18/03/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພາບປະກອບ 7totde,tdko]tfa [-kf ltg|u xa [x5 ']a f4tme,to6 oxu 2025 ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງ ລັດຖະທຳມະນູນຄັ້ງນີ້, ເພື່ອແກ້ໄຂ ຈຸດອ່ອນຂໍ້ຄົງຄ້າງໃນການຈັດຕັ້ງ ປະຕິບັດລັດຖະທຳມະນູນ ເຊິ່ງການ ປັບປຸງຄັ້ງນີ້ ເປັນການປັບປຸງຄັ້ງທີ 3 ໂດຍສຸມໃສ່ປະຕິບັດຕາມຈິດໃຈ ຊີ້ນຳຂອງມະຕິກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງ ທີ 9 ສະໄໝທີ XI (ຄັ້ງວັນທີ 28 ຕຸລາ-6 ພະຈິກ 2024) ແນໃສ່ປັບ ປຸງລະບົບອຳນາດແຫ່ງລັດ ໃຫ້ມີ ປະສິດທິພາບສູງ, ສ້າງບາດລ້ຽວ ໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມ ໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງ ດ້ານກົດໝາຍ ກໍຄື ນິຕິກໍາທີ່ຈະວາງ ອອກໃນຕໍ່ໜ້າໃຫ້ຮັບປະກັນແນວ ທາງການເມືອງຂອງພັກ, ການຄຸ້ມ ຄອງ-ບໍລິຫານລັດໃນໄລຍະໃໝ່; ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫລື ຮອງຮັບແນວ ທາງການເມືອງຂອງພັກ ແລະ ແນວ ທາງການຈັດຕັ້ງ, ການຄຸ້ມຄອງບໍລິຫານລັດໃນໄລຍະໃໝ່ ກໍຄື ແນວ ທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ. ນອກຈາກນີ້, ທ່ານ ຈະເລີນ ເຍຍປາວເຮີ ຍັງລາຍງານໃຫ້ຮູ້ ກ່ຽວກັບການຈັດຕັ້ງປະຕິບັດ ລັດ * ເ ພື່ອຕອບສະໜອງພາລະ ໃໝ່ຂອງການປະຕິວັດ, ສືບທອດ ພາລະກິດອັນສະຫງ່າລາສີຂອງ ພັກກອມມູນິດອິນດູຈີນ, ພັກປະ ຊາຊົນລາວ ປັດຈຸບັນແມ່ນພັກປະ ຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງ ຂຶ້ນຢ່າງເປັນທາງການໃນວັນທີ 22/3/1955. ນີ້ແມ່ນເຫດການ ຂີດໝາຍບາດລ້ຽວອັນສຳຄັນໃນ ປະຫວັດສາດການປະຕິວັດລາວ. ໃນຂະນະນັ້ນ, ພັກປະຊາຊົນ ປະຕິ ວັດລາວ ໄດ້ວາງອອກໜ້າທີ່ການ ປະຕິວັດໃນສະ ເພາະໜ້າແມ່ນ “ສາມັກຄີນຳພາທົ່ວປວງຊົນສູ້ ຊົນສຳເລັດພາລະກິດປົດປ່ອຍ ຊາດ, ສ້າງສາປະເທດລາວເປັນ ປະເທດສັນຕິພາບ, ປະຊາທິປະໄຕ, ເອກະພາບ ແລະ ເອກະລາດ”. ໃນ ຕະຫລອດເສັ້ນທາງການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ໄດ້ ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຍາດເອກະລາດ, ປົດປ່ອຍຊາດ ເປັນເທື່ອລະກ້າວ, ເປີດອອກເສັ້ນ ທາງແຫ່ງການພັດທະນາໃຫ້ແກ່ປະ ເທດຊາດ. ນັບແຕ່ເວລາສ້າງຕັ້ງພັກມາເຖິງ ປັດຈຸບັນ, ພັກປະຊາຊົນ ປະຕິວັດ ລາວ ໄດ້ຜ່ານຜ່າສິ່ງທ້າທາຍນາໆ ປະການໃນປະຫວັດສາດຕໍ່ສູ້ກູ້ ຊາດເພື່ອຕ້ານກັບພວກຈັກກະພັດ ລ່າເມືອງແບບໃໝ່ແກ່ຍາວຫລາຍ ບົດສະເໜີົີ dkog8u [.spj 0tspkp8q ;0v'dkowxltou c]t 3m]t7q ,,tok7q , ( ເນື່ອງໃນໂອກາດວັນໄປສະນີແຫ່ງຊາດ ແລະ ໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025 )ື່ັີ່ົົ່ົີີີ *ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການ ປ່ຽນແປງຢ່າງວ່ອງໄວຍ້ອນການ ຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳເປັນຕົ້ນແມ່ນໄດ້ ມີການຄ້າເອເລັກໂຕຣນິກ, ລະບົບ ໂລຈິສຕິກທີ່ທັນສະໄໝ, ເຄື່ອງບິນ ບໍ່ມີຄົນຂັບ (Drone), ລະບົບເຕັກ ໂນໂລຊີການສື່ສານ5G, ເຕັກໂນໂລ ຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ອິນເຕີເນັດ ແຫ່ງສັບພະສິ່ງ (IoT), ຖານຂໍ້ມູນ ມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມ ມິຕິ (3D Printing) ແລະ ລະບົບ ເຕັກໂນໂລຊີດີຈິຕອນອື່ນໆ. ຕະຫລອດໄລຍະຜ່ານມາວຽກ ງານໄປສະນີຂອງ ສປປ ລາວ ສາ ມາດເຊື່ອມໂຍງກັບ 192 ປະເທດ ທົ່ວໂລກເຮັດໃຫ້ການຈໍລະຈອນ ແຈກຢາຍສິ່ງຂອງ ແລະ ສິນຄ້າ ລະຫວ່າງປະເທດມີຄວາມສະດວກ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງ ຫລວງຫລາຍ, ຜູ້ປະກອບການ ໄປສະນີໃນຂອບເຂດທົ່ວປະເທດ ເພີ່ມຂຶ້ນຈາກ 5 ບໍລິສັດໃນປີ 2016 ເພີ່ມຂຶ້ນ 43 ບໍລິສັດໃນປີ 2021 ເທົ່າກັບ 800%; ມູນຄ່າການລົງທຶນ ທີ່ຈົດທະບຽນຮອດປີ 2021 ມີເຖິງ 126,27 ຕື້ກີບເພີ່ມຂຶ້ນ 393,75% ທຽບໃສ່ປີ 2019; ບໍລິມາດການ ຮັບຝາກເພີ່ມຂຶ້ນ 600 ໂຕນ/ປີເມື່ອ ທຽບກັບປີ 2015 ທີ່ມີບໍລິມາດເຖິງ 100 ໂຕນ/ປີ; ປ່ອງບໍລິການໃນ ປີ 2021 ມີພຽງ 521 ປ່ອງຕົົ້ນປີ 2022 ມີເຖິງ 990 ປ່ອງໃນທົ່ວ ປະເທດເພີ່ມຂຶ້ນ 153,5% ກວມ ເອົາອັດຕາສ່ວນຂອງພົນລະເມືອງ 8.750 ຄົນຕໍ່ປ່ອງ.ວຽກງານໄປ ສະນີ ແລະ ໂທລະຄົມມະນາຄົມ ຂອງ ສປປ ລາວ ສາມາດສ້າງຜົນ ງານອັນໃຫຍ່ຫລວງຫລາຍດ້ານ ເປັນຕົ້ນແມ່ນວຽກງານໄປສະນີໄດ້ ຫັນມານຳໃຊ້ເຕັກໂນໂລຊີດີຈິຕອນ ເພື່ອເພີ່ມຄວາມສະດວກໃນການ ໃຫ້ບໍລິການ ແລະ ຮອງຮັບທຸລະກິດ ອອນລາຍ, ເພີ່ມປະສິດທິພາບ ແລະ ຫລຸດເວລາການຂົນສົ່ງທີ່ ເປັນມິດຕໍ່ສິ່ງແວດລ້ອມ. ສິ່ງທີ່ພົ້ນ ເດັ່ນແມ່ນໄດ້ສ້າງລະບົບລວມສູນ ການກວດກາ ແລະ ຕິດຕາມເຄື່ອງ ຝາກໄປສະນີພາຍໃນປະເທດ ຊຶ່ງ ອຳນວຍຄວາມສະດວກໃຫ້ແກ່ການ ra dxt-k-q o xt8y ;a f]k; .ork]tdy f xq dxa dIa dlk c]t lh k'lkra fmtokxtgmf]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ື່ີັ້ັ້ັົ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025)ິັົີ ໂດຍ: ເອກອັກຄະລັດຖະທູດຜູ້ມີອຳ ັັູູ້ີ ນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມ ັ່ັັົ ນິຍົມຫວຽດນາມ ປະຈຳ ແຫ່ງ ສາທາລະ ິົ່ ນະລັດ ປະຊາທິປະໄຕ ປະຊາຊົນລາວັິົ ສິບປີ.ດ້ວຍແນວທາງການເມືອງ, ການທະຫານທີ່ຖືກຕ້ອງ, ປະດິດ ສ້າງ, ດຳເນີນການປະຕິວັດ ແລະ ສົງຄາມການປະຕິວັດມີລັກສະນະ ວິທະຍາສາດ, ພັກໄດ້ລະດົມກຳລັງ ແຮງທົ່ວປວງຊົນ, ທົ່ວກອງທັບ ສົມທົບກັບກ້ອນກຳລັງສຳພັນສູ້ຮົບ ສາມປະເທດລາວ-ຫວຽດນາມກຳປູເຈຍ ແລະ ຮ່ວມກັບກຳລັງ ແຮງຂອງຍຸກສະໄໝສາມາດນຳພາ ການປະຕິວັດຍາດໄດ້ໄຊຊະນະນີ້ ສູ່ໄຊຊະນະໃໝ່, ນຳພາປະຊາຊົນ ລາວ ຂັບໄລ່ພວກຈັກກະພັດຜູ້ ຮຸກຮານ, ໂຄ່ນລົ້ມອຳນາດການ ປົກຄອງແບບສັກດີນາ, ປົດປ່ອຍ ປະເທດຊາດຢ່າງສົມບູນ, ສະຖາ ປະນາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນໃນວັນ ທີ 2 ທັນວາ 1975, ນີ້ແມ່ນລະດັບ ຍອດຢ້ຽມຖືຄວາມໝາຍປະຫວັດ ສາດ ແລະ ຍຸກສະໄໝຢ່າງເລິກເຊິ່ງ, ເປີດອອກສັງກາດໃໝ່ໃນປະເທດ ລາວ, ສັງກາດແຫ່ງເອກະລາດ, ເສລີພາບ, ປະຊາຊົນລາວບັນດາ ເຜົ່າເປັນເຈົ້າກຳຊາຕະກຳຂອງຕົນ ຢ່າງແທ້ຈິງ. ພັກປະຊາຊົນ ປະຕິວັດ ລາວ ກາຍເປັນພັກກຳອຳນາດ, ເປັນແກ່ນກາງໃນລະບົບການ ເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ແລະ ນຳພາປະຊາຊົນ ກ້າວເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາ ປະເທດຊາດ, ປະຕິິບັດສໍາເລັດ ພາລະກິດປ່ຽນແປງໃໝ່, ປັບປຸງ ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນຕາມເປົ້າໝາຍ ສັງຄົມນິຍົມເທື່ອລະກ້າວ. ໂດຍ: ກິດຕາ; ພາບ: ເກດສະໜາິ ຖະທຳມະນູນ ປີ 2015 ເຊິ່ງຖືກ ຮັບຮອງເອົາໃນກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VII ແລະ ປະກາດໃຊ້ ຕາມລັດຖະດຳລັດຂອງປະທານ ປະເທດ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015 ເຊິ່ງ ເປັນສະບັບປັບປຸງຄັ້ງທີສອງແນໃສ່ ບູລະນະອົງການອຳນາດລັດ ໃຫ້ມີ ຄວາມເຂັ້ມແຂງ, ມີປະສິດທິຜົນ, ມີການແບ່ງງານ, ມີການປະສານ ສົມທົບ ແລະ ຕິດຕາມກວດກາ ເຊິ່ງ ກັນ ແລະ ກັນ ລະຫວ່າງອົງການ ນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການຕາມກົນໄກການ ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ. ລັດຖະທຳມະນູນ ສະບັບນີ້ ເປັນກົດໝາຍພື້ນຖານອັນ ສໍາຄັນໃຫ້ແກ່ການປົກປັກຮັກສາ ປະເທດຊາດ, ຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍ; ເປັນບ່ອນອີງ ໃນການສ້າງ ແລະ ປັບປຸງກົດໝາຍ; ການເສີມຂະຫຍາຍ ແລະ ປະຕິບັດ ສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕຂອງປະຊາຊົນລາວ ບັນດາເຜົ່າ. ນັບແຕ່ມີລັດຖະທຳມະນູນ ສປປ ລາວ ເປັນຕົ້ນມາ, ລັດໄດ້ຕັ້ງໜ້າ ຜັນຂະຫຍາຍລັດຖະທຳມະນູນເປັນ ກົດໝາຍໄດ້ 169 ສະບັບ ແລະ ນິຕິກຳໃຕ້ກົດໝາຍເປັນຈຳນວນ ຫລວງຫລາຍທີ່ເປັນເຄື່ອງມືໃຫ້ແກ່ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ສ້າງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍໃນທົ່ວ ສັງຄົມໃຫ້ສູງຂຶ້ນ, ຮັບປະກັນການ ເຊື່ອມໂຍງທາງດ້ານເສດຖະກິດ ກັບສາກົນ ແລະ ພາກພື້ນ, ຍົກສູງ ບົດບາດຂອງ ສປປ ລາວ ໃນເວທີ ສາກົນ. ແຕ່ເຖິງຢ່າງໃດກໍຕາມຍັງ ມີຂໍ້ຄົງຄ້າງຈຳນວນໜຶ່ງ ຄື: ບາງ ຂໍ້ກຳນົດຂອງລັດຖະທຳມະນູນປີ 2015 ໂດຍສະເພາະກ່ຽວກັບອໍາ ນາດລັດ ຍັງບໍ່ທັນສອດຄ່ອງກັບໜ້າ ທີ່ການເມືອງຂອງພັກ ແລະ ການ ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມ ໃນໄລຍະໃໝ່; ການຈັດຕັ້ງ ປະຕິບັດລັດຖະທຳມະນູນຂອງບັນ ດາອົງການອຳນາດລັດຂັ້ນຕ່າງໆ ມີຫລາຍກໍລະນີ ຍັງບໍ່ທັນມີປະສິດ ທິພາບ, ປະສິທິຜົນ; ຄວາມຮັບຮູ້ ເຂົ້າໃຈຕໍ່ລັດຖະທຳມະນູນຂອງ ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃນລະບົບການເມືອງຍັງ ບໍ່ທັນເລິກເຊິ່ງ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ທົ່ວສັງຄົມຍັງບໍ່ທັນສູງ; ການເສີມ ຂະຫຍາຍ ແລະ ປະຕິບັດສິດ, ປະຊາ ທິປະໄຕຂອງປະຊາຊົນລາວບັນດາ ເຜົ່າ ຕາມລັດຖະທຳມະນູນ ແລະ ກົດໝາຍຍັງບໍ່ທັນແຂງແຮງ ແລະ ເຂັ້ມງວດ. ສຳລັບໂຄງສ້າງຮ່າງລັດຖະ ທຳມະນູນ ສະບັບປັບປຸງ ປີ 2025 ປະກອບມີ 14 ໝວດ, 122 ມາດ ຕາ. ໃນນັ້ນ, ມາດຕາໃໝ່ 5 ມາດ ຕາ, ມາດຕາປັບປຸງ 59 ມາດຕາ, ຍົກເລີກ3ມາດຕາ ແລະ ບໍ່ໄດ້ປັບປຸງ 58 ມາດຕາ, ພາຍຫລັງຖືກຮັບຮອງ ແລະ ປະກາດໃຊ້ຈະກາຍເປັນບ່ອນ ອີງໃນການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ຂອງລະບົບອຳນາດ ແຫ່ງລັດ ກໍຄື ລະບົບການເມືອງ ປະຊາທິປະໄຕ ປະຊາຊົນຂອງປະ ເທດ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ ໂດຍສະເພາະການປັບ ປຸງຂັ້ນການປົກຄອງທ້ອງຖິ່ນໃຫ້ ສອດຄ່ອງຕາມມະຕິ 05/ຄບສພ ແລະ ແທດເໝາະກັບສະພາບການ ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມໃນໄລຍະໃໝ່; ເປັນພື້ນຖານ ທີ່ສຳຄັນ ແລະ ຈຳເປັນໃຫ້ແກ່ການ ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ເປັນລະບົບ, ຄົບຊຸດ ແລະ ສອດຄ່ອງກັບໜ້າທີ່ ການເມືອງຂອງພັກໃນໄລຍະໃໝ່ ແນໃສ່ສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍສູ່ບາດກ້າວໃໝ່; ເປັນບ່ອນອີງທີ່ສຳຄັນໃຫ້ແກ່ການ ໂຄສະນາເຜີຍແຜ່, ສຶກສາອົບຮົມ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍໃນທົ່ວ ສັງຄົມໃຫ້ສູງຂຶ້ນ; ຮັບປະກັນການ ເສີມຂະຫຍາຍ ແລະ ປະຕິບັດສິດ ເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕຂອງປະຊາຊົນລາວ ບັນດາເຜົ່າ; ເປັນການຍົກສູງຖານະ ບົດບາດຂອງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໃນເວທີ ສາກົນ ແລະ ພາກພື້ນ. ຕິດຕາມກວດກາ ແລະ ເກັບກຳຂໍ້ມູນ ສະຖິຕິ, ຜູ້ປະກອບການໄປສະນີ ແລະ ຜູ້ຊົມໃຊ້ສາມາດຕິດຕາມເຄື່ອງ ຝາກຂອງຕົນໄດ້ຕະຫລອດເວລາ. ໃນປີ 2025 ມີຈຳນວນຜູ້ປະກອບ ການຂະແໜງໄປສະນີ ທັງໝົດ 63 ບໍລິສັດ.ໃນນັ້ນ, ບໍລິສັດບໍລິການ ພາຍໃນແຂວງ ມີ52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງ ປະເທດ ມີ4 ບໍລິສັດ ແລະ ບໍລິສັດ ບໍລິການທັງພາຍໃນ ແລະ ລະຫວ່າງ ປະເທດ ມີ7 ບໍລິສັດ, ມີປ່ອງບໍລິການ ທັງໝົດ 1.161 ແຫ່ງ ຊຶ່ງກວມເອົາ ທຸກແຂວງ, ທຸກເມືອງ ແລະ ເກືອບ ທຸກບ້ານໃນຂອບເຂດທົ່ວປະເທດ. ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ ມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຂະຫຍາຍຕົວຂອງເຕັກ ໂນໂລຊີ ແລະ ນະວັດຕະກຳເປັນ ຕົ້ນແມ່ນໄດ້ມີການຄ້າເອເລັກໂຕຣ ນິກ, ລະບົບໂລຈິສຕິກທີ່ທັນສະໄໝ, ເຄື່ອງບິນບໍ່ມີຄົນຂັບ (Drone), ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດ ອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ລະບົບເຕັກ ໂນໂລຊີດີຈິຕອນອື່ນໆ.ຢູ່ປະເທດເຮົາ ມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 6 ບໍລິສັດ, ບໍລິສັດສະໜອງ ສິ່ງອໍານວຍຄວາມສະດວກທາງ ດ້ານໂທລະຄົມມະນາຄົມ ຈຳນວນ 3 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີ ເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ ແລະ ປະເພດ III ຈໍານວນ 7 ບໍລິສັດ; ຈຸດ ເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ສປປ ລາວ ມີທັງໝົດ22 ຈຸດ ໃນ14 ແຂວງ. ບັນດາຫົວໜ່ວຍ ທຸລະກິດເຫລົ່ານັ້ນ ສາມາດສ້າງ ລາຍຮັບໄດ້ໃນປີ 2025 ຈໍານວນ 5.818 ຕື້ກວ່າກີບ, ໄດ້ມອບ ພັນທະໃຫ້ລັດ 482 ຕື້ກວ່າກີບ ແລະ ຂະຫຍາຍສາຍກາບໄຍແສງ ໄດ້ທັງໝົດ 97.153 ກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ ທົ່ວທຸກແຂວງ, ທຸກເມືອງ, ສັນຍານ ໂທລະສັບມືຖືລະບົບ 3G ຄວບຄຸມ ໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມ ແຕ່ຕົ້ນປີ2024 ເປັນຕົ້ນມາຊຶ່ງ ຄາດວ່າໃນປີ 2026 ຈະຄວບຄຸມ ໄດ້ 17% ຂອງຕົວເມືອງໃຫຍ່ຢູ່ ພາຍໃນແຂວງ. ປັດຈຸບັນນີ້, ການ ນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖື ມີທັງໝົດ 7,3 ລ້ານເລກໝາຍ, ໃນ ປີ 2024 ຜ່ານມາໄດ້ສ້າງຕັ້ງກອງ ທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນເພື່ອ ລະດົມ ແລະ ສະສົມທຶນໃຫ້ແກ່ການ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນໄປສູ່ເຂດ ຫ່າງໄກສອກຫລີກ ແລະ ຮັບປະກັນ ຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.
RkJQdWJsaXNoZXIy MTc3MTYxMQ==