6090

19/03/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 8kfsq ;gln v vu d|bj 'lt4komuj 7;owxleza f ;y mu dh k4qj ;'vdmuj wfh Ia [zq ofu ໂດຍ: ແສງສະຫວັນ ໂດຍ: ມາລີດາ ເມື່ອກ້າວເຂົ້າສູ່ຍາມຮ້ອນອົບ ເອ້ົ້າ ເຮັດຫລາຍໆທ່ານກຳລັງຊອກ ຫາບ່ອນຜ່ອນຢ່ອນອາລົມທີ່ເຢັນ ສະບາຍອາກາດບໍລິສຸດບໍ່ໄກຈາກ ຕົວເມືອງເປັນເລ່ືອງທີ່ຄິດຢາກ ແລະ ບໍ່ຮູ້ວ່າຈະໄປບ່ອນໃດດີ. ມື້ນີ້ຜູ້ຂຽນ ຂໍແນະນໍາ ເພື່ອເປັນຂໍ້ມູນໃຫ້ທ່ານ ທີ່ສົນໃຈພາຄອບຄົວ, ພໍ່ແມ່, ຍາດ ພີ່ນ້ອງ, ຄົນຮັກ ແລະ ໝູ່ເພື່ອນໄປ ສໍາຜັດບັນຍາກາດທີ່ແຕກຕ່າງອອກ ໄປໃນເຂດທີ່ບໍ່ໄກຈາກຕົວເມືອງພໍ ປານໃດນັ້ນຄື ສະຖານທີ່ທ່ອງທ່ຽວ ນ້ຳຕົກຕາດຫົວເສືອ ຕັ້ງຢູ່ບ້ານດ່ານ ຊີ ເມືອງນາຊາຍທອງ ຫ່າງຈາກ ນະຄອນຫລວງວຽງຈັນ ພຽງ 25 ກິໂລແມັດ ເຊິ່ງເສັ້ນທາງເຂົ້າໄປຫາ ຕາດນັ້ນ ສາມາດໄປໄດ້ທັງລົດໃຫຍ່ ຮອດຕາດຍາວກ່ອນຈຶ່ງຮອດຕາດ ຫົວເສືອ. ຖ້າຂັບລົດເລີ່ມຈາກທາງ ຫລວງ 13 ເໜືອ ເຂົ້າໄປຫາບ້ານ ດ່ານຊີ ແລ້ວຂັບໄປເລື້ອຍໆຈົນເຖິງ ຕາດຫົວເສືອ ແມ່ນໃຊ້ເວລາປະມານ 30-45 ນາທີ. ຕາດຫົວເສືອ ຖືໄດ້ວ່າເປັນອີກ ສະຖານທີ່ໜຶ່ງທີ່ມີຄວາມສວຍງາມ ຫລາຍອ້ອມຮອບບໍລິເ ວນນັ້ນ ສີຂຽນໄປດ້ວຍຕົ້ນໄມ້ໃຫຍ່ນ້ອຍ ຫລວງຫລາຍເຮັດໃຫ້ອາກາດເຢັນ ສະບາຍຈົນລືມຄວນອິດເມື່ອຍພຸ້ນ ລະ. ຕາດຫົວເສືອ ມີລັກສະນະ ພິເສດຢູ່ບ່ອນວ່າເປັນສາຍນໍ້າຫ້ວຍ ໂຕນລົງຈາກທີ່ສູງຜ່ານໂງ່ນຫີນມີ ຄວາມສູງປະມານ 20-30 ແມັດ, ສາຍນ້ຳທີ່ຕົກລົງມາ ແມ່ນມີຄວາມ ສວຍງາມຫລາຍເມື່ອກະທົບໃສ່ ກັບໂງ່ນຫີນ ແລະ ມີແສງແດດ ອ່ອນໆສອດສ່ອງສະທ້ອນໃສ່ຂອບ ຟ້າອັນສ້າງຄວາມມະຫັດສະຈັນ ໃຫ້ຜູ້ພົບເຫັນ, ທາງດ້ານລຸ່ມກໍມີ ພື້ນທີ່ກວ້າງພໍທີ່ຈະລົງຫລິ້ນນ້ຳ ຖ້າທ່ານໄດ້ໄປສໍາຜັດຮັບຮອງວ່າ ຈະບໍ່ຜິດຫວັງແນ່ນອນ. ສຳລັບຜູ້ ທີ່ເດີນທາງໄປທ່ຽວໃນລະດູຝົນ ຍິ່ງເປັນສິ່ງທ້າທາຍ ແລະ ຈະໄດ້ ເຫັນມວນນໍ້າໄຫລຈາກທີ່ສູງໂຕນ ລົງມາອັນໄດ້ສ້າງຄວາມເພີດເພີນ ແລະ ລົດຈັກ. ຕາດແຫ່ງນີ້ແມ່ນບໍ່ມີ ປ້າຍບອກທາງທີ່ຊັດເຈນ, ຜູ້ທີ່ໄປ ທ່ຽວໄປຊົມສ່ວນຫລາຍແມ່ນອາໄສ ຖາມປະຊາຊົນບໍລິເວນອ້ອມຂ້າງ ເມືອງນາຊາຍທອງ ແລະ ເມືອງ ໃກ້ຄຽງ ເພື່ອແນະນໍາ ແລະ ບອກ ຈຸດໝາຍປາຍທາງ. ຖ້າທ່ານໃດ ມີຈຸດປະສົງຢາກໄປສໍາຜັດ ຫລື ໄປຫລິ້ນພຽງແຕ່ຂັບລົດໄປຕາມ ເສັ້ນທາງ 13 ເໜືອ ກາຍບ້ານຫົວ ຂົວ ເມືອງນາຊາຍທອງ ຂຶ້ນໄປແລ້ວ ໃຫ້ສັງເກດງ່າຍໆ ໃຜທີ່ເຄີຍໄປຕາດ ຍາວແມ່ນເສັ້ນທາງດຽວກັນທີ່ຈະ ເຂົ້າໄປຫາຕາດຫົວເສືອ ແຕ່ວ່າຈະ ປັດຈຸບັນຖົ່ວງອກກຳລັງເປັນທີ່ ນິຍົມບໍລິໂພກຢ່າງຫລວງຫລາຍບໍ່ ວ່າຈະໃສ່ເຂົ້າປຽກ, ໃສ່ລາບ ແລະ ອື່ນໆ, ແຕ່ທ່ານຮູ້ບໍ່ວ່າຖົ່ວງອກ ຍັງມີສານອາຫານທີ່ມີປະໂຫຍດຕໍ່ ແລະ ເບີກບານມ່ວນຊື່ນໃຫ້ທ່ານ ໄດ້ສຳຜັດຄວາມເປັນທໍາມະຊາດ, ຄວາມສະຫງົບ, ໄດ້ຍິນສຽງນົກ ແລະ ສຽງນໍ້າ ອັນໜ້າອອນຊອນໃຈ. ຮ່າງກາຍມີທາດໂປຣຕີນ, ວິຕາມິນ ແລະ ເກືອແຮ່ ເຊິ່ງເປັນທາດທີ່ດີຕໍ່ ສຸຂະພາບຂອງຄົນເຮົາ.ຖົ່ວງອກ ເປັນພືດຊະນິດດຽວທີ່ໃຊ້ເວລາການ ເພາະ 3-4 ມື້ ເທົ່ານັ້ນກໍ່ສາມາດ ນຳມາຮັບປະທານໄດ້. ມື້ນີ້ເຮົາກໍມີ ວິທີ ແລະ ຂັ້ນຕອນການກ້າຖົ່ວງອກ ທີ່ໄດ້ຮັບຜົນດີມາຝາກທ່ານຜູ້ອ່ານ. 1. ກຽມໄຫ ຫລື ຖັງ, ເອົາ ນ້ຳຮ້ອນປະສົມກັບນ້ຳເຢັນ (ນ້ຳ ປົກກະຕິ) ຄື: ນ້ຳຮ້ອນ 1 ສ່ວນ ຖອກລົງໄຫ ຫລື ຖັງ ເພື່ອໃຫ້ໄດ້ນ້ຳ ອຸ່ນປະມານ 50-60 ອົງສາເພື່ອ ກຽມແຊ່ຖົ່ວ. 2. ແກ່ນຖົ່ວທີ່ຈະນຳມາເຮັດ ຄວນເລືອກຖົ່ວທີ່ນິຍົມບໍລິໂພກເຊັ່ນ: ຖົ່ວຂຽວ. ກ່ອນຈະເຮັດຕ້ອງລ້າງ ຖົ່ວໃຫ້ສະອາດກ່ອນໂດຍການແຊ່ ຖົ່ວໃນນ້ຳອຸ່ນທີ່ກຽມໄວ້ປະໄວ້ຈົນ ນ້ຳເຢັນລົງ ແລະ ແຊ່ຕໍ່ໄປດົນ 6-8 ຊົ່ວໂມງ. 3. ນຳໄຫອີກໜ່ວຍໜຶ່ງ (ໄຫທີ່ ກຽມເຮັດຖົ່ວງອກ) ນຳມາເຈາະ ຮູນ້ອຍໆຢູ່ບໍລິເວນກົ້ນໄຫປະມານ 7-8 ຮູ ເພື່ອລະບາຍນ້ຳບໍ່ໃຫ້ຂັງ ໃນເວລາທີ່ເຮົາຫົດນ້ຳ ແລະ ບໍ່ໃຫ້ ຖົ່ວເນົ່າ. ຫລັງຈາກນັ້ນ, ກໍ່ນຳຖົ່ວ ທີ່ແຊ່ໄວ້ (ຕາມຂັ້ນຕອນ 2) ຄົບ 6-8 ຊົ່ວໂມງໃສ່ລົງໄຫທີ່ເຈາະຮູ (ຖົ່ວທີ່ແຊ່ດ້ວຍນ້ຳອຸ່ນແລ້ວຈະຕື່ງ ຂຶ້ນ)ໂດຍປົກກະຕິຖົ່ວ 1 ສ່ວນ ຈະ ເຕີບໂຕເປັນຖົ່ວງອກປະມານ 5-6 ເທົ່າດັ່ງນັ້ນ ຂະໜາດຂອງພາຊະນະ ທີ່ໃສ່ຄວນເລືອກໃຫ້ຈະເໝາະສົມ. 4. ເມື່ອເອົາຖົ່ວໃສ່ໄຫແລ້ວເຂ່ຍ ໄປມາໃຫ້ພຽງກັນແລ້ວປິດປາກໄຫ ດ້ວຍຟອງນ້ຳ ຫລື ຜ້າແພຫລັງຈາກ ນັ້ນຫົດນ້ຳໃຫ້ທົ່ວການຫົດນ້ຳຄວນ ຫົດ 2 ເທື່ອຕໍ່ວັນ, ເທື່ອທຳອິດຫົດ ເພື່ອລະບາຍຄວາມຮ້ອນ ເທື່ອທີ 2 ເພື່ອໃຫ້ຖົ່ວຊຸ່ມນ້ຳ ແລະ ຄວນ ເກັບໄວ້ໃນທີ່ຮົ່ມບໍ່ຮ້ອນ ແລະ ພື້ນ ແຫ້ງ. ຫລັງຈາກເຮັດຂັ້ນຕອນທີ 4 ສໍາ ເລັດມື້ທີ 2 ແກ່ນຖົ່ວກໍ່ຈະເລີ່ມງອກ ອອກມາ, ມື້ທີ 3 ຖົ່ວງອກກໍ່ຈະເລີ່ມ ຈະເລີນເຕີບໂຕແຕ່ຍັງບໍ່ໃຫຍ່ພໍປານ ໃດໃນມື້ທີ 4 ຖົ່ວງອກກໍ່ຈະໃຫຍ່ ສົມບູນ ແລະ ສາມາດນຳມາຮັບປະ ທານໄດ້ຢ່າງແຊບ.

RkJQdWJsaXNoZXIy MTc3MTYxMQ==