6087

08 xtgmf]k; 37ltok c]t [= ]y = dy ko 14/03/2025 “ ” vk-u {3x8kl lkdq o X]k;? ,v[mb ora fmtok.sh [h ko vh v,0h k'37'dko ];,,6 o7j k 5,54 8N d;j kdu [ ຂປລ. ໃນວັນທີ 11 ມີນາ 2025 ນີ້, ອາຊີ-ໂປຕາສ ສາກົນ (ລາວ) ໄດ້ແຈກຢາຍກອງທຶນພັດທະນາ ບ້ານໃຫ້ 22 ບ້ານອ້ອມຂ້າງໂຄງ ການ ໂດຍສຸມໃສ່ການນຳໃຊ້ເຂົ້າ ໃນການປັບປຸງ ແລະ ພັດທະນາພື້ນ ຖານໂຄງລ່າງຂອງບ້ານ, ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ, ປັບປຸງວຽກງານດ້ານການສຶກສາ, ຝຶກອົບຮົມຄວາມຮູ້ທັກສະດ້ານ ຕ່າງໆ ເຊິ່ງປະກອບມີ 2 ເມືອງ ຄື: ເມືອງທ່າແຂກ ມີບ້ານດົງໃຕ້, ນາ ດິນຈີ່, ນາໂພທ່າ, ທ່າງາມ, ທ່າແຮ່, ໜອງຫ່າງ, ໂຄກປ່າທ່ອນ, ດົງໂຊກໂພນໄຊ, ດອນທົ່ງ ແລະ ບ້ານໂນນ ຕູມ ລວມມູນຄ່າ 762 ລ້ານກວ່າກີບ ແລະ ເມືອງໜອງບົກ ມີບ້ານນາຄໍາ, ດົງບູນ, ໂນນຈິກ, ດົງຄຸງ, ໜອງຜໍາ, ນານ້ອຍ, ໂນນແຕ້, ໂນນສີລາ, ຊຽງ ຫວາງທົ່ງ, ໜອງປາຫລາດ, ດົງ ຍາງ, ດົງຂວາງ ແລະ ບ້ານປາກ ເປັ່ງລວມມູນຄ່າ 1,1ຕື້ກວ່າກີບ ໃຫ້ ກຽດເຂົ້າຮ່ວມ ມອບ-ຮັບທຶນດັ່ງ ກ່າວ, ມີການນຳເມືອງທ່າແຂກ, ການນຳເມືອງໜອງບົກ, ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່, ຕາງໜ້າຫ້ອງວ່າການແຂວງ, ຕາງ ໜ້າສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງ ເມືອງ, ຄະນະອຳນວຍການບໍລິສັດ ແລະ ອຳນາດການປົກຄອງບ້ານ ເປົ້າໝາຍ ເຂົ້າຮ່ວມ. ນັບແຕ່ປີ 2022 ເປັນຕົ້ນມາ ອາຊີ-ໂປຕາສ ສາກົນ (ລາວ) ໄດ້ ມອບທຶນພັດທະນາໃຫ້ບັນດາບ້ານ ອ້ອມຂ້າງ ໂຄງການເປັນເວລາ 4 ປີຕິດຕໍ່ກັນ, ມາຮອດປັດຈຸບັນ ໄດ້ ສະໜອງທຶນພັດທະນາໃຫ້ແກ່ບ້ານ ອ້ອມຂ້າງໂຄງການ ທັງໝົດ 5,54 ຕື້ກວ່າກີບ ເຊິ່ງໄດ້ຊຸກຍູ້ການພັດທະ ນາເສດຖະກິດຂອງບ້ານ ແລະ ປັບ ປຸງຊີວິດການເປັນຢູ່ຂອງປະຊາ ຊົນ ໄດ້ຢ່າງມີປະສິດທິຜົນ. ດ້ວຍການສະໜັບສະໜູນຂອງ ລັດຖະບານ ແລະ ປະຊາຊົນລາວ, ອາຊີ-ໂປຕາສ ສາກົນ (ລາວ) ລົງ ເລິກພັດທະນາອຸດສາຫະກຳເກືອໂປ ຕາສ ຂອງລາວເປັນເວລາ 16 ປີ ແລະ ໄດ້ກາຍເປັນໂຄງການຜະລິດ ຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີ ຕາເວັນອອກສຽງໃຕ້. ບໍລິສັດໄດ້ຍຶດ ໝັ້ນແນວຄິດ ການພັດທະນາແບບ ມີໄຊຊະນະຮ່ວມກັນຕະຫລອດມາ, ມຸ່ງເນັ້ນເຖິງການຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມ ຂອງທ້ອງ ຖິ່ນ ແລະ ຊີວິດການເປັນຢູ່ຂອງປະ ຊາຊົນ, ປະກອບສ່ວນສຳຄັນເຂົ້າໃນ ຄວາມຈະເລີນຮຸ່ງເຮືອງຂອງປະເທດ ລາວ ແລະ ຄວາມຮັ່ງມີຂອງປະຊາ ຊົນລາວ. ພ້ອມນີ້, ພາກລັດ ແລະ ບໍລິ ສັດໄດ້ສ້າງການພົວພັນມິດຕະພາບ ທີ່ເປັນມູນເຊື້ອບົນພື້ນຖານຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສະໜັບສະໜູນເຊິ່ງກັນແລະກັນເຊື່ອມ ໂຍງ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນ. ໃນອະນາຄົດ ອາຊີ-ໂປຕາສ ສາກົນ(ລາວ)ຈະສືບຕໍ່ຊ່ວຍເຫລືອ ປະຊາຊົນພາຍໃນບ້ານທີ່ຢູ່ອ້ອມ ຂ້າງໂຄງການໃຫ້ມີແຫລ່ງລາຍຮັບ, ເພີ່ມລາຍໄດ້, ລົງເລິກພັດທະນາ ການຮ່ວມມືລະຫວ່າງບໍລິສັດ ແລະ ຊຸມຊົນອ້ອມຂ້າງ ເພື່ອສ້າງອະນາ ຄົດທີ່ດີຂຶ້ນຮ່ວມກັນ ໂດຍຜ່ານການ ຈັດຕັ້ງປະຕິບັດໂຄງການຕ່າງໆ ເຊັ່ນ: ຊ່ວຍເຫລືອຊາວບ້ານ ໃນການ ຟື້ນຟູທີ່ດິນ, ສອນເຕັກນິກການເພາະ ປູກແບບທັນສະໄໝ, ມອບຝຸ່ນ ໂປ ຕາສ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==