lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/03/2025 xtgmf]k; ເຜີຍແຜ່ກົດໝາຍ... ພັກເພື່ອນມິດ... ກອງປະຊຸມສະໄໝວິສາມັນ... ຂໍ່ານັບຊົມເຊີຍວັນສ້າງຕັ້ງພັກ... ໃນການຕໍ່ສູ້ກູ້ຊາດນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີໄຊຊະນະເປັນ ແຕ່ບາດກ້າວມາ. ພາຍຫລັງພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ ຂຶ້ນເຖິງວ່າຈະພະເຊີນໜ້າກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍ ກາດກວ່າເກົ່າ, ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກຳອັນໜັກ ໜ່ວງ ເພື່ອຊີ້ນຳນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດ ແລະ ລູກແຫລ້ງຕີນມືປະຕິການຢ່າງດຸເດືອດຂ້ຽວ ຂາດ, ກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກຜົນເປັນແຕ່ລະໄລຍະປະຫວັດສາດ. ເວົ້າສະ ເພາະພາຍຫລັງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກ ຮັກສາແລະພັດທະນາປະເທດຊາດມາເຖິທຸກວັນນີ້, ຜົນສຳເລັດອັນ ສຳຄັນ ແລະ ເປັນພື້ນຖານກວ່າໝູ່ໝົດແມ່ນຄວາມເປັນເອກະລາດ, ອຳນາດປະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕ ປະຊາຊົນມີສະຖຽນລະພາບໜັກແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະ ກິດ ແຫ່ງຊາດຂະຫຍາຍຕົວດ້ວຍຈັງຫວະທີ່ໄວ, ຕໍ່ເນື່ອງ ແລະ ດຳເນີນ ຖືກທິດ, ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ, ລາຍໄດ້ສະເລ່ຍ ຕໍໍ່ຫົວຄົນຂອງປະຊາຊົນເຮົານັບມື້ສູງຂຶ້ນ. ນັ້ນກໍ່ຍ້ອນມີການນຳພາ ອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາຈຶ່ງມີ ຄວາມສີວິໄລກ້າວໜ້າໃນທຸກວັນນີ້ ແລະ ຍັງຈະສືບຕໍ່ກ້າວໄປຂ້າງໜ້າ ດ້ວຍທ່ວງທ່າອັນໜັກແໜ້ນ ເພື່ອເຮັດສຳເລັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ. ໃນໂອກາດອັນສະຫງ່າລາສີນີ້, ພວກເຮົາພະນັກງານ-ສະມາຊິກ ພັກຈົ່ງພ້ອມກັນຍົກສູງບົດບາດ, ຄວາມສາມາດນຳພາຂອງພັກ ໃນທຸກຂົງເຂດວຽກງານໃຫ້ນັບມື້ສູງເດັ່ນ ໄປພ້ອມກັບການເປັນ ແບບຢ່າງນຳໜ້າ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນ ການ; ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນສະເໝີ. ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ! ຂປລ. ກອງປະຊຸມສະໄໝວິສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງດ້ວຍຜົນສຳເລັດ ອັນຈົບງາມ ພາຍຫລັງດຳເນີນມາ ແຕ່ວັນທີ 17-20 ມີນາ 2025 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳພັກ-ລັດ, ພ້ອມດ້ວຍສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ປີດກອງປະຊຸມຢ່າງເປັນທາງການ ໂດຍມີເນື້ອໃນບາງຕອນວ່າ: ກອງ ປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອ ໃນສໍາຄັນຈໍານວນໜຶ່ງເປັນຕົ້ນໄດ້ ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນສະບັບປັບປຸງປີ 2025 ເຊິ່ງການປັບປຸງລັດຖະ ທໍາມະນູນ ປີ 2025 ນີ້, ເປັນການ ສືບຕໍ່ຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ຂອງພັກ ທີ່ວາງອອກໃນ ແຕ່ລະໄລຍະໃຫ້ເປັນອັນລະອຽດ ເຂົ້າໃສ່ເນື້ອໃນຂອງລັດຖະທໍາມະ ນູນ ເຊິ່ງເປັນກົດໝາຍພື້ນຖານ ສໍາຄັນຂອງຊາດ, ເປັນເຄື່ອງມື ສໍາຄັນຂອງລັດ ໃນການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງພັກ ກຳອຳນາດ, ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ. ການປັບປຸງລັດຖະທໍາມະນູນຄັ້ງ ນີ້, ແນໃສ່ການປັບປຸງລະບົບອໍາ ນາດແຫ່ງລັດ ປະຊາທິປະໄຕ ປະ ຊາຊົນ ໃຫ້ມີປະສິດທິພາບ, ປະສິດ ທິຜົນສູງ, ສ້າງບາດລ້ຽວໃໝ່ໃຫ້ ແກ່ການປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ສາມາດເຊື່ອມ ໂຍງເສດຖະກິດພາກພື້ນ ແລະ ສາ ກົນ ແນໃສ່ສ້າງພື້ນຖານທາງດ້ານ ກົດໝາຍ ກໍຄື ນິຕິກໍາທີ່ວາງອອກ ໃນຕໍ່ໜ້າໃຫ້ຮັບປະກັນຄວາມສອດ ຄ່ອງກັບແນວທາງການເມືອງ ຂອງພັກ, ທັງຈະເປັນການຊ່ວຍ ໃຫ້ການຄຸ້ມຄອງ-ບໍລິຫານລັດ ດ້ວຍກົດໝາຍໃນໄລຍະໃໝ່ໃຫ້ມີ ຄຸນນະພາບສູງຂຶ້ນເລື້ອຍໆ; ກອງ ປະຊຸມຍັງໄດ້ສະເໜີໃຫ້ຄະນະກໍາມະ ການລະດັບຊາດ ປັບປຸງລັດຖະ ທໍາມະນູນຮີບຮ້ອນຮຽບຮຽງ, ປັບປຸງເນື້ອໃນຕາມບັນດາຄໍາຄິດ ຄໍາເຫັນຂອງກອງປະຊຸມ ເພື່ອນໍາ ສະເໜີຂໍການພິຈາລະນາລົງລາຍ ເຊັນຈາກປະທານສະພາແຫ່ງຊາດ. ຫລັງຈາກນັ້ນ, ນໍາສະເໜີຂໍການ ພິຈາລະນາຈາກທ່ານປະທານປະ ເທດ ໃນການອອກລັດຖະດໍາລັດ ປະກາດນໍາໃຊ້ຢ່າງເປັນທາງການ ໃນມໍ່ໆນີ້. ພ້ອມນີ້, ກອງປະຊຸມຍັງໄດ້ພິ ຈາລະນາ, ຮັບຮອງເອົາການປັບ ປຸງກົດໝາຍ ຈໍານວນ 2 ສະບັບ ຄື: ກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ເພື່ອໃຫ້ ສອດຄ່ອງກັບມະຕິຂອງພັກ, ການ ໃນນະຄອນຫລວງວຽງຈັນ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ. ໂອກາດນີ້, ທ່ານ ສຸລິວັດ ສຸ ວັນນະຈູມຄຳ ໄດ້ໃຫ້ຮູ້ວ່າ: ການ ເຜີຍແຜ່ກົດໝາຍອາກອນມູນຄ່າ ເພີ່ມ ສະບັບປັບປຸງແມ່ນມີຄວາມ ໝາຍສຳຄັນ ເນື່ອງຈາກວ່າລາຍ ຮັບສ່ວຍສາອາກອນ ເປັນລາຍຮັບ ໃຫຍ່ທີ່ສໍາຄັນໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ກໍຄື ປະເທດຊາດ ໃຫ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະນັ້ນ, ກະຊວງການເງິນ ກໍຄື ຂະແໜງ ສ່ວຍສາອາກອນ ຈຶ່ງໄດ້ເອົາໃຈ ໃສ່ໃນການຄຸ້ມຄອງເກັບລາຍຮັບ ສ່ວຍສາອາ ກອນເປັນບຸລິມະສິດ, ໄດ້ສຸມໃສ່ການປະຕິບັດຫລາຍມາດ ຕະການ; ຂະຫຍາຍຖານອາກອນ ມູນຄ່າເພີ່ມ, ການຫັນການຄຸ້ມຄອງ ໃບເກັບເງິນອາກອນມູນຄ່າເພີ່ມທີ່ ຂຽນດ້ວຍມື ເອເລັກໂຕຣນິກ ໂດຍ ເຊື່ອມຕໍ່ກັບລະບົບ TaxRIS ໃຫ້ ເພີ່ມຂຶ້ນເທື່ອລະກ້າວ ເພື່ອຕີຖອຍ ການນໍາໃຊ້ໃບເກັບເງິນທີ່ຂຽນດ້ວຍ ມືຮັບປະກັນຄວາມໂປ່ງໃສ. ນັບແຕ່ປີ 2006 ເປັນຕົ້ນ ມາ ສປປ ລາວ ໄດ້ປະກາດນໍາ ໃຊ້ກົດໝາຍອາກອນມູນຄ່າເພີ່ມ ຢ່າງເປັນທາງການ ເຊິ່ງປ່ຽນແທນ ຈາກອາກອນຕົວເລກທຸລະກິດ ມາເປັນສ່ວຍສາອາກອນທາງ ອ້ອມທີ່ເກັບຈາກມູນຄ່າສິນຄ້າ ແລະ ບໍລິການ ເຊິ່ງໄລຍະຜ່ານມາ ກົດໝາຍອາກອນມູນຄ່າເພີ່ມ ໄດ້ ມີການປັບປຸງຫລາຍຄັ້ງທຽບໃສ່ ບັນດາອາກອນປະເພດອື່ນແນໃສ່ ຮັບປະກັນໃຫ້ສອດຄ່ອງກັບສະພາບ ຂອງພາກພື້ນ ແລະ ສາກົນແຕ່ລະ ໄລຍະ. ຂ່າວ: ກະຊວງການເງິນ ຄໍາຊົມເຊີຍຢ່າງສຸດອົກສຸດໃຈ. ຕະຫລອດໄລຍະເວລາ 70 ປີ ບົນເສັ້ນທາງປະຫວັດສາດອັນ ສະຫງ່າລາສີ, ພາຍໃຕ້ການນໍາ ພາອັນສະຫລາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ, ປະຊາຊົນ ລາວອ້າຍນ້ອງສາມາດຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆ ປະການ ແລະ ຍາດໄດ້ບັນດາຜົນ ສໍາເລັດອັນໃຫຍ່ຫລວງ, ມີຄວາມ ໝາຍປະຫວັດສາດໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ປົກ ປັກຮັກສາປະເທດຊາດ, ກໍ່ສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຮັກສາໄດ້ສະ ຖຽນລະພາບທາງດ້ານການເມືອງ ຢ່າງໝັກແໜ້ນ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການ ປັບປຸງໃຫ້ເຂັ້ມແຂງ, ເສດຖະກິດ ຂະຫຍາຍຕົວ, ຮັບປະກັນຄວາມ ສະຫງົບປອດໄພໃນສັງຄົມ, ຊີວິດ ການເປັນຢູ່ຂອງປະຊາຊົນນັບມື້ ປັບປຸງກົງຈັກການຈັດຕັ້ງ ແລະ ສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ທັງເປັນ ການປະກອບສ່ວນສໍາຄັນໃນການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍໃຫ້ເປັນຮູບປະທໍາ ແລະ ມີ ປະສິດທິຜົນຍິ່ງໆຂຶ້ນ. ກອງປະຊຸມ ມອບໃຫ້ຄະນະຮັບຜິດຊອບນໍາເອົາ ເນື້ອໃນຂອງຮ່າງໄປຮຽບຮຽງ ໃຫ້ຄົບຖ້ວນສົມບູນ ເພື່ອໄດ້ປະ ກາດໃຊ້ໂດຍໄວ ແລະ ນໍາໄປສູ່ ການຈັດຕັ້ງປະຕິບັດໃຫ້ມີປະສິດ ພາບ ແລະ ປະສິດທິຜົນເປັນຢ່າງ ດີ. ພ້ອມນັ້ນ, ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາຄໍາສະເໜີຂອງ ນາຍົກລັດຖະມົນຕີ ກ່ຽວກັບການ ປັບປຸງກົງຈັກການຈັດຕັ້ງຂອງ ກະຊວງ-ອົງການ ຈໍານວນໜຶ່ງ ເຊິ່ງກອງປະຊຸມໄດ້ສະແດງຄວາມ ຊົມເຊີຍທີ່ລັດຖະບານໄດ້ມີຄວາມ ຕັດສິນໃຈສູງໃນການປັບປຸງກົງ ຈັກການຈັດຕັ້ງຕາມທິດກະທັດ ຮັດ, ໂລ່ງລ່ຽນ, ມີປະສິດທິພາບ, ສອດຄ່ອງກັບສະພາບການພັດ ທະນາ ເສດຖະກິດ-ສັງຄົມໃນ ປັດຈຸບັນ, ທັງເປັນການຍົກສູງ ປະສິດທິພາບຂອງການນໍາພາ-ຊີ້ ນໍາ ແລະ ຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ໃນເງື່ອນໄຂ ໃໝ່, ທັງເປັນການເພີ່ມຄວາມເຂັ້ມ ແຂງ ແລະ ຄວາມຮັບຜິດຊອບຂອງ ພະນັກງານ-ລັດຖະກອນໃຫ້ສູງຂຶ້ນ. ກອງປະຊຸມມີຄວາມເຊື່ອໝັ້ນວ່າ ລັດຖະບານຈະສຸມໃສ່ການປັບປຸງ ຂັ້ນກະຊວງ-ອົງການໃຫ້ສໍາເລັດ ພາຍໃນເດືອນພຶດສະພາ 2025 ແລະ ການປັບປຸງການຈັດຕັ້ງສາຍ ຕັ້ງຢູ່ທ້ອງຖິ່ນໃຫ້ສໍາເລັດພາຍໃນ ເດືອນກໍລະກົດ 2025 ເພື່ອກ້າວ ສູ່ການປັບປຸງກົງຈັກໃນຂອບເຂດ ທົ່ວປະເທດ ແລະ ສ້າງບັນຍາກາດ ໃໝ່ໃຫ້ແກ່ການສ້າງຜົນງານຕ້ອນ ຮັບ 3 ວັນປະຫວັດສາດ ແລະ ການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ກ້າວໄປສູ່ການດໍາເນີນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກໃນຕໍ່ໜ້າ. ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍສົ່ງ ເສີມພິເສດສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກໍາອະມະຕະ ຕາມການສະເໜີຂອງລັດຖະບານ ກ່ຽວກັບການຍົກເວັ້ນອາກອນກໍາ ໄລ ໄລຍະ 30 ປີ (ສະເພາະຜູ້ທີ່ມາ ລົງທຶນພາຍໃນ 7 ປີທໍາອິດຂອງ ການດໍາເນີນນິຄົມດັ່ງກ່າວ) ທີ່ຈະ ລົງທຶນໃນ 4 ກິດຈະກໍາສົ່ງເສີມ ພິເສດ ຄື: ອຸດສາຫະກໍາຜະລິດ, ປະກອບເຄື່ອງຈັກ ແລະ ອຸປະກອນ ຮັບໃຊ້ການກະເສດ, ອຸດສາຫະກໍາ ຝຸ່ນຊີວະພາບ, ເຄມີ ແລະ ການ ຜະລິດອາຫານສັດ, ອຸດສາຫະກໍາ ຜະລິດແຜງຊິ້ນສ່ວນພະລັງງານ ແສງອາທິດ ແລະ ພະລັງງານທົດ ແທນ, ອຸດສາຫະກໍາຜະລິດລົດ ແລະ ອາໄຫລ່, ອຸດສາຫະກໍາຜະລິດອຸປະ ກອນໄຟຟ້າ ແລະ ເອເລັກໂຕຣນິກ. ຜ່ານການພິຈາລະນາດ້ວຍເຫດ ຜົນ ແລະ ເຫັນໄດ້ຄວາມຈໍາເປັນ ໃນການດຶງດູດເອົາການລົງທຶນ ມາພັດທະນາເຂດທຸລະການດານ, ພື້ນຖານໂຄງລ່າງບໍ່ທັນມີຄວາມ ສະດວກນັ້ນ, ຜູ້ແທນກອງປະຊຸມໄດ້ ມີຄວາມເຫັນເປັນເອກະພາບເຫັນດີ ຮັບຮອງເອົານະໂຍບາຍສົ່ງເສີມພິ ເສດສະເພາະໃຫ້ຜູ້ລົງທຶນໃນນິຄົມ ອຸດສາຫະກໍາອະມະຕະ ເຊິ່ງຈະເປັນ ເງື່ອນໄຂສໍາຄັນໃນການສົ່ງເສີມ ແລະ ດຶງດູດເອົາການລົງທຶນຂອງ ຕ່າງປະເທດ ເຊິ່ງສອດຄ່ອງກັບ ທິດທາງໃນການພັດທະນາເຂດ ເສດຖະກິດຂອງປະ ເທດເຮົາ , ສ້າງການຫັນປ່ຽນໂຄງປະກອບ ເສດຖະກິດທີ່ຈະສົ່ງເສີມການຜະລິດ ອຸດສາຫະກໍາ, ການຜະລິດເພື່ອ ສົ່ງອອກແທນການຂຸດຄົ້ນ ແລະ ຂາຍຊັບພະຍາກອນທໍາມະຊາດດັ່ງ ຜ່ານມາ ແລະ ປັດຈຸບັນ. ກອງປະຊຸມສະເໜີໃຫ້ລັດຖະ ບານເອົາໃຈໃສ່ຄຸ້ມຄອງວຽກງານ ນິຄົມອຸດສາຫະກໍາດັ່ງກ່າວ, ໃຫ້ ປະຕິບັດຕາມລະບຽບ, ກົດໝາຍ ຢ່າງເຂັ້ມງວດ, ຊຸກຍູ້ໃຫ້ນັກລົງທຶນ ມີການປະກອບສ່ວນພັດທະນາ ທ້ອງຖິ່ນ, ມີການຖ່າຍທອດບົດ ຮຽນ-ເຕັກນິກວິຊາການໃຫ່ແກ່ຄົນ ລາວ ແລະ ມີການສ້າງວຽກເຮັດ ງານທໍາໃຫ້ປະຊາຊົນໃນທ້ອງຖິ່ນ ໃຫ້ນັບມື້ຫລາຍຂຶ້ນ. ຜົນສໍາເລັດຂອງກອງປະຊຸມ ສະໄໝວິສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້, ເປັນການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ ວຽກງານຕົວຈິງ, ເປັນໝາກຜົນ ລວມສູນສະຕິປັນຍາ, ການສະແດງ ອອກສິດປະຊາທິປະໄຕ ກໍຄື ຜົນ ຂອງການຍົກສູງຄວາມຮັບຜິດຊອບ ທາງການເມືອງຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ, ການ ຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງທີ່ມີຄວາມ ພະຍາຍາມ ແລະ ມີມາດຕະການ ຕົວຈິງໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ ໃຫ້ຕົກໄປເທື່ອລະກ້າວ, ມີການ ປັບປຸງບັນດາເອກະສານນິຕິກໍາທີ່ ສໍາຄັນນັບທັງຄວາມຕັດສິນໃຈໃນ ການປັບປຸງກົງຈັກການຈັດຕັ້ງ ເພື່ອ ສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງ ເລິກເຊິ່ງເພື່ອສ້າງຄວາມເຊື່ອໝັ້ນ ຂອງປະຊາຊົນຕໍ່ການນໍາພາຂອງ ພັກ ແລະ ລັດ ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ. ຂ່າວ: ທະນູທອງ; ພາບ: ຂັນໄຊ ນັບໄດ້ຮັບການປັບປຸງດີຂຶ້ນ, ການ ພົວພັນຕ່າງປະເທດໄດ້ຮັບການ ເປີດກວ້າງ. ບັນດາຜົນສໍາ ເລັດອັນໃຫຍ່ ຫລວງ, ຮອບດ້ານຂອງພັກປະຊາ ຊົນປະຕິວັດລາວ ມີຄວາມໝາຍ ອັນເລິກເຊິ່ງຕໍ່ພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ລາວ, ປະກອບສ່ວນສໍາຄັນເຂົ້າໃນ ການຍົກສູງຖານະ, ບົດບາດຂອງ ພັກ ແລະ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢູ່ໃນເວທີ ພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍເປັນຄວາມເອກອ້າງທະນົງໃຈ, ເປັນກໍາລັງໃຈຊຸກຍູ້ອັນໃຫຍ່ຫລວງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ຍາມໃດກໍສະໜັບສະໜູນຢ່າງ ແຮງກ້າ ແລະ ຮອບດ້ານຕໍ່ພາລະ ກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ໂດຍສືບ ຕໍ່ມູນເຊື້ອຂອງບັນດາຄົນຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາຜົນງານ ທີ່ຍາດມາໄດ້, ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບ ຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນພາລະກິດ ປ່ຽນແປງໃໝ່, ຈັດຕັ້ງປະຕິບັດບັນ ດາເປົ້າໝາຍທີ່ມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ທີ່ໄດ້ວາງອອກສໍາເລັດຜົນຢ່າງ ມີໄຊ; ພິເສດດໍາເນີນກອງປະຊຸມ ໃຫຍ່ຄະນະພັກຂັ້ນຕ່າງໆສໍາເລັດ ຜົນ ເພື່ອກ້າວໄປເຖິງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ສ້າງ ປະເທດລາວ ສັນຕິພາບເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນສໍາເລັດຜົນຕາມ ເປົ້າໝາຍສັງຄົມນິຍົມ. ພວກຂ້າພະເຈົ້າມີຄວາມປິຕິຊົມ ຊື່ນເປັນຢ່າງຍິ່ງທີ່ເຫັນວ່າ, ຄຽງຄູ່ ບັນດາຜົນສໍາເລັດອັນສໍາຄັນທີ່ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຍາດມາໄດ້ຕະຫລອດໄລຍະ ຜ່ານມາ, ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ລາວ ໂດຍ ແມ່ນ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບ ຮັກໄດ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກ ບັນດາຮຸ່ນການນໍາຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈົນກາຍເປັນສາຍພົວພັນອັນບໍລິ ສຸດຜຸດຜ່ອງ, ໜຶ່ງບໍ່ມີສອງໃນໂລກ, ເປັນມໍລະດົກອັນລໍ້າຄ່າຂອງສອງ ຊາດ, ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງແທ້ຈິງ ແລະ ມີປະ ສິດທິຜົນ, ນໍາເອົາຜົນປະໂຫຍດອັນ ແທ້ຈິງມາສູ່ປະຊາຊົນສອງຊາດ. ໃນໂອກາດອັນສະຫງ່າລາສີ, ມີ ຄວາມໝາຍປະຫວັດສາດນີ້, ພວກ ຂ້າພະເຈົ້າ, ອີກເທື່ອໜຶ່ງຂໍສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ ການສະໜັບສະໜູນ, ຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດ ໝົດໃຈ ແລະ ມີປະສິດທິຜົນທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ຈະເຮັດສຸດ ຄວາມສາມາດຂອງຕົນຮ່ວມກັບ ພັກ, ລັດ ແລະ ປະຊາຊົນລາວປົກ ປັກຮັກສາ ແລະ ເພີ່ມພູນຄູນສ້າງ ຢ່າງບໍ່ຢຸດຢັ້ງສາຍພົວພັນສາມັກຄີ ພິເສດຫວຽດນາມ-ລາວ ໃຫ້ນັບມື້ ນັບຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນ ແຕ່ລະປະເທດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ສ່ວນໂທລະເລກອວຍພອນ ຂອງຄະນະກໍາມະການສູນກາງ ພັກກອມມູນິດຈີນ ເຖິງຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ລະບຸວ່າ: ຄະນະ ກຳມະການສູນກາງພັກກອມມູນິດ ຈີນ ຂໍສະແດງຄວາມຊົມເຊີຍຢ່າງ ສຸດອົກສຸດໃຈມາຍັງພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ບັນດາເຜົ່າ. ໃນ 70 ປີ ທີ່ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາ ພາປະຊາຊົນລາວປົດປ່ອຍ ແລະ ຍາດໄດ້ຄວາມເອກະພາບຂອງປະ ເທດຊາດ, ໄດ້ຮັບຜົນສໍາເລັດອັນ ສະຫງ່າງາມໃນການສ້າງສາສັງ ຄົມນິຍົມ ແລະ ພາລະກິດປ່ຽນແປງ ໃໝ່ ໂດຍສະເພາະແມ່ນນັບແຕ່ກອງ ປະຊຸມໃຫຍ່ ຄັ້ງທີ XI ເປັນຕົ້ນມາ, ສູນກາງພັກ ປປ ລາວ ໄດ້ສຸມໃສ່ ການປັບປຸງບູລະນະການນໍາພາ ຂອງພັກ, ຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ສັງຄົມ, ເສດຖະກິດມີການພັດທະນາຢ່າງ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບດີຂຶ້ນ, ບົດບາດ ໃນເວທີສາກົນໄດ້ຍົກສູງຂຶ້ນຢ່າງບໍ່ ຢຸດຢັ້ງ, ພັກແລະປະຊາຊົນຈີນຮູ້ສຶກ ປິຕິຊົມຊື່ນນໍາພັກປະຊາຊົນ ປະຕິວັດ ລາວ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງສູນກາງພັກ ທີ່ຖືສະຫາຍ ທອງ ລຸນ ສີສຸລິດ ເປັນເລຂາທິການໃຫຍ່, ພັກ ແລະ ປະຊາຊົນລາວ ຈະສືບ ຕໍ່ຊຸກຍູ້ການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່ ແລະ ຍາດໄດ້ຜົນສຳເລັດທີ່ຈົບງາມ ເພື່ອ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນ ປະຕິວັດ ລາວ ຢ່າງສະຫງ່າລາສີ. ໃນນາມເ ປັນສະຫາຍອ້າຍ ນ້ອງສັງຄົມນິຍົມ, ພັກ, ລັດ ແລະ ປະຊາຊົນຈີນ ຍາມໃດກໍຖືພັກ, ລັດ ແລະ ປະຊາຊົນລາວ ເປັນເພື່ອນ ມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໃຫ້ຄວາມສໍາຄັນຕໍ່ການພັດທະນາ ສາຍພົວພັນຈີນ-ລາວ ທີ່ມີຄວາມ ໝາຍທາງດ້ານຍຸດທະສາດ ແລະ ອະນາຄົດອັນຍາວໄກ. ໃນເດືອນ 10 ປີ 2023, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ສະຫາຍ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ ຮ່ວມກັນລົງນາມໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ສະບັບໃໝ່ ເຊິ່ງເປັນ ແຜນແມ່ບົດທີ່ຊີ້ນໍາການພັດທະນາ ສາຍພົວພັນ ຈີນ-ລາວ ແລະ ການ ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນຍຸກສະໄໝໃໝ່. ພາຍໃຕ້ການ ຊີ້ນໍາທາງດ້ານຍຸດທະສາດຂອງ ການນໍາສູງສຸດສອງພັກ, ສອງ ລັດ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ນັບກ້າວເຂົ້າສູ່ລວງ ເລິກ ແລະ ໄດ້ຮັບໝາກຜົນຈໍານວນ ຫລວງຫລາຍ, ໄດ້ສ້າງຄວາມຜາ ສຸກໃຫ້ແກ່ປະຊາຊົນສອງຊາດຢ່າງ ແທ້ຈິງ. ໃນສະເພາະໜ້ານີ້, ສປ ຈີນ ກໍາ ລັງຊຸກຍູ້ການຫັນເປັນທັນສະໄໝ ແບບຈີນ, ສປປ ລາວ ກໍກຳລັງຢູ່ ໄລຍະສໍາຄັນຂອງການສ້າງສາ ພັດທະນາປະເທດຊາດ. ພັກກອມ ມູນິດຈີນ ຍິນດີຮ່ວມກັນກັບພັກ ປະຊາຊົນປະຕິວັດລາວ ຈັດຕັ້ງປະ ຕິບັດຄວາມຮັບຮູ້ເປັນເອກະພາບກັນ ຂອງການນໍາສູງສຸດສອງຝ່າຍ, ເພີ່ມ ທະວີການໄປມາຫາສູ່ກັນລະຫວ່າງ ການນໍາຂັ້ນສູງ ແລະ ການປຶກສາ ຫາລືທາງດ້ານຍຸດທະສາດ, ຮັດ ແໜ້ນຄວາມໄວ້ເນື້ອເຊື່ອໃຈທາງ ດ້ານການເມືອງ, ເປີດກວ້າງການ ຮ່ວມມືທີ່ເປັນຮູບປະທໍາໃນຂົງເຂດ ຕ່າງໆ, ລົງເລິກການແລກປ່ຽນ ບົດຮຽນ ແລະ ທິດສະດີທາງດ້ານ ການຄຸ້ມຄອງພັກ ແລະ ບໍລິຫານ ລັດ, ຮ່ວມກັນຊອກຫາເສັ້ນທາງ ພັດທະນາສັງຄົມນິຍົມທີ່ສອດຄ່ອງ ກັບປະເທດຕົນເອງ, ຊຸກຍູ້ສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ໃຫ້ມີ ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ. ອວຍພອນໃຫ້ການສ້າງສາສັງ ຄົມນິຍົມ ແລະ ພາລະກິດປ່ຽນແປງ ໃໝ່ຂອງປະເທດລາວ ພາຍໃຕ້ການ ນໍາພາຂອງພັກປະຊາຊົນ ປະຕິວັດ ລາວ ຈົ່ງຍາດໄດ້ຜົນສໍາເລັດຢ່າງ ຈົບງາມ ! ອວຍພອນໃຫ້ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ປະເທດຈີນ ກັບ ປະເທດລາວ ຈົ່ງ ໝັ້ນຄົງຂະໜົງແກ່ນ ! ອວຍພອນ ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນລາວ ນັບມື້ນັບໄດ້ຮັບໝາກຜົນ ຍິ່ງໆຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==