6089

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 18/03/2025 xtgmf]k; ກອງປະຊຸມ...ຸ ຂປລ. ວັນທີ 14 ມີນາ 2025 ຜ່ານມາ, ຢູ່ຫ້ອງວ່າການແຂວງຫົວ ພັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະ ເທດ, ຜູ້ຊີ້ນຳວຽກງານແຂວງຫົວ ພັນໄດ້ພົບປະໂອ້ລົມແລະປຶກສາຫາ ລືວຽກງານການພັດທະນາເສດ ຖະກິດ-ສັງຄົມຂອງແຂວງຫົວພັນ ຮ່ວມກັບບັນດາການນຳ ແລະ ພະ ນັກງານຫລັກແຫລ່ງຂອງແຂວງ ດັ່ງກ່າວ ໂດຍມີ ທ່ານ ຄຳແພງ ໄຊ ສົມແພງ ເຈົ້າແຂວງຫົວພັນ, ພ້ອມ ດ້ວຍຄະນະເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານຫົວໜ້າຫ້ອງ ວ່າການແຂວງ, ຫົວໜ້າພະແນກ ການເງິນແຂວງ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ແລະ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຜັດປ່ຽນ ກັນລາຍງານໃຫ້ຊາບກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ໃນ ຂົງເຂດຄວາມຮັບຜິດຊອບຂອງ ຂະແໜງ ການຕົນ ແລະ ຕິດພັນ ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ເປີດກອງປະຊຸມຢ່າງເປັນທາງ ການ ເຊິ່ງມີເນື້ອໃນບາງຕອນວ່າ: ປີ 2025 ເປັນປີມ້ວນທ້າຍຂອງ ສະພາແຫ່ງຊາດ ຊຸດທີ IX ເຊິ່ງ ສະພາແຫ່ງຊາດ ຈະໄດ້ເອົາໃຈ ໃສ່ເພີ່ມທະວີ ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ດ້ວຍຄວາມຮັບຜິດຊອບ ສູງ ແລະ ໃຫ້ປະກົດຜົນສໍາເລັດ ຢ່າງຈົບງາມ. ເຖິງວ່າໃນທ່າມກາງ ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີການຜັນແປ ໄປຢ່າງສັບສົນ, ວ່ອງໄວ, ສະຫລັບ ສັບຊ້ອນ, ຄາດຄະເນໄດ້ຍາກ ເຊິ່ງ ສົ່ງຜົນກະທົບໂດຍກົງຕໍ່ບັນດາ ປະເທດໃນໂລກ ລວມທັງ ສປປ ລາວ, ບວກກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫລາຍປີ, ສົ່ງຜົນ ກະທົບໂດຍກົງຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ການດຳລົງຊີ ວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາ ຊົນບັນດາເຜົ່າໃນຂອບເຂດທົ່ວປະ ເທດ. ໃນເງື່ອນໄຂດັ່ງກ່າວ, ດ້ວຍ ຄວາມພະຍາຍາມ, ເອົາໃຈໃສ່ນຳ ພາ-ຊີ້ນຳ ຂອງຄະນະບໍລິຫານງານ ສູນກາງພັກ, ການເຮັດວຽກຮ່ວມ ກັນຢ່າງໃກ້ຊິດໃນການແກ້ໄຂບັນ ຫາທີ່ເຄັ່ງຮ້ອນຕ່າງໆ ລະຫວ່າງ ສະພາແຫ່ງຊາດ, ລັດຖະບານ ແລະ ດ້ວຍຄວາມສູ້ຊົນບຸກບືນຂອງທົ່ວ ລະບົບການເມືອງ ໂດຍສະເພາະ ແມ່ນສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທຸກຂັ້ນ ບວກ ໃສ່ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວຂອງປະຊາຊົນບັນດາເຜົ່າ ແລະ ການສູ້ຊົນຂອງທຸກພາກ ທຸລະກິດ ໄດ້ເຮັດໃຫ້ບັນດາມາດຕະ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຈິງຈັງກວ່າ ເກົ່າ ເຊິ່ງໄດ້ຮັບຜົນສຳເລັດຫລາຍ ດ້ານ, ເຮັດໃຫ້ເສດຖະກິດຂອງ ປະເທດສືບຕໍ່ມີການຂະຫຍາຍຕົວ ໃນທາງບວກ, ບັນດາຄາດໝາຍ ທາງດ້ານເສດຖະກິດ-ສັງຄົມ ສາ ມາດບັນລຸໄດ້ຕາມແຜນເປັນສ່ວນ ໃຫຍ່ ແລະ ຄາດໝາຍຈໍານວນໜຶ່ງ ສາມາດປະຕິບັດໄດ້ລື່ນແຜນ ເຊິ່ງ ເປັນການປະກອບສ່ວນທີ່ສຳຄັນ ໃຫ້ປະເທດຊາດ ສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດຍັງສືບຕໍ່ມີທ່າອ່ຽງຂະຫຍາຍ ຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນ ເປັນກ້າວໆ, ບົດບາດຂອງປະເທດ ເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ການດຳເນີນກອງປະຊຸມສະໄໝ ວິສາມັນ ເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນຄັ້ງນີ້, ດ້ານ ໜຶ່ງກໍເປັນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສະພາ ແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ອີກດ້ານ ໜຶ່ງກໍເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງ ສະພາແຫ່ງ ຊາດ ໃນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍປ່ຽນແປງໃໝ່ ຂອງພັກໃຫ້ເປັນອັນລະອຽດເຂົ້າ ໃສ່ເນື້ອໃນຂອງລັດຖະທຳມະນູນ, ກົດໝາຍ ເພື່ອສືບຕໍ່ສ້າງລັດທີ່ປົກ ຄອງດ້ວຍກົດໝາຍສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍ ມີປະສິດທິພາບ ປະສິທິຜົນສູງຂຶ້ນ ເລື້ອຍໆ. ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຄື: ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ປີ 2025; ພິຈາລະ ນາ ແລະ ຮັບຮອງເອົາການປັບປຸງ ກົດໝາຍ ຈຳນວນ 2 ສະບັບ ຄື: ກົດ ໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນ, ກົດໝາຍວ່າດ້ວຍພະນັກງານລັດຖະກອນ; ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະ ກຳຈຳນວນໜຶ່ງ; ພິຈາລະນາຄຳສະ ເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກຂອງ ລັດຖະບານ. ນອກຈາກນີ້, ຍັງຈະ ໄດ້ພິຈາລະນາຮັບຮອງຫລາຍບັນ ຫາທີ່ສຳຄັນ, ຈຳເປັນແລະຮີບດ່ວນ ຂອງປະເທດຊາດ. ສະນັ້ນ, ເພື່ອ ເຮັດໃຫ້ການພິຈາລະນາຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ທີ່ມີຄວາມສຳຄັນຄື ດັ່ງກ່າວ, ໃຫ້ມີຄຸນນະພາບ, ມີປະ ສິດທິຜົນ ແລະ ບັນລຸຜົນຕາມແຜນ ການທີ່ວາງໄວ້, ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງມາຍັງທຸກ ພາກສ່ວນທີ່ກ່ຽວຂ້ອງຈົ່ງມີຄວາມ ສາມັກຄີເປັນປຶກແຜນ, ປະສານສົມ ທົບ ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອ ໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຈົ່ງໄດ້ ນຳໃຊ້ສິດປະຊາທິປະໄຕ, ເສີມ ຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການ ເມືອງຂອງຕົນ ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງ ເລິກເຊິ່ງ, ປະກອບຄຳເຫັນຕໍ່ທຸກບັນ ຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງບົນພື້ນຖານແນວທາງ ປ່ຽນແປງໃໝ່ ຮອບດ້ານຢ່າງມີ ຫລັກການຂອງພັກ, ຕາມລັດຖະທຳ ມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດ ເຮົາໃນປັດຈຸບັນ, ພ້ອມທັງຊອກ ຫາວິທີການ, ມາດຕະການທີ່ສອດ ຄ່ອງ ເພື່ອແກ້ໄຂບັນດາບັນຫາຮີບ ດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ພວກເຮົາໃນປັດຈຸບັນ. ພ້ອມກັນ ນັ້ນ, ກໍສ້າງຄວາມເປັນເອກະພາບ ສູງຕໍ່ເນື້ອໃນທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ເພື່ອສາມາດ ຮັບຮອງ ແລະ ນຳໄປຈັດຕັ້ງປະຕິ ບັດຢ່າງມີຜົນສັກສິດ. ຂ່າວ: ກິດຕາ; ພາບ:ເກດສະໜາ ກັບບັນດາຄຳເຫັນເຈາະຈີ້ມຂອງ ທ່ານຮອງນາຍົກລັດຖະມົນຕີ ເປັນ ຕົ້ນ ການຈັດຕັ້ງຜັນຂະຫຍາຍ ມະ ຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່; ໂຄງສ້າງເສດ ຖະກິດ ແລະ ແຫລ່ງລາຍຮັບຫລັກ ຂອງແຂວງໃນປັດຈຸບັນ; ສະພາບ ການລົງທຶນ ຂອງຜູ້ປະກອບການ ຕ່າງໆຢູ່ພາຍໃນແຂວງ; ສະພາບ ການຄຸ້ມຄອງວຽກງານການສໍາ ຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ ທາດ ທີ່ໄດ້ຮັບອະນຸຍາດຈາກສູນ ກາງ ແລະ ແຂວງ ໃນໄລຍະຜ່ານ ມາ; ສະພາບການຈັດຕັ້ງປະຕິບັດ ໂຄງການຮ່ວມມືກັບຕ່າງປະເທດ ຢູ່ພາຍແຂວງ; ການກະກຽມຄວາມ ພ້ອມຮອບດ້ານ ຂອງແຂວງຫົວພັນ ໃນການກ້າວໄປເປັນແຂວງກຸ້ມ ຕົນເອງທາງດ້ານງົບປະມານເທື່ອ ລະກ້າວ, ລວມທັງຜົນສຳເລັດທີ່ ພົ້ນເດັ່ນ, ບັນດາຂໍ້ຄົງຄ້າງ, ຂໍ້ຈໍາ ກັດ-ສິ່ງທ້າທາຍ, ສາເຫດ, ບົດຮຽນ ທີ່ຖອດຖອນໄດ້, ທິດທາງແຜນ ການໃນຕໍ່ໜ້າ ແລະ ຂໍ້ສະເໜີຈໍາ ນວນໜຶ່ງ ເພື່ອສູ້ຊົນພັດທະນາເສດ ຖະກິດ-ສັງຄົມແຂວງຫົວພັນ ກໍຄື ເຮັດໃຫ້ພື້ນຖານຂອງການປະຕິ ວັດລາວ ໃຫ້ມີການຂະຫຍາຍຕົວ ສູງຂຶ້ນຢ່າງຈະແຈ້ງ, ວຽກງານ ຮອບດ້ານພາຍໃນແຂວງ ໄດ້ຮັບ ການພັດທະນາຢ່າງວ່ອງໄວ. ຫລັງຈາກນັ້ນ, ທ່ານເຈົ້າແຂວງ ຫົວພັນ ກໍໄດ້ມີຄຳເຫັນເພີ່ມເຕີມ ແລະ ຢັ້ງຢືນຄືນ ຕໍ່ບາງວຽກງານ ສຳຄັນທີ່ຈະຕ້ອງໄດ້ສືບຕໍ່ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ມີມາດຕະການແກ້ ໄຂ ທີ່ຈະແຈ້ງຊັດເຈນ. ໃນຕອນທ້າຍ, ທ່ານຮອງນາ ຍົກລັດຖະມົນຕີ ກໍໄດ້ຕີລາຄາສູງ ຕໍ່ຄວາມຮັບຜິດຊອບ ແລະ ຜົນສຳ ເລັດ ທີ່ອົງການປົກຄອງທຸກຂັ້ນ ຂອງແຂວງ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ, ອັນພົ້ນເດັ່ນໃນ ຂົງເຂດວຽກງານເສດຖະກິດ ແມ່ນ ການເກັບລາຍຮັບເຂົ້າງົບປະມານ ໄດ້ລື່ນຄາດໝາຍຕິດຕໍ່ກັນມາ 4 ປີ, ການກະກຽມຄວາມພ້ອມຮອບ ດ້ານຂອງແຂວງຫົວພັນ ໃນການ ກ້າວໄປເປັນແຂວງກຸ້ມຕົນເອງ ທາງດ້ານງົບປະມານເທື່ອລະກ້າວ ກໍເຫັນວ່າ ເປັນແຜນທີ່ມີຂໍ້ມູນຊັດ ເຈນ, ສອດຄ່ອງກັບສະພາບຄວາມ ເປັນຈິງ ແລະ ລະອຽດຄົບຖ້ວນ ພໍສົມຄວນ. ສ່ວນຂໍ້ສະເໜີຕ່າງໆ ຂອງແຂວງ, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ຮັບເອົາໄປພິຈາລະນາ ເຊິ່ງມີບາງດ້ານຍັງຈະຕ້ອງໄດ້ສືບ ຕໍ່ເຮັດວຽກຮ່ວມກັບຂະແໜງການ ກ່ຽວຂ້ອງຂອງສູນກາງ ກ່ອນສະ ເໜີລັດຖະບານພິຈາລະນາໃຫ້ນະ ໂຍບາຍສະເພາະຕໍ່ການພັດທະນາ ຕົ້ນກຳເນີດເຂດພື້ນຖານການປະ ຕິວັດ ກໍຄື ການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ທີ່ຍັງເຫັນ ວ່າເປັນແຂວງທຸກຍາກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ເມື່ອບໍ່ດົນມານີ້, ສະຫາຍ ນາງ ວິທະຍາ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໃຫ້ ສຳພາດເນື່ອງໃນໂອກາດຂ່ຳນັບ ຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທີ່ຈະ ມາເຖິງນີ້ ໂດຍສະຫາຍໄດ້ຍົກໃຫ້ ເຫັນການເຕີບໃຫຍ່ຂະຫຍາຍຕົວ ຂອງພັກ ປປ ລາວ ແລະ ການນໍາ ພາຂອງພັກ ຕໍ່ກັບວຽກງານຂອງ ສະຖາບັນການຕ່າງປະເທດ ໂດຍ ພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນ ປະຕິ ວັດລາວ ແລະ ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງ ຂອງກະຊວງການຕ່າງປະເທດ, ໜ່ວຍພັກສະຖາບັນການຕ່າງປະ ເທດ ໄດ້ເອົາໃຈໃສ່ສູ້ຊົນຜັນຂະ ຫຍາຍບັນດາທິດນໍາ ແລະ ມະຕິ XI ຂອງພັກ ໃຫ້ກາຍເປັນແຜນງານ ແຜນການທີ່ເປັນຮູບປະທໍາ, ຮັບ ປະກັນຄວາມເປັນເອກະພາບ ແລະ ສົ່ງເສີມວຽກງານການເຄື່ອນໄຫວ ວຽກງານການທູດ ສປປ ລາວ ແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ, ເອົາໃຈໃສ່ສົ່ງເສີມ ວຽກວິຊາສະເພາະ ໃຫ້ຮັບປະກັນ ຄວາມສອດຄ່ອງກັບຫລັກການ, ຄວາມຕໍ່ເນື່ອງ ແລະ ແທດເໝາະ ຄວາມເປັນຈິງ ແລະ ສາມາດ ຍາດໄດ້ຜົນສໍາເລັດອັນພົ້ນເດັ່ນໃນ ຫລາຍດ້ານ ເປັນຕົ້ນ ດ້ານການ ເມືອງ-ແນວຄິດ, ການຈັດຕັ້ງ, ວຽກ ວິຊາສະເພາະ, ການປັບປຸງ-ກໍ່ສ້າງ ພະນັກງານ ແລະ ດ້ານອົງການຈັດ ຕັ້ງມະຫາຊົນ. ອັນພົ້ນເດັ່ນແມ່ນ ສະຖາບັນການຕ່າງປະເທດ ໄດ້ປະ ກອບສ່ວນໃນການສ້າງຊັບພະຍາ ກອນມະນຸດຂອງ ສປປ ລາວ, ໄດ້ ສໍາເລັດການຈັດຝຶກອົບຮົມ ໃນ ຫລາຍຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ສໍາລັບພະນັກງານກະຊວງການ ຕ່າງປະເທດ ແລະ ບັນດາກະຊວງ ອ້ອມຂ້າງ. ພ້ອມນີ້, ຍັງໄດ້ມີການ ຂຽນບົດຄວາມ-ບົດຄົ້ນຄວ້າ ທັງ ພາສາລາວ ແລະ ອັງກິດ, ຂຽນ ປື້ມ, ຂຶ້ນຫ້ອງບັນຍາຍ, ຕິດຕາມ ສະພາບການພາກພື້ນ-ສາກົນ ແລະ ຍັງໄດ້ສ້າງຕັ້ງສະໂມສອນ ນັກການທູດລາວຂຶ້ນ ເພື່ອເປັນເວທີ ເຕົ້າໂຮມເອົາບັນດາອະດີດເອກອັກ ຄະລັດຖະທູດ ແລະ ນັກການທູດ ລາວ ປຶກສາຫາລື, ແລກປ່ຽນ, ປະ ກອບຄໍາຄິດຄຳເຫັນ ຕໍ່ບັນຫາສະ ພາບທີ່ເຄັ່ງຮ້ອນຢູ່ໃນພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ມີການ ພົວພັນຮ່ວມມື ແລະ ເຄື່ອນໄຫວ ການທູດຊ່ອງທາງທີ 2 ໂດຍໄດ້ ສໍາເລັດການເຊັນບົດບັນທຶກຄວາມ ເຂົ້າໃຈ MOU ກັບບັນດາສະຖາບັນ ຄົ້ນຄວ້າຕ່າງໆ ແລະ ອົງການຈັດ ຕັ້ງສາກົນ ຈໍານວນ 22 ສະບັບ, ຈັດກອງປະຊຸມສຳມະນາສາກົນ ຂອງເຄືອຂ່າຍຄັງປັນຍາສາກົນ, ຈັດກອງປະຊຸມ ແລະ ປາຖະກະຖາ ຮ່ວມກັບສະຖານທູດຕ່າງໆ, ເຂົ້າ ຮ່ວມກອງປະຊຸມພາຍໃນ ແລະ ສາ ກົນ ເພື່ອແລກປ່ຽນຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ນັກ ການທູດ-ນັກຄົ້ນຄວ້າລາວ ກໍຄື ພະນັກງານສະຖາບັນການຕ່າງ ປະເທດ ຫລາຍກວ່າ 100 ຄັ້ງ ໃນ ແຕ່ລະປີ. ໂອກາດດັ່ງກ່າວ, ສະຫາຍ ນາງ ວິທະຍາ ໄຊຍະວົງ ໄດ້ຕາງໜ້າໃຫ້ ຄະນະພັກ ແລະ ສະມາຊິກພັກ-ພະ ນັກງານສະຖາບັນການຕ່າງປະ ເທດ ສະແດງຄວາມຊົມເຊີຍ, ຍ້ອງ ຍໍສັນລະເສີນຕໍ່ການນໍາພາ-ຊີ້ນໍາ ອັນສະຫລາດສ່ອງໃສຢ່າງຮອບ ດ້ານຂອງບັນດາການນໍາພັກ ຕະ ຫລອດໄລຍະເວລາ 70 ປີຜ່ານມາ. ພ້ອມທັງສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະລະເລືອດເນື້ອ, ເຫື່ອ ແຮງ ແລະ ສະຕິປັນຍາ ຂອງບັນດາ ການນໍາພັກແຕ່ລະຮຸ່ນ ຕໍ່ການນໍາ ພາການປະຕິວັດລາວ ຈົນສາມາດ ເຕົ້າໂຮມຄວາມສາມັກຄີຊາດ, ຍາດ ໄດ້ທຸກໄຊຊະນະ ພ້ອມທັງການ ສ້າງສາພັດທະນາປະເທດຊາດ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່. ພ້ອມທັງອວຍພອນໃຫ້ບັນດາສະ ຫາຍການນໍາພັກ, ລັດ ຈົ່ງມີສຸຂະ ພາບເຂັ້ມແຂງ, ມີຜົນສໍາເລັດໃນ ໜ້າທີ່ການເມືອງອັນມີກຽດສະຫງ່າ ຂອງບັນດາສະຫາຍ ແລະ ສືບຕໍ່ໃຫ້ ທິດຊີ້ນໍາ ແກ່ບັນດາສະມາຊິກພັກ ທົ່ວປະເທດ ນໍາເອົາຜົນສໍາເລັດອັນ ໃຫຍ່ຫລວງ ແລະ ສະຫງ່າງາມ ມາ ໃຫ້ປະເທດຊາດ. ຂ່າວ-ພາບ: ທະນູທອງ ປະຫວັດແຫ່ງການກຳເນີດ, ທາດ ແທ້, ອຸດົມການ, ການເຕີບໃຫຍ່ຂະ ຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດສາດ ຂອງ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ຊາດໃນເມື່ອກ່ອນ, ຜົນງານອັນ ໃຫຍ່ຫລວງໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ຕະ ຫລອດໄລຍະ 70 ປີຜ່ານມາ ໂດຍ ສະເພາະພັກເຮົາໄດ້ນຳພາການຕໍ່ສູ້ ບໍ່ຍອມຈໍານົນ, ພິລະອາດຫານ ທີ່ ນໍາໄປສູ່ໄຊຊະນະຂອງການປະຕິ ວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາ ພາການຈັດຕັ້ງປະຕິບັດ 2 ໜ້າທີ່ ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງ ປະຊາຊົນລາວບັນດາເຜົ່າ. ພັກເຮົາ ເວລາໃດກໍຍຶດໝັ້ນລັດທິມາກ-ເລ ນິນ ເປັນພື້ນຖານ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ຍຶດຖື ຫລັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບ ແໜ້ນລະຫວ່າງ ລັດທິຮັກຊາດອັນ ແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການ ປະຕິວັດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ, ຖືເອົາ ຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກ ແຜ່ນພາຍໃນຊາດ, ເຊີດຊູຄວາມ ເປັນແບບຢ່າງນຳໜ້າ, ຮັກສາໄດ້ ຄຸນທາດການເມືອງ ແລະ ຄຸນສົມ ບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນ ຈາກປະຊາຊົນລາວບັນດາເຜົ່າ ຕະຫລອດມາ. ດັ່ງນັ້ນ, ພັກເຮົາ ສົມແລ້ວທີ່ເປັນກອງເສນາທິການ ທາງການເມືອງທີ່ສ່ອງໃສ, ເປັນ ກອງນຳໜ້າທີ່ແໜ້ນແກ່ນ, ເປັນ ຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນ ປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງ ແຫ່ງລະບອບປະຊາທິປະໄຕປະຊາ ຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ ປະເທດມີຄວາມສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດ ຖະກິດວັດທະນະທຳ-ສັງຄົມ ໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນ ໄດ້ຮັບ ການພັດທະນາແກ້ໄຂເປັນກ້າວໆ. ສະຫາຍ ທອງສະຫວັນ ພົມ ວິຫານ ຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງໜົດ ຂອງກະຊວງການຕ່າງປະເທດ ຈົ່ງ ຢຶດໝັ້ນໃນແນວຄິດທິດສະດີມາກເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິ ຍົມຢ່າງໜັກແໜ້ນ, ຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫລັກ ການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ຍຶດໝັ້ນໃນຊົນຊັ້ນກໍາມະກອນ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດ ລວມຂອງຊາດ ຂອງປະຊາຊົນ, ສ້າງຄວາມເປັນແບບຢ່າງທາງ ດ້ານແນວຄິດ ແລະ ພຶດຕິກໍາ, ຈໍາ ກັດແກ້ໄຂປະກົດການຫຍໍ້ທໍ້ດ້ານ ຕ່າງໆ ທັງເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍກໍາລັງແຮງພາຍໃນ ຊາດ ສົມທົບກັບການພົວພັນຮ່ວມ ມືກັບສາກົນ ແລະ ບັນດາປະເທດ ເພື່ອນມິດຍຸດທະສາດ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕາມເສັ້ນທາງ ສັງຄົມນິຍົມ, ຈົ່ງພ້ອມກັນເສີມ ຂະຫຍາຍມູນເຊື້ອອັນດີງາມ ຂອງ ພັກ ເປັນຕົ້ນ ແມ່ນບົດຮຽນການນໍາ ພາ ຂອງພັກ. ພ້ອມນັ້ນ, ກໍພ້ອມກັນ ຖອດຖອນບົກຮຽນ ຈາກບັນດາຂໍ້ ຂາດຕົກບົກພ່ອງ ໃນໄລຍະຜ່ານ ມາ ເພື່ອປັບປຸງປ່ຽນແປງການນໍາ ພາຂອງພັກໃນໄລຍະໃໝ່ໃຫ້ສອດ ຄ່ອງ, ພ້ອມກັນສ້າງພັກໃຫ້ປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອ ຮັກສາບົດບາດກໍາອໍໍານາດ ຂອງ ພັກແລະ ນໍາພາວຽກງານການຕ່າງ ປະເທດ ໄປສູ່ຈຸດໝາຍທີ່ວາງໄວ້. ຂ່າວ-ພາບ: ກຕທ ຮອງນາຍົກ...ົ ການນຳພາ... ກະຊວງການຕ່າງປະເທດ...່

RkJQdWJsaXNoZXIy MTc3MTYxMQ==