາມອຸດົມສົມບູນທາງດ້ານວັດ ທະນະທຳ, ຮີດຄອງປະເພນີ, ການ ດຳລົງຊີວິດອັນຜາສຸກຮົ່ມເຢັນຢູ່ບົນ ຜືນແຜ່ນດິນອັນແສນຮັກ; ວິລະກຳ ອັນອາດຫານພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ, ທີ່ ໄດ້ປຸກລະດົມເອົາປະຊາຊົນບັນດາ ເຜົ່າເດັດດຽວລຸກຂຶ້ນຕໍ່ສູ້ ຈົນໄດ້ຮັບ ໄຊຊະນະ ແລະ ສາມາດປົດປ່ອຍ ປະເທດຊາດຢ່າງສົມບູນ ພ້ອມທັງ ນຳພາປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ; ປະຊາຊົນ ບັນດາເຜົ່າໄດ້ມີຄວາມເຊື່ອໝັ້ນ ແລະ ກ້າວເດີນຕາມການນຳພາຂອງພັກ ພັດທະນາຂຶ້ນຢ່າງຕໍ່ເນື່ອງ. ໃນງານດັ່ງ ຜູ້ເຂົ້າຮ່ວມຍັງໄດ້ ຊົມການຈູດດອກໄມ້ໄຟດ້ວຍບັນ ຍາກາດຄຶກຄື້ນຕື່ມອີກ. 24/03/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນໂອ ກາດເຂົ້າຮ່ວມເປັນປະທານໃນພິທີ ມອບ -ຮັບ ວ່າການເຈົ້າເມືອງຊົນນະ ບູລີຜູ້ເກົ່າ ແລະ ຜູ້ໃໝ່ໃນທ້າຍອາທິດ ຜ່ານມາ,ທ່ານບຸນໂຈມອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມ ຄະນະນໍາຈາກພະແນກການອ້ອມ ຂ້າງແຂວງ, ເມືອງໄດ້ໄປຢ້ຽມຢາມ ຕິດຕາມການພັດທະນາບ້ານໃຫຍ່ ຄຳປ່າແໜ ເມືອງຊົນນະບູລີ. ໃນນັ້ນ, ໄດ້ໄປເບິ່ງອ່າງເກັບນ້ຳ ເພື່ອເກັບ ກັກນ້ຳ ໃຫ້ປະຊາຊົນໄດ້ຊົມໃຊ້, ຫົດ ເນື້ອທີ່ການປູກພືດລະດູແລ້ງ ແລະ ໃຫ້ສັດລ້ຽງ; ຢ້ຽມຢາມຄອບຄົວຕົວ ແບບໃນການປູກຢາສູບ, ປູກເຂົ້ານາ ແຊງ, ປູກໝາກເຜັດ, ພືດຜັກລະດູ ແລ້ງ, ເພື່ອຂາຍເປັນສິນຄ້າແກ້ໄຂຊີ ວິດການເປັນຢູ່ຂອງປະຊາຊົນ. ໂອກາດດຽວກັນ, ຄະນະນໍາ ເມືອງຊົນນະບູລີ ກໍໄດ້ລາຍງານໃຫ້ ຮູ້ວ່າ: ບ້ານຄໍາປ່າແໜ ມີທັງໝົດ 10 ໜ່ວຍ, ມີ 159 ຫລັງຄາ, 151 ຄອບຄົວ, ພົນລະເມືອງ 1.015 ຄົນ, ມີຄອບຄົວທຸກຍາກ 65 ຄອບຄົວ, ຄອບຄົວຂໍທານຍັງ 2 ຄອບຄົວ; ບ້ານຄໍາປ່າແໜ ມີເສັ້ນທາງຄົມ ມະນາຄົມເຊື່ອມຈອດກັບເທສະບານ g9Q kc0;'lts;a ootg0f 8y f8k,dkora fmtokg0f[h ko.spj 7exkc| ເມືອງຊົນນະບູລີ ແລະ ບ້ານໃກ້ຄຽງ ທຽວໄດ້ຕະຫລອດປີ, ມີຕາຂ່າຍໄຟ ຟ້າໃນລະບົບ, ມີໂຮງໝໍນ້ອຍພາຍ ໃນບ້ານ, ມີໂຮງຮຽນປະຖົມ ແລະ ອະນຸບານ,ມີສັນຍານໂທລະສັບ(ແຕ່ ບໍ່ທັນສະດວກ) ແລະ ນໍ້າສະອາດໃຊ້ ຍັງບໍ່ພຽງພໍ. ໄລຍະປີ2021-202 ໄດ້ສໍາເລັດການກໍ່ສ້າງຊົນລະປະ ທານອ່າງເກັບນໍ້າຫ້ວຍຫີນລາດ 90 , ກໍ່ສ້າງສະຖານີບໍລິການ ກະສິກຳ ແລະ ປ່າໄມ້ໄດ້ 50 , ສໍາ ເລັດການກໍ່ສ້າງຕາຂ່າຍໄຟຟ້າເຂົ້າ ຫາສະຖານີບໍລິການກະສິກຳ ແລະ ປ່າໄມ້, ກໍ່ສ້າງທາງ ປູຢາງແຕ່ສາມ ແຍກບ້ານຄໍາປ່າແໜ ຫາ ສີ່ແຍກ ບ້ານຕາແຫລວ ເມືອງຈໍາພອນ ໄດ້ 50 , ໄດ້ສໍາເລັດການປັບປຸງອົງ ການປົກຄອງບ້ານ ແລະ ແຕ່ງຕັ້ງ ພະນັກງານວິຊາການຈາກຫ້ອງ ການຕ່າງໆ ກ່ຽວຂ້ອງລົງປະຈໍາຢູ່ ບ້ານຄໍາປ່າແໜ, ໄດ້ດໍາເນີນວຽກ ງານປຸກລະດົມທາງດ້ານແນວຄິດ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຊຸກຍູ້ຕິດຕາມ ແລະ ນໍາພາທໍາການ ຜະລິດ ໃນການຜະລິດນາປີ, ນາ ແຊງ, ລ້ຽງສັດ ແລະ ປູກພືດຜັກ. ຄຽງຄູ່ກັບການຊຸກຍູ້ວຽກງານ ສຶກສາ, ສາທາລະນະສຸກ ແລະ ວຽກ ງານອື່ນໆ ເຮັດໃຫ້ປະກົດການຫຍໍ້ທໍ້ ພາຍໃນບ້ານຫລຸດນ້ອຍລົງ, ຄອບ ຄົວຂໍທານຫລຸດລົງ 9 ຄອບຄົວ, ມີ ຄົນຂໍທານຫລຸດລົງ 19 ຄົນ, ຍິງ 13 ຄົນ, ຄາດໝາຍສູ້ຊົນແກ້ໄຂຄົນຂໍ ທານບ້ານຄໍາປ່າແໜ ໃຫ້ສຳເລັດ ພາຍໃນປີ 2027. ໃນນັ້ນ, ປີ 2025 ໃຫ້ໄດ້ 15 ຄອບຄົວ, ປີ 2026 ໃຫ້ ໄດ້ 15 ຄອບຄົວ ແລະ ປີ 2027 ໃຫ້ ໄດ້ 12 ຄອບຄົວ; ໄລຍະ 20252029 ຈະສ້າງຄອບຄົວພົ້ນທຸກໃຫ້ ໄດ້ຕື່ມ 5 ຄອບຄົວ, ລວມຄອບ ຄົວພົ້ນທຸກໃຫ້ໄດ້ 131 ຄອບຄົວ ເທົ່າກັບ 86,7 ຂອງ ຈໍານວນ ຄອບຄົວທັງໝົດໃນບ້ານ, ສ້າງ ຄອບຄົວພັດທະນາໃຫ້ໄດ້ 30 ຄອບ ຄົວ ເທົ່າກັບ 20 ຂອງຈໍານວນ ຄອບຄົວລວມໃນບ້ານ. ໂອກາດນີ້, ທ່ານເຈົ້າແຂວງ ສະຫວັນນະເຂດ ໄດ້ແນະນຳໃຫ້ ອຳນາດການປົກຄອງເມືອງຊົນນະ ບູລີ, ຄະນະພະແນກການທີ່ກ່ຽວ ຂ້ອງ ແລະ ຄະນະຈຸດສຸມເອີ້ນປະ ຊາຊົນມາເຕົ້າລວມ ເພື່ອແບ່ງຄວາມ ຮັບຜິດຊອບໃນການຊົມໃຊ້ນ້ຳ, ຊອກຫາໂຄງການເອົາບໍລິສັດ ແລະ ແນະນຳໃຫ້ປະຊາຊົນປູກກ້ວຍ, ໝາກເຜັດ ແລະ ພືດຜັກອື່ນໆ ເພື່ອ ເປັນສິນຄ້າສ້າງລາຍຮັບໃຫ້ແກ່ ຄອບຄົວ; ຫ້ອງການກະສິກຳເມືອງ ຕ້ອງລົງໄປຫາປະຊາຊົນ, ເບິ່ງເນື້ອ ທີ່ດິນເປົ່າຫວ່າງ ແລະ ບຸກເບີກໃຫ້ ເຂົາເຈົ້າ, ນຳພາເຮັດນຳພາປ່ຽນ ແປງ ເພື່ອລຶບລ້າງການຂໍທານໃຫ້ ໄດ້, ໃຫ້ປະຊາຊົນຮູ້ຈັກຜະລິດໃຊ້, ຜະລິດຂາຍສ້າງລາຍຮັບດ້ວຍຕົນ ເອງກຸ້ມຕົນເອງ. ສຳລັບກອງກໍ່ສ້າງ ຮາກຖານ ປກສ ແຂວງ ທີ່ປະຈຳຢູ່ ຫ້ອງການບ້ານໃຫຍ່ຄຳປ່ແໜ ກໍໃຫ້ ນຳພາປະຊາຊົນປູກ ເພື່ອເຮັດເປັນ ແບບຢ່າງ, ພ້ອມນັ້ນກໍສຸມໃສ່ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ, ພ້ອມກັນ ປະຕິບັດເຮັດແທ້ທຳຈິງ ເພື່ອຮ່ວມ ປ່ຽນວິຖີຊີວິດ ແລະ ພັດທະນາ ບ້ານໃຫຍ່ຄຳປ່າແໜ ໃຫ້ໄດ້ຕາມ ຄາດໝາຍ.
RkJQdWJsaXNoZXIy MTc3MTYxMQ==