07 xtgmf]k; gsfdko{dkora fmtok a ແຂວງສະຫວັນນະເຂດ, ທ່ານ ດຣ ຄຳຕຸ່ນ ອຸ່ນລຽນວົງສັກ ຫົວໜ້າ ຫ້ອງການສາທາລະນະສຸກເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສະຫວັນໄຊ ອາໄສ ກໍໄດ້ສະແດງຄວາມຂອບ ໃຈມາຍັງໂຄງການ ລີນີວ ທີ່ໃຫ້ການ ຊ່ວຍເຫລືອໃນຄັ້ງນີ້ ແລະ ຈະພ້ອມ ກັນປົກປັກຮັກສາ, ນຳໃຊ້ໃຫ້ເກີດ ປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງ ວ່າໃນໂອກາດໜ້າຈະໄດ້ຮັບການ ຊ່ວຍເຫລືອຕື່ມອີກ. ທ່ານ ດາງກວາງຕວນ ໄດ້ ກ່າວວ່າ: ໂຄງການ ລີນີວ ແມ່ນມີ ຄວາມຍິນດີທີ່ເປັນສ່ວນໜຶ່ງ ໃນການ ປະກອບສ່ວນ ແລະ ເຊື່ອໝັ້ນວ່າໃນ ການຊ່ວຍເຫລືອຄັ້ງນີ້ ຈະຊ່ວຍເພີ່ມ ປະສິດທິພາບ ແລະ ປະສິດທິຜົນ ໃນ ການບໍລິການຂອງໂຮງໝໍແຫ່ງນີ້ໃຫ້ ດີຂຶ້ນເລື້ອຍໆ ທັງນີ້ກໍເພື່ອແນໃສ່ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະຜູ້ມາໃຊ້ບໍລິການ ຢູ່ ໂຮງໝໍແຫ່ງນີ້ ໃຫ້ມີຄວາມສະດວກ ຍິ່ງຂຶ້ນ. ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໂຄງການ ລີນີວ ໄດ້ມອບ ລໍ້ຍູ້ 20 ຊຸດ ລວມມູນ ຄ່າ 40 ລ້ານດົງ ສະກຸນເງິນຫວຽດ ນາມໃຫ້ໂຮງໝໍເມືອງເຊໂປນແຂວງ ສະຫວັນນະເຂດ ໃນເມື່ອບໍ່ດົນ ມານີ້ ເພື່ອເປັນການຊຸກຍູ້ເຂົ້າໃນ ວຽກງານສາທາລະນະສຸກ ໃຫ້ມີ ຄວາມສະດວກວ່ອງໄວ ທັນໃຈ ໃຫ້ ກັບຄົນເຈັບທີ່ມາໃຊ້ບໍລິການ, ຕາງ ໜ້າມອບໂດຍ ທ່ານ ດາງກວາງ ຕວນ ຕາງໜ້າຜູ້ປະສານງານໂຄງ ການລີນີວ ແຂວງກວາງຈິ ສສ ຫວຽດນາມ ແລະ ຕາງໜ້າຮັບໂດຍ ທ່ານ ສະຫວັນໄຊ ອາໄສ ຮອງ ເລຂາພັກເມືອງເຊໂປນ ໂດຍມີທ່ານ ດຣ. ຕຽງຄຳ ປ້ອງວົງສາ ຮອງ { 37'dko]u ou ; c0;'d;k'9y ,v[]= p6h .sh 3I'\= g,n v'g-3xo h ຫົວໜ້າພະແນກສາທາລະນະສຸກ vq '7totra d g,n v'm5 ]t7q , w0dv'xt-5 ,.spj 7A 'mu VIII ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ເມືອງ ທຸລະຄົມ ແຂວງວຽງຈັນ ຄັ້ງທີ VIII ໄຂຂຶ້ນໃນວັນທີ13ມີນາ2025 ໂດຍ ການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງໆ ວຽງຈັນ, ສະຫາຍ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆທຸລະ ຄົມ ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ 133 ສະຫາຍ ຍິງ 42 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ ສະມາຊິກພັກໃນທົ່ວເມືອງ 2.114 ສະຫາຍ. ສະຫາຍ ນາງ ວົງເດືອນ ວັດ ຕະໂສ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງນີ້ ກໍເພື່ອຕີລາຄາຄືນຜົນສຳເລັດ ໃນການນຳພາ-ຊີ້ນຳ ຕະຫລອດໄລ ຍະ 5 ປີ ເຊິ່ງເມືອງທຸລະຄົມ ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງທຸລະ ຄົມ ຢ່າງເປັນຂະບວນການຟົດຟື້ນ ແລະ ຍາດໄດ້ຜົນສໍາເລັດຫລາຍດ້ານ ໂດຍມີການເຂົ້າຮ່ວມຢ່າງກວ້າງ ຂວາງຂອງມະຫາຊົນ, ເຮັດໃຫ້ທິດ ທາງໜ້າທີ່ ແລະ ມະຕິຕ່າງໆ ຂອງ ອົງຄະນະພັກເມືອງວາງອອກໃນ ແຕ່ລະໄລຍະ ໄດ້ຮັບການຈັດຕັ້ງ ປະຕິບັດ ສ້າງໄດ້ຜົນງານ ແລະ ບົດ ຮຽນອັນລໍ້າຄ່າແກ່ທ້ອງຖິ່ນ ສິ່ງທີ່ ພົ້ນເດັ່ນແມ່ນໄດ້ຫັນເອົາພະນັກງານ ການນໍາ, ພະນັກງານຫລັກແຫລ່ງ ລົງເຮັດວຽກກໍ່ສ້າງຮາກຖານການ ເມືອງ ຕາມຄໍາສັ່ງແນະນໍາເລກທີ 03/ກມສພ ວ່າດ້ວຍການສ້າງບ້ານ ນ້ອຍໃຫ້ກາຍເປັນບ້ານໃຫຍ່, ສ້າງ ບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງ ນ້ອຍໃນຊົນນະບົດ, ໄດ້ສໍາເລັດ ການດໍາເນີນກອງປະຊຸມໃຫຍ່ຂອງ ຄະນະພັກຮາກຖານ, ໜ່ວຍພັກໃນ ທົ່ວເມືອງ, ນໍາພາປະຊາຊົນສ້າງ ແຜນ, ພັດທະນາບ້ານ, ພັດທະນາ ຄອບຄົວ ເຮັດໃຫ້ເມືອງທຸລະຄົມ ມີສະຖານລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍດີຂຶ້ນກວ່າເກົ່າ, ພື້ນຖານ ໂຄງລ່າງໄດ້ຮັບການພັດທະນາ, ເສດຖະກິດ-ສັງຄົມມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງດີ ຂຶ້ນ, ທັງໝົດນັ້ນ ເປັນຂີດໝາຍແຫ່ງ ບາດກ້າວຂະຫຍາຍຕົວຂອງເມືອງ ທຸລະຄົມ, ສະແດງເຖິງການພົວພັນ ສະໜິດແໜ້ນ ແລະ ເປັນນໍ້າໜຶ່ງໃຈ ດຽວ ລະຫວ່າງພັກກັບປະຊາຊົນ ບັນດາເຜົ່າ, ສະແດງເຖິງຄວາມ ຮັບຜິດຊອບ ຂອງຄະນະບໍລິຫານ ງານພັກເມືອງ ຈຶ່ງສາມາດເຮັດ ຫລ້ອນໜ້າທີ່ການເມືອງ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້. ປະຊຸມໃຫຍ່ຄັ້ງນີ້, ຈະໄດ້ສຸມໃສ່ ພິຈາລະນາຮັບຮອງເອົາບົດລາຍ ງານການເມືອງ, ແຜນພັດທະນາ ເສດຖະກິດ-ສັງຄົມ 05 ປີ (20242029); ຮັບຟັງການປະກອບຄໍາ ຄິດເຫັນຂອງແຕ່ລະຂົງເຂດ, ກົມ ກອງອ້ອມຂ້າງເມືອງ, ຕົວແບບ ການຜະລິດສິນຄ້າ, ພິຈາລະນາຮັບ ຮອງເອົາບົດສໍາຫລວດການນໍາພາ ລວມ ຂອງຄະນະບໍລິຫານງານພັກ ເມືອງ ຄັ້ງທີ VII, ເລືອກຕັ້ງເອົາ ຄະນະບໍລິຫານງານພັກເມືອງຊຸດ ໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນໍາ ຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ເລືອກເອົາຜູ້ແທນ ສົມບູນ, ສໍາຮອງໄປຮ່ວມກອງປະ ຊຸມໃຫຍ່ ອົງຄະນະພັກຂັ້ນເທິງ ເຊິ່ງ ຈະໄຂຂຶ້ນໃນຕໍ່ໜ້ານີ້. 14/03/2025
RkJQdWJsaXNoZXIy MTc3MTYxMQ==