24/03/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 7;k,ltg\u rk[py '{-kp ;y mu xh v'da o[+ .sh gdu frtpkf4vdmh v' 4EoE]vfg-[A 'w2 ,q oltg|j muj |h kva flt9a omk'me,t-kf ແຂວງຄໍາມ່ວນ ເປັນອີກແຂວງ ໜຶ່ງທີ່ມີແຫລ່ງທ່ອງທ່ຽວທີ່ສໍາຄັນ ແລະ ງົດງາມຫລາຍແຫ່ງ ເຊິ່ງ ແຕ່ລະແຫ່ງມີປະຫວັດຄວາມເປັນ ມາທີ່ແຕກຕ່າງກັນ. ສະນັ້ນ, ມື້ນີ້ ຄໍ ລ້ຳທ່ອງທ່ຽວລາວ ຈະພາບັນດາ ທ່ານມາສໍາຜັດແຫລ່ງທ່ອງທ່ຽວ ດ້ານທໍໍາມະຊາດທີ່ມີຄວາມໂດດ ເດັ່ນ, ສວຍງາມ ແລະ ມີເອກະລັກ ນັ້ນ ກໍ່ຄື ທ່ອງທ່ຽວຖໍ້ານໍ້າລອດ ເຊບັ້ງໄຟ ຢູ່ບ້ານໜອງປີງເມືອງ ບົວລະພາ ແຂວງຄຳມ່ວນ ທີ່ສາ ມາດດຶງດູດນັກທ່ອງທ່ຽວເຂົ້າມາ ສໍາຜັດມົນສະເໜ່ທີ່ໜ້າອັດສະຈັນ ຊວນຫລົງໄຫລໄປກັບພູຜາປ່າໄມ້, ພະຍາດຖອກທ້ອງກໍເປັນອີກ ພະຍາດໜຶ່ງທີ່ມັກເກີດຂຶ້ນໄດ້ງ່າຍ ໃນໄລຍະລະດູຮ້ອນ ຊຶ່ງເກີດຈາກ ການຮັບປະທານອາຫານ ຫລື ດື່ມ ນ້ຳທີ່ມີເຊື້ອພະຍາດປົນເປື້ອນ, ຮັບ ປະທານອາຫານສຸກໆດິບໆ ຫລື ອາຫານຂ້າມຄືນເຫລົ່ານີ້ເປັນຕົ້ນ. ພະຍາດນີ້ສ່ວນຫລາຍມັກເກີດຂຶ້ນ ກັບກຸ່ມເດັກນ້ອຍ 5 ປີລົງມາ ແລະ ຜູ້ທີ່ມີພູມຕ້ານທານຕໍ່າ. ດັ່ງນັ້ນຄໍ ລໍາສຶກສາຫາຄວາມຮູ້ຂໍແນະນໍາ ກ່ຽວກັບອາການຂອງພະຍາດຖອກ ທ້ອງດັ່ງນີ້: ຄົນທີ່ເປັນພະຍາດຖອກທ້ອງ ຈະຖ່າຍໜັກເປັນນ້ຳຫລາຍໆເທື່ອ, ບາງຄົນກໍມີອາການອື່ນໆເຊັ່ນ: ມີ ໄຂ້, ເຈັບຫົວ, ອ່ອນເພຍ, ຮາກ,ທ້ອງ ເບັງ, ໜາວສັ່ນເຫລົ່ານີ້ເປັນຕົ້ນທັງ ນີ້ກໍຍ້ອນວ່າຮ່າງກາຍຂາດນ້ຳຈາກ ການຖອກທ້ອງຈຶ່ງເກີດມີອາການ ຂ້າງຄຽງ. ສະນັ້ນ, ຮ່າງກາຍຈຶ່ງ ຕ້ອງການນ້ຳທົດແທນໃຫ້ສົມດູນ ກັບນ້ຳທີ່ເສຍໄປດ້ວຍການດື່ມນ້ຳ ປະສົມໂອÓາລິດ ຫລື ນ້ຳໝາກ ສິດສະເໝີພາບ ຍິງ-ຊາຍ ແມ່ນຄວາມເທົ່າທຽມກັນໃນການ ພັດທະນາຕົນເອງ; ຍິງ ແລະ ຊາຍ ມີ ຄຸນຄ່າ ແລະ ໂອກາດເທົ່າທຽມກັນ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຄອບຄົວ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແລະ ການຕ່າງປະເທດຕາມ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ສິດສະເໝີພາບທາງດ້ານການ ເມືອງ: ລັດຮັບປະກັນໃຫ້ແມ່ຍິງ ໄດ້ຮັບສິດທາງດ້ານການເມືອງ ເທົ່າທຽມກັບເພດຊາຍເຊັ່ນ: ສິດ ເລືອກຕັ້ງ ແລະ ສະໝັກຮັບເລືອກ ຕັ້ງ, ເຂົ້າຮ່ວມການເຄື່ອນໄຫວ ວຽກງານ, ປຶກສາຫາລື ແລະ ຕົກ ລົງບັນຫາສຳຄັນຂອງຊາດ ໄດ້ຮັບ ການແຕ່ງຕັ້ງຢ່າງເໝາະສົມເຂົ້າ ໃນຕຳແໜ່ງຂັ້ນຕ່າງໆຂອງບັນດາ ອົງການຈັດຕັ້ງພັກ, ລັດ, ແນວ ທາງສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ ແລະ ອົງການຈັດຕັ້ງ ສັງຄົມ. ສິດສະ ເໝີພາບທາງດ້ານ ເສດຖະກິດ: ລັດມີນະໂຍບາຍສົ່ງ ເສີມໃຫ້ແມ່ຍິງມີສິດດຳເນີນການ ຜະລິດ, ທຸລະກິດ ແລະ ການບໍລິ ການທີ່ຖືກຕ້ອງຕາມກົດໝາຍ, ມີ ສິດໃນການເລືອກວິຊາຊີບ, ການ ມີວຽກເຮັດງານທຳ, ການໄດ້ ຮັບຄ່າຕອບແທນ ແລະ ມີສິດໄດ້ ຮັບນະໂຍບາຍຈາກການອອກ ແຮງງານ. ແມ່ຍິງທີ່ມີຕຳແໜ່ງ, ໜ້າທີ່ ວຽກງານ, ມີຄວາມຮັບຜິດຊອບ ລະດັບດຽວກັນກັບເພດຊາຍມີສິດ ໄດ້ຮັບຄ່າຕອບແທນ ແລະ ນະໂຍ ບາຍຕ່າງໆເທົ່າທຽມກັນ. ສິດສະເໝີພາບທາງດ້ານວັດ ທະນະທຳ-ສັງຄົມ: ລັດສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ຮັບສິດເທົ່າທຽມກັບເພດຊາຍ ທາງດ້ານວັດທະນະທຳ-ສັງຄົມ ເຊັ່ນ: ສິດເຂົ້າຮ່ວມກິດຈະກຳ ຕ່າງໆທາງດ້ານວັດທະນະທຳ-ສັງ ຄົມ, ການເຄື່ອນໄຫວສິລະປະວັນນະ ຄະດີ, ກິລາກາຍະກຳ, ການສຶກສາ, ສາທາລະນະສຸກ ແລະ ການຄົ້ນຄວ້າ, ປະດິດສ້າງທາງດ້ານວັດທະນະທຳສັງຄົມ, ດ້ານວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ. ສິດສະເໝີພາບທາງດ້ານຄອບ ຄົວ: ລັດ ແລະ ສັງຄົມສົ່ງເສີມ ແລະ ປົກປ້ອງຄວາມສະເໝີພາບຍິງຊາຍພາຍໃນຄອບຄົວ. ຍິງ ແລະ ຊາຍມີສິດເທົ່າທຽມກັນທຸກດ້ານ ກ່ຽວກັບສາຍພົວພັນຄອບຄົວ, ແມ່ ຍິງມີອາຍຸແຕ່ 18 ປີຂຶ້ນໄປ ມີເສລີ ພາບໃນການເລືອກຄູ່ຄອງເພື່ອສ້າງ ຄອບຄົວ. ເມຍມີສິດເລືອກເອົານາມ ສະກຸນຜົວ ຫລື ຈະຮັກສານາມສະ ກຸນເດີມຂອງຕົນໄວ້ກໍໄດ້. ເມຍມີ ສິດເທົ່າທຽມກັນກັບຜົວ ກ່ຽວກັບ ສິນສົມສ້າງ. ຜົວເມຍ ມີສິດເທົ່າທຽມກັນໃນ ການປຶກສາຫາລື, ຕົກລົງ ແລະ ແກ້ໄຂບັນຫາພາຍໃນຄອບຄົວ ຢ່າງເປັນເອກະພາບໃນການເລກ ບ່ອນຢູ່, ການປະກອບອາຊີບ, ການ ມີລູກ ແລະ ອື່ນໆ; ຜົວເມຍຕ້ອງຮັກ ແພງ, ເຄົາລົບນັບຖື, ເບິ່ງແຍງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນລ້ຽງດູ, ສຶກສາອົບຮົມ ລູກ ແລະ ກໍ່ສ້າງກັນໃຫ້ກາຍເປັນ ຄອບຄົວວັດທະນະທຳ, ມີຄວາມ ສາມັກຄີປອງດອງກັນ, ມີຄວາມ ຜາສຸກ ແລະ ກ້າວໜ້າ. ລູກສາວ ແລະ ລູກຊາຍ ມີສິດເທົ່າທຽມກັນ ໃນການສືບທອດມໍລະດົກ ແລະ ໄດ້ ຮັບການສຶກສາຮ່ຳຮຽນຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍ. ສິດໃນການຮ້ອງຂໍ ຫລື ຮ້ອງ ຟ້ອງ, ໃນກໍລະນີທີ່ບຸກຄົນ ຫລື ການ ຈັດຕັ້ງຫາກໄດ້ຈຳກັດ, ຂັດຂວາງ ຫລື ລະເມີດສິດສະເໝີພາບທາງ ດ້ານການເມືອງ, ເສດຖະກິດ, ວັດ ທະນະທຳ-ສັງຄົມ ຫລື ຄອບຄົວ ແລ້ວ ແມ່ຍິງມີສິດສະເໝີພາບ ຄວາມເຫັນ, ຮ້ອງຂໍ, ຮ້ອງຟ້ອງຕໍ່ ອົງການທີ່ກ່ຽວຂ້ອງ ເພື່ອພິຈາລະ ນາແກ້ໄຂຕາມລະບຽບກົດໝາຍ. ຂໍ້ມູນຈາກ: ຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຄໍາມ່ວນ ຫີນງອກ, ຫີນຍ່ອຍ ແລະ ວັງນ້ຳ ທີ່ກວ້າງໃຫຍ່ໃສເຢັນແນມເຫັນ ຮອດໝູ່ປານ້ອຍ-ໃຫຍ່ ລອຍຫລີ້ນ ຢູ່ໜ້ານໍ້າຢ່າງໜ້າອອນຊອນບວກ ກັບບັນຍາກາດເຢັນສະບາຍ, ສົດ ຊື່ນດ້ວຍຕົນໄມ້ໃບຫຍ້າທີ່ຂຽວ ງາມອຸ່ນທຸ່ມ. ພ້ອມດຽວກັນນັ້ນ, ນັກທ່ອງທ່ຽວ ກໍຈະໄດ້ສໍາຜັດກັບ ກິດຈະກຳພາຍເຮືອໃນຖໍ້າ, ນອນ ກາງເຕັ້ນ, ເຮືອນນອນນັກທ່ອງ ທ່ຽວ, ເຮືອນນອນບັງກະໂລ, ສ່ວນ ການບໍລິການຕ່າງໆ ແມ່ນປະຊາ ຊົນເປັນຜູ້ໃຫ້ບໍລິການ ແລະ ມີ ສ່ວນຮ່ວມ. ຖໍ້ານໍ້າລອດເຊບັ້ງໄຟຕັ້ງຢູ່ໃນ ເຂດອຸທະຍານແຫ່ງຊາດພູຫີນໜາມ ໜໍ່ ຊຶ່ງຫ່າງຈາກຕົວເມືອງທ່າແຂກ ໄປທາງທິດຕາເວັນອອກປະມານ 15 ກິໂລແມັດ ແລະ ຫາງຈາກ ຕົວເມືອງບົວລະພາ 1 ກິໂລແມັດ, ຂອບເຂດຂອງຖໍ້າແຫ່ງນີ້ກວມເອົາ ເນື້ອທີ່ທັງໝົດ 10. 30 ເຮັກຕາ, ຕິດກັບ 3 ບ້ານຄື: ບ້ານຫຍ້າແວດ, ບ້ານໜອງປິງ ແລະ ບ້ານກວນ ຂະໂຍມ. ອີງຕາມປະຫວັດຖໍ້າແຫ່ງ ນີ້ໄດ້ຖືກຄົ້ນພົບມາເປັນເວລາ 90 ກວ່າປີໃນໄລຍະສົງຄາມຮຸກຮານ ຈຶ່ງເປັນສາເຫດໜຶ່ງທີ່ບໍ່ໄດ້ມີໂອກາດ ເຂົ້າໄປສໍາຫລວດສຶກສາຄົ້ນຄວ້າ ຢ່າງລະອຽດ. ໃນເມື່ອກ່ອນຊາວ ບ້ານໄດ້ເອີ້ນວ່າ: ຖໍ້າຂຸນເຊ, ໃນ ປີ 1995 ໄດ້ມີນັກສໍາຫລວດຈາກ ປະເທດຝÓັ່ງ ເດີນທາງມາສໍາຫລວດ ເທື່ອທໍາອິດການສໍາຫລວດຄັ້ງນັ້ນ ສາມາດເກັບກໍາຂໍ້ມູນໄດ້ພຽງເລັກ ໜ້ອຍ. ຕໍ່ມາໃນປີ 2006 ທ່ານ ຈອນໂພແລກ ຜູ້ຊ່ຽວຊານກ່ຽວກັບ ຖໍ້າໄດ້ນໍາພາທີມງານມາສໍາຫລວດ ຖໍ້າຄືນໃໝ່ ແລະ ຕໍ່ມາໃນປີ 2008 ທ່ານ ຈອນໂພແລກ ກັບທີມງານສໍາ ຫລວດ ຄົນ ກໍໄດ້ມາທໍາການສໍາ ຫລວດອີກຈຶ່ງສາມາດບັນທຶກ ແລະ ເກັບກຳຂໍ້ມູນຕ່າງໆ.ຖ້ຳນ້ຳລອດເຊ ບັ້ງໄຟ ມີຄວາມຍາວປະມານ 11,5 ກິໂລແມັດ, ຄວາມກວ້າງ 76 ແມັດ ແລະ ສູງ 56 ແມັດ, ຢູ່ພາຍໃນຖໍ້າ ມີກ້ອນຫີນງອກ, ຫີນຍ້ອຍ ມີບາງ ກ້ອນກໍເຫລື່ອມຍິບຍັບແວວວາວ, ມີຫາດຊາຍ, ມີແມ່ນໍ້າໄຫລລອດ ແລະ ມີວັງນໍ້າ, ເກາະແກ້ງທີ່ໃຫຍ່ ເຖິງ 5 ແຫ່ງ, ຢູ່ບໍລິເວນປາກຖໍ້າ ເບື້ອງລຸ່ມ ຈະເປັນວັງນ້ຳທີ່ກວ້າງ ໃຫຍ່, ໃສສະອາດ ແລະ ມີໝູ່ປາ ນ້ອຍ-ໃຫຍ່ ລອຍຫລີ້ນຢູ່ໜ້ານໍ້າຢ່າງ ໜ້າອອນຊອນ. ສໍາລັບກິດຈະກໍາບໍ ລິການນັກທ່ອງທ່ຽວໃນປັດຈຸບັນ ປະກອບມີ: ກິດຈະກຳພາຍເຮືອໃນ ຖໍ້າ, ນອນກາງເຕັ້ນ, ເຮືອນນອນໃຫ້ ແກ່ນັກທ່ອງທ່ຽວ, ເຮືອນນອນບັງ ກະໂລ, ສ່ວນການບໍລິການຕ່າງໆ ແມ່ນປະຊາຊົນເປັນຜູ້ໃຫ້ບໍລິການ ແລະ ມີສ່ວນຮ່ວມ ຊຶ່ງເປັນການ ສ້າງວຽກເຮັດທຳໃຫ້ປະຊາຊົນໃນ ເຂດດັ່ງກ່າວ. ໃນອະນາຄົດແມ່ນ ຈະປັບປຸງ ແລະ ເພີ່ມການບໍລິການ ເປັນຕົ້ນ: ກິດຈະກຳທາງຍ່າງ, ນອນ ແຮມຄືນ, ກິດຈະກຳຊົມທິວທັດທຳ ມະຊາດ, ລ່ອງກົງເບັງ ແລະ ອື່ນໆ. ຖ້ຳແຫລ່ງນີ້ ບໍ່ພຽງແຕ່ມີລັກສະ ນະໂດດເດັ່ນທາງທໍລະນີວິທະຍາ ອັນໜ້າປະທັບໃຈເທົ່ານັ້ນ, ແຕ່ຍັງ ເປັນລະບົບນິເວດທຳມະຊາດທີ່ເປັນ ເອກະລັກໂດດເດັ່ນໃຫ້ກັບສັດສາ ວາສິ່ງຫລາກຫລາຍຊະນິດທີ່ຂຶ້ນ ກັບສະພາບແວດລ້ອມຂອງຖ້ຳອີກ ດ້ວຍ. ນອກຈາກນັ້ນ ຍັງເປັນບ່ອນ ອາໄສຂອງສັດຊະນິດພັນປະຈຳຖິ່ນ ສະເພາະຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ຂົງເຂດພື້ນທີ່ ໃກ້ຄຽງຈຳນວນຫລາຍເປັນຕົ້ນ ແມງມຸມຖ້ຳຂະໜາດໃຫຍ່, ແມງ ງອດຖ້ຳ, ປາຕາບອດທີ່ອາໄສຢູ່ໃນ ຖ້ຳ ເຊັ່ນ: ປາໄນຖ້ຳ ແລະ ປາຄໍ່ ຖ້ຳ, ແມງມູນໃຫຍ່ຖ້ຳຂາຍາວໄດ້ ບັນທຶກໄວ້ໃນໜັງສືກິນເນສບຸກວ່າ ເປັນຊະນິດພັນແມງມູມທີ່ໃຫຍ່ທີ່ສຸດ ກວ່າໝູ່ໃນໂລກ. ນອກຈາກນັ້ນ ພາຍ ໃນຖ້ຳກໍຍັງສາມາດສັງເກດເຫັນຈຳ ພວກເຈຍທີ່ແປກປະຫລາດ (ມີເຈຍ 10 ຊະນິດລວມທັງເຈຍທີ່ມີໃບດັງ ເປັນຊະນິດພັນສະເພາະຖິ່ນຂອງ ປະເທດລາວ ແລະ ຫວຽດນາມ) ຊຶ່ງສະແດງໃຫ້ເຫັນເຖິງຄວາມອຸດົມ ສົມບູນຂອງລະບົບນິເວດ ເນື່ອງ ຈາກເຈຍເຫລົ່ານີ້ມີບົດບາດສຳຄັນ ຕໍ່ກັບລະບົບນິເວດຂອງຖ້ຳເພາະວ່າ ພວກມັນເປັນສັດລ່າແມງໄມ້ເປັນ ອາຫານຫລັກເຮັດໜ້າທີ່ຊ່ວຍໃນ ການປະສົມເກສອນດອກໄມ້, ແຜ່ ກະຈາຍຂອງແກ່ນພືດ ແລະ ມູມ ຂອງເຈຍ ກໍເປັນແຫລ່ງອາຫານ ຫລັກສຳລັບລະບົບນິເວດຂອງຖ້ຳ ທັງໝົດ. ພ້າວອ່ອນ, ນໍ້າຊາອ່ອນ ຫລື ນ້ຳ ຕົ້ມເຂົ້າ. ພະຍາດຖອກທ້ອງ, ອະຫິ ຫວາ ແລະ ທ້ອງບິດສາມາດຕິດຕໍ່ສູ່ ຄົນອື່ນໄດ້ໂດຍຄົນທີ່ມີເຊື້ອພະຍາດ ໄປຖ່າຍຊະຊາຍ, ພະຍາດກໍ່ຈະແພ່ ໄປຕາມດິນ, ຕາມພືດຜັກຕ່າງໆ ຫລື ມີແມງວັນຕອມສິ່ງເປິເປື້ອນແລ້ວໄປ ຕອມອາຫານເຊື້ອພະຍາດກໍຈະເຂົ້າ ສູ່ຮ່າງກາຍຂອງເຮົາໄດ້. ເພື່ອຫລີກລ່ຽງພະຍາດດັ່ງກ່າວ ຄວນປະຕິບັດຫລັກອະນາໄມ 3 ສະ ອາດຄື: ຢູ່ສະອາດ, ກິນສະອາດ ແລະ ດື່ມສະອາດໝາຍຄວາມວ່າ ໃຊ້ນ້ຳສະອາດ, ດື່່ມນ້ຳສະອາດ, ຢູ່ສະອາດ ຫລື ດື່ມນ້ຳຕົ້ມສຸກເປັນ ປະຈຳ, ປົກປັກຮັກສານ້ຳໃຊ້ໃຫ້ ສະອາດ, ກິນອາຫານສຸກດີ, ເກັບ ມ້ຽນອາຫານການກິນໃຫ້ດີບໍ່ໃຫ້ມີ ແມງວັນຕອມ, ຜັກລ້າງໃຫ້ສະອາດ, ລ້າງມືໃສ່ສະບູທຸກຄັ້ງກ່ອນ ແລະ ຫລັງກິນອາຫານ, ຖ່າຍໃສ່ວິດທຸກ ຄັ້ງ (ບໍ່ຖ່າຍຊະຊາຍ), ອະນາໄມ ເຮືອນຊານ ແລະ ສະພາບແວດລ້ອມ ໃຫ້ສະອາດ. ນອກນັ້ນກໍ່ຄວນສອນ ລູກຫລານໃຫ້ປະຕິບັດຕາມຫລັກ ອະນາໄມ 3 ສະອາດຢ່າງເຄັ່ງ ຄັດ ເພື່ອປ້ອງກັນບໍ່ໃຫ້ເປັນພະຍາດ ຖອກທ້ອງ. ຮຽບຮຽງໂດຍ: ແສງສະຫວັນ າ¤ອ
RkJQdWJsaXNoZXIy MTc3MTYxMQ==