lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/03/2025 xtgmf]k; ສະພາແຫ່ງຊາດ ພິຈາລະນາ... ສສຊ ສະເໜີຫລາຍບັນຫາ... ສສຊ ສະເໜີໃຫ້ພິຈາລະນາຄືນ... ນະຄອນຫລວງວຽງຈັນ... ຍທຂ ຫວນຄືນມູນເຊື້ອ... ຊົມເຊີຍນ້ຳໃຈວັນທີ 21 ມີນາ... ໃນອິນດູຈີນເຫດການຄັ້ງນັ້ນຈົບລົງດ້ວຍການປາບປາມອັນໂຫດຮ້າຍ ປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ. ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍພາຍໃຕ້ການນຳພາ ຂອງພັກແຄວ້ນລາວກໍ່ໄດ້ຫັນກຳລັງອອກສູ່ຊົນນະບົດ, ກໍ່ສ້າງທີ່ໝັ້ນ ປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນການຕໍ່ສູ້ຍືດ ເຍື້ອຍາວນານຍາດເອົາໄຊຊະນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂ ເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງສົມບູນໃນເວລາຕໍ່ມາ. ພາຍຫລັງພັກ ປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນ ປະຕິວັດລາວ) ໄດ້ ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ກໍ່ໄດ້ສືບຕໍ່ນຳພາ ຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະ ອາດຫານ, ລະອິດລະອ້ຽວທໍລະຫົດອົດທົນ, ເຕັມໄປດ້ວຍຄວາມ ເສຍສະລະຕະຫລອດຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງ ຂຶ້ນແບບໃໝ່, ລົບລ້າງລະບອບສັກດີນາຫລ້າຫລັງ ແລ້ວສ້າງລະບອບ ໃໝ່-ລະບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງ ທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາປີ 1975 . ຂະບວນການຕໍ່ສູ້ຂອງປະຊາຊົນລາວພວກເຮົາ ໄດ້ມີມາແຕ່ສະ ຕະວັດທີ 14, ແຕ່ລະໄລຍະກໍມີການສູ້ຮົບ, ມີການບາດເຈັບ, ເສຍ ອົງຄະ ແລະ ເສຍຊີວິດ, ໄລຍະທີ່ດຸເດືອດຂ້ຽວຂາດ ເປັນຕາຍກວ່າໝູ່ ແມ່ນໄລຍະສົງຄາມຕ້ານຈັກກະພັດອາເມລິກາແຕ່ປີ 1955-1973. ຕະຫລອດໄລຍະແຫ່ງການນຳພາຕໍ່ສູ້ອັນລະອິດລະອ້ຽວ ແຕ່ມີກຽດ ສະຫງ່າງາມຂອງພັກປະຊາຊົນລາວ ກໍຄື ລັດຖະບານລາວອິດສະລະ ໃນເມື່ອກ່ອນ ຊຶ່ງປັດຈຸບັນເປັນພັກປະຊາຊົນປະຕິວັດລາວ ແລະ ລັດຖະບານປະຕິວັດຂອງພວກເຮົາກໍໄດ້ຖືສຳຄັນການເອົາໃຈໃສ່ ເບິ່ງແຍງບັນດານັກຮົບປະຕິວັດທີ່ໄດ້ຮັບບາດເຈັບເສຍອົງຄະ, ຍ້ອນ ແນວນັ້ນລັດຖະບານຈຶ່ງໄດ້ອອກດຳລັດຮັບຮອງເອົາວັນທີ 21 ມີນາ 1946 ເປັນວັນນັກຮົບເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ. ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາກັບສັກດີນາ ແລະ ພວກ ລ່າເມືອງຂຶ້ນຕ່າງດ້າວທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ ເຕັມ ໄປດ້ວຍຄວາມເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອອຸທິດໃຫ້ແກ່ ຜືນແຜ່ນດິນອັນແສນຮັກເດັດຂາດບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ ຜູ້ຮຸກຮານ. ໃນໂອກາດອັນສຳຄັນນີ້ພວກເຮົາຈົ່ງພ້ອມກັນເຊີດຊູ ແລະ ສືບ ທອດນ້ຳໃຈເສຍສະລະຂອງບັນພະບຸລຸດ, ນັກປະຕິວັດລຸ້ນກ່ອນທີ່ ໄດ້ເສຍສະລະເລືອດເນື້ອ-ຊີວິດ ເພື່ອໃຫ້ປະເທດຊາດຂອງພວກ ເຮົາດຳລົງຢູ່ມາເທົ່າທຸກວັນນີ້ດ້ວຍການຍົກສູງນ້ຳໃຈຮັກຊາດຮັກ ບ້ານເກີດເມືອງນອນ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງ ຊາດເຮົາ; ພ້ອມກັນອຸທິດຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງຕັ້ງໜ້າ ເພື່ອນຳເອົາປະເທດລາວເຮົາ ກ້າວສູ່ຄວາມສີວິໄລຕາມຈຸດໝາຍກ້າວສູ່ສັງຄົມນິຍົມໃຫ້ສຳເລັດຜົນ ເປັນກ້າວໆ. ນ້ຳໃຈວັນທີ 21 ມີນາ ໝັ້ນຍືນ ! ບາງໝວດ, ບາງມາດຕາເປັນຕົ້ນ ເງື່ອນໄຂການສ້າງຕັ້ງນະຄອນ ຫລວງ, ແຂວງ, ເມືອງ, ສ້າງຕັ້ງ ຕາແສງ, ການແຕ່ງຕັ້ງຕາແສງ, ທີ່ ຕັ້ງຂອງອົງການປົກຄອງທ້ອງຖິ່ນ, ສິດ ແລະ ໜ້າທີ່ຂອງຄະນະກຳ ມະການປົກຄອງນະຄອນຫລວງ, ແຂວງ, ຂອງອົງການປົກຄອງ ທ້ອງຖິ່ນ ແລະ ອື່ນໆ ເຊິ່ງໂດຍ ລວມແລ້ວແມ່ນສະເໜີໃຫ້ຕັດອອກ, ຕື່ມໃສ່, ສັບຊ້ອນ, ປັບປຸງບາງເນື້ອ ໃນໃຫ້ເຂົ້າໃຈງ່າຍ, ສອດຄ່ອງ, ຮັດກຸມ, ຄົບຖ້ວນ, ສົມບູນ, ກະທັດ ຮັດ, ທັງສອດຄ່ອງກັບສະພາບການ ປັບປຸງໃໝ່ຂອງລັດຖະທຳມະນູນ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງ ທ້ອງຖິ່ນ ແລະ ສອດຄ່ອງກັບແນວ ທາງນະໂຍບາຍຂອງພັກ, ລັດຖະ ບານວາງອອກ ເພື່ອເຮັດໃຫ້ກົດ ໝາຍສະບັບນີ້ສາມາດນຳໄປຈັດຕັ້ງ ປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພາຍຫລັງກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ຢ່າງ ເປັນທາງການຈະເປັນບ່ອນອີງອັນ ສໍາຄັນໃຫ້ແກ່ອົງການປົກຄອງທ້ອງ ຖິ່ນໃນການປັບປຸງຂັ້ນການປົກຄອງ ໃຫ້ມີຄວາມສອດຄ່ອງ ແລະ ແທດ ເໝາະກັບສະພາບເງື່ອນໄຂຕົວຈິງ ໃນແຕ່ລະທ້ອງຖິ່ນ ໂດຍສະເພາະ ການສ້າງຕາແສງເປັນການປົກຄອງ ຂັ້ນລຸ່ມສຸດ ເພື່ອເອື້ອອໍານວຍໃຫ້ບ້ານ ເປັນຫົວໜ່ວຍບໍລິຫານຊຸມຊົນຢ່າງ ແທ້ຈິງ, ທັງເປັນບ່ອນອີງໃຫ້ແກ່ບັນ ດາກະຊວງ, ອົງການທີ່ກ່ຽວຂ້ອງ ໃນການປັບປຸງກົດໝາຍ ແລະ ນິຕິ ກຳລຸ່ມກົດໝາຍໃຫ້ສອດຄ່ອງຕາມ ແນວທາງນະໂຍບາຍຂອງພັກ- ລັດ ຖະບານ ແລະ ເປັນການແບ່ງຄວາມ ຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງໃຫ້ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ແທດເຖິງ ແລະ ອື່ນໆ. ຜ່ານການຕີລາຄາການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນໃນໄລຍະຜ່ານມາ ເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນເປັນຕົ້ນແມ່ນເທສະບານ ທີ່ກຳນົດໄວ້ເປັນຫົວໜ່ວຍການ ປົກຄອງໜຶ່ງໃນຂັ້ນເມືອງ, ມາຮອດ ປັດຈຸບັນພວກເຮົາບໍ່ທັນສາມາດ ຈັດຕັ້ງປະຕິບັດໄດ້; ນະຄອນຂັ້ນ ເມືອງ ທີ່ໄດ້ສ້າງຕັ້ງຂຶ້ນ 3 ແຫ່ງ ໃນ ປີ 2018 ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຍັງບໍ່ທັນສາມາດປະຕິບັດ ພາລະບົດບາດຂອງຕົນໄດ້ຢ່າງເຕັມ ສ່ວນ, ຍັງຂາດນິຕິກຳ ທີ່ເປັນບ່ອນ ອີງໃນການຈັດຕັ້ງປະຕິບັດເປັນຕົ້ນ ນິຕິກໍາດ້ານການເງິນ ຈຶ່ງເຮັດໃຫ້ ການຈັດຕັ້ງປະຕິບັດບໍ່ໄດ້ຕ່າງຈາກ ເມືອງທົ່ວໄປພໍເທົ່າໃດ; ອົງການ ປົກຄອງຂັ້ນບ້ານໃນທົ່ວປະເທດ ເຖິງແມ່ນວ່າຈະມີການຈັດຕັ້ງໃຫ້ມີ 5 ໜ່ວຍງານຕາມທີ່ກົດໝາຍກຳນົດ ກໍຕາມ, ແຕ່ການຈັດຕັ້ງປະຕິບັດຕົວ ຍະ 10 ປີ ຜ່ານມາ (20152025) ແລະ ອີງໃສ່ຜົນການ ລົງປະເມີນ, ທາບທາມຄຳເຫັນ ຈາກບັນດາພາກສ່ວນຮັບຜິດຊອບ ວຽກງານຄຸ້ມຄອງລັດຖະກອນ ໃນຂອບເຂດທົ່ວປະເທດ ເຫັນວ່າ ມີຄວາມຈຳເປັນຕ້ອງໄດ້ປັບປຸງ ກົດໝາຍວ່າດ້ວຍພະນັກງານລັດຖະກອນ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງລັດຖະກອນໃຫ້ແທດເໝາະ ກັບຄວາມຮຽກຮ້ອງຕ້ອງການໃນ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ໂດຍສະເພາະແມ່ນ ຂອດການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງພະນັກງານ-ລັດຖະກອນ ໃນປັດຈຸບັນ ແລະ ຕໍ່ໜ້າ ໂດຍຄະ ນະຮັບຜິດຊອບໄດ້ຄົ້ນຄວ້າ ແລະ ສະເໜີປັບປຸງຂອບເຂດການນໍາ ໃຊ້ກົດໝາຍ, ອາຍຸເຂົ້າເປັນລັດຖະ ກອນ, ອາຍຸກະສຽນບຳນານ, ຊື່ ເອີ້ນຕຳແໜ່ງບໍລິຫານ, ຂັ້ນຂອງ ຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງພະນັກງານລັດຖະກອນຂັ້ນສູນກາງ, ຂັ້ນຕາ ແສງ ແລະ ອື່ນໆ. ພາຍຫລັງ, ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງຖືກຮັບຮອງ ແລະ ປະກາດໃຊ້ແລ້ວຈະເປັນນິຕິກຳທີ່ ເປັນເຄື່ອງມືອັນສຳຄັນໃຫ້ແກ່ບັນດາ ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະ ຂັ້ນໃນການຄຸ້ມຄອງພະນັກງານລັດຖະກອນນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດ ທົ່ວປະເທດ; ເປັນບ່ອນອີງໃຫ້ແກ່ ບັນດາຂະແໜງການທີ່ກ່ຽວຂ້ອງ ນຳໄປຜັນຂະຫຍາຍ ແລະ ຄົ້ນຄວ້າ ອອກນິຕິກໍາລຸ່ມກົດໝາຍ ເພື່ອໃຫ້ ການຄຸ້ມຄອງພະນັກງານ-ລັດຖະ ກອນ ສອດຄ່ອງກັບສະພາບການ ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມ ແລະ ຈຸດພິເສດແຕ່ລະຂະ ແໜງການ; ອົງການຈັດຕັ້ງພັກ-ລັດ ແຕ່ລະຂັ້ນມີກົນໄກບໍລິຫານ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ທີ່ສອດຄ່ອງກັບແນວທາງປ່ຽນແປງ ໃໝ່ຢ່າງມີຫລັກການຂອງພັກ, ລະບຽບກົດໝາຍຂອງລັດ, ການ ພັດທະນາເສດຖະກິດ-ສັງຄົມ, ທ່າ ອ່ຽງຂອງຍຸກສະໄໝຂອງພາກພື້ນ ແລະ ສາກົນ; ວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ຈະໄດ້ຮັບ ການປັບປຸງເຂົ້າສູ່ລະບົບ, ມີຄວາມ ເປັນເອກະພາບຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງທີ່ກຳນົດໃນມະຕິວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025. ຂ່າວ: ກິດຕາ; ພາບ: ເກດສະໜາ ການທີ່ກ່ຽວຂ້ອງໄດ້ລົງຕິດຕາມ ສະຖານີສູບນໍ້າຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂ ບັນຫາການສະໜອງນໍ້າບໍ່ພຽງພໍ ຢູ່ໃນ ນວ. ການລົງຢ້ຽມຢາມຄັ້ງນີ້, ທ່ານ ໄຊຍາ ໄຊມຸງຄຸນ ຜູ້ອຳນວຍການ ຮັກສາມູນເຊື້ອອັນດີງາມຂອງພັກ ໃຫ້ຍືນຍົງຕະຫລອດໄປ. ໃນພິທີ ສະຫາຍ ພົນໂທ ທອງ ລອຍ ສິລິວົງ ໄດ້ຍົກໃຫ້ເຫັນເຖິງ ປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ, ພັກເຮົາໄດ້ນຳພາການປະຕິວັດ ຊາດປະຊາທິປະໄຕ, ນຳພາປົກປັກ ຮັກສາ ແລະ ສ້າງສາລະບອບໃໝ່. ພັກເຮົາເວລາໃດກໍຍຶດໝັ້ນລັດທິ ມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນແນວຄິດ ຊີ້ນຳຂອງພັກ ສປປ ລາວ, ສົມທົບ ແໜ້ນລະຫວ່າງລັດທິຮັກຊາດອັນ ແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການ ປະຕິວັດ ແລະ ເພື່ອຜົນປະໂຫຍດ ຂ ອ ງ ປ ະ ຊ າ ຊົ ນ ລ າ ວ ບັ ນ ດ າ ເຜົ່າ; ຮູ້ເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ, ເຊີດ ຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງຄຸນ ສົມບັດສິນທຳປະຕິວັດ ແລະ ໄດ້ ຮັບຄວາມເຊື່ອໝັ້ນຈາກປະຊາຊົນ ລາວບັນດາເຜົ່າຕະຫລອດມາ. ດັ່ງ ນັ້ນ, ພັກເຮົາສົມແລ້ວທີ່ເປັນກອງ ເສນາທິການທາງການເມືອງທີ່ ສະຫລາດສ່ອງໃສ, ເປັນກອງນຳ ໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງ ຊົນຊັ້ນກຳມະກອນ, ຊາວຜູ້ອອກ ແຮງງານທີ່ຮັກຊາດ, ເປັນແກນນຳ ໃນລະບົບການເມືອງແຫ່ງລະບອບ ປະຊາທິປະໄຕປະຊາຊົນອັນເຂັ້ມ ແຂງ ແລະ ສ້າງໃຫ້ປະເທດມີຄວາມ ສະຖຽນລະພາບທາງດ້ານການ ເມືອງໜັກແໜ້ນ, ສັງຄົມມີຄວາມ ສະຫງົບສຸກ, ເສດຖະກິດວັດທະນະ ທຳ-ສັງຄົມໄດ້ຮັບການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການພັດ ທະນາເປັນກ້າວໆ. ສໍາລັບວຽກງານໂຍທາທິການ ແລະຂົນສົ່ງກໍໄດ້ມີການປັບປຸງແລະ ຂະຫຍາຍເສັ້ນທາງຄົມມະນາຄົມ ຢ່າງຕໍ່ເນື່ອງທັງສາມາດເຊື່ອມຕໍ່ ກັບອະນຸພາກພື້ນ, ເສັ້ນທາງແລວ ເສດຖະກິດມີເສັ້ນທາງໄປຮອດເຂດ ຈຸດສຸມທຸກແຂວງ, ທຸກເມືອງ, ກຸ່ມ ບ້ານ ແລະ ບ້ານ. ອັນພົ້ນເດັ່ນສໍາ ເລັດໂຄງການທາງດ່ວນນະຄອນ ຫລວງວຽງຈັນ-ວັງວຽງ, ສໍາເລັດ ໂຄງການທາງລົດໄຟ ລາວ-ຈີນ, ສໍາເລັດໂຄງການສ້າງທາງລົດໄຟ ລາວ-ໄທ ໄລຍະ 2 ທ່ານາແລ້ງ-ຄໍາ ສະຫວາດ ແລະ ປັບປຸງສະຖານີ ວຽງຈັນ (ຄໍາສະຫວາດ) ເປັນສະ ຖານີດ່ານສາກົນ; ໄດ້ບໍລິການບັນ ນັ້ນ, ສສຊ ຫລາຍທ່ານໄດ້ສະແດງ ຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີ ໃຫ້ກະຊວງພາຍໃນ ພິຈາລະນາ ຄືນຕໍ່ກັບມາດຕາດັ່ງກ່າວ. ຂະນະ ດຽວກັນ, ສສຊ ຫລາຍທ່ານຍັງ ໄດ້ປະກອບຄໍາເຫັນໃສ່ມາດຕາ 18 ປັບປຸງເງື່ອນໄຂການເຂົ້າເປັນລັດ ຖະກອນໃໝ່ ຈາກ 35 ປີ ມາເປັນ ບໍ່ໃຫ້ເກີນ 40 ປີ ເພື່ອເປີດໂອກາດ ໃຫ້ຜູ້ທີ່ມີຄວາມຮູ້ຄວາມສາມາດ ເຂົ້າໄປປະກອບສ່ວນນຳອົງການ ຈັດຕັ້ງພັກ-ລັດ, ມາດຕາ 71 ປັບ ອາຍຸກະສຽນຮັບອຸດໜູນບຳນານ ຂອງພັກນັກງານ-ລັດຖະກອນ ໃຫ້ ສາມາດສືບຕໍ່ຮອດ 65 ປີ, ມາດຕາ 58 ພັນທະຂອງພະນັກງານ-ລັດຖະ ກອນ, ການປັບປຸງບັນຈຸ ແລະ ການ ເລື່ອນຊັ້ນ-ຂັ້ນຂອງພະນັກງານລັດ ຖະກອນ ແລະ ອື່ນໆ. ໂອກາດນີ້, ທ່ານ ນາງ ສົມ ພຽນ ວົງໄຊ ສສຊ ປະຈຳເລືອກ ຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ ປະກອບຄຳເຫັນກ່ຽວກັບມາດຕາ 29 ກ່ຽວກັບການຫລຸດເວລາພັກ ອອກລູກ ໂດຍໄດ້ສະເໜີຖາມໃຫ້ ພາກສ່ວນກ່ຽວຂ້ອງຕໍ່ກັບເຫດຜົນ ໃນການປັບວັນພັກອອກລູກຈາກ 5 ເດືອນມາເປັນ 3 ເດືອນເຄິ່ງ ເຊິ່ງ ຖ້າຈະອີງໃສ່ວ່າບໍ່ສອດຄ່ອງກັບສາ ກົນນັ້ນ ເຫັນວ່າເຫດຜົນດັ່ງກ່າວ ຍັງບໍ່ທັນພຽງພໍຄວນອີງໃສ່ສະພາບ ຄວາມເປັນຈິງຂອງບ້ານເຮົາ, ອີງ ໃສ່ສະພາບຂອງເອື້ອຍນ້ອງແມ່ຍິງ ໂດຍສະເພາະແມ່ນດ້ານອາຫານ ການກິນ, ດ້ານສຸຂະພາບຂອງເອື້ອຍ ນ້ອງແມ່ຍິງ ເຫັນວ່າຍັງບໍ່ທັນເທົ່າ ທຽມກັບສາກົນ. ສະນັ້ນ, ອີງໃສ່ ການຟື້ນຟູສຸຂະພາບຂອງແມ່ແຂງ ແຮງ ແລະ ພ້ອມຈະກັບມາເຮັດວຽກ ແລ້ວ ຫລື ຍັງ?. ນອກຈາກນີ້, ຍັງໄດ້ ສະເໜີໃຫ້ກຳນົດຈະແຈ້ງກ່ຽວກັບ ໄລຍະການຝຶກງານຄວນຈະກຳນົດ ເວລາໃຫ້ເປັນເອກະພາບທັງຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາ ເອກ ເນື່ອງຈາກວ່າເຮົາໃຊ້ເວລາ ຮຽນຫລາຍແລ້ວ, ຈົບມາຍັງຈະໃຊ້ ເວລາຝຶກງານຫລາຍອີກ. ທ່ານ ນາງ ເກສອນ ແສງຍະ ວົງ ສສຊ ປະຈຳເຂດເລືອກຕັ້ງ 3 ແຂວງຫລວງນໍ້າທາ ໄດ້ສະແດງ ຄຳຄິດເຫັນຕໍ່ກັບການບັນຈຸເຂົ້າເປັນ ລັດຖະກອນໃໝ່ ແມ່ນເຫັນດີໃຫ້ເອົາ ອາຍຸ 35 ປີຄືຜ່ານມາ ທັງນີ້, ກໍເພື່ອ ເຮັດໃຫ້ພະນັກງານ-ລັດຖະກອນ ມີ ອາຍຸການເຮັດວຽກງານຫລາຍຂຶ້ນ. ສຳລັບນະໂຍບາຍການລາພັກການ ເຈັບເປັນສະເໜີໃຫ້ລະບຸລະອຽດວ່າ ການເຈັບປ່ວຍຍາວນານ, ການບາດ ເຈັບໜັກ, ການບາດເຈັບປານກາງ, ການພັກຜ່າຕັດ ຄວນລະບຸວັນພັກ ໃຫ້ຈະແຈ້ງວ່າຈະໃຫ້ພັກຈັກມື້, ຈັກ ທິດ, ຈັກເດືອນ ເພື່ອຄວາມເປັນ ເອກະພາບຂອງພະນັກງານ-ລັດຖະ ກອນໃນຈັດຕັ້ງປະຕິບັດ. ທ່ານ ນາງ ສວຍເພັດ ທອງ ສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ສະແດງຄວາມ ລັດວິສາຫະກິດນໍ້າປະປານະຄອນ ຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ປັດ ຈຸບັນ, ລັດວິສາຫະກິດນໍ້າປະປາ ນວ ສາມາດຜະລິດນໍ້າສູງສຸດ ໄດ້ 348.000 ແມັດກ້ອນຕໍ່ວັນ ເຊິ່ງ ມາຈາກ 6 ໂຮງງານຄື: ໂຮງງານ ດົງໝາກຄາຍ ມີກໍາລັງການຜະລິດ 120 . 000 ແມັດກ້ອນຕໍ່ວັນ, ໂຮງງານຈີ່ນາຍໂມ້ ກໍາລັງການ ຜະລິດ 80.000 ແມັດກ່ອນຕໍ່ວັນ, ໂຮງງານເກົ້າລ້ຽວ ມີກໍາລັງການ ຜະລິດ 60.000 ແມັດກ້ອນຕໍ່ວັນ, ໂຮງງານດົງບັງ ມີກຳລັງການ ຜະລິດ 44.000 ແມັດກ້ອນຕໍ່ວັນ, ໂຮງງານແສນດິນ ມີກໍາລັງການ ຜະລິດ 24.000 ແມັດກ້ອນຕໍ່ວັນ ແລະ ໂຮງງານທ່າເດື່ອ ມີກໍາລັງ ການຜະລິດ 20.000 ແມັດກ້ອນ ຕໍ່ວັນ. ສໍາລັບໂຮງງານຢູ່ສາຂາ ເມືອງສັງທອງມີ 6 ໂຮງງານ ມີກໍາ ລັງການຜະລິດໄດ້ 2.110 ແມັດ ກ້ອນຕໍ່ວັນ, ເມືອງປາກງື່ມມີ 4 ໂຮງງານມີກຳລັງການຜະລິດໄດ້ 2.600 ແມັດກ້ອນຕໍ່ວັນ, ຈຳນວນ ປະຊາກອນທີ່ໄດ້ຮັບການບໍລິການ ນໍ້າປະປາ ມີ 819.863 ຄົນ, ຢູ່ 7 ຕົວເມືອງ, ມີໝໍ້ແທກນໍ້າທັງໝົດ 202.274 ໜ່ວຍ, ບໍລິມາດນໍ້າຈໍາ ໜ່າຍປີທີ່ຜ່ານມາ 89.244.747 ແມັດກ້ອນຕໍ່ປີ, ເທົ່າກັບ 244.506 ແມັດກ້ອນຕໍ່ວັນ. ການນໍາໃຊ້ນໍ້າໃນປັດຈຸບັນໂດຍ ສະເພາະແມ່ນໄລຍະລະດູແລ້ງ ແມ່ນ ສູງກວ່າລະດູຝົນ. ຕໍ່ກັບບັນຫາ ດັ່ງກ່າວ, ລັດວິສາຫະກິດນໍ້າປະ ປາ ນວ ໄດ້ກຳນົດວຽກງານທີ່ຈະ ຕ້ອງໄດ້ຈັດຕັ້ງປະຕິບັດໃນລະດູ ແລ້ງປີນີ້ ແລະ ວຽກງານທີ່ຈະໄດ້ ປະຕິບັດໃຫ້ສໍາເລັດໂດຍໄວເຊັ່ນ: ສູ້ ຊົນຮັກສາກໍາລັງການຜະລິດ (ໃຫ້ ຜະລິດສູງສຸດເຕັມອັດຕາ) ບໍ່ໃຫ້ ຫລຸດ 348.000 ແມັດກ້ອນຕໍ່ວັນ, ໃນແຕ່ລະໂຮງງານຕ້ອງຜະລິດ ນໍ້າໃຫ້ໄດ້ຕາມກໍາລັງການຜະລິດ ຂອງແຕ່ລະໂຮງງານ, ປັບແຮງ ດັນນໍ້າ ເພື່ອໃຫ້ນໍ້າໄຫລເຂົ້າໃນຕົວ ເມືອງແຕ່ຕ້ອງຮັບປະກັນໃຫ້ເຂດທີ່ ຫລຸດແຮງດັນມີນໍ້າໃຊ້ພຽງພໍ, ປັບ ແຮງດັນ ແລະ ບໍລິມາດນໍ້າໃຫ້ກະ ຈາຍໃຫ້ມີລັກສະນະນໍ້າໃຊ້ທົ່ວເຖິງ ແລະ ດຸ່ນດ່ຽງກັນໃນແຕ່ລະພື້ນທີ່, ຕິດຕາມກວດກາລະບົບສາຍທໍ່ນໍ້າ ປະປາ ແຕ່ໂຮງງານຜະລິດນໍ້າປະ ປາ ຫາຄົວເຮືອນປະຊາຊົນ, ຍົກ ສູງຄວາມອາດສາມາດໜ່ວຍງານ ສ້ອມແປງເພື່ອສ້ອມແປງນໍ້າແຕກນໍ້າຮົ່ວ ໃຫ້ສ້ອມແປງໄວໃຫ້ສໍາເລັດ ພາຍໃນ 24 ຊົ່ວໂມງ ຫລັງຈາກ ໄດ້ຮັບແຈ້ງຂໍ້ມູນ. ພ້ອມນີ້, ຍັງຈະ ເລັ່ງຄົ້ນຄວ້າ ແລະ ກຳນົດເຂດຈຸດ ສຸມ ເພື່ອຈະແກ້ໄຂນໍ້າອອກຄ່ອຍ, ນໍ້າບໍ່ອອກ, ພ້ອມທັງຄົ້ນຄວ້າ ແລະ ກຳນົດການບໍລິການນໍ້າປະປາທາງ ລົດຈາກພາກສ່ວນເອກະຊົນໃຫ້ລັດ ວິສາຫະກິດໄຟຟ້າ ນວ ຮັບປະກັນ ການສະໜອງກະແສໄຟຟ້າໃຫ້ມີ ແຮງດັນປົກກະຕິ, ຖ້າກະແສໄຟຟ້າ ບໍ່ມາເປັນປົກກະຕິຈະບໍ່ສາມາດຜະ ລິດນໍ້າໄດ້. ໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີ ແລະ ທ່ານເຈົ້າຄອງ ນວ ໄດ້ ຊີ້ນຳໃຫ້ລັດວິສາຫະກິດນໍ້າປະປາ ນວ ຈົ່ງສືບຕໍ່ຊອກຫາວິທີແກ້ໄຂ ສະເພາະໜ້າ ແລະ ຍາວນານໃຫ້ ມີປະສິດທິພາບ ເພື່ອເຮັດແນວໃດ ໃຫ້ປະຊາຊົນມີນໍ້າໃຊ້ຢ່າງພຽງພໍ ໂດຍສະເພາະໃນໄລຍະລະດູຮ້ອນ ນີ້. ພ້ອມກັນນັ້ນ, ກໍໄດ້ແນະນຳໃຫ້ ທວງຄືນບັນດາສັນຍາກ່ຽວກັບການ ກໍ່ສ້າງ ແລະ ພັດທະນາລະບົບນໍ້າປະ ປາທີ່ເຊັນໄປແລ້ວນັ້ນ ໃຫ້ຮີບຮ້ອນ ຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດ ໝາຍທີ່ວາງໄວ້. ຂໍ້ມູນ-ພາບ: ວຽງຈັນໃໝ່ ຈິງຢູ່ບາງທ້ອງຖິ່ນ ຍັງບໍ່ສອດຄ່ອງ ກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ນອກນັ້ນ, ຍັງມີກຸ່ມບ້ານຊຶ່ງຖືກ ສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ ເປັນຂອດລະຫວ່າງກາງລະຫວ່າງ ເມືອງກັບບ້ານເຮັດວຽກຄ້າຍຄືຂັ້ນ ການປົກຄອງແຕ່ບໍ່ແມ່ນຂັ້ນຂອງ ການປົກຄອງ. ພ້ອມກັນນັ້ນ, ເນື້ອ ໃນຂອງກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນມີບາງມາດຕາ ຍັງບໍ່ ທັນສອດຄ່ອງກັບກົດໝາຍອື່ນໆທີ່ ກ່ຽວຂ້ອງ. ຂ່າວ: ທະນູທອງ ຊີເຮືອບິນຂຶ້ນລົງ ແລະ ເຂົ້າອອກ ທັງໝົດ 12 ສະໜາມບິນໃນຂອບ ເຂດທົ່ວປະເທດ ແລະ 6 ເສັ້ນທາງບິນ ພາຍໃນໄດ້ທັງໝົດ 51.067 ຖ້ຽວ, ບໍລິການບິນຜ່ານນ່ານຟ້າ ສປປ ລາວ ໄດ້ 222.141 ຖ້ຽວ. ເຫັນດີເປັນເອກະພາບຕໍ່ມາດຕາ 21 ການຍົກຍ້າຍສັບປ່ຽນໜ້າທີ່ ແລະ ບ່ອນປະຈໍາການເຫັນວ່າມີ ເນື້ອໃນຖືກຕ້ອງເໝາະສົມກັບການ ຍົກຍ້າຍສັບປ່ຽນໜ້າທີ່ຕາມການ ສັບຊ້ອນຈັດວາງຈາກການຈັດຕັ້ງ ແຕ່ຍັງບໍ່ກວມເອົາການຍົກຍ້າຍ ຕາມການຮ້ອງຂໍ. ສະນັ້ນ, ສະເໜີ ໃຫ້ເພີ່ມເປັນມາດຕາໃໝ່ກ່ຽວກັບ ການຍົກຍ້າຍຕາມການຮ້ອງຂໍໂດຍ ການກຳນົດເງື່ອນໄຂມີຄືແນວໃດ, ກໍານົດອາຍຸການຈັກປີ ຈຶ່ງສາມາດ ຍົກຍ້າຍໄດ້ເນື່ອງຈາກໃນປັດຈຸບັນ ມີຜູ້ຂໍຍົກຍ້າຍຈຳນວນຫລາຍ ໂດຍ ສະເພາະຈາກເມືອງຫາແຂວງ, ສຳລັບມາດຕາ 30 ການໄປຈໍາ ການຢູ່ບ່ອນອື່ນຊົ່ວຄາວ ແລ້ວເງິນ ເດືອນ, ເງິນອຸດໜູນຂອງຜູ້ກ່ຽວຈະ ປະຕິບັດແນວໃດ, ຈະເອົາເບື້ອງໃດ ແລະ ອີງໃສ່ກົດໝາຍ ຫລື ນິຕິກໍາ ໃດສະເໜີໃຫ້ພາກສ່ວນກ່ຽວຂ້ອງ ລະບຸລະອຽດຕື່ມໃນກົດໝາຍສະບັບ ນີ້ ຈຶ່ງຈະປະຕິບັດໄດ້ງ່າຍ. ຂ່າວ: ກິດຕາ; ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==