lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/03/2025 xtgmf]k; ແຈ້ງການ... ການນຳພັກ-ລັດ... ວາງສະແດງ... ຂປລ. ໃນວັນທີ21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍສະ ຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິ ຫານງານສູນກາງພັກ, ຄະນະລັດ ຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ)ແລະ ວາງກະຕ່າດອກ ໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງ ໃນໂອກາດສະເຫລີມສະຫລອງວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ). ການວາງພວງມາລາ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາ ລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມ ຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອ ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູງ ກາງພັກ ໄດ້ໃຫ້ຮູ້ວ່າ: ງານວາງສະ ແດງຮູບພາບ “70 ປີ ແຫ່ງການ ກຳເນີດແລະເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ” ປະກອບມີບັນດາຮູບພາບ, ເອກະ ສານ ແລະ ວັດຖຸພັນ ເກືອບ 300 ຊິ້ນ ທີ່ເປັນບັນດາເຫດການອັນສໍາ ຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະ ທັບໃຈທີ່ສຸດ ທີ່ສະທ້ອນໃຫ້ເຫັນວິ ວັດທະນາການແຫ່ງການກຳເນີດ ເກີດຂຶ້ນ, ການເຕີບໃຫຍ່ເຂັ້ມແຂງ ແລະ ນໍາພາມີໄຊສະຫງ່າງາມ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ມີ ກຽດສະຫງ່າ, ທັງສ່ອງແສງໃຫ້ ເຫັນວິລະກຳອັນລໍ້າເລີດຂອງພັກ ເຮົາ ໃນການນໍາພາ-ຊີ້ນໍາປວງຊົນ ລາວທັງຊາດ ເຮັດສຳເລັດການປະ ຕິວັດ ຕໍ່ສູ້ກູ້ຊາດ ກໍຄື ໃນພາລະກິດ ປົກປັກຮັກສາ, ສ້າງສາພັດທະນາ ປະເທດຊາດ ແລະ ພາລະກິດປ່ຽນ ແປງໃໝ່ໃນໄລຍະຜ່ານມາ. ການວາງສະແດງຮູບພາບ“70 ປີ ແຫ່ງການກຳເນີດ ແລະ ເຕີບ ໃຫຍ່ຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ” ໃນຄັ້ງນີ້, ຍັງເປັນ ການປະກອບສ່ວນອັນສໍາຄັນ ເຂົ້າ ໃນການສຶກສາອົບຮົມມູນເຊື້ອອັນ ຂປລ. ພິທີໂຮມຊຸມນຸມໃຫຍ່ ລະດັບຊາດ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 70 ປີ (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 22 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີ, ມີບັນດາສະຫາຍກຳມະການ ກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ອະດີດການ ນຳຂັ້ນສູງ ພັກ, ລັດ, ພະນັກງານ ປະຕິວັດອາວຸໂສ, ການນຳບັນດາ ກະຊວງ, ພະນັກງານອະວຸໂສ-ບຳ ນານ, ພະນັກງານທະຫານ-ຕຳ ຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍ ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງ ພ້ອມພຽງ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນ ພົດເປີດພິທີສະເຫລີມສະຫລອງວັນ ໂຮມຊຸມນຸມ... ປະດັບຫລຽນ... ຂປລ. ພິທີປະດັບຫລຽນກາລະ ນຶກ 70 ປີ ພັກປະຊາຊົນປະຕິວັດ ລາວ (ພັກ ປປ ລາວ) ໃຫ້ບັນດາ ສະຫາຍການນຳ, ອະດີດການ ນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອ ກາດເຫລີມສະຫລອງວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 70 ປີ ຈັດ ຂຶ້ນໃນວັນທີ 21 ມີນາ 2025 ໃຫ້ ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ. ບັນດາການນໍາ ພັກ-ລັດ ທີ່ໄດ້ ຮັບການປະດັບຫລຽນໃນຄັ້ງນີ້ ປະກອບມີ: ອະດີດເລຂາທິການ ໃຫຍ່, ປະທານປະເທດ 2 ສະ ຫາຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ (ຄົນປັດຈຸບັນ), ບັນດາສະຫາຍ ກົມການເມືອງສູນກາງພັກ ແລະ ອະດີດກຳມະການກົມການເມືອງ ສູນກາງພັກ ຈຳນວນ 16 ສະຫາຍ, ບັນດາ ສະຫາຍ ຄະນະເລຂາທິການ ສູນກາງພັກ ແລະ ອະດີດການນໍາ ພັກ-ລັດ ຈຳນວນ 7 ສະຫາຍ. ພ້ອມນີ້, ຍັງໄດ້ປະດັບໃຫ້ບັນດາ ສະຫາຍຮອງປະທານສະພາແຫ່ງ ຊາດ, ອະດີດຮອງປະທານສະພາ ແຫ່ງຊາດ ແລະ ອະດີດການນຳ ພັກ, ລັດ ຈຳນວນ 8 ສະຫາຍ. ການປະດັບຫລຽນໃນຄັ້ງນີ້, ເປັນການຍ້ອງຍໍສັນລະເສີນຄຸນ ງາມຄວາມດີ ແລະ ຜົນງານ ອັນ ໃຫຍ່ຫລວງ ຂອງບັນດາການນຳ, ອະດີດການນຳ ພັກ, ລັດ ທີ່ໄດ້ອຸທິດ ຕົນ ເຂົ້າໃນການປະຕິບັດໜ້າທີ່ ນຳພາ-ຊີ້ນຳ ສ້າງສາພັດທະນາ ປະເທດຊາດ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ, ເຮັດໃຫ້ປະເທດ ຊາດ ໄດ້ຮັບການພັດທະນາຢ່າງ ຕໍ່ເນື່ອງ, ເສດຖະກິດ-ສັງຄົມມີການ ຂະຫຍາຍຕົວ, ປະຊາຊົນຢູ່ດີກິນ ດີ, ມັ່ງຄັ່ງເຂັ້ມແຂງ. ພ້ອມນີ້, ຍັງ ເປັນການຢັ້ງຢືນ ແລະ ຈາລຶກສັນ ລະເສີນຜົນງານອັນໃຫຍ່ຫລວງ ຂອງບັນດາສະຫາຍສະມາຊິກພັກ, ພະນັກງານປະຕິວັດອາວຸໂສ ຜູ້ທີ່ມີ ຄຸນງາມຄວາມດີ, ອຸທິດເຮື່ອແຮງ, ສະຕິປັນຍາ ປະກອບສ່ວນປະຕິບັດ ໜ້າທີ່ວຽກງານ ສອງໜ້າທີ່ຍຸດທະ ສາດ ຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ຕະ ຫລອດໄລຍະຜ່ານມາ ໃຫ້ຮຸ່ງເຮືອງ ສີວິໄລ ຈົນຮອດປັດຈຸບັນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ພາລະກິດປະຕິວັດ ຢ່າງອົງອາດ ກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ສຳລັບ ການວາງກະຕ່າດອກ ໄມ້ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ໃນຄັ້ງນີ້, ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ດ້ວຍຄວາມກະ ຕັນຍູຮູ້ບຸນຄຸນ ແລະ ຂໍສະດຸດີຕໍ່ຊື່ ສຽງຮຽງນາມ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງ ປະທານ ໄກສອນ ພົມວິຫານ ທີ່ອຸ ທິດຕະຫລອດຊີວິດ ເພື່ອພາລະກິດ ຕໍ່ສູ້ ຍາດເອົາເອກະລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນ, ນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄື ພາລະກິດ ສະຫງ່າງາມຂອງພັກເຮົາ ກໍຄື ສຶກ ສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ, ໃສແຈ້ງ, ຄຸນສົມບັດສິນທຳປະຕິ ວັດຂອງ ປະທານ ໄກສອນ ພົມວິ ຫານແລະຜູ້ນຳຄົນອື່ນໆທີ່ອຸທິດຕົນ ເພື່ອພາລະກິດການປະຕິວັດ, ເພື່ອ ເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງ ປະເທດຊາດອັນແສນຮັກ, ເພື່ອ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນ. ຮູບພາບທີ່ນຳມາວາງສະແດງ ດັ່ງກ່າວ, ຍັງເປັນການສຶກສາອົບ ຮົມໃຫ້ຄົນຮຸ່ນຫລັງ ໂດຍສະເພາະ ຮຸ່ນໜຸ່ມ ໃຫ້ຍຶດໝັ້ນອຸດົມການຂອງ ພັກ, ສືບທອດມູນເຊື້ອ ຂອງນັກປະ ຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະ ເທດຊາດກ້າວຂຶ້ນຢ່າງໜັກແໜ້ນ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລືໂບອາວເພື່ອອາຊີ ປະຈໍາປີ 2025 (Boao Forum for Asia Annual Conference 2025) ທີ່ ໂບອາວ, ແຂວງໄຮນານ ສາທາລະນະລັດ ປະຊາຊົນຈີນ ໃນລະຫວ່າງວັນທີ 26-28 ມີນາ 2025 ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ ການຮ່ວມມືທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ. ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຢ່າງເປັນທາງການ ໂດຍສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ແຫ່ງການຕໍ່ສູ່ປົດປ່ອຍປະເທດຊາດ ຂອງນັກຮົບປະຕິວັດ, ມູນເຊື້ອແຫ່ງ ການນຳພາ-ຊີ້ນຳ ອັນສະຫລາດ ສ່ອງໃສ ຂອງພັກ ປປ ລາວ ໃນໄລ ຍະຜ່ານມາ ຮອດປັດຈຸບັນ ເຊິ່ງ ກ່ອນໜ້ານີ້ 70 ປີ ຄື ວັນທີ 22 ມີນາ 1955 “ພັກປະຊາຊົນລາວ” ປັດຈຸ ບັນ ແມ່ນ “ພັກປະຊາຊົນປະຕິວັດ ລາວ” ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ເຂດຖານທີ່ໝັ້ນປະຕິວັດໃນແຂວງ ຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ, ທັງເປັນຜູ້ນໍາພາສູງສຸດ ຂອງພັກ, ການກໍາເນີດ ຂອງພັກປະຊາຊົນ ລາວ ເຊິ່ງເປັນພັກການເມືອງ ຂອງ ຊົນຊັ້ນກຳມະກອນ ແລະ ຊາວຜູ້ ອອກແຮງງານລາວ ແມ່ນເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການ ຂອງຂະບວນການຕໍ່ສູ້ຕ້ານ ກັບຈັກກະພັດຜູ້ຮຸກຮານ ແລະ ເພື່ອ ເປັນປັດໄຈຄໍ້າປະກັນ ໃຫ້ແກ່ການ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງ ປະຕິວັດ ຢູ່ປະເທດລາວ, ທັງເປັນ ສ່ວນໜຶ່ງ ຂອງການປະຕິວັດໃນອິນ ດູຈີນ ກໍຄື ຂະບວນການກ້າວໜ້າ ຢູ່ໃນໂລກ. ວັນທີ 22 ມີນາ ໄດ້ກາຍ ເປັນວັນທີ່ມີຄວາມໝາຍສໍາຄັນຍິ່ງ ທີ່ຈາລຶກໄວ້ໃນໜ້າປະຫວັດສາດ ຂອງຊາດລາວເຮົາຕະຫລອດໄປ. ເມື່ອທົບທວນ ແລະ ຫວນຄືນ ເສັ້ນທາງແຫ່ງການຕໍ່ສູ້ ອັນລະອິດ ລະອ້ຽວ, ທໍລະຫົດອົດທົນ, ເຕັມ ໄປດ້ວຍການເສຍສະລະອັນໃຫຍ່ ຫລວງ ແລະ ມີໄຊສະຫງ່າງາມ ຂອງຊາດເຮົາ ພາຍໃຕ້ການນໍາພາ ອັນເດັດດ່ຽວ, ປະດິດສ້າງ ຂອງ ພັກປະຊາຊົນ ປະຕິວັດລາວນັ້ນ, ພວກເຮົາມີຄວາມເອກອ້າງ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນ ວ່າພັກເຮົາ ສາມາດສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນອົງອາດ ກ້າແກ່ນຂອງຊາດລາວ, ຄົນລາວ ວິລະຊົນ ໃຫ້ກ້າວຂຶ້ນສູ່ຍອດສູງ ໃໝ່. ພັກຍາມໃດກໍຈົງຮັກພັກດີ ຢ່າງສຸດຊຶ້ງ ຕໍ່ຜົນປະໂຫຍດຂອງ ຊາດ ແລະ ຂອງປະຊາຊົນ, ຍາມ ໃດກໍສະໜິດຕິດພັນກັບມະຫາຊົນ, ເອົາມະຫາຊົນເປັນກຳລັງແຮງທີ່ ບໍ່ເຫືອດແຫ້ງຂອງພັກ, ຍາມໃດ ກໍມີຄວາມສາມັກຄີ, ເອກະພາບ ເປັນປຶກແຜ່ນແໜ້ນໜາ, ເຊີດຊູ ຄວາມເປັນເອກະລາດ, ເປັນເຈົ້າ ຕົນເອງ, ມີຄວາມຄິດປະດິດສ້າງ ໃນການວາງແນວທາງ, ແຜນນະ ໂຍບາຍ ແລະ ນໍາພາ-ຊີ້ນຳ ພາລະ ກິດປະຕິວັດ ຢູ່ປະເທດເຮົາຢ່າງ ຕໍ່ເນື່ອງຕະຫລອດມາ. ຕະຫລອດໄລຍະ 70 ປີ ແຫ່ງ ການກໍ່ຕັ້ງ ແລະ ຝຶກຝົນຫລໍ່ຫລອມ, ຊຸບຫລໍ່ ໂດຍຜ່ານຂະບວນການ ທົດສອບນາໆປະການໃນແປວໄຟ ປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາການປະຕິວັດຊາດປະຊາທິປະໄຕ, ເຮັດໃຫ້ຂະບວນ ການຕໍ່ສູ້ກູ້ຊາດ, ຕໍ່ສູ້ຕ້ານຈັກກະພັດ ລ່າເມືອງຂຶ້ນ ແລະ ພວກລູກມື ໄດ້ ມີບາດກ້າວເຕີບໃຫຍ່, ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ, ມີໄຊຊະນະຢ່າງ ຕໍ່ເນື່ອງ ແລະ ກ້າວໄປເຖິງໄຊຊະ ນະອັນຍິ່ງໃຫຍ່, ສາມາດລຶບລ້າງ ລະບອບສັກດິນາ-ຂຸນເສິກ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາ ປະຊາຊົນລາວບັນດາເຜົ່າ ໄດ້ກາຍ ເປັນເຈົ້າຂອງທີ່ແທ້ຈິງ ຂອງປະ ເທດຊາດ ທີ່ມີເອກະລາດ, ອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນ. ປະເທດຊາດ ຂອງພວກ ເຮົາ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການສ້າງສາພັດທະ ນາ ເພື່ອນໍາເອົາຄວາມຈະເລີນ ວັດທະນາ ແລະ ຄວາມຮັ່ງມີຜາສຸກ ມາສູ່ປະເທດຊາດ ແລະ ປະຊາຊົນ ຂອງພວກເຮົາ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ, ພັກເຮົາ ໄດ້ກາຍເປັນພັກກໍາອໍານາດ, ເປັນ ແກນນໍາໃນລະບົບການເມືອງ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ ຍຸດທະສາດ. ປະເທດເຮົາ ເຖິງວ່າ ໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ການທົດສອບອັນຂ້ຽວຂາດ, ສັບສົນນາໆປະການ ເຊິ່ງເກີດມາ ຈາກການມ້າງເພທຳລາຍຢ່າງ ຮອບດ້ານ ແລະ ລຽນຕິດ ຂອງບັນ ດາອິດທິກຳລັງປໍລະປັກ ທີ່ຫວັງ ຈະດັບມອດລະບອບໃໝ່, ບວກ ກັບຈຸດເລີ່ມຕໍ່າ, ຄວາມຫລ້າຫລັງ ໃນຫລາຍດ້ານ, ແຕ່ພວກເຮົາສາ ມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນ ຂອງຊາດໄວ້ໄດ້ຢ່າງໝັ້ນ ຄົງ, ການເມືອງມີສະຖຽນລະພາບ ອັນໜັກແໜ້ນ, ຮັບປະກັນຄວາມ ສະຫງົບປອດໄພ, ຄວາມເປັນລະ ບຽບຮຽບຮ້ອຍ ຂອງສັງຄົມໄດ້ ໂດຍພື້ນຖານ; ອຳນາດການປົກ ຄອງແຕ່ລະຂັ້ນ ໄດ້ຮັບການສ້າງ ຕັ້ງ ແລະ ປັບປຸງ, ບູລະນະ ນັບມື້ ນັບໜັກແໜ້ນ ແລະ ເປັນລະບົບຄົບ ຊຸດ ແຕ່ສູນກາງລົງເຖິງທ້ອງຖິ່ນຮາກຖານ; ກຳລັງແຮງຂອງຊາດ ໄດ້ຮັບການເສີມຂະຫຍາຍ ດ້ວຍ ຂະບວນການພັດທະນາທີ່ມີຊີວິດ ຊີວາ, ເສດຖະກິດຂະຫຍາຍຕົວ ຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງ ປະຊາຊົນ ໄດ້ຮັບການປັບປຸງຍົກ ລະດັບຂຶ້ນຢ່າງຈະແຈ້ງ, ການພົວ ພັນຮ່ວມມືກັບວົງຄະນາຍາດສາ ກົນໄດ້ຮັບການເປີດກວ້າງອອກ, ຖານະບົດບາດອິດທິພົນ ຂອງພັກ ແລະ ປະເທດເຮົາ ໄດ້ມີທີ່ຕັ້ງອັນສົມ ກຽດ ແລະ ຮັບການເຊີດຊູສູງເດັ່ນ ຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ສູນກາງ ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ອວຍພອນໄຊອັນປະເສີດບັນດາ ສະຫາຍ ອະດີດການນໍາ ພັກ-ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງ ຊາດ, ນັກຮົບແຂ່ງຂັນໃນທົ່ວປະ ເທດ, ສະມາຊິກພັກ-ພະນັກງານ, ທະຫານ-ຕໍາຫລວດ, ປະຊາຊົນ ລາວບັນດາເຜົ່າ ແລະ ພີ່ນ້ອງເຊື້ອ ສາຍລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ຫ້າວ ຫັນ, ເບີກບານມ່ວນຊື່ນ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດ ອັນໃຫຍ່ຫລວງ ໃນການປະຕິບັດ ໜ້າທີ່ວຽກງານ, ການດໍາເນີນການ ຜະລິດ-ທຸລະກິດ ແລະ ການດໍາລົງ ຊີວິດຂອງຕົນ. ພ້ອມທັງ ສະແດງ ຄວາມຮູ້ບຸນຄຸນຢ່າງລົ້ນເຫລືອ ແລະ ຄວາມຂອບໃຈອັນບໍລິສຸດຜຸດ ຜ່ອງ ແລະ ຈິງໃຈ ມາຍັງບັນດາພັກ ອ້າຍນ້ອງ, ອົງການຈັດຕັ້ງສາກົນ ໂດຍສະເພາະ ພັກກອມມູນິດຫວຽດ ນາມ, ພັກກອມມູນິດຈີນ, ພັກປະຊາ ຊົນກຳປູເຈຍ ແລະ ບັນດາພັກປະ ເທດ ຄູ່ຮ່ວມຍຸດທະສາດ ແລະ ພັກ ການເມືອງປະເທດເພື່ອນມິດອື່ນໆ ລວມທັງປະຊາຊົນບັນດາປະເທດ ເພື່ອນມິດຄູ່ຮ່ວມພັດທະນາ ທັງຢູ່ ໃກ້ ແລະ ຢູ່ໄກ ແລະ ອົງການຈັດຕັ້ງ ສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ອັນໃຫຍ່ຫລວງ ແລະ ລໍ້າຄ່າ ແກ່ພາລະກິດຕໍ່ສູ້ປະຕິ ວັດ ຂອງພັກ ແລະ ພາລະກິດຕໍ່ສູ້, ການສ້າງສາພັດທະນາປະເທດ ຊາດ ຂອງປະຊາຊົນລາວ ໃນຕະ ຫລອດໃນໄລຍະຜ່ານມາ ຈົນຮອດ ປັດຈຸບັນ. ພິທີໂຮມຊຸມນຸມໃຫຍ່ລະດັບ ຊາດ ສະເຫລີມສະຫລອງວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນຄັ້ງນີ້, ໄດ້ຈັດ ແບບເຊິ່ງໜ້າ ແລະ ແບບອອນ ລາຍ ເຊິ່ງໄດ້ຈັດຂຶ້ນພ້ອມໆກັນ ໃນ ຂອບເຂດທົ່ວປະເທດ. ຂ່າວ: ທະນູທອງ ພາບ: ອ່າຍຄຳ ປ່ຽນແປງໃໝ່ ຮອບດ້ານມີຫລັກ ການຂອງພັກຢ່າງມີໄຊ. ປະທານ ໄກສອນ ພົມວິຫານ ແມ່ນວິລະບູລຸດ, ເປັນລູກຜູ້ປະເສີດ ແລະ ຈົງຮັກພັກດີ ຂອງປະຊາຊົນ ລາວບັນດາເຜົ່າ, ເວລາໃດກໍຖືເອົາ ຜົນປະໂຫຍດຂອງຊາດ, ຂອງປະ ຊາຊົນ ສູງກວ່າສິ່ງໃດໝົດ, ເພິ່ນ ເປັນຜູ້ນໍາທີ່ປີຊາສາມາດ, ສະຫລາດ ສ່ອງໃສ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດຄ່ອງແຄ້ວໃນການ ໝູນໃຊ້ຢ່າງປະດິດສ້າງທິດສະດີ ມາກ-ເລນິນ, ທິດສະດີປະຕິວັດແລະ ບັນດາບົດຮຽນອັນຍອດຍິງ ຂອງ ມວນມະນຸດ ເຂົ້າໃນການນໍາພາຊີ້ນໍາ ການປະຕິວັດລາວ ໃນແຕ່ລະ ໄລຍະສາມາດຍາດໄດ້ໄຊຊະນະ ສະຫງ່າງາມຕະຫລອດມາ. ພ້ອມ ນີ້, ທັງເປັນການສະແດງຄວາມເຄົາ ລົບຮັກ, ຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງຮຽງນາມ, ຄຸນງາມ ຄວາມດີ, ແບບຢ່າງອັນປະເສີດເລີດ ລໍ້າຂອງປະທານ ໄກສອນ ພົມວິ ຫານ ໄວ້ໃນດວງໃຈຕະຫລອດ ກາລະນານ. ຂ່າວ: ທະນູທອງ ພາບ: ຂັນໄຊ- ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==