17/03/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lnj ,;o-q o]k; IPoI6h dkooe.-h lnj c[[.\j g0Q k.odkoxt8y [a f|h kmuj ຟາມງົວພັນນົມ ເຕັກໂນໂລຊີສູງ ທີ່ ບ້ານໂຕນເໜືອ ເມືອງແປກ ແຂວງ ຊຽງຂວາງ ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າ ຮ່ວມຕິດຕາມ. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ຮັບຟັງການລາຍ ງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງ ປະຕິບັດໂຄງການ ເຊິ່ງໂຄງການ ດັ່ງກ່າວມີເນື້ອທີ່ທັງໝົດ 5.000 ກວ່າເຮັກຕາ. ໃນນີ້, ເນື້ອທີ່ຟາມ ປະມານ 106 ເຮັກຕາ ປະກອບມີ ຫ້ອງການ, ຫ້ອງອາຫານ, ເຮືອນ ພັກ, ສາງສຳລັບໝັກອາຫານສັດ, ໂຮງງານບົດປະສົມອາຫານສັດ ແລະ ສາງເກັບຮັກສາອາຫານສັດ, ໂຮງງານເຮັດຄວາມເຢັນນົມ, ໂຮງ ລີດນົມ, ບ່ອນເກັບຮັກສານົມ, ບ່ອນ ຈັດເກັບຮັກສາມູນສັດ ແລະ ເກັບ ມ້ຽນຂີ້ເຫຍື້ອ, ໂຮງເຮືອນສຳລັບ ໃຫ້ງົວຢູ່. ນອກນັ້ນ, ຍັງມີເນື້ອທີ່ປູກ ພືດອາຫານສັດ ປະມານ 1.300 ກວ່າເຮັກຕາ; ໂຄງການດັ່ງກ່າວ ເປັນການລົງທຶນຈາກຕ່າງປະເທດ ໃນວຽກງານກະສິກຳ ກໍຄື ການ ລ້ຽງສັດ, ສາມາດສ້າງວຽກເຮັດ ງານທຳປະຊາຊົນ, ສ້າງລາຍຮັບ ເຂົ້າງົບປະມານແຫ່ງລັດ, ທັງປະ ກອບສ່ວນພັດທະນາພື້ນຖານໂຄງ ລ່າງໃນຊົນນະບົດຈຳນວນໜຶ່ງ. ໃນໂອກາດດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ໂຄງການ ດັ່ງກ່າວ ທີ່ໄດ້ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງຫລາຍ ດ້ານ. ພ້ອມກັນນີ້, ທ່ານ ຍັງໄດ້ເນັ້ນ ບໍລິສັດ ກໍຄື ພາກສ່ວນກ່ຽວຂ້ອງ ສືບຕໍ່ແກ້ໄຂບັນຫາທີ່ຍັງຄັງຄ້າງ ໃນໄລຍະຜ່ານມາ ເປັນຕົ້ນ ການປົກ ຊຸກຍູ້ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມ ທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ຕິ່ງ ເຊຍຊຽງ ຍັງໄດ້ສະແດງຄວາມຊົມເຊີຍຢ່າງ ສຸດອົກສຸດໃຈຕໍ່ວັນສ້າງຕັ້ງ ພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025) ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025). ໃນໂອກາດດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ສະໜິດສະໜົມ, ສະແດງຄວາມຊົມເຊີຍຕໍ່ຜົນສໍາ ເລັດຂອງການດໍາເນີນກອງປະຊຸມ ສອງສະພາ ຄັ້ງທີ 3 ສະໄໝທີ 14 ຂອງ ສປ ຈີນ ທີ່ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 4-11 ມີນາ 2025 ທີ່ຜ່ານມາ, ພ້ອມທັງໄດ້ແຈ້ງໃຫ້ ຊາບເຖິງຈຸດປະສົງການຢ້ຽມຢາມ ສປ ຈີນ ຄັ້ງນີ້ ໂດຍສະເພາະຜົນສໍາ ເລັດຂອງການພົບປະສອງຝ່າຍ ກັບ ສະຫາຍ ຫວັງ ອີ້ ທີ່ໄດ້ຮ່ວມ ກັນປຶກສາຫາລື ແລະ ເປັນເອກະ ພາບກັນໃນຫລາຍບັນຫາ ດ້ວຍບັນ ຍາກາດມິດຕະພາບ ແລະ ເປັນກັນ ເອງ ລວມເຖິງການຮ່ວມກັນລົງ ນາມ ບົດບັນທຶກຄວາມເຂົ້າໃຈ ວ່າ ດ້ວຍການຮ່ວມກັນສົ່ງເສີມການ ຮ່ວມມືດ້ານຂໍ້ລິເລີ່ມຄວາມໝັ້ນ ຄົງຂອງໂລກ (GSI). ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ ລັດຖະມົນຕີ...ັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຢໍ້າຄືນເຖິງຄວາມສໍາຄັນເປັນພິ ເສດ ແລະ ເອົາໃຈໃສ່ສູງຂອງພັກລັດແຫ່ງ ສປປ ລາວ ໃນການພັດ ທະນາ ແລະ ເສີມຂະຫຍາຍການ ພົວພັນຮ່ວມມືກັບ ສປ ຈີນ. ພ້ອມ ນັ້ນ, ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດຖະ ບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ຍາມໃດກໍ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນແກ່ ສປປ ລາວ ມາໂດຍຕະຫລອດ, ໂດຍສະເພາະ ແມ່ນການເປັນປະທານໝູນວຽນ ອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ການ ພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ລາວ-ຈີນ, ໂດຍໄດ້ເຫັນດີ ເປັນເອກະພາບ ຕິລາຄາສູງຕໍ່ຜົນ ສໍາເລັດຂອງການແລກປ່ຽນການ ຢ້ຽມຢາມ ແລະ ການພົບປະຂອງ ການນໍາຂັ້ນສູງຂອງສອງປະເທດ ຕະຫລອດໄລຍະທີ່ຜ່ານມາ ທີ່ໄດ້ດໍາ ເນີນຢ່າງເປັນປົກກະຕິ ແລະ ນັບມື້ ນັບຫລາຍຂຶ້ນ. ຕີລາຄາສູງຕໍ່ການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ທີ່ ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ກໍຄື ຜົນ ສໍາເລັດການຈັດຕັ້ງຜັນຂະຫຍາຍ “ແຜນແມ່ບົດວ່າດ້ວຍການສ້າງຄູ່ ຮ່ວມຊາຕາກໍາລາວ-ຈີນ ສະບັບ ໃໝ່ (2024-2028)”, ລວມ ເຖິງການຈັດຕັ້ງປະຕິບັດແຜນການ ຮ່ວມມື ລະຫວ່າງ ສອງພັກ ລາວຈີນ ໃນປີ 2024 ຜ່ານມາ. ສອງ ຝ່າຍ ໄດ້ເຫັນດີສືບຕໍ່ເພີ່ມທະວີການ ຮ່ວມມືໃນດ້ານຕ່າງໆ ໃຫ້ແຕກ ດອກອອກຜົນຂຶ້ນເລື້ອຍໆ ໂດຍ ສະເພາະການຮ່ວມມືເພື່ອພັດທະນາ ໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍ ຕົວດ້ວຍຄຸນນະພາບໃໝ່ ເພື່ອຮັບ ປະກັນຜົນປະໂຫຍດໃຫ້ແກ່ສອງ ປະເທດຢ່າງແທ້ຈິງ. ພ້ອມນີ້, ສອງ ຝ່າຍ ຍັງໄດ້ອວຍພອນໃຫ້ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ການຮ່ວມ ມືແບບຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງ ຄະນົງແກ່ນ, ນັບມື້ນັບເຂົ້າສູ່ລວງ ເລິກ ແລະ ນຳເອົາຜົນປະໂຫຍດ ຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ຫລາຍຍິ່ງຂຶ້ນ. ທັງເປັນປະທານຄະນະກໍາມະການ ຮ່ວມມື ລາວ-ຈີນ ໂດຍມີບັນດາ ຮອງລັດຖະມົນຕີ ຈາກກະຊວງ ແລະ ອົງການລັດທຽບເທົ່າ, ບັນດາ ຮອງເຈົ້າແຂວງ ທີ່ເປັນຄະນະກຳ ມະການຮ່ວມມືລາວ-ຈີນ, ສໍາລັບ ທ້ອງຖິ່ນແມ່ນເຂົ້າຮ່ວມກອງປະຊຸມ ຜ່ານລະບົບທາງໄກ. ທ່ານ ໄຊຊະນະ ສິດທິພອນ ຮອງ ປະທານຄະນະກຳມະການຮ່ວມມື ລາວ-ຈີນໄດ້ກ່າວວ່າ: 1ປີຜ່ານມາ, ບົນພື້ນຖານສາຍພົວພັນ ແບບຄູ່ ຮ່ວມມືຍຸດທະສາດຮອບດ້ານ, ບົນ ຈິດໃຈ 4 ດີ: “ບ້ານໃກ້ເຮືອນຄຽງ ທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ພິເສດປີ 2024 ນີ້ ເປັນປີທໍາອິດຂອງການ ຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວຈີນ (2024-2028) ສະບັບທີ 2 ເຊິ່ງແຜນແມ່ບົດດັ່ງກ່າວ, ເປັນ ແຜນທີ່ມີເປົ້າໝາຍເຮັດໃຫ້ເປັນ ແຜນທີ່ມີມາດຕະຖານ, ຄຸນນະ ພາບ ແລະ ລະດັບທີ່ສູງກວ່າເກົ່າ ເຊິ່ງເຫັນວ່າໄດ້ຮັບໝາກຜົນອັນ ດີ ເປັນພື້ນຖານໃຫ້ແກ່ການສຶືບຕໍ່ ຮັດແໜ້ນສາຍພົວພັນ ຂອງສອງ ປະເທດໃນຊຸມປີຕໍ່ໜ້າ. ສຳລັບຜົນ ງານທີ່ພົ້້ນເດັ່ນໃນໜຶ່ງປີຜ່ານມາ ເປັນຕົ້ນ ການປະຕິບັດໂຄງການ ຊ່ວຍເຫລືອລ້າ, ໃນປີ 2024 ນີ້ ແມ່ນໄດ້ປະຕິບັດສໍາເລັດໂຄງການ ທີ່ສໍາຄັນຫລາຍໂຄງການ ເປັນຕົ້ນ ໂຄງການສະຖາບັນເຕັກໂນໂລຊີ ການສື່ສານ ແລະ ຂໍ້ມູນຂ່າວສານ, ໂຄງການ E-Commerce ສໍາລັບ ສິນຄ້າ ກະສິກໍາຂອງລາວ; ໂຄງ ການຊ່ວຍເຫລືອວັດຖຸ-ອຸປະກອນ ຮີບດ່ວນ ເພື່ອຮັບໃຊ້ແກ່ການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສທົ່ວປະເທດ ຄັ້ງທີ V ປີ 2025, ໂຄງການປັບປຸງຍົກລະດັບ ໂຮງໝໍ ປັກ ຮັກສາສິ່ງແວດລ້ອມ ແລະ ຜົນ ກະທົບຕ່າງໆ ໂດຍສະເພາະ ບັນຫາ ກິ່ນເໝັນຈາກມູນສັດ, ພ້ອມທັງ ບຳບັດນ້ຳເສຍ ຈາກຟາມໃຫ້ເປັນ ປົກກະຕິ ລວມທັງເສດຂີ້ເຫຍື້ອທີ່ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມ; ສືບຕໍ່ ປະສານກັບພາກສ່ວນຕ່າງໆ ໃນ ການປະຕິບັດພັນທະ ແລະ ການ ປະກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານທີ່ກ່ຽວຂ້ອງກັບ ພາກລັດຢ່າງເປັນປົກກະຕິ; ສືບ ຕໍ່ໃຫ້ການຊ່ວຍເຫລືອວຽກງານ ການພັດທະນາສັງຄົມ ກໍຄື ພັດ ທະ ນາທ້ອງຖິ່ນໂຄງການ ໃຫ້ນັບມື້ ຫລາຍຂຶ້ນ. ຫລັງຈາກນັ້ນ, ທ່ານຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ ໄດ້ໄປຕິດຕາມກວດກາເບິ່ງຄວາມ ຄືບ ໜ້າໂຄງການກໍ່ສ້າງສ້ອມແປງ ແລະ ປັບປຸງສະໜາມບິນ ທົ່ງໄຫ ຫີນ ແລະໄປຢ້ຽມຊົມຫໍມູນເຊື້ອ ກອງພັນທີ 2 ຜ່າວົງປິດລ້ອມຂອງ ສັດຕູ ຢູ່ທົ່ງໄຫຫີນ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ແຂວງຫລວງພະບາງ, ໂຄງການ ຊ່ວຍເຫລືອວັດຖຸ-ອຸປະກອນສຳລັບ ຫ້ອງທົດລອງອະຊີວະສຶກສາ. ພິ ເສດແມ່ນໄດ້ຮັບການຊ່ວຍເຫລືອ ຮີບດ່ວນ ດ້ານພາຫະນະ ແລະ ອຸປະ ກອນ ເພື່ອຮອງຮັບການເປັນເຈົ້າ ພາບປະຊຸມ ASEAN ແລະ ອື່ນໆ; ການຮ່ວມມືດ້ານການຄ້າ ສະເພາະ ປີ 2024 (ໄລຍະ ເດືອນມັງກອນທັນວາ) ມູນຄ່າການຄ້າສອງຝ່າຍ ລາວ-ຈີນ ໄດ້ 8,23 ຕື້ໂດລາສະ ຫະລັດ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 15,91%. ໃນນີ້, ລາວສົ່ງອອກໄປຈີນ 4,56 ຕື້ໂດລາສະຫະລັດ, ທຽບໃສ່ປີຜ່ານ ມາ ເພີ່ມຂຶ້ນ 21,4%, ລາວນໍາເຂົ້າ ຈາກຈີນ 3,68 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,8% (ໃນໄລຍະ 10 ປີ ຜ່ານມາ ນັບແຕ່ປີ 2014-2024) ມູນຄ່າການຄ້າສອງຝ່າຍລາວຈີນ ແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງ ຕໍ່ເນື່ອງ ໂດຍສະເພາະແມ່ນພາຍ ຫລັງເລີ່ມເປີດນໍາໃຊ້ຂະບວນລົດ ໄຟຂົນສົ່ງສິນຄ້າ ລະຫວ່າງປະເທດ ເປັນຕົ້ນມາ. ໃນປີ 2022 ມູນຄ່າ ການຄ້າສອງຝ່າຍ ບັນລຸ 5,68 ຕື້ ໂດລາສະຫະລັດ, ປີ 2023 ບັນລຸ ໄດ້ 7,09 ຕື້ໂດລາສະຫະລັດ ແລະ ປີ 2024 ບັນລຸໄດ້ 8,23 ຕື້ໂດລາ ສະຫະລັດ). ການດຶງດູດການລົງທຶນ ສປ ຈີນ ນັບແຕ່ລັດຖະບານໄດ້ເປີດ ນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ກໍມີທ່າກ້າວຂະຫຍາຍ ຕົວຢ່າງຕໍ່ເນື່ອງ ເຊິ່ງສັງເກດເຫັນ ໄດ້ຈໍານວນໂຄງການ ແລະ ມູນ ຄ່າໂຄງການ ທີ່ໄດ້ອະນຸມັດແຕ່ປີ 1989 ຮອດປັດຈຸບັນ ມີທັງໝົດ 927 ໂຄງການ, ມີມູນຄ່າອະນຸມັດ ທັງໝົດຫລາຍກວ່າ 18 ຕື້ກວ່າໂດ ລາສະຫະລັດ ເປັນອັນດັບ 1 ໃນ 53 ປະເທດ ແລະ ເຂດແຄ້ວນ ທີ່ເຂົ້າມາ ລົງທຶນໃນ ສປປ ລາວ. ສ່ວນໃຫຍ່ ແມ່ນການລົງທຶນ ໃນຂະແໜງພະ ລັງງານໄຟຟ້າ, ບໍ່ແຮ່, ບໍລິການ, ກະ ສິກຳ ແລະ ຂະແໜງການອື່ນໆ. ສໍາ ລັບການຮ່ວມມືພັດທະນາຊັບພະ ຍາກອນມະນຸດ ໂດຍຜ່ານການຝຶກ ອົບຮົມໄລຍະສັ້ນ ທັງຢູ່ ສປ ຈີນ ແລະ ພາຍໃນປະເທດລາວ ເຊິ່ງໄດ້ ສ້າງໂອກາດໃຫ້ພະນັກງານຈາກ ບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຂອງລາວ ເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ, ສະ ເພາະ ໃນປີ 2024 ປະຕິບັດສໍາເລັດ ແລ້ວ 196 ຫົວຂໍ້, ມີຜູ້ເຂົ້າຮ່ວມ ທັງໝົດ 2.068 ເທື່ອຄົນ. ກອງປະຊຸມຄັ້ງນີ້, ຍັງໄດ້ຮັບ ຊາບກ່ຽວກັບ ດໍາລັດ ວ່າດ້ວຍ ການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການຮ່ວມມືລາວ-ຈີນ (ສະບັບປັບປຸງໃໝ່ ເລກທີ637/ ນຍ,ລົງວັນທີ 18/11/2024) ທີ່ໄດ້ເພີ່ມສິດ ແລະ ບົດບາດ ໃຫ້ ຄລຈ ມີສ່ວນຮ່ວມຫລາຍຂຶ້ນ ຕໍ່ກັບ ວຽກງານສົ່ງເສີມ ແລະ ດຶງດູດ ການລົງທຶນ ຂອງບັນດາຫົວໜ່ວຍ ວິສາຫະກິດຈີນ ຢູ່ລາວ. ນອກນັ້ນ, ຍັງໄດ້ປະກອບຄໍາຄິດຄໍາເຫັນໃສ່ ຮ່າງແຜນແມ່ບົດການຮ່ວມມືດ້ານ ເສດຖະກິດ-ເຕັກນິກ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ຈີນ (5 ປີ) ຊຸດທີ 3 ເຊິ່ງຈະໄດ້ກໍາ ນົດທິດທາງ, ຂົງເຂດ ແລະ ຂອບ ເຂດການຮ່ວມມືໃນແຜນແມ່ບົດ ເພື່ອສືບຕໍ່ສົມທົບກັບຝ່າຍຈີນ ແລະ ຮ່ວມກັນລົງນາມໃນຕໍ່ໜ້າ; ໄດ້ນໍາ ເອົາຮ່າງເນື້ອໃນກ່ຽວກັບຂໍ້ກໍານົດ ແລະ ລະບຽບການຄຸ້ມຄອງການ ຈັດຕັ້ງປະຕິບັດໂຄງການຊ່ວຍ ເຫລືອລ້າຈາກສປຈີນຕໍ່ສປປລາວ. ຄຽງຄູ່ກັບຜົນງານຢ່າງຫລວງ ຫລາຍທີ່ຍາດມາໄດ້, ກອງປະຊຸມ ຍັງໄດ້ຕີລາຄາຈຸດອ່ອນຂໍ້ຄົງຄ້າງ, ສາເຫດຕ່າງໆ, ພ້ອມທັງຖອດຖອນ ບົດຮຽນ ແນໃສ່ຊອກຫາມາດຕະ ການແກ້ໄຂບັນດາຂໍ້ຄົງຄ້າງ ໂດຍ ກໍານົດທິດທາງແຜນການຮ່ວມມື ໃນປີ 2025 ໃຫ້ມີຄວາມສອດຄ່ອງ ກັບສະພາບການໃໝ່ ແນໃສ່ເພີ່ມທະ ວີການພົວພັນຮ່ວມມືອັນແໜ້ນແຟ້ນ ລະຫວ່າງລາວ-ຈີນ ແລະ ທັງສືບ ຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາເອກະສານຮ່ວມມື ທີ່ການ ນໍາຂັ້ນສູງສອງຝ່າຍໄດ້ລົງນາມ ຮ່ວມກັນໃນໄລຍະຜ່ານມາໃຫ້ມີ ໝາກຜົນສູງຍິ່ງໆຂື້ນ. ຂ່າວ: ຄລຈ; ພາບ: ເກດສະໜາ ປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ໄຊເຕັດ (CITES) ໃນລະຫວ່າງ ວັນທີ 3-8 ກຸມພາ 2025 ຜ່ານ ມາ ທີ່ນະຄອນເຊີແນວ ປະເທດສະ ວິດ, ໃຫ້ເຂົ້າໃຈຕໍ່ກັບວຽກງານສົນ ທິສັນຍາ ວ່າດ້ວຍການຄ້າຂາຍສັດ ນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະ ສູນພັນລະຫວ່າງຊາດ (CITES) ທີ່ ສປປ ລາວ ເຂົ້າເປັນພາຄີ. ທ່ານ ນາງ ຈັນທະຄອນ ບົວລະ ພັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 3 ມີນາ ຂອງທຸກໆປີ ທົ່ວໂລກໄດ້ຈັດງານ ສະເຫລີມສະຫລອງ ວັນສັດປ່າ ແລະ ພືດປ່າໂລກ ຊຶ່ງກົງກັບວາລະ ຂອງ ສົນທິສັນຍາສາກົນວ່າດ້ວຍ ການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງ ຊາດ (CITES) ທີ່ໄດ້ລົງນາມ ໃນປີ 1973 ຄົບຮອບ 52 ປີ ແຫ່ງ ການກໍາເນີດ ສົນທິສັນຍາສາກົນ CITES ແລະ ສປປ ລາວ ກໍໄດ້ເຂົ້າ ເປັນພາຄີ ຂອງສົນທິສັນຍາສາກົນ ດັ່ງກ່າວ ໃນວັນທີ 30 ພຶດສະພາ 2004 ແລະ ໃນປັດຈຸບັນຍັງໄດ້ ກຳນົດເອົາວັນດັ່ງກ່າວ, ເປັນວັນ ສັດປ່າແຫ່ງຊາດ ໂດຍອີງຕາມກົດ ໝາຍວ່າດ້ວຍສັດປ່າສະບັບປັບປຸງ (2023) ຊຶ່ງໃນແຕ່ລະປີ ບັນດາ ປະເທດພາຄີ ກໍໄດ້ພ້ອມກັນຈັດກິດ ຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນ ຫລັງກໍຄືທົ່ວໂລກໃຫ້ເຫັນໄດ້ຄວາມ ສໍາຄັນຂອງການອະນຸລັກສັດປ່າ ແລະ ພືດປ່າແນໃສ່ຄວາມອຸດົມ ສົມບູນ ແລະ ຍືນຍົງ. ລັດຖະບານລາວ ໄດ້ຖືເອົາວຽກ ງານ ຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກຍຸດທະ ສາດ ທີ່ສຳຄັນໂດຍໄດ້ກຳນົດນະ ໂຍບາຍ, ນິຕິກຳ ແລະ ຄາດໝາຍ ສູ້ຊົນ ຢ່າງຈະແຈ້ງ ພ້ອມທັງມີຍຸດ ທະສາດພັດທະນາປ່າໄມ້ ເພື່ອຍົກ ລະດັບຄວາມປົກຫຸ້ມຂອງປ່າໄມ້ ທີ່ມີໃນປັດຈຸບັນໃຫ້ໄດ້ 70% ຂອງ ເນື້ອທີ່ທົ່ວປະເທດ ພ້ອມທັງ ປົກປັກ ຮັກສາທີ່ດິນປ່າໄມ້ ໃຫ້ໄດ້ 70% ເພື່ອສະໜອງຕາມທິດທາງນະໂຍ ບາຍຂອງລັດຖະບານ. ນອກຈາກ ນັ້ນ, ລັດຖະບານ ຍັງໄດ້ປະກາດໃຊ້ ກົດໝາຍວ່າດ້ວຍສັດປ່າ(2023), ກົດໝາຍວ່າດ້ວຍປ່າໄມ້(2019), ດໍາລັດ ໄຊເຕັດ (2024) ແລະ ນິຕິ ກຳລຸ່ມກົດໝາຍຕ່າງໆ ໂດຍຖືເອົາ ວຽກງານຄຸ້ມຄອງ, ກວດກາ, ປົກ ປັກຮັກສາ ແລະ ພັດທະນາປ່າໄມ້, ຊັບພະຍາກອນປ່າໄມ້ ກໍຄື ຊີວະ ນາໆພັນ ຖືເປັນບຸລິມະສິດຕົ້ນຕໍ ແລະ ເປັນວຽກງານທີ່ສຳຄັນ ໂດຍ ສະເພາະແມ່ນວຽກງານຄຸ້ມຄອງ, ປົກປັກຮັກສາຖິ່ນທີ່ຢູ່ຂອງສັດປ່າ ໃຫ້ມີຄວາມຍືນຍົງ. ຂ່າວ: ສຳນານ ຮອງນາຍົກລັດຖະມົນຕີ...ົັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສະຫລອງ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະກຳມະການ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ວິທະຍຸກະຈາຍສຽງແຫ່ງ ຊາດລາວ (ວສລ) ຈັດຝຶກອົບຮົມ ກ່ຽວກັບການນຳໃຊ້ສື່ແບບໃໝ່ ໃນ ວັນທີ 14 ມີນາ 2025 ໂດຍມີສຳ ມະນາກອນ ຈາກສຳນັກຂ່າວສານ ປະເທດລາວ, ໜັງສືພິມວຽງຈັນ ທາມ, ໂທລະພາບແຫ່ງຊາດ ແລະ ວສລ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າ ຮ່ວມ ໄດ້ຮຽນຮູ້ຄວາມຮູ້ພື້ນຖານ ກ່ຽວກັບການນຳໃຊ້ເຕັກໂນໂລຊີ ເອໄອ (AI) ກໍຄື ການນຳໃຊ້ AI ຢ່າງມີຈັນຍາບັນ, ການຂຽນຄຳສັ່ງ ນຳໃຊ້ AI, ການກວດແຫລ່ງທີ່ມາ ຂອງຂ່າວປອມ, ຂ່າວບິດເບືອນ, ການສ້າງຂ່າວສັ້ນ ໃນຮູບແບບ ຂອງ ໂພດເຄັດ (Podcast) ແລະ ການບໍລິຫານສື່ອອນລາຍ. ທັງນີ້, ກໍເພື່ອແນໃສ່ ເຮັດໃຫ້ສື່ມວນຊົນ ລາວ ຮູ້ນຳໃຊ້ສື່ແບບໃໝ່ ກໍຄື AI ແລະ Podcast ເຂົ້າໃນການຜະ ລິດຂ່າວ, ຜະລິດລາຍການ ໂດຍ ຜ່ານສື່ອອນລາຍ ໃຫ້ມີຄວາມວ່ອງ ໄວ, ທັນການ, ຖືກຕ້ອງ ແລະ ມີຈັນ ຍາບັນ. ໂອກາດດັ່ງກ່າວ, ທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ ວສລ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນຄັ້ງນີ້, ເປັນການເປີດໂອກາດ, ເປີດຄວາມ ຮູ້ໃໝ່ ແລະ ພັດທະນາສື່ມວນຊົນ ລາວ ໃຫ້ຮູ້ນຳໃຊ້ເຕັກໂນໂລຊີໃໝ່ໆ ທີ່ທັນສະໄໝ ເຂົ້າໃນການປະຕິບັດ ໜ້າທີ່ວຽກງານຂອງຕົນ ກໍຄື ນຳໃຊ້ ເຕັກໂນໂລຊີ ຊ່ວຍໃນການຂຽນ ຂ່າວ, ຜະລິດລາຍການ ແລະ ອື່ນໆ. ທັງເປັນການ ເພີ່ມຄວາມຮັບຮູ້ກ່ຽວ ກັບການຕອບໂຕ້ຂ່າວປອມ, ຂ່າວ ບິດເບືອນ ແລະ ການກວດສອບຂໍ້ ມູນຕ່າງໆ ທີ່ບິດເບືອນຄວາມເປັນ ຈິງ ຢູ່ໃນສື່ອອນລາຍ. ແນໃສ່ເຮັດ ໃຫ້ສື່ມວນຊົນລາວ ຮັບຮູ້ ແລະ ເຂົ້າ ໃຈກ່ຽວກັບການນຳໃຊ້ສື່ແບບໃໝ່ ຢ່າງມີຄວາມຮັບຜິດຊອບ ແລະ ມີ ຈັນຍາບັນ, ລວມທັງວິທີຄວບຄຸມ ເນື້ອຫາ ແລະ ການໃຊ້ສື່ສັງຄົມ ອອນລາຍ ໃຫ້ປອດໄພ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==