lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 17/03/2025 xtgmf]k; ຄະນະບໍລິຫານງານ...ໍິ ຄະນະກຳມະການ... ການແຫ່ງຊາດ ດ້ານຄວາມປອດ ໄພທາງຫລວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະ ມົນຕີ, ຮອງເຈົ້າຄອງນະຄອນຫລວງ ວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຕາງໜ້າຄະນະ ກໍາມະການດ້ານຄວາມປອດໄພ ທາງຫລວງ ຈາກບັນດາແຂວງນະຄອນຫລວງວຽງຈັນແລະຜູ້ຕາງ ໜ້າຈາກທະນາຄານໂລກເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອ ຕິດຕາມກວດກາການຈັດຕັ້ງປະຕິ ບັດຍຸດທະສາດແຫ່ງຊາດ ດ້ານ ຄວາມປອດໄພທາງຫລວງໄລຍະປີ 2021-2030 ແລະ ແຜນດໍາເນີນ ງານໄລຍະປີ 2021-2025, ພ້ອມ ທັງຕີລາຄາສະພາບຄວາມເປັນຈິງ ແລະ ປຶກສາຫາລືແລກປ່ຽນຄຳຄິດ ຄຳເຫັນກ່ຽວກັບວຽກງານຄວາມ ປອດໄພທາງຫລວງ ເພື່ອຮ່ວມກັນ ຫາວິທີທາງແກ້ໄຂ, ປັບປຸງກົນໄກ ເຮັດວຽກ, ກົນໄກການປະສານ ງານເພື່ອປ້ອງກັນ ແລະ ຫລຸດຜ່ອນ ອຸບັດເຫດທາງຫລວງ. ໃນກອງປະຊຸມ, ທ່ານລັດຖະ ມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານກ່ຽວກັບ ຄວາມໝາຍ ຄວາມສຳຄັນຂອງ ວຽກງານຄວາມປອດໄພທາງ ຫລວງ ຊຶ່ງເປັນວຽກງານທີ່ຕິດພັນ ກັບຊີວິດ ແລະ ຊັບສິນ ຂອງປະຊາ ຊົນ, ມີຜົນເສຍຫາຍຕໍ່ການພັດທະ ນາເສດຖະກິດ-ສັງຄົມ, ປັດຈຸບັນ ອຸບັດເຫດທາງຫລວງ ຍັງສືບຕໍ່ ເປັນໄພຂົ່ມຂູ່ ແລະ ເປັນບັນຫາ ຫຍໍ້ທໍ້ຢູ່ພາຍໃນສັງຄົມ ເນື່ອງຈາກ ເສດຖະກິດຂອງ ສປປ ລາວ ໄດ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງມີຄວາມຕ້ອງການເດີນທາງ ດ້ວຍການນໍາໃຊ້ພາຫະນະເພີ່ມຂຶ້ນ, ການຈະລາຈອນແອອັດ ແລະ ເກີດ ອຸບັດເຫດ. ບັນຫາອຸບັດເຫດຕາມ ທ້ອງຖະໜົນ, ອັດຕາການເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບ ແມ່ນຍັງ ມີຕົວເລກສູງ ໂດຍສະເພາະຜູ້ເສຍ ຊີວິດ ຈໍານວນ 80% ແມ່ນໄວໜຸ່ມ, ນັກຮຽນ-ນັກສຶກສາ ລ້ວນແຕ່ແມ່ນ ຜູ້ສາມາດອອກແຮງງານໄດ້. ຜ່ານ ການເກັບກຳຂໍ້ມູນແລະປະເມີນຜົນ, ປັດໄຈຫລັກທີ່ພາໃຫ້ເກີດອຸບັດເຫດ ຕາມທາງຫລວງ ແມ່ນເກີດຈາກຜູ້ ຂັບຂີ່ບໍ່ປະຕິບັດຕາມກົດລະບຽບ ຈະລາຈອນ, ສະພາບແວດລ້ອມ, ເສັ້ນທາງ ແລະ ຍານພາຫະນະ. ຄຽງຄູ່ກັບການລາຍງານດັ່ງ ກ່າວ, ກອງປະຊຸມ ຍັງໄດ້ຮັບຟັງ ການລາຍງານບາງບົດຮຽນຈາກ ທີ່ປຶກສາທະນາຄານໂລກ, ຜູ້ຊ່ຽວ ຊານດ້ານຄວາມປອດໄພທາງ ຫລວງ ທັງພາຍໃນ ແລະ ຕ່າງປະ ເທດກ່ຽວກັບວຽກງານຄວາມປອດ ໄພທາງລວງ; ຄວາມສຳຄັນດ້ານ ຄວາມປອດໄພທາງຫລວງ ໃນ ມູມມອງຂອງອົງການການຈັດຕັ້ງ ສາກົນ ແລະ ການສະໜັບສະໜູນ ຂອງທະນາຄານໂລກແລະ ການສະ ໜັບສະໜູນຂອງ AIIB; ທົບທວນ ຄືນການຈັດຕັ້ງປະຕິບັດ ຍຸດທະ ສາດແຫ່ງຊາດ ດ້ານຄວາມປອດ ໄພທາງຫລວງ ໄລຍະປີ 20212030 ແລະ ແຜນດໍາເນີນງານ ໄລ ຍະປີ 2021-2025; ແຜນດໍາເນີນ ງານການຈັດຕັ້ງປະຕິບັດຄວາມ ປອດໄພທາງຫລວງ ຢູ່ປະເທດອົດ ສະຕຣາລີ; ການຈັດຕັ້ງປະຕິບັດ ການກວດສອບຄວາມປອດໄພ ທາງຫລວງ ທີ່ພົບເຫັນຄວາມ ສ່ຽງ, ບັນຫາ ແລະ ການແກ້ໄຂຢູ່ ໃນ ສປປ ລາວ; ການບັງຄັບໃຊ້ກົດ ໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ ໃນໄລ ຍະປີ 2021-2024; ການບັນຈຸ ເອກະສານຄວາມຮູ້ກ່ຽວກັບຄວາມ ປອດໄພທາງຫລວງ ແລະ ກົດຈະ ລາຈອນທາງບົກ ເຂົ້າໃນຫລັກສູດ ການຮຽນ-ການສອນ ແຕ່ລະຊັ້ນ ຮຽນ; ການຮັບມືກັບການປີ່ນປົວ ສຸກເສີນ, ເບິ່ງແຍງຄົນເຈັບພາຍ ຫລັງເກີດອຸບັດເຫດ; ການສະເໜີ ປັບປຸງແຜນປະຕິບັດງານ ເພື່ອບັນ ລຸເປົ້າໝາຍຂອງຍຸດທະສາດແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງ ປີ 2030. ນອກນັ້ນ, ຜູ້ເຂົ້າ ຮ່ວມຍັງໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມຮັບ ຜິດຊອບສູງ. ໃນຕອນທ້າຍ, ທ່ານປະທານ ກອງປະຊຸມ ໄດ້ເນັ້ນໃຫ້ເອົາໃຈໃສ່ ບາງວຽກງານ ເປັນຕົ້ນ ພາກລັດ ແລະ ອໍານາດການປົກຄອງທຸກຂັ້ນ ຕ້ອງໄດ້ຖືສໍາຄັນ ແລະ ເຫັນແຈ້ງ ຄວາມຈໍາເປັນຮີບດ່ວນ ຂອງການ ເພີ່ມທະວີການນໍາພາ-ຊີ້ນໍາ, ຕິດ ຕາມຊຸກຍູ້ວຽກງານຄວາມປອດ ໄພທາງຫລວງຢ່າງເປັນປົກກະຕິ, ແທດເຖິງ ແລະ ທັນການ ເຮັດໃຫ້ ວຽກງານດັ່ງກ່າວ ເປັນພັນທະ, ໜ້າ ທີ່, ຄວາມຮັບຜິດຊອບຂອງທົ່ວ ສັງຄົມ, ປຸກລະດົມການເຂົ້າຮ່ວມ ຂອງທຸກພາກສ່ວນເສດຖະກິດສັງຄົມ ແລະ ປະຊາຊົນທຸກຊັ້ນຄົນ; ໃຫ້ແຕ່ລະພາກສ່ວນຮີບຮ້ອນຈັດ ຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາ ສັ່ງ ໂດຍສະເພາະຍຸດທະສາດແຫ່ງ ຊາດ ດ້ານຄວາມປອດໄພທາງ ຫລວງໄລຍະປີ2021-2030ແລະ ແຜນດໍາເນີນງານ ໄລຍະປີ 20212025 ອອກເປັນແຜນລະອຽດ, ຫັນເຂົ້າສູ່ລວງເລິກ ແລະ ສຸມໃສ່ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນ ຈິງ; ການນໍາພັກ-ລັດ ທຸກຂັ້ນ, ພະ ນັກງານ-ລັດຖະກອນຫລັກແຫລ່ງ ຕ້ອງເປັນແບບຢ່າງ ໃນການປະຕິ ບັດບັນດານິຕິກຳ, ລະບຽບກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ຢ່າງເຂັ້ມ ງວດ ເດັດຂາດ, ສຳລັບຕໍາຫລວດ ຈະລາຈອນ ກໍຕ້ອງເດັດດ່ຽວບັງຄັບ ໃຊ້ກົດໝາຍຢ່າງຖືກຕ້ອງ ແລະ ເປັນທໍາ ພ້ອມທັງ ຈັດຕັ້ງປະຕິບັດ ວຽກງານໃຫ້ມີຈຸດສຸມແທດເໜາະ ກັບຕົວຈິງ; ໃຫ້ຄົ້ນຄວ້າ ແລະ ນໍາ ໃຊ້ເຄື່ອງມືອຸປະກອນເຕັກໂນໂລຊີ ທີ່ທັນສະໄໝຫລາຍຂຶ້ນ ເຂົ້າໃນ ວຽກງານການບັງຄັບໃຊ້ກົດໝາຍ ກ່ຽວກັບການຈະລາຈອນທາງບົກ; ເອົາໃຈໃສ່ ວຽກງານໂຄສະນາ-ປູກ ຈິດສໍານຶກ ຕິດພັນກັບວຽກງານ ອື່ນໆ ເປັນຕົ້ນ ປະສານສົມທົບກັບ ຂະແໜງການສຶກສາ ສືບຕໍ່ບັນຈຸ ເອກະສານຄວາມຮູ້ກ່ຽວກັບຄວາມ ປອດໄພຕາມທາງຫລວງ ແລະ ກົດ ຈະລາຈອນທາງບົກ ເຂົ້າໃນຫລັກ ສູດການຮຽນ-ການສອນ ແຕ່ລະ ຊັ້ນຮຽນໃນຂອບເຂດທົ່ວປະເທດ, ພ້ອມນັ້ນ ກໍຈັດຕັ້ງກິດຈະກໍາກ່ຽວ ກັບການ ຮຽນຮູ້ວຽກງານຄວາມ ປອດໄພທາງຫລວງ ເປັນປະຈໍາ; ເພີ່ມທະວີການໂຄສະນາຂໍ້ມູນຂ່າວ ສານ ກ່ຽວກັບຄວາມປອດໄພທາງ ຫລວງ ຜ່ານສື່ສັງຄົມອອນລາຍ ໃຫ້ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານບົດລາຍງານ ກ່ຽວກັບການກຳເນີດ ແລະ ການ ເຕີບໃຫຍ່ຂອງຄະນະຈັດຕັ້ງສູນ ກາງພັກ ໃນຕະຫລອດໄລຍະ 70 ປີຜ່ານມາ ເຊິ່ງຕະຫລອດໄລຍະ ການເຄື່ອນໄຫວຂອງຄະນະຈັດຕັ້ງ ສູນກາງພັກ ໄດ້ເຮັດລ້ອນໜ້າທີ່ ການເມືອງຂອງຕົນ ຕາມພາລະບົດ ບາດສິດ, ໜ້າທີ່ ແລະ ຄວາມຮັບຜິດ ຊອບໃນແຕ່ລະໄລຍະ; ໄດ້ເປັນເຈົ້າ ການຄົ້ນຄວ້າກຳນົດແນວທາງ, ຫລັກການ, ທິດນຳກ່ຽວກັບວຽກ ງານຈັດຕັ້ງແຕ່ລະໄລຍະ, ຜັນຂະ ຫຍາຍແນວທາງການເມືອງ, ມະຕິ ກອງປະຊຸມໃຫຍ່ຂອງພັກ ມາເປັນ ແນວທາງການຈັດຕັ້ງ ແລະ ຊີ້ນຳ ໃນການຈັດຕັ້ງປະຕິບັດ ທັງເປັນ ເສນາທິການຊ່ວຍສູນກາງພັກ, ກົມ ການເມືອງ, ຄະນະເລຂາທິການ ສູນກາງພັກ ກະກຽມດ້ານເນື້ອໃນ ວຽກງານພັກ, ພະນັກງານແລະປັບ ປຸງກົງຈັກການຈັດຕັ້ງ, ຄົ້ນຄວ້າກະ ກຽມບຸກຄະລາກອນໃຫ້ແກ່ການ ກະກຽມ ແລະ ດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ; ກະກຽມ ແລະ ດໍາເນີນກອງປະຊຸມວຽກງານ ຈັດຕັ້ງທົ່ວປະເທດ ແຕ່ລະຄັ້ງ, ປະ ກອບສ່ວນເຂົ້າໃນການປັບປຸງ, ດັດ ແປງກົດລະບຽບພັກແຕ່ສະໄໝ ນັບ ແຕ່ ສະໄໝທີ I ເຖິງສະໄໝທີ XI, ເຮັດໜ້າທີ່ຄຸ້ມຄອງພະນັກງານຂັ້ນ ສູນກາງ ຊ່ວຍສູນກາງພັກ, ຮັບປະ ກັນເຮັດໃຫ້ພະນັກງານເຕີບໃຫຍ່, ເຂັ້ມແຂງ, ສາມາດເຮັດສໍາເລັດ ໜ້າທີ່ ທີ່ໄດ້ຮັບມອບໝາຍ. ດ້ວຍຜົນງານແລະມູນເຊື້ອການ ເຄື່ອນໄຫວ ທີ່ຂະຫຍັນຂັນແຂງ, ການປະກອບສ່ວນອັນໃຫຍ່ຫລວງ ຂອງຄະນະຈັດຕັ້ງສູນກາງພັກ ເຂົ້າ ໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍ ຊາດໃນເມື່ອກ່ອນ ກໍຄື ພາລະກິດ ປົກປັກຮັກສາໝາກຜົນຂອງການ ປະຕິວັດ ແລະ ພັດທະນາປະເທດ ຊາດໃນປັດຈຸບັນ, ພັກ ແລະ ລັດຖະ ບານ ແຫ່ງ ສປປ ລາວ ໄດ້ຕົກລົງ ປະດັບຫລຽນຄຳແຫ່ງຊາດ ເຊິ່ງ ເປັນຫລຽນທີ່ມີຄຸນຄ່າສູງສຸດ ຂອງ ສປປ ລາວ ໃຫ້ແກ່ຄະນະຈັດຕັ້ງສູນ ກາງພັກ ໃຫ້ກຽດປະດັບຫລຽນຄໍາ ໂດຍສະຫາຍ ທອງລຸນ ສີສຸລິດ. ໃນໂອກາດນີ້, ສະຫາຍທອງລຸນ ສີສຸລິດ ໄດ້ມີຄໍາເຫັນຕໍ່ພິທີວ່າ: ຖ້າ ທຽບໃສ່ 70 ປີກ່ອນນີ້, ພວກເຮົາ ມີສະມາຊິກພັກ ພຽງແຕ່ 300 ສະ ຫາຍ, ມີແຕ່ 11 ໜ່ວຍພັກ, ມາເຖິງ ປັດຈຸບັນ ພວກເຮົາມີສະມາຊິກ ພັກ ເຖິງ 415.784 ສະຫາຍ, ມີ 24.440 ຮາກຖານພັກ. ດັ່ງນັ້ນ, ພວກເຮົາມີຄວາມເອກອ້າງທະນົງ ໃຈເປັນຢ່າງຍິ່ງ ທີ່ສາມາດເວົ້າ ໄດ້ວ່າ: 70 ປີແຫ່ງການສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ ເປັນ 70 ປີ ແຫ່ງຄວາມພູມໃຈ ຕໍ່ຄວາມເຕີບ ໃຫຍ່ຂອງພັກເຮົາ ແລະ ຂອງຜູ້ ປະຕິບັດໜ້າທີ່ ໃນວຽກງານຈັດຕັ້ງ, ພະນັກງານ ທີ່ຖືກມອບໝາຍຄື ການນໍາ ແລະ ພະນັກງານທຸກຂັ້ນ ແລະ ທຸກໆຄົນ ທີ່ເຮັດວຽກຈັດຕັ້ງພະນັກງານຜ່ານມາ ທີ່ໄດ້ອຸທິດເຫື່ອ ແຮງ ແລະ ສະຕິປັນຍາ ເຂົ້າໃນການ ປະຕິບັດວຽກງານກໍ່ສ້າງພັກ, ສ້າງ ພະນັກງານ ແລະ ເຮັດວຽກບູລະ ຄະນະຈັດຕັ້ງ...ັັ້ ນະການການຈັດຕັ້ງໃຫ້ພັກໃຫ້ລັດ ຂອງປະເທດເຮົາ ໃນທຸກຍຸກທຸກ ສະໄໝ. ໃນເວລາດຽວກັນ ກໍເປັນ 70 ປີ ແຫ່ງການສະສົມບົດຮຽນ ແລະ ປະສົບການ ການນໍາພາຂອງ ວຽກງານຈັດຕັ້ງ ແລະ ພະນັກງານ ຂອງພັກເຮົາ ໃນພາລະກິດບູລະນະ ແນວທາງພະນັກງານ, ປັບປຸງບູລະ ນະການຈັດຕັ້ງໃຫ້ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງ ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ; ພັກ ປະຊາຊົນປະຕິວັດລາວ ຍາມໃດ ກໍໃຫ້ຄວາມສໍາຄັນ ຕໍ່ການຈັດຕັ້ງ ຮາກຖານພັກ ສະເໝີມາ ແລະ ຖືເອົາ ການກໍ່ສ້າງ, ປັບປຸງການຈັດຕັ້ງ ຮາກຖານພັກ ເປັນໜ້າທີ່ຍຸດທະ ສາດຍາວນານ, ພົວພັນເຖິງການ ຄົງຕົວ, ການຂະຫຍາຍຕົວຂອງພັກ ແລະ ຂອງລະບອບການເມືອງຢູ່ ປະເທດເຮົາ. ດັ່ງນັ້ນ, ການເອົາໃຈ ໃສ່ຊີ້ນໍາປັບປຸງເນື້ອໃນ, ວິທີການ ໃນການກໍ່ສ້າງ, ປັບປຸງການຈັດຕັ້ງ ຮາກຖານພັກ ຢ່າງຕໍ່ເນື້ອງ ເພື່ອ ສ້າງໃຫ້ການຈັດຕັ້ງຮາກຖານພັກ ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາ ມາດດໍາລົງບົດບາດເປັນແກນນໍາ ໃນລະບົບການເມືອງ ຢູ່ຂັ້ນຮາກ ຖານ ເພື່ອນໍາພາ-ຊີ້ນໍາການຈັດຕັ້ງ ປະຕິບັດໜ້າທີ່ການເມືອງ ຂອງ ຮາກຖານໃຫ້ປະກົດຜົນເປັນຈິງ, ພັກເຮົາ ໄດ້ວາງຍຸດທະສາດ ໃນ ການກໍ່ສ້າງ-ປັບປຸງໜ່ວຍພັກ ເປັນ ແຕ່ລະໄລຍະ ຊຶ່ງປັດຈຸບັນທົ່ວພັກ ພວມນໍາພາຈັດຕັ້ງປະຕິບັດແຜນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສະນັ້ນ, ຄະນະພັກ, ຂະແໜງຈັດຕັ້ງທຸກຂັ້ນ ຕ້ອງໄດ້ອອກແຮງສືບຕໍ່ເສີມຂະ ຫຍາຍມູນເຊື້ອອັນສະຫງ່າງາມ ໃນຕະຫລອດໄລຍະ 70 ປີ ແຫ່ງ ການເຕີບໃຫຍ່ຂະຫຍາຍຕົວ ຂອງ ວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ຍົກສູງຄວາມສາມາດໃນການ ເຄື່ອນໄຫວຢ່າງຫ້າວຫັນກວ່າ, ມີ ປະສິດທິຜົນກວ່າ ແມ່ນມີຄວາມສໍາ ຄັນທີ່ສຸດ ແລະ ຄວາມຮຽກຮ້ອງ ຕ້ອງການໃນສະພາບການໃໝ່ ບໍ່ ອະນຸຍາດໃຫ້ພັກເຮົາ, ພະນັກງານ ເຮົາ ຢູ່ໃນສະພາບຢໍ້າເທົ້າ ຫລື ຖອຍ ຫລັງໄດ້, ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດພາລະບົດບາດ ກ່ຽວກັບວຽກງານກໍ່ສ້າງພັກ ໂດຍ ສະເພາະການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງບໍ່ແລ່ນ ນໍາປະລິມານ, ແຕ່ຖືຄຸນນະພາບເປັນ ກົກ, ອັນນີ້ ຍັງແມ່ນເປັນຫົວໃຈສໍາ ຄັນໃນການປ່ຽນແປງໃໝ່ກ່ຽວກັບ ວຽກງານຈັດຕັ້ງ ແລະ ພະນັກງານ ໃນຕໍ່ໜ້າ; ພະນັກງານ ແມ່ນກຳລັງ ການເມືອງຫລັກແຫລ່ງ ໃນພາລະ ກິດປະຕິວັດຂອງພັກເຮົາ, ເປັນຜູ້ຕັດ ສິນຜົນໄດ້-ຜົນເສຍ ຂອງການຈັດ ຕັ້ງປະຕິບັດແນວທາງ, ນະໂຍບາຍ ຂອງພັກ ແລະ ລັດ. ດັ່ງນັ້ນ, ການ ອົບຮົມບົ່ມເພາະ ຈາກພັກ ໃຫ້ເປັນຜູ້ ຈົງຮັກພັກດີ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ ດ້ວຍຄວາມບໍລິສຸດໃຈ ຍັງເປັນພາລະໜ້າທີ່ສໍາຄັນ ຂອງ ວຽກງານຈັດຕັ້ງ ແລະ ພະນັກງານ. ສ້າງການຫັນປ່ຽນຢ່າງແຂງ ແຮງ ແລະ ເລິກເຊິິ່ງ ວຽກງານພະ ນັກງານ ຕ້ອງຕິດພັນກັບການແກ້ ໄຂບັນຫາຢ່າງເປັນລະບົບ ນັບແຕ່ ການຫລຸດຜ່ອນຈໍານວນພະນັກ ງານດ້ວຍຫລາຍວິທີ, ມີກົນໄກທີ່ ສອດຄ່ອງ, ປັບປຸງກົງຈັກການຈັດ ຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາ ຊົນ, ລັດວິສາຫະກິດ, ການເມືອງ, ສັງຄົມ ແລະ ເປັນທັນສະໄໝ. ຍົກ ສູງຄວາມຮັບຜິີດຊອບການເມືອງ, ຄວາມຮັບຜິດຊອບດ້ານວິໄນ ຂອງ ພະນັກງານທຸກລະດັບ, ທຸກພາກ ສ່ວນ, ເດັດດ່ຽວແກ້ໄຂບັນຫາ ການເສື່ອມຖອຍ ດ້ານມານະຈິດ ປະຕິວັດ, ທາດແທ້ຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ, ການຫັນປ່ຽນດ້ວຍຕົນເອງ ຕ້ານ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງ ອິດທິກໍາລັງປໍລະປັກ ທີ່ສົ່ງຜົນກະ ທົບຕໍ່ຄວາມໝັ້ນຄົງຂອງຊາດ, ຂອງລະບອບການເມືອງ. ສະນັ້ນ, ວຽກພະນັກງານ ແມ່ນ ຄວາມຮັບຜິດຊອບໂດຍກົງ ຂອງ ຄະນະພັກແຕ່ລະຂັ້ນ, ຕ້ອງຮັບ ປະກັນຫລັກການລວມສູນປະຊາ ທິປະໄຕ ຕໍ່ກັບບັນຫາພະນັກງານ ແນໃສ່ຄັດຈ້ອນໃຫ້ໄດ້ຄົນດີ ຄົນ ເກັ່ງ ຜູ້ທີ່ມີຄວາມເສຍສະລະ ເພື່ອ ວຽກງານ ເພື່ອສ່ວນລວມ, ເດັດ ດ່ຽວແກ້ໄຂປະກົດການຂອງລັດທິ ເອກະຊົນ, ອັດຕະວິໄສ, ພັກພວກ, ຈຸ້ມເຈື້ອ, ທ້ອງຖິ່ນ ແລະ ກຸ່ມຜົນ ປະໂຫຍດ. ໃນເວລາດຽວກັນ, ກໍ ເດັດດ່ຽວແກ້ໄຂຄວາມມີອະຄະຕິຕໍ່ ພະນັກງານ... ສ້າງໃຫ້ພະນັກງານ ຮູ້ເສຍສະລະ ເພື່ອສ່ວນລວມ, ນັບຖື ກົດເກນເຂົ້າ-ອອກ, ຂຶ້ນ-ລົງ ໃຫ້ ກາຍເປັນສະພາບປົກກະຕິ ແລະ ຕ້ອງເປັນໄປ; ຕ້ອງເພີ່ມທະວີການ ປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ອົງການຂອງພັກ ກັບ ອົງການຈັດຕັ້ຂອງລັດ, ອົງການ ຈັດຕັ້ງມະຫາຊົນ, ລະຫວ່າງ ອົງ ການຂອງສູນກາງ ແລະ ທ້ອງຖິ່ນ ສຸມໃສ່ປະຕິບັດມະຕິຂອງກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ ເອົາການຜັນຂະຫຍາຍບັນດາມະຕິ ຂອງພັກ, ກົດໝາຍ ແລະ ນິຕິກໍາ ຂອງລັດ ກ່ຽວກັບວຽກງານປັບປຸງ ສັບຊ້ອນ ແລະ ຈັດວາງພະນັກງານ ໃຫ້ຮັບປະກັນປະສິດທິພາບ, ກະທັດ ຮັດ, ຮັດກຸມ ຕິດພັນກັບສະພາບ ຕົວຈິງ ແລະ ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານໃນໄລຍະໃໝ່, ສ້າງກົນ ໄກ ແລະ ລະບຽບການຢ່າງເຂັ້ມ ງວດໂປ່ງໃສ ແລະ ຍຸຕິທໍາ ເພື່ອສະ ກັດກັ້ນ ແລະ ແກ້ໄຂການສໍ້ລາດ ບັງຫລວງ ແລະ ປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ. ມະຕິກອງປະຊຸມໃຫຍ່ຂອງ ຄະນະບໍລິຫານງານສູນກາງພັກ ກໍານົດອອກ ຕໍ່ວຽກງານປັບປຸງ ກົງຈັກການຈັດຕັ້ງ, ວຽກງານປັບ ປຸງລະບົບການປົກຄອງທ້ອງຖິ່ນ ຄືນໃໝ່ ແລະ ວຽກງານສັບຊ້ອນ ຈັດວາງພະນັກງານຄັ້ງນີ້ ແມ່ນ ມີຄວາມໝາຍສໍາຄັນ ເປັນຄວາມ ຮຽກຮ້ອງຕ້ອງການທີ່ຈໍາເປັນພາ ວະວິໄສ ເພື່ອແກ້ໄຂບັນຫາຂອງ ພັກຂອງຊາດ. ດັ່ງນັ້ນ, ຈຶ່ງເປັນ ພາລະໜ້າທີ່ຂອງທຸກການຈັດຕັ້ງພະນັກງານ, ສະມາຊິກພັກທຸກ ຄົນ ຕ້ອງໄດ້ມີພັນທະເຂົ້າຮ່ວມໃນ ການປະຕິບັດ, ທັງນີ້ ກໍເພື່ອສ້າງ ຂະບວນການ ນໍາໄປສູ່ກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກເຮົາ ທີ່ຈະ ເປີດຂຶ້ນໃນຕໍ່ໜ້ານີ້. ຂ່າວ-ພາບ: ຄຈສພ ຫລາຍຂຶ້ນ ໂດຍສະເພາະບັນດາຄໍາ ຂວັນ “ດື່ມເມົາ ແລ້ວບໍ່ຂັບ, ບໍ່ນໍາ ໃຊ້ໂທລະສັບໃນເວລາຂັບລົດ, ໃສ່ ໝວກກັນກະທົບ, ຮັດສາຍນິລະ ໄພ ແລະ ອື່ນໆ”; ຕ້ອງມີວິທີການ ໂຄສະນາ ຂົນຂວາຍ ໃຫ້ທົ່ວສັງຄົມ ມີສ່ວນຮ່ວມໃນວຽກງານຄວາມ ປອດໄພທາງຫລວງ ໂດຍສະເພາະ ສະຖາບັນຄອບຄົວ ທີ່ມີບົດບາດສໍາ ຄັນ ໃນການອົບຮົມບົ່ມສອນລູກ ຫລານປະຊາຊົນລາວໃນຮູບແບບ ຕ່າງໆ; ເອົາໃຈໃສ່ຄົ້ນຄວ້າ, ວິ ເຄາະ, ວິໄຈ ແລະ ແກ້ໄຂຈຸດດໍາ (Blackspots), ຈຸດທີ່ເກີດອຸບັດ ເຫດເລື້ອຍໆ; ປັບປຸງໂຄງລ່າງ ພື້ນຖານ ແລະ ຕິດຕັ້ງສິ່ງປ້ອງກັນ ຕາມຖະໜົນຫົນທາງຢ່າງຄົບຊຸດ ແລະ ໃຫ້ໄດ້ມາດຕະຖານ; ໃຫ້ຂະ ແໜງສາທາລະນະສຸກ ແລະ ພາກ ສ່ວນກ່ຽວຂ້ອງກຽມພ້ອມ ແລະ ມີວິທີການຮັບມືກັບການປິ່ນປົວ ສຸກເສີນ, ເບິ່ງແຍງຄົນເຈັບພາຍ ຫລັງເກີດອຸບັດເຫດ ໂດຍໃຫ້ມີການ ປະສານງານຢ່າງກົມກຽວກັບບັນ ດາໜ່ວຍກູ້ໄພ; ໃຫ້ແຕ່ລະແຂວງ ເອົາໃຈໃສ່ຄົ້ນຄວ້າ ແລະ ຈັດສັນງົບ ປະມານເຂົ້າໃນການຈັດຕັ້ງປະຕິ ບັດວຽກງານຄວາມປອດໄພທາງ ຫລວງ, ພ້ອມທັງ ກວດກາຄືນກົນ ໄກການປະສານງານລະຫວ່າງບັນ ດາຂະແໜງການພາຍໃນແຂວງກໍຄື ການປະສານກັບສູນກາງ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ມີປະສິດທິພາບສູງຂຶ້ນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ກອນ ທີ່ເຮັດວຽກໃນຂົງເຂດດັ່ງ ກ່າວ ໄປຂຶ້ນກັບ ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ແລະ ກະຊວງ, ອົງການອື່ນ ທີ່ເຫັນວ່າມີ ຄວາມສອດຄ່ອງ; ໂອນວຽກສື່ມວນ ຊົນ (ວຽກຖະແຫລງຂ່າວ) ພ້ອມ ທັງຍົກຍ້າຍບຸກຄະລາກອນ ອອກ ຈາກກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນ ກັບ ຄະນະໂຄສະນາອົບຮົມສູນກາງ ພັກ ປ່ຽນຊື່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນ ຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະ ທຳ ແລະ ການທ່ອງທ່ຽວ; ສຳລັບ ວຽກ, ກົງຈັກລະອຽດ (ກົມ) ຂອງ ແຕ່ລະກະຊວງທີ່ຖືກໂຮມ,ຍຸບ,ໂອນ ຈະໄປຂຶ້ນກັບກະຊວງ, ອົງການໃດ ນັ້ນ, ມອບໃຫ້ຄະນະປັບປຸງກົງຈັກ ຄົ້ນຄວ້າ ແລະ ສະເໜີກົມການ ເມືອງສູນກາງພັກ ຕົກລົງ; ສຳລັບ ກົງຈັກ ຂອງສະພາແຫ່ງຊາດ ຊຸດ ທີ X ແມ່ນສະເໜີໃຫ້ຄະນະປະຈຳ ສະພາແຫ່ງຊາດ ເປັນເຈົ້າການຄົ້ນ ຄວ້າ, ພິຈາລະນາ ເພື່ອຫລຸດຜ່ອນ ກົງຈັກການຈັດຕັ້ງ ຂອງສະພາ ແຫ່ງຊາດ ທີ່ມີໃນປັດຈຸບັນ ໃຫ້ຍັງ ເຫລືອ 5 ກໍາມາທິການ ແລະ ຫ້ອງ ວ່າການສະພາແຫ່ງຊາດ; ສ່ວນ ການປັບປຸງກົງຈັກ ຢູ່ທ້ອງຖິ່ນ (ນະ ຄອນຫລວງ, ບັນດາແຂວງ ແລະ ເມືອງ) ແມ່ນໃຫ້ປັບປຸງໂຮມເຂົ້າ ກັນ ຕາມຂະແໜງສາຍຕັ້ງ ທີ່ມີການ ປັບປຸງ ໂຮມເຂົ້າກັນ ຢູ່ກະຊວງ, ອົງການທີ່ກ່າວມາຂ້າງເທິງ. ການປັບປຸງກົງຈັກການຈັດຕັ້ງ ໃນຄັ້ງນີ້, ແມ່ນການປະຕິບັດແນວ ທາງການຈັດຕັ້ງ ຂອງພັກເຮົາ ໃຫ້ “ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິ ພາບແລະ ເຂັ້ມແຂງ”ເນື້ອແທ້ແມ່ນ ການບໍລິຫານຈັດການອົງການ ເພື່ອ ນຳໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງ ສຸດ, ມີປະສິດທິພາບ ແລະ ຍືນຍົງ; ພາຍຫລັງການປັບປຸງກົງຈັກການ ຈັດຕັ້ງ ຕ້ອງຮັບປະກັນບັນລຸຄາດ ໝາຍຄື:ຫລຸດຜ່ອນຈຳນວນກະຊວງ, ກົມ ແລະ ພະແນກການເຮັດໃຫ້ກົງ ຈັກກະທັດຮັດຂຶ້ນ; ເປັນກົງຈັກ ທີ່ມີ ແບບແຜນວິທີເຮັດວຽກທີ່ດີ (ມີວິ ທະຍາສາດ, ປະດິດສ້າງ, ແກ້ໄຂ ວຽກງານວ່ອງໄວ ແລະ ທັນການ); ເປັນກົງຈັກ ທີ່ສາມາດຂັບເຄື່ອນ ການຜັນຂະຫຍາຍແນວທາງ, ແຜນ ນະໂຍບາຍ, ນະໂຍບາຍ ແລະ ກົດ ໝາຍ, ນິຕິກຳກ່ຽວຂ້ອງທີ່ວາງອອກ ໄດ້ເປັນຢ່າງດີ; ມີຄວາມເປັນເຈົ້າ ການ, ມີຄວາມສາມາດປະຕິບັດ ພາລະບົດບາດ,ໜ້າທີ່ຂອງຕົນຕາມ ທິດ “ຫັນເປັນມືອາຊີບ”; ເປັນກົງ ຈັກທີ່ມີຄວາມບໍລິສຸດຜຸດຜ່ອງ ປະຕິ ບັດໜ້າທີ່ ທີ່ຖືກມອບໝາຍ ແລະ ໃຫ້ບໍລິການຮັບໃຊ້ປະຊາຊົນຢ່າງ ແທ້ຈິງ, ບໍ່ອາຍາສິດ, ບໍ່ສ້າງຄວາມ ລຳຄານຫຍຸ້ງຍາກ, ເອົາລັດເອົາ ປຽບປະຊາຊົນ, ເຄື່ອນໄຫວຕາມ ແນວທາງ, ລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ, ສ່ອງແສງ ໄດ້ທາດແທ້ ຂອງລັດປະຊາທິປະໄຕ ປະຊາຊົນ ຢ່າງຈະແຈ້ງ; ຫລຸດຜ່ອນ ຄວາມແອອັດດ້ານສະຖານທີ່ເຮັດ ວຽກ, ຫລຸດຜ່ອນພາຫະນະ, ວັດຖຸ, ອຸປະກອນ ຫລຸດຜ່ອນງົບປະມານ ການໃຊ້ຈ່າຍບໍລິຫານ ແລະ ສ້າງ ເງື່ອນໄຂ, ຄວາມສາມາດ ໃນການ ເພີ່ມເງິນເດືອນ, ເງິນອຸດໜູນ ຢ່າງ ສົມເຫດສົມຜົນ. ຂ່າວ: ກິດຕາ ແລະ ປະເທດຊາດທີ່ແທ້ຈິງໃຫ້ມີຈຳ ນວນເພີ່ມຂຶ້ນ; ປັບປຸງກົນໄກ, ລະ ບອບນຳພາ, ແບບແຜນວິທີເຮັດ ວຽກຂອງຄະນະພັກ, ຄະນະນໍາ ຮາກຖານພັກ, ກົມກອງ, ພະແນກ ຂອງບັນດາກະຊວງ, ອົງການ ແລະ ພະແນກການຢູ່ທ້ອງຖິ່ນ ທີ່ໄດ້ໂຮມ, ໂອນ-ຍ້າຍ ໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບສະພາບ, ແທດກັບຕົວ ຈິງແລະມີວິທະຍາສາດ; ປັບປຸງ,ສັບ ຊ້ອນ ແລະ ນໍາໃຊ້ສະ ຖານທີ່ເຮັດ ວຽກ,ສໍານັກງານຂອງກະຊວງ,ອົງ ການ ແລະ ພະແນກການຢູ່ທ້ອງຖິ່ນ ທີ່ຖືກປັບປຸງ ໃຫ້ມີປະສິດທິພາບ. ສະນັ້ນ, ຄະນະບໍລິຫານງານສູນ ກາງພັກ ຕົກລົງປັບປຸງກົງຈັກການ ຈັດຕັ້ງ ໂດຍການໂຮມກະຊວງ ແຜນການແລະການລົງທຶນເຂົ້າກັບ ກະຊວງການເງິນ, ເອີ້ນຊື່ວ່າ: ກະ ຊວງການເງິນ; ໂຮມກະຊວງພະລັງ ງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເອີ້ນຊື່ ວ່າ:ກະຊວງອຸດສາຫະກຳແລະການ ຄ້າ; ໂຮມ ກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ເຂົ້າ ກັບ ກະຊວງກະສິກຳ ແລະ ປ່າໄມ້ ຊື່ໃໝ່ເອີ້ນວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂຮມກະຊວງ ພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນ ກາງພັກ ເອົາວຽກຄຸ້ມຄອງລັດຖະ ກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະ ບົບບາດ ຂອງຄະນະຈັດຕັ້ງສູນ ກາງພັກ, ພ້ອມທັງຍົກຍ້າຍບຸກຄະ ລາກອນທີ່ເຮັດວຽກດັ່ງກ່າວໄປຂຶ້ນ ກັບຄະນະຈັດຕັ້ງສູນກາງພັກ; ໂອນ ວຽກປົກຄອງ, ວຽກແຜນທີ່, ວຽກ ຄຸ້ມຄອງມະຫາພາກດ້ານສາສະໝາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາ
RkJQdWJsaXNoZXIy MTc3MTYxMQ==