6091

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme xtgmf]k; 6 20/03/2025 glf4tdy f{la '7q , xts;a f7;k,gxa o,k0v'gzqj kw8J c0;'v5 fq ,wdkocdh w0[a osk7;k,vb fsy ;c[[g-n j v'-h vo 9tlh k'7;k,g0A ,c0'fh ko-a [rtpkdvo,to5 f * ຄວາມອຶດຫິວແບບເຊື່ອງ ຊ້ອນບໍ່ແມ່ນບັນຫາຂອງປະຊາຊົນ ຜູ້ທຸກຍາກເທົ່ານັ້ນ. ຫລັກຖານ ລະດັບສາກົນສະແດງໃຫ້ເຫັນວ່າ: ການພັດທະນາດ້ານອຸດສາຫະກໍາ ແລະ ການຫັນປ່ຽນໄປສູ່ປະເທດທີ່ມີ ລະດັບລາຍຮັບທີ່ສູງຂຶ້ນມັກສົ່ງຜົນ ໃຫ້ຕະຫລາດເຕັມໄປດ້ວຍອາຫານ ແປຮູບທີ່ໃຫ້ພະລັງງານສູງ, ແຕ່ ຂາດສານອາຫານ ເຊິ່ງມີຄວາມ ສໍາພັນທີ່ຊັດເຈນລະຫວ່າງນ້ໍາໜັກ ເກີນມາດຕະຖານ, ພະຍາດອ້ວນ ແລະ ຄວາມອຶດຫິວແບບເຊື່ອງ ຊ້ອນ. ໃນຂະນະທີ່ ສປປ ລາວ ພວມ ກ້າວເຂົ້າສູ່ໄລຍະຫັນປ່ຽນ, ການ ແກ້ໄຂບັນຫາການຂາດສານອາ ຫານ ຜ່ານການສົ່ງເສີມການກິນອາ ຫານທີ່ຫລາກຫລາຍ ແລະ ການ ເສີມສ້າງດ້ານສະບຽງອາຫານທີ່ມີ ຈຸນລະສານອາຫານ. ໃນເວລາ ທີ່ຮ່າງກາຍຂອງພວກເຮົາບໍ່ໄດ້ ຮັບອາຫານພຽງພໍ ກໍ່ຈະມີຄວາມ ຮູ້ສຶກເມື່ອຍ, ຈ່ອຍຜອມ ເຮັດໃຫ້ ຮ່າງກາຍຂະຫຍາຍຕົວຊ້າ ໂດຍ ສະເພາະແມ່ນເດັກນ້ອຍ ຍ້ອນຮ່າງ ຂາດວິຕາມິນ ຫລື ແຮ່ທາດທີ່ຈໍາ ເປັນ? ຕົວຢ່າງ, ພວກເຮົາຕ້ອງ ການວິຕາມິນ ເອ ໃນປະລິມານພຽງ ເລັກນ້ອຍສໍາລັບລະບົບພູມຄຸ້ມກັນ ຮ່າງກາຍ ແລະ ການຈະເລີນພັນ ຫລື ທາດເຫລັກ ເຊິ່ງເຮັດໜ້າທີ່ສະ ໜອງອົກຊີແຈນໃຫ້ກັບອະໄວຍະວະ ພາຍໃນ ແລະ ກ້າມຊີ້ນ. ໃນເວລາ ທີ່ຮ່າງກາຍຂອງພວກເຮົາຫິວ ຫລື ຕ້ອງການສານອາຫານທີ່ເອີ້ນວ່າ ຈຸນລະສານອາຫານ, ສະໝອງຂອງ ພວກເຮົາຈະບໍ່ສາມາດຮັບສັນຍານ hຫິວiໄດ້ຊັດເຈນ. ນີ້ຄືສາເຫດທີ່ ພວກເຮົາເອີ້ນການຂາດແຄນຈຸນ ລະສານອາຫານເຫລົ່ານີ້ວ່າ ເປັນ ຄວາມອຶດຫິວແບບເຊື່ອງຊ້ອນ. ການຂາດສານອາຫານໄດ້ສົ່ງ ຜົນກະທົບຢ່າງຮ້າຍແຮງຕໍ່ການ ຈະເລີນເຕີບໂຕ, ພັດທະນາການ ແລະ ການເຮັດວຽກຂອງຮ່າງກາຍ ເຊິ່ງພົບເຫັນໄດ້ຫລາຍຢູ່ໃນ ສປປ ລາວ ໂດຍສະເພາະແມ່ນແມ່ຍິງໃນ ໄວຈະເລີນພັນສະເລ່ຍ 40 ເປີເຊັນ ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ 44 ເປີເຊັນ ແມ່ນຂາດທາດເຫລັກ ອັນມາຈາກການເປັນພະຍາດ ເລືອດຈາງ, ເຊິ່ງອາດສົ່ງຜົນກະ ທົບທີ່ຮ້າຍແຮງຕໍ່ສຸຂະພາບ ແລະ ພັດທະນາການຂອງພວກເຂົາ ແລະ ສົ່ງຜົນໃຫ້ປະສິດທິພາບໃນການ ຜະລິດກໍາລັງແຮງງານຫລຸດລົງໃນ ໄລຍະຍາວ. ໃນປີ 2020 ພະຍາດ ເລືອດຈາງພຽງຢ່າງດຽວເຮັດ ໃຫ້ ສປປ ລາວ ຂາດດຸນດ້ານເສດ ຖະກິດໄປກວ່າ 241 ລ້ານໂດລາ ສະຫະລັດ ເຊິ່ງຫລາຍກວ່າ 1 ເປີເຊັນຂອງ (%1 ຂອງປະເທດ. ການຂາດຈຸນລະສານອາຫານ ແລະ ອາຫານທີ່ມີໂພຊະນາການ ໃນ ໄລຍະການຖືພາອາດສົ່ງຜົນເສຍ ຫາຍຮ້າຍແຮງໄດ້. ອີງຕາມການລາຍງານຂອງ ໂຮງຮຽນສຸຂະອະນາໄມ ແລະ ການ ແພດເຂດຮ້ອນ ຢູ່ນະຄອນຫລວງ ລອນດອນ, ເດັກນ້ອຍ 19 ຄົນ ໃນ ຈໍານວນ 10.000 ຄົນ ໃນ ສປປ ລາວ ເກີດມາມີຄວາມບົກຜ່ອງທາງ ດ້ານລະບົບປະສາດ. ໃນຂະນະທີ່ ການກິນອາຫານສົດ ແລະ ມີຄວາມ ຫລາກຫລາຍອາດເປັນທາງເລືອກ ທີ່ດີທີ່ສຸດໃນການປ້ອງກັນຄວາມ ອຶດຫິວທີ່ເຊື່ອງຊ້ອນ, ແຕ່ກໍ່ບໍ່ໄດ້ ໝາຍຄວາມວ່າທຸກຄົນຈະສາມາດ ເຂົ້າເຖິງອາຫານເຫລົ່ານີ້ໄດ້ສະເໝີ ໄປ. ເຖິງຢ່າງໃດກໍ່ຕາມ, ຍັງມີວິທີ ການແກ້ໄຂ ເຊິ່ງປະຫຍັດຄ່າໃຊ້ ຈ່າຍ, ປອດໄພ ແລະ ສາມາດສະ ໜອງໄດ້ໃນປະລິມານທີ່ຫລາຍຄື: ການເພີ່ມວິຕາມິນ ແລະ ແຮ່ທາດ ໃສ່ໃນອາຫານ. ການເພີ່ມວິຕາມິນ ແລະ ແຮ່ທາດໃສ່ໃນອາຫານ ໝາຍ ເຖິງການເພີ່ມ ຈຸນລະສານອາຫານ ໃສ່ໃນອາຫານຫລັກທີ່ບໍລິໂພກ ທົ່ວໄປ ເຊັ່ນ: ການເພີ່ມທາດໄອໂອ ດິນໃສ່ໃນເກືອເພື່ອປ້ອງກັນພະຍາດ ຄໍໜຽງ-ຄໍເອີມ. ນັບແຕ່ປີ 1995 ເປັນຕົ້ນມາ, ກະຊວງສາທາລະນະ ສຸກໄດ້ກຳນົດມາດຕະຖານການ ຜະລິດ ແລະ ການນຳເຂົ້າເກືອໄອ ໂອດິນ ເຮັດໃຫ້ການເສີມໄອໂອ ດິນໃສ່ໃນເກືອກາຍເປັນຂໍ້ບັງຄັບ ຊຶ່ງໄດ້ກໍານົດເອົາເຂົ້າເປັນຕົວຂັບ ເຄື່ອນທີ່ດີທີ່ສຸດສໍາລັບການເສີມ ສ້າງຈຸນລະສານອາຫານທີ່ມີປະ ໂຫຍດຕໍ່ຮ່າງກາຍ. ເຂົ້າໜຽວ ແມ່ນ ອາຫານທີ່ຄົນສ່ວນໃຫຍ່ໃນທົ່ວ ປະເທດບໍລິໂພກເປັນປະຈຳ ເປັນ ແຫລ່ງພະລັງງານທີ່ດີ, ແຕ່ເຂົ້າ ໜຽວຍັງຂາດສານອາຫານທີ່ຈຳ ເປັນເຊັ່ນ: ວິຕາມິນເອ, ບີ, ທາດ ເຫລັກ ແລະ ສັງກະສີ ເຊິ່ງມັກຈະ ພົບເຫັນໃນອາຫານປະເພດອື່ນໆ ແຕ່ໄດ້ຮັບຄວາມນິຍົມບໍລິໂພກ ໜ້ອຍ ແລະ ເຂົ້າເຖິງຍາກ. ການທົດ ລອງຜະລິດເຂົ້າທີ່ເພີ່ມວິຕາມິນ, ແຮ່ທາດຢູ່ພາຍໃນປະເທດ ແລະ ຮັບໃຊ້ເຂົ້າໃນໂຄງການອາຫານ ທ່ຽງໃນໂຮງຮຽນແກ່ນັກຮຽນຊັ້ນ ປະຖົມສຶກສາສະແດງໃຫ້ເຫັນວ່າ ເຂົ້າທີ່ປະສົມຈູນລະສານອາຫານ ບໍ່ໄດ້ກໍ່ໃຫ້ເກີດບັນຫາແຕ່ຢ່າງໃດຕໍ່ ນັກຮຽນ, ພໍ່ຄົວ, ຄູອາຈານ ແລະ ພໍ່ແມ່ປະຊາຊົນ ພວກເຂົາເຫັນດີວ່າ ການກິນເຂົ້າທີ່ເພີ່ມວິຕາມິນ ແລະ ແຮ່ທາດແມ່ນບໍ່ຈຳເປັນຕ້ອງປັບ ປ່ຽນວິທີ ແລະ ຮູບແບບຂອງການ ແຕ່ງກິນແຕ່ຢ່າງໃດ. ທ່ານ ໄຊÓ ນາເÓນດາ ໂມດິ, ນາຍົກລັດຖະມົນຕີອິນເດຍ ໄດ້ປະ ກາດໃນວາລະການມາຢ້ຽມຢາມ ນະຄອນຫລວງວຽງຈັນ ໃນປີທີ່ ຜ່ານມາວ່າ ອິນເດຍຈະປະກອບ ສ່ວນທາງດ້ານທຶນຮອນປະມານ 1 ລ້ານໂດລາສະຫະລັດ ແລະ ລວມ ໄປເຖິງໃນການພັດທະນາອາຫານ ທີ່ມີຈຸນລະສານອາຫານຂະໜາດ ໃຫຍ່ຢູ່ໃນ ສປປ ລາວ. ໂຄງການ ໄລຍະ 2 ປີກຳລັງເລີ່ມຕົ້ນຂຶ້ນ ໂດຍມີກະຊວງສາທາລະນະສຸກ ແລະ ອົງການອາຫານໂລກແຫ່ງ ສະຫະປະຊາຊາດຈັດຕັ້ງປະຕິບັດ ຮ່ວມກັນ. * ຊົນເຜົ່າໄຕÐ ແມ່ນຄ້າຍໆກັບ ຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕÐ ໄດ້ ເຄື່ອນຍ້າຍຈາກດິນແດນ ແຄວ້ນ ໃຕ້ ຂອງຈີນ ລົງມາຕາມລ້ອງແມ່ ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາ ໄລ ເຈົາ, ດຽນບຽນຟູ ແລະ ເຂົ້າມາ ຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນ ປີມາແລ້ວ; ຊົນເຜົ່າໄຕÐ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ. ຊື່ເອີ້ນ: ຊົນເຜົ່າໄຕÐ ແຂວງ ອຸດົມ ໄຊ ມີຫລາຍຊື່ເອີ້ນທີ່ແຕກຕ່າງກັນ. ຊື່ເດີມ ແລະ ຊື່ທີ່ເຂົາເຈົ້າມັກທີ່ສຸດ ກໍ່ແມ່ນເຜົ່າໄຕÐ ແມ່ນຖືກຕ້ອງກັບ ສຳນຽງເອີ້ນຂອງເຂົາເຈົ້າເອງ, ສ່ວນຊົນເຜົ່າອື່ນໆ ເອີ້ນແມ່ນບໍ່ຖືກ ກັບສໍານຽງຂອງຊົນເຜົ່າໄຕÐ ຈະ ອອກເປັນສໍານຽງເປັນ hໄທi ຫລາຍກວ່າ ເຖິງແມ່ນວ່າຈະເອີ້ນ ວ່າ: hໄຕÐ i ຫລື hໄທi ລ້ວນແຕ່ມີ ຄວາມໝາຍແມ່ນ hຄົນi. ຊົນເຜົ່າໄຕÐ ແມ່ນຊື່ເອີ້ນຕາມ ການນຸ່ງຫົ່ມເຄື່ອງແຕ່ງກາຍຂອງ ເຂົາເຈົ້າເປັນສ່ວນໃຫຍ່ ເຊັ່ນວ່າ: ຖ້ານຸ່ງສີດຳກໍ່ ເອີ້ນວ່າ: hໄຕÐ ດຳi, ຖ້ານຸ່ງສີຂາວກໍ່ເອີ້ນວ່າ: hໄຕÐ ຂາວi, ນຸ່ງສີແດງ ກໍ່ເອີ້ນວ່າ: hໄຕÐ ແດງi ແລະ ອື່ນໆ. ຊົນເຜົ່າ ໄຕÐ ຢູ່ແຂວງອຸດົມໄຊ ປະກອບມີ ສອງແຊງ ຄື: ໄຕÐ ດໍາ ແລະ ໄຕÐ ຂາວ. ສ່ວນພາສາ: ຊົນເຜົ່າໄຕÐ ຢູ່ ແຂວງ ອຸດົມໄຊ ໄດ້ຈັດເຂົ້າໃນໝວດພາສາ ລາວ-ໄຕÐ ; ຊົນເຜົ່າໄຕÐ ມີຕົວໜັງສື ຂອງຊົນເຜົ່າຕົນເອງ, ມີພາສາປາກ ເວົ້າເປັນຂອງຕົນເອງ ແຕ່ຕົວໜັງສື ມີລັກສະນະຄ້າຍໆກັບຕົວໜັງສື ລາວບູຮານ, ແຕ່ມີສໍານຽງສຽງ ປາກເວົ້າແຕກຕ່າງກັນ. ໜັງສືຂຽນ ຂອງຊົນເຜົ່າໄຕÐ ນີ້ມີແຕ່ຄົນເຖົ້າຄົນ ແກ່ຈໍານວນໜຶ່ງເທົ່ານັ້ນຈຶ່ງຮູ້ອ່ານ ສືບທອດຕະກຸນທາງພໍ່, ສ່ວນແມ່ ຍິງແຕ່ງງານແລ້ວແມ່ນຕ້ອງໄດ້ ໄປເອົານຳຕະກຸນທາງຜົວ. ເຜົ່າ ໄຕÐ ໄດ້ປະຕິບັດຮີດຄອງປະເພນີ ແບບຜົວ-ດຽວເມຍດຽວ, ການ ແບ່ງປັນມູນມໍລະດົກຂອງພໍ່ແມ່ຜູ້ ເປັນລູກຊາຍກົກຈະໄດ້ຮັບຫລາຍ ກວ່າໝູ່ ຍ້ອນຜູ້ເປັນລູກຊາຍກົກ ຕ້ອງໄດ້ລ້ຽງພໍ່ແມ່ຫລາຍກວ່າໝູ່, ສ່ວນລູກຊາຍຜູ້ອື່ນໆ ກໍ່ໄດ້ຮັບມູນ ມໍລະດົກຂອງພໍ່ແມ່ຄືກັນ. ສ່ວນ ລູກຍິງພໍ່ແມ່ຈະແບ່ງປັນສັດລ້ຽງ ໃຫ້ເຊັ່ນ: ງົວ, ຄວາຍ ແລະ ອື່ນໆ. ສໍາລັບ ປະເພນີການເກີດລູກ: ຢູ່ໃນ ເຮືອນແຄມເຕົາໄຟ, ມີການເບິ່ງແຍງ ຊ່ວຍເຫລືອຈາກແມ່ຍິງ ທີ່ມີປະສົບ ການຕິດຕາມຊ່ວຍປະສູດເວລາ ເກີດຍາກ, ພາຍຫລັງເກີດແລ້ວ ມີການຢູ່ກໍາເດືອນ, ດື່ມນ້ຳຕົ້ມຈົນ ຮອດເວລາອອກກຳ. ພິທີກາໍສົ່ງສະການ: ເວລາມີຄົນ ຕາຍຂອງເຜົ່າໄຕÐ ແມ່ນຈັດພິທີກຳ ໃຫຍ່ທີ່ສຸດ ເພື່ອສົ່ງວິນຍານຂອງຜູ້ ຕາຍໄປ ຮອດໂລກໃໝ່, ຫລັງຈາກ ນັ້ນ ຈຶ່ງສົ່ງສະການດ້ວຍວິທີຂຸດ ຂຸມຝັງສົບຢູ່ປ່າຊ້າຂອງບ້ານເຜົ່າ ໄຕÐ , ມີຮີດຄອງປະເພນີ ແລະ ວັດ ທະນະທໍາທີ່ສືບທອດກັນມາແຕ່ ບູຮານນະການໃນປີໜຶ່ງໆ ຈະມີບັນ ດາບຸນຄື: ບຸນກິນຈຽງ, ບຸນລ້ຽງຜີ ເຮືອນ, ບຸນລ້ຽງຜີບ້ານ, ບຸນລ້ຽງຜີ ເມືອງ ແລະ ບຸນອື່ນໆ. ຊົນເຜົ່າໄຕ: ຊົນເຜົ່ານີ້ກໍ່ແມ່ນ ອີກຊົນເຜົ່າໜຶ່ງທີ່ຂຶ້ນກັບວົງຄະນະ ຍາດແຫ່ງຊາດລາວໂດຍສະເພາະ ແມ່ນ ແຂວງອຸດົມໄຊ ປະກອບມີ 2ແຊງຄື: ໄຕແລະ ໄຕຂາວ, ເຮົາຈະ ສັງເກດເຫັນ ໃນການນຸ່ງຖື ຂອງ ເຂົາເຈົ້າ ເຊັ່ນວ່າ: ຖ້ານຸ່ງສີດໍາ ເອີ້ນ ວ່າ: ໄຕÐ ດໍາ ແລະ ຖ້ານຸ່ງສີຂາວ ເອີ້ນ ວ່າ: ໄຕÐ ຂາວ, ແຕ່ວ່າຊົນເຜົ່າໄຕ ຈະແຕກຕ່າງກັບຊົນເຜົ່າອື່ນ ເຊັ່ນ: ໃນໝວດພາສາດຽວກັນຊົນເຜົ່າ ໄຕÐ ຈະມີການຫລິ້ນບຸນກິນຈຽງ ຄືກັບຊົນເຜົ່າໃນໝວດພາສາມົ້ງ- ອີວມຽນ ແລະ ມີທັງການກິນທານ ແລະ ປະຕິບັດທໍາຄືຊົນເຜົ່າໃນໝວດ ພາສາລາວ-ໄຕÐ . ແລະ ຮູ້ຂຽນ. ສ່ວນຄົນຮຸ່ນໜຸ່ມເກີດ ໃໝ່ໃຫຍ່ລຸນ ບໍ່ສາມາດອ່ານໄດ້ ຂຽນເປັນຈັກຄົນເລີຍ. ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງ ຊົນເຜົ່າໄຕÐ ຢູ່ ແຂວງອຸດົມໄຊ: ແມ່ນ ສຸດທີ່ອຸດົມສົມບູນ ແລະ ໄດ້ສືບ ທອດກັນແຕ່ສະໄໝບູຮານຫລາຍ ຮ້ອຍພັນປີມາແລ້ວ, ຊົນເຜົ່າໄຕÐ ມີ ຄວາມເຊື່ອຖືບັນດາຜີເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ, ຜີເງືອກ, ຜີປ່າ ແລະ ຜີອື່ນໆ ຊຶ່ງ ແຕ່ລະເຮືອນຈະມີຮ້ານຜີໄວ້ຢູ່ແຈ ເຮືອນ ຫລື ຢູ່ເທິງສີໜ້າເຮືອນ (ທັງ ເທວະດາເຮືອນສະຖານທີ່ບ່ອນສໍາ ຄັນ, ບ່ອນສັກສິດ ແລະ ບ່ອນສັກ ກະລະບູຊາກວ່າໝູ່ໃນເຮືອນແມ່ນ ເທວະດາເຮືອນ, ຫໍຜີບ້ານ, ຫໍຜີ ເມືອງ ແລະ ບ່ອນຜີປ່າຊ້າຂອງຊາວ ບ້ານແມ່ນແຕະຕ້ອງບໍ່ໄດ້ເດັດຂາດ. ລັກສະນະເຮືອນຂອງຊົນເຜົ່າ ໄຕÐ : ແມ່ນມີລັກສະນະເຮືອນບູຮານ, ພວກເຮົາຈະພົບເຫັນແຕ່ລະບ້ານ ຂອງເຜົ່າໄຕÐ ແມ່ນປຸກສ້າງເຮືອນ ຮ້ານ, ເສົາເຮືອນເຮັດດ້ວຍໄມ້ແກ່ນ ລ້ອນທີ່ແຂງແຮງທີ່ສຸດ. ເສົາເຮືອນ ຝັງ ຫລື ເອົາກ້ອນຫີນມາໝູນ (ເສົາ ຕັ້ງ) ປູພື້ນເຮືອນດ້ວຍຝາກ, ແອ້ມ ດ້ວຍໄມ້ເຮ້ຍ, ໄມ້ຊອດ ແລະ ມຸງ ດ້ວຍຫຍ້າຄາ ຫລື ໃບຫວາຍ, ໃບຄໍ້ ແລະ ອື່ນໆ ຊຶ່ງເຮືອນຂອງເຜົ່າໄຕÐ ແຕ່ລະຫລັງບໍ່ວ່າຈະນ້ອຍ ຫລື ໃຫຍ່ ລ້ວນແຕ່ມີຊານ, ຢູ່ກ້ອງຕາລ່າງ ເປັນບ່ອນເກັບມ້ຽນເຄື່ອງຂອງທໍາ ການຜະລິດຕ່າງໆ ໃນເຮືອນຂອງ ເຜົ່າໄຕÐ ບໍ່ໄດ້ຂຶ້ນຫ້ອງນອນຄືຊົນ ເຜົ່າອື່ນໆ. ເຂົາເຈົ້າພຽງແຕ່ໃຊ້ ຜ້າກັ້ງຍາວແຕ່ຝາເບື້ອງນີ້ເຖິງຝາ ເບື້ອງນັ້ນ, ແຕ່ໃນກໍໍລະນີພິທີກຳ ທາງຮີດຄອງປະເພນີພາຍໃນເຮືອນ ເຜົ່າໄຕÐ ຈະມີການຄະລໍາ ແລະ ຂໍ້ ຫ້າມຕ່າງໆ, ເຊັ່ນ: ບໍ່ໃຫ້ຂ້ວມຈອກ ນ້ຳ ແລະ ຈອກເຫລົ້າ. ດ້ານຄອບຄົວ: ເລືອດເນື້ອເຊື້ອ ສາຍ ແລະ ການສືບທອດຕະກູນ ຂອງເຜົ່າໄຕÐ ແມ່ນລູກຊາຍຈະໄດ້

RkJQdWJsaXNoZXIy MTc3MTYxMQ==