18/03/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp slr 9a f/b dvq [Iq ,;Pd9a f8A ' .sh rtoa d'ko]a f4tdvodq ,9a f8A '{rtoa d'ko ພັກ-ລັດຖະບານ...ັັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 8A '|h kglu ,0tspkp[q f[kfdkooerk 0v'ra d g0Q k.o0t[;odko0v'-k;|5j , ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ໃນຂະບວນປະຕິ ວັດຊາດປະຊາທິປະໄຕ ກໍຄື ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ພັກໄດ້ນໍາພາ ດໍາເນີນພາລະກິດປະຕິວັດອັນໜັກ ໜ່ວງໃນການນໍາພາປວງຊົນລາວ ບັນດາເຜົ່າຕ້ານຈັກກະພັດຜູ້ຮຸກ ຮານ ແລະ ລູກແຫລ້ງຕີນມືຂອງ ພວກເຂົາຢ່າງດຸເດືອດຂ້ຽວຂາດ ເຖິງຈະຫຍຸ້ງຍາກປານໃດກໍຕາມ ດ້ວຍແນວທາງທີ່ຖືກຕ້ອງ, ການ ນໍາພາທີ່ສະຫລາດສ່ອງໃສ ພັກ ເຮົາ ສາມາດຍາດໄດ້ໄຊຊະນະເປັນ ກ້າວໆມາຈົນເຖິງໄຊຊະນະອັນຍິ່ງ ໃຫຍ່ຄື: ສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຕໍ່ກັບ ມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ ນັ້ນ, ຫ້ອງການຊາວໜຸ່ມກອງທັບ ກໍຄື ສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນຖັນແຖວກອງທັບ ໄດ້ຕັ້ງໜ້າເສີມຂະຫຍາຍຜົນງານ ດັ່ງກ່າວ ເຂົ້າໃນຂະບວນການຂອງ ຊາວໜຸ່ມ. ສະຫາຍ ພັນໂທ ສຸລິບັນ ສໍພາບ ປັນຍາ ຮອງຫົວໜ້າຫ້ອງການ ຊາວໜຸ່ມກອງທັບ ໄດ້ມີຄໍາເຫັນໃນ ໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 -22 ມີນາ 2025) ວ່າ: ເພື່ອຂໍ່ານັບຮັບຕ້ອນ 70 ປີ ພາຍໃຕ້ການນໍາພາຂອງ ພັກປະຊາ ຊົນປະຕິວັດລາວ ທີ່ມີກຽດສະຫງ່າ, ຫ້ອງການຊາວໜຸ່ມກອງທັບ ກໍຄື ສະມາຊິກຊາວໜຸ່ມປະຊາຊົນປະຕິ ວັດລາວ ໃນຖັນແຖວກອງທັບ ໄດ້ ຕັ້ງໜ້າເສີມຂະຫຍາຍຜົນງານດັ່ງ ກ່າວ ໄດ້ພ້ອມກັນສ້າງຂະບວນ ການດ້ານຕ່າງໆ ຕິດພັນກັບຂະ ບວນການຮັກຊາດ ແລະ ພັດທະນາ ໂດຍສະເພາະແມ່ນຂະບວນການ ປະຕິບັດຂໍ້ແຂ່ງຂັນ 4 ບຸກ, ກະກຽມ ວຽກງານຮອບດ້ານ ໃນການດໍາ ເນີນກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວກອງທັບ ຄັ້ງທີ IX, ໂຄສະນາ ສຶກສາອົບຮົມຊາວໜຸ່ມໃນທົ່ວ ກອງທັບ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງ ຊາວໜຸ່ມປະຊາຊົນປະຕິວັດລາວ, ຝຶກຝົນຮໍ່າຮຽນຄຸນສົມບັດສິນທຳ ປະຕິວັດອັນສູງສົ່ງຂອງບັນດາ ທ່ານຜູ້ນໍາ ໂດຍສະເພາະແມ່ນນໍ້າ ໃຈຮັກຊາດ, ຄວາມສາມັກຄີຮັກ ແພງຂອງປະຊາຊົນລາວບັນດາ ເຜົ່າ ເສຍສະລະເພື່ອປະເທດຊາດ, ຄວາມພາກພຽນອົດທົນ, ປະຢັດ ມັດທະຍັດ ແລະ ອື່ນໆ. ຄຽງຄູ່ກັບການເສີມຂະຫຍາຍ ທາດແທ້ປະຕິວັດຂອງພັກ ດ້ວຍ ຄວາມເອກອ້າງທະນົງໃຈຕໍ່ການ ນໍາພາຂອງພັກ, ຄະນະໜ່ວຍພັກ ຫ້ອງການຊາວໜຸ່ມກອງທັບ ໄດ້ ເປີດວາງສະແດງ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ທ້າຍອາທິດຜ່ານມາ, ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ເປີດງານວາງສະແດງ ຜະລິດຕະພັນຫັດຖະກຳການຕໍ່າຫູກ ພາຍໃຕ້ຫົວຂໍ້:“ສະເໜ່ສິ້ນຕາມຸກ ການຮັກສາເຕັກນິກການຕ່ຳລາຍ ມຸກ” ຢູ່ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ໂດຍມີ ທ່ານ ສຸວິຕາ ປະເສີດ ປະ ທານສະມາຄົມຫັດຖະກຳລາວ, ທ່ານ ນາງ ຈັນທະສອນ ອິນທະວົງ ຜູ້ອຳນວຍການສູນພັດທະນາສີມື ແຮງງານ ແລະ ຈັດຫາງານ, ທ່ານ ວິພາວັນ ພົມວິຫານ ທີ່ປຶກສາສະ ມາຄົມຫັດຖະກຳລາວ, ຕົວແທນ ຈາກໂຄງອົງ SDC ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງ ງານດັ່ງກ່າວແມ່ນສ່ວນໜຶ່ງຂອງ ໂຄງການເພື່ອສົ່ງເສີມການຕ່ຳຫູກ ລາຍຕາມຸກ ໃຫ້ຢູ່ຄູ່ກັບສັງຄົມລາວ ຕະຫລອດໄປ. ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມຫັດຖະກຳລາວ ໄດ້ກ່າວ ວ່າ: ງານວາງສະແດງຜະລິດຕະພັນ ຫັດຖະກຳ ໃນຄັ້ງນີ້ ແມ່ນມີຄວາມ ໝາຍ ແລະ ມີຄຸນຄ່າສູງ ຕໍ່ການອະ ນຸລັກ ແລະ ສົ່ງເສີມວຽກງານຫັດ ຖະກຳ ໂດຍສະເພາະແມ່ນ ໃນຂະ ແໜງແຜ່ນແພ, ເຂັນຝ້າຍ ແລະ ປູກ ຂປລ. ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານລາວ ຍາມໃດ ກໍໄດ້ຊຸກຍູ້ສົ່ງເສີມ, ນຳພາ-ຊີ້ນຳ ອັນສະຫລາດສ່ອງໃສ ຕໍ່ຫົວໜ່ວຍ ທຸລະກິດ ທັງພາຍໃນ ແລະ ຕ່າງ ປະເທດໃຫ້ມີທ່າແຮງ ໃນການຂັບ ເຄື່ອນການດຳເນີນທຸລະກິດ ໃຫ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ ກໍໄດ້ຊຸກຍູ້-ສົ່ງເສີມ ແລະ ປຸກລະດົມທົ່ວປວງຊົນ ຫັນ ມາຊົມໃຊ້ສິນຄ້າພາຍໃນໃຫ້ຫລາຍ ຂຶ້ນ ເພື່ອທົດແທນການນຳເຂົ້າສິນ ຄ້າ ຈາກຕ່າງປະເທດ. ທ່ານ ສົນໄຊ ສິງນວນພັນທະກຸນ ຜູ້ອຳນວຍການໂຮງງານຜະລິດ ເຂົ້າໜົມສາຍຂອງ ໄດ້ມີຄໍາເຫັນ ໃນ ໂອກາດຂໍ່ານັບຮັບຕ້ອນ ວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີທີ່ຈະມາເຖິງ ນີ້ວ່າ: ນໍາພາຈັດຕັ້ງ-ກໍ່ສ້າງໜ່ວຍພັກ ໃຫ້ ມີຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນໃນທຸກດ້ານເປັນຕົ້ນດ້ານການ ເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ຍຶດໝັ້ນ ການປະຕິບັດຫລັກການລວມສູນ ປະຊາທິປະໄຕ, ເຮັດວຽກເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບ, ຕິດ ຕາມກວດກາ, ຄຸ້ມຄອງ-ປ້ອງກັນ ພັກ ໂດຍຖືເອົາຄຸນນະພາບເປັນຕົ້ນ ຕໍ, ປັບປຸງແບບແຜນວິທີເຮັດວຽກ ໂດຍຖືເອົາຜົນສໍາເລັດເປັນສໍາຄັນ, ມີວິທະຍາສາດທີ່ແທດເໝາະກັບ ສະພາບຕົວຈິງ, ເອົາໃຈໃສ່ປະຕິບັດ ລະບອບດໍາເນີນຊີວິດການເມືອງ ພາຍໃນພັກຢ່າງເຂັ້ມງວດ ເພື່ອ ພ້ອມກັນເຮັດສໍາເລັດໜ້າທີ່ການ ເມືອງທີ່ພັກ-ລັດ ກໍຄື ການຈັດຕັ້ງ ຂັ້ງເທິງມອບໝາຍໃຫ້. ຂ່າວ: ຄຳໄຕ ຈັນນະຄອນ. ພັກ ແລະ ລັດຖະບານລາວ ໄດ້ຊຸກ ຍູ້ສົ່ງເສີມ, ອຳນວຍຄວາມສະດວກ ໃນດ້ານຕ່າງໆຕໍ່ການດຳເນີນທຸລະ ກິດ ຂອງຜູ້ປະກອບການ ທັງພາຍ ໃນ ແລະ ຕ່າງປະເທດມາໂດຍຕະ ຫລອດ ໂດຍສະເພາະໄດ້ປຸກລະດົມ ທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າ ພາຍໃນຫລາຍຂຶ້ນ ເພື່ອທົດແທນ ການນຳເຂົ້າສິນຄ້າ ຈາກຕ່າງປະ ເທດ ເຮັດໃຫ້ຫົວໜ່ວຍທຸລະກິດ ຕ່າງໆ ໂດຍສະເພາະໂຮງງານຜະ ລິດເຂົ້າໜົມສາຍຂອງ ໄດ້ມີທ່າ ແຮງໃນການບຸກບືນພັດທະນາໂຮງ ງານ ໃຫ້ມີການຜະລິດຫລາຍຮູບ ແບບ ເປັນຕົ້ນ ຜະລິດເຂົ້າໜົມແຫ້ງ, ເຂົ້າຈີ່, ເຂົ້າໜົມປັງ ດ້ວຍການຄວບ ຄຸມຄຸນນະພາບການຜະລິດພາຍໃຕ້ ລະບົບ GMP ຮັກສາມາດຕະຖານ ດີທີ່ສຸດ ເພື່ອເປົ້າໝາຍສົ່ງສິນຄ້າ ຈໍາໜ່າຍອອກສູ່ສັງຄົມ. ພ້ອມນັ້ນ, ພັກ ແລະ ລັດຖະບານ ຍັງໄດ້ສົ່ງ ເສີມການໝູນວຽນນໍາໃຊ້ວັດຖຸດິບ ພາຍໃນເຊິ່ງກັນ ແລະ ກັນ ເຊັ່ນ: ໄຂ່ ໄກ່, ເກືອ, ແປງ, ນໍ້າຕານ, ນໍ້າດື່ມ, ຖົງຢາງ, ແກັດເຈ້ຍ, ແກ໊ສຫຸງຕົ້ມ ແລະ ອື່ນໆ. ໂອກາດນີ້, ທ່ານ ສົນໄຊ ສິງ ນວນພັນທະກຸນ ຍັງໄດ້ສະແດງ ຄວາມຂອບໃຈ ຕໍ່ການນໍາ ພັກ, ລັດ ທີ່ຍາມໃດກໍເບິ່ງແຍງ, ຊຸກຍູ້ສົ່ງເສີມ ການດຳເນີນທຸລະກິດ ຂອງຜູ້ປະ ກອບການ ກໍຄື ໂຮງງານຜະລິດ ເຂົ້າໜົມສາຍຂອງຢ່າງໃກ້ຊິດ ແລະ ອໍານວຍຄວາມສະດວກໃນການ ດຳເນີນການຜະລິດຕະຫລອດມາ, ເຮັດໃຫ້ການດຳເນີນທຸລະກິດຂອງ ໂຮງງານ ມີການເຕີບໃຫຍ່ຂະ ຫຍາຍຕົວ ແລະ ປະສົບຜົນສຳເລັດ ເປັນກ້າວໆ ເຊິ່ງໂຮງງານຜະລິດ ເຂົ້າໜົມສາຍຂອງ ມີຄວາມພ້ອມ ທີ່ຈະສົ່ງເສີມສິນຄ້າພາຍໃນ ເພື່ອ ກະຕຸ້ນໃຫ້ເສດຖະກິດໃນ ສປປ ລາວ ມີການເຕີບໂຕຍິ່ງໆຂຶ້ນ. ຂ່າວ: ທະນູທອງ; ພາບ: ເກດສະໜາ ມອນລ້ຽງມ້ອນ, ພ້ອມກັນນີ້ຍັງເປັນ ການແລກປ່ຽນບົດຮຽນ, ປະສົບ ການ ລະຫວ່າງ ຊ່າງຫັດຖະກຳ ແລະ ຜູ້ປະກອບການທຸລະກິດ. ສະມາຄົມຫັດຖະກຳລາວ ຖືວ່າ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ເປັນ ເພື່ອນຮ່ວມງານທີ່ໃກ້ຊິດ ເພາະວ່າ ຈຸດປະສົງ ແລະ ກິດຈະກຳ ຂອງ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ແມ່ນ ເພື່ອຊ່ວຍເຫລືອແມ່ຍິງ ຜູ້ດ້ອຍໂອ ກາດ, ຜູ້ພິການ ແລະ ທຸກຍາກ ໃຫ້ ມີອາຊີບ, ມີວຽກຮັດງານທຳ ແລະ ມີລາຍຮັບສາມາດກຸ້ມຕົນເອງ. ພ້ອມກັນນັ້ນ, ສູນດັ່ງກ່າວຍັງປະຕິ ບັດໜ້າທີ່ ໃນການອະນຸລັກ ແລະ ສົ່ງ ເສີມວຽກງານຫັດຖະກຳອີກດ້ວຍ. ສໍາລັບ ກິດຈະກຳຂອງງານ ປະ ກອບມີ: ສາທິດການຕໍ່າຜ້າລາຍຕາ ມຸກ, ກິດຈະກຳ DIY ຍ້ອມສີຈາກ ທຳມະຊາດ, ການສະແດງທີ່ຫລາກ ຫລາຍ ຈາກນ້ອງໆນັກຮຽນ, ມີ ຕະຫລາດສິນຄ້າຫັດຖະກຳຈາກ ຊຸມຊົນ, ຮ້ານອາຫານ ແລະ ເຄື່ອງ ດື່ມຕ່າງໆ. ພິເສດ ສໍາລັບຫ້ອງວາງ ຜ້າລາຍຕາມຸກ ຍັງສາມາດເຂົ້າ ຢ້ຽມຊົມໄດ້ຈົນຮອດທ້າຍເດືອນ ເມສາ 2025. ຂປລ. ຫ້ອງວ່າການສູນກາງ ພັກ (ຫສພ) ຈັດຝຶກອົບຮົມວຽກ ງານຈັດຕັ້ງ ໃຫ້ພະນັກງານລັດຖະ ກອນກົມຈັດຕັ້ງ-ພະນັກງານ ລະ ຫວ່າງວັນທີ 17-28 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະ ນະພັກ ຮອງຫົວໜ້າຫ້ອງວ່າການ ສູນກາງພັກ, ມີພະນັກງານລັດຖະ ກອນກົມຈັດຕັ້ງ-ພະນັກງານທີ່ກ່ຽວ ຂ້ອງອ້ອມຂ້າງ ຫສພ ເຂົ້າຮ່ວມ. ທ່ານ ຄຳພາ ພິມມະສອນ ໄດ້ ກ່າວວ່າ: ໂດຍປະຕິບັດຕາມແຜນ ພັດທະນາຂອງກົມຈັດຕັ້ງ-ພະນັກ ງານ ຫ້ອງວ່າການສູນກາງພັກ ປະຈຳປີ 2025 ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍບັນ ດາວຽກງານຂົງເຂດການສ້າງ ຄວາມເຂັ້ມແຂງທາງດ້ານວິຊາ ສະເພາະ ໃຫ້ພະນັກງານ-ລັດຖະ ກອນ ພາຍໃນກົມຈັດຕັ້ງ-ພະນັກ ງານຫ້ອງວ່າການສູນກາງພັກ ໃຫ້ ມີຄຸນນະພາບສູງຂຶ້ນກວ່າເກົ່າ, ສາມາດເປັນເສນາທິການທາງ ດ້ານວຽກຈັດຕັ້ງ ໃຫ້ແກ່ຄະນະ ຫ້ອງວ່າການສູນກາງພັກ. ດັ່ງນັ້ນ, ວຽກງານສ້າງຄວາມເຂັ້ມແຂງ ທາງດ້ານວິຊາສະເພາະ ໃຫ້ແກ່ ພະນັກງານ-ລັດຖະກອນຂອງກົມ ຈັດຕັ້ງ-ພະນັກງານຫ້ອງວ່າການ ສູນກາງພັກ ຈຶ່ງເປັນສິ່ງສໍາຄັນ, ຈຳເປັນ ແລະ ພາວະວິໄສໃນເງື່ອນ ໄຂປັດຈຸບັນ, ເມື່ອເປັນຄືແນວນັ້ນ ຄະນະພັກ-ຄະນະນໍາຂອງ ຫ້ອງວ່າ ການສູນກາງພັກ ຈຶ່ງໄດ້ຕັດສິນໃຈ ແລະ ສູ້ຊົນຊຸກຍູ້ໃຫ້ການຝຶກອົບຮົມ ໃນຄັ້ງນີ້ ເກີດຂຶ້ນຕາມແຜນການ ແລະ ຄາດໝາຍທີ່ວາງໄວ້. ຊຸດຝຶກອົບຮົມໃນຄັ້ງນີ້, ເປັນ ການຍົກລະດັບດ້ານຄວາມຮູ້, ຄວາມສາມາດທາງດ້ານວຽກງານ ຈັດຕັ້ງໃຫ້ເລິກເຊິ່ງຕື່ມອີກ ເປັນ ຕົ້ນ ແມ່ນກຸ່ມວຽກງານພັກ, ພະ ນັກງານ, ກຸ່ມວຽກປັບປຸງກົງຈັກ ແລະ ກຸ່ມວຽກວິຊາສະເພາະປິ່ນ ອ້ອມ ເຊິ່ງບັນດາກຸ່ມວຽກດັ່ງກ່າວ ເປັນວຽກງານໜຶ່ງທີ່ສໍາຄັນຂອງ ພັກ, ສາມາດນໍາໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຕົວຈິງ ໃນນາມທີ່ເປັນເສນາທິການທີ່ເຮັດ ວຽກງານຈັດຕັ້ງຊ່ວຍຄະນະພັກຄະນະນໍາຫ້ອງວ່າການສູນກາງ ພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ ແລະ ທັງເສີມຂະຫຍາຍໄດ້ ດ້ານຫົວຄິດປະດິດສ້າງ, ກໍາລັງ ແຮງລວມໝູ່ ເພື່ອພ້ອມກັນເຮັດ ສຳເລັດທຸກໜ້າທີ່ການເມືອງຂອງ ຕົນໃນປັດຈຸບັນ ກໍຄື ໃນສະເພາະ ໜ້າ ແລະ ຍາວນານ. ໂອກາດນີ້, ທ່ານ ຄຳພາ ພິມ ມະສອນ ຍັງໄດ້ເນັ້ນໃຫ້ຄະນະຮັບ ຜິດຊອບຕິດຕາມການຮຽນ-ການ ສອນຢ່າງເປັນລະບົບປົກກະຕິ, ເກັບກຳຂໍ້ມູນ, ລົງເລິກກະກຽມແຕ່ ຫົວທີ ເປັນຕົ້ນ ດ້ານບຸກຄະລາ ກອນ, ດ້ານແຜນການ-ງົບປະມານ, ການປະເມີນຜົນ, ການຕິດຕາມ ກວດກາ ແລະ ເຄື່ອນໄຫວຕາມ ແຜນການຂອງຄະນະຮັບຜິດຊອບ ວາງອອກ, ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ, ເກັບກໍາ, ລາຍງານຂໍ້ມູນຮອບດ້ານໃນຊຸດ ຝຶກອົບຮົມ ຕໍ່ຄະນະນໍາຂັ້ນເທິງ ຕາມຄວາມຮັບຜິດຊອບແຕ່ລະ ໄລຍະ; ໃຫ້ບັນດາຄູຝຶກຈາກຄະນະ ຈັດຕັ້ງສູນກາງພັກ ສືບຕໍ່ຖ່າຍທອດ ບົດຮຽນ, ປະສົບການ, ເອົາໃຈໃສ່ ແຕ່ງບົດຮຽນ-ບົດສອນ, ບົດຄົ້ນ ຄວ້າ, ນໍາໃຊ້ວິທະຍາສາດ-ເຕັກນິກ ໃໝ່ເຂົ້າໃນການສິດສອນ, ຖ່າຍ ທອດບົດຮຽນວຽກງານຈັດຕັ້ງ ແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກຳຕົວຈິງດ້ວຍຫລາຍ ຮູບການ, ພ້ອມທັງເປີດໂອກາດ ໃຫ້ໃຫ້ສໍາມະນາກອນ ມີສ່ວນຮ່ວມ ໃນການແລກປ່ຽນຄວາມຄິດ ເຫັນ ໃນແຕ່ລະວິຊາຮຽນຢ່າງ ກວ້າງຂວາງ; ໃຫ້ບັນດາທ່ານທີ່ ເຂົ້າຮ່ວມຝຶກອົບຮົມຊຸດນີ້ ມີສະຕິ ສູງໃນການປະຕິບັດຕາມລະບຽບ ຂອງການຝຶກອົບຮົມຢ່າງເຄັ່ງຄັດ, ຂໍໃຫ້ຍົກສູງກຳແໜ້ນຫລັກການ ແລະ ບົດຮຽນ ກ່ຽວກັບວຽກງານ ຈັດຕັ້ງ, ຕັ້ງໜ້າຄົ້ນຄວ້າ, ຮໍ່າຮຽນ, ເອົາໃຈໃສ່ຜັນຂະຫຍາຍເນື້ອໃນ ທີ່ໄດ້ຮັບຈາກການຝຶກອົບຮົມເຂົ້າ ສູ່ລວງເລິກຕົວຈິງ, ຍາດແຍ່ງເອົາ ການຖ່າຍທອດບົດຮຽນນໍາຄູຝຶກ ແລະ ເອົາໃຈໃສ່ມີສ່ວນຮ່ວມ, ແລກ ປ່ຽນບົດຮຽນລະຫວ່າງທິດສະດີ ແລະ ພຶດຕິກໍາຕົວຈິງ ກັບນັກຮຽນ ດ້ວຍກັນ ແລະ ຄູຝຶກຢ່າງກວ້າງ ຂວາງ. ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==