6091

07 xtgmf]k; gsfdko{dkora fmtok Œ່າŸ ›າ— ¦œອŽ ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນອັງຄານ ແລະ ວັນພະຫັດ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 22 vvd7A ';a omu 18 ,uok 2025 ລາສີ ວອກ ມະເມຍ ມະແມ ມະເສັງ ມະເສັງ ຈໍ ເລກ 6 ລາສີລຽງ 9 7 8 6 6 11 ເລກ 5 ລາສີທ້າຍ 7 8 6 6 11 ເລກ 5 ລາສີໜ້າ 9 7 8 6 6 ເລກ 4 ລາສີທ້າຍ 8 6 6 11 ເລກ 4 ລາສີໜ້າ 9 7 8 6 ວອກ ມະເມຍ ມະແມ ມະເສັງ ມະເສັງ ລະກາ 9 7 8 6 6 10 ວອກ ມະເມຍ ມະແມ ມະເສັງ ມະເສັງ ກຸນ ເລກ 6 ລາສີ ຂ້າງຄຽງ 9 7 8 6 6 12 ເລກ 6 ລາສີ ສະຫລັບ (ຕໍາແໜ່ງໃດກໍໄດ້) ອີງໃສ່ຜົນອອກເລກລາງວັນ ເລກ 6 ລາສີ ລຽງ ລາສີ ມະເສັງ ມະເສັງ ຈໍ ເລກ 3 ລາສີທ້າຍ 6 6 11 ເລກ 2 ລາສີທ້າຍ 6 11 ເລກ 1 ລາສີທ້າຍ 11 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ການປູກໝາກ ນາວ ແລະ ໄມ້ໃຫ້ໝາກ ເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ເພີ່ມຂຶ້ນ ພ້ອມທັງສ້າງວຽກເຮັດ ງານທຳ ແລະ ລາຍໄດ້ໃຫ້ປະຊາຊົນ ເຂດໃກ້ຄຽງມີຊີວິດການເປັນຢູ່ທີ່ ດີຂຶ້ນ. ສະຫາຍ ນາງ ລັກມະນີ ໜູລັດ ປັນຍາ ປະຊາຊົນນາແຫນ ເມືອງບໍລິ ຄັນ ແຂວງບໍລິຄຳໄຊ ລາຍງານໃນ ກອງປະຊຸມໃຫຍ່ ຄັ້ງທີ 8 ຜູ້ແທນ ອົງຄະນະພັກ ເມືອງບໍລິຄັນ ໃນ ວັນທີ 18 ມີນາ 2025 ວ່າ: ໃນ ຄອບຄົວຂອງຕົນ ມີ 7 ຄົນ ຍິງ 2 ຄົນ ມີອາຊີບປູກຝັງ ແລະ ຄ້າຂາຍ ຈຶ່ງມີແນວຄວາມຄິດຢາກລິເລີ່ມທໍາ ການຜະລິດຢ່າງອື່ນ ເນື່ອງຈາກ ປັດຈຸບັນ ຄວາມຕ້ອງການບໍລິໂພກ ໝາກນາວ ຂອງຕະຫລາດ ແລະ ສັງຄົມ ນັບມື້ມີຫລາຍຂຶ້ນ ຕົນເອງ ແລະ ຄອບຄົວ ເຫັນທ່າແຮງ ແລະ ຄວາມພ້ອມ ເນື່ອງຈາກຄອບຄົວມີ ເນື້ອທີ່ດິນທີ່ເໝາະສົມ ໃນການປູກ ເນື່ອງຈາກວ່າມີຊົນລະປະທານນ້ຳ { x6 d\kd|k; c]t w,h .sh \kdgxa oly o7h k wfh lh k']kpIa [g0Q kl6j 7v[7q ; vq '7totra dg,n v'cvf w0dv'xt-5 ,.spj 7A 'mu VI ຂປລ. ແຫລ່ງຂ່າວຈາກ ແຂວງ ຫົວພັນ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງແອດ ແຂວງຫົວພັນ ຄັ້ງທີ 7I ໄຂຂຶ້ນໃນ ເມື່ອມໍ່ໆມານີ້ ໂດຍການເປັນປະທານ ຂອງສະຫາຍ ວັນເພັດ ສີບຸນແສງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆແອດ, ມີສະຫາຍ ຄຳ ແພງ ໄຊສົມແພງ ກໍາມະການສູນ ກາງພັກ ເລຂາຄະນະບໍລິຫານງານ ພັກແຂວງ ເຈົ້າແຂວງໆຫົວພັນ, ສະຫາຍ ອານົງສັກ ຄະນະປະຈໍາ ພັກແຂວງ ປະທານກວດກາພັກ ແຂວງ ພ້ອມດ້ວຍອະດີດພະນັກງານ ອາວຸໂສບໍານານ, ການນໍາພະແນກ ການຂອງແຂວງ, ເມືອງ ແລະ ຜູ້ແທນສົມບູນ 133 ສະຫາຍ ຍິງ 07 ສະຫາຍ ເຊິ່ງເປັນຕົວແທນ ໃຫ້ສະມາຊິກພັກໃນທົ່ວເມືອງ 2.120 ສະຫາຍ ຍິງ 430 ສະຫາຍ ເຂົ້າຮ່ວມ. ສະຫາຍ ວັນເພັດ ສີບຸນແສງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງຄັ້ງນີ້ມີ ຄວາມສໍາຄັນຍິ່ງ ເຊິ່ງຈະໄດ້ພິຈາ ລະນາຕົກລົງຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບ ດ້ານ ສໍາລັບການນໍາພາເມືອງແອດ ກ້າວຂຶ້ນສູ່ຄວາມເຂັ້ມແຂງ, ນໍາເອົາ ຄວາມຢູ່ດີກິນດີມາໃຫ້ປະຊາຊົນ. ພ້ອມນັ້ນ, ຈະໄດ້ເລືອກຕັ້ງເອົາ ຄະນະບໍລິຫານງານພັກເມືອງຊຸດ ໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດ ປະຕິວັດໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ແລະໜັກແໜ້ນສູ່ຈຸດໝາຍທີ່ວາງໄວ້. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ແທນ ກອງປະຊຸມທຸກສະຫາຍ ຈົ່ງເຊີດຊູ ຄວາມເປັນເຈົ້າການ ແລະ ຄວາມ ຮັບຜິດຊອບສູງ, ສຸມທຸກສະຕິປັນຍາ ເຂົ້າໃສ່ໃນການຄົ້ນຄວ້າ, ຕົກລົງບັນ ຫາສໍາຄັນໃຫ້ເລິກເຊິ່ງ ຖືກຕ້ອງ, ປະກອບສ່ວນໃຫ້ກອງປະຊຸມໃຫຍ່ ຄັ້ງນີ້ ດໍາເນີນໄປດ້ວຍຜົນສຳເລັດ ຕາມລະດັບຄາດໝາຍ. ໂອກາດນີ້, ສະຫາຍ ວົງພັນ ຈັນງາ ຄຳ ຮອງເລຂາພັກເມືອງ ຮອງເຈົ້າ ເມືອງໆແອດ ໄດ້ກ່າວວ່າ: ໃນໄລຍະ 5ປີຜ່ານມາ, ເສດຖະກິດຂອງເມືອງ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 2,74 ຕໍ່ປີ, ລວມຍອດ ຜະລິດຕະພັນຂອງເມືອງ ບັນລຸ 858,37 ຕື້ກີບ, ທຽບໃສ່ແຜນປະຕິ ບັດໄດ້ລື່ນ 5,88 , ສະເລ່ຍຕໍ່ຫົວ ຄົນ 6,6 ລ້ານກວ່າກີບ ເຮັດໃຫ້ໂຄງ ປະກອບເສດຖະກິດ ມີການປ່ຽນ ແປງຕາມທິດທີ່ຕັ້ງໜ້າ ເປັນຕົ້ນ ຂະແໜງກະສິກຳເພີ່ມຂຶ້ນສະເລ່ຍ 4,29 ກວມ 60,54 , ຂະແໜງ ອຸດສາຫະກຳເພີ່ມຂຶ້ນ 0,98 ກວມ 19,85 , ຂະແໜງບໍລິການ ເພີ່ມຂຶ້ນ 2,72 ກວມ 19,61 ຂອງລວມຍອດຜະລິດຕະພັນ. ນອກນີ້, ຜູ້ແທນກອງປະຊຸມ ຍັງຈະໄດ້ຮັບຟັງການປະກອບຄໍາ ເຫັນ ຂອງຄະນະພັກຮາກຖານ ບ້ານ, ຕົວແບບການຜະລິດສິນຄ້າ ຫັດຖະກຳເສື່ອນອນ, ໝອນ, ຜ້ານັ່ງ, ຄອບຄົວຕົວແບບການປູກໝາກ ແໜ່ງ; ການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຢາ ເສບຕິດ, ການກໍ່ສ້າງຮາກຖານການ ເມືອງເຂດເມືອງຊືມ ແລະ ຮັບຟັງ ການຜ່ານບົດສໍາຫລວດການນໍາພາ ລວມ ຂອງຄະນະບໍລິຫານງານພັກ ເມືອງຕະຫລອດໄລຍະ 5 ປີຜ່ານມາ ແລະ ຈະໄດ້ດຳເນີນການປ່ອນບັດ ເລືອກຕັ້ງ ເອົາຄະນະບໍລິຫານງານ ພັກເມືອງຊຸດໃໝ່ ເພື່ອເປັນຫລັກ ແຫລ່ງແກ່ນສານ ນໍາພາຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຂອງ ພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 7I ຂອງອົງຄະນະພັກເມືອງແອດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ແຕ່ນີ້ຮອດປີ 2029 ພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ ນໍາ ຂອງ ສະຫາຍ ຄໍາແພງ ໄຊສົມ ແພງ ຕື່ມອີກ. 20/03/2025 ກາບໄຫລຜ່ານ ໂດຍໄດ້ບຸກເບີກ ເນື້ອທີ່ໃນເບື້ອງຕົ້ນ 1 ເຮັກຕາ ໃນ ປູກໝາກນາວ 600 ເບ້ຍ ໃນປີ 2013 ແລະ ໄດ້ຮັບຜົນຜະລິດໃນ ປີ 2014 ຈໍານວນ 13 ໂຕນ, ເຊິ່ງ ການປູກໃນເບື້ອງຕົ້ນ ຄວາມຮູ້ທາງ ດ້ານເຕັກນິກວິຊາການບໍ່ທັນສູງ, ໃນ ປີ 2015 ໄດ້ສະເໜີຫາພາກສ່ວນ ກ່ຽວຂ້ອງຂອງເມືອງ ກໍຄືຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ລົງມາ ຊຸກຍູ້ສົ່ງເສີມ. ໃນປີ 2016-2018 ຜົນຜະລິດ ເພີ່ມຂຶ້ນສະເລ່ຍລາຍຮັບໄດ້ 65 ລ້ານກີບຕໍ່ປີ, ໃນທ້າຍປີ 20192020 ໄດ້ເກີດມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ ການຈຳໜ່າຍບໍ່ເປັນປົກກະຕິ ເຮັດ ໃຫ້ລາຍຮັບຫລຸດລົງ, ແຕ່ປີ 2021 ເຖິງປັດຈຸບັນ ເສດຖະກິດເລີ່ມມີການ ຂະຫຍາຍຕົວດີຂຶ້ນ ບວກກັບການ ປະຕິບັດຕາມວາລະແຫ່ງຊາດ 01 ໂດຍສະເພາະ ການຜະລິດກະສິກຳ ເພື່ອທົດແທນການນຳເຂົ້າ, ຈຶ່ງໄດ້ ຂະຫຍາຍເນື້ອທີ່ປູກອອກຕື່ມເປັນ 2 ເຮັກຕາ, ປູກໝາກນາວ 1.200 ເບ້ຍ, ຜົນຜະລິດສະເລ່ຍໄດ້ 85 ໂຕນ ຕໍ່ປີ. ນອກຈາກການປູກໝາກນາວ ແລ້ວ ຍັງໄດ້ປູກໄມ້ໃຫ້ໝາກອີກ ຈໍານວນໜຶ່ງ ເປັນຕົ້ນ ໝາກເງາະ 400 ຕົ້ນ, ລໍາໄຍ 400 ຕົ້ນ, ໝາກ ຜາງ 200 ຕົ້ນ, ໝໍ່ໄມ້ກິມຊູມ 300 ສຸມ ແລະ ຜະລິດເບ້ຍໝາກນາວ ຂາຍສະເລ່ຍປີລະ 1.000 ເບ້ຍ, ນອກຈາກຂາຍໝາກນາວສົດແລ້ວ, ຍັງໄດ້ແປຮູບເປັນຜະລິດຕະພັນຕື່ມ ອີກ ເປັນຕົ້ນ ນໍ້າໝາກນາວສົດ ແລະ ຊັນໄລລ້າງຈານຈໍາໜ່າຍພາຍໃນ ເທສະບານເມືອງແລະແຂວງ, ລວມ ມູນຄ່າລາຍຮັບຈາກຜົນຜະລິດທັງ ໝົດ 600 ລ້ານກີບຕໍ່ປີ, ຫັກຄ່າສິ້ນ ເປືອງໃນການຜະລິດ, ເງິນເດືອນ ວິຊາການ ແລະ ແຮງງານ ເປັນຜົນ ກໍາໄລ 235 ລ້ານກີບຕໍ່ປີ ເຊິ່ງເຮັດ ໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ແລະ ພ້ອມທັງເຮັດໃຫ້ປະຊາຊົນມີວຽກ ເຮັດງານທໍາ. ໃນໄລຍະຜ່ານມາ ໄດ້ມີຫລາຍ ພາກສ່ວນ ມາຖອດຖອນບົດຮຽນ ນຳຄອບຄົວຂອງຕົນ ເຊັ່ນ: ກົມ ປູກຝັງ, ສູນກະສິກໍາຫ້ວຍຊອນ ຫ້ອຍຊົ້ວ, ກຸ່ມຜະລິດກະສິກຳເມືອງ ວຽງທອງ, ກຸ່ມຜະລິດກະສິກຳ ຂອງແຂວງຊຽງຂວາງ, ນັກສຶກສາ ໂຮງຮຽນເຕັກນິກວິຊາຊີບ ແລະ ວິທະຍາໄລກະສິກໍາ-ປ່າໄມ້ ແຂວງ ບໍລິຄໍາໄຊ.

RkJQdWJsaXNoZXIy MTc3MTYxMQ==