18/03/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d Ih kog0Q k-vp[+ cdh ; ,a f.9]6 d7h k fh ;p;a f45 fy [muj lq f.\j c]t vkskomuj c-[-h vp ໂດຍ: ມາລີດາີດ *ເມື່ອເວົ້າເຖິງອາຫານແລ້ວບໍ່ຈະ ຍຸກໃດ, ສະໄໝໃດອາຫານປະເພດ ເສັ້ນ ກໍ່ເປັນອີກໜຶ່ງເຍື່ອງທີ່ຄອງໃຈ ຜູ້ບໍລິໂພກ ເນື່ອງຈາກວ່າ ກິນງ່າຍ, ສະດວກ, ສະບາຍ ແລະ ວ່ອງໄວ ໃນເວລາຮີບດ່ວນ, ອີກຢ່າງໜຶ່ງກໍມີ ເສັ້ນຫລາຍແບບໃຫ້ເລືອກກິນຕາມ ຄວາມມັກຂອງແຕ່ລະຄົນ ບໍ່ວ່າຈະ ເປັນເສັ້ນເຝີ, ເຂົ້າປຽກ, ໝີ່, ເຂົ້າປຸ້ນ, ເສັ້ນເຂົ້າຊອຍ ແລະ ອື່ນໆ ອີກຢ່າງ ຫລວງຫລາຍ. ສະນັ້ນ, ຈື່ງຕອບໂຈດ ຄວາມຕ້ອງການຂອງຜູ້ບໍລິໂພກຈົນ ເຮັດໃຫ້ຮ້ານອາຫານປະເພດນີ້ ມີຢູ່ ທົ່ວທຸກເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະແຕ່ຢູ່ນະຄອນຫລວງ ວຽງຈັນ ກໍມີຮ້ານດັງໆຫລາຍຮ້ານ. ແຕ່ມື້ນີ້, ຄໍລໍາ“ສົ່ງເສີມທຸລະກິດ” ຈະພາບັນດາທ່ານ ມາຮູ້ຈັກຮ້ານເຂົ້າ ຊອຍບໍ່ແກ້ວຢູ່ບ້ານເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ຊຶ່ງຮ້ານນີ້ເປັນອີກຮ້ານໜຶ່ງທີ່ຄອງໃຈ ລູກຄ້າມາຍາວນານເພາະມີອາຫານ ຫລາກຫລາຍລາຍການໃຫ້ລູກຄ້າໄດ້ ເລືອກກິນບໍ່ວ່າຈະເປັນອາຫານຕາມ ສັ່ງ, ລາບ, ແກງ ແລະ ປະເພດເສັ້ນ, ແຕ່ລະລາຍການກໍແຊບຊ້ອຍແບບ ມີເອກະລັກ ແລະ ວັດຖຸດິບທີ່ສົດໃໝ່ ຍິ່ງເພີ່ມອັດທະລົດອາຫານໄດ້ເປັນ ຢ່າງດີຍັງບໍ່ພໍເທົ່ານີ້, ທາງຮ້ານຂອງ ເພິ່ນຍັງໃຫ້ບໍລິການແບບຄອບຄົວ ເປັນກັນເອງທີ່ສ້າງຄວາມປະທັບໃຈ ໃຫ້ລູກຄ້ານັ້ນເອງ. ທ່ານ ເກດ ດວງມະໂນ ເວົ້າ ສູ່ຟັງວ່າ: ກ່ອນຈະມາເຮັດອາຊີບ ນີ້ຕົນເອງເຄີຍເຮັດວຽກປະຈໍາ ມາເປັນເວລາຫລາຍປີແຕ່ລາຍ ຮັບຍັງບໍ່ພຽງພໍກັບລາຍຈ່າຍຈຶ່ງ ຕັດສິນໃຈອອກຈາກວຽກປະຈໍາ ແລ້ວມາສືບຕໍ່ທຸລະກິດຄອບຄົວ ເຮັດຮ້ານເຂົ້າຊອຍ ນໍາຜູ້ເປັນເມຍ ໃນໄລຍະປີ 2017 (ເພາະພື້ນຖານ ຄອບຄົວຂອງເມຍເຮັດອາຫານ ມາກ່ອນ); ເລີ່ມຕົ້ນກໍເປັນຮ້ານ ນ້ອຍແລ້ວຂະຫຍັບຂະຫຍາຍຂຶ້ນ ເລື້ອຍໆຕາມຄວາມຕ້ອງການຂອງ ລູກຄ້າທີ່ນັບມື້ເພີ່ມຂຶ້ນຍ້ອນລູກຄ້າ ທີ່ເຄີຍມາກິນແລ້ວມັກໃນລົດຊາດ ອາຫານ,ການບໍລິການ ແລະ ຄວາມ ສະອາດຂອງຮ້ານເຮົາ, ທີ່ສໍາຄັນ ແມ່ນມີຫລາກຫລາຍລາຍການໃຫ້ ເລືອກກິນຕາມຄວາມຕ້ອງການບໍ່ ວ່າຈະເປັນອາຫານປະເພດເສັ້ນກໍມີ ເຝີ,ເຂົ້າປຽກ, ລ້ອນ, ໄວໆ ແລະ ເຂົ້າ ຊອຍບໍ່ແກ້ວ, ເຂົ້າຊອຍໝູ, ໄກ່, ງົວ, ມີ 3 ລາຄາ ຄື ຖ້ວຍນ້ອຍ, ກາງ, ໃຫຍ່ . ສຳລັບຈຸດເດັ່ນເຂົ້າຊອຍ ຮ້ານພວກເຮົາແມ່ນຢູ່ທີ່ນໍ້າໜ້າເຂົ້າ ຊອຍ ເນື່ອງຈາກວ່າ ວັດຖຸດິບທີ່ນໍາ ມາເຮັດແມ່ນສັ່ງມາແຕ່ບໍ່ແກ້ວເລີຍ ຈຶ່ງເຮັດໃຫ້ໄດ້ລົດຊາດຕົ້ນສະບັບ ຈາກແຂວງບໍ່ແກ້ວ ເພາະການທີ່ ເຂົ້າຊອຍຈະແຊບນັ້ນ ສ່ວນປະກອບ ທີ່ສໍາຄັນຄືໝາກຖົ່ວເນົ່າຕ້ອງແຊບ ເມື່ອນຳມາຂົ້ວເຮັດໜ້າເຂົ້າຊອຍ ຈະໄດ້ກິ່ນຖົ່ວທີ່ຫອມ. ສະນັ້ນ, ຈຶ່ງ ສັ່ງຈາກແຂວງບໍ່ແກ້ວໂດຍກົງເພື່ອ ໃຫ້ໄດ້ນໍ້າໜ້າທີ່ແຊບຖືກໃຈລູກຄ້າ. ນອກນີ້ ພາຍໃນຮ້ານຍັງມີອາຫານ ປະເພດ ລາບງົວ, ແກງເພຍ, ແກງ ເກົາເຫລົາ,ເຂົ້າຂາໝູ,ເຂົ້າໝູກອບ ແລະ ກໍຍັງມີປະເພດນຳ້ດື່ມ, ນ້ຳ ແປບຊີ, ນຳ້ຫວານ ເຫລົ່ານີ້ເປັນ ຕົ້ນໄວ້ບໍລິການລູກຄ້າທີ່ຫລັ່ງໄຫລ ເຂົ້າມາແບບບໍ່ຂາດສາຍໃນແຕ່ລະ ມື້,ແຕ່ແນວໃດກໍດີການເຮັດທຸລະກິດ ຮ້ານອາຫານທຸກມື້ນີ້ກໍມີຂໍ້ຈໍາກັດ ຫລາຍໂດຍສະເພາະແມ່ນແຮງງານ ລາວທີ່ໄປເຮັດວຽກຢູ່ປະ ເທດ ເພື່ອນບ້ານຫລາຍເຮັດໃຫ້ຂາດ ແຮງງານພາຍໃນເວົ້າລວມ, ເວົ້າ ສະເພາະຮ້ານຂອງຕົນເອງກໍຂາດ ພະນັກງານຄືກັນ ເພາະປັດຈຸບັນ ບໍ່ມີ ພະນັກງານເລີຍ ມີແຕ່ສອງຜົວເມຍ ຊ່ວຍກັນ ຈຶ່ງຮັບລູກຄ້າໄດ້ປະມານ 100 ປາຍຖ້ວຍຕໍ່ມື້ເທົ່ານັ້ນເອງ. ສໍາລັບລາຄາອາຫານພາຍໃນຮ້ານ ແມ່ນເລີ່ມຕົ້ນ 40 ພັນກີບຂຶ້ນໄປ ລາຄານີ້ຖືວ່າແພງບໍ່ກະຢາກແພງ ຢູ່, ແຕ່ຖ້າທຽບໃສ່ເສດຖະກິດ ແລະ ການບໍລິການແລ້ວກໍຖືວ່າກຸ້ມຄ່າ ເນື່ອງຈາກວ່າຮ້ານເຮົາມີບໍລິການ ຜັກ, ເຄື່ອງດອງ ແລະ ສຸກກີແບບບຸບ ເຟໃຫ້ລູກຄ້າໄດ້ກິນຕາມໃຈມັກເລີຍ. ທ່ານ ເກດ ເວົ້າຕື່ມວ່າ: ພາຍ ຫລັງທີ່ຕັດສິນໃຈອອກຈາກການ ເປັນພະນັກງານແລ້ວຫັນມາເອົາດີ ໃນອາຊີບນີ້ ເວົ້າໄດ້ວ່າຊີວິດການ ເປັນຢູ່ໃນຄອບຄົວດີຂຶ້ນຫລາຍ ກວ່າເກົ່າເນື່ອງຈາກວ່າມີລາຍຮັບ ເຂົ້າມາທຸກມື້ບໍ່ໄດ້ຄອງຄອຍແຕ່ ເງິນເດືອນຄືເມື່ອກ່ອນ, ມີທຶນຮອນ ສົ່ງລູກເຕົ້າຮຽນໜັງສື, ມີທຶນຮອນ ໝູນວຽນໃນຮ້ານອາຫານ. ແນວ ໃດກໍດີ, ສຸດທ້າຍນີ້ກໍຂໍຝາກເຖິງທາງ ຂັ້ນເທິງໃຫ້ມີການຄວບຄຸມອັດຕາ ແລກປ່ຽນໃຫ້ດີຂຶ້ນກວ່າເກົ່າເພື່ອ ເຮັດໃຫ້ເສດຖະກິດມີຄວາມຄົງທີ່ ແລະ ເພື່ອບໍ່ໃຫ້ແຮງງານລາວອອກ ໄປເຮັດວຽກຢູ່ນອກປະເທດຫລາຍ ຈົນເກີນໄປ. ເອົາເປັນວ່າທ່ານໃດທີ່ກໍາລັງ ເບິ່ງຊອກຫາອາຫານປະເພດເສັ້ັນ ຢາກຂໍແນະນໍາຮ້ານເຂົ້າຊອຍບໍ່ແກ້ວ ຢູ່ບ້ານເມືອງນ້ອຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ສະຖານທີ່ ຕັ້ງແມ່ນກາຍ 4 ແຍກບ້ານເມືອງ ນ້ອຍຂຶ້ນໄປທາງຊຽງດາ ໜ້ອຍ ໜຶ່ງກໍ່ຈະຮອດ, ແຕ່ຖ້າທ່ານໃດມາ ແລ້ວຍັງບໍ່ຮູ້ກໍສາມາດຕິດຕໍ່ໄດ້ທີເບີ 02028741908.
RkJQdWJsaXNoZXIy MTc3MTYxMQ==