6092

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d “ ” ໂດຍ: ແສງສະຫວັນ xtgmf]k; 6 21/03/2025 glf4tdy f{la '7q , ບົດໂດຍ: ແສງສະຫວັນ ພາບ: ເກດສະໜາ 8kfIa '{8kfg]kt lt4komuj mj v'mj P;muj 0B o-nj 0v'c0;'lk]t;a o gxu f38gva ,;u [q fgr' la o]tglu ora d ra fmtok c8j [+ ]n ,7;k,gxa o]k; * ເມື່ອບໍ່ດົນມານີ້, ພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຮ່ວມກັບຄະນະດົນຕີ ບັນເລງປະ ສານສຽງ ເດິເປຍນິສວຽງຈັນ hUIF QJaOJTU WJFOUJaOFi ໄດ້ ຈັດພິທີເປີດໂຕເອັມວີບົດເພງ hສັນ ລະເສີນພັກi hພັດທະນາແຕ່ບໍ່ລືມ ຄວາມເປັນລາວi ທີ່ໂຮງແຮມ ຮໍ ລິເດອິນ ນະຄອນຫລວງວຽງຈັນ ໂດຍມີການນຳພັກ-ລັດ, ອະດີດ ການນຳ,ອຸປະທຸດອົງການຈັດຕັ້ງ ສາກົນ, ນັກສະແດງ, ສິລະປິນ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍສື່ ມວນຊົນເຂົ້າຮ່ວມ. ບົດເພງ ສັນລະເສີນພັກ ໄດ້ ປະພັນຕົ້ນສະບັບໄວ້ໂດຍສິລະປິນ ແຫ່ງຊາດ ທ່ານ ສີຊະນະ ສີສານ ຊຶ່ງເປັນບົດເພງອຳມະຕະອັນສົງ ຄຸນຄ່າປະໄວ້ໃຫ້ລູກຫລານໄດ້ສືບ ທອດນຳເອົາບົດເພງດັ່ງກ່າວມາ ປະພັນດົນຕີຄືນໃໝ່ໂດຍຄະນະ ວົງດົນຕີ ບັນເລງປະສານສຽງເດິ ເປຍນິສວຽງຈັນ ທີ່ໄດ້ທຸ່ມເທແຮງ ກາຍແຮງໃຈສ້າງຜົນງານນີ້ອອກ ມາ ເພື່ອຈະສະແດງຂ່ຳນັບຮັບ ຕ້ອນ ສາມວັນປະຫວັດສາດ ຂອງ ພັກ, ຂອງຊາດ ເຊິ່ງບົດເພງນີ້ໄດ້ ປະສົມປະສານລະຫວ່າງດົນຕີພື້ນ ເມືອງລາວ ແລະ ດົນຕີສາກົນ ທີ່ ປະສານສຽງອອກມາມ່ວນອອນ ສຽງ, ມີພະລັງ ຈາກສິລະປິນແຖວ ໜ້າຂອງເມືອງລາວ ກວ່າ 10 ທ່ານ ທີ່ໄດ້ຖ່າຍທອດຜົນງານອອກມາ ຜ່ານບົດເພງນີ້ຢ່າງມ່ວນຊື່ນງົດ ງາມຍິ່ງໃຫຍ່ອາລັການ. ນອກຈາກ ນີ້, ສະຖານທີ່ຖ່າຍທຳກໍເນັ້ນເອົາ ແຫລ່ງທ່ອງທ່ຽວທາປະຫວັດສາດ ທີີ່ສຳຄັນໃນປະເທດລາວ ເພື່ອເປັນ ການປະກອບສ່ວນຊຸກຍູ້ການທ່ອງ ທ່ຽວລາວໄປໃນໂຕ. ທ່ານ ນາງ ມຸກດາວັນ ຂັດທິຍະ ປະທານໂຄງການ ແລະ ຜູ້ບໍລິຫານ ຄະນະດົນຕີບັນເລງປະສານສຽງ ເດິເປຍນິສວຽງຈັນ ໄດ້ກ່າວວ່າ: ຄະນະດົນຕີບັນເລງປະສານສຽງ ເດິເປຍນິສວຽງຈັນ ສ້າງຕັ້ງຂຶ້ນ ປີ 2020 ໃນກຸ່ມຄົນທີ່ມີຈິດໃຈມັກ ຮັກສຽງດົນຕີ ຈຶ່ງໄດ້ພ້ອມກັນຍົກ ສູງພັດທະນາເຄື່ອງດົນຕີລາວນໍາ ສະເໜີໃນຮູບແບບສາກົນມາປະສົມ ປະສານ ເຮັດໃຫ້ຄົນຕ່າງປະເທດ ໄດ້ສຳຜັດກັບຄວາມເປັນເອກະລັກ ຂອງດົນຕີລາວ. ນອກນີ້, ຜົນງານ ເພງຍັງສອດແຊກແນວຄິດຄວາມ ສະເໝີພາບບົດບາດ ຍິງ-ຊາຍ ໂດຍ ຜ່ານການສະແດງຂອງແມ່ຍິງລາວ ເປົ່າແຄນ ທີ່ຫາເບິ່ງໄດ້ຍາກໃນ ສະໄໝນີ້. ພາຍຫລັງໄດ້ນໍາເອົາບົດ ເພງ ບຸນຄຸນພັກ ແລະ ເພງແດນ ແຫ່ງອິດສະຫລະ ມາປະພັນດົນຕີ ໃໝ່ ແລະ ເຜີຍແຜ່ປີ 2021 ໄດ້ຮັບ ການຕອບຮັບຢ່າງຫລວງຫລາຍ ຈາກສັງຄົມ ທັງພາກລັດ ແລະ ເອກະຊົນ ລວມເຖິງອົງການຈັດຕັ້ງ ສາກົນ.ໃນປີ 2022 ສະຖານທູດ ຝຣັ່ງ ປະຈຳລາວໃນເປີດໂອກາດ ໃຫ້ຄະນະດົນຕີພວກເຮົາຂຶ້ນເວທີ ສະແດງກັບນັກເປຍໂນຄົນຝຣັ່ງ. ຕໍ່ມາປີ 2023-2024 ກໍສືບຕໍ່ໄດ້ ສະແດງຮ່ວມກັບສະຖານທູດ ຝຣັ່ງ ຢ່າງຕໍ່ໃນງານເທສະການຝຣັ່ງລາວ. ໃນຕົ້ນປີ 2024 ໄດ້ສຳເລັດ ການ ຈັດງານຄອນເສີດຂອງຕົນ ເອງຄັ້ງທຳອິດ hສຽງແຫ່ງຄວາມ ສາມັກຄີi ເຊິ່ງໄດ້ຮັບການຕອບຮັບ ແລະ ມີຜູ້ເຂົ້າຊົມຫລາຍກວ່າ 500 ທ່ານ. ນອກນັ້ນ, ກໍໄດ້ຮັບກຽດ ຖືກເຊີນໃຫ້ໄປສະແດງຢູ່ເວທີສາ ກົນເຊັ່ນ: ປະເທດ ຣັດເຊຍ, ສິງກະ ໂປ ແລະ ຍີ່ປຸ່ນ. ຜົນງານທີ່ພົ້ນເດັ່ນ ໃນປີຜ່ານມາກໍຄືໄດ້ຮັບກຽດນຳ ພາດົນຕີພື້ນເມືອງລາວ ແລະ ສາ ກົນປະກອບມີ ສິລະປະກອນກອງ ທັບ, ປກສ, ມສ ດ່ານຊ້າງແລະ ສິລະປິນອິດສະລະອື່ນໆຮ່ວມຝຶກ ຊ້ອມແລະ ສະແດງໃນງານກອງປະ ຊຸມອາຊຽນຄັ້ງທີ 44-45 ທີ່ ສປປ ລາວເປັນເຈົ້າພາບ, ພ້ອມທັງກອງ ປະຊຸມລັດຖະ ມົນຕີອາຊຽນປິ່ນ ອ້ອມ ແລະ ປີ 2025 ໄດ້ມີໂອກາດ ຕິດຕາມ ຄະນະຜູ້ແທນຂັ້ນສູງຂອງ ນະຄອນຫລວງວຽງຈັນຮ່ວມ ກັບຄະນະສິລະປິນຂອງນະຄອນ ຫລວງ ໄປຮ່ວມສະແດງຢູ່ປະເທດ ຣັດເຊຍ. ທ່ານ ນາງ ວຽງພອນ ແກ້ວຄູນ ສີ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ ກ່າວວ່າ: ການແນະນໍາເອັມວີບົດ ເພງ ສັນລະເສີນພັກ ຂອງວົງດົນຕີ ບັນເລງປະສານສຽງເດິເປຍນິສ ວຽງຈັນຄັ້ງນີ້ ຈຸດປະສົງເພື່ອເປັນ ການຂໍ່ານັບຮັບຕ້ອນ 3 ວັນປະຫວັດ ສາດ ຂອງພັກ, ຂອງຊາດໃຫ້ມີ ບັນຍາກາດ ຄືກຄື້ນມ່ວນຊື່ນ ພ້ອມ ທັງເປັນສົ່ງເສີມວັດທະນະທຳ ແລະ ສິລະປະດົນຕີ ໃຫ້ໄດ້ຮັບການປົກ ປັກຮັກສາພັດທະນາ ແລະ ສືບທອດ ຮຸ່ນສູ່ຮຸ່ນໃນເວທີການສະແດງທີ່ມີ ຄຸນຄ່າ ແລະ ເອກອ້າງພາກພູມໃຈ ເພື່ອສົ່ງເສີມກໍ່ສ້າງພັດທະນາຊັບ ພະຍາກອນມະນຸດສິລະປິນທີ່ມີ ຄວາມຮູ້ຄວາມສາມາດໃຫ້ຍືນຍົງ ທັງຍົກສູງຄຸນຄ່າຂອງສິລະປິນ ລາວ ໂດຍສະເພາະການສະແດງ ດົນຕີປະສານສຽງຜ່ານບັນດາບົດ ເພງມູນເຊື້ອປະຕິວັດອັນມີຊີວິດ ຊີວາໃຫ້ສັງຄົມໄດ້ຮັບຮູ້ ເຊິ່ງບົດ ເພງທີ່ມາສະແດງມີ 9 ບົດເພງຄື: ຈໍາປາເມືອງລາວ, ບຸນຄຸນພັກ, ແດນແຫ່ງອິດສະຫລະ, ສຽງແຄນ ລາວ, ຄິດຮອດຊຳເໜືອ, ບ້ານແມ່ ເຮົາ, ສົ່ງພອນປີໃໝ່, ເຢັນສະບາຍ ຊາວນາ ແລະ ບົດເພງ ສັນລະເສີນ ພັກ ເຊິ່ງປະກອບດ້ວຍນັກດົນຕີທີ່ມີ ຊື່ສຽງແຖວໜ້າຂອງລາວ. ສ່ວນ ສະຖານທີ່ຈັດສະແດງແມ່ນຢູ່ຫໍວັດ ທະນະທຳແຫ່ງຊາດຄາດ ຄະເນຈະ ຈັດຂຶ້ນວັນທີ 22 ສິງຫາ 2025ນີ້. * ຕາດເລາະ-ຕາດຮັງ ເປັນສະ ຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມ ແລະ ມີຊື່ສຽງອັນດັບ 1 ຂອງແຂວງສາລະວັນ ຕັ້ງຢູ່ບ້ານ ແສນວັງໃຫຍ່ ເມືອງ ແລະ ແຂວງ ສາລະວັນ ຫ່າງຈາກເທສະບານ ເມືອງສາລະວັນ 31 ກິໂລແມັດ ຕາມເສັ້ນທາງເລກທີ 20 ສາລະ ວັນ-ປາກເຊ, ມີຕົ້ນກຳເນີດເກີດຂຶ້ນ ຈາກແມ່ນ້ຳເຊເສັດ ຈາກແຂວງເຊ ກອງ ໄຫລເລາະຜ່ານໝູ່ບ້ານລົງ ສູ່ແອ່ງນ້ຳເບື້້ອງລຸ່ມ, ຊາວບ້ານ ຈຶ່ງເອີ້ນວ່າ: ຕາດເລາະ, ສະຖານທີ່ ທ່ອງທ່ຽວນຳ້ຕົກຕາດເລາະ ມີ ຄວາມສູງປະມານ 10 ແມັດ ເຊິ່ງ ເປີດນຳໃຊ້ບໍລິການແຕ່ປີ 1986 ແລະ ໃນທຸກໆປີ ຈະມີແຂກ, ມວນ ຊົນເຂົ້າມາທ່ຽວຊົມ ແລະ ຫລິ້ນ ອ້ອມຮອບບໍລິເວນໃກ້ຄຽງນ້ຳ ຕົກຕາດ ມີປ່າໄມ້ອຸດົມສົມບູນ, ອາກາດບໍລິສຸດ ແລະ ມີຄວາມສະ ອາດ ເປັນທຳມະຊາດ, ສາຍນ້ຳ ໃສເຢັນຈາກນ້ຳຕົກທີ່ມີຫລາຍຊັ້ນ ໄຫລຜ່ານໂຫງ່ນຫີນສົ່ງສຽງໃຫ້ ເປັນຕາຢາກລົງໄປຫລີ້ນ ໄປອາບ ໃຫ້ຊື່ນອົກຊື່ນໃຈ, ມີຕົ້ນໄມ້ໃຫຍ່ ຫລາຍຊະນິດ ທີ່ຖືກປົກປັກຮັກສາ ໄວ້ໃຫ້ຄຽງຄູ່ກັບທຳມະຊາດ. ພ້ອມ ນັ້ນ ນັກທ່ອງທ່ຽວສາມາດທ່ຽວຊົມ ດ້ວຍກາຍ່າງນເລາະ ຫລື ຂີ່ຊ້າງໃຫ້ ບໍລິການ ຊົມໝູ່ບ້ານຊົນເຜົ່າ ທີ່ຕັ້ງ ຖິ່ນຖານໃກ້ກັບແມ່ນ້ຳເຊເສັດ, ຊົມ ວິຖີການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່າ, ການທຳມາຫາກິນ, ການຫາປາຂອງປະຊາຊົນ ທີ່ມີ ຄວາມຕິດພັນກັບສາຍນ້ຳແຫ່ງນີ້. ຖ້າວ່ານັກທ່ອງທ່ຽວທ່ານໃດ ຫາກຕ້ອງການຢາກໄປພັກຜ່ອນ ຫລື ກຳລັງຊອກຫາສະຖານທີ່ຈະ ໄປຜັກຜ່ອນໃນໄລຍະບຸນປີໃໝ່ ລາວທີ່ໃກ້ຈະມາເຖິງນີ້ ເພື່ອຈະ ໄດ້ສຳຜັດທຳມະຊາດແບບຍາວ ນານຂອງນ້ຳຕົກຕາດເລາະ-ຕາດ ຮັງ ເຊິ່ງໃນບໍລິເວນນ້ຳຕົກຕາດ ຍັງມີເຮືອນພັກ ແລະ ຣິສອດ ພ້ອມ ຄອຍບໍລິການສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເຊິ່ງ ແຕ່ລະຫລັງມີຮູບຊົງຄືເຮືອນລາວ, ໃຫ້ຄວາມສະດວກສະບາຍ ແລະ ມີຄວາມຈົບງາມເປັນເອກະລັກ ຂອງລາວ, ມີຄວາມທົນທານ ແລະ ແໜ້ນໜາລວມທັງຮ້ານອາຫານໃຫ້ ບໍລິການທ່ານ. ນໍ້າທີ່ຕາດດັ່ງກ່າວຈໍານວນຫລວງ ຫລາຍ ໂດຍສະເພາະ ໃນໄລຍະ ບຸນປີໃໝ່ລາວຂອງທຸກໆປີ. ດ້ວຍ ທິວທັດທຳມະຊາດ ທີ່ສວຍງາມ

RkJQdWJsaXNoZXIy MTc3MTYxMQ==