6092

xtgmf]k; 3 21/03/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©“’ ž່າຕÊ່ Ž ພັກປະຊາຊົນ ປະຕິວັດລາວ ໄດ້ຕັ້ງໜ້າເປັນເຈົ້າການ, ມີຄວາມ ຮັບຜິດຊອບໃນບັນດາການເຄື່ອນ ໄຫວວຽກງານພົວພັນການຕ່າງ ປະເທດສາຍພັກ, ວຽກງານການ ທູດສາຍລັດ ແລະ ການທູດປະຊາ ຊົນ. ມາເຖິງປັດຈຸບັນ, ພັກປະຊາຊົນ ປະຕິວັດ ລາວມີສາຍພົວພັນກັບ 145 ພັກການເມືອງ, ມີການພົວ ພັນການທູດກັບ 151 ປະເທດ, ມີ ສຳນັກງານການທູດລາວປະຈຳຢູ່ 27 ປະເທດ ແລະ ມີສາຍພົວພັນ ສາກົນຢ່າງກວ້າງຂວາງ. ວຽກ ງານການຕ່າງປະເທດນັບມື້ນັບໄດ້ ເປີດກວ້າງ ແລະ ພັດທະນາ, ສ້າງ ສະພາບແວດລ້ອມອຳນວຍຄວາມ ສະດວກໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດລາວ ແລະ ສ້າງຄວາມໄວ້ເນື້ອ ເຊື່ອໃຈອັນໜັກແໜ້ນໃນການຍາດ ແຍ່ງ ແລະ ໄດ້ຮັບເອົາການສະ ໜັບສະໜູນຊ່ວຍເຫລືອຈາກບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ວົງຄະນາຍາດສາກົນບົນຈິດໃຈເອ ກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນ ເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ແລະ ບົນພື້ນຖານເສີມຂະ ຫຍາຍເນື້ອໃນຈິດໃຈມະຕິກອງປະ ຊຸມໃຫຍ່ຄັ້ງທີXI ຂອງພັກວາງອອກ ຕາມກຳນົດທິດ hເພີ່ມທະວີຄວາມ ເປັນເຈົ້າການໃນການດຳເນີນປະ ຕິບັດແນວທາງການຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນຳ ເອົາຜົນປະໂຫຍດຕົວຈິງໃຫ້ແກ່ ການພັດທະນາປະເທດຊາດi. ra dxt-k-q o xt8y ;a f]k; .ork]tdy f xq dxa dIa dlk c]t lh k'lkra fmtokxtgmf]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ໂດຍ: ເອກອັກຄະລັດຖະທູດຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ປະຈຳ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າ‹¤—Å —‹່ອນ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ມີຄວາມປິຕິ ຊົມຊື່ນເປັນຢ່າງຍິ່ງ, ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫລວງ ເຊິ່ງ ພັກປະຊາຊົນ ປະຕິວັດລາວຍາດ ມາໄດ້ໃນຕະຫລອດບົນເສັ້ນທາງ 70 ປີຜ່ານມາ. ບັນດາຜົນສຳເລັດ ຂອງພັກປະຊາຊົນ ປະຕິວັດລາວ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ເທົ່າ ນັ້ນ, ຫາກຍັງແມ່ນແຫລ່ງກຳລັງ ໃຈອັນໃຫຍ່ຫລວງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນພາລະກິດ ແຫ່ງການປ່ຽນແປງໃໝ່, ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຫວຽດນາມໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ສະໜັບສະໜູນຢ່າງແຂງແຮງ ຕໍ່ພາລະກິດແຫ່ງການປ່ຽນແປງ ໃໝ່ຢູ່ລາວ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນວ່າພັກ, ລັດ ແລະ ປະຊາຊົນ ລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ ຫລາຍຜົນສຳເລັດໃໝ່, ໃຫຍ່ຫລວງ ກວ່າເກົ່າໃນພາລະກິດແຫ່ງການ ປ່ຽນແປງໃໝ່, ປະຕິບັດມະຕິຂອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດ ລາວຢ່າງມີໄຊ, ຈັດຕັ້ງສຳເລັດຜົນກອງປະຊຸມອົງ ຄະນະພັກຂັ້ນຕ່າງໆ ເພື່ອກ້າວສູ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຕົ້ນປີ 2026; ສ້າງສຳເລັດຜົນປະເທດລາວສັນ ຕິພາບ, ເອກະລາດ, ປະຊາທິປະ ໄຕ, ເອກະພາບ ແລະ ວັດທະນາຖາ ວອນຕາມເປົ້າໝາຍສັງຄົມນິຍົມ. ພວກເຮົາປິຕິຊົມຊື່ນເປັນຢ່າງ ຍິ່ງສັງເກດເຫັນວ່າ, ພ້ອມໆກັບບັນ ດາຜົນສຳເລັດອັນສຳຄັນເຊິ່ງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ປະເທດຍາດມາໄດ້ໃນເວລາຜ່ານ ມາ, ສາຍພົວພັນມິດຕະພາບຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຫາຍາກ ໃນໂລກລະຫວ່າງຫວຽດນາມລາວ ໂດຍປະທານ ໂຮ່ຈີ່ມິງ ຜູ້ນຳ ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແສນເຄົາລົບຮັກກໍ່ຮ່າງສ້າງຕົວ, ຝຶກຝົນຫລໍ່ຫລອມ ແລະ ໄດ້ບັນດາ ຮຸ່ນການນຳສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເພີ່ມ ພູນຄູນສ້າງ, ໄດ້ປັບປຸງ ແລະ ພັດ ທະນາຢ່າງບໍ່ຢຸດຢັ້ງ ນັບມືີ້ນັບເຂົ້າ ສູ່ລວງເລິກ, ແທດຈິງ ແລະ ມີປະ ສິດທິຜົນໃນທຸກຂົງເຂດ, ນຳເອົາ ຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ ລະປະເທດ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນພາລະກິດແຫ່ງການ ປ່ຽນແປງໃໝ່, ການປົກປັກຮັກ ສາ ແລະ ສ້າງສາປະເທດຢູ່ແຕ່ລະ ປະເທດ, ປະກອບສ່ວນເຂົ້າສັນຕິ ພາບ, ຄວາມເປັນສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກ ພື້ນ ແລະ ສາກົນ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມຍາມໃດກໍນັບຖື, ຈົດຈຳລຳ ລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການ ສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫລືອອັນໃຫຍ່ຫລວງ, ອັນປະເສີດ, ມິດຈິດມິດໃຈ ແລະ ມີ ປະສິດທິຜົນເຊິ່ງພັກ, ລັດ ແລະ ປະ ຊາຊົນລາວອ້າຍນ້ອງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນຕະຫລອດວິວັດຂະບວນການ ຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອ ກ່ອນ, ກໍຄືໃນພາລະກິດແຫ່ງການ ປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸ ບັນ. ພັກ, ລັດແລະປະຊາຊົນຫວຽດ ນາມຈະເຮັດສຸດຄວາມສາມາດ ຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດ ຢັ້ງໃຫ້ແກ່ສາຍພົວພັນສາມັກຄີ ພິເສດຫວຽດນາມ-ລາວ ນັບມື້ນັບ ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່, ຂຽວ ສົດງົດງາມ, ໝັ້ນຄົງຂະໜົງແກ່ນ ຊົ່ວກາລະນານ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຍຶດໝັ້ນກ່ຽວກັບເປົ້າ ໝາຍ, ອຸດົມການເອກະລາດຊົນ ຊາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນ ພື້ນຖານດ້ານແນວຄິດ, ທິດສະດີ ຂອງພັກ, ເປັນເຂັມຊີ້ທິດເຍືອງ ທາງໃຫ້ແກ່ການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງພັກ ຮ່ວມກັບບັນ ດາບົດຮຽນອັນປະເສີດ, ພຶດຕິກຳ ຕົວຈິງໃນຕະຫລອດ 70 ປີແຫ່ງ ການສ້າງສາ ແລະ ພັດທະນາໃນ ພາລະກິດນຳພາ, ຊີ້ນຳຕໍ່ສູ້ຍາດເອ ກະລາດຊົນຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ, ສ້າງສາ ປະເທດຊາດໃນປັດຈຸບັນ, ພັກປະຊາ ຊົນ ປະຕິວັດລາວ ຈະສຳເລັດພາ ລະກິດສ້າງສາ ແລະ ພັດທະນາ ລະບອບປະຊາທິປະໄຕປະຊາຊົນ ຢ່າງແນ່ນອນ, ສືບຕໍ່ນຳພາປະເທດ ຊາດກ້າວຂຶ້ນຕາມເສັ້ນທາງສັງຄົມ ນິຍົມ, ປະຊາຊົນຮັ່ງມີ, ປະເທດຊາດ ເຂັ້ມແຂງ, ສັງຄົມສາມັກຄີເປັນ ເອກະພາບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. xa [x5 ';Pd'ko75h ,7v'rtoa d'ko{ ]a f4tdvo .sh g0Q kl6j ]t[q [8k,my fdtma fIa f * ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ ສະເໜີປັບປຸງກົດໝາຍວ່າດ້ວຍພະ ນັກງານ-ລັດຖະກອນຕໍ່ກອງປະຊຸມ ສະໄໝວິສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງຍັງ ພົບຂໍ້ຫຍຸ້ງຍາກຕ່າງໆເຊັ່ນ: ບາງ ພາກສ່ວນຍັງມີຄວາມເຂົ້າໃຈຄາດ ເຄື່ອນຕໍ່ກັບຈຸດປະສົງ, ເນື້ອໃນແລະ ຂັ້ນຕອນວິທີການຈັດຕັ້ງປະຕິບັດ ເນື້ອໃນມາດຕາຕ່າງໆຂອງກົດ ໝາຍ ແລະ ນິຕິກຳໃຕ້ກົດໝາຍ ພາ ໃຫ້ການປະຕິບັດວຽກງານຍັງບໍ່ທັນ ເປັນເອກະພາບສູງ ແລະ ຖືກຕ້ອງ ຕາມຈຸດປະສົງຂອງນິຕິກຳ; ການ ເຜີຍແຜ່ເຊື່ອມຊຶມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ບາງຄັ້ງຍັງມີ ຄວາມຊັກຊ້າ ແລະ ບໍ່ທົ່ວເຖິງ; ເນື້ອ ໃນນິຕິກໍາໃຕ້ກົດໝາຍບາງສະບັບ ຍັງບໍ່ແທດເໝາະ ແລະ ບໍ່ສາມາດ ປະຕິບັດໄດ້ຢ່າງເຕັມສ່ວນ, ຈຳເປັນ ຕ້ອງໄດ້ຄົ້ນຄວ້າປັບປຸງຄືນ ເຮັດ ໃຫ້ແກ່ຍາວເວລາໃນການນໍາໄປ ປະຕິບັດ ແລະ ຜັນຂະຫຍາຍ. ອີງໃສ່ແນວທາງນະໂຍບາຍ ປ່ຽນແປງໃໝ່ທີ່ມີຫລັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ, ການຜັນຂະຫຍາຍ ມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ໃນການນຳພາຂອງພັກ ສະບັບ ເລກທີ 05/ຄບສພ, ມະຕິວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ຮ່າງລັດຖະ ທຳມະນູນ (ສະບັບປັບປຸງ), ຮ່າງ ກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນ (ສະບັບປັບປຸງ) ແລະ ນິຕິກໍາອື່ນໆ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ຍຸດທະ ສາດວຽກງານຄຸ້ມຄອງລັດຖະ ກອນ ຂອງ ສປປ ລາວ ຮອດປີ 2030 ສົມທົບກັບພຶດຕິກຳຕົວຈິງ ໃນການຈັດຕັ້ງປະຕິບັດບັນດານິຕິ ກຳກ່ຽວກັບວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ໃນໄລຍະ 10 ປີຜ່ານມາ (2015-2025) ແລະ ອີງໃສ່ຜົນການລົງປະເມີນ, ທາບທາມຄຳເຫັນຈາກບັນດາ ພາກສ່ວນຮັບຜິດຊອບວຽກງານ ຄຸ້ມຄອງລັດຖະກອນໃນຂອບເຂດ ທົ່ວປະເທດ ເຫັນວ່າມີຄວາມຈຳ ເປັນຕ້ອງໄດ້ປັບປຸງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ເພື່ອ ໃຫ້ເປັນບ່ອນອີງໃນການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງລັດຖະ ກອນ ໃຫ້ແທດເໝາະກັບຄວາມ ຮຽກຮ້ອງຕ້ອງການໃນການພັດທະ ນາເສດຖະກິດ-ສັງຄົມໃນໄລຍະ ໃໝ່ ໂດຍສະເພາະຂອດການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງພະນັກ ງານ-ລັດຖະກອນໃນປັດຈຸບັນ ແລະ ຕໍ່ໜ້າ, ຄະນະຮັບຜິດຊອບໄດ້ຄົ້ນ ຄວ້າ ແລະ ສະເໜີປັບປຸງຂອບເຂດ ການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນ ລັດຖະກອນ, ອາຍຸກະສຽນບຳນານ, ຊື່ເອີ້ນຕຳແໜ່ງບໍລິຫານ, ຂັ້ນຂອງ ຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງພະນັກງານລັດຖະກອນ ຂັ້ນສູນກາງ ແລະ ຂັ້ນ ຕາແສງ ແລະ ອື່ນໆ. ທ່ານ ວິໄລວົງ ບຸດດາຄຳ ໃຫ້ຮູ້ ຕື່ມວ່າ: ເມື່ອຮ່າງກົດໝາຍສະບັບ ນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເປັນນິຕິກຳ ທີ່ເປັນເຄື່ອງມືອັນສຳຄັນໃຫ້ແກ່ ບັນດາກະຊວງ, ອົງການຂັ້ນສູນ ກາງ ແລະ ອົງການປົກຄອງທ້ອງ ຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງ ພະນັກງານ-ລັດຖະກອນ ນຳໄປຈັດ ຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; ເປັນບ່ອນ ອີງໃຫ້ແກ່ບັນດາຂະແໜງການທີ່ ກ່ຽວຂ້ອງ ນຳໄປຜັນຂະຫຍາຍ ແລະ ຄົ້ນຄວ້າອອກນິຕິກຳໃຕ້ກົດ ໝາຍ ເພື່ອຄຸ້ມຄອງພະນັກງານລັດຖະກອນ ສອດຄ່ອງກັບສະພາບ ການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມ ແລະ ຈຸດພິເສດແຕ່ ລະຂະແໜງການ; ອົງການຈັດຕັ້ງ ພັກ-ລັດແຕ່ລະຂັ້ນມີກົນໄກບໍລິຫານ ແລະ ຄຸ້ມຄອງພະນັກງານ-ລັດຖະ ກອນ ທີ່ສອດຄ່ອງກັບແນວທາງ ປ່ຽນແປງໃໝ່ຢ່າງມີຫລັກການ ຂອງພັກ, ລະບຽບກົດໝາຍຂອງ ລັດ, ການພັດທະນາເສດຖະກິດສັງຄົມ, ທ່າອຽງຂອງຍຸກສະໄໝ ຂອງພາກພື້ນ ແລະ ສາກົນ; ວຽກ ງານຄຸ້ມຄອງພະນັກງານ-ລັດຖະ ກອນ ຈະໄດ້ຮັບການປັບປຸງເຂົ້າສູ່ ລະບົບ, ມີຄວາມເປັນເອກະພາບ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີ ປະສິດທິພາບ ແລະ ເຂັ້ມແຂງ ທີ່ ກຳນົດໃນມະຕິວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງ ຂອງຄະນະ ບໍລິຫານສູນກາງພັກ ເລກທີ 03/ ຄບສພ, ລົງວັນທີ 12 ມີນາ 2025. 7;k,\kple7a o0v'[A oIq [xh v'da o8q ;g,n v'mj kc0d (ວັນທີ 21 ມີນາ 1946-21 ມີນາ 2025 ຄົບຮອບ 79 ປີ) —Ê “¤§ໜÇ * ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ ສຳຄັນໃນປະຫວັດສາດຂອງຊາດ ລາວເຮົາ; ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນ ເມືອງທ່າແຂກ ກໍຄື ປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະ ກ່ອນໜ້ານີ້ ຄື ວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນແບບເກົ່າ ທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນ ມາຮຸກຮານລາວອີກຄັ້ງໃໝ່. ເພື່ອ ສະກັດກັ້ນ, ຕ້ານຢັນການບຸກລຸກ ຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກໍາລັງປະກອບອາ ວຸດຫວຽດນາມຢູ່ລາວ ດໍາເນີນ ການຕໍ່ສູ້ຕີຕ້ານການບຸກລຸກບຽດ ຢຶດ ຂອງສັດຕູຢູ່ຕົວເມືອງຕ່າງໆ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ ຊຶ່ງເປັນ ຈຸດຍຸດທະສາດ ສໍາຄັນຂອງການ ປະຕິວັດໃນເວລານັ້ນ. ຄະນະບັນຊາ ການທະຫານ ແລະ ຄະນະຮັບຜິດ ຊອບຮັກສາຕົວເມືອງທ່າແຂກ ແມ່ນ ປະທານ ສຸພານຸວົງ ເປັນຜູ້ ບັນຊາການສູງສຸດ ໄດ້ນໍາພາກໍາ ລັງປະກອບອາວຸດຂອງລາວ ແລະ ຊາວຫຽດນາມ ຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ. ຍ້ອນແນວນັ້ນ, ໄລຍະຜ່ານມາພວກ ເຮົາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມ ຄຽດແຄ້ວນສັດຕູຜູ້ຮຸກຮານ. ບັ້ນຮົບປ້ອງກັນຕົວເມືອງທ່າ ແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ ສຳຄັນທີ່ສຸດຢູ່ໃນລາວ, ມັນບໍ່ພຽງ ແຕ່ເປັນ hວັນຄຽດແຄ້ນi ຂອງປະ ຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນ ແບບເກົ່າຜູ້ຮຸກຮານ, ມັນຍັງເປັນ ວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອ ເປັນຕາຍນຳກັນລະຫວ່າງ 2 ຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ ເປັນແວ່ນແຍງອັນເຫລື້ອມໃສຂອງ ນ້ຳໃຈສູ້ຮົບຢ່າງພິລະອາດຫານ ບໍ່ ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການ ບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງ ຄະນະກອງບັນຊາການກຳລັງປະ ກອບອາວຸດພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະ ຊາຊົນລາວ ແລະ ຫວຽດນາມ ຕ່າງ ດ້າວ ທີ່ຮັກຊາດຈົນຊົ່ວກາລະນານ. ບັ້ນຮົບດັ່ງກ່າວ ເຖິງຈະບໍ່ໄດ້ ຮັບໄຊຊະນະ ແລະ ຖືກນອງເລືອດ ກໍ່ຕາມ ແຕ່ມັນກໍເປັນການປຸກ ລະດົມນ້ຳໃຈຮັກຊາດ, ຄຽດແຄ້ນ ສັດຕູຂອງປະຊາຊົນລາວບັນດາ ເຜົ່າ ພ້ອມກັນລຸກຮືຂຶ້ນຢ່າງເປັນ ຂະບວນຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ. ພ້ອມນັ້ນ ຍັງພິສູດໃຫ້ເຫັນເຖິງ ຄວາມສະຫລາດ, ຄວາມເກັ່ງກ້າ ສາມາດ ແລະ ມີໄຫວພິບໃນການ ຊີ້ນຳ ແລະ ບັນຊາສູ້ຮົບຂອງກຳລັງ ປະຕິວັດລາວ. ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງ ແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນ ເທົ່ານັ້ນ ແຕ່ຍັງເປັນນັກຮົບປະຕິວັດ ທີ່ກ້າແກ່ນ, ເປັນຜູ້ບັນຊາການທະ ຫານ ທີ່ມີຄວາມຊຳນິຊຳນານ ໃນ ການວາງແຜນສູ້ຮົບ, ຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະລະ ເພື່ອ ປະເທດຊາດ ຢ່າງອົງອາດກ້າຫານ ທັງຮູ້ປັບປຸງກໍ່ສ້າງກຳລັງ ແລະ ຮູ້ ສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈ ຮັກຊາດຂຶ້ນສູ່ລະດັບສູງ. ບັ້ນຮົບທ່າແຂກ ໄດ້ສະແດງ ໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້ຄວາມປ່າ ເຖື່ອນ, ໂຫດຫ້ຽມສາມານຂອງ ພວກລ່າເມືືອງຂຶ້ນ ທີ່ມີຕໍ່ປະຊາຊົນ ລາວ ໂດຍສະເພາະແມ່ນຊາວເມືອງ ທ່າແຂກ. ບັ້ນຮົບດັ່ງກ່າວ ໄດ້ ກາຍເປັນເຫດການປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານຂອງ ປະຊາຊົນລາວ ແລະ ກາຍເປັນ ກະແສຟອງໃຫ້ແກ່ການປະຕິວັດ ຊາດ ປະຊາທິປະໄຕ ຂອງພວກ ເຮົາກ້າວໄປສູ່ການປົດປ່ອຍຊາດ ຢ່າງສົມບູນ.

RkJQdWJsaXNoZXIy MTc3MTYxMQ==