07 xtgmf]k; gsfdko{dkora fmtok ່າ ©ອÃÆນ Æ່ Ç « ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 31 vvd7A ';a omu 17 ,uok 2025 g]d * 38F & 38F $ 38F # 38F @ 38F ! 38mh kp 2 5 5 4 8 0 s;pok,la f 22 ___________ ນົກກາງແກ 04 ___________ ນົກຍຸງ 24 ___________ ກົບ 10 ___________ ນາກນໍ້າ lts^ kdra fmtok &/$& 22 18 27 02 14 ຂປລ. ຫ້ອງພະລາທິການ-ເຕັກ ນິກ ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ ໄດ້ຈັດພິທີເປີດຂະ ບວນການແຂ່ງຂັນກິລາ ເພື່ອຂຳ ນັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ ຂອງພັກ ເມື່ອບໍ່ດົນມາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນໄຊ ວົງປັນຍາ ຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ, ມີຄະນະພັກ-ຄະນະບັນຊາ ແຂກຈາກ 4 ຫ້ອງ 2 ກອງພັນ, ພະນັກງານ-ນັກຮົບ ແລະ ນັກກິລາ ທົ່ວຫ້ອງພະລາທິການ-ເຕັກນິກ ເຂົ້າຮ່ວມ. { sh v'rk]kmy dko{g8a doy d gxu f0t[;odkoc0j '0a ody ]k w0dv'xt-5 ,.spj z6h cmovq '7totradg,n v'3romv' 7A 'mu IX ຂປລ. ແຫລ່ງຂ່າວຈາກແຂວງຈຳ ປາສັກໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກ ເມືອງໂພນທອງ ແຂວງຈຳປາສັກ ຄັ້ງທີ IX ໄຂຂຶ້ນ ໃນວັນທີ 17 ມີນາ 2025 ໂດຍການ ເຂົ້າຮ່ວມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ ເລຂາຄະນະບໍລິຫານ ງານພັກແຂວງ ເຈົ້າແຂວງໆຈຳ ປາສັກ, ສະຫາຍ ບຸນທັນ ໄຊຍະແສງ ຮັກສາການເລຂາຄະນະບໍລິຫານ ງານພັກເມືອງ ວ່າການເຈົ້າເມືອງໆ ໂພນທອງ ພ້ອມດ້ວຍການນໍາ ແຂວງ, ອະດີດພະນັກງານອາວຸໂສ ບໍານານ, ພະແນກການຂອງແຂວງ, ເມືອງ ແລະ ຜູ້ແທນສົມບູນເຊິ່ງເປັນ ຕົວແທນໃຫ້ສະມາຊິກພັກໃນທົ່ວ ເມືອງ ເຂົ້າຮ່ວມ. ສະຫາຍ ບຸນທັນ ໄຊຍະແສງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນມີຄວາມສໍາຄັນຍິ່ງ ເຊິ່ງຈະໄດ້ ພິຈາລະນາຕົກລົງຮັບຮອງເອົາທິດ ທາງ, ຄາດໝາຍສູ້ຊົນ, ແຜນວຽກ ຮອບດ້ານ ສໍາລັບການນໍາພາເມືອງ ໂພນທອງ ກ້າວຂຶ້ນສູ່ຄວາມເຂັ້ມ ແຂງ, ນໍາເອົາຄວາມຢູ່ດີກິນດີມາໃຫ້ ປະຊາຊົນ, ພ້ອມທັງຈະໄດ້ເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດ ປະຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ສູ່ຈຸດໝາຍທີ່ວາງ ໄວ້. ພ້ອມນີ້, ຜູ້ແທນຍັງຈະໄດ້ຮັບ ຟັງການປະກອບຄໍາເຫັນ ຂອງຄະ ນະພັກຮາກຖານບ້ານ, ຕົວແບບກຸ່ມ ການຜະລິດສິນຄ້າ ແລະ ຄອບຄົວ ຕົວແບບການຜະລິດກະສິກຳ; ຮັບ ຟັງການຜ່ານບົດສໍາຫລວດການນໍາ ພາລວມ ຂອງຄະນະບໍລິຫານງານ ພັກເມືອງຕະຫລອດໄລຍະ 5 ປີຜ່ານ ມາ ແລະ ໃຊ້ສິດປະຊາທິປະໄຕ ປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານ ງານພັກເມືອງຊຸດໃໝ່ ເພື່ອເປັນຫລັກ ແຫລ່ງແກ່ນສານ ນໍາພາຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຂອງ ພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ, ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ເມືອງ ແຕ່ນີ້ຮອດປີ 2029. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ສຸມທຸກສະຕິ ປັນຍາເຂົ້າໃສ່ໃນການຄົ້ນຄວ້າ, ຕົກ ລົງບັນຫາສໍາຄັນໃຫ້ເລິກເຊິ່ງ ຖືກ ຕ້ອງ, ປະກອບສ່ວນໃຫ້ກອງປະຊຸມ ໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍຜົນສຳ ເລັດຕາມລະດັບຄາດໝາຍ. ໃນໄລຍະ 5 ປີ ຜ່ານມາ, ເສດ ຖະກິດຂອງເມືອງໂພນທອງ ຍັງສືບ ຕໍ່ຂະຫຍາຍຕົວ ສະເລ່ຍ 7,2 ຕໍ່ປີ (ແຜນ 7,35 ຕໍ່ປີ), ລວມຍອດ ຜະລິດຕະພັນພາຍໃນ ປະຕິບັດໄດ້ 9.647,25 ຕື້ກີບ, ທຽບໃສ່ແຜນລື່ນ 20,58 , (ແຜນ8.000,51 ຕື້ກີບ) ສະເລ່ຍຕໍ່ຫົວຄົນໄດ້ 23,12 ລ້ານກີບ ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ6,69 , ກວມ 42,52 , ຂະແໜງອຸດສາຫະກຳ ຂະຫຍາຍຕົວ ສະເລ່ຍ 7,22 , ກວມ 52,50 , ຂະແໜງບໍລິການ ຂະຫຍາຍຕົວ ສະເລ່ຍ 9,04 , ກວມ 4,97 . 19/03/2025 ຈຸດປະສົງການຂອງການເປີດ ຂະບວນການແຂ່ງຂັນໃນຄັ້ງນີ້ເພື່ອ ຂ່ຳນັບຮັບຕອນວັນສຳຄັນຕ່າງໆ ຂອງຊາດ ຂອງພັກ ໃຫ້ມີຄວາມ ໝາຍ, ຄວາມສຳຄັນ ແລະ ມີເນື້ອ ໃນເລິກເຊິ່ງ, ສ້າງບັນຍາກາດໃຫ້ ຟົດຟື້ນມ່ວນຊື່ນກວ້າງຂວາງ, ເປັນ ການເຕົ້າໂຮມຄວາມສາມັກຄີ ທັງ ພາຍໃນ ແລະ ພາຍນອກ ພ້ອມທັງ ເປັນການຄັດເລືອກເອົານັກກິລາ ປະເພດຕ່າງໆ ຜູ້ທີ່ມີພອນສະຫວັນ, ຄວາມຮູ້, ຄວາມສາມາດເຂົ້າຮ່ວມ ທີມກິລາຂອງໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ. ກິລາທີ່ນຳມາ ແຂ່ງຂັນປະກອບມີ 2 ປະເພດຄື: ກິລາບານສົ່ງ 4 ທີມ ແລະ ກິລາເປ ຕັ້ງ 11 ທີມ; ສຳລັບເງິນລາງວັນ ກິລາບານສົ່ງ ແລະ ກິລາເປຕັ້ງ ລາງວັນທີ 1 ໄດ້ເງິນສົດ 400.000 ກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 2 ເງິນສົດ 300.000 ກີບ ແລະ ລາງ ວັນທີ 3 ເງິນສົດ 200.000 ກີບ. ສະຫາຍ ພັນເອກ ວັນໄຊ ວົງ ປັນຍາ ປະທານພິທີກໍໄດ້ມີຄຳເຫັນ ໂອ້ລົມ ເຊິ່ງສະຫາຍໄດ້ຮຽກຮ້ອງ ເຖິງກຳມະການ, ນັກກິລາທຸກສະ ຫາຍ ຈົ່ງພ້ອມກັນເອົາໃຈໃສ່ໃນ ການເຂົ້າຮ່ວມຂະບວນການໃນຄັ້ງ ນີ້ ໃຫ້ເປັນຂະບວນການຢ່າງຟົດ ຟື້ນມ່ວນຊື່ນ, ເຄົາລົບກະຕິກາການ ແຂ່ງຂັນ ຮູ້ຈັກແພ້, ຮູ້ຈັກຊະນະ ແລະ ປະຕິບັດກົດລະບຽບການແຂ່ງຂັນ ໃຫ້ເຂັ້ມງວດ, ພ້ອມນັ້ນ ສະຫາຍກໍ່ ໄດ້ກ່າວເປີດຂະບວນການແຂ່ງຂັນ ກິລາຂຶ້ນຢ່າງເປັນທາງການ.
RkJQdWJsaXNoZXIy MTc3MTYxMQ==