lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/03/2025 xtgmf]k; ສະໜອງທຶນ... ກະຊວງພາຍໃນ ສະເໜີ... ຂປລ. ຄະນະກໍາມະການໂພຊະ ນາການແຫ່ງຊາດ ແລະ ຄູ່ຮ່ວມ ພັດທະນາສາກົນ ເປັນຕົ້ນ ສະຫະ ພາບເອີລົບ, ທະນາຄານໂລກ, ທະ ນາຄານພັດທະນາອາຊີ, ເຄືອຂ່າຍ ອົງການຈັດຕັ້ງທາງສັງຄົມ ເພື່ອ ສົ່ງເສີມໂພຊະນາການ, ອົງການ ສະຫະປະຊາຊາດສໍາລັບເດັກ, ອັງການແຄຣ, ອົງການອາດຣາ, ອົງການອາຫານໂລກ, ກະຊວງ ກ່ຽວຂ້ອງ, ອົງການຈັດຕັ້ງມະຫາ ຊົນ, ສະຖາບັນການສຶກສາ ແລະ ຕົວແທນເຄືອຂ່າຍພາກເອກະຊົນ ຈັດກອງປະຊຸມແຫ່ງຊາດ ດ້ານໂພ ຊະນາການຄັ້ງທີ X ໃນວັນທິ 18 ມີນາ 2025 ຢູ່ນະຄອນຫລວງ ວຽງຈັນ. ພາຍໃຕ້ຫົວຂໍ້ “ສະໜອງ ທຶນໃຫ້ວຽກງານໂພຊະນາການ ໂດຍອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິ ບັດຢ່າງເລັ່ງລັດ” ພາຍໃຕ້ການ ເປັນປະທານຂອງ ທ່ານ ກິແກ້ວ ໄຂ ຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະ ກໍາມະການແຫ່ງຊາດ ດ້ານໂພຊະ ນາການ ເຊິ່ງກອງປະຊຸມໄດ້ເນັ້ນ ໜັກເຖິງຄວາມສໍາຄັນ ຂອງການ ລົງທຶນສໍາລັບໂພຊະນາການ ແລະ ການຮ່ວມມື ເພື່ອແກ້ໄຂບັນຫາໂພ ຊະນາການໃນປະເທດ. ໂອກາດນີ້, ທ່ານ ກິແກ້ວ ໄຂ ຄໍາພິທູນ ໄດ້ມີຄຳເຫັນ ແລະ ເນັ້ນ ໃຫ້ເອົາໃຈໃສ່ບາງວຽກງານທີ່ ສຳຄັນໃນກອງປະຊຸມດ້ານໂພຊະ ນາການແຫ່ງຊາດ ຄັ້ງທີ 10 ແລະ ກອງປະຊຸມຄະນະກໍາມະການ ແຫ່ງຊາດດ້ານໂພຊະນາການ ປະ ຈໍາປີ 2024 ເລັງໃສ່ການສະໜອງ ທຶນໃສ່ວຽກງານໂພຊະນາການ ເພື່ອຮີບຮ້ອນໃຫ້ມີການຈັດຕັ້ງປະຕິ ບັດແບບເລັ່ງລັດ ໃນໄລຍະສຸດທ້າຍ ຂອງການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ກໍຄື ແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການ 2020-2025 ແນໃສ່ໃຫ້ບັນລຸຄາດໝາຍດ້ານໂພ ຊະນາການ ໂດຍສະເພາະໃຫ້ອັດຕາ ເດັກຂາດອາຫານປະເພດລວງສູງ ບໍ່ໄດ້ມາດຕະຖານ ຫລຸດລົງ ເປັນ 1 ໃນ 4 ໃນປີ 2030 ຄື: ສືບຕໍ່ ເອົາວຽກໂພຊະນາການເຊື່ອມເຂົ້າ ໃນແຜນການພັດທະນາເສດຖະກິດ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ແລະ ລະບົບລາຍງານຕິດຕາມ ປະເມີນຜົນຂອງຊາດ; ໃຫ້ແຕ່ລະ ຂະແໜງການນຳເອົາບັນດາກຸ່ມ ກິດຈະກຳ ທີ່ນອນຢູ່ໃນແຜນປະຕິ ບັດງານແຫ່ງຊາດ ດ້ານໂພຊະນາ ການ ເຊື່ອມເຂົ້າໃນແຜນພັດທະນາ 5 ປີ ແລະ ຈັດເຂົ້າເປັນແຜນບຸລິມະ ສິດ ປະຈໍາປີ 2025 ແລະ ເຊື່ອມ ເຂົ້າໃນກອບລະບົບລາຍງານຂອງ ແຕ່ລະຂະແໜງການ ແຕ່ສູນກາງ ຮອດທ້ອງຖິ່ນ; ສູ້ຊົນເພີ່ມທະວີການ ສະໜອງດ້ານງົບປະມານ ເພື່ອໃຫ້ ໄດ້ຈັດຕັ້ງປະຕິບັດ ແລະ ການສັງ ຮວມລາຍງານດ້ານການເງິນ ທີ່ ສະໜອງໃນວຽກໂພຊະນາການ ໃນແຕ່ລະຂະແໜງການ; ເພີ່ມທະ ວີການຮ່ວມມື ປະສານງານກັບຄູ່ ຮ່ວມພັດທະນາ, ຜູ້ໃຫ້ທຶນ, ອົງການ ຈັດຕັ້ງສາກົນ, ອົງການຈັດຕັ້ງສັງ ຄົມ ແລະ ການມີສ່ວນຮ່ວມຂອງ ພາກເອກະຊົນ ເພື່ອລະດົມທຶນ ໃນ ການສະໜັບສະໜູນວຽກງານໂພ ຊະນາການ; ສືບຕໍ່ປັບປຸງຄະນະ ກຳມະການໂພຊະນາການຂັ້ນ ແຂວງ ແລະ ເມືອງ ຕາມຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບ ປັບປຸງ ເລກທີ 155 ແລະ ປັບປຸງ ຈຸດປະສານງານແຕ່ລະຂະແໜງ ການ ເພື່ອໃຫ້ມີຄວາມຄ່ອງໂຕ ແລະ ຟົດຟຶ້ນຢ່າງຕໍ່ເນື່ອງ ພ້ອມ ທັງໃຫ້ມີການເຄື່ອນໄຫວຢ່າງເປັນ ປົກກະຕິ; ສ້າງຄວາມເຂັ້ມແຂງໃຫ້ ລະບົບການຜະລິດ ແລະ ຄວາມໝັ້ນ ຄົງດ້ານສະບຽງອາຫານ ເພື່ອສຸຂະ ພາບແບບຍືນຍົງ, ພ້ອມທັງສ້າງ ຄວາມເຂັ້ມແຂງລະບົບບໍລິການ ດ້ານໂພຊະນາການ; ເຮັດການເຝົ້າ ລະວັງທາງດ້ານໂພຊະນາການ ຢ່າງເປັນປົກກະຕິ ໄປຄຽງຄູ່ກັບ ການຄົ້ນຄວ້າ ແລະ ນຳໃຊ້ບັນດາ ຂໍ້ມູນຫລັກຖານໃໝ່ເຂົ້າໃນການ ວາງແຜນແກ້ໄຂບັນຫາໃຫ້ຖຶກ ຈຸດ ແນໃສ່ເຮັດໃຫ້ການລົງທຶນ ໄດ້ຮັບປະສິດທິຜົນສູງສຸດ; ທຸກ ພາກສ່ວນໃຫ້ການສະໜັບສະໜູນ ການສະໜອງ ແລະ ຈັດສັນທຶນໃສ່ ໃນການຮີບຮ້ອນ ເລັ່ງລັດຈັດຕັ້ງ ປະຕິບັດວຽກງານໂພຊະນາການ ພ້ອມທັງມີການຕິດຕາມ, ຊຸກຍູ້, ປະເມີນຜົນຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ພ້ອມທັງມີການສະຫລຸບ ລາຍງານເປັນແຕ່ລະໄລຍະ. ທ່ານ ອາເລັກຊານເດີ ເຄຣເມີ ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ໂພ ຊະນາການທີ່ພຽງພໍ ແມ່ນມີຄວາມ ຈຳເປັນຕໍ່ການຈະເລີນເຕີບໂຕ, ຄວາມສະຫລາດ ແລະ ລະດັບລາຍ ຮັບໃນອະນາຄົດຂອງເດັກ. ແຕ່ໜ້າ ເສຍດາຍ, ປະເທດລາວຍັງຜະເຊີນ ກັບອັດຕາການຂາດສານອາຫານ ໃນໄວເດັກທີ່ສູງຫລາຍ ແລະ ກັບມາ ມີອັດຕາທີ່ສູງກວ່າແຕ່ກ່ອນ. ເພື່ອ ໃຫ້ສາມາດກັບມາສືບຕໍ່ຫລຸດຜ່ອນ ອັດຕາການຂາດໂພຊະນາການໄດ້ ມັນຈໍາເປັນຕ້ອງມີບຸກຄະລາກອນ ດ້ານສາທາລະນະສຸກ ທີ່ໄດ້ຮັບ ການຝຶກອົບຮົມຫລາຍຂຶ້ນ, ມີການ ສະໜອງເງິນສົດໂດຍມີເງື່ອນໄຂ ເພື່ອໃຫ້ເດັກໄດ້ຮັບສານອາຫານ ແລະ ໂພຊະນາການທີ່ພຽງພໍ, ພ້ອມ ທັງມີການລົງທຶນໃສ່ການສະໜອງ ນໍ້າສະອາດ. ທະນາຄານໂລກ ແລະ ບັນດາຄູ່ຮ່ວມງານ ຈະສືບຕໍ່ສະໜັບ ສະໜູນລັດຖະບານລາວ ໃນການ ລົງທຶນໃສ່ວຽກງານທີ່ຕິດພັນກັບ ໂພຊະນາການ ເຊິ່ງຮຽກໃຫ້ໃຫ້ ລັດຖະບານ ຕ້ອງໄດ້ເພີ່ມການຈັດ ສັນງົບປະມານພາກລັດເຂົ້າໃນ ວຽກງານດັ່ງກ່າວຢ່າງຮີບດ່ວນ ເພື່ອຮັດແຄບຊ່ອງຫວ່າງໃນການ ສະໜອງທຶນ. ທ່ານ ບິລາລ ໂອແຣັງ ເຊັບ ດູ ຣານິ, ຜູ້ຕາງໜ້າອົງການສະຫະປະ ຊາດສໍາລັບເດັກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ຕ້ອງມີຍຸດທະສາດ ການລົງທຶນ ແລະ ສະໜັບສະໜູນ ດ້ານງົບປະມານທີ່ຍືນຍົງ ຈຶ່ງຈະ ຮັບປະກັນໄດ້ວ່າ ເດັກນ້ອຍທຸກໆ ຄົນ ຈະໄດ້ຮັບໂພຊະນາການທີ່ ພຽງພໍຕາມຄວາມຕ້ອງການຂອງ ພວກເຂົາ ໂດຍສະເພາະແມ່ນ ໄລຍະ 1.000 ວັນທໍາອິດຂອງ ຊີວິດ ແລະ ແມ່ເອງກໍຕ້ອງໄດ້ຮັບ ການສະໜັບສະໜູນໃນການຊ່ວຍ ເບິ່ງແຍງດູແລລູກຂອງພວກເຂົາ. ບໍລິຫານລັດໃນດ້ານຕ່າງໆ ຂອງ ອົງການປົກຄອງແຕ່ລະຂັ້ນ ໄດ້ ຮັບຜົນສໍາເລັດເປັນຢ່າງດີໂດຍ ພື້ນຖານ. ພາຍຫລັງທີ່ມີທິດຊີ້ນໍາໃນ ການປັບປຸງກົດໝາຍວ່າດ້ວຍການ ປົກຄອງທ້ອງຖິ່ນ, ກະຊວງພາຍໃນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໄດ້ສ້າງແຜນການເຄື່ອນໄຫວປັບ ປຸງກົດໝາຍດັ່ງກ່າວ ໂດຍໄດ້ລົງ ເລິກສຸມໃສ່ຄົ້ນຄວ້າແຕ່ລະບັນຫາ ທີ່ຕິດພັນ ເຊິ່ງຮ່າງກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ ສະບັບ ປັບປຸງ ປີ 2025 ມີທັງໝົດ 8 ພາກ, 21 ໝວດ, 81 ມາດຕາ. ໃນນີ້, ເພີ່ມເຂົ້າໃໝ່ 16 ມາດຕາ, ປັບປຸງ 62 ມາດຕາ ແລະ ບໍ່ໄດ້ປັບປຸງ 3 ມາດຕາ. ພາຍຫລັງ ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບ ປັບປຸງ ປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງ ອັນສໍາຄັນໃຫ້ແກ່ອົງການປົກຄອງ ທ້ອງຖິ່ນ ໃນການປັບປຸງຂັ້ນການ ປົກຄອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນ ໄຂຕົວຈິງ ໃນແຕ່ລະທ້ອງຖິ່ນ ໂດຍ ສະເພາະການສ້າງຕາແສງ ເປັນ ການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອ ອໍານວຍໃຫ້ບ້ານເປັນຫົວໜ່ວຍ ບໍລິຫານຊຸມຊົນຢ່າງແທ້ຈິງ; ເປັນ ບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງໃນການປັບ ປຸງກົດໝາຍ ແລະ ນິຕິກຳລຸ່ມກົດ ໝາຍ ໃຫ້ສອດຄ່ອງຕາມແນວທາງ ນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການແບ່ງຄວາມຮັບຜິດ ຊອບ, ແບ່ງຂັ້ນຄຸ້ມຄອງໃຫ້ອົງການ ປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ ແທດເຖິງ; ຮັບປະກັນບົດບາດການ ນໍາພາຂອງພັກຢ່າງໜັກແໜ້ນ, ເຮັດໃຫ້ການນໍາພາຂອງພັກຢັ່ງ ເລິກ-ເຖິງຫົວໜ່ວຍຮາກຖານຂອງ ປະເທດ; ສ້າງໃຫ້ເປັນກົງຈັກການ ປົກຄອງທີ່ຕິດແທດກິ້ງເກືອກລີ ເລືອ, ເປັນທີ່ເພິ່ງຂອງປະຊາຊົນ ບັນດາເຜົ່າ; ສາມາດນໍາເອົາແນວ ທາງນະໂຍບາຍ, ການບໍລິການ ຂອງລັດຍັບເຂົ້າເຖິງປະຊາຊົນ ໄດ້ຢ່າງທົ່ວເຖິງ; ຍົກລະດັບການ ປົກຄອງດ້ວຍລັດດ້ວຍກົດໝາຍ ໃຫ້ໜັກແໜ້ນຍິ່ງຂຶ້ນ ຕາມຈຸດພິເສດ ແລະ ເງື່ອນໄຂຂອງ ສປປ ລາວ ເພື່ອສ້າງເງື່ອນໄຂໃຫ້ທ້ອງຖິ່ນນັບ ມື້ນັບມີຄວາມເຂັ້ມແຂງ, ມີການ ພັດທະນາ ເຊິ່ງເປັນປັດໄຈສໍາຄັນ ຕົ້ນຕໍ ໃຫ້ກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ກໍຄື ການສ້າງຄວາມຢູ່ດີກິນດີ ແຕ່ ຮາກຖານຂຶ້ນມາ ເພື່ອກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ພາຍໃຕ້ການຊີ້ນຳ... ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນໃນວັນທີ 18 ມີນາ 2025 ນີ້ວ່າ: ການກຳເນີດຂອງ ພັກປະຊາຊົນປະຕິວັດລາວພ້ອມ ກັບໂຄງການການເມືອງ ຊຶ່ງເປັນ ຄັນທຸງເພື່ອກຳນົດແນວທາງ ແລະ ບາດກ້າວເດີນຂອງການປະຕິວັດ ໃນແຕ່ລະໄລຍະຂອງການປະຕິວັດ ລາວນັ້ນ ແມ່ນເປັນຂີດໝາຍແຫ່ງ ການຂະຫຍາຍຕົວຢ່າງກະໂດດ ຂັ້ນ ແລະ ເປັນບາດລ້ຽວອັນຍິ່ງ ໃຫຍ່ໃນປະຫວັດສາດຂອງການ ປະຕິວັດລາວ, ດ້ານແນວທາງການ ເມືອງ ແລະ ການຈັດຕັ້ງນໍາພາ. ພັກເຮົາຖືເອົາວຽກງານກໍ່ສ້າງ ພື້ນຖານໂຄງລ່າງ ເປັນຂະແໜງ ເສດຖະກິດ ໂດຍສະເພາະການ ຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ ໜຶ່ງ, ພັກໄດ້ຊີ້ນໍາ, ແຜນການແບ່ງ ງານໃຫ້ທ້ອງຖິ່ນ ແລະ ຮາກຖານ ສົມທົບກັບສູນກາງ, ສູ້ຊົນກໍ່ສ້າງ ລະບົບເສັ້ນທາງທາງບົກປະເພດ ຕ່າງໆ, ເຮັດໃຫ້ການຄົມມະນາຄົມ ລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ ເມືອງ, ແຂວງຕໍ່ແຂວງ ເຊື່ອມຈອດ ກັນ ແລະ ທະລຸໂລ່ງໃນທົ່ວປະເທດ. ທ່ານລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ ຍັງໃຫ້ຮູ້ອີກ ວ່າ: ໃນສະພາບການໃໝ່ພັກເຮົາໄດ້ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງການນໍາພາອັນສະຫລາດ ສ່ອງໃສ, ເປັນເຈົ້າຕົນເອງ ແລະ ປະ ດິດສ້າງຂອງຕົນ ເພື່ອນໍາພາພະລະ ກິດປົກປັກຮັກສາ ແລະ ສ້າງສ້າງ ປະເທດຊາດ, ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ໃຫ້ສົມ ບູນຍິ່ງໆຂຶ້ນ ແລະ ກ້າວສູ່ຈຸດໝາຍ ສັງຄົມນິຍົມເທື່ອລະກ້າວຢ່າງ ໜັກແໜ້ນ, ພັກປະຊາຊົນປະຕິວັດ ລາວ ໃນປັດຈຸບັນເປັນບາດລ້ຽວ ປະຫວັດສາດ ຕັດສິນໄຊຊະນະຂອງ ການປະຕິວັດລາວ ໄດ້ນໍາພາວຽກ ງານຂອງ ຍທຂ ແລະ ຜົນງານອັນ ພົ້ນເດັ່ນ ໂດຍສະເພາະໃນໄລຍະ ຜັນຂະຫຍາຍມະຕິ XI ຂອງພັກ, ພັກເຮົາຖືເອົາ ການຄົມມະນາຄົມ ຂົນສົ່ງເປັນປາຍແຫລມ ເພື່ອຊຸກຍູ້ ການຜະລິດໃຫ້ຂະຫຍາຍຕົວ, ບົນ ພື້ນຖານດັ່ງກ່າວນັ້ນລັດຖະບານ ກໍຄື ກະຊວງ ຍທຂ ໄດ້ສຸມໃສ່ພັດ ທະນາໂຄງລ່າງພື້ນຖານຕ່າງໆ ໃຫ້ ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີບາດກ້າວຂະຫຍາຍ ຕົວ ກ້າວກະໂດດເຊັ່ນ: ການສ້າງທາງ ດ່ວນ, ທາງລົດໄຟ ແລະ ອື່ນໆ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ການ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂໃຫ້ ແກ່ການເຂົ້າເຖິງຕະຫລາດພາກ ພື້ນ ແລະ ສາກົນ, ສ້າງເງື່ອນໄຂສະ ດວກໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ການດໍາລົງຊີວິດ ຂອງປະຊາຊົນ. ໃນນັ້ນ, ມີທາງປູ ເບຕົງ, ທາງປູອັດສະຟານ, ທາງປູ ຢາງ, ທາງປູແຮ່ ແລະ ທາງປູດິນ ທຳມະຊາດ, ມີຂົວທັງໝົດ 12.723 ຂົວ, ທຽບໃສ່ປີ 1986 ເພີ່ມຂຶ້ນ 12.624 ຂົວ. ໃນນີ້, ມີທາງປູຢາງ ທີ່ໄປເຖິງທຸກເທສະບານແຂວງ, ມີ ເສັ້ນທາງປູຢາງ ແລະ ເສັ້ນທາງ ດິນແດງທຽວໄດ້ສອງລະດູເຂົ້າເຖິງ 148 ເມືອງໃນຂອບເຂດທົ່ວປະ ເທດ, ຕາໜ່າງເສັ້ນທາງສາມາດ ໄປເຖິງທຸກແຂວງ, ທຸກເມືອງໃນ ທົ່ວປະເທດໃນນັ້ນມີ 147 ເມືອງ, ທີ່ມີເສັ້ນທາງປູຢາງເຂົ້າເຖິງ, ຈາກ ທັງໝົດ 148 ເມືອງ. ນອກຈາກ ນັ້ນ, ຍັງໄດ້ເອົາໃຈໃສ່ພັດທະນາ ບັນດາຕາໜ່າງຄົມມະນາຄົມຂົນ ສົ່ງ ເຊື່ອມໂຍງເສັ້ນທາງພາຍໃນ ປະເທດກັບບັນດາປະເທດໃກ້ຄຽງ ຕາມແລວເສດຖະກິດໃນອະນຸພາກ ພື້ນໃຫ້ໄດ້ມາດຕະຖານສາກົນ, ໂດຍ ສາມາດຍົກລະດັບຕາໜ່າງເສັ້ນ ທາງຫລວງແຫ່ງຊາດ ທີ່ເປັນທາງ ຫລວງອາຊຽນ ເປັນຕົ້ນທາງ R3, ທາງ 2W, ທາງ 2E, ທາງ 13 ເໜືອ, ທາງ 13 ໃຕ້, ທາງເລກ 8, ທາງເລກ 9, ທາງເລກ 12, ທາງ ເລກ 18B, ອັນພົ້ນເດັ່ນໄດ້ສໍາເລັດ ການກໍ່ສ້າງ ແລະ ເປີດການນໍາໃຊ້ ທາງດ່ວນນະຄອນຫລວງວຽງ ຈັນ-ວັງວຽງ, ເປີດການນໍາໃຊ້ເສັ້ນ ທາງລົດໄຟລາວ-ຈີນ. ສະເພາະ ການບໍລິການດ້ານຄົມມະນາຄົມ ຂົນສົ່ງທັງໂດຍສານ ແລະ ສິນຄ້າ ເຫັນວ່າມີການຂະຫຍາຍຕົວຢ່າງ ແຂງແຮງ ພາຍຫລັງທີ່ໄດ້ເປີດນໍາ ໃຊ້ທາງລົດ ໄຟລາວ-ຈີນ ຢ່າງເປັນ ທາງການ, ສະເພາະທາງລົດໄຟ ລາວ-ຈີນ ການຂົນສົ່ງຜູ້ໂດຍສານ ນັບແຕ່ມື້ເປີດ- ເດືອນມັງກອນ 2025 ໄດ້ 8,2 ກວ່າລ້ານເທື່ອ ຄົນ, ການຂົນສົ່ງສິນຄ້າໄດ້ 11,62 ກວ່າລ້ານໂຕນ. ນອກນັ້ນ, ສາມາດ ສ້າງລາຍຮັບໄດ້ຈາກການເກັບຄ່າ ບິນຜ່ານນ່ານຟ້າ ມີເຮືອບິນຜ່ານ ຈໍານວນ 2,8 ລ້ານກວ່າຖ້ຽວບິນ, ສາມາດສ້າງລາຍຮັບໃຫ້ປະເທດ ຊາດໄດ້ທັງໝົດ 723,59 ກວ່າ ລ້ານໂດລາ. ຂ່າວ-ພາບ: ຂັນໄຊ ຄະນະພັກກະຊວງ, ລັດຖະມົນຕີ ກະຊວງພາຍໃນ, ມີຄະນະພັກ, ຄະນະນຳ, ພະນັກງານອາວຸໂສບໍາ ນານ,ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານທົ່ວກະຊວງ ພາຍໃນ ເຂົ້າຮ່ວມ. ສໍາລັບພະນັກງານທີ່ໄດ້ຮັບ ຫລຽນກາລະນຶກ 70 ປີ ມີທັງໝົດ 28 ທ່ານ, ພ້ອມທັງ ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2024 ຈໍານວນ 14 ໜ່ວຍພັກ ແລະ ຍັງໄດ້ມີການມອບ ໃບຍ້ອງຍໍ ໃຫ້ພະນັກງານ-ລັດຖະ ກອນດີເດັ່ນ ປະຈໍາປີ 2024. ໃນ ນັ້ນ, ມີພະນັກງານທີ່ໄດ້ຮັບໃບ ຍ້ອງຍໍປະເພດ 1 ຈໍານວນ 201 ທ່ານ, ຍິງ 82 ທ່ານ, ຍ້ອງຍໍປະເພດ 2 ຈໍານວນ 116 ທ່ານ, ຍິງ 54 ທ່ານ ແລະ ໃບຍ້ອງຍໍປະເພດ 3 ຈໍາ ນວນ 6 ທ່ານ, ຍິງ 2 ທ່ານ. ໂອກາດນີ້, ທ່ານ ວິໄລວົງ ບຸດ ດາຄໍາ ກໍໄດ້ມີຄໍາເຫັນວ່າ: ການປະ ດັບຫລຽນໃນຄັ້ງນີ້, ເປັນການສະ ແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫລວງ ຂອງບັນດາສະຫາຍ ທີີ່ໄດ້ອຸທິດ ເລືອດເນື້ອເຫືີ່ອແຮງ, ສະຕິປັນຍາ ໃຫ້ແກ່ພາລະກິດຕໍໍ່ສູ້ປົດປ່ອຍ ປະ ເທດຊາດ ແລະ ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ເປັນການຍ້ອງຍໍສັນລະ ເສີນ, ເປັນຄວາມທະນົງໃຈຂອງ ພັກ, ລັດຖະບານ ແລະ ປະຊາຊົນ ລາວບັນດາເຜົົ່າທີີ່ມີຕໍໍ່ບັນດາສະ ຫາຍ. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍບັນດາໜ່ວຍ ພັກ ກໍຄື ພະນັກງານ-ລັດຖະກອນ ທີ່ ໄດ້ຮັບການຍ້ອງຍໍໃນຄັ້ງນີ້. ຫລຽນ ກາລະນຶກ, ໃບຢັ້ງຢືນໜ່ວຍພັກ ປອດໃສ ແລະ ໃບຍ້ອງຍໍ ໃນຄັ້ງນີ້ ເປັນສິ່ງໜຶ່ງທີ່ສະແດງເຖິງນາມມະ ຍົດອັນລໍ້າຄ່າຂອງພັກ ແລະ ລັດ ທີ່ ໄດ້ມອບໃຫ້ກະຊວງ, ໜ່ວຍພັກ, ບັນດາກົມ, ພະນັກງານ-ລັດຖະ ກອນ ທີ່ມີຜົນງານອັນພົ້ນເດັ່ນ ໃນ ການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງການຈັດຕັ້ງ ພັກ ແລະ ບຸກຄົນໃນແຕ່ລະໄລຍະ ໂດຍສະເພາະແມ່ນການຈັດຕັ້ງຜັນ ຂະຫຍາຍແນວທາງນະໂຍບາຍ ຂອງພັກ, ບັນດາມະຕິ, ຄຳສັ່ງ, ຕ່າງໆຂອງພັກ ແລະ ກົດໝາຍ ຂອງລັດໄປພ້ອມກັບການປັບປຸງ ແບບແຜນວິທີເຮັດວຽກຂອງກະ ຊວງ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະ ກອນທຸກສະຫາຍ, ພ້ອມທັງສຸມ ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນ ການປະຕິບັດໜ້າທີ່ການເມືອງຂອງ ຕົນດ້ວຍຄວາມຮັບຜິດຊອບສູງ, ມີ ຫົວຄິດປະດິດສ້າງ, ມີຄວາມສາ ມັກຄີເປັນປຶກແຜ່ນ, ດ້ວຍຄວາມ ເປັນແບບຢ່າງນໍາໜ້າໃນທຸກດ້ານ ແລະ ພ້ອມພຽງກັນຈັດຕັ້ງປະຕິບັດ ໜ້າທີ່ວຽກງານຢ່າງຕັ້ງໜ້າ, ສຸດ ກົກສຸດປາຍ ແລະ ມີຜົນສໍາເລັດສູງ. ສືບຕໍ່ນໍາພາປະເທດຊາດ ຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດ ສອບຕ່າງໆ ສາມາດຍາດໄດ້ຜົນ ງານໃຫຍ່ຫລວງ, ມີຄວາມໝາຍ ປະຫວັດສາດ, ປະຕິບັດສອງໜ້າທີ່ ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີ ຜົນສໍາເລັດເປັນກ້າວໆ, ເຮັດໃຫ້ປະ ເທດເຮົາມີສະຖຽນລະພາບ ທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງການຫັນ ເປັນອຸດສາຫະກໍາ ແລະ ທັນສະໄໝ, ເພີ່ມທະວີຄວາມສາມາດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ເປີດກວ້າງການພົວພັນຮ່ວມມືກັບ ຕ່າງປະເທດ, ຍົກສູງບົດບາດຂອງ ປະເທດໃນເວທີສາກົນນັບມື້ສູງ ຂຶ້ນ, ປັບປຸງຄວາມເຊື່ອໜັ້ນຂອງ ປະຊາຊົນບັນດາເຜົ່າ ຕໍ່ກັບການ ນໍາພາ-ຊີ້ນໍາຂອງພັກ. ພັກເຮົາສົມ ແລ້ວທີ່ເປັນກໍາລັງຫລັກແຫລ່ງ ນໍາພາ ໃນທົ່ວລະບົບການເມືອງ ປະຊາທິປະໄຕປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ນອກຈາກການນໍາພາ-ຊີ້ນໍາອັນ ໜັກແໜ້ນຂອງພັກແລ້ວ ແມ່ນ ມາຈາກຄວາມພະຍາຍາມສູ້ຊົນ, ບາກບັ່ນຂອງທົ່ວກຳລັງປະກອບ ອາວຸດ, ທົ່ວປວງຊົນລາວທັງຊາດ, ໃນນັ້ນມີການປະກອບສ່ວນດ້ວຍ ການເສຍສະລະຊີວິດເລືອດເນື້ອ ເຫື່ອແຮງ, ສະຕິປັນຍາອັນສໍາຄັນ ຂອງຖັນແຖວພະນັກງານ-ສະມາ ຊິກພັກ, ນັກຮົບ ແລະ ຕະຫລອດ ຮອດປະຊາຊົນບັນດາເຜົ່າຊັ້ນຄົນ ຕ່າງໆ. ພວກເຮົາມີຄວາມເອກອ້າງ ທະນົງໃຈຕໍ່ທາດແທ້ອັນດີງາມ, ມູນ ເຊື້ອວິລະຊົນ ແລະ ປະຫວັດສາດ ອັນສະຫວ່າງສະໄຫວຂອງພັກ. ສະຫາຍ ພົທ ກົງທອງ ພົງວິ ຈິດ ຍັງໃຫ້ຮູ້ອີກວ່າ: ພາຍໃຕ້ການ ນຳພາຂອງພັກ ກຳລັງປ້ອງກັນ ຄວາມສະຫງົບໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງໃຫ້ເຕີບໃຫຍ່ ເຂັ້ມແຂງ, ມີແບບແຜນທັນສະໄໝ ສາມາດຍາດໄດ້ຜົນສຳເລັດຫລາຍ ດ້ານ ເປັນຕົ້ນກໍ່ສ້າງກໍາລັງປ້ອງກັນ ຄວາມສະຫງົບ ໃຫ້ໜັກແໜ້ນທາງ ດ້ານການເມືອງ-ແນວຄິດ; ກໍ່ສ້າງ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ ເຂັ້ມແຂງທາງດ້ານການຈັດຕັ້ງ; ກໍ່ສ້າງກໍາລັງປ້ອງກັນຄວາມສະ ຫງົບ ໃຫ້ມີຄວາມຮູ້-ຄວາມສາມາດ ທາງດ້ານວິຊາສະເພາະ ເຊິ່ງໃນໄລ ຍະຜ່ານມາ ພັກ-ລັດ ກໍຄື ກະຊວງ ປ້ອງກັນຄວາມສະຫງົບ ໄດ້ເອົາໃຈ ໃສ່ບໍາລຸງ-ກໍ່ສ້າງກໍາລັງປ້ອງກັນ ຄວາມສະຫງົບຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຍຶດໝັ້ນການກໍ່ ສ້າງກໍາລັງປ້ອງກັນຄວາມສະຫງົບ ຢ່າງຮອບດ້ານ. ນອກຈາກນີ້, ພັກ ຍັງນໍາພາກໍາລັງພວກເຮົາ ເຮັດ ວຽກງານກໍ່ສ້າງຮາກຖານການ ເມືອງ, ຕິດພັນກັບວຽກງານພັດ ທະນາຊົນນະບົດ ເປັນວຽກງານ ຍຸດທະສາດຍາວນານ ທັງຖືເອົາປະ ຊາຊົນເປັນກົກເຫງົ້າພະລັງແຮງ, ເປັນບ່ອນອີງອັນແໜ້ນແກ່ນ ແລະ ເປັນພື້ນຖານສໍາຄັນໃນການຈັດ ຕັ້ງປະຕິບັດແນວທາງ, ແຜນນະໂຍ ບາຍ, ມະຕິ, ຄໍາສັ່ງຂອງພັກ-ລັດ ໄດ້ວາງອອກ. ສ່ວນການກໍ່ສ້າງກໍາ ລັງປ້ອງກັນຄວາມສະຫງົບ ໃຫ້ມີ ແບບແຜນການນໍາພາ ແລະ ວິທີ ການເຮັດວຽກທີ່ທັນສະໄໝ ເຊິ່ງພັກ ເດັດຂາດ, ໂດຍກົງ ແລະ ຮອບດ້ານ ຕໍ່ວຽກງານ ແລະ ກໍາລັງປ້ອງກັນ ຄວາມສະຫງົບ ແນໃສ່ເຮັດໃຫ້ ກໍາລັງປ້ອງກັນຄວາມສະຫງົບ ມີ ຄວາມເຕີບໃຫຍ່ເຂັ້ມແຂງດ້ວຍ ບາດກ້າວທີ່ໜັກແໜ້ນ, ຍຶດໝັ້ນ ຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມີການແບ່ງ ງານ, ແບ່ງຄວາມຮັບຜິດຊອບພາຍ ໃນຄະນະພັກ, ປະຕິບັດລະບອບ ປະຊຸມ ແລະ ປຶກສາຫາລືຕົກລົງບັນ ຫາສໍາຄັນ ເພື່ອກໍານົດເປັນມະຕິ, ມີ ກົນໄກປະສານງານ ລະຫວ່າງການ ນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະ ຂັ້ນ ໂດຍສະເພາະ ພາຍຫລັງສໍາ ເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ, ຄະນະພັກແຕ່ລະຂັ້ນໄດ້ນໍາພາ-ຊີ້ ນໍາ ແລະ ປັບປຸງລະບອບແບບແຜນ ນໍາພາ ແລະ ວິທີການເຮັດວຽກ ຕາມທິດຫັນເປັນທັນສະໄໝເທື່ອ ລະກ້າວ; ກໍານົດແຜນດໍາເນີນ ງານ, ແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງແຕ່ລະກົມ ກອງ-ທ້ອງຖິ່ນ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ແລະ ອື່ນໆ ຂ່າວ-ພາບ: ກິດຕາ ກະຊວງພາຍໃນ ຍ້ອງຍໍ... ພັກຍາມໃດ...
RkJQdWJsaXNoZXIy MTc3MTYxMQ==