ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 18.03.2025 ປີທີ 24 ສະບັບທີ 6.145ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K Iv'okpq d]a f4t,q o8u rq [xt3vh ]q , dkooes]a dcs]j ' c0;'sq ;ra o dv'xt-5 ,ltw\;y lk,a o gmn j vmu 2 0v'ltrkcsj '-kf -5 fmu IX w00B o1j k'gxa omk'dko 7totde,tdko]tfa [-kf ltg|u xa [x5 ']a f4tme,to6 o xu 2025 dkooerk0v'ra d 8ts]vfw]pt 70 xu xtlq [zq oleg]a f1j k'pyj '.spj ra d{]a f4t[ko -5 dp6h {lqj 'glu ,mqj ;x;'-q o sa o,k-q ,.-h ly o7h krkp.o mq fcmodkooeg0Q k gxu f;k'ltcf'zt]y f8tra o sa f4tde ltg|j lY o8k,5 d ຂປລ. ກອງປະຊຸມສະໄໝວິສາ ມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ມີນາ 2025 ພາຍ ໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການ ນຳພັກ-ລັດ, ອະດີດການນຳ ພັກລັດ, ພ້ອມດ້ວຍ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ ຕ່າງໆເຂົ້າຮ່ວມ ເຊິ່ງກອງປະຊຸມ ດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດ ວັນທີ 20 ມີນາ 2025 ຢູ່ຫ້ອງ ຂປລ. ໃນວາລະກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ວັນທີ ປະຊຸມໃຫຍ່ສະພາແຫ່ງຊາດ, ນະ ຄອນຫລວງວຽງຈັນ. 17 ມີນາ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາ ແຫ່ງຊາດ, ທັງເປັນຮອງປະທານ ຄະນະກຳມະການລະດັບຊາດ ປັບ ປຸງລັດຖະທຳມະນູນ ໄດ້ສະເໜີ ການປັບປຸງລັດຖະທຳມະນູນ ປີ 2025. ຈາກນັ້ນ, ບັນດາສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງຕ່າງໆ ກໍໄດ້ພ້ອມກັນປະກອບ ຄຳຄິດຄຳເຫັນ ເພື່ອເຮັດໃຫ້ມີເນື້ອ ໃນຄົບຖ້ວນ, ສົມບູນ, ສອດຄ່ອງ ກັບແນວທາງຂອງພັກ-ລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງ ມີຜົນສຳເລັດ. dt-;'dko8j k'xtgmf s;o7n o ,6 og-N v;a olh k'8A 'ra dxt-k-q o xt8y ;a f]k; ຂປລ. ກະຊວງການຕ່າງປະ ເທດ ຈັດປາຖະກະຖາວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 17 ມີນາ 2025 ໂດຍການປາຖະກະຖາຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກກະຊວງ, ລັດ ຖະມົນຕີກະຊວງການຕ່າງປະເທດ ມີຄະນະພັກ,ຄະນະນຳ,ຄະນະໜ່ວຍ ພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນ ຂປລ. ຕະຫລອດໄລຍະ 70 ປີ ຜ່ານມາ, ພັກປະຊາຊົນ ປະຕິວັດ ລາວ (ພັກ ປປ ລາວ) ໄດ້ນໍາພາ ການປະຕິວັດລາວແລະ ການນໍາພາ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໄດ້ປະສົບ ຜົນສໍາເລັດຢ່າງຍິ່ງໃຫຍ່, ພັກເວ ລາໃດກໍເອົາໃຈໃສ່ ນໍາພາ-ຊີ້ນໍໍາ ປວງຊົນລາວທັງຊາດ ເຮັດໜ້າທີ່ ຂອງຕົນເປັນກ້າວໆມາ ດ້ວຍ ຄວາມພາກພູມໃຈ ເປັນຕົ້ນ ແມ່ນ ສາມາດປົກປັກຮັກສາຄວາມເປັນ ເອກະລາດ, ອະທິປະໄຕ ແລະ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ ານໍ່ ໜ້າ ຜືນແຜ່ນດິນອັນຄົບຖ້ວນ ຂອງ ປະເທດຊາດໄວ້ຢ່າງໝັ້ນຄົງ, ມີສະ ຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ປອດໄພ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ. ປະ ຊາຊົນລາວບັນດາເຜົ່າ ມີຄວາມ ສາມັກຄີຮັກແພງກັນໃນການປົກ ປັກຮັກສາໝາກຜົນ ຂອງການ ປະຕິວັດ ແລະ ສ້າງສາປະເທດຊາດ ພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສຂອງພັກ. F ອ່ານຕໍ່ໜ້າ 2່ າໍ່ ໜ້າ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 18/03/2025 xtgmf]k; ກອງປະຊຸມ...ຸ ຂປລ. ວັນທີ 14 ມີນາ 2025 ຜ່ານມາ, ຢູ່ຫ້ອງວ່າການແຂວງຫົວ ພັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະ ເທດ, ຜູ້ຊີ້ນຳວຽກງານແຂວງຫົວ ພັນໄດ້ພົບປະໂອ້ລົມແລະປຶກສາຫາ ລືວຽກງານການພັດທະນາເສດ ຖະກິດ-ສັງຄົມຂອງແຂວງຫົວພັນ ຮ່ວມກັບບັນດາການນຳ ແລະ ພະ ນັກງານຫລັກແຫລ່ງຂອງແຂວງ ດັ່ງກ່າວ ໂດຍມີ ທ່ານ ຄຳແພງ ໄຊ ສົມແພງ ເຈົ້າແຂວງຫົວພັນ, ພ້ອມ ດ້ວຍຄະນະເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານຫົວໜ້າຫ້ອງ ວ່າການແຂວງ, ຫົວໜ້າພະແນກ ການເງິນແຂວງ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ແລະ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຜັດປ່ຽນ ກັນລາຍງານໃຫ້ຊາບກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ໃນ ຂົງເຂດຄວາມຮັບຜິດຊອບຂອງ ຂະແໜງ ການຕົນ ແລະ ຕິດພັນ ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ເປີດກອງປະຊຸມຢ່າງເປັນທາງ ການ ເຊິ່ງມີເນື້ອໃນບາງຕອນວ່າ: ປີ 2025 ເປັນປີມ້ວນທ້າຍຂອງ ສະພາແຫ່ງຊາດ ຊຸດທີ IX ເຊິ່ງ ສະພາແຫ່ງຊາດ ຈະໄດ້ເອົາໃຈ ໃສ່ເພີ່ມທະວີ ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ດ້ວຍຄວາມຮັບຜິດຊອບ ສູງ ແລະ ໃຫ້ປະກົດຜົນສໍາເລັດ ຢ່າງຈົບງາມ. ເຖິງວ່າໃນທ່າມກາງ ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີການຜັນແປ ໄປຢ່າງສັບສົນ, ວ່ອງໄວ, ສະຫລັບ ສັບຊ້ອນ, ຄາດຄະເນໄດ້ຍາກ ເຊິ່ງ ສົ່ງຜົນກະທົບໂດຍກົງຕໍ່ບັນດາ ປະເທດໃນໂລກ ລວມທັງ ສປປ ລາວ, ບວກກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫລາຍປີ, ສົ່ງຜົນ ກະທົບໂດຍກົງຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ການດຳລົງຊີ ວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາ ຊົນບັນດາເຜົ່າໃນຂອບເຂດທົ່ວປະ ເທດ. ໃນເງື່ອນໄຂດັ່ງກ່າວ, ດ້ວຍ ຄວາມພະຍາຍາມ, ເອົາໃຈໃສ່ນຳ ພາ-ຊີ້ນຳ ຂອງຄະນະບໍລິຫານງານ ສູນກາງພັກ, ການເຮັດວຽກຮ່ວມ ກັນຢ່າງໃກ້ຊິດໃນການແກ້ໄຂບັນ ຫາທີ່ເຄັ່ງຮ້ອນຕ່າງໆ ລະຫວ່າງ ສະພາແຫ່ງຊາດ, ລັດຖະບານ ແລະ ດ້ວຍຄວາມສູ້ຊົນບຸກບືນຂອງທົ່ວ ລະບົບການເມືອງ ໂດຍສະເພາະ ແມ່ນສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທຸກຂັ້ນ ບວກ ໃສ່ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວຂອງປະຊາຊົນບັນດາເຜົ່າ ແລະ ການສູ້ຊົນຂອງທຸກພາກ ທຸລະກິດ ໄດ້ເຮັດໃຫ້ບັນດາມາດຕະ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຈິງຈັງກວ່າ ເກົ່າ ເຊິ່ງໄດ້ຮັບຜົນສຳເລັດຫລາຍ ດ້ານ, ເຮັດໃຫ້ເສດຖະກິດຂອງ ປະເທດສືບຕໍ່ມີການຂະຫຍາຍຕົວ ໃນທາງບວກ, ບັນດາຄາດໝາຍ ທາງດ້ານເສດຖະກິດ-ສັງຄົມ ສາ ມາດບັນລຸໄດ້ຕາມແຜນເປັນສ່ວນ ໃຫຍ່ ແລະ ຄາດໝາຍຈໍານວນໜຶ່ງ ສາມາດປະຕິບັດໄດ້ລື່ນແຜນ ເຊິ່ງ ເປັນການປະກອບສ່ວນທີ່ສຳຄັນ ໃຫ້ປະເທດຊາດ ສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດຍັງສືບຕໍ່ມີທ່າອ່ຽງຂະຫຍາຍ ຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນ ເປັນກ້າວໆ, ບົດບາດຂອງປະເທດ ເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ການດຳເນີນກອງປະຊຸມສະໄໝ ວິສາມັນ ເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນຄັ້ງນີ້, ດ້ານ ໜຶ່ງກໍເປັນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສະພາ ແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ອີກດ້ານ ໜຶ່ງກໍເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງ ສະພາແຫ່ງ ຊາດ ໃນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍປ່ຽນແປງໃໝ່ ຂອງພັກໃຫ້ເປັນອັນລະອຽດເຂົ້າ ໃສ່ເນື້ອໃນຂອງລັດຖະທຳມະນູນ, ກົດໝາຍ ເພື່ອສືບຕໍ່ສ້າງລັດທີ່ປົກ ຄອງດ້ວຍກົດໝາຍສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍ ມີປະສິດທິພາບ ປະສິທິຜົນສູງຂຶ້ນ ເລື້ອຍໆ. ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຄື: ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ປີ 2025; ພິຈາລະ ນາ ແລະ ຮັບຮອງເອົາການປັບປຸງ ກົດໝາຍ ຈຳນວນ 2 ສະບັບ ຄື: ກົດ ໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນ, ກົດໝາຍວ່າດ້ວຍພະນັກງານລັດຖະກອນ; ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະ ກຳຈຳນວນໜຶ່ງ; ພິຈາລະນາຄຳສະ ເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກຂອງ ລັດຖະບານ. ນອກຈາກນີ້, ຍັງຈະ ໄດ້ພິຈາລະນາຮັບຮອງຫລາຍບັນ ຫາທີ່ສຳຄັນ, ຈຳເປັນແລະຮີບດ່ວນ ຂອງປະເທດຊາດ. ສະນັ້ນ, ເພື່ອ ເຮັດໃຫ້ການພິຈາລະນາຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ທີ່ມີຄວາມສຳຄັນຄື ດັ່ງກ່າວ, ໃຫ້ມີຄຸນນະພາບ, ມີປະ ສິດທິຜົນ ແລະ ບັນລຸຜົນຕາມແຜນ ການທີ່ວາງໄວ້, ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງມາຍັງທຸກ ພາກສ່ວນທີ່ກ່ຽວຂ້ອງຈົ່ງມີຄວາມ ສາມັກຄີເປັນປຶກແຜນ, ປະສານສົມ ທົບ ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອ ໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຈົ່ງໄດ້ ນຳໃຊ້ສິດປະຊາທິປະໄຕ, ເສີມ ຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການ ເມືອງຂອງຕົນ ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງ ເລິກເຊິ່ງ, ປະກອບຄຳເຫັນຕໍ່ທຸກບັນ ຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງບົນພື້ນຖານແນວທາງ ປ່ຽນແປງໃໝ່ ຮອບດ້ານຢ່າງມີ ຫລັກການຂອງພັກ, ຕາມລັດຖະທຳ ມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດ ເຮົາໃນປັດຈຸບັນ, ພ້ອມທັງຊອກ ຫາວິທີການ, ມາດຕະການທີ່ສອດ ຄ່ອງ ເພື່ອແກ້ໄຂບັນດາບັນຫາຮີບ ດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ພວກເຮົາໃນປັດຈຸບັນ. ພ້ອມກັນ ນັ້ນ, ກໍສ້າງຄວາມເປັນເອກະພາບ ສູງຕໍ່ເນື້ອໃນທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ເພື່ອສາມາດ ຮັບຮອງ ແລະ ນຳໄປຈັດຕັ້ງປະຕິ ບັດຢ່າງມີຜົນສັກສິດ. ຂ່າວ: ກິດຕາ; ພາບ:ເກດສະໜາ ກັບບັນດາຄຳເຫັນເຈາະຈີ້ມຂອງ ທ່ານຮອງນາຍົກລັດຖະມົນຕີ ເປັນ ຕົ້ນ ການຈັດຕັ້ງຜັນຂະຫຍາຍ ມະ ຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່; ໂຄງສ້າງເສດ ຖະກິດ ແລະ ແຫລ່ງລາຍຮັບຫລັກ ຂອງແຂວງໃນປັດຈຸບັນ; ສະພາບ ການລົງທຶນ ຂອງຜູ້ປະກອບການ ຕ່າງໆຢູ່ພາຍໃນແຂວງ; ສະພາບ ການຄຸ້ມຄອງວຽກງານການສໍາ ຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ ທາດ ທີ່ໄດ້ຮັບອະນຸຍາດຈາກສູນ ກາງ ແລະ ແຂວງ ໃນໄລຍະຜ່ານ ມາ; ສະພາບການຈັດຕັ້ງປະຕິບັດ ໂຄງການຮ່ວມມືກັບຕ່າງປະເທດ ຢູ່ພາຍແຂວງ; ການກະກຽມຄວາມ ພ້ອມຮອບດ້ານ ຂອງແຂວງຫົວພັນ ໃນການກ້າວໄປເປັນແຂວງກຸ້ມ ຕົນເອງທາງດ້ານງົບປະມານເທື່ອ ລະກ້າວ, ລວມທັງຜົນສຳເລັດທີ່ ພົ້ນເດັ່ນ, ບັນດາຂໍ້ຄົງຄ້າງ, ຂໍ້ຈໍາ ກັດ-ສິ່ງທ້າທາຍ, ສາເຫດ, ບົດຮຽນ ທີ່ຖອດຖອນໄດ້, ທິດທາງແຜນ ການໃນຕໍ່ໜ້າ ແລະ ຂໍ້ສະເໜີຈໍາ ນວນໜຶ່ງ ເພື່ອສູ້ຊົນພັດທະນາເສດ ຖະກິດ-ສັງຄົມແຂວງຫົວພັນ ກໍຄື ເຮັດໃຫ້ພື້ນຖານຂອງການປະຕິ ວັດລາວ ໃຫ້ມີການຂະຫຍາຍຕົວ ສູງຂຶ້ນຢ່າງຈະແຈ້ງ, ວຽກງານ ຮອບດ້ານພາຍໃນແຂວງ ໄດ້ຮັບ ການພັດທະນາຢ່າງວ່ອງໄວ. ຫລັງຈາກນັ້ນ, ທ່ານເຈົ້າແຂວງ ຫົວພັນ ກໍໄດ້ມີຄຳເຫັນເພີ່ມເຕີມ ແລະ ຢັ້ງຢືນຄືນ ຕໍ່ບາງວຽກງານ ສຳຄັນທີ່ຈະຕ້ອງໄດ້ສືບຕໍ່ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ມີມາດຕະການແກ້ ໄຂ ທີ່ຈະແຈ້ງຊັດເຈນ. ໃນຕອນທ້າຍ, ທ່ານຮອງນາ ຍົກລັດຖະມົນຕີ ກໍໄດ້ຕີລາຄາສູງ ຕໍ່ຄວາມຮັບຜິດຊອບ ແລະ ຜົນສຳ ເລັດ ທີ່ອົງການປົກຄອງທຸກຂັ້ນ ຂອງແຂວງ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ, ອັນພົ້ນເດັ່ນໃນ ຂົງເຂດວຽກງານເສດຖະກິດ ແມ່ນ ການເກັບລາຍຮັບເຂົ້າງົບປະມານ ໄດ້ລື່ນຄາດໝາຍຕິດຕໍ່ກັນມາ 4 ປີ, ການກະກຽມຄວາມພ້ອມຮອບ ດ້ານຂອງແຂວງຫົວພັນ ໃນການ ກ້າວໄປເປັນແຂວງກຸ້ມຕົນເອງ ທາງດ້ານງົບປະມານເທື່ອລະກ້າວ ກໍເຫັນວ່າ ເປັນແຜນທີ່ມີຂໍ້ມູນຊັດ ເຈນ, ສອດຄ່ອງກັບສະພາບຄວາມ ເປັນຈິງ ແລະ ລະອຽດຄົບຖ້ວນ ພໍສົມຄວນ. ສ່ວນຂໍ້ສະເໜີຕ່າງໆ ຂອງແຂວງ, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ຮັບເອົາໄປພິຈາລະນາ ເຊິ່ງມີບາງດ້ານຍັງຈະຕ້ອງໄດ້ສືບ ຕໍ່ເຮັດວຽກຮ່ວມກັບຂະແໜງການ ກ່ຽວຂ້ອງຂອງສູນກາງ ກ່ອນສະ ເໜີລັດຖະບານພິຈາລະນາໃຫ້ນະ ໂຍບາຍສະເພາະຕໍ່ການພັດທະນາ ຕົ້ນກຳເນີດເຂດພື້ນຖານການປະ ຕິວັດ ກໍຄື ການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ທີ່ຍັງເຫັນ ວ່າເປັນແຂວງທຸກຍາກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ເມື່ອບໍ່ດົນມານີ້, ສະຫາຍ ນາງ ວິທະຍາ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໃຫ້ ສຳພາດເນື່ອງໃນໂອກາດຂ່ຳນັບ ຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທີ່ຈະ ມາເຖິງນີ້ ໂດຍສະຫາຍໄດ້ຍົກໃຫ້ ເຫັນການເຕີບໃຫຍ່ຂະຫຍາຍຕົວ ຂອງພັກ ປປ ລາວ ແລະ ການນໍາ ພາຂອງພັກ ຕໍ່ກັບວຽກງານຂອງ ສະຖາບັນການຕ່າງປະເທດ ໂດຍ ພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນ ປະຕິ ວັດລາວ ແລະ ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງ ຂອງກະຊວງການຕ່າງປະເທດ, ໜ່ວຍພັກສະຖາບັນການຕ່າງປະ ເທດ ໄດ້ເອົາໃຈໃສ່ສູ້ຊົນຜັນຂະ ຫຍາຍບັນດາທິດນໍາ ແລະ ມະຕິ XI ຂອງພັກ ໃຫ້ກາຍເປັນແຜນງານ ແຜນການທີ່ເປັນຮູບປະທໍາ, ຮັບ ປະກັນຄວາມເປັນເອກະພາບ ແລະ ສົ່ງເສີມວຽກງານການເຄື່ອນໄຫວ ວຽກງານການທູດ ສປປ ລາວ ແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ, ເອົາໃຈໃສ່ສົ່ງເສີມ ວຽກວິຊາສະເພາະ ໃຫ້ຮັບປະກັນ ຄວາມສອດຄ່ອງກັບຫລັກການ, ຄວາມຕໍ່ເນື່ອງ ແລະ ແທດເໝາະ ຄວາມເປັນຈິງ ແລະ ສາມາດ ຍາດໄດ້ຜົນສໍາເລັດອັນພົ້ນເດັ່ນໃນ ຫລາຍດ້ານ ເປັນຕົ້ນ ດ້ານການ ເມືອງ-ແນວຄິດ, ການຈັດຕັ້ງ, ວຽກ ວິຊາສະເພາະ, ການປັບປຸງ-ກໍ່ສ້າງ ພະນັກງານ ແລະ ດ້ານອົງການຈັດ ຕັ້ງມະຫາຊົນ. ອັນພົ້ນເດັ່ນແມ່ນ ສະຖາບັນການຕ່າງປະເທດ ໄດ້ປະ ກອບສ່ວນໃນການສ້າງຊັບພະຍາ ກອນມະນຸດຂອງ ສປປ ລາວ, ໄດ້ ສໍາເລັດການຈັດຝຶກອົບຮົມ ໃນ ຫລາຍຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ສໍາລັບພະນັກງານກະຊວງການ ຕ່າງປະເທດ ແລະ ບັນດາກະຊວງ ອ້ອມຂ້າງ. ພ້ອມນີ້, ຍັງໄດ້ມີການ ຂຽນບົດຄວາມ-ບົດຄົ້ນຄວ້າ ທັງ ພາສາລາວ ແລະ ອັງກິດ, ຂຽນ ປື້ມ, ຂຶ້ນຫ້ອງບັນຍາຍ, ຕິດຕາມ ສະພາບການພາກພື້ນ-ສາກົນ ແລະ ຍັງໄດ້ສ້າງຕັ້ງສະໂມສອນ ນັກການທູດລາວຂຶ້ນ ເພື່ອເປັນເວທີ ເຕົ້າໂຮມເອົາບັນດາອະດີດເອກອັກ ຄະລັດຖະທູດ ແລະ ນັກການທູດ ລາວ ປຶກສາຫາລື, ແລກປ່ຽນ, ປະ ກອບຄໍາຄິດຄຳເຫັນ ຕໍ່ບັນຫາສະ ພາບທີ່ເຄັ່ງຮ້ອນຢູ່ໃນພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ມີການ ພົວພັນຮ່ວມມື ແລະ ເຄື່ອນໄຫວ ການທູດຊ່ອງທາງທີ 2 ໂດຍໄດ້ ສໍາເລັດການເຊັນບົດບັນທຶກຄວາມ ເຂົ້າໃຈ MOU ກັບບັນດາສະຖາບັນ ຄົ້ນຄວ້າຕ່າງໆ ແລະ ອົງການຈັດ ຕັ້ງສາກົນ ຈໍານວນ 22 ສະບັບ, ຈັດກອງປະຊຸມສຳມະນາສາກົນ ຂອງເຄືອຂ່າຍຄັງປັນຍາສາກົນ, ຈັດກອງປະຊຸມ ແລະ ປາຖະກະຖາ ຮ່ວມກັບສະຖານທູດຕ່າງໆ, ເຂົ້າ ຮ່ວມກອງປະຊຸມພາຍໃນ ແລະ ສາ ກົນ ເພື່ອແລກປ່ຽນຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ນັກ ການທູດ-ນັກຄົ້ນຄວ້າລາວ ກໍຄື ພະນັກງານສະຖາບັນການຕ່າງ ປະເທດ ຫລາຍກວ່າ 100 ຄັ້ງ ໃນ ແຕ່ລະປີ. ໂອກາດດັ່ງກ່າວ, ສະຫາຍ ນາງ ວິທະຍາ ໄຊຍະວົງ ໄດ້ຕາງໜ້າໃຫ້ ຄະນະພັກ ແລະ ສະມາຊິກພັກ-ພະ ນັກງານສະຖາບັນການຕ່າງປະ ເທດ ສະແດງຄວາມຊົມເຊີຍ, ຍ້ອງ ຍໍສັນລະເສີນຕໍ່ການນໍາພາ-ຊີ້ນໍາ ອັນສະຫລາດສ່ອງໃສຢ່າງຮອບ ດ້ານຂອງບັນດາການນໍາພັກ ຕະ ຫລອດໄລຍະເວລາ 70 ປີຜ່ານມາ. ພ້ອມທັງສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະລະເລືອດເນື້ອ, ເຫື່ອ ແຮງ ແລະ ສະຕິປັນຍາ ຂອງບັນດາ ການນໍາພັກແຕ່ລະຮຸ່ນ ຕໍ່ການນໍາ ພາການປະຕິວັດລາວ ຈົນສາມາດ ເຕົ້າໂຮມຄວາມສາມັກຄີຊາດ, ຍາດ ໄດ້ທຸກໄຊຊະນະ ພ້ອມທັງການ ສ້າງສາພັດທະນາປະເທດຊາດ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່. ພ້ອມທັງອວຍພອນໃຫ້ບັນດາສະ ຫາຍການນໍາພັກ, ລັດ ຈົ່ງມີສຸຂະ ພາບເຂັ້ມແຂງ, ມີຜົນສໍາເລັດໃນ ໜ້າທີ່ການເມືອງອັນມີກຽດສະຫງ່າ ຂອງບັນດາສະຫາຍ ແລະ ສືບຕໍ່ໃຫ້ ທິດຊີ້ນໍາ ແກ່ບັນດາສະມາຊິກພັກ ທົ່ວປະເທດ ນໍາເອົາຜົນສໍາເລັດອັນ ໃຫຍ່ຫລວງ ແລະ ສະຫງ່າງາມ ມາ ໃຫ້ປະເທດຊາດ. ຂ່າວ-ພາບ: ທະນູທອງ ປະຫວັດແຫ່ງການກຳເນີດ, ທາດ ແທ້, ອຸດົມການ, ການເຕີບໃຫຍ່ຂະ ຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດສາດ ຂອງ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ຊາດໃນເມື່ອກ່ອນ, ຜົນງານອັນ ໃຫຍ່ຫລວງໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ຕະ ຫລອດໄລຍະ 70 ປີຜ່ານມາ ໂດຍ ສະເພາະພັກເຮົາໄດ້ນຳພາການຕໍ່ສູ້ ບໍ່ຍອມຈໍານົນ, ພິລະອາດຫານ ທີ່ ນໍາໄປສູ່ໄຊຊະນະຂອງການປະຕິ ວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາ ພາການຈັດຕັ້ງປະຕິບັດ 2 ໜ້າທີ່ ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງ ປະຊາຊົນລາວບັນດາເຜົ່າ. ພັກເຮົາ ເວລາໃດກໍຍຶດໝັ້ນລັດທິມາກ-ເລ ນິນ ເປັນພື້ນຖານ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ຍຶດຖື ຫລັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບ ແໜ້ນລະຫວ່າງ ລັດທິຮັກຊາດອັນ ແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການ ປະຕິວັດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ, ຖືເອົາ ຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກ ແຜ່ນພາຍໃນຊາດ, ເຊີດຊູຄວາມ ເປັນແບບຢ່າງນຳໜ້າ, ຮັກສາໄດ້ ຄຸນທາດການເມືອງ ແລະ ຄຸນສົມ ບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນ ຈາກປະຊາຊົນລາວບັນດາເຜົ່າ ຕະຫລອດມາ. ດັ່ງນັ້ນ, ພັກເຮົາ ສົມແລ້ວທີ່ເປັນກອງເສນາທິການ ທາງການເມືອງທີ່ສ່ອງໃສ, ເປັນ ກອງນຳໜ້າທີ່ແໜ້ນແກ່ນ, ເປັນ ຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນ ປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງ ແຫ່ງລະບອບປະຊາທິປະໄຕປະຊາ ຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ ປະເທດມີຄວາມສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດ ຖະກິດວັດທະນະທຳ-ສັງຄົມ ໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນ ໄດ້ຮັບ ການພັດທະນາແກ້ໄຂເປັນກ້າວໆ. ສະຫາຍ ທອງສະຫວັນ ພົມ ວິຫານ ຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງໜົດ ຂອງກະຊວງການຕ່າງປະເທດ ຈົ່ງ ຢຶດໝັ້ນໃນແນວຄິດທິດສະດີມາກເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິ ຍົມຢ່າງໜັກແໜ້ນ, ຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫລັກ ການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ຍຶດໝັ້ນໃນຊົນຊັ້ນກໍາມະກອນ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດ ລວມຂອງຊາດ ຂອງປະຊາຊົນ, ສ້າງຄວາມເປັນແບບຢ່າງທາງ ດ້ານແນວຄິດ ແລະ ພຶດຕິກໍາ, ຈໍາ ກັດແກ້ໄຂປະກົດການຫຍໍ້ທໍ້ດ້ານ ຕ່າງໆ ທັງເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍກໍາລັງແຮງພາຍໃນ ຊາດ ສົມທົບກັບການພົວພັນຮ່ວມ ມືກັບສາກົນ ແລະ ບັນດາປະເທດ ເພື່ອນມິດຍຸດທະສາດ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕາມເສັ້ນທາງ ສັງຄົມນິຍົມ, ຈົ່ງພ້ອມກັນເສີມ ຂະຫຍາຍມູນເຊື້ອອັນດີງາມ ຂອງ ພັກ ເປັນຕົ້ນ ແມ່ນບົດຮຽນການນໍາ ພາ ຂອງພັກ. ພ້ອມນັ້ນ, ກໍພ້ອມກັນ ຖອດຖອນບົກຮຽນ ຈາກບັນດາຂໍ້ ຂາດຕົກບົກພ່ອງ ໃນໄລຍະຜ່ານ ມາ ເພື່ອປັບປຸງປ່ຽນແປງການນໍາ ພາຂອງພັກໃນໄລຍະໃໝ່ໃຫ້ສອດ ຄ່ອງ, ພ້ອມກັນສ້າງພັກໃຫ້ປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອ ຮັກສາບົດບາດກໍາອໍໍານາດ ຂອງ ພັກແລະ ນໍາພາວຽກງານການຕ່າງ ປະເທດ ໄປສູ່ຈຸດໝາຍທີ່ວາງໄວ້. ຂ່າວ-ພາບ: ກຕທ ຮອງນາຍົກ...ົ ການນຳພາ... ກະຊວງການຕ່າງປະເທດ...່
18/03/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພາບປະກອບ 7totde,tdko]tfa [-kf ltg|u xa [x5 ']a f4tme,to6 oxu 2025 ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງ ລັດຖະທຳມະນູນຄັ້ງນີ້, ເພື່ອແກ້ໄຂ ຈຸດອ່ອນຂໍ້ຄົງຄ້າງໃນການຈັດຕັ້ງ ປະຕິບັດລັດຖະທຳມະນູນ ເຊິ່ງການ ປັບປຸງຄັ້ງນີ້ ເປັນການປັບປຸງຄັ້ງທີ 3 ໂດຍສຸມໃສ່ປະຕິບັດຕາມຈິດໃຈ ຊີ້ນຳຂອງມະຕິກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງ ທີ 9 ສະໄໝທີ XI (ຄັ້ງວັນທີ 28 ຕຸລາ-6 ພະຈິກ 2024) ແນໃສ່ປັບ ປຸງລະບົບອຳນາດແຫ່ງລັດ ໃຫ້ມີ ປະສິດທິພາບສູງ, ສ້າງບາດລ້ຽວ ໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມ ໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງ ດ້ານກົດໝາຍ ກໍຄື ນິຕິກໍາທີ່ຈະວາງ ອອກໃນຕໍ່ໜ້າໃຫ້ຮັບປະກັນແນວ ທາງການເມືອງຂອງພັກ, ການຄຸ້ມ ຄອງ-ບໍລິຫານລັດໃນໄລຍະໃໝ່; ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫລື ຮອງຮັບແນວ ທາງການເມືອງຂອງພັກ ແລະ ແນວ ທາງການຈັດຕັ້ງ, ການຄຸ້ມຄອງບໍລິຫານລັດໃນໄລຍະໃໝ່ ກໍຄື ແນວ ທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ. ນອກຈາກນີ້, ທ່ານ ຈະເລີນ ເຍຍປາວເຮີ ຍັງລາຍງານໃຫ້ຮູ້ ກ່ຽວກັບການຈັດຕັ້ງປະຕິບັດ ລັດ * ເ ພື່ອຕອບສະໜອງພາລະ ໃໝ່ຂອງການປະຕິວັດ, ສືບທອດ ພາລະກິດອັນສະຫງ່າລາສີຂອງ ພັກກອມມູນິດອິນດູຈີນ, ພັກປະ ຊາຊົນລາວ ປັດຈຸບັນແມ່ນພັກປະ ຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງ ຂຶ້ນຢ່າງເປັນທາງການໃນວັນທີ 22/3/1955. ນີ້ແມ່ນເຫດການ ຂີດໝາຍບາດລ້ຽວອັນສຳຄັນໃນ ປະຫວັດສາດການປະຕິວັດລາວ. ໃນຂະນະນັ້ນ, ພັກປະຊາຊົນ ປະຕິ ວັດລາວ ໄດ້ວາງອອກໜ້າທີ່ການ ປະຕິວັດໃນສະ ເພາະໜ້າແມ່ນ “ສາມັກຄີນຳພາທົ່ວປວງຊົນສູ້ ຊົນສຳເລັດພາລະກິດປົດປ່ອຍ ຊາດ, ສ້າງສາປະເທດລາວເປັນ ປະເທດສັນຕິພາບ, ປະຊາທິປະໄຕ, ເອກະພາບ ແລະ ເອກະລາດ”. ໃນ ຕະຫລອດເສັ້ນທາງການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ໄດ້ ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຍາດເອກະລາດ, ປົດປ່ອຍຊາດ ເປັນເທື່ອລະກ້າວ, ເປີດອອກເສັ້ນ ທາງແຫ່ງການພັດທະນາໃຫ້ແກ່ປະ ເທດຊາດ. ນັບແຕ່ເວລາສ້າງຕັ້ງພັກມາເຖິງ ປັດຈຸບັນ, ພັກປະຊາຊົນ ປະຕິວັດ ລາວ ໄດ້ຜ່ານຜ່າສິ່ງທ້າທາຍນາໆ ປະການໃນປະຫວັດສາດຕໍ່ສູ້ກູ້ ຊາດເພື່ອຕ້ານກັບພວກຈັກກະພັດ ລ່າເມືອງແບບໃໝ່ແກ່ຍາວຫລາຍ ບົດສະເໜີົີ dkog8u [.spj 0tspkp8q ;0v'dkowxltou c]t 3m]t7q ,,tok7q , ( ເນື່ອງໃນໂອກາດວັນໄປສະນີແຫ່ງຊາດ ແລະ ໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025 )ື່ັີ່ົົ່ົີີີ *ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການ ປ່ຽນແປງຢ່າງວ່ອງໄວຍ້ອນການ ຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳເປັນຕົ້ນແມ່ນໄດ້ ມີການຄ້າເອເລັກໂຕຣນິກ, ລະບົບ ໂລຈິສຕິກທີ່ທັນສະໄໝ, ເຄື່ອງບິນ ບໍ່ມີຄົນຂັບ (Drone), ລະບົບເຕັກ ໂນໂລຊີການສື່ສານ5G, ເຕັກໂນໂລ ຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ອິນເຕີເນັດ ແຫ່ງສັບພະສິ່ງ (IoT), ຖານຂໍ້ມູນ ມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມ ມິຕິ (3D Printing) ແລະ ລະບົບ ເຕັກໂນໂລຊີດີຈິຕອນອື່ນໆ. ຕະຫລອດໄລຍະຜ່ານມາວຽກ ງານໄປສະນີຂອງ ສປປ ລາວ ສາ ມາດເຊື່ອມໂຍງກັບ 192 ປະເທດ ທົ່ວໂລກເຮັດໃຫ້ການຈໍລະຈອນ ແຈກຢາຍສິ່ງຂອງ ແລະ ສິນຄ້າ ລະຫວ່າງປະເທດມີຄວາມສະດວກ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງ ຫລວງຫລາຍ, ຜູ້ປະກອບການ ໄປສະນີໃນຂອບເຂດທົ່ວປະເທດ ເພີ່ມຂຶ້ນຈາກ 5 ບໍລິສັດໃນປີ 2016 ເພີ່ມຂຶ້ນ 43 ບໍລິສັດໃນປີ 2021 ເທົ່າກັບ 800%; ມູນຄ່າການລົງທຶນ ທີ່ຈົດທະບຽນຮອດປີ 2021 ມີເຖິງ 126,27 ຕື້ກີບເພີ່ມຂຶ້ນ 393,75% ທຽບໃສ່ປີ 2019; ບໍລິມາດການ ຮັບຝາກເພີ່ມຂຶ້ນ 600 ໂຕນ/ປີເມື່ອ ທຽບກັບປີ 2015 ທີ່ມີບໍລິມາດເຖິງ 100 ໂຕນ/ປີ; ປ່ອງບໍລິການໃນ ປີ 2021 ມີພຽງ 521 ປ່ອງຕົົ້ນປີ 2022 ມີເຖິງ 990 ປ່ອງໃນທົ່ວ ປະເທດເພີ່ມຂຶ້ນ 153,5% ກວມ ເອົາອັດຕາສ່ວນຂອງພົນລະເມືອງ 8.750 ຄົນຕໍ່ປ່ອງ.ວຽກງານໄປ ສະນີ ແລະ ໂທລະຄົມມະນາຄົມ ຂອງ ສປປ ລາວ ສາມາດສ້າງຜົນ ງານອັນໃຫຍ່ຫລວງຫລາຍດ້ານ ເປັນຕົ້ນແມ່ນວຽກງານໄປສະນີໄດ້ ຫັນມານຳໃຊ້ເຕັກໂນໂລຊີດີຈິຕອນ ເພື່ອເພີ່ມຄວາມສະດວກໃນການ ໃຫ້ບໍລິການ ແລະ ຮອງຮັບທຸລະກິດ ອອນລາຍ, ເພີ່ມປະສິດທິພາບ ແລະ ຫລຸດເວລາການຂົນສົ່ງທີ່ ເປັນມິດຕໍ່ສິ່ງແວດລ້ອມ. ສິ່ງທີ່ພົ້ນ ເດັ່ນແມ່ນໄດ້ສ້າງລະບົບລວມສູນ ການກວດກາ ແລະ ຕິດຕາມເຄື່ອງ ຝາກໄປສະນີພາຍໃນປະເທດ ຊຶ່ງ ອຳນວຍຄວາມສະດວກໃຫ້ແກ່ການ ra dxt-k-q o xt8y ;a f]k; .ork]tdy f xq dxa dIa dlk c]t lh k'lkra fmtokxtgmf]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ື່ີັ້ັ້ັົ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025)ິັົີ ໂດຍ: ເອກອັກຄະລັດຖະທູດຜູ້ມີອຳ ັັູູ້ີ ນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມ ັ່ັັົ ນິຍົມຫວຽດນາມ ປະຈຳ ແຫ່ງ ສາທາລະ ິົ່ ນະລັດ ປະຊາທິປະໄຕ ປະຊາຊົນລາວັິົ ສິບປີ.ດ້ວຍແນວທາງການເມືອງ, ການທະຫານທີ່ຖືກຕ້ອງ, ປະດິດ ສ້າງ, ດຳເນີນການປະຕິວັດ ແລະ ສົງຄາມການປະຕິວັດມີລັກສະນະ ວິທະຍາສາດ, ພັກໄດ້ລະດົມກຳລັງ ແຮງທົ່ວປວງຊົນ, ທົ່ວກອງທັບ ສົມທົບກັບກ້ອນກຳລັງສຳພັນສູ້ຮົບ ສາມປະເທດລາວ-ຫວຽດນາມກຳປູເຈຍ ແລະ ຮ່ວມກັບກຳລັງ ແຮງຂອງຍຸກສະໄໝສາມາດນຳພາ ການປະຕິວັດຍາດໄດ້ໄຊຊະນະນີ້ ສູ່ໄຊຊະນະໃໝ່, ນຳພາປະຊາຊົນ ລາວ ຂັບໄລ່ພວກຈັກກະພັດຜູ້ ຮຸກຮານ, ໂຄ່ນລົ້ມອຳນາດການ ປົກຄອງແບບສັກດີນາ, ປົດປ່ອຍ ປະເທດຊາດຢ່າງສົມບູນ, ສະຖາ ປະນາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນໃນວັນ ທີ 2 ທັນວາ 1975, ນີ້ແມ່ນລະດັບ ຍອດຢ້ຽມຖືຄວາມໝາຍປະຫວັດ ສາດ ແລະ ຍຸກສະໄໝຢ່າງເລິກເຊິ່ງ, ເປີດອອກສັງກາດໃໝ່ໃນປະເທດ ລາວ, ສັງກາດແຫ່ງເອກະລາດ, ເສລີພາບ, ປະຊາຊົນລາວບັນດາ ເຜົ່າເປັນເຈົ້າກຳຊາຕະກຳຂອງຕົນ ຢ່າງແທ້ຈິງ. ພັກປະຊາຊົນ ປະຕິວັດ ລາວ ກາຍເປັນພັກກຳອຳນາດ, ເປັນແກ່ນກາງໃນລະບົບການ ເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ແລະ ນຳພາປະຊາຊົນ ກ້າວເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາ ປະເທດຊາດ, ປະຕິິບັດສໍາເລັດ ພາລະກິດປ່ຽນແປງໃໝ່, ປັບປຸງ ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນຕາມເປົ້າໝາຍ ສັງຄົມນິຍົມເທື່ອລະກ້າວ. ໂດຍ: ກິດຕາ; ພາບ: ເກດສະໜາິ ຖະທຳມະນູນ ປີ 2015 ເຊິ່ງຖືກ ຮັບຮອງເອົາໃນກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VII ແລະ ປະກາດໃຊ້ ຕາມລັດຖະດຳລັດຂອງປະທານ ປະເທດ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015 ເຊິ່ງ ເປັນສະບັບປັບປຸງຄັ້ງທີສອງແນໃສ່ ບູລະນະອົງການອຳນາດລັດ ໃຫ້ມີ ຄວາມເຂັ້ມແຂງ, ມີປະສິດທິຜົນ, ມີການແບ່ງງານ, ມີການປະສານ ສົມທົບ ແລະ ຕິດຕາມກວດກາ ເຊິ່ງ ກັນ ແລະ ກັນ ລະຫວ່າງອົງການ ນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການຕາມກົນໄກການ ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ. ລັດຖະທຳມະນູນ ສະບັບນີ້ ເປັນກົດໝາຍພື້ນຖານອັນ ສໍາຄັນໃຫ້ແກ່ການປົກປັກຮັກສາ ປະເທດຊາດ, ຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍ; ເປັນບ່ອນອີງ ໃນການສ້າງ ແລະ ປັບປຸງກົດໝາຍ; ການເສີມຂະຫຍາຍ ແລະ ປະຕິບັດ ສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕຂອງປະຊາຊົນລາວ ບັນດາເຜົ່າ. ນັບແຕ່ມີລັດຖະທຳມະນູນ ສປປ ລາວ ເປັນຕົ້ນມາ, ລັດໄດ້ຕັ້ງໜ້າ ຜັນຂະຫຍາຍລັດຖະທຳມະນູນເປັນ ກົດໝາຍໄດ້ 169 ສະບັບ ແລະ ນິຕິກຳໃຕ້ກົດໝາຍເປັນຈຳນວນ ຫລວງຫລາຍທີ່ເປັນເຄື່ອງມືໃຫ້ແກ່ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ສ້າງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍໃນທົ່ວ ສັງຄົມໃຫ້ສູງຂຶ້ນ, ຮັບປະກັນການ ເຊື່ອມໂຍງທາງດ້ານເສດຖະກິດ ກັບສາກົນ ແລະ ພາກພື້ນ, ຍົກສູງ ບົດບາດຂອງ ສປປ ລາວ ໃນເວທີ ສາກົນ. ແຕ່ເຖິງຢ່າງໃດກໍຕາມຍັງ ມີຂໍ້ຄົງຄ້າງຈຳນວນໜຶ່ງ ຄື: ບາງ ຂໍ້ກຳນົດຂອງລັດຖະທຳມະນູນປີ 2015 ໂດຍສະເພາະກ່ຽວກັບອໍາ ນາດລັດ ຍັງບໍ່ທັນສອດຄ່ອງກັບໜ້າ ທີ່ການເມືອງຂອງພັກ ແລະ ການ ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມ ໃນໄລຍະໃໝ່; ການຈັດຕັ້ງ ປະຕິບັດລັດຖະທຳມະນູນຂອງບັນ ດາອົງການອຳນາດລັດຂັ້ນຕ່າງໆ ມີຫລາຍກໍລະນີ ຍັງບໍ່ທັນມີປະສິດ ທິພາບ, ປະສິທິຜົນ; ຄວາມຮັບຮູ້ ເຂົ້າໃຈຕໍ່ລັດຖະທຳມະນູນຂອງ ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃນລະບົບການເມືອງຍັງ ບໍ່ທັນເລິກເຊິ່ງ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ທົ່ວສັງຄົມຍັງບໍ່ທັນສູງ; ການເສີມ ຂະຫຍາຍ ແລະ ປະຕິບັດສິດ, ປະຊາ ທິປະໄຕຂອງປະຊາຊົນລາວບັນດາ ເຜົ່າ ຕາມລັດຖະທຳມະນູນ ແລະ ກົດໝາຍຍັງບໍ່ທັນແຂງແຮງ ແລະ ເຂັ້ມງວດ. ສຳລັບໂຄງສ້າງຮ່າງລັດຖະ ທຳມະນູນ ສະບັບປັບປຸງ ປີ 2025 ປະກອບມີ 14 ໝວດ, 122 ມາດ ຕາ. ໃນນັ້ນ, ມາດຕາໃໝ່ 5 ມາດ ຕາ, ມາດຕາປັບປຸງ 59 ມາດຕາ, ຍົກເລີກ3ມາດຕາ ແລະ ບໍ່ໄດ້ປັບປຸງ 58 ມາດຕາ, ພາຍຫລັງຖືກຮັບຮອງ ແລະ ປະກາດໃຊ້ຈະກາຍເປັນບ່ອນ ອີງໃນການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ຂອງລະບົບອຳນາດ ແຫ່ງລັດ ກໍຄື ລະບົບການເມືອງ ປະຊາທິປະໄຕ ປະຊາຊົນຂອງປະ ເທດ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ ໂດຍສະເພາະການປັບ ປຸງຂັ້ນການປົກຄອງທ້ອງຖິ່ນໃຫ້ ສອດຄ່ອງຕາມມະຕິ 05/ຄບສພ ແລະ ແທດເໝາະກັບສະພາບການ ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມໃນໄລຍະໃໝ່; ເປັນພື້ນຖານ ທີ່ສຳຄັນ ແລະ ຈຳເປັນໃຫ້ແກ່ການ ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ເປັນລະບົບ, ຄົບຊຸດ ແລະ ສອດຄ່ອງກັບໜ້າທີ່ ການເມືອງຂອງພັກໃນໄລຍະໃໝ່ ແນໃສ່ສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍສູ່ບາດກ້າວໃໝ່; ເປັນບ່ອນອີງທີ່ສຳຄັນໃຫ້ແກ່ການ ໂຄສະນາເຜີຍແຜ່, ສຶກສາອົບຮົມ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍໃນທົ່ວ ສັງຄົມໃຫ້ສູງຂຶ້ນ; ຮັບປະກັນການ ເສີມຂະຫຍາຍ ແລະ ປະຕິບັດສິດ ເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕຂອງປະຊາຊົນລາວ ບັນດາເຜົ່າ; ເປັນການຍົກສູງຖານະ ບົດບາດຂອງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໃນເວທີ ສາກົນ ແລະ ພາກພື້ນ. ຕິດຕາມກວດກາ ແລະ ເກັບກຳຂໍ້ມູນ ສະຖິຕິ, ຜູ້ປະກອບການໄປສະນີ ແລະ ຜູ້ຊົມໃຊ້ສາມາດຕິດຕາມເຄື່ອງ ຝາກຂອງຕົນໄດ້ຕະຫລອດເວລາ. ໃນປີ 2025 ມີຈຳນວນຜູ້ປະກອບ ການຂະແໜງໄປສະນີ ທັງໝົດ 63 ບໍລິສັດ.ໃນນັ້ນ, ບໍລິສັດບໍລິການ ພາຍໃນແຂວງ ມີ52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງ ປະເທດ ມີ4 ບໍລິສັດ ແລະ ບໍລິສັດ ບໍລິການທັງພາຍໃນ ແລະ ລະຫວ່າງ ປະເທດ ມີ7 ບໍລິສັດ, ມີປ່ອງບໍລິການ ທັງໝົດ 1.161 ແຫ່ງ ຊຶ່ງກວມເອົາ ທຸກແຂວງ, ທຸກເມືອງ ແລະ ເກືອບ ທຸກບ້ານໃນຂອບເຂດທົ່ວປະເທດ. ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ ມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຂະຫຍາຍຕົວຂອງເຕັກ ໂນໂລຊີ ແລະ ນະວັດຕະກຳເປັນ ຕົ້ນແມ່ນໄດ້ມີການຄ້າເອເລັກໂຕຣ ນິກ, ລະບົບໂລຈິສຕິກທີ່ທັນສະໄໝ, ເຄື່ອງບິນບໍ່ມີຄົນຂັບ (Drone), ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດ ອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ລະບົບເຕັກ ໂນໂລຊີດີຈິຕອນອື່ນໆ.ຢູ່ປະເທດເຮົາ ມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 6 ບໍລິສັດ, ບໍລິສັດສະໜອງ ສິ່ງອໍານວຍຄວາມສະດວກທາງ ດ້ານໂທລະຄົມມະນາຄົມ ຈຳນວນ 3 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີ ເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ ແລະ ປະເພດ III ຈໍານວນ 7 ບໍລິສັດ; ຈຸດ ເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ສປປ ລາວ ມີທັງໝົດ22 ຈຸດ ໃນ14 ແຂວງ. ບັນດາຫົວໜ່ວຍ ທຸລະກິດເຫລົ່ານັ້ນ ສາມາດສ້າງ ລາຍຮັບໄດ້ໃນປີ 2025 ຈໍານວນ 5.818 ຕື້ກວ່າກີບ, ໄດ້ມອບ ພັນທະໃຫ້ລັດ 482 ຕື້ກວ່າກີບ ແລະ ຂະຫຍາຍສາຍກາບໄຍແສງ ໄດ້ທັງໝົດ 97.153 ກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ ທົ່ວທຸກແຂວງ, ທຸກເມືອງ, ສັນຍານ ໂທລະສັບມືຖືລະບົບ 3G ຄວບຄຸມ ໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມ ແຕ່ຕົ້ນປີ2024 ເປັນຕົ້ນມາຊຶ່ງ ຄາດວ່າໃນປີ 2026 ຈະຄວບຄຸມ ໄດ້ 17% ຂອງຕົວເມືອງໃຫຍ່ຢູ່ ພາຍໃນແຂວງ. ປັດຈຸບັນນີ້, ການ ນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖື ມີທັງໝົດ 7,3 ລ້ານເລກໝາຍ, ໃນ ປີ 2024 ຜ່ານມາໄດ້ສ້າງຕັ້ງກອງ ທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນເພື່ອ ລະດົມ ແລະ ສະສົມທຶນໃຫ້ແກ່ການ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນໄປສູ່ເຂດ ຫ່າງໄກສອກຫລີກ ແລະ ຮັບປະກັນ ຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.
RkJQdWJsaXNoZXIy MTc3MTYxMQ==