6089

07 xtgmf]k; gsfdko{dkora fmtok a ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 30 vvd7A ';a omu 14 ,uok 2025 g]d * 38F & 38F $ 38F # 38F @ 38F ! 38mh kp 7 8 1 1 7 7 s;pok,la f 18 ___________ ແມວປ່າ 12 ___________ ມ້າ 27 ___________ ເຕົ່າ 34 ___________ ກວາງ lts^ kdra fmtok &/$& 13 41 31 01 34 ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ທ່ານ ສະຫວັນຄອນ ຣາຊະ ມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ພູວົງ ພະມີ ສິດ ປະທານຮ້ານຄຳພູວົງ ແລະ ເຈົ້າ ຂອງສວນພຶກສາ ເຄື່ອນໄຫວຢ້ຽມ ຢາມ ເບິ່ງເຮືອນຊົນເຜົ່າຊົງດັ້ງເດີມ ແລະ ວິຖີຊີວິດຂອງຊົນເຜົ່າປະໂກະ ທີ່ບ້ານຕັງໂກ ເມືອງສະໝ້ວຍ ແຂວງ ສາລະວັນ ໂດຍມີ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ແຂວງສາລະວັນ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງ, ອຳນາດ ການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ. ທ່ານ ພູວົງ ພະມີສິດ ໄດ້ກ່າວ ວ່າ: ຈຸດປະສົງຂອງການເຄື່ອນໄຫວ ໃນຄັ້ງນີ້ ກໍເພື່ອຢາກສົ່ງເສີມ, ອະນຸ ລັກຮັກສາວັດທະນະທຳ ຮີດຄອງ ປະເພນີອັນດີງາມຂອງເຜົ່າ ເພື່ອໂຄ ສະນາໃຫ້ແກ່ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໄດ້ມາທ່ຽວ ຊົມເບິ່ງວິຖີຊີວິດຂອງເຜົ່າ, ສີໄມ້ ລາຍມືໃນການຕຳແຜ່ນແພທີ່ເປັນ ເອກະລັກ, ການສານກະເຈາະ, ກະ ພາ, ກະດົ້ງຟັດເຂົ້າ, ຖັກຟອຍ ແລະ ອື່ນໆ ເຮັດໃຫ້ປະຊາຊົນຮູ້ໝູນໃຊ້ທ່າ ແຮງບົ່ມຊ້ອນທີ່ມີ ເພື່ອສ້າງລາຍ ຮັບໃຫ້ກັບຄອບຄົວ ໃຫ້ກຸ້ມຢູ່ກຸ້ມກິນ ພ້ອມກັນຫລຸດພົ້ນອອກຈາກຄວາມ ທຸກຍາກໄດ້ເທື່ອລະກ້າວ. ເມືອງສະໝ້ວຍມີ 51 ບ້ານ, 7 { -q ogzqj kxt3dt pa 'Ia dlkIu f7v'xtgrou c]t ;y 4u -u ;y f muj gxa ogvdt]a d0v'gzqj k vq '7totra dg,n v'9ervo w0dv'xt-5 ,.spj 7A 'mu IX ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງປະ ຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ຈຳພອນ ແຂວງສະຫວັນນະເຂດ ຄັ້ງທີ IX ໄຂຂຶ້ນໃນທ້າຍອາທິດ ຜ່ານມາ ຊຶ່ງເປັນເມືອງທີ 12 ຂອງ ແຂວງ ໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ ເລຂາພັກແຂວງ, ເຈົ້າແຂວງໆ ສະຫວັນນະເຂດ, ສະຫາຍ ບຸນຊູທຸ່ນ ຊົມພູ ວ່າການເລຂາພັກເມືອງ, ວ່າ ການເຈົ້າເມືອງໆຈຳພອນພ້ອມດ້ວຍ ການນຳພະແນກການ-ກົມກອງ ຈາກແຂວງ, ເມືອງ ແລະ ຜູ້ແທນ ສົມບູນ 195 ສະຫາຍ ຍິງ 21 ສະຫາຍ ເຂົ້າຮ່ວມ. ສະຫາຍ ດວງຈັນ ວຽງວິໄລ ຮອງເລຂາພັກເມືອງ ປະທານກວດ ກາພັກ-ລັດເມືອງຈຳພອນ ໄດ້ກ່າວ ວ່າ: ໃນໄລຍະ 5ປີຜ່ານມາ(20202024) ຜ່ານການຈັດຕັ້ງປະຕິບັດ ທົ່ວເມືອງ ສາມາດຮັບປະກັນໄດ້ ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ບັນຫາ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ພາຍໃນການຈັດຕັ້ງພັກ-ລັດ ໄດ້ຮັບ ການເອົາໃຈໃສ່ແກ້ໄຂຢ່າງຖືກຕ້ອງ ເໝາະສົມ, ການປັບປຸງພັກໃຫ້ປອດ ໃສ ເຂັ້ມແຂງ ໜັກແໜ້ນ ບັນລຸໄດ້ ໂດຍພື້ນຖານ, ການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໄດ້ຮັບການຍົກລະ ດັບດີຂຶ້ນກວ່າເກົ່າ, ດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໄດ້ນໍາພາ-ຊີ້ນໍາກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເຄື່ອນໄຫວກຳແໜ້ນສະພາບການ ຢ່າງຮອບດ້ານ, ນໍາເອົາແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຂອງ ພັກ ໄປຈັດຕັ້ງຜັນຂະຫຍາຍ ດ້ວຍ ການໂຄສະນາເຂົ້າສູ່ລວງເລິກ ຕິດ ພັນກັບການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ໃຫ້ກາຍເປັນໜ້າທີ່ຄວາມ ຮັບຜິດຊອບຂອງທຸກພາກສ່ວນໃນ ສັງຄົມ. ພ້ອມນີ້, ໄດ້ນຳພາສ້າງຄອບ ຄົວ-ບ້ານປ້ອງກັນຊາດເຂັ້ມແຂງໄດ້ 100 ບ້ານ, ເທົ່າກັບ 99% ຂອງ ບ້ານທັງໝົດ, ສ້າງບ້ານປ້ອມໝັ້ນສູ້ ຮົບຕິດລຽນ 2 ບ້ານ ແລະ ກຸ່ມບ້ານ ສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງ ຄອບຄົວ ແລະ ບ້ານປ້ອງກັນຄວາມ ສະຫງົບດີ 100 ບ້ານ, ເທົ່າກັບ 99%, ສ້າງບ້ານປອດຢາເສບຕິດ ໄດ້ 100 ບ້ານ, ເທົ່າກັບ 99%, ລື່ນ ຄາດໝາຍ 4% ຂອງແຜນ 5 ປີ. ດ້ານວຽກງານເສດຖະກິດ ໄດ້ ນໍາໃຊ້ທ່າແຮງບົ່ມຊ້ອນ ແລະ ກຳລັງ ແຮງຂອງທຸກພາກສ່ວນສັງຄົມ ເຂົ້າ ໃສ່ການພັດທະນາເສດຖະກິດ ໃຫ້ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍ ການສຸມໃສ່ແກ້ໄຂປັບປຸງລະບອບ, ລະບຽບການ, ກົນໄກຄຸ້ມຄອງ-ບໍລິ ຫານ, ລະບົບພື້ນຖານໂຄງລ່າງເພື່ອ ເອື້ອອໍານວຍໃຫ້ແກ່ການຜະລິດທຸລະກິດ ສາມາດເຮັດໃຫ້ເສດຖະ ກິດຂອງເມືອງຂະຫຍາຍຕົວ ແລະ ມີອັດຕາການເຕີບໂຕສະເລ່ຍໃນ ລະດັບ 5,49% ລວມຍອດຜະລິດ ຕະພັນພາຍໃນ ບັນລຸ 2.853,49 ຕື້ ກີບ, ສະເລ່ຍໃສ່ຫົວຄົນໄດ້ 23,30 ລ້ານກີບຕໍ່ຄົນຕໍ່ປີ ຫລື ເທົ່າກັບ 1.059 ໂດລາສະຫະລັດ, ໂຄງປະ ກອບທາງດ້ານເສດຖະກິດໄດ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນນີ້, ຂະແໜງກະສິກໍາ ກວມ 66,34%; ຂະແໜງອຸດສາຫະກໍາກວມ18,51% ແລະ ຂະແໜງການບໍລິການ ກວມ 15,15% ຂອງຈີດິພີ; ການເກັບ ລາຍຮັບງົບປະມານ ປະຕິບັດໄດ້ 31,58 ຕື້ກີບ ເທົ່າກັບ 100,53% ຂອງແຜນການ 5 ປີ ແລະ ການ ຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 16,81 ຕຶື້ກີບ ເທົ່າກັບ 99,95%. ພ້ອມນີ້, ສາມາດຜະລິດເຂົ້າ ເປືອກໄດ້ 607.843 ໂຕນ ທຽບໃສ່ 5 ປີ ເພີ່ມຂຶ້ນ 47.841 ໂຕນ, ເມືອງ ມີເຂົ້າໄວ້ເພື່ອບໍລິໂພກ 216.811,8 ໂຕນ, ແຮໄວ້ 121.568 ໂຕນ ແລະ ຂາຍເປັນສິນຄ້າ 269.463,77 ໂຕນ. ສຳລັບວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ໄດ້ຖືເປັນວຽກຍຸດທະສາດ ສຳຄັນ ເພື່ອແກ້ໄຂຊີວິດການເປັນ ຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ໂດຍຜັນ ຂະຫຍາຍຕາມດຳລັດ 348/ລບ ຜ່ານການຈັດຕັ້ງປະຕິບັດມາຮອດ ປັດຈຸບັນ ສາມາດດປະເມີນໄດ້ບ້ານ ພັດທະນາ 38 ບ້ານ, ມີຄອບຄົວ ພັດທະນາ 22.057 ຄອບຄົວ, ມີ ຄອບຄົວພົ້ນທຸກ 22.331 ຄອບຄົວ, ມີຄອບຄົວທີ່ບໍ່ທັນພົ້ນທຸກ 502 ຄອບຄົວ, ເທົ່າກັບ 2,20% ຂອງ ຄອບຄົວທົ່ວເມືອງ, ປະເມີນບ້ານ ໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນ ນະບົດໄດ້ 2 ບ້ານ, ເທົ່າກັບ 100% ຂອງແຜນການ5ປີ, ຕໍ່ກັບວຽກງານ ດັ່ງກ່າວນີ້, ຄະນະພັກເມືອງ ໄດ້ຫັນ ເອົາພະນັກງານ ແຕ່ລະຂະແໜງ ການລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານຈຸດສຸມແລະ ບ້ານຕ່າງໆຂອງ ເມືອງຈຳນວນ 25 ຄົນ ຍິງ 08 ຄົນ. ໃນກອງປະຊຸມ, ບັນດາຜູ້ແທນ ຈະ ໄດ້ປ່ອນບັດເລືອກຕັ້ງເອົາຄະນະ ບໍລິຫານງານພັກ ເມືອງຈຳພອນຊຸດ ໃໝ່ ແລະ ເລືອກເອົາຜູ້ແທນສົມບູນສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກ ແຂວງສະຫວັນນະ ເຂດ ຄັ້ງທີ X ຕື່ມອີກ. 18/03/2025 ຈຸດສຸມ, ມີພົນລະເມືອງ 20 ພັນ ກວ່າຄົນ ຍິງ 9 ພັນກວ່າຄົນ ໃນ ນັ້ນ, ຊົນເຜົ່າປະໂກະ ກວມ 98% ນອກນັ້ນແມ່ນຊົນເຜົ່າລາວລຸ່ມ, ເຊິ່ງ ປະຊາຊົນສ່ວນຫລາຍ ຍຶດຖືອາຊີບ ເຮັດສວນ ລ້ຽງສັດ ແລະ ຄ້າຂາຍ ເປັນອາຊີບສຳຮອງ. ສຳລັບບ້ານ ຕັງໂກ ເປັນບ້ານໜຶ່ງ ທີ່ເປັນຊົນເຜົ່າ ປະໂກະ ອາໄສຢູ່ ແລະ ເຂົາເຈົ້າກໍມີ ເອກະລັກ, ມີຮີດຄອງປະເພນີທີ່ດີ ງາມ ນັບແຕ່ການນຸ່ງຖື, ພາສາປາກ ເວົ້າ, ການດຳລົງຊີວິດຕ່າງໆ, ແຕ່ ສິ່ງສຳຄັນອີກດ້ານໜຶ່ງກໍແມ່ນມີ ເຮືອນຊົນເຜົ່າທີ່ຍັງເຫລືອໄວ້ເປັນ ເອກະລັກ ແລະ ເພື່ອເປັນການອະນຸ ລັກຮັກສາຮີດຄອງປະເພນີອັນດີ ງາມ ກໍຄືເຮືອນຊົນເຜົ່າແບບດັ້ງເດີມ ໄວ້ໃຫ້ຍາວນານ. ໃນໂອກາດດຽວກັນ ຄອບຄົວ ທ່ານ ພູວົງ ພະມີສິດ ໄດ້ມອບເງິນ ສົດຈຳນວນໜຶ່ງ ໃຫ້ອຳນາດການ ປົກຄອງບ້ານຕັງໂກ ເພື່ອປະກອບ ສ່ວນບູລະນະປັບປຸງເຮືອນຊົນເຜົ່າ ພ້ອມທັງຢ້ຽມຢາມເບິ່ງວິຖີຊີວິດ ຂອງປະຊາຊົນບ້ານດັ່ງກ່າວຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==