6088

17/03/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d decr'su olkpr6 7a ook lt4komuj mj v'mj P;muj |h k7Q osk ]t;a 'rtpkf.o]tf6 Ih vo dq f\kp;j kfh ;p ra fmtok c]t xq dxh v'c,jj py ' ໂດຍ: ມາລີດາີດ ໂດຍ: ແສງສະຫວັນັນ ພາບປະກອບ *ອີງຕາມກົດໝາຍວ່າດ້ວຍການ ພັດທະນາ ແລະ ປົກປ້ອງແມ່ຍິງ ເລກທີ 08/ ສພຊ, ນະຄອນ ຫລວງ ວຽງຈັນ, ວັນທີ 22 ຕຸລາ 2004 ເຊິ່ງກົດໝາຍສະບັບນີ້ວາງອອກ ເພື່ອຮັບຮອງ ແລະ ຍົກສູງຖານະ ບົດບາດຂອງແມ່ຍິງ, ກຳນົດເນື້ອ ໃນພື້ນຖານ, ມາດຕະການຂອງ ການພັດທະນາ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງແມ່ ຍິງ, ຄວາມຮັບຜິດຊອບຂອງລັດ, ສັງຄົມ ແລະ ຄອບຄົວຕໍ່ແມ່ຍິງ ແນ ໃສ່ສົ່ງເສີມຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ຄວາມ ສະເໝີພາບ ຍິງ-ຊາຍ, ລົບລ້າງທຸກ ຮູບການຈຳແນກຕໍ່ແມ່ຍິງ, ສະກັດ ກັ້ນ ແລະ ຕ້ານການຄ້າແມ່ຍິງ ແລະ ເດັກນ້ອຍ, ຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນ ຄອບຄົວ, ສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ເຂົ້າຮ່ວມ ແລະ ເປັນກຳລັງແຮງ ໃນການປົກປັກຮັກສາ ແລະ ພັດທະ ນາປະເທດຊາດ. ບົດບາດຂອງແມ່ຍິງ ເຊິ່ງໃນ ມາດຕາ 2 ລະບຸໄວ້ວ່າ: ແມ່ຍິງໄດ້ ຮ່ວມກັບເພດຊາຍໃນການຕໍ່ສູ້ ແລະ ເສຍສະລະໃນພາລະກິດຕໍ່ສູ້ເພື່ອ ຄວາມເປັນເອກະລາດແຫ່ງຊາດ,ມີ ບົດບາດໃນທຸກຂົງເຂດວຽກງານ ທາງດ້ານການເມືອງ, ເສດຖະກິດສັງຄົມ, ການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດນະທະ ທຳອັນດີງາມຂອງຊາດ ແລະ ສິ່ງທີ່ ເປັນເອກະລັກຂອງແມ່ຍິງລາວ, ມີ ບົດບາດຮ່ວມກັບຄອບຄົວໃນການ ພັດທະນາ, ເບິ່ງແຍງ, ລ້ຽງດູ ແລະ ສຶກສາອົບຮົມສະມາຊິກຄອບຄົວ ໃຫ້ເປັນພົນລະເມືອງດີຂອງຊາດ. ມາດຕາ3 ນະໂຍບາຍຕໍ່ແມ່ຍິງ ລັດມີນະໂຍບາຍພັດທະນາ, ສົ່ງ ເສີມຄວາມກ້າວໜ້າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງດ້ວຍການສ້າງທຸກ ເງື່ອນໄຂໃຫ້ແມ່ຍິງມີສຸຂະພາບ ແຂງແຮງ, ມີຄວາມຮູ້, ຄວາມສາ ມາດ, ມີຄຸນສົມບັດສິນທຳປະຕິ ວັດ, ມີວຽກເຮັດງານທຳ, ມີສິດ ເທົ່າທຽມກັບເພດຊາຍ ໂດຍບໍ່ຈຳ ແນກຖານະທາງດ້ານການເມືອງ, ເສດຖະກິດ, ວັດທະນທຳ-ສັງຄົມ ແລະ ຄອບຄົວ. ສັງຄົມຕ້ອງໄດ້ ເຂົ້າຮ່ວມໃນການປະຕິບັດນະໂຍ ບາຍຂອງລັດຕໍ່ແມ່ຍິງຕາມທີ່ກຳ ນົດໄວ້ໃນລະບຽບກົດໝາຍ. ມາດຕາ 4 ອົງການຈັດຕັ້ງສະ ຫະພັນແມ່ຍິງລາວ ລະບຸວ່າ: ສະ ຫະພັນແມ່ຍິງລາວແມ່ນອົງການ ຈັດຕັ້ງມະຫາຊົນໜຶ່ງ ເຊິ່ງເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງແມ່ງຍິງ ແລະ ເດັກນ້ອຍ, ເປັນບ່ອນເຕົ້າໂຮມຄວາມ ສາມັກຄີ ແລະ ປຸກລະດົມແມ່ຍິງ ໃຫ້ເຂົ້າຮ່ວມໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ ຍິງລາວບັນດາເຜົ່າ, ປົກປັກຮັກສາ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ ໂດຍ ສະເພາະແມ່ນສະມາຊິກໃນອົງ ການຈັດຕັ້ງຂອງຕົນ. ມາດຕາ 4 ການຮ່ວມມືສາກົນລະບຸວ່າ: ລັດ ສົ່ງເສີມການພົວພັນຮ່ວມມືສາ ກົນ ໃນຂົງເຂດວຽກງານແມ່ຍິງ ໃຫ້ກວ້າງຂວາງໃນຫລາຍດ້ານ ແລະ ດ້ວຍຫລາຍຮູບແບບເຊັ່ນ: ການພັດທະນາ ແລະ ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ, ການ ຈັດຕັ້ງປະຕິບັດສົນທິສັນຍາສາກົນ ກ່ຽວກັບແມ່ຍິງ, ການຮ່ວມມືໃນ ການສະກັດກັ້ນ ແລະ ຕ້ານການຄ້າ ແມ່ຍິງ ແລະ ເດັກນ້ອຍ, ຕ້ານການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ການ ແລກປ່ຽນບົດຮຽນ, ການຊ່ວຍ ເຫລືອ ແລະ ການຮ່ວມມືອື່ນໆ. ສຳລັບການພັດທະນາແມ່ຍິງ ແມ່ນພາກສ່ວນໜຶ່ງຂອງການ ພັດທະນາຊັບພະຍາກອນມະນຸດ ເພື່ອເຮັດໃຫ້ແມ່ຍິງມີສຸຂະພາບ ແຂງແຮງ, ມີຄວາມຮູ້, ຄວາມສາ ມາດ ແລະ ມີຄຸນສົມບັດສິນທຳ ປະຕິວັດ, ມີການພັດທະນາທາງ ດ້ານຮ່າງກາຍ, ດ້ານແນວຄິດ ຈິດໃຈ, ດ້ານການສຶກສາ, ດ້ານວິ ຊາຊີບ ແລະ ສີມືແຮງງານ, ການ ພັດທະນາຄອບຄົວກໍເປັນປັດໄຈ ໜຶ່ງທີ່ສຳຄັນໃຫ້ແກ່ການພັດທະນາ ດ້ານຕ່າງໆທີ່ກ່າວມາຂ້າງເທິງນີ້. ການພັດທະນາແມ່ຍິງແມ່ນຄວາມ ຈຳເປັນເພື່ອໃຫ້ແມ່ຍິງສາມາດເຂົ້າ ຮ່ວມຢ່າງມີປະສິດທິພາບໃນທຸກ ຂົງເຂດວຽກງານທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທຳສັງຄົມ, ການປົກປັກຮັກສາສິ່ງ ແວດລ້ອມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການ ຕ່າງປະເທດ ເພື່ອເຮັດໃຫ້ພາລະ ກິດປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ໄດ້ຮັບຜົນດີຂຶ້ນ. *ອາກາດຮ້ອນອົບເອົ້າແຫ້ງແລ້ງ ໄດ້ກາຍເປັນສິ່ງເອື້ອອຳນວຍກໍ່ໃຫ້ ເກີດພະຍາດຕ່າງໆໄດ້ງ່າຍເປັນຕົ້ນ ແມ່ນພະຍາດຖອກທ້ອງ, ໄຂ້ຍຸງ ລາຍ, ພະຍາດຜິວໜັງ ແລະ ພະຍາດ ຕາມລະດູການອື່ນໆ, ດັ່ງນັ້ນ ເພື່ອ ປ້ອງກັນພະຍາດດັ່ງກ່າວ ທຸກຄົນ ຕ້ອງປະບັດຕາມຫລັການ 3 ສະອາດ ໃຫ້ດີຄື: ກິນສະອາດ, ດື່ມສະອາດ, ຢູ່ ສະອາດ ໂດຍສະເພາະແມ່ນອາຫານ ການກິນຕ້ອງລະມັດລະວັງເປັນພິ ເສດ ເນ່ຶອງຈາກອາກາດຮ້ອນເຮັດ ໃຫ້ອາຫານບູດງ່າຍ, ຄວນເກັບມ້ຽນ ອາຫານໃຫ້ດີ, ບໍ່ໃຫ້ມີແມງວັນຕອມ, ກິນອາຫານສະອາດ ແລະ ປຸງແຕ່ງ ສຸກດີ ຊຶ່ງມື້ນີ້ຄໍລ້ຳສຶກສາຫາຄວາມ ຮູ້ຂໍນຳສະເໜີບາງພະຍາດທີ່ມາພ້ອມ ອາການຮ້ອນມີດັ່ງນີ້ 1. ຖອກທ້ອງ (Acute Diarr hea) ການຕິດຕໍ່ພະຍາດດັ່ງກ່າວ ເກີດຈາກການກິນອາຫານ ຫລື ດື່ມ ນ້ຳທີ່ມີເຊື້ອປົນເປື້ອນເຊັ່ນອາຫານ ປຸງສຸກໆດິບໆ ອາຫານທີ່ມີແມງວັນ ຕອມ ຫລື ອາຫານທີ່ເຮັດໄວ້ດົນໆ ອາຫານສ່ວນໃຫຍ່ມັກຈະຖ່າຍເປັນ ນ້ຳ ຫລື ມີມູກເລືອດປົນເຈັບທ້ອງ ປວດຮາກຖ່າຍເປັນຂອງແຫລວ ເຊິ່ງການປົວໃນໄລຍະທຳອິດຄວນ ດື່ມນ້ຳສະອາດອາຫານກໍຄວນເປັນ ຕົ້ມເຂົ້າປຽກເຂົ້າ ແກງຈືດ ດື່ມນ້ຳ ເກືອແຮ່ຖ້າຍັງບໍ່ດີຂຶ້ນຄວນຮີບຮ້ອນ ໄປຫາໝໍ. 2. ອາຫານເປັນຜິດ (Food Poisoning) ເປັນພະຍາດທາງ ເດີນອາຫານທີ່ພົບຫລາຍທີ່ສຸດ ເນື່ອງຈາກສານຜິດ (Toxin) ຈາກແບັດທີເລຍທີ່ຕົກຄ້າງຢູ່ໃນ ອາຫານທີ່ບໍ່ສະອາດພຽງພໍ ສຸກໆ ດິບໆ ຫລື ອາຫານບູດເສຍເຮັດໃຫ້ ເກີດຖອກທ້ອງໄດ້. ສຳລັບການ ຮັກສາສ່ວນໃຫຍ່ຖ້າແມ່ນອາການ ບໍ່ແຮງຈະຖ່າຍເປັນນ້ຳບໍ່ມີໄຂ້ເຊົາ ໄດ້ເອງ, ແຕ່ຖ້າເປັນແຮງຫລາຍ ຕ້ອງຮີບໄປໂຮງໝໍ, ສຸກສາລາ ທີ່ຢູ່ ໃກ້ບ້ານທ່ານ. 3. ໄທຟອຍ (Typhoid) ການ ຕິດຕໍ່ມັກເກີດຈາກການປົນເປື້ອນເຊື້ອ ພະຍາດໃນອາຫານ ຫລື ນ້ຳດື່ມ ເຊິ່ງ ໄຂ້ໄທຟອຍ ເຊິ່ງຈະມີອາການແບບ ກະທັນຫັນຮຸນແຮງ ອາດເຖິງຂັ້ນ ເສຍຊີວິດໄດ້ອາການຂອງພະຍາດ ນີ້ຈະມີໄຂ້ປວດຕົນໂຕ, ປວດຮາກ ຫາຍໃຈຊ້າລົງ (ໂດຍທົ່ວໄປແລ້ວ ເວລາມີໄຂ້ຫົວໃຈຈະເຕັ້ນໄວຂຶ້ນ), ສ່ວນການປ້ອງກັນແມ່ນສາມາດ ໃຫ້ວັກຊິນ ເຊິ່ງມີທັງຮູບແບບການ ກິນ ແລະ ສີດແຕ່ການປ້ອງກັນແມ່ນ ບໍ່ສາມາດປ້ອງກັນໄດ້ຮ້ອຍເປີເຊັນ ດັ່ງນັ້ນວິທີການທີ່ດີທີ່ສຸດແມ່ນການ ລະມັດລະວັງໃນເລື່ອງອາຫານ ແລະ ນ້ຳດື່ມໃຫ້ສະອາດທີ່ສຸດ. 4. ອະຫິວາ (Cholera) ໂດຍ ທົ່ວໄປຄົນສ່ວນໃຫຍ່ທີ່ຕິດເຊື້ອ ອະຫິວາບາງຄົນທີ່ເປັນແຮງອາດ ເສຍຊີວິດໄດ້ໃນເວລາບໍ່ເທົ່າໃດ ຊົ່ວໂມງຫລັງຈາກເກີດມີອາການ ເນື່ອງຈາກມີການສູນເສຍນ້ຳ ແລະ ເກືອແຮ່ໃນປະລິມານຫລາຍພະຍາດ ນີ້ຕິດຕໍ່ໄດ້ໂດຍການກິນອາຫານ ຫລື ນ້ຳທີ່ມີເຊື້ອເຂົ້າໄປການຮັກສາຄວນ ທົດແທນນ້ຳ ແລະ ເກືອແຮ່ ທີ່ສູນ ເສຍໄປກັບການຂັບຖ່າຍ, ຮາກໃຫ້ຜູ້ ປ່ວຍດື່ມນ້ຳເກືອ, ແຕ່ຫາກຜູ້ປ່ວຍມີ ອາການຮຸນແຮງຕ້ອງຮີບໄປປຶກສາ ແພດໝໍ. *ກຳແພງຫີນສາຍພູຄັນນາ ຕັ້ງ ຢູ່ບ້ານໃໝ່ໂພສີ ຢູ່ຫ່າງຈາກເທສະ ບານເມືອງທ່າແຂກ ແຂວງຄຳມ່ວນ 8 ກິໂລແມັດ, ສາຍພູຄັນນາເປັນ ກຳແພງຫີນທີ່ກວ້າງ, ສູງ ແລະ ມີ ຫລາຍຕອນ ເມື່ອລວມກັນແລ້ວຈະ ມີຄວາມຍາວ ເຖິງ 15 ກິໂລແມັດ, ສະຖານທີ່ສຳລັບຊົມກຳແພງໃຫຍ່ນີ້ ຊາຍ, ຢ່າງໃດກໍ່ດີຍັງມີທິດສະດີອື່ນ ອີກ ທີ່ສັນນິຖານວ່າ ແມ່ນອະຣິຍະ ທຳແຫ່ງລະບົບປ້ອງກັນທີ່ສ້າງຂຶ້ນ ໃນສະຕະວັດທີ VIII ພາຍໃຕ້ຍຸກ ສະໄໝຂອງອານາຈັກສີໂຄດຕະ ບູນເກົ່າແກ່ ເຊິ່ງປັດຈຸບັນໄດ້ ກຳນົດ ເອົາສະຖານທີ່ດັ່ງກ່າວ ເປັນແຫລ່ງ ທ່ອງທ່ຽວຂອງແຂວງຄຳມ່ວນ, ໃນ ການເດີນທາງເຂົ້າໄປຫາສະຖານທີ່ ດັ່ງກ່າວ ເມື່ອທ່ານອອກຈາກເທສະ ບານເມືອງທ່າແຂກ ສາມາດຂີ່ລົດ ໄປຕາມເສັ້ນທາງເລກທີ 13ໄປ ຫານະຄອນຫລວງວຽງຈັນ ຮອດ ກິໂລແມັດທີ 6 ທ່ານກໍ່ຈະແນມເຫັນ ກຳແພງດັ່ງກ່າວ ຢູ່ເບື້ອງຊ້າຍມື. ຫລວງຫລາຍ. ອີງຕາມການສັນນິຖານຂອງ ນັກວິຊາການດ້ານບູຮານວັດຖຸວ່າ: ກໍາແພງນີ້ເປັນຫີນສີລາແລງຍຸກ ຫີນແຫ່ງສະຕະວັດທີ IV, ການກໍ່ ສ້າງກໍາແພງເມືອງ ແມ່ນເຮັດດ້ວຍ ການເສີມຫີນສີລາແລງປົນກັບສັນພູ ຫີນທຳມະຊາດໃຫ້ເປັນກຳແພງສັນ ຍະລັກຂອງຕົວເມືອງ ແລະ ບໍ່ໃຫ້ ສັດຕູໝູ່ມານມາລ່ວງລໍ້າໄດ້ງ່າຍ, ແຕ່ມາຮອດປັດຈຸບັນນີ້ກ້ອນຫີນທີ່ ແຕກເປັນກ້ອນນ້ອຍທີ່ໄດ້ຜຸພັງໄປ ຕາມການເວລາ ເມື່ອລອງຈັບຖິ້ມ ລົງພື້ນດິນກ້ອນຫີນກໍ່ຈະແຕກໂດຍ ງ່າຍດາຍ. ນັກບູຮານຄະດີໃຫ້ຮູ້ວ່າ: ແມ່ນ ກຳແພງທີ່ເກີດຂຶ້ນຈາກທຳມະຊາດ (ບໍ່ແມ່ນຄົນປັ້ນແຕ່ງ) ເຊິ່ງຜ່ານ ຂະບວນວິວັດທະນາການຫລາຍ ລ້ານປີ ຈຶ່ງເກີດເປັນກຳແພງຍັກຫີນ ດີທີ່ສຸດແມ່ນຢູ່ເຂດບ້ານໂພນສີທ່າບ້ານໃໝ່ໂພສີ, ກຳແພງຫີນໃຫຍ່ໃນ ຈຸດດັ່ງກ່າວ ເປັນກ້ອນຫີນຍັກໃນ ຮູບຊົງກຳແພງທີ່ບໍ່ທັນແຕກແຍກ ຍາວກວ່າໜູ່ໂດຍມີຄວາມຍາວເຖິງ 75 ແມັດ ແລະ ສູງ16 ແມັດ ເຊິ່ງ ໄດ້ລີ້ຊ້ອນຢູ່ປ່າດົງອັນຕຶບໜາຂອງ ເມືອງທ່າແຂກ, ກ່ອນຍັງບໍ່ທັນໄດ້ ຂະຫຍາຍບ້ານເຮືອນອອກມາເຖິງ, ເຂດປ່າຕຶບດົງໜາແຖບນີ້ແມ່ນໄດ້ ສ້າງຄວາມຢ້ານກົວໃຫ້ແກ່ຊາວ ບ້ານ, ຊາວເມືອງຍ້ອນມີຝູງສັດ ຮ້າຍຫລາຍຊະນິດເຊັ່ນ: ເສືອ, ຊ້າງ, ໝາປ່າ, ງູໃຫຍ່ ແລະ ສັດອື່ນໆຢ່າງ

RkJQdWJsaXNoZXIy MTc3MTYxMQ==