6090

18/03/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ra doerkg8Q k3I,7;k,lk,a d7u gxa oxb dczj omqj ;x;'-q o]k;ma '-kf ກົມສິປະລະ... ຕໍ່າ‹ໜ້າ ra dd+ lh k'{xa [x5 '8q ogv'1j k'[+ 1A ' grnj vIa [xtda ow--tot 0v'dkoxt8y ;a fc8j ]tw]pt ກະຊວງການເງິນ... ຕໍ່າ‹ໜ້າ ຂປລ. ໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ ພາຍໃຕ້ ຫົວຂໍ້: “70 ປີການນໍາພາຂອງ ພັກອັນມີກຽດສະຫງ່າ”ຢູ່ແຂວງ ຊຽງຂວາງ ໃນທ້າຍອາທິດຜ່ານ ມາ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບ ຮົມ ສູນກາງແນວລາວສ້າງຊາດ, ທັງເປັນນັກວິທະຍາສາດ ໄດ້ມີຄໍາ ເຫັນບາງເນື້ອໃນສໍາຄັນວ່າ: ພັກປະ ຊາຊົນປະຕິວັດລາວ ຍາມໃດກໍຖື ວຽກງານແນວໂຮມ ແລະ ວຽກ ງານມະຫາຊົນ ເປັນຍຸດທະສາດ ສຳຄັນ ຂອງການປະຕິວັດ, ຖືມະ ຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກຳລັງແຮງຕົ້ນຕໍຂອງ ພັກ. ຕະຫລອດໄລຍະແຫ່ງການ ນຳພາພາລະກິດປະຕິວັດຊາດ ປະ ຊາທິປະໄຕ ກໍຄືໃນໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດ, ພັກເຮົາຍາມ ໃດກໍອີງໃສ່ກຳລັງແຮງຂອງມະຫາ ຊົນ, ເອົາການກໍ່ສ້າງພະນັກງານ, ສະມາຊິກພັກຕິດແໜ້ນກັບມະຫາ ຊົນ, ຖືເອົາຂະບວນການຂອງມະ ຫາຊົນ ເປັນບ່ອນຝຶກຝົນ, ທົດສອບ ແລະ ສາມາດສ້າງໄດ້ພະນັກງານ, ສະມາຊິກພັກຜູ້ເດັ່ນຈາກຂະບວນ ການຕົວຈິງ ຂອງມະຫາຊົນ, ພ້ອມ ນັ້ນກໍປຸກລະດົມມະຫາຊົນ, ເຕົ້າ ໂຮມຄວາມສາມັກຄີທົ່ວປວງຊົນ ລາວບັນດາເຜົ່າ ເຂົ້າຮ່ວມພາລະ ກິດປະຕິວັດ ຈົນໄດ້ຮັບຜົນສຳເລັດ ເປັນກ້າວໆມາ. ແນວລາວສ້າງຊາດ ກໍາເນີດ ເກີດຂຶ້ນໃນວັນທີ 13 ສິງຫາ 1950 ຕາມຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຕໍ່ສູ້ກູ້ຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງ ກຳລັງການປະຕິວັດລາວ ພາຍໃຕ້ ການນໍາພາ-ຊີ້ນໍາຂອງພັກກອມ ມູນິດອິນດູຈີນ ກໍຄື ອົງຄະນະພັກ ແຄວ້ນລາວ ໂດຍໃສ່ຊື່ວ່າ: ແນວ ລາວອິດສະຫລະ ໃນເງື່ອນໄຂທີ່ ພັກເຮົາເຄື່ອນໄຫວ ແລະ ນໍາພາ ແບບປິດລັບນັ້ນ, ພັກໄດ້ອີງໃສ່ແນວ ລາວອິດສະຫລະ ເປັນຜູ້ຕາງໜ້າ ພັກອອກເຄື່ອນໄຫວເປີດເຜີຍ ໃນ ຖານະເປັນລັດຖະບານຝ່າຍປະເທດ ລາວ, ເປັນຄັນທຸງ, ເປັນຫລັກ ແຫລ່ງໃນການເຕົ້າໂຮມຄວາມສາ ມັກຄີບັນດາເຜົ່າ, ດໍາເນີນການສຶກ ສາອົບຮົມ, ປຸກລະດົມຜູ້ຊົງຄຸນ ວຸທິທຸກເຜົ່າ, ທຸກຊັ້ນຄົນ, ທຸກສາ ສະໜາ, ເພດ-ໄວ ທີ່ມີໃຈຮັກຊາດ. ໃນເງື່ອນໄຂ ໃໝ່ຂອງການປະຕິວັດ ໂດຍຢືນຕໍ່ໜ້າສະພາບການທີ່ມີສິ່ງ ທ້າທາຍທົດສອບນາໆປະການ ຕໍ່ ຄວາມສາ ມາດນໍາພາຂອງພັກ ເຮົາ, ຍິ່ງຕ້ອງຖືການເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນແໜ້ນ ໜາ ພາຍໃນຊາດເປັນພື້ນຖານ ຮັບປະກັນໃຫ້ແກ່ ການສືບຕໍ່ຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການຂອງ ພັກ, ເຮັດໃຫ້ຈຸດໝາຍປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ ຂປລ. ໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ ພາຍໃຕ້ ຫົວຂໍ້ “70 ປີ ພາຍໃຕ້ການນໍາ ພາຂອງພັກທີ່ມີກຽດສະຫງ່າ” ຢູ່ ແຂວງອຸດົມໄຊ ເມື່ອບໍ່ດົນມານີ້, ທ່ານ ວິສູກ ພົມພິທັກ ຮອງຫົວໜ້າ ຄະນະຕັ້ງສູນກາງພັກ ໄດ້ໃຫ້ຮູ້ວ່າ: ໜ້າທີ່ການເມືອງຂອງພັກໄລຍະ ໃໝ່ ເລັ່ງທວງໃຫ້ພັກຕ້ອງກໍ່ສ້າງປັບປຸງຕົນເອງ ເພື່ອເຮັດຫລ້ອນພາ ລະກໍາປະຫວັດສາດ ໃນການນໍາພາ ປະຊາຊົນລາວບັນດາເຜົ່າເຮັດສໍາ ເລັດພາລະກິດປະຕິວັດຂອງຊາດ ໃນແຕ່ລະໄລຍະ ໂດຍສະເພາະ ແມ່ນນໍາພາພາລະກິດປ່ຽນແປງໃໝ່ ຮອບດ້ານທີ່ມີຫລັກການຂອງພັກ ໃນການຜ່ານຜ່າຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ເຮັດໃຫ້ ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນດີຂຶ້ນເທື່ອ ລະກ້າວນັ້ນ, ມີຄວາມຈໍາເປັນຕ້ອງ ກໍ່ສ້າງ-ປັບປຸງພັກ ໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນ ທຸກດ້ານ ເພື່ອໃຫ້ມີຄວາມສາມາດ ພຽງພໍ ນໍາພາລັດ ແລະ ນໍາພາການ ກໍ່ສ້າງເສດຖະກິດ ໃຫ້ມີບາດກ້າວ ຂະຫຍາຍຕົວໃໝ່ທີ່ໜັກແໜ້ນ, ສາມາດແຂ່ງຂັນກັບບັນດາປະເທດ ອ້ອມຂ້າງ ແລະ ຍົກສູງລະດັບ ຊີວິດການເປັນຢູ່ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນດີຂຶ້ນ. ການກໍ່ສ້າງປັບປຸງປົວແປງ ຕົນເອງຂອງພັກ ເປັນບັນຫາສໍາຄັນ ພົວພັນເຖິງການຄົງຕົວ, ການຂະ ຫຍາຍຕົວຂອງພັກ, ຂອງປະເທດ ຊາດ ແລະ ຂອງລະບອບປະຊາທິ ປະໄຕປະຊາຊົນຢູ່ປະເທດເຮົາ. ດັ່ງນັ້ນ, ໃນໄລຍະຜ່ານມາ ພັກເຮົາ ຍາມໃດກໍຖືເອົາການຕິຊົມຕົນເອງ ແລະ ຕິຊົມກັນພາຍໃນພັກເປັນໜຶ່ງ ໃນຫລັກການກໍ່ສ້າງພັກທີ່ສໍາຄັນ ທີ່ສຸດ. ທ່ານ ວິສູກ ພົມພິທັກ ຍັງໃຫ້ ອີກວ່າ: ຜົນສໍາເລັດອັນພື້ນຖານ ກວ່າໝູ່ ນັບແຕ່ສ້າງຕັ້ງພັກ ມາ ຮອດປັດຈຸບັນ, ພັກເຮົາໄດ້ດໍາເນີນ ກໍ່ສ້າງ-ປັບປຸງພັກ ແມ່ນຖືກຫລັກ ການ, ຖືກກົດເກນ ເປັນຕົ້ນທາງ ດ້ານການເມືອງ-ແນວຄິດ ແມ່ນໄດ້ ຍຶດຖືເອົາລັດທິມາກ-ເລນິນ, ແນວ ຄິດ ໄກສອນ ພົມວິຫານ, ມູນເຊື້ອ ອັນດີງາມຂອງພັກ ເປັນພື້ນຖານ ແນວຄິດ ແລະ ການເຄື່ອນໄຫວ ຂອງພັກທຸກປະການ, ໄດ້ຕັ້ງໜ້າ ຄົ້ນຄວ້າ, ໝູນໃຊ້ຫລັກມູນທິດສະ ດີຂອງລັດທິມາກ-ເລນິນ ເຂົ້າໃນ ເງື່ອນໄຂສະພາບການຕົວຈິງຂອງ ການປະຕິວັດໃນແຕ່ລະໄລຍະ. ດັ່ງ ນັ້ນ, ຈຶ່ງສາມາດປະດິດສ້າງ, ສ້າງ ຕັ້ງພັກຂອງຊົນຊັ້ນກໍາມກອນ. ນັບ ແຕ່ໄດ້ຮັບການສ້າງຕັ້ງ ພັກໄດ້ ກໍານົດແຈ້ງພາລະກໍາປະຫວັດສາດ ຂອງຊົນຊັ້ນກໍາມະກອນ ໃນຍຸກ ສະໄໝ ຈຶ່ງເຮັດໃຫ້ການປະຕິວັດ ລາວເດີນຖືກກັບກົດເກນຂອງການ ປະຕິວັດໂລກ, ສາມາດຜາບແພ້ ຈັກກະພັດປົດປ່ອຍປະເທດຊາດ, ຍາດເອກະລາດມາ ໃຫ້ແກ່ປະຊາ ຊົນລາວ, ປັດຈຸບັນ ແມ່ນສືບຕໍ່ນໍາ ພາພາລະ ກິດປ່ຽນແປງໃໝ່ ຍູ້ການ ປະຕິວັດໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ສະນັ້ນ, ການກໍ່ສ້າງປັບປຸງພັກຢູ່ ປະເທດເຮົາແມ່ນມີຄວາມຈໍາເປັນ, ມີແຕ່ຍຶດໝັ້ນທັດສະນະຮັບເອົາການ ປັບປຸງຕົນເອງ ແລະ ຕັດສິນໃຈ ປັບປຸງປ່ຽນແປງຕົນເອງຢ່າງເຂັ້ມ ງວດ, ຖືກຫລັກການ ພັກເຮົາຈຶ່ງຈະ ຄົງຕົວ ແລະ ເຮັດລ້ອນພາລະກິດ ປະຕິວັດທີ່ຊົນຊັ້ນກໍາມະກອນ ແລະ ປະຊາຊົນລາວມອບໝາຍໃຫ້. ຂ່າວ-ພາບ: ຂັນໄຊ ທະນາຄານສົ່ງເສີມກະສິກຳຈຳ ກັດ, ທະນາຄານພັດທະນາລາວ ຈໍາກັດ, ທະນາຄານເອັສທີ ຈໍາກັດ, ທະນາຄານພົງສະຫວັນ ຈຳກັດ, ທະນາຄານ ມາຣູຮານເຈແປນລາວ ຈໍາກັດ, ທະນາຄານແຫ່ງປະເທດ ຈີນ (ຮົງກົງ) ຈຳກັດ. ທ່ານ ວິເລດ ກິນນາວົງ ຫົວໜ້າ ກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໄດ້ໃຫ້ຮູ້ໃນໂອ ກາດຖະແຫລງຂ່າວ ໃນວັນທີ 14 ມີນາ 2025ຜ່ານມານີ້ວ່າ: ກະຊວງ ການເງິນໄດ້ອອກພັນທະບັດ ລັດ ຖະບານ ຜ່ານຕະຫລາດຫລັກຊັບ ລາວ ປີນີ້ເປັນປີທີ 8 ເຊິ່ງເຫັນວ່າ ການຈໍາໜ່າຍພັນທະບັດລັດຖະ ບານ ຜ່ານຕະຫລາດຫລັກຊັບລາວ ແມ່ນໄດ້ຮັບການຕອບຮັບເປັນຢ່າງ ດີ ຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງບຸກຄົນ ແລະ ນິຕິບຸກຄົນ. ໃນເບື້ອງຕົ້ນການຈໍາ ໜ່າຍພັນທະບັດ ລັດຖະບານມີພຽງ ສະກຸນເງິນກີບເທົ່ານັ້ນ, ຕໍ່ມາຈຶ່ງ ມີການອອກຈໍາໜ່າຍສະກຸນເງິນ ໂດລາໃນປີ 2020, ສະກຸນເງິນ ບາດ ໃນປີ 2023 ແລະ ສະກຸນເງິນ ຢວນ ໃນປີ 2024 ຕາມລໍາດັບ. ການອອກຈຳໜ່າຍພັນທະບັດ ດັ່ງກ່າວ, ເຫັນວ່າທຸກພາກສ່ວນ ໄດ້ມີການຮ່ວມມື ເອົາໃຈໃສ່ໃນ ການຈໍາໜ່າຍຈົນປະສົບຜົນສໍາ ເລັດ ແລະ ໄດ້ປະຕິບັດພັນທະໃນ ການຈ່າຍຕົ້ນທຶນ ແລະ ດອກເບ້ຍ ໃຫ້ຜູ້ລົງທຶນ ຢ່າງເຄັ່ງຄັດ ແລະ ຄົບ ຕາມຈໍານວນຖືກຕ້ອງຕາມເວລາທີ່ ກຳນົດໄວ້, ນີ້ແມ່ນຂີດໝາຍສໍາຄັນ ອັນໜຶ່ງທີ່ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດ ລັດຖະບານ. ຈາກຜົນງານອັນໂດດ ເດັ່ນຜ່ານມາ, ກະຊວງການເງິນ ເຂັ້ມແຂງ, ສັງຄົມສາມັກຄີປອງ ດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ປະກົດຜົນເປັນຈິງ. ທ່ານ ຄະນອງລິດ ສີສົມບູນ ຍັງ ໃຫ້ຮູ້ອີກວ່າ: ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພັກເຮົາໄດ້ ກໍານົດວ່າ: ວຽກງານແນວໂຮມ ແລະ ວຽກງານມະຫາຊົນໃນໄລຍະ ໃໝ່ ຕ້ອງຕອບສະໜອງຄວາມ ຕ້ອງການຜັນຂະຫຍາຍແນວທາງ ຂອງພັກ ກ່ຽວກັບການສ້າງຄວາມ ສາມັກຄີປອງດອງ ແລະ ເປັນປຶກ ແຜ່ນຂອງທຸກຊົນເຜົ່າຊັ້ນຄົນ, ສາສະໜາ ແລະ ເພດໄວຢູ່ໃນປະ ເທດ ແລະ ສຶບຕໍ່ສົ່ງເສີມໃຫ້ພີ່ນ້ອງ ຊາວລາວທີ່ດໍາລົງຊີວິດທໍາມາຫາ ກິນຢູ່ຕ່າງປະເທດ ມີສ່ວນຮ່ວມ ຢ່າງຕັ້ງໜ້າ ໃນພາລະກິດສ້າງສາ ພັດທະນາປະເທດຊາດ ອັນແສນຮັກ ຂອງພວກເຮົາ, ເຊີດຊູສະຕິເປັນເຈົ້າ ແລະ ຄວາມຮັບຜິດຊອບຂອງຄົນ ລາວທຸກເຜົ່າ ແລະ ຊັ້ນຄົນຕໍ່ຊາຕາ ກໍາຂອງຊາດ, ລະດົມທຸກກໍາແຮງ ດ່ານສະຕິປັນຍາ, ມານະຈິດ ແລະ ກໍາລັງຄວາມສາມາດອື່ນໆທົ່ວ ສັງຄົມ ເພື່ອພັດທະນາເສດຖະກິດສັງຄົມ. ຂ່າວ: ວີລະວັນ ; ພາບ: ຂັນໄຊ ຈຶ່ງເຫັນດີໃຫ້ສືບຕໍ່ໃຫ້ມີການຈໍາ ໜ່າຍພັນທະບັດລັດຖະບານ ປີ 2025 ຜ່ານຕະຫລາດຫລັກຊັບ ລາວ. ວ່າ: ມາຮອດປັດຈຸບັນ, ກົມສິລະ ປະວັດທະນະທໍາ ໄດ້ມີການກະ ກຽມຄວາມພ້ອມດ້ານຕ່າງໆ ເພື່ອ ສະເຫລີມສະຫລອງ 3 ວັນປະ ຫວັດສາດດັ່ງກ່າວ ເຊິ່ງພວກເຮົາ ໄດ້ປະກາດໃຫ້ບັນດານັກປະພັນ ປະດິດຄິດແຕ່ງ ບົດເພງ, ກາບ ກອນ, ຂັບລຳ ເຂົ້າມາແຂ່ງຂັນທັງ ໜົດ64ບົດເພງແລະ ພາກສ່ວນນັກ ສະແດງປະກອບມີ 320 ຄົນ ແລະ ມີ 12 ພາກສ່ວນຄື: ກອງສິລະປະ ກອນແຫ່ງຊາດ, ກອງກາຍຍະສິນ ແຫ່ງຊາດ, ກອງລະຄອນແຫ່ງ ຊາດ, ວິທະຍາໄລສິລະປະແຫ່ງ ຊາດ, ກອງສິລະປະກອນກອງທັບ ປະຊາຊົນລາວ, ກອງສິລະປະກອນ ປ້ອງກັນຄວາມສະຫງົບ, ສະໂມ ສອນດ່ານຊ້າງ, ກອງດຸລິຍາງ ກອງທັບປະຊາຊົນລາວ, ນັກຮ້ອງ ຮັບເຊີນ, ສະຫະພັນນັກກິລາເຕັ້ນ ແຫ່ງຊາດ, ພິທີກອນຮັບເຊີນ ແລະ ຫໍວັດທະນະທຳແຫ່ງຊາດ. ສຳລັບການສະແດງຮັບໃຊ້ ງານສະເຫລີມສະຫລອງວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນຕອນເຊົ້າວັນ ທີ 22 ມີນາ 2025 ຢູ່ຫໍປະຊຸມ ແຫ່ງຊາດ ປະກອບມີ: ຮ້ອງເພງ ລາວໝູ່ຍິງ-ຊາຍ ໃນບົດເພງ: ເມືອງລາວມີພັກນໍາພາ ສະແດງ ໂດຍກອງສິລະປະກອນກອງທັບ; ລາຍການກາຍຍະສິນ: ຕີລັງກາ ເທິງໄມ້ສ້າວ ສະແດງໂດຍກອງ ກາຍຍະສິນແຫ່ງຊາດ; ຮ້ອງເພງ ປະສານຟ້ອນ ໃນບົດເພງ: ບົນ ເສັ້ນທາງເດີນ ສະແດງໂດຍກອງ ສິລະປະກອນກອງທັບ, ກອງສິລະ ປະກອນແຫ່ງຊາດ ແລະ ນັກຮ້ອງ ທຸກພາກສ່ວນ. ພ້ອມນີ້, ຍັງມີລາຍ ການສະແດງສິລະປະ-ວັດທະນະ ທຳ ໃນຕອນແລງຢູ່ຫໍວັດທະນະທຳ ແຫ່ງຊາດ ປະກອບມີ: ການສະແດງ ວົງດົນຕີ ອໍແກັສຕຣາ ລວມມີ 5 ເພງ ຄື: ເພງສຽງປືນສະຫລອງໄຊ, ເພງ ຈົດຈໍາບຸນຄຸນພັກ: (ເສບວົງອໍແກັສ ຕຣາ), ເພງ ກ້າວສ້າງສະຫວັນ ເມືອງລາວ (ວົງອໍແກັສຕຣາ ແລະ ຮ້ອງລວມໝູ່ຍິງ-ຊາຍ); ການ ສະແດງປະສົມປະສານ ໃນຫົວຂໍ້ 70 ປີ ໃຕ້ຮົ່ມທຸງໄຊພັກ ປະກອບ ມີ: ຕອນທີ 1 ສຸກໃຈໃນບ້ານເກີດ, ບ່າວສາວລົງຊ່ວງເຂັນຝ້າຍ, ທົ່ງ ນາບ້ານນ້ອງ, ໂຮງຮຽນບ້ານ ນ້ອງ; ຕອນທີ 2 ຢາດເລື້ອດ ແລະ ນໍ້າຕາ, ໃຫ້ໂທດຂອງພວກ ຮຸກຮານ; ຕອນທີ 3 ວິລະກຳອັນ ອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ຂະ ບວນການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າ, ວິລະກຳອັນພິລະອາດ ຫານ ຂອງກອງທັບປົດປ່ອຍປະຊາ ຊົນລາວ ແລະ ຕອນທີ 4 ກ້າວສູ່ ການພັດທະນາວຽກງານກະສິກຳ, ກຳມະກອນລາວ, ປົກປັກຮັກສາ ຄວາມສະຫງົບສຸກ, ປົກປັກປະ ເທດຊາດໃຫ້ໝັ້ນຄົງ, ເຊື່ອໝັ້ນ ແລະ ກ້າວເດີນຕາມພັກນໍາພາ. ຂ່າວ: ວຽງສະຫວັນ ເຕີບໃຫຍ່ເຂັ້ມແຂງ, ມີສະຖຽນລະ ພາບດ້ານການເມືອງໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມຕື່ນ ຕົວທາງດ້ານການເມືອງສູງຂຶ້ນ ກວ່າເກົ່າ. ທ່ານ ຄໍາພອຍ ຮຸ່ງບຸນຍວງ ເລຂາພັກແຂວງໄຊສົມບູນ ໄດ້ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີ ກຽດສະຫງ່າ ຢູ່ແຂວງຊຽງຂວາງ ເມື່ອບໍ່ດົນນີ້ວ່າ: ພາຍໃຕ້ການນໍາ ພາຂອງພັກປະຊາຊົນ ປະຕິວັດ ລາວ ທີ່ມີກຽດສະຫງ່າ, ນັບແຕ່ ມື້ສ້າງຕັ້ງເປັນເວລາກວ່າ 11 ປີ ຜ່ານມາ ແຂວງໄຊສົມບູນ ໄດ້ຮັບ ການພັດທະນາຢ່າງຮອບດ້ານດ້ວຍ ບາດກ້າວທີ່ໜັກແໜ້ນ, ເສດຖະກິດສັງຄົມຂອງແຂວງຂະຫຍາຍຕົວ ຕໍ່ເນື່ອງ, ໝັ້ນທ່ຽງສະເລ່ຍບໍ່ຫລຸດ 7 ຕໍ່ປີ, ທົ່ວແຂວງມີສະຖຽນລະ ພາບດ້ານການເມືອງໜັກແໜ້ນ, ປະຊາຊົນບັນດາເຜົ່າ ມີຄວາມຕື່ນ ຕົວທາງດ້ານການເມືອງສູງຂຶ້ນ ກວ່າເກົ່າ, ເປັນເຈົ້າການປະກອບ ສ່ວນປົກປັກຮັກສາ ແລະ ສ້າງ ສາພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ເມືອງ, ບ້ານ, ເປັນ ເຈົ້າການປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເປັນເຈົ້າ ການປັບປຸງປົວແປງ, ຍົກລະດັບ ຊີວິດການເປັນຢູ່ຂອງຕົນເອງດີຂຶ້ນ ເທື່ອລະກ້າວ ດ້ວຍການທໍາການ ຜະລິດ, ປູກຝັງ-ລ້ຽງສັດ, ຄ້າຂາຍ, ເຮັດທຸລະກິດ, ການບໍລິການ ແລະ ອື່ນໆ ເຮັດໃຫ້ຄອບຄົວທຸກຍາກ ຫລຸດລົງເທື່ອລະກ້າວ. ທ່ານ ຄໍາພອຍ ຮຸ່ງບຸນຍວງ ຍັງ ໃຫ້ຮູ້ອີກວ່າ: ນັບແຕ່ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງ ຕັ້ງຂຶ້ນໃນປີ 1955 ພັກໄດ້ສຸມ ໃສນໍາພາ 4 ໜ້າທີ່ໃຫຍ່ສໍາຄັນຄື: ນໍາພາປະຊາຊົນລາວບັນດາເຜົ່າ ລຸກຂຶ້ນຕໍ່ສູ້ຕ້ານກັບຈັກກະພັດລ່າ ເມືອງແບບເກົ່າ ແລະ ສັງຄົມອັນ ເໜົ່າເປື່ອຍ ໂດຍສະເພາະ ພັກໄດ້ ກໍານົດໂຄງການການເມືອງ ຄັ້ງ ທີ 1 ຂຶ້ນ ເພື່ອເປັນແນວທາງ, ຍຸດ ທະສາດອັນຖືກຕ້ອງໃນການນໍາ ພາການປະຕິວັດຊາດຈົນສາມາດ ເຮັດສໍາເລັດໜ້າທີ່ຍາດເອົາເອກະ ລາດມາໃຫ້ປະຊາຊົນບັນດາເຜົ່າ ແລະ ປະເທດຊາດ; ພັກໄດ້ສືບຕໍ່ ນໍາພາປະຊາຊົນບັນດາເຜົ່າໃນທົ່ວ ປະເທດ ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດ ຜູ້ຮຸກແບບໃໝ່ທີ່ເຂັ້ມແຂງ ຈົນສາ ມາດນໍາພາການປະຕິວັດຊາດ ປະ ຊາທິປະໄຕປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແບບບົວບໍ່ຊ້ານໍ້າ ບໍ່ຂຸ່ນ (ບໍ່ມີການສູນເສຍຊີວີດ ເລືອດເນື້ອ) ເຊິ່ງບໍ່ມີປະເທດໃດ ໃນໂລກເຮັດໄດ້ ແລະ ປະກາດເປັນ ປະເທດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ນໍາເອົາເອກະ ລາດ, ປະຊາທິປະໄຕ, ຜືນແຜ່ນດິນ ອັນຄົບຖ້ວນ ໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ. ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ພັກໄດ້ສຸມ ໃສ່ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະການສຸມໃສ່ນໍາພາ ປັບປຸງປົວແປງຮໍາບາດແຜສົງ ຄາມ ທີ່ແກ່ຍາວຍືດເຍື້ອມານານ ຫລາຍສິບປີ, ຈາກນັ້ນ ເຫັນໄດ້ ສະພາບຄວາມຫຍຸ້ງຍາກຂອງ ປະເທດຊາດໃນເວລານັ້ນ ບວກ ໃສ່ສະພາບການຫັນປ່ຽນຂອງ ໂລກ ແລະ ພາກພື້ນ ເພື່ອປົກ ປັກຮັກສາໝາກຜົນຂອງການ ປະຕິວັດ, ນໍາພາສ້າງສາພັດທະນາ ປະເທດໃຫ້ຈະເລີນຮຸ່ງເຮືອງສີວິໄລ ພັກໄດ້ສຸມໃສ່ນໍາພາປ່ຽນແປງໃໝ່ ໃນປີ 1986 ໂດຍໄດ້ກໍານົດແນວ ທາງປ່ຽນແປງໃໝ່ຮອບດ້ານ ທີ່ ມີຫລັກການຂອງພັກ ຖືກຕ້ອງ, ສອດຄ່ອງກັບສະພາບຈຸດພິເສດ ຂອງປະເທດ. ດ້ວຍການນໍາພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ ສາມາດບັນລຸໄດ້ຜົນງານ ອັນໃຫຍ່ຫລວງໃນການພັດທະນາ ປະເທດ, ເຮັດໃຫ້ປະເທດຊາດຂອງ ພວກເຮົາ ໄດ້ຮັບການພັດທະນາ ນັບມື້ນັບເຕີບໃຫຍ່ເຂັ້ມແຂງກ້າວ ຂຶ້ນໄປຢ່າງໜັກແໜ້ນ, ນໍາເອົາຜົນ ປະໂຫຍດອັນໃຫຍ່ຫລວງ, ຄວາມ ຢູ່ດີກິນດີມາໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງດີ ຂຶ້ນເປັນລໍາດັບ, ເສດຖະກິດຂອງ ປະເທດຂະຫຍາຍຕົວຢ່າງໝັ້ນ ທ່ຽງ, ມີສະຖຽນລະພາບດ້ານການ ເມືອງໜັກແໜ້ນ, ສັງຄົມມີຄວາມ ສະຫງົບເປັນລະບຽບຮຽບຮ້ອຍ ດີ, ດ້ານວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາເຕີບໃຫຍ່ ເຂັ້ມແຂງ ໂດຍສະເພາະການຍົກ ລະດັບຄຸນນະພາບການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ສີມື ແຮງງານ, ມູນເຊື້ອ ແລະ ຄຸນຄ່າ ວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ, ອໍາ ນາດການປົກຄອງ, ກົງຈັກການ ຈັດຕັ້ງທຸກຂັ້ນໄດ້ຮັບການບູລະນະ, ປັບປຸງສອດຄ່ອງ, ໜັກແໜ້ນ ແລະ ເຂັ້ມແຂງ. ຂ່າວ-ພາບ: ຂັນໄຊ ພາຍໃຕ້ການນຳພາ... ຕໍ່າ‹ໜ້າ

RkJQdWJsaXNoZXIy MTc3MTYxMQ==