6087

14/03/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d oE8q d8kfclh ,q oltg|j c0;'s];'rt[k' 7e,j ;o xtdkf[A oles];f rq o]tg,n v' c]t muj 16j vkwl 7A 'mu V ໂດຍ: ແສງສະຫວັນັນ *ແຂວງຫລວງພະບາງ ຕັ້ງຢູ່ ທາງພາກເໜືອຂອງປະເທດລາວ ເປັນແຂວງທີ່ອຸດົມສົມບູນໄປດ້ວຍ ພູຜາປ່າດົງ ແລະ ແມ່ນ້ຳລຳເຊ ຫລາຍສາຍທີ່ເຮັດໃຫ້ແຂວງດັ່ງ ກ່າວ ມີທຳມະຊາດທີ່ສວຍສົດງົດ ງາມເປັນຕົ້ນ: ຖ້ຳຜາ ແລະ ນ້ຳ ຕົກຕາດຫລາຍແຫລ່ງທີ່ມີຊື່ສຽງລື ນາມເປັນຕົ້ນຕາດກວາງຊີ, ຕາດ ແສ້...ນອກນັ້ນ ຍັງມີສະຖານທີ່ *ພິທີໂຮມຊຸມນຸມ ປະກາດບັ້ນ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ທີ່ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 12 ມີນາ 2025 ໂດຍມີທ່ານ ວັນ ໄຊ ພອງສະຫວັນ ເຈົ້າແຂວງໆຄໍາ ມ່ວນ, ຫົວໜ້າຄະນະຊີ້ນຳຂັ້ນແຂວງ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025, ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວ ໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍ ພະແນກການ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວັນໄຊ ພອງສະຫວັນ ໄດ້ ມີຄຳເຫັນວ່າ: ການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສແມ່ນການ ສໍາຫລວດໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ ສໍາລັບບັນດາປະເທດທີ່ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ ໂດຍ: ມະນີວັນີັ ຂໍ້ແນະນໍາຂອງໜ່ວຍງານສະຖິຕິ ຂອງອົງການສະຫະປະຊາຊາດ, ລັດຖະບານແຫ່ງ ສປປ ລາວ ກໍໄດ້ ດໍາເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດມາແລ້ວ 4 ຄັ້ງ ເລີ່ມແຕ່ປີ 1985 ເຖິງປີ 2015. ເວົ້າສະເພາະຢູ່ແຂວງຄໍາ ມ່ວນ ກໍໄດ້ເຂົ້າຮ່ວມດໍາເນີນການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສເຊັ່ນກັນ ຈາກຜົນຂອງການ ສໍາຫລວດ ຄັ້ງທີ IV ຫລ້າສຸດໃນ ປີ 2015 ພົນລະເມືອງແຂວງຄໍາ ມ່ວນ ອັດຕາການເຕີບໂຕ ເທົ່າກັບ 1,5%, ມີພົນລະເມືອງ 329.000 ຄົນ ແລະ ຄາດຄະເນວ່າໃນປີ 2025 ພົນລະເມືອງແຂວງຄໍາມ່ວນ ຈະມີ ປະມານ 460.226 ຄົນ ແລະ ໃນ ປີ 2035 ຈະມີພົນລະເມືອງປະມານ 573.196 ຄົນ. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ແມ່ນມີຄວາມສໍາຄັນທີ່ສຸດ ເນື່ອງ ຈາກເປັນແຫລ່ງມີຂໍ້ມູນສະຖິຕິ ເພື່ອ ຢືນຢັນການບັນລຸເປົ້າໝາຍດັ່ງກ່າວ ແລະ ມັນມີຄວາມຈໍາເປັນທີ່ສຸດທີ່ ພວກເຮົາຈະຕ້ອງໄດ້ສຶກສາ ແລະ ເຂົ້າໃຈເຖິງບັນຫາການປ່ຽນແປງ ຂອງພົນລະເມືອງລາວ ໃນປັດຈຸບັນ ກໍຄືອະນາຄົດເພາະມັນພົວພັນເຊິ່ງ ກັນ ແລະ ກັນ ຢ່າງສະໜິດແໜ້ນ ກັບຄຸນລັກສະນະຂອງພົນລະເມືອງ ເຊັ່ນ: ອັດຕາການຕາຍ, ການຈະ ເລີນພັນ, ການມີວຽກເຮັດງານທໍາ, ການຍົກຍ້າຍ, ການເຂົ້າເຖິງການ ບໍລິການດ້ານການສຶກສາ ແລະ ສາ ທາລະນະສຸກ, ຄຸນນະພາບຂອງທີ່ ຢູ່ອາໄສ. ເງື່ອນໄຂເຫລົ່ານັ້ນ ລ້ວນ ແຕ່ເປັນປັດໄຈອັນສໍາຄັນທີ່ສົ່ງຜົນຕໍ່ ການປ່ຽນແປງໂຄງປະກອບຂອງ ພົນລະເມືອງ, ຕໍ່ການຂະຫຍາຍ ກາລະໂອກາດແກ່ການແກ້ໄຂ ຄວາມທຸກຍາກ, ສ້າງຄວາມສົມ ດຸນຂອງຕະຫລາດແຮງງານ, ການ ພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນານະວັດຕະ ກຳເຕັກໂນໂລຊີ, ຄວາມໜາແໜ້ນ ຂອງພົນລະເມືອງທີ່ເພີ່ມຂຶ້ນ ກໍບົ່ງ ບອກເຖິງຄວາມສໍາຄັນຂອງການ ພັດທະນາຕົວເມືອງ ແລະ ສ້າງ ເງື່ອນໄຂການສະໜອງການບໍລິ ການພື້ນຖານໂຄງລ່າງຂອງລັດຖະ ບານໄດ້ຢ່າງມີປະສິດທິຜົນ. ທ່ານ ວັນໄຊ ພອງສະຫວັນ ຍັງ ໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາ ເຜົ່າ ທັງຢູ່ພາຍໃນ ແລະ ເຄື່ອນໄຫວ ຢູ່ຕ່າງປະເທດ ຕະຫລອດຮອດພະ ນັກງານ-ລັດຖະກອນ, ທະຫານ, ຕໍາ ຫລວດ ແລະ ພໍ່ຄ້າຊາວຂາຍ, ຊາວ ຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ແຂວງຄໍາມ່ວນ ໃນໄລ ຍະການດໍາເນີນການສໍາຫລວດຈົ່ງ ໃຫ້ການສະໜັບສະໜູນ, ໃຫ້ການ ຮ່ວມມືຢ່າງຈິງໃຈ ແລະ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການສໍາ ຫລວດໃນຄັ້ງນີ້. ພ້ອມນີ້, ສະເໜີໃຫ້ ບັນດາຄະນະຊີ້ນໍາແຕ່ລະຂັ້ນ ແລະ ອໍານາດການປົກຄອງ ຈົ່ງເອົາໃຈ ໃສ່ໃນການນໍາພາ-ຊີ້ນຳ, ໃຫ້ຄວາມ ສະດວກ ແລະ ປະສານສົມທົບ ຢ່າງໃກ້ຊິດກັບກອງກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເພື່ອ ໃຫ້ການຮ່ວມມື ແລະ ສ້າງເງື່ອນໄຂ ທີ່ເອື້ອອໍານວຍ ແລະ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນບັ້ນດໍາເນີນການ ສໍາຫລວດ ໃນຄັ້ງນີ້ ໃຫ້ປະສົບຜົນ ສໍາເລັດ ຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ໄດ້ຄວາມສະຫງົບ ຄວາມປອດໄພ 100% ຕະຫລອດ ໄລຍະການດໍາເນີນການສໍາຫລວດ ໃນປີ 2025. ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ວັດທະນະທຳທີ່ມີຊື່ສຽງຂອງ ແຂວງເຊັ່ນ ພະລາດຊະວັງເກົ່າ, ວັດພູສີ ວັດຊຽງທອງ ແລະ ອື່ນໆ ທີ່ສາມາດດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດເຂົ້າມາ ທ່ຽວແຂວງຫລວງພະບາງ ຫລາຍ ສົມຄວນໃນແຕ່ລະປີ. ນອກຈາກ ນັ້ນ ຍັງຖືກປະກາດໃຫ້ເປັນເມືອງ ມໍລະດົກໂລກໃນປີ 1998 ໂດຍ ອົງການສະຫະປະຊາດ ເພື່ອການ ສຶກສາ ແລະ ວັດທະນະທຳ (ອຸຍ ແນັສໂກ. ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວ ທຳມະຊາດແລ້ວມື້ນີ້ຜູ້ຈະພາມາຮູ້ ຈັກກັບນ້ຳຕົກຕາດແສ້ ເຊິ່ງເປັນ ແຫລ່ງທ່ອງທ່ຽວທາງທໍາມະຊາດ ຂອງຫລວງພະບາງທີ່ມີປ່າໄມ້ສີ ຂຽວປົກຄຸມສາຍນໍ້າໄຫລຕະຫລອດ ມາຕາມຕົ້ນໄມ້ອັນສະລັບຊັບຊ້ອນ ກັນຢ່າງງົດງາມທີ່ມີສະເໜ່ ແລະ ໜ້າຊື່ນຊົມເປັນທີ່ສຸດ. ນ້ຳຕົກຕາດ ແສ້ ຕັ້ງຢູ່ທາງພາກຕາເວັນອອກ ໄປຕາມເສັ້ນທາງເລກທີ 13 ເໜືອ ຫລວງພະບາງ-ວຽງຈັນ, ບໍລິເວນ ປາກທາງເຂົ້າຈະມີປ້າຍຂະໜາດ ໃຫຍ່ບອກລ້ຽງຊ້າຍໄປຕາມເສັ້ນ ທາງດັ່ງກ່າວຈົນມາເຖິງບ່ອນ ຈອດລົດ, ການເດີນທາງໃຊ້ເວລາ ປະມານ 25 ນາທີ ກໍຈະເຖິງບ້ານ ແອນສະຫວັນ. ຫລັງຈາກນັ້ນ, ກໍ ລົງເຮືອລ່ອງຂຶ້ນໄປຕາມລ່ອງແມ່ ນ້ຳຄານປະມານ 15 ນາທີ ກໍຈະໄປ ເຖິງຕາດແສ້ ຊຶ່ງເປັນນ້ຳຕົກຕາດ ຫີນປູນຂະໜາດກາງ, ຊັ້ນຂອງນ້ຳ ຕົກອາດບໍ່ສູງຊັນເທົ່າໃດເມື່ອທຽບ ກັບນ້ຳຕົກຕາດກວາງຊີ, ແຕ່ຄວາມ ສວຍງາມຂອງນ້ຳຕົກຕາດແສ້ ນີ້ ຢູ່ກົງກັບສາຍນ້ຳທີ່ໄຫລມາຕາມ ລານຫີນກວ້າງຊັບຊ້ອນລົງມາເປັນ ຊັ້ນໆ ລົງຢູ່ແອ່ງເບື້ອງລຸ່ມເໝືອນ ເປັນສະລອຍນ້ຳຕາມທຳມະຊາດ ຂະໜາດໃຫຍ່, ເໝາະແກ່ການລົງ ຫລິ້ນນຳ້ເປັນຢ່າງຍິ່ງໃນຊ່ວງລະດູ ຝົນ ຈະມີນ້ຳຫລາຍເປັນພິເສດ.ນ້ຳ ຕົກຕາດແຫ່ງນີ້ມີທຳມະຊາດທີ່ສີ ຂຽວງົດງາມອ້ອມຮອບໄປດ້ວຍ ປ່າໄມ້ສີຂຽວອຸ່ນທຸ່ມ, ມີຕົ້ນໄມ້ນ້ອຍ ໃຫຍ່ຫລາຍຊະນິດ, ຮົ່ມເຢັນ, ບັນ ຍາກາດບໍລິສຸດ, ເຫັນແລ້ວປະທັບ ໃຈສຸດໆກັບຄວາມງົດງາມທີ່ຫາ ຍັງປຽບບໍ່ໄດ້, ໃນຕາດຍັງມີຂົວໄວ້ ສຳລັບໃຫ້ນັກທ່ອງທ່ຽວຍ່າງຊົມ ທິວທັດທຳມະຊາດທີ່ງົດງາມ, ເຮັດ ໃຫ້ນັກຖ່າຍຮູບມີໂອກາດໄດ້ບັນທຶກ ພາບນ້ຳຕົກທີ່ໜ້າອັດສະຈັນ ແລະ ນັກທ່ອງທ່ຽວມີໂອກາດໄດ້ເຫັນເຖິງ ຄວາມມະຫັດສະຈັນຕ່າງໆຂອງ ທຳມະຊາດ. ພ້ອມນັ້ນ ຢູ່ບໍລິເວນ ຮອບນອກຂອງນ້ຳຕົກຕາດ ຍັງມີ ສະຖານທີ່ສຳລັບຈັດສະແດງໂຊຊ້າງ ແສນຮູ້ຊຶ່ງການສະແດງຈະມີ2ຮອບ ຕໍ່ມື້ຄືໃນເວລາ 11:00 ແລະ 15:00 ແລະ ຫາກນັກທ່ອງທ່ຽວທ່ານໃດທີ່ ມັກການຜະຈົນໄພແບບກາງແຈ້ງ ກໍສາມາດຂີ່ຊ້າງຊົມຄວາມງາມປ່າ ໂດຍຮອບໄດ້ເຊັ່ນກັນ. ສຳລັບທາງ ດ້ານຂ້າງຕິດກັບນ້ຳຕົກຕາດແສ້ ຈະ ມີຮ້ານອາຫານຕາມສັ່ງໄວ້ຄອຍບໍລິ ການນັກທ່ອງທ່ຽວອີກດ້ວຍ. ສຳລັບນັກຜະຈົນໄພ, ທ່ານສາ ມາດໄປນ້ຳຕົກຕາກແສ້ໄດ້ໂດຍ ການພາຍເຮືອກາຍັກຢູ່ເທິງແມ່ນ້ຳ ຄານຊຶ່ງເປັນກິດຈະກຳຍອດນິຍົມ ໃນຫລວງພະບາງເພາະວ່ານ້ຳໄຫລ ຊ້າ ແລະ ສະຫງົບເໝາະສຳລັບຄົນ ທີ່ຫາກໍ່ເລີ່ມຕົ້ນພາຍເຮືອກາຍັກໃນ ຄັ້ງທຳອິດ.

RkJQdWJsaXNoZXIy MTc3MTYxMQ==