14/03/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp glu ,0tspkp[q f[kfdkooerk0v'ra d gIa f.sh ;Pdd;fdk |a dc|h og0A ,c0' ນວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ພັກປະຊາຊົນປະຕິວັດ ລາວ ແມ່ນກອງນໍາໜ້າທີ່ມີການ ຈັດຕັ້ງ ແລະ ແມ່ນການຈັດຕັ້ງການ ມາດຕະການ... ຢຸດຕິຖາວອນ...ຸິ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຄື່ອງມືແລະອຸປະກອນຕ່າງໆຕາມ ແຄມສາຍນໍ້າ, ຮ່ອງຫ້ວຍແລະຕາມ ທົ່ງນາຕ່າງໆ ເພື່ອສະກັດເອົາແຮ່ຄໍາ ຕົກຂ້ອນ ຢ່າງເດັດຂາດ; ໃຫ້ກວດ ກາ ແລະ ປະຕິບັດມາດຕະການຕໍ່ ການລັກລອບຂຸດຄົ້ນແຮ່ຄໍາຕົກ ຂ້ອນ, ການດູດຫີນແຮ່ ແລະ ຊາຍ ໃນທຸກກໍລະນີ (ທີ່ເປັນການສວຍໂອ ກາດສະກັດເອົາແຮ່ຄໍາຕົກຂ້ອນ) ໃນຂອບເຂດທົ່ວປະເທດ. ສໍາລັບໂຄງການແຮ່ຄໍາຕົກ ຂ້ອນທີ່ໄດ້ຮັບອະນຸມັດຈາກລັດຖະ ບານ ແລະ ຂັ້ນອົງການປົກຄອງ ທ້ອງຖິ່ນ ໃນໄລຍະຜ່ານມາ ທີ່ກໍາ ລັງຂຸດຄົ້ນໃນປັດຈຸບັນ ໃຫ້ເຊີນ ບໍລິສັດກ່ຽວຂ້ອງມາເຈລະຈາໄລ່ ລຽງກັນ ເພື່ອໃຫ້ຢຸດເຊົາໂຄງການ. ແຕ່ກ່ອນຈະມອບເນື້ອທີ່ດັ່ງກ່າວ ໃຫ້ລັດຖະບານ ບໍລິສັດຕ້ອງປັບປຸງ ປົວແປງສະພາບພື້ນທີ່ ແລະ ສິ່ງ ແວດລ້ອມ ໃນເຂດດັ່ງກ່າວ ໃຫ້ກັບ ຄືນສູ່ສະພາບປົກກະຕິ ໂດຍມີການ ຕິດຕາມຢ່າງໃກ້ຊິດຂອງຂະແໜງ ການກ່ຽວຂ້ອງພາກລັດ ເພື່ອບໍ່ໃຫ້ ມີການສວຍໂອກາດ ໃນທຸກຮູບ ແບບຕື່ມອີກເດັດຂາດ. ສ່ວນໂຄງ ການແຮ່ຄໍາຕົກຂ້ອນ ຂອງບັນດາ ບໍລິສັດ ທີ່ໄດ້ຖອກເງິນຄ່າສິດສໍາ ປະທານ ແລະ ຄ່າຊັບພະຍາກອນ ທຳມະຊາດ ໃຫ້ລັດຖະບານລ່ວງ ໜ້າແລ້ວ, ແຕ່ບໍ່ທັນໄດ້ເຊັນສັນຍາ ສໍາປະທານເທື່ອ ແມ່ນບໍ່ອະນຸຍາດ ໃຫ້ເຊັນສັນຍາສຳປະທານຕື່ມອີກ; ມອບໃຫ້ກະຊວງການເງິນ ສົມທົບ ກັບກະຊວງແຜນການ ແລະ ການ ລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນ ທຳ ມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ພ້ອມກັນກວດ ກາຄືນພັນທະຕ່າງໆທີ່ໄດ້ລະບຸໃນ ສັນຍາ ລວມທັງຈໍານວນເງິນທີ່ຈະ ສົ່ງຄືນແກ່ບັນດາບໍລິສັດ(ຖ້າມີ)ຫລື ເປັນຮູບການໄລ່ລຽງ ເພື່ອຫັກລົບກັບ ພັນທະຂອງບັນດາບໍລິສັດ ທີ່ຕ້ອງ ມອບໃຫ້ລັດໃນໂຄງການອື່ນໆ. ໃຫ້ເລັ່ງການຫັນໂຄງການທົດ ລອງ ໄປສູ່ກົນໄກປົກກະຕິ ໃຫ້ສອດ ຄ່ອງກັບກົດໝາຍກຳນົດຕາມທີ່ລະ ບຸໃນແຈ້ງການ ສະບັບເລກທີ 978/ ຫສນຍ, ລົງວັນທີ 22 ພຶດສະພາ 2024 ຢ່າງເຂັ້ມງວດ ໂດຍສະ ເພາະກ່ອນບໍລິສັດຈະດໍາເນີນການ ສືບຕໍ່ຂຸດຄົ້ນ ແລະ ປຸງແຕ່ງ ແມ່ນ ຕ້ອງໄດ້ສໍາເລັດວຽກງານການສໍາ ຫລວດແຮ່ທາດ, ການສຶກສາຄວາມ ເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ແລະ ການປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມ ຢ່າງລະອຽດ ຄົບຖ້ວນສາກ່ອນ ຈຶ່ງໃຫ້ອອກໃບ ອະນຸຍາດຂຸດຄົ້ນໃຫ້ບໍລິສັດ. ພ້ອມ ກັນນັ້ນ, ກໍໃຫ້ຢຸດຕິການພິຈາລະນາ ຕໍ່ກໍລະນີ ຍ້າຍ ຫລື ປ່ຽນແທນ ເນື້ອ ທີ່ບ່ອນອື່ນໆມາແທນໂຄງການສໍາ ປະທານແຮ່ທົດລອງຢ່າງເດັດຂາດ. ພ້ອມນີ້, ໃຫ້ສືບຕໍ່ໂຈະການພິຈາ ລະນາອະນຸມັດໂຄງການແຮ່ທາດ ໃໝ່ ສໍາລັບແຮ່ໂລຫະທາດ ຈົນໝົດ ສະໄໝລັດຖະບານ ຊຸດທີ IX, ຍົກ ເວັ້ນບາງທ້ອງຖິ່ນທີ່ທຸກຍາກ ແລະ ການຕົກລົງຂອງຂັ້ນເທິງ ແມ່ນຈະ ມີນິຕິກຳກຳນົດສະເພາະຕື່ມ. ໃນໄລ ຍະໂຈະການອອກອະນຸມັດໂຄງການ ໃໝ່ ສໍາລັບແຮ່ໂລຫະທາດ, ມອບ ໃຫ້ບັນດາຂະແໜງການ ແລະ ຂັ້ນ ອົງການປົກຄອງທ້ອງຖິ່ນ ເອົາໃຈ ໃສ່ຕື່ມ ດັ່ງນີ້: ເພີ່ມຄວາມເຂັ້ມງວດ ໃນການຄຸ້ມຄອງ, ຕິດຕາມກວດ ກາ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ໂດຍໃຫ້ປະຕິບັດຕາມແຜນຄຸ້ມຄອງ ແລະ ຕິດຕາມກວດສິ່ງແວດລ້ອມ ທີ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮັບຮອງຢ່າງ ເຂັ້ມງວດ; ເພີ່ມຄວາມເຂັ້ມງວດ ໃນການຄຸ້ມຄອງ, ຕິດຕາມກວດກາ ການຂົນ ສົ່ງແຮ່ທາດ ໂດຍສະເພາະ ຊອກຫາວິທີແກ້ໄຂ ການສະໜອງ ນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງ ງານ 6 ແຫ່ງ ໄດ້ພຽງ 348.000 ແມັດກ້ອນຕໍ່ມື້ ເຊິ່ງຕາມຄວາມ ຕ້ອງ ການຕົວຈິງແມ່ນ 400.000 ແມັດກ້ອນຕໍ່ມື້. ທ່ານ ສີລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫລວງວຽງ ຈັນ ໄດ້ກ່າວວ່າ: ການຊົມໃຊ້ນ້ຳປະ ປາ ອີງໃສ່ສະຖິຕິສະແດງໃຫ້ເຫັນ ວ່າ ການຊົມໃຊ້ນໍ້າປະປາ ແມ່ນມີ ທ່າອ່ຽງການຂະຫຍາຍຕົວຢ່າງໄວ ວາ ເນື່ອງຈາກການພັດທະນາເສດ ຖະກິດ-ສັງຄົມ ມີການຂະຫຍາຍ ຕົວຢ່າງກ້າວກະໂດດ ຖ້າທຽບໃສ່ ການຂະຫຍາຍກຳລັງການຜະລິດ ຂອງໂຮງງານນໍ້າປະປາ ແຕ່ກົງກັນ ຂ້າມການສ້າງໂຮງງານນໍ້າປະປາ ພັດບໍ່ໄດ້ຮັບການກໍ່ສ້າງຂະຫຍາຍ ຕົວ ໄປຄຽງຄູ່ກັບຄວາມຕ້ອງການ ຊົມໃຊ້ນໍ້າປະປາ. ສະນັ້ນ, ຈຶ່ງກໍໃຫ້ ເກີດຄວາມຕ້ອງການຊົມໃຊ້ຫລາຍ ກວ່າການສະໜອງ ຕໍ່ກັບສະພາບ ດັ່ງກ່າວ, ອົງການປົກຄອງ ນວ ກໍ ໄດ້ຕິດຕາມຊຸກຍູ້ ແລະ ໃກ້ຊິດຕິດ ແທດຕະຫລອດມາ ເພື່ອແກ້ໄຂ້ບັນ ຫາຄວາມຕ້ອງການຂອງການຊົມ ໃຊ້ນໍ້າປະປາ ເພື່ອໃຫ້ປະຊາຊົນໄດ້ ຊົມໃຊ້ນໍ້າປະປາຢ່າງທົ່ວເຖິງ ແລະ ພຽງພໍ. ໄລຍະຜ່ານມາ ອົງການປົກ ຄອງ ນວ ກໍໄດ້ອະນຸມັດໃຫ້ພະແນກ ແຜນການ ແລະ ການລົງທຶນ ນວ ເຊັນສັນຍາກໍ່ສ້າງໂຮງງານນໍ້າປະ ປາ ທີ່ບ້ານທ່າດອກຄຳ ເມືອງໄຊທາ ນີ ຈຳນວນ 100.000 ແມັດກ້ອນ; ກຳລັງຄົ້ນຄວ້າພິຈາລະນາອະນຸມັດ ໃຫ້ກໍສ້າງໂຮງງານຢູ່ ບ້ານຫ້ວຍ ຫ້ອມ ຈຳນວນ 20.000 ແມັດກ້ອນ ແລະ ກຳລັງຈະຈັດຕັ້ງປະຕິບັດລົງ ມືກໍ່ສ້າງໂຮງງານຜະລິດນໍ້າ ຢູ່ຈີ່ ນາຍໂມ້ຕື່ມອີກ40.000ແມັດກ້ອນ ຕໍ່ວັນ. ພ້ອມກັນນັ້ນ, ອົງການປົກ ຄອງ ນວ ກໍໄດ້ລະດົມຂົນຂວາຍ ແລະຊຸກຍູ້ໃຫ້ພາກເອກະຊົນກໍຄືຫົວ ໜ່ວຍທຸລະກິດ ໄດ້ພ້ອມກັນລົງທຶນ ເຂົ້າໃສ່ການກໍ່ສ້າງໂຮງງານ ແລະ ວາງລະບົບສາຍທໍ່ນໍ້າປະປາ ເພື່ອ ໃຫ້ສາມາດສະໜອງໃຫ້ແກ່ຄວາມ ຕ້ອງການຂອງ ສັງຄົມຢ່າງພຽງພໍ. ເຖິງຢ່າງໃດກໍຕາມ ອີງຕາມ ການລາຍງານຂອງລັດວິສາຫະກິດ ນໍ້າປະປາ ນວ ເຫັນວ່າກຳລັງການ ຜະລິດນໍ້າປະປາຈາກ 6 ໂຮງງານ ໄດ້ພຽງແຕ່ 348.000 ແມັດກ້ອນ ຕໍ່ວັນ ອັດຕານໍ້າສູນເສຍ 26% ສະນັ້ນ, ນໍ້າປະປາທີ່ຈະໄຫລໄປສູ່ ຄົວເຮືອນ ກໍຄື ສູ່ບັນດາໂຮງຈັກ ໂຮງງານ, ສຳນັກງານຫ້ອງການ ມີ ພຽງແຕ່ 260.000 ແມັດກ້ອນ ແຕ່ ຄວາມຕ້ອງການໃຊ້ນໍ້າຕົວຈິງ ໃນ ປັດຈຸບັນແມ່ນປະມານ 400.000 ແມັດກ້ອນຕໍ່ວັນເຊັ່ນ: ເຂດສະຖະ ກິດກວມລວມໄຊເສດຖາ ມີຄວາມ ຕ້ອງການ 40.000 ແມັດກ້ອນຕໍ່ ວັນ ແຕ່ສາມາດສະໜອງໄດ້ພຽງ ແຕ່ 20.000 ແມັດກ້ອນຕໍ່ວັນ. ນອກນັ້ນ, ເຂດໂຮງງານເບຍລາວ, ບຶງທາດຫລວງ, ໜອງຈັນ ກໍມີ ຄວາມຕ້ອງການຫລາຍເຊັ່ນດຽວ ກັນ. ບັນຫາດັ່ງກ່າວ, ຈຶ່ງໄດ້ກາຍ ເປັນສິ່ງທ້າທາຍຕໍ່ອົງການປົກຄອງ ນວ ແລະ ທຸກພາກ ສ່ວນທີ່ກ່ຽວ ຂ້ອງທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມ ໃຈກັນຊອກຫາວິທີທາງແກ້ໄຂ ກໍຄື ສະໜອງນ້ຳໄດ້ຢ່າງທົ່ວເຖິງ ແລະ ພຽງພໍກັບຄວາມຕ້ອງການ. ຂ່າວ: ໜັງສື່ພິມວຽງຈັນໃໝ່ ເມືອງສູງສຸດຂອງຊົນຊັ້ນກຳມະ ກອນ ເປັນຕົວແທນທີ່ຈົງຮັກພັກດີ ຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກຳ ມະກອນ, ຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດ. ສະຫາຍ ພັນເອກ ສີພົມພູ ແກ້ວ ບຸນລ້ອມ ຮອງຫົວໜ້າກົມກວດກາ ກອງທັບ ໄດ້ມີຄໍາເຫັນຕໍ່ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ວ່າ: ເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງພັກ ປະຊາຊົນ ປະ ຕິວັດລາວ ຄົບຮອບ 70 ປີ ທີ່ຈະ ມາເຖິງໃນມໍ່ໆນີ້, ຄະນະພັກ-ຄະນະ ກົມກວດກາກອງທັບ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາພະນັກງານພາຍໃນ ກົມ ເຄື່ອນໄຫວຕາມພາລະບົດບາດ ໜ້າທີ່ຂອງຕົນ ໃນການກວດກາ ໃຫ້ມີປະສິດທິພາບ, ຖືກຕ້ອງ ແລະ ເດັດຂາດ, ພ້ອມນັ້ນ ກໍໄດ້ຊຸກຍູ້ວຽກ ງານຂະບວນການຕ່າງໆ ໃຫ້ມີບັນ ຍາກາດຟົດຟື້ນມ່ວນຊື່ນ ເປັນຕົ້ນຂະ ບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ຂະບວນການອອກ ແຮງງານລວມໝູ່, ອະນາໄມສະ ຖານທີ່ຄ້າຍຄູ ຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ໃຫ້ມີຄວາມ ເປັນລະບຽບຈົບງາມ, ປະດັບປະ ດາ, ຕິດທຸງຊາດ, ທຸງພັກ, ທຸງທິວ ໃຫ້ມີສີສັນງາມຕາ, ຈັດຕັ້ງເຜີຍແຜ່ ການຄຸ້ມຄອງນໍ້າໜັກໃນລົດບັນທຸກ ປະເພດຕ່າງໆ ແລະ ການປະກອບ ສ່ວນພັນທະດ້ານງົບປະມານ ເພື່ອ ບູລະນະຮັກສາ, ສ້ອມແປງ ແລະ ຍົກລະດັບທາງແຕ່ລະປະເພດ ໂດຍ ໃຫ້ປະຕິບັດຕາມຂໍ້ກຳນົດ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກຢ່າງເຂັ້ມງວດ; ບັນດາ ໂຄງການຮ່ວມມື ຊອກຄົ້ນ-ສໍາ ຫລວດ ລະຫວ່າງ ບໍລິສັດ ກັບ ກົມ ທໍລະນີສາດ ແລະ ແຮ່ທາດ ແລະ ບໍລິສັດກັບຂະແໜງການອື່ນ: ໃຫ້ ຢຸດຕິບໍ່ໃຫ້ມີໂຄງການຮ່ວມມືໃໝ່ ຕື່ມອີກ, ສໍາລັບໂຄງການເກົ່າຜ່ານ ມາ ເມື່ອສິ້ນສຸດອາຍຸ MOU ແມ່ນບໍ່ ໃຫ້ສືບຕໍ່ອີກ, ສ່ວນຂໍ້ມູນທີ່ໄດ້ຈາກ ການສຶກສາ ແມ່ນບໍ່ໃຫ້ເປັນບຸລິມະ ສິດ ເພື່ອສະເໜີຂໍເຊັນສັນຍາກັບລັດ ຖະບານແລະໃຫ້ມອບຂໍ້ມູນດັ່ງກ່າວ ນັ້ນ ເປັນບຸລິມະສິດຂອງລັດຖະບານ ໃນການພິຈາລະນາຕົກລົງອະນຸ ຍາດລົງທຶນ ດ້ວຍຮູບແບບການປະ ມູນ ຫລື ຮູບແບບອື່ນ ຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ.ສ່ວນ ມາດຕະການຈັດຕັ້ງປະຕິບັດ ແມ່ນ ໄດ້ກຳນົດແຈ້ງຢູ່ໃນເນື້ອໃນລະ ອຽດຂອງຄໍາສັ່ງສະບັບດັ່ງກ່າວ. ນັບແຕ່ຂັ້ນຕອນການຜະລິດ, ການ ເຄື່ອນຍ້າຍ ແລະ ການຈໍາໜ່າຍຜະ ລິດຕະພັນແຮ່ທາດ; ຄົ້ນຄວ້າປຶກສາ ຫາລືກັບຜູ້ລົງທຶນ ເພື່ອໃຫ້ລັດຖະ ບານ ເຂົ້າຮ່ວມຖືຮຸ້ນ. ສໍາລັບແຮ່ ທາດອື່ນ ແມ່ນກວດກາຄືນເຂດໂຄງ ການແຮ່ທາດແຕ່ລະປະເພດ ທີ່ມີ ຄວາມສ່ຽງໃນການລັກລອບຂຸດ ຄົ້ນໃຫ້ລະອຽດ, ພ້ອມທັງຮີບຮ້ອນ ດໍາເນີນການສໍາຫລວດ ແລະ ວາງ ແຜນຄຸ້ມຄອງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະ ບຽບການ ໂດຍມີສ່ວນຮ່ວມຂອງ ຂະແໜງການກ່ຽວຂ້ອງທັງສູນ ກາງ ແລະ ທ້ອງຖິ່ນ; ໃຫ້ກະຊວງ ແຜນການແລະການລົງທຶນເປັນໃຈ ກາງສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່, ຂະແໜງການກ່ຽວ ຂ້ອງ ແລະ ອົງການປົກຄອງທ້ອງ ຖິ່ນໃນຂອບເຂດທົ່ວປະເທດ ສືບຕໍ່ ລົງຕິດຕາມບັນດາໂຄງການບໍ່ແຮ່ ທາດຕ່າງໆໃນຂອບເຂດທົ່ວປະ ເທດ. ໃນກໍລະນີກວດພົບເຫັນໂຄງ ການໃດທີ່ດຳເນີນການຂຸດຄົ້ນບໍ່ຖືກ ຕ້ອງ, ລະເມີດສັນຍາສໍາປະທານ, ສ້າງຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແມ່ນແຈ້ງໂຈະກິດຈະການ ຊົ່ວຄາວ, ຫລັງຈາກນັ້ນ ໃຫ້ກະຊວງ ແຜນການ ແລະ ການລົງທຶນ ອອກ ແຈ້ງເຕືອນບໍລິສັດ ເພື່ອໃຫ້ປັບປຸງ ແລະ ແກ້ໄຂ ໂດຍໃຫ້ບໍລິສັດ ສະເໜີ ແຜນການປັບປຸງທີ່ຊັດເຈນ, ຖ້າ ບໍລິສັດດັ່ງກ່າວ ບໍ່ສາມາດປັບປຸງ ແກ້ໄຂຕາມວັນເວລາທີ່ກຳນົດ ແມ່ນ ໃຫ້ສະເໜີລັດຖະບານ ເພື່ອຍົກເລີກ ສັນຍາ ແລະ ຖອນໂຄງການຄືນ; ໃຫ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການ ສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການທີ່ ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງ ຖິ່ນກວດກາຄືນ ດ້ານຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ທີ່ຕິດ ພັນກັບການຂຸດຄົ້ນ, ຂົນສົ່ງຊັບພະ ຍາກອນແຮ່ທາດ, ຫາກບໍ່ປະຕິບັດ ຕາມບັນດາມາດຕະການ ທີ່ກຳນົດ ໃນແຜນຄຸ້ມຄອງແລະຕິດຕາມກວດ ກາສິ່ງແວດລ້ອມ ແລະ ເຮັດໃຫ້ມີ ຜົນກະທົບກັບດ້ານສິ່ງແວດລ້ອມ ທາງທຳມະຊາດ ແລະ ສັງຄົມ ແມ່ນ ໃຫ້ດໍາເນີນການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມ ງວດ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່, ກະ ຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງປ້ອງກັນປະເທດ ສືບ ຕໍ່ປະສານສົມທົບກັນຢ່າງໃກ້ຊິດ ໃນການກວດກາ ແລະ ແກ້ໄຂບັນ ຫາການຂຸດຄົ້ນແຮ່ຄໍາຕົກຂ້ອນ ແລະ ຂຸດຄົ້ນຫີນແຮ່-ຊາຍ ເພື່ອອັດ ຊ່ອງວ່າງການສວຍໂອກາດທຸກ ຮູບແບບ ເພື່ອຂຸດຄົ້ນແຮ່ຄໍາຕົກ ຂ້ອນ ອັນຈະສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມທາງທຳມະຊາດ ລວມ ທັງສົມ ທົບກັບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ໃນການຕິດຕາມກວດກາການບັນ ທຸກນໍ້າໜັກແຮ່ທາດຢູ່ຕົ້ນທາງ. ໃຫ້ກະຊວງການເງິນ ເອົາໃຈ ໃສ່ເຂັ້ມງວດການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບ ດ້ານການເງິນ ເປັນຕົ້ນ ການລັກ ໂລບ, ບຸກລຸກ, ການຊື້-ຂາຍ, ເຄື່ອນ ຍ້າຍຊັບສິນຂອງລັດ ໂດຍບໍ່ຖືກ ຕ້ອງຕາມກົດໝາຍ, ການບໍ່ປະຕິບັດ ພັນທະຕ່າງໆຕາມສັນຍາ ແລະ ລົງ ເລິກການກວດກາບັນຊີປະຈຳປີ ຂອງບັນດາໂຄງການບໍ່ແຮ່ ໂດຍສະ ເພາະບັນຫາການຈັດເກັບອາກອນ ກຳໄລ ແລະ ພາສີ-ອາ ກອນອື່ນໆ ທີ່ຕິດພັນ, ພ້ອມທັງໃຫ້ປະສານສົມ ທົບກັບພາກສ່ວນກ່ຽວຂ້ອງ ເພື່ອ ປະເມີນຄືນຜົນໄດ້ ແລະ ຜົນເສຍ ໃນການສ້າງລາຍຮັບຈາກການຂຸດ ຄົ້ນແຮ່ທາດ ທຽບໃສ່ການເກັບລາຍ ຮັບພາຍໃນທັງໝົດ. ພ້ອມນີ້, ໃຫ້ຄົ້ນ ຄວ້າສ້າງນະໂຍບາຍ ແລະ ນິຕິກຳ ດ້ານພາສີ-ອາກອນຕ່າງໆ, ພ້ອມ ທັງຕິດຕາມ ນໍ້າໜັກແຮ່ທາດ ຢູ່ ປາຍທາງ (ດ່ານພາສີ) ແລະ ສະ ໜອງຂໍ້ມູນໃຫ້ຂະແໜງການກ່ຽວ ຂ້ອງ ເພື່ອຮັບຊາບຢ່າງເປັນປົກກະ ຕິ; ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ຕ້ອງສ້າງເງື່ອນໄຂໃຫ້ທຸກພາກ ສ່ວນໃນສັງຄົມມີສ່ວນຮ່ວມໃນ ການຕິດຕາມກວດກາ, ແຈ້ງສະ ພາບການລັກລອບຂຸດຄົ້ນແຮ່ທາດ, ສະພາບຜົນກະທົບຕໍ່ສິ່ງແວດລ້ອມ ທາງທໍາມະຊາດ ແລະ ສັງຄົມ ໃຫ້ ພາກສ່ວນທີ່ກ່ຽວຂ້ອງຮັບຊາບ ປົກກະຕິ. ກໍລະນີພົບເຫັນມີການລະ ເມີດກົດໝາຍ ແລະ ນິຕິກຳກ່ຽວ ຂ້ອງ ແມ່ນແຈ້ງຂໍ້ມູນແກ່ເຈົ້າໜ້າທີ່ ລັດທີ່ກ່ຽວຂ້ອງດ້ວຍທຸກຮູບການ ລວມທັງຜ່ານສື່ ແລະ ຊ່ອງທາງ ຕ່າງໆ, ເມື່ອໄດ້ຮັບຂໍ້ມູນແລ້ວ ເຈົ້າ ໜ້າທີ່ລັດທີ່ກ່ຽວຂ້ອງຕ້ອງຮີບຮ້ອນ ລົງກວດກາຕົວຈິງ ແລະ ແກ້ໄຂ ຢ່າງທັນການ, ຫາກພົບເຫັນການ ລະເມີດແທ້ ແມ່ນຕ້ອງມີມາດຕະ ການແກ້ໄຂຢ່າງເຂັ້ມງວດ ແລະ ເດັດຂາດ. ພ້ອມນັ້ນ, ກໍໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ສົມທົບກັບ ກະຊວງການເງິນ ແລະ ພາກສ່ວນ ກ່ຽວຂ້ອງ ຄົ້ນຄວ້າຮູບການຍ້ອງຍໍ ແລະ ແບ່ງຜົນປະໂຫຍດຈາກການ ປັບໃໝ ໃຫ້ແກ່ຜູ້ແຈ້ງຂໍ້ມູນ ຕາມ ຄວາມເໝາະສົມ; ມອບໃຫ້ອົງການ ປົກຄອງນະຄອນຫລວງວຽງຈັນ, ບັນດາແຂວງ ແລະ ທຸກພາກສ່ວນ ເປັນເຈົ້າການຈັດຕັ້ງປະຕິບັດກົດ ໝາຍແລະ ນິຕິກຳທີ່ກ່ຽວຂ້ອງກ່ຽວ ກັບແຮ່ທາດ ຢ່າງເຂັ້ມງວດ, ກໍລະນີ ກວດພົບເຫັນຢູ່ທ້ອງຖິ່ນໃດມີການ ລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ມອບໃຫ້ຂັ້ນອົງການປົກຄອງ ທ້ອງຖິ່ນນັ້ນ ເປັນຜູ້ຮັບຜິດຊອບ ຕາມກົດໝາຍ ແລະ ລະບຽບການ ຕ່າງໆ. ພ້ອມນັ້ນ, ໃຫ້ຮີບຮ້ອນດໍາ ເນີນການກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂການລັກລອບຂຸດຄົ້ນ ຊັບພະຍາກອນແຮ່ທາດຕ່າງໆ, ການຈັບຈອງ, ການຊື້-ຂາຍ, ການ ດໍາເນີນກິດຈະການ ຫລື ດໍາເນີນ ທຸລະກິດຂອງບຸກຄົນ, ນິຕິບຸກຄົນ, ກໍລະນີ ທີ່ບໍ່ໄດ້ຮັບອະນຸຍາດ ຫລື ໄດ້ຮັບອະນຸຍາດ ທີ່ບໍ່ຖືກຕ້ອງຕາມ ກົດໝາຍ ແມ່ນໃຫ້ຢຸດຕິ, ຍຸບເລີກ ແລະ ຮື້ຖອນ, ພ້ອມທັງປະຕິບັດ ມາດຕະການຕໍ່ຜູ້ລະເມີດ ຕາມກົດ ໝາຍຢ່າງເຂັ້ມງວດ; ສືບຕໍ່ເປັນເຈົ້າ ການ ແລະ ເຂັ້ມງວດ ໃນການປ້ອງ ກັນ, ສະກັດກັ້ນການລັກລອບຂຸດ ຄົ້ນແຮ່ທາດໃນທຸກຮູບແບບ, ໃນ ກໍລະນີຫາກເກີດມີປະກົດການຫຍໍ້ ທໍ້ດ້ານແຮ່ທາດຕ່າງໆຢູ່ທ້ອງຖິ່ນ ໃດ ແມ່ນມອບໃຫ້ທ້ອງຖິ່ນນັ້ນ ເປັນ ເຈົ້າການໃນການແກ້ໄຂບັນຫາ ໂດຍໄວ, ເຂັ້ມງວດ ແລະ ຂາດຕົວ ດ້ວຍມາດຕະການຕ່າງໆຕາມຄວາມ ເໝາະສົມ (ບໍລິຫານ, ເສດຖະກິດ ແລະ ກົດໝາຍ) ຕໍ່ບຸກຄົນ, ນິຕິ ບຸກຄົນ ຫລື ການຈັດຕັ້ງທີ່ລະເມີດ ທັງການກະທໍາຜິດດັ່ງກ່າວ ຢ່າງ ເຂັ້ມງວດ. ພ້ອມນີ້, ໃຫ້ຮີບຮ້ອນສະ ຫລຸບແລະສັງລວມລາຍງານຄວາມ ຄືບໜ້າຜົນການຈັດຕັ້ງປະຕິບັດ ໃຫ້ ລັດຖະບານຮັບຊາບແລະມີທິດຊີ້ນໍາ ຢ່າງເປັນປົກກະຕິ ໂດຍຜ່ານຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນຕີ ໃນແຕ່ລະໄລຍະ; ໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສັງຮວມຜົນກະທົບ ຈາກການຂຸດຄົ້ນແຮ່ທາດຕ່າງໆ ຕໍ່ ສະຖານທີ່ທ່ອງທ່ຽວ ທີ່ອາດຈະ ສົ່ງຜົນກະທົບຕໍ່ຊັບພະຍາກອນ ການທ່ອງທ່ຽວ ທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ແລະ ເປັນເຈົ້າການສົມທົບຢ່າງໃກ້ ຊິດ ກັບກະຊວງພະລັງງານ ແລະ ບໍ່ ແຮ່ ເພື່ອກວດກາ ແລະ ມີມາດຕະ ການປ້ອງກັນຮ່ວມກັນ; ໃຫ້ບັນດາ ທ່ານລັດຖະມົນຕີ, ຫົວໜ້າອົງການ ລັດທຽບເທົ່າກະຊວງ, ເຈົ້າຄອງ ນະຄອນຫລວງວຽງຈັນ, ບັນດາ ເຈົ້າແຂວງໃນທົ່ວປະເທດ ຄົ້ນຄວ້າ ກຳແໜ້ນຄໍາສັ່ງສະບັບນີ້, ພ້ອມທັງ ຜັນຂະຫຍາຍອອກເປັນໜ້າວຽກ ລະອຽດ ຕາມຄວາມຮັບຜິດຊອບ ຂອງຕົນໂດຍໄວ ແລະ ຈັດຕັ້ງປະ ຕິບັດໃຫ້ມີປະສິດທິຜົນ, ກໍລະນີຂະ ແໜງການໃດ, ທ້ອງຖິ່ນໃດຫາກລະ ເມີດຕໍ່ຄໍາສັ່ງສະບັບນີ້ ແມ່ນຄະ ນະນໍາຂອງຂະແໜງການນັ້ນ ຫລື ທ່ອງຖິ່ນນັ້ນ ຕ້ອງຮັບຜິດຊອບຕໍ່ ກົດໝາຍ ແລະ ລະບຽບການຕ່າງໆ ທີ່ກຳນົດໄວ້; ບັນດາຄໍາສັ່ງ, ຂໍ້ຕົກ ລົງ, ແຈ້ງການ ແລະ ນິຕິກຳຕ່າງໆ ຂະແໜງການ ແລະ ຂັ້ນອົງການ ປົກຄອງທ້ອງຖິ່ນຕ່າງໆ ໄດ້ປະ ກາດໃຊ້ຜ່ານມາ ຊຶ່ງມີເນື້ອໃນຂັດ ກັບຄໍາສັ່ງສະບັບນີ້ ລ້ວນແຕ່ຖືກ ລົບລ້າງ. ໂຄສະນາ-ປາຖະກະຖາວັນສໍາຄັນ ຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງກອງທັບ ໃນແຕ່ລະໄລຍະ ໃຫ້ ນາຍ ແລະ ພົນທະຫານໄດ້ເຊື່ອມ ຊຶມ, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວັນສໍາຄັນດັ່ງກ່າວ. ໂອກາດນີ້, ສະຫາຍ ພັນເອກ ສີ ພົມພູ ແກ້ວບຸນລ້ອມ ໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະກົມກວດກາ ກອງທັບ ອວຍພອນໄຊອັນປະເສີດ ມາຍັງການນໍາ ພັກ-ລັດ, ການນໍາ ກະຊວງປ້ອງກັນປະເທດ ຈົ່ງມີສຸຂະ ພາບແຂງແຮງ, ມີພະລານາໄມ ສົມບູນ, ເຮັດສຳເລັດໜ້າທີ່ວຽກ ງານອັນມີກຽດສະຫງ່າ ຂອງບັນ ດາທ່ານ, ສືບຕໍ່ນໍາພາ-ຊີ້ນຳທຸກໆ ເຫລົ່າຮົບ ໃນກຳລັງປະກອບອາວຸດ ກອງທັບປະຊາຊົນລາວ ໃຫ້ນັບມື້ ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ ແລະ ກ້າວໜ້າຂຶ້ນຢ່າງ ບໍ່ຢຸດຢັ້ງ. ຂ່າວ: ນົກ ບຸນມາເລີດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==