6091

xtgmf]k; 3 20/03/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©“’ žາຕÊ່ Ž ຮິບໂຮມໂດຍ: ພະກາ 7eG s]k[{]k[{s]y f c]t ]y f .orklk]k; * ໃນບັນດາຄໍາສັບທີ່ມີຕົວແກນ ເປັນອັກສອນສູງ ແລະ ຕໍ່າ ທີ່ມີສະ ຫລະຕົວດຽວກັນ, ປະກອບຕົວສະ ກົດຕາຍ (ກດບ) ແນ່ນອນແລ້ວວ່າ ການອ່ານອອກສຽງບາງຄໍາໃກ້ຄຽງ ກັນທີ່ສຸດ, ສະນັ້ນ ການຂຽນ ຈຶ່ງຕ້ອງ ເອົາໃຈໃສ່ເປັນພິເສດ ໂດຍອາໄສ ຄວາມຈື່ຈໍາດ້ານຫລັກໄວຍາກອນ ເປັນສໍາຄັນ. ຜູ້ເຮັດວຽກຂີດຂຽນ ເພື່ອເຜີຍແຜ່ ແລະ ຮ່າງເນື້ອໃນເອ ກະສານທາງການ ຈຶ່ງບໍ່ອາດຖືເບົາ ໄດ້ແມ່ນແຕ່ເລັກນ້ອຍ ເພາະມັນຈະ ພາໃຫ້ຄວາມໝາຍບໍ່ກົງກັບເປົ້າ ໝາຍ. ດັ່ງຄໍາເວົ້າທີ່ວ່າ hຄໍາສັບໜຶ່ງ ຖ້ານໍາໃຊ້ບໍ່ເໝາະສົມກໍ່ອາດເຮັດ ໃຫ້ທັງໝົດປະໂຫຍກເສຍຄວາມ ໝາຍ, ປະໂຫຍກໜຶ່ງໃຊ້ບໍ່ເໝາະສົມ ກໍ່ອາດ ຈະເຮັດໃຫ້ທັງໝົດບົດມີ ຄວາມໝາຍບໍ່ຖືກຈຸດປະສົງi. ວັນນີ້ ມາທົບທວນນໍາກັນ ສີ່ ຄໍາ ລະອຽດຄື: ຄໍາ hຫລາບi ເປັນ ຄໍາກໍາມະ ຫລື ກິລິຍາ ໝາຍເຖິງ ເຂັດ, ຢ້ານ, ກົວ, ຍອມ; ເປັນຄໍາ ນາມ ໝາຍເຖິງ ແຜ່ນເງິນ ຫລື ແຜ່ນຄໍາ ທີ່ເຈົ້າສັດທາ ຫລື ເຈົ້າ ບ້ານເຈົ້າເມືອງ ເຮັດຂຶ້ນໃສ່ກອງຫົດ ເພື່ອຫົດພະສົງພະພິກຂຸ ທີ່ມີອາຍຸ ພັນສາ ແລະ ມີຄວາມຮູ້ສົມຄວນທີ່ ຈະປົກຄອງພະສົງສາມະເນນໄດ້ ເອີ້ນ ຫລາບ, ຫລາບ ມີສອງແນວ ຄື ຫລາບເງິນ ແລະ ຫລາບຄໍາ. ຮູບຄໍາ ນີ້ໄປປະກອບເປັນຄໍາສອງພະຍາງ ກໍ່ມີເຊັ່ນ ເຂັດຫລາບ, ຫລາບລາຍ. ສອງຄໍານີ້ ບໍ່ອະທິບາຍ ທ່ານຜູ້ອ່ານ ກໍ່ຮູ້ຄວາມໝາຍຢູ່ແລ້ວ ນໍ! ບັດນີ້ມາທົບທວນຄໍາວ່າ hລາບi ເປັນຄໍານາມ ໝາຍເຖິງຊື່ອາຫານ ຢ່າງໜຶ່ງ ເຮັດດ້ວຍຊີ້ນ ຫລື ປາ ຟັກ ໃຫ້ແຫລກ ໃສ່ເຂົ້າຂົ້ວ, ເຄື່ອງຫອມ, ປາແດກ, ແປ້ງນົວ. ປະເພດລາບຊີ້ນ, ຖ້າໃສ່ເລືອດ ເອີ້ນ ລາບເລືອດ; ລາບ ປາທີ່ໃສ່ເຂົ້າຂົ້ວສີດໍາ ຄົນໃຫ້ແຫລວໆ ເອີ້ນ ລາບແຫລວ, ຄົນລະອັນກັບ ລາບໂຕແຫລວ ຫລື ຊີ້ນໂຕແຫລວ ຄືເລື່ອງເລົ່າຊວນຫົວທົ່ວໄປ. ຮູບຄໍາ ນີ້ ໄປຮວມເປັນຄໍາສອງພະຍາງ ກໍ່ມີ ເຊັ່ນ: ໂຊກລາບ, ຊາບລາບ... ສ່ວນຄໍາ hຫລິດi ກໍານົດໃນ ຮູບຄໍາສາມພະຍາງ ຄື ປາສະຫລິດ ເປັນຄໍານາມ ໝາຍເຖິງຊື່ຂອງປາ ຊະນິດໜຶ່ງ ຄ້າຍຄືປາກະເດີດ ແຕ່ໂຕ ໃຫຍ່ກວ່າ. ສຸດທ້າຍບົດ, ຄໍາ hລິດi ມີຢູ່ໃນ ຮູບຄໍາສອງ-ສາມພະຍາງ ເຊັ່ນ ລິດເດດ, ລິດທາ, ລິດຈະນາ, ລິດ ສະຫຍາ, ລິດແລດ, ສໍາລິດ ...ມີ ຄວາມໝາຍຕ່າງກັນໄປ ເຊິ່ງບັນດາ ຄໍາທີ່ຍົກຂຶ້ນແມ່ນຄໍາລາວເດີມ ແລະ ມີເຄົ້າມາຈາກພາສາປາລີ-ສັນສະ ກິດ, ດັ່ງຄໍາ ລິດຈະນາ ເປັນຄໍາກໍາມະ ໝາຍເຖິງ ຂຽນ, ແຕ່ງປະພັນ, ເປັນ ຄຸນນາມ ໝາຍເຖິງ ງາມ. ລິດສະ ຫຍາ ເປັນຄໍານາມ ມີເຄົ້າມາຈາກ ພາສາສັນສະກິດ ໝາຍເຖິງ ຄວາມບໍ່ ຢາກໃຫ້ຄົນອື່ນໄດ້ດີ, ຫຶງສາ, ຄວາມ ອິດສາບັງບຽດ. ລິດແລດ ເປັນຄໍາ ຄຸນນາມ ໝາຍເຖິງ ແນມເຫັນພຽງ ແວບດຽວ, ແນມເຫັນພໍວັບແວບ ຮຽກ ເຫັນພໍລິດແລດ. ດັ່ງນັ້ນ ຈຶ່ງນໍາສຶກສາຮ່ວມກັນຄື ດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ພາຍໃຕ້ການນຳພາອັນສ່ອງ ໃສຂອງພັກປະຊາຊົນ ປະຕິວັດ ລາວ, ປະເທດລາວອ້າຍນ້ອງສາ ມາດຍາດໄດ້ບັນດາໄຊຊະນະອັນ ໃຫຍ່ຫລວງ, ມີຄວາມໝາຍປະ ຫວັດສາດໃນພາລະກິດຕໍ່ສູ້ປົດປ່ອຍ ຊາດໃນເມື່ອກ່ອນ, ການປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ. ພິເສດ, ພາຍຫລັງ ເກືອບ 40 ປີດຳເນີນປະຕິບັດແນວ ທາງປ່ຽນແປງໃໝ່ ໂດຍພັກປະ ຊາຊົນ ປະຕິວັດລາວລິເລີ່ມ ແລະ ນຳພາ, ປະຊາຊົນລາວສືບຕໍ່ຍາດ ໄດ້ບັນດາຜົນສຳເລັດອັນໃຫຍ່ ຫລວງ, ຮອບດ້ານ, ມີຄວາມໝາຍ ປະຫວັດສາດ, ດ້ານການເມືອງມີ ຄວາມໝັ້ນຄົງ, ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມໄດ້ຮັບປະ ກັນ, ເສດຖະກິດມີການເຕີບໂຕ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ລາຍຮັບ ສະເລ່ຍຫົວຄົນເພີ່ມຂຶ້ນຈາກ 114 64% ໃນປີ 1985 ຂຶ້ນເປັນ 1.896 ra dxt-k-q o xt8y ;a f]k; .ork]tdy f xq dxa dIa dlk c]t lh k'lkra fmtokxtgmf]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ໂດຍ: ເອກອັກຄະລັດຖະທູດຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ປະຈຳ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າ‹¤—Å —‹່ອນ ຕໍ່າ‹¤—Å —‹່ອນ ]tob dgsfdko[A oIq [ g,n v'mj kc0d 21 ,u ok (ວັນທີ 21 ມີນາ 1946-21 ມີນາ 2025 ຄົບຮອບ 79 ປີ) ຢ່າງໃດກໍຕາມ ຍ້ອນເຫລັກຫລາຍ ກວ່າຖ່ານ ຄື ພວກລ່າເມືອງຂຶ້ນຝລັ່ງ ມີອາວຸດຍຸດໂທປະກອນທີ່ທັນສະໄໝ ກວ່າເຮັດໃຫ້ທະຫານປະຕິວັດຂອງ ພວກເຮົາບໍ່ສາມາດຮັກສາຕົວເມືອງ ທ່າແຂກໄວ້ໄດ້ ຈຶ່ງຕັດສິນໃຈທັງຕ້ານ ແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອ ຈັກ ແລະ ໄມ້ທ່ອນ ເພື່ອລອຍຂ້າມໄປ ແຂວງນະຄອນພະນົມ, ປະເທດໄທ, ແຕ່ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນ ແລະ ປືນຊະນິດ ອື່ນໆ ຍິງໃສ່ ປະຊາຊົນ ແລະ ທະຫານຂອງພວກເຮົາ ທີ່ພວມຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍ ສາມານທີ່ສຸດ ເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນຖືກບາດເຈັບລົ້ມ ຕາຍຢ່າງຫລວງຫລາຍ, ສ່ວນເຮືອຈັກ ທີ່ປະທານ ສຸພານຸວົງ ແລະ ພະນັກງານ ຈໍານວນໜຶ່ງຂີ່ໄປຖືກເຮືອບິນສັດຕູຍິງຢູ່ ກາງແມ່ນໍ້າຂອງ, ນັກຮົບປະຕິວັດລາວ ຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາໂຕບັງ ປະທານ ສຸພານຸວົງ ເຮັດໃຫ້ເຂົາເຈົ້າເສຍຊີວິດຄາທີ່, ສ່ວນ ປະທານ ສຸພານຸວົງ ໄດ້ຮັບບາດ ເຈັບສາຫັດ ແລະ ນໍາໄປປິ່ນປົວຢູ່ໂຮງ ໝໍແຂວງນະຄອນພະນົມຂອງໄທ. ພາຍຫລັງພວກລ່າເມືອງຂຶ້ນຝÓັ່ງ ແລະ ລູກແຫລ່ງຕີນມື ຂອງພວກເຂົາ ຢືດຄອງຕົວເມືອງທ່າແຂກ ໄດ້ແລ້ວ, ພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະ ລືມໄດ້ໃຫ້ແກ່ປະຊາຊົນລາວ, ພວກເຂົາ ໄດ້ເຂັ່ນຂ້າປະຊາຊົນ ແລະ ຊາວຫວຽດ —Ê “¤§ໜÇ ໂດລາສະຫະລັດ ໃນປີ 2024; ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໄດ້ຮັກສາແໜ້ນ, ພົວພັນການ ຕ່າງປະເທດໄດ້ເປີດກວ້າງ, ປະສົບ ຜົນສຳເລັດຢ່າງຈົບງາມໃນປີເປັນ ປະທານອາຊຽນ 2024 ແລະ ຈັດຕັ້ງບັນດາກອງປະຊຸມສຸດຍອດ ອ້ອມຂ້າງ, ປະກອບສ່ວນຍົກສູງ ບົດບາດ ແລະ ອິດທິພົນຂອງພັກ ປະຊາຊົນປະຕິວັດລາວແລະສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ພາກພື້ນ ແລະ ເວທີສາກົນ. ໃນຕະຫລອດ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ຄົ້ນ ຄວ້າ, ຊອກຫາໄດ້ແນວທາງເໝາະ ສົມກັບສະພາບການຕົວຈິງຂອງ ປະເທດຊາດໃນແຕ່ລະໄລຍະຢ່າງ ລະອຽດ. ພິເສດ, ແຕ່ປີ 1986 ເຖິງ ປັດຈຸບັນ, ພັກປະຊາຊົນ ປະຕິວັດ ລາວ ໄດ້ກຳແໜ້ນສະພາບການ ຕົວຈິງຂອງປະເທດ, ຄົ້ນຄວ້າ ແລະ ນຳໃຊ້ບັນດາບົດຮຽນອັນດີ ຂອງສາກົນ, ວາງແນວທາງທີ່ຖືກ ຕ້ອງເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ເທື່ອລະກ້າວ, ສືບຕໍ່ສ້າງສາ ແລະ ປັບປຸງບູລະນະລະບອບປະຊາທິ ປະໄຕປະຊາຊົນ; ສ້າງພື້ນຖານ ເສດຖະກິດເອກະລາດ, ເປັນເຈົ້າ ຕົນເອງ; ເຕົ້າໂຮມໄດ້ກຳລັງແຮງ ຄວາມສາມັກຄີທົ່ວປວງຊົນເພື່ອ ປົກປ້ອງ, ສ້າງສາ ແລະ ພັດທະນາ ລະບອບການໃໝ່. ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານເປັນວຽກງານ ຫລັກແຫລ່ງ, ຕັດສິນຕໍ່ແຜນນະໂຍ ບາຍ, ແນວທາງ, ນະໂຍບາຍຂອງ ພັກ ແລະ ພັດທະນາເສດຖະກິດ ໃນແຕ່ລະໄລຍະເພືື່ອສຸມໃສ່ປັບປຸງ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີຄວາມ ສາມາດໃນການນຳພາ, ຊີ້ນຳຂອງ ພັກໃນໄລຍະໃໝ່ເປັນຕົ້ນແມ່ນໄລ ຍະພົບກັບຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນຄືດັ່ງປັດຈຸ ບັນ. ພັກປະຊາຊົນ ປະຕິວັດລາວ ສຸມໃສ່ວຽກງານເພີ່ມທະວີການ ນຳພາ, ສ້າງຄວາມຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງໃນວຽກງານ ພະນັກງານເປັນຕົ້ນແມ່ນຖັນແຖວ ພະນັກງານຂັ້ນຍຸດທະສາດ, ເຮັດ ໃຫ້ວຽກງານພະນັກງານນັບມື້ນັບ ໄດ້ປັບປຸງ ແລະ ຍົກສູງຄຸນນະພາບ. ນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດ ຫ້ຽມ; ເຂັ່ນຂ້າແມ່ມານ ດ້ວຍການເອົາ ກະບີ່ແທ້ງທ້ອງ, ຈັບເອົາເດັກນ້ອຍຍັດ ໃສ່ກະເປົາປ່ານມັດປາກ ແລ້ວຖີ້ມລົງ ນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນ ລົງແມ່ນ້ຳຂອງ ເຮັດໃຫ້ນ້ຳຂອງຍາມ ນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ກວ່າ ຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍ ເປັນຈຳນວນຫລວງຫລາຍ, ຄອບຄົວ ຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກ ກັນ, ລູກກາຍເປັນກໍ່ຳພ້າ-ກ່ຳພອຍ. ຍ້ອນການກະທຳທີ່ໄຮ້ມະນຸດສະ ທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ ວັນທີ 21 ມີນາ 1946 ຈຶ່ງໄດ້ກາຍເປັນ hວັນຄຽດແຄ້ນi ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນຝÓັ່ງຜູ້ຮຸກຮານ. ບັ້ນຮົບປ້ອງກັນຕົວເມືອງທ່າ ແຂກ ບໍ່ພຽງແຕ່ເປັນວັນຄຽດແຄ້ນ ຂອງປະຊາຊົນລາວບັນດາເຜົ່າ ຕໍ່ ພວກລ່າເມືອງຂຶ້ນຝລັ່ງ ຜູ້ຮຸກຮານ ເທົ່ານັ້ນ ແຕ່ຍັງເປັນວັນແຫ່ງຄວາມ ສາມັກຄີ ຕໍ່ສູ້ດ້ວຍເລືອດເນື້ອ ແລະ ເປັນຕາຍຮ່ວມກັນ ລະຫວ່າງ ສອງ ຊາດ ລາວ- ຫວຽດນາມ ອ້າຍນ້ອງ ທີ່ເປັນແວ່ນແຍງອັນເຫລື້ອມໃສຂອງ ນໍ້າໃຈສູ້ຮົບຢ່າງພິລະອາດຫານບໍ່ ຍອມຈໍານົນຂອງກອງທັບ ແລະ ປະ ຊາຊົນຊາວເມືອງທ່າແຂກ ກໍຄື ການ ບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງ ຄະນະກອງບັນຊາການ ກໍາລັງປະ ກອບອາວຸດຂອງພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກ ຮຽນຮູ້ ແລະ ນັກວິສະວະກອນ ທີ່ໂດດ ເດັ່ນເທົ່ານັ້ນ, ເພີ່ນຍັງເປັນນັກຮົບ ປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາ ການທະຫານທີ່ມີຄວາມຊໍານິຊໍາ ນານ ໃນການວາງແຜນສູ້ຮົບ, ຈັດຕັ້ງ ສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະລະ ຊີວິດ ເພື່ອປະເທດຊາດຢ່າງອົງອາດ ກ້າຫານ, ທັງຮູ້ປັບປຸງກໍ່ສ້າງກໍາລັງ ແລະ ຮູ້ສຶກສາອົບຮົມຊາວໜຸ່ມ ໃຫ້ມີ ຈິດໃຈຮັກຊາດຂຶ້ນສູ່ລະດັບສູງ. ນອກຈາກນີ້, ບັ້ນຮົບປ້ອງກັນ ຕົວເມືອງທ່າແຂກ ໄດ້ກາຍເປັນສະ ແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕຂອງຊາດລາວເຮົາ ກ້າວໄປສູ້ການປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນ ສປປ ລາວ ໃນວັນ 2 ທັນວາ ປີ 1975. ວິລະກໍາອັນໂຫດຮ້າຍປ່າເຖື່ອນ ທີ່ພວກລ່າເມືອງຂຶ້ນຝÓັ່ງ ໄດ້ສ້າງໄວ້ ຢູ່ເມືອງທ່າແຂກ ເຖິງວ່າຜ່ານມາໄດ້ ຫລາຍທົດສະວັດແລ້ວກໍຕາມ, ແຕ່ ປະຊາຊົນລາວບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນ ຊາວເມືອງ ທ່າແຂກ, ແຂວງຄໍາມ່ວນ ຍັງຈົດຈໍາ ໄດ້ເປັນຢ່າງດີ ແລະ ບໍ່ມີວັນທີ່ຈະຫລົງ ລືມໄດ້. ອ່ານຕໍ່¤—Å —ໜ້າ 7;k,le7a odkoxa [x5 'dq f\kp;j kfh ;pdkoxq d7v'mh v'4yj o * ທ່ານ ວິໄລວົງ ບຸດດາຄຳ ລັດ ຖະມົນຕີກະຊວງພາຍໃນ ໄດ້ສະເໜີ ປັບປຸງກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ເຊິ່ງຜ່ານການຕີລາຄາການຈັດ ຕັ້ງປະຕິບັດກົດໝາຍເຫັນວ່າ: ມີບາງ ບັນຫາທີ່ຄ້າງຄາ ແລະ ບໍ່ສາມາດ ຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນເປັນ ຕົ້ນແມ່ນ: 1) ເທສະບານ ທີ່ກຳນົດ ໄວ້ເປັນຫົວໜ່ວຍການປົກຄອງໜຶ່ງ ໃນຂັ້ນເມືອງ, ມາຮອດປັດຈຸບັນ ບໍ່ທັນ ສາມາດຈັດຕັ້ງປະຕິບັດໄດ້; 2) ນະ ຄອນຂັ້ນເມືອງ ທີ່ໄດ້ສ້າງຕັ້ງຂຶ້ນ 3 ແຫ່ງໃນປີ 2018, ຜ່ານການຈັດຕັ້ງປະ ຕິບັດເຫັນວ່າ ຍັງບໍ່ທັນສາມາດປະຕິ ບັດພາລະບົດບາດຂອງຕົນໄດ້ຢ່າງ ເຕັມສ່ວນ ຍັງຂາດນິຕິກຳທີ່ເປັນບ່ອນ ອີງໃນການຈັດຕັ້ງປະຕິບັດ ເປັນຕົ້ນ ແມ່ນນິຕິກຳດ້ານການເງິນ, ຈຶ່ງເຮັດ ໃຫ້ການຈັດຕັ້ງປະຕິບັດ ບໍ່ໄດ້ຕ່າງຈາກ ເມືອງທົ່ວໄປພໍເທົ່າໃດ; 3) ອົງການ ປົກຄອງຂັ້ນບ້ານໃນທົ່ວປະເທດ ເຖິງ ແມ່ນວ່າຈະມີການຈັດຕັ້ງໃຫ້ມີ 5 ໜ່ວຍງານຕາມທີ່ກົດໝາຍກຳນົດ ກໍຕາມ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ຢູ່ບາງທ້ອງຖິ່ນ ແມ່ນຍັງບໍ່ສອດຄ່ອງ ກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ; 4) ນອກນັ້ນ, ຍັງມີກຸ່ມບ້ານເຊິ່ງຖືກ ສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ ເປັນຂອດລະຫວ່າງກາງ ລະຫວ່າງ ເມືອງກັບບ້ານ ເຮັດວຽກຄ້າຍຄືຂັ້ນ ການປົກຄອງ, ແຕ່ບໍ່ແມ່ນຂັ້ນຂອງ ການປົກຄອງ; 5) ພ້ອມດຽວກັນ ນັ້ນ, ເນື້ອໃນຂອງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ມີບາງມາດຕາ ຍັງບໍ່ທັນສອດຄ່ອງກັບກົດໝາຍອື່ນທີ່ ກ່ຽວຂ້ອງ. ທ່ານ ວິໄລວົງ ບຸດດາຄຳ ກ່າວຕື່ມ ວ່າ: ການຈັດຕັ້ງປະຕິບັດຕົວຈິງໃນ ການນຳພາ, ຄຸ້ມຄອງບໍລິຫານໃນຂັ້ນ ຮາກຖານ (ຂັ້ນບ້ານ) ເຖິງແມ່ນພັກ ແລະ ລັດຖະບານ ມີຄວາມພະຍາຍາມ ສຸມໃສ່ພັດທະນາຮາກຖານຫລາຍ ເທົ່າໃດ, ແຕ່ປະສິດທິພາບຂອງວຽກ ງານ ກໍບໍ່ທັນໄດ້ມີຜົນສຳເລັດດີເທົ່າທີ່ ຄວນ, ບັນຫາຕົ້ນຕໍທີ່ສັງເກດເຫັນ ແມ່ນ ການປົກຄອງຂັ້ນລຸ່ມສຸດຕາມກົດໝາຍ ກໍານົດ ແມ່ນອົງການປົກຄອງບ້ານ ເປັນຂັ້ນການບໍລິຫານປົກຄອງ, ແຕ່ຜູ້ ທີ່ເປັນຫົວໜ້າບໍລິຫານ ບໍ່ແມ່ນລັດຖະ ກອນ ທີ່ປະຕິບັດອຳນາດບໍລິຫານ ລັດ, ບາງບ່ອນກໍບໍ່ຮູ້ໜັງສື, ການສ້າງ ພະນັກງານສືບທອດຂັ້ນບ້ານບໍ່ຕໍ່ ເນື່ອງ, ການເຝິກອົບຮົມໃຫ້ພະນັກງານ ບ້ານ ຍັງບໍ່ທົ່ວເຖິງ ອັນສຳຄັນແມ່ນ ບັນດາແນວທາງນະໂຍບາຍ, ລະບຽບ ກົດໝາຍທີ່ຂັ້ນເທິງວາງອອກ ອົງການ ປົກຄອງຂັ້ນຮາກຖານບໍ່ສາມາດຈັດ ຕັ້ງຜັນຂະຫຍາຍໄດ້ຢ່າງມີປະສິດທິ ພາບ ແລະ ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ, ຍັງຂາດຄວາມເປັນມືອາຊີບໃນການ ປະຕິບັດວຽກງານ, ໃນບາງເຂດບໍ່ມີ ໃຜຢາກເປັນນາຍບ້ານ ຈຳເປັນຕ້ອງ ໄດ້ມີການລະດົມປະຊາຊົນ ໂດຍ ສະເພາະເຂດຊົນນະບົດຫ່າງໄກສອກ ຫລີກ ຍ້ອນກະທົບຕໍ່ການທຳມາຫາກິນ ແລະ ທໍາການຜະລິດຂອງເຂົາເຈົ້າ, ການປະຕິບັດວຽກງານກໍບໍ່ເຕັມເມັດ ເຕັມໜ່ວຍ; ແຕ່ກົງກັນຂ້າມ, ບ້ານ ໂດຍ ສະເພາະໃນເຂດຕົວເມືອງ ຊໍ້າພັດຍາດ ກັນເປັນນາຍບ້ານ ເພື່ອຫວັງຜົນປະ ໂຫຍດ ແລະ ບາງບ່ອນກໍເຮັດບົດບາດ ເກີນ, ສວຍໃຊ້ໜ້າທີ່ພາໃຫ້ເກີດການ ລ່ວງລະເມີດສິດເປັນເຈົ້າຂອງປະຊາ ຊົນ. ສັງລວມແລ້ວ ການບໍລິຫານຂັ້ນ ຮາກຖານ ຍັງບໍ່ທັນເຂັ້ມແຂງດີເທົ່າທີ່ ຄວນ, ການບໍລິຫານລັດຂັ້ນຮາກຖານ ຍັງມີລັກສະນະເຄິ່ງໆກາງໆ, ຊອດກະ ຈາລະຫວ່າງອົງການບໍລິຫານລັດຂັ້ນ ລຸ່ມສຸດກັບການຈັດຕັ້ງຊຸມຊົນ. ເພື່ອໃຫ້ສອດຄ່ອງນິຕິກຳຈຳນວນ ໜຶ່ງທີ່ສູນກາງວາງອອກນັ້ນ ເປັນຕົ້ນ ແມ່ນມະຕິວ່າດ້ວຍສືບຕໍ່ຍູ້ແຮງການ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານ ໃນການນຳພາຂອງພັກ ສະບັບ ເລກທີ 05/ຄບສພ; ຄຳສັ່ງຂອງຄະນະ ເລຂາທິການສູນກາງພັກ ວ່າດ້ວຍການ ຄາດຄະເນແບ່ງຄວາມຮັບຜິດຊອບ ຂອງຄະນະປະຈຳພັກແຕ່ລະຂັ້ນ ສະ ບັບເລກທີ 173/ຄລສພ; ແຈ້ງການ ກ່ຽວກັບການແບ່ງງານໃຫ້ສະຫາຍ ຮອງເລຂາຄະນະບໍລິຫານງານພັກ ເມືອງ-ນະຄອນ ສະບັບເລກທີ 56/ ຄຈສພ; ແຈ້ງການກ່ຽວກັບທິດຊີ້ນຳ ກ່ຽວກັບການສ້າງຕາແສງໃນຂອບ ເຂດທົ່ວປະເທດ ສະບັບເລກທີ 04/ ຫສພ ແລະ ຮ່າງລັດຖະທຳມະນູນສະ ບັບປັບປຸງ ຂອງຄະນະປັບປຸງລະດັບ ຊາດ. ໂດຍອີງໃສ່ທິດນຳດັ່ງກ່າວ ລັດ ຖະບານໄດ້ຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບ ປີ 2025 ຕື່ມ ເປັນຕົ້ນແມ່ນການຄົ້ນ ຄວ້າອົງການປົກຄອງຕາແສງ ເປັນ ກົງຈັກການປົກຄອງຂັ້ນລຸ່ມສຸດຢູ່ຮາກ ຖານ, ຫັນບ້ານໃຫ້ເປັນການຈັດຕັ້ງ ຂອງຊຸມຊົນ ພ້ອມນັ້ນ, ກໍໄດ້ຄົ້ນຄວ້າ ຊື່ເອີ້ນຕຳແໜ່ງບໍລິຫານ ເຊິ່ງໄດ້ລະບຸ ຊື່ເອີ້ນ ຂອງຫົວໜ້າອົງການປົກຄອງ ຂັ້ນແຂວງຈະແຈ້ງວ່າ ແມ່ນປະທານ ຄະນະກຳມະການປົກຄອງແຂວງ, ນະຄອນຫລວງວຽງຈັນ; ຂັ້ນເມືອງ ແມ່ນປະທານຄະນະກຳມະການປົກ ຄອງເມືອງ,ນະຄອນ;ຂັ້ນຕາແສງແມ່ນ ປະທານຄະນະກຳມະການປົກຄອງ ຕາແສງ. ທ່ານ ວິໄລວົງ ບຸດດາຄຳ ຍັງກ່າວ ຕື່ມອີກວ່າ: ພາຍຫລັງກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ ສະບັບ ປັບປຸງປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງອັນສຳຄັນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນ ການປັບປຸງຂັ້ນການປົກຄອງໃຫ້ມີ ຄວາມສອດຄ່ອງ ແລະ ແທດເໝາະ ກັບສະພາບເງື່ອນໄຂຕົວຈິງໃນແຕ່ລະ ທ້ອງຖິ່ນ ໂດຍສະເພາະການສ້າງຕາ ແສງເປັນການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອຳນວຍໃຫ້ບ້ານເປັນຫົວ ໜ່ວຍບໍລິຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງໃນການປັບປຸງ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃຫ້ ສອດຄ່ອງຕາມແນວທາງນະໂຍບາຍ ຂອງພັກ-ລັດຖະບານ ແລະ ເປັນການ ແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນ ຄຸ້ມຄອງໃຫ້ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນໃຫ້ແທດເຖິງ ທັງຮັບປະກັນ ບົດບາດການນຳພາຂອງພັກຢ່າງໜັກ ແໜ້ນ ເຮັດໃຫ້ການນຳພາຂອງພັກ ຢ່າງເລິກ ເຖິງຫົວໜ່ວຍຮາກຖານຂອງ ປະເທດ; ສ້າງໃຫ້ເປັນກົງຈັກການ ປົກຄອງທີ່ຕິດແທດກິ້ງເກືອກລີເລືອ, ເປັນທີ່ເພິ່ງຂອງປະຊາຊົນບັນດາເຜົ່າ; ສາມາດນຳເອົາແນວທາງນະໂຍບາຍ, ການບໍລິການຂອງລັດຫຍັບເຂົ້າເຖິງ ປະຊາຊົນໄດ້ຢ່າງທົ່ວເຖິງ; ພ້ອມກັນ ນັ້ນ, ຍັງເປັນການຍົກລະດັບການປົກ ຄອງລັດດ້ວຍກົດໝາຍໃຫ້ໜັກແໜ້ນ ຍິ່ງຂຶ້ນຕາມຈຸດພິເສດ ແລະ ເງື່ອນໄຂ ຂອງ ສປປ ລາວ ເພື່ອສ້າງເງື່ອນໄຂໃຫ້ ທ້ອງຖິ່ນນັບມື້ມີຄວາມເຂັ້ມແຂງ, ມີ ການພັດທະນາ ເຊິ່ງເປັນປັດໄຈສຳຄັນ ຕົ້ນຕໍໃຫ້ກັບການສ້າງເສດຖະກິດເອ ກະລາດເປັນເຈົ້າຕົນເອງ ກໍຄືການສ້າງ ຄວາມຢູ່ດີກິນດີແຕ່ຮາກຖານຂຶ້ນມາ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

RkJQdWJsaXNoZXIy MTc3MTYxMQ==