lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 14/03/2025 xtgmf]k; ນາຍົກລັດຖະມົນຕີ...ົັົີ ພະເເນກການອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານແພດ-ໝໍ ແລະ ຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ, ເຊິ່ງອາຄານນອນຄົນ ເຈັບຫລັງນີ້ ໄດ້ຮັບການຊ່ວຍເຫລືອ ລ້າ ໃນການກໍ່ສ້າງ ຈາກ ກຸ່ມບໍລິສັດ ເອໄອເອັຟ, ບໍລິສັດ ທີ່ປຶກສາດ້ານ ການລົງທຶນ ແລະ ກໍ່ສ້າງເຂື່ອນ ໄຟຟ້າ ຈໍາກັດຜູ້ດຽວ, ກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ ໃນມູນຄ່າ 16 ຕື້ກີບ. ໃນພິທີ, ທ່ານ ລິດທິກອນ ພູມ ມະສັກ ປະທານ ກຸ່ມບໍລິສັດ ເອໄອ ເອັຟ ໄດ້ຕາງໜ້າແກ່ຜູ້ໃຫ້ທຶນມີຄໍາ ເຫັນກ່າວມອບ, ພ້ອມທັງຍົກໃຫ້ ເຫັນສາເຫດ ແລະ ຄວາມເປັນມາ ໃນການໃຫ້ທຶນຊ່ວຍເຫລືອລ້າໃນ ການກໍ່ສ້າງອາຄານນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ. ຕໍ່ມາ ທ່ານ ຄໍາສິງ ແກ້ວທອງກຸ ຜູ້ອໍານວຍການໂຮງໝໍແຂວງຈຳ ປາສັກ ກໍໄດ້ກ່າວຮັບອາຄານນອນ ຄົນເຈັບຫລັງໃໝ່, ພ້ອມທັງໄດ້ມີ ຄຳເຫັນວ່າ: ຄະນະພັກ-ຄະນະອໍາ ນວຍການພ້ອມດ້ວຍພະນັກງານ ໂຮງໝໍແຂວງຈໍາປາສັກ ມີຄວາມ ພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບອາ ຄານນອນຄົນເຈັບຫລັງໃໝ່ນີ້ ເພາະ ເປັນຂີດໝາຍທີ່ສໍາຄັນໃນການຍົກ ລະດັບຄຸນນະພາບການປິ່ນປົວຕາມ ເນື້ອໃນຄຸນນະພາບ 5 ດີ 1 ພໍ ໃຈ ຢູ່ສະຖານທີ່ປິ່ນປົວສຸຂະພາບ ທີ່ ກະຊວງສາທາລະນະສຸກ ກຳນົດ ອອກ, ທັງເປັນການຫລຸດຜ່ອນ ຄວາມແອອັດ, ຫລຸດຜ່ອນຄວາມ ສ່ຽງຈາກການຕິດເຊື້ອພາຍໃນ ໂຮງໝໍ, ເຮັດໃຫ້ໂຮງໝໍ ມີອາຄານ ນອນປິ່ນປົວຄົນເຈັບ ຂະໜາດ 68 ຕຽງ ເພີ່ມຕື່ມ ເພື່ອຮອງຮັບໃຫ້ ແກ່ການມາປິ່ນປົວຂອງປະຊາຊົນ ບັນດາ ເຜົ່າ ໃນ 4 ແຂວງພາກໃຕ້. ພ້ອມນີ້, ທ່ານຍັງໃຫ້ຄໍາໝັ້ນສັນຍາ ວ່າ ຈະຄຸ້ມຄອງນໍາໃຊ້ ແລະ ປົກປັກ ຮັກ ສາອາຄານນອນປິ່ນປົວຕົນ ເຈັບ ທີ່ໄດ້ຮັບການຊ່ວຍເຫລືອໃນ ຄັ້ງນີ້ ດ້ວຍຄວາມຮັບຜິດຊອບ ແລະ ເກີດປະໂຫຍດສູງສຸດ. ຂ່າວ-ພາບ: ເກດສະໜາ ໃນລະຫວ່າງວັນທີ 12-15 ມີນາ 2025 ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອ, ການພົວພັນຮ່ວມມືແບບຄູ່ ຮ່ວມຍຸດທະສາດ ຮອບດ້ານ ໝັ້ນ ຄົງ ຍາວນານ ຕາມທິດ 4 ດີ, ການ ເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ໃຫ້ມີມາດຕະຖານສູງ, ຄຸນນະພາບ ສູງ ແລະ ລະດັບສູງກວ່າເກົ່າ ເພື່ອ ນຳເອົາຜົນປະໂຫຍດອັນຍືນຍົງ ມາສູ່ປະຊາຊົນສອງຊາດ ກໍຄື ການ ຮ່ວມມື ຂອງສອງກະຊວງການ ຕ່າງປະເທດລາວ ແລະ ຈີນ ໃຫ້ເລິກ ເຊິ່ງກວ່າເກົ່າ. ໃນຕອນເຊົ້າວັນທີ 13 ມີນາ 2025, ທີ່ນະຄອນຫລວງປັກກິ່ງ, ສປ ຈີນ, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ພົບປະ ສອງຝ່າຍກັບ ສະຫາຍ ລັດຖະມົນຕີ ຫວັງ ອີ້ ພ້ອມດ້ວຍຄະນະຜູ້ແທນ ສອງຝ່າຍລາວ-ຈີນ ເຂົ້າຮ່ວມ. ໃນ ໂອກາດນີ້, ສະຫາຍ ຫວັງ ອີ້ ໄດ້ສະ ແດງຄວາມຍິນດີຕ້ອນຮັບອັນອົບ ອຸ່ນມາຍັງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ຄະນະ, ພ້ອມທັງ ຕີລາຄາສູງຕໍ່ການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຄັ້ງນີ້ ຈະ ເປັນການປະກອບສ່ວນສໍາຄັນ ເຂົ້າ ໃນການເສີມຂະຫຍາຍ ແລະ ຮັດ ແໜ້ນການພົວພັນຮ່ວມມືລະຫວ່າງ ສອງປະເທດ ກໍຄື ການຈັດຕັ້ງຜັນ ຂະຫຍາຍ “ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ ສະບັບໃໝ່ (2024-2028)” ທີ່ການນໍາສູງສຸດຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃນທ້າຍປີ 2023 ທີ່ຜ່ານມາ ໃຫ້ແຕກດອກ ອອກຜົນຍິ່ງໆຂຶ້ນ. ຂະນະດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການ ສອງລັດຖະມົນຕີ...ັົີ ຕ້ອນຮັບອັນອົບອຸ່ນ ໃນໂອກາດ ການຢ້ຽມຢາມ ສປ ຈີນ ຄັ້ງນີ້ ເຊິ່ງ ເປັນຄັ້ງທໍາອິດພາຍຫລັງໄດ້ດໍາລົງ ຕໍາແໜ່ງເປັນລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການດໍາເນີນ ກອງປະຊຸມສອງສະພາ ຄັ້ງທີ 3 ສະໄໝທີ 14 ຂອງ ສປ ຈີນ ທີ່ໄດ້ ຈັດຂຶ້ນໃນລະຫວ່າງວັນທີ 4-11 ມີນາ 2025 ທີ່ຜ່ານມາ. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງ ການພົວພັນຮ່ວມມືໃນດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການ ສືບຕໍ່ແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງ ແຕ່ສູນກາງ ລົງຮອດທ້ອງຖິ່ນ ຢ່າງເປັນປົກກະ ຕິ. ພິເສດ, ສອງຝ່າຍໄດ້ຊົມເຊີຍຜົນ ສໍາເລັດການຈັດຕັ້ງປະຕິບັດ “ແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)”ແລະເຫັນດີເປັນ ເອກະພາບໃນການສືບຕໍ່ຈັດຕັ້ງປະ ຕິບັດ ໃຫ້ມີຜົນສໍາເລັດເປັນຮູບປະ ທໍາຍິ່ງໆຂຶ້ນ. ນອກຈາກນີ້, ສອງ ຝ່າຍ ໄດ້ສະແດງຄວາມຍິນດີ ແລະ ເພິ່ງພໍໃຈຕໍ່ໝາກຜົນການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງ ທຶນ ແລະ ດ້ານອື່ນໆ ທີ່ສືບຕໍ່ໄດ້ຮັບ ການພັດທະນາ ແລະ ຂະຫຍາຍຕົວ ເປັນກ້າວໆ. ປັດຈຸບັນ, ສປ ຈີນ ຍັງ ເປັນອັນດັບໜຶ່ງຂອງການລົງທຶນ ຈາກຕ່າງປະເທດຢູ່ສປປລາວ, ມູນ ຄ່າການຄ້າສອງຝ່າຍ ແລະ ການ ຮ່ວມມືຂະແໜງການອື່ນໆ ກໍສືບ ຕໍ່ຂະຫຍາຍຕົວຢ່າງກ້າວກະໂດດ, ພິເສດການເປີດນໍາໃຊ້ເສັ້ນທາງລົດ ໄຟ ລາວ-ຈີນ ໄດ້ປະກອບສ່ວນສໍາ ຄັນໃນການອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນຂອງສອງປະ ເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມກັນນີ້, ສອງຝ່າຍ ກໍໄດ້ປຶກ ສາຫາລື ແລະ ແລກປ່ຽນຄໍາຄິດຄໍາ ເຫັນກ່ຽວກັບທິດທາງແຜນການ ໃນຕໍ່ໜ້າ ເພື່ອສືບຕໍ່ເພີ່ມທະວີການ ຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ ແຕກດອກອອກຜົນຂຶ້ນເລື້ອຍໆໂດຍ ຈະຖືເອົາ “ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ ສະບັບໃໝ່ (2024-2028)” ເປັນບ່ອນອີງໃນການຮ່ວມມືຕົວຈິງ ໃນແຕ່ລະດ້ານ ໂດຍສະເພາະການ ຮ່ວມມືເພື່ອພັດທະນາໂຄງການ ທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວ ດ້ວຍ ຄຸນນະພາບໃໝ່ ເພື່ອຮັບປະກັນຜົນ ປະໂຫຍດໃຫ້ແກ່ສອງປະເທດ ຢ່າງ ແທ້ຈິງ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ ກັບສະພາບການພົ້ນເດັ່ນໃນພາກ ພື້ນ ແລະ ສາກົນ ທີ່ສອງຝ່າຍມີ ຄວາມສົນໃຈ. ໃນໂອກາດດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງ ໜ້າໃຫ້ພັກ, ລັດຖະບານແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕະ ຫລອດມາ ໂດຍສະເພາະການເປັນ ປະທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ. ພ້ອມກັນນີ້, ກໍໄດ້ເຊື້ອເຊີນ ສະຫາຍ ຫວັງ ອີ້ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາ ທີ່ສະດວກ ແລະ ເໝາະສົມ ເຊິ່ງ ສະຫາຍ ຫວັງ ອີ້ ກໍຍິນດີຕອບຮັບ ຄໍາເຊື້ອເຊີນດັ່ງກ່າວ. ພິເສດ, ພາຍຫລັງສໍາເລັດການ ພົບປະສອງຝ່າຍ, ສອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວຈີນ ໄດ້ຮ່ວມກັນລົງນາມບົດບັນ ທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະ ບານ ແຫ່ງ ສປ ຈີນ ວ່າດ້ວຍການ ສົ່ງເສີມການຮ່ວມມື ດ້ານຂໍ້ລິເລີ່ມ ຄວາມໝັ້ນຄົງທົ່ວໂລກ. ການຢ້ຽມຢາມຄັ້ງນີ້, ສະຫາຍລັດ ຖະມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມ ຂໍ່ານັບສະຫາຍຕິ່ງ ເຊຍຊຽງກໍາມະ ການປະຈໍາກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ຮ່ວມງານລ້ຽງຈັດໂດຍ ສະຫາຍ ຫລິວ ຈ້ຽນຊາວ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຈີນ. ນອກນັ້ນ, ຍັງ ໄດ້ໄປຢ້ຽມຢາມທັດສະນະສຶກສາ ຢູ່ ບໍລິສັດ ພັດທະນາປັນຍາປະດິດ MEG VII, ສູນທົດລອງພາຫະນະ ບໍ່ມີຄົນຂັບ ແລະ ຫໍພິພິຕະພັນ ແຫ່ງ ນະຄອນຫລວງປັກກິ່ງ. ໃນວັນທີ 12 ມີນາ 2025 ໃນໂອ ກາດກຽມສະເຫລີມສະຫລອງວັນ ສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ໂດຍສະຫາຍ ໄດ້ຍົກ ໃຫ້ເຫັນມູນເຊື້ອແຫ່ງການນຳພາຊີ້ນຳ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ ເຊິ່ງເວລາໃດພັກກໍເຊີດຊູບົດບາດ, ຄວາມສາມາດນໍາພາຂອງຕົນ ແລະ ມີໄຫວພິບ, ສະຫລາດສ່ອງໃສ, ສາ ມາດນໍາພາປະເທດຊາດ ຜ່ານວິ ກິດ ແລະ ຄວາມຫຍຸ້ງຍາກນາໆປະ ການ ບໍ່ວ່າໃນໄລຍະຕໍ່ສູ້ປົດປ່ອຍ ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ປັດຈຸບັນ. ເຖິງວ່າສະພາບການ ຈະດຸເດືອດຂ້ຽວຂາດ, ຫຍຸ້ງຍາກ ສັບສົນ, ລະອິດລະອ້ຽວປານໃດ ກໍຕາມ ແຕ່ພັກເຮົາກໍສາມາດນໍາພາ ປະເທດຊາດ ຜ່ານໄປໄດ້ຢ່າງມີໄຊ. ສະຫາຍ ພົນຕີ ວົງສອນ ອິນ ປານພິມຍັງໃຫ້ຮູ້ອີກວ່າ: ຕະຫລອດ ໄລຍະ 76 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ພາຍໃຕ້ ຮົ່ມທຸງສີແດງຂອງພັກ ແລະ ການ ນໍາພາປີຊາສາມາດ, ສະຫລາດ ສ່ອງໃສຂອງພັກ, ກອງທັບ ກໍເຮັດ ລ້ອນໜ້າທີ່ອັນໜັກໜ່ວງ ແລະ ມີ ກຽດສະຫງ່າຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ນັ້ນກໍຄື: ເປັນກໍາລັງຫລັກແຫລ່ງແກ່ນ ສານ ໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ທົ່ວປວງຊົນ ລາວຮອບດ້ານ, ສາມາດຕີເອົາຊະ ນະສັດຕູທຸກໂຕ ໃນທຸກໄລຍະຂອງ ການປະຕິວັດ; ສ້າງເງື່ອນໄຂເອື້ອ ອໍານວຍໃຫ້ແກ່ການສ້າງສາພັດທະ ນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ພ້ອມທັງໄດ້ປະກອບສ່ວນຕົວຈິງ ເຂົ້າໃນການພັດທະນາຊົນນະບົດແກ້ ໄຂຄວາມທຸກຍາກຂອງປະຊາຊົນ. ກະຊວງປ້ອງກັນປະເທດ ເປັນ ສູນກາງນໍາພາ-ບັນຊາກໍາລັງປະ ກອບອາວຸດ ກໍຄື ກໍາລັງໃນກອງ ທັບ, ໃນຊຸມປີຜ່ານມາ ຄະນະພັກ ກະຊວງປ້ອງກັນປະເທດ ກໍໄດ້ສຸມ ໃສ່ນໍາພາ-ບັນຊາບັນດາກົມກອງ ກໍາລັງຫລວງ-ກໍາລັງທ້ອງຖິ່ນໃນ ທົ່ວປະເທດ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຕ່າງໆຂອງ ສູນກາງພັກ, ເວົ້າສະເພາະ ແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັັກກະຊວງ ປ້ອງກັນປະເທດ ມີຜົນສໍາເລັດພົ້ນ ເດັ່ນຫລາຍດ້ານ ເປັນຕົ້ນ ຮັບປະກັນ ເຮັດໃຫ້ປະເທດຊາດ ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ໄດ້ນໍາພາບັນດາກົມ ກອງເຄື່ອນໄຫວເຮັດໃຫ້ສະພາບ ຂອບເຂດທົ່ວປະເທດ ມີຄວາມສະ ຫງົບ, ບໍລິເວນຊາຍແດນແຕ່ເໜືອ ຮອດໃຕ້ ກໍຄື ເຂດໃຈກາງຂອງປະ ເທດ ມີຄວາມສະຫງົບຢ່າງໜັກ ແໜ້ນ. ພ້ອມນີ້, ຍັງໄດ້ຫັນເອົາກໍາ ລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະ ບົດຮອບດ້ານຕາມທາງກວ້າງ ແລະ ທາງເລິກ ລວມມີ 19 ກອງ ປະຕິບັດງານກໍ່ສ້າງຮາກຖານ ຢູ່ 15 ແຂວງ, ມີ 26 ເມືອງ, 28 ຈຸດ ສຸມ, 142 ບ້ານ. ຜົນສໍາເລັດອັນ ພົ້ນເດັ່ນ ແມ່ນການພັດທະນາ 3 ຈຸມ ສຸມຂອງແຂວງໄຊສົມບູນ, ຈຸດສຸມ ຄັ້ງວຽງ ເມືອງໝອກ ແຂວງຊຽງ ຂວາງ ແລະ ຈຸດສຸມອື່ນໆ ທີ່ຕັ້ງຢູ່ ເຂດຊົນນະບົດຫ່າງໄກສອກຫລີກ. ພ້ອມນີ້, ຍັງໄດ້ຮ່ວມມືກັບກອງທັບ ປະຊາຊົນຫວຽດນາມ ພັດທະນາ ບັນດາກຸ່ມບ້ານຊາຍແດນ ລາວຫວຽດນາມ ຕາມການມອບໝາຍ ຂອງສູນກາງພັກ, ສອງລັດຖະບານ ລາວ-ຫວຽດນາມ ເຊິ່ງປັດຈຸບັນ ກໍາລັງສຸມໃສ່ 2 ກຸ່ມບ້ານໃໝ່ຄື: ກຸ່ມ ບ້ານຜາແດງ ເມືອງກວັນ ແຂວງ ຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ແລະ ກຸ່ມບ້ານອື່ນໆ. ພ້ອມນີ້, ສະຫາຍ ພົນຕີ ວົງ ສອນ ອິນປານພິມ ຍັງໄດ້ຕາງໜ້າ ໃຫ້ຄະນະນໍາກະຊວງປ້ອງກັນປະ ເທດ, ນາຍ ແລະ ພົນທະຫານໃນທົ່ວ ກອງທັບ ສະແດງຄວາມຮູ້ບຸນຄຸນ ມາຍັງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາ ກອງທັບໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ ອັນມີກຽດຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໃນແຕ່ລະ ໄລຍະ, ພ້ອມທັງອວຍພອນໄຊອັນ ປະເສີດ ໃຫ້ບັນດາການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍາ ນານ, ຕະຫລອດເຖິງປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ປະຊາຊົນລາວ ຈົ່ງມີສຸຂະພາບແຂງ ແຮງ, ມີພະລາໄມສົມບູນ, ມີຄວາມ ພາສຸກ ພ້ອມກັນອອກແຮງແຂງຂັນ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງ ຊາດ ໃນປີ 2025 ໃຫ້ເປັນຂະບວນ ຟົດຟື້ນກວ້າງຂວາງ ແລະ ພ້ອມກັນ ເຮັດສໍາເລັດທຸກໜ້າທີ່ວຽກງານ. ຂ່າວ-ພາບ: ທະນູທອງ ຊີວິດ ເພື່ອປະເທດຊາດ ວັນທີ 21 ມີນາ 1946 ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ພົທ ແສງນວນ ໄຊຍະລາດ ໂດຍໄດ້ຍົກໃຫ້ເຫັນເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງ ທະຫານ ແລະ ປະຊາຊົນເມືອງທ່າ ແຂກ, ຄວາມໝາຍຄວາມສຳຄັນ ຂອງບັ້ນຮົບດັ່ງກ່າວ ທີ່ໄດ້ກາຍ ເປັນເຫດການປະຫວັດສາດ ແຫ່ງ ການຕໍ່ສູ້ພິລະອາດຫານຂອງປະ ຊາຊົນລາວ ແລະ ກາຍເປັນກະແສ ຟອງໃຫ້ແກ່ການປະຕິວັດຊາດ ປະ ຊາທິປະໄຕຂອງພວກເຮົາ ກ້າວໄປ ສູ່ການປົດປ່ອຍຊາດຢ່າງສົມບູນ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງ ການເຜີຍແຜ່ເອກະສານ ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ, ເອກະສານ ສໍາມະນາ ວິທະຍາສາດ 70 ປີ ພາຍໃຕ້ການ ນໍາພາຂອງພັກ ທີ່ມີກຽດສະຫງ່າ ໂດຍການເຜີຍແຜ່ຂອງ ສະຫາຍ ບົວຄົງ ນາມມະວົງ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງ ການກຳເນີດຂອງພັກປະຊາຊົນ ລາວ, 70 ປີແຫ່ງການນໍາພາ-ຊີ້ ນໍາ ຂອງພັກປະຊາຊົນປະຕິວັດ ລາວ ແລະ ໝາກຜົນທີ່ໄດ້ຮັບ, ການ ເສີມຂະຫຍາຍມູນເຊື້ອທາດແທ້ ຂອງພັກ; ເນື້ອໃນສໍາຄັນເອກະສານ ສຳມະນາວິທະຍາສາດ ເປັນຕົ້ນ ການກໍາເນີດຂອງພັກປະຊາຊົນ ລາວ ເປັນບາດລ້ຽວປະຫວັດ ສາດ ຕັດສິນໄຊຊະນະຂອງການປະຕິ ວັດ; ພັກປະຊາຊົນປະຕິວັດລາວ ນຳພາພາລະກິດປົດປ່ອຍຊາດ ຢ່າງສົມບູນ; ພັກກໍ່ສ້າງ-ປັບປຸງ ຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊ ຊະນະ ຂອງການປະຕິວັດແຕ່ລະ ໄລຍະ; ພັກນຳພາສ້າງລັດ ຂອງປະ ຊາຊົນ ໂດຍປະຊາຊົນ ເພື່ອປະຊາ ຊົນ; ພັກນຳພາພັດທະນາເສດຖະ ກິດຕະຫລາດ ຕາມທິດສັງຄົມນິຍົມ; ພັກນຳພາພັດທະນາວັດທະນະທຳສັງຄົມ ເພື່ອຄວາມຢູ່ດີກິນດີ ຂອງ ປະຊາຊົນບັນດາເຜົ່າ; ພັກນຳພາ ເຕົ້າໂຮມຄວາມສາມັກຄີ ເປັນປຶກ ແຜ່ນທົ່ວປວງຊົນທັງຊາດ; ພັກ ນຳພາວຽກງານປ້ອງກັນຊາດ ບົນ ເສັ້ນທາງກ້າວສູ່ຈຸດໝາຍສັງຄົມ ນິຍົມ; ພັກນຳພາກໍ່ສ້າງກຳລັງປ້ອງ ກັນຄວາມສະຫງົບເຂັ້ມແຂງ, ມີ ແບບແຜນທັນສະໄໝ ແລະ ພັກ ນຳພາເປີດກວ້າງການພົວພັນຮ່ວມ ມືກັບຕ່າງປະເທດ. ພ້ອມກັນນີ້, ຍັງ ໄດ້ເຜີຍແຜ່ເອກະສານຜົນສຳເລັດ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງ ຄະນະກໍາມະການສູນກາງພັກກອມ ມູນິດຈີນ ສະໄໝທີ XX, ມະຕິຕົກ ລົງ ວ່າດ້ວຍເອກະສານຂອງພັກ ປະຊາຊົນ ປະຕິວັດລາວ ສະບັບ ເລກທີ 25/ກມສພ, ລົງວັນທີ 24 ທັນວາ 2024 ຕື່ມອີກ. ການເຜີຍແຜ່ເຊື່ອມຊຶມບັນດາ ເນື້ອໃນ ຂອງເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໃນຄັ້ງນີ້, ເພື່ອ ໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນທົ່ວ ຫສນຍ ເຫັນໄດ້ມູນ ເຊື້ອອັນພິລະອາດຫານຂອງບັນ ພະບູລຸດ, ຖອດຖອນເອົາບົດຮຽນ ແລະ ປະສົບການອັນດີເລີດຂອງ ບັນດາຜູ້ນຳ ໝູນໃຊ້ເຂົ້າໃນພຶດຕິ ກໍາຕົວຈິງ; ຮັບຮູ້, ເຂົ້າໃຈ ແລະ ຍຶດ ໝັ້ນອຸດົມການຂອງພັກ; ມີຄວາມ ໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄຸນສົມບັດສິນທຳປະຕິ ວັດ, ກຳແໜ້ນ ແລະ ເປັນເອກະ ພາບ ຕໍ່ບັນດາເນື້ອໃນຈິດໃຈ ຂອງ ເອກະສານທີ່ນຳມາເຜີຍແຜ່ເຊື່ອມ ຊຶມ, ພ້ອມທັງນໍາໄປຄົ້ນຄວ້າຈັດ ຕັ້ງຜັນຂະຫຍາຍເຂົ້າໃນຈັດຕັ້ງ ປະຕິບັດວຽກງານຕົວຈິງ ຕາມໜ້າ ທີ່ການເມືອງ ແລະ ຄວາມຮັບຜິດ ຊອບຂອງຕົນ ໃນເງື່ອນໄຂໃໝ່ ໃຫ້ ເກີດປະໂຫຍດສູງສຸດ ຕໍ່ປະເທດ ຊາດ ແລະ ປະຊາຊົນ. ຂ່າວ: ກົມປະຊາສຳພັນ ຫສນຍ ຂະບວນການຂໍ່ານັບຮັບຕ້ອນ3ວັນ ປະຫວັດສາດ ຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມນີ້, ຍັງມີວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ, ທັງເປັນການປະກອບສ່ວນ ເຂົ້າໃນການສະໜອງເລືອດທີ່ປອດ ໄພ ໃຫ້ກັບຄົນເຈັບ ທີ່ນອນຮັກສາ ຕົວຢູ່ຕາມໂຮງໝໍແຫ່ງຕ່າງໆຢູ່ສູນ ກາງ-ທ້ອງຖິ່ນ ໄດ້ມີເລືອດພຽງພໍ ກອງທັບປະຊາຊົນລາວ...ັົ ຫສນຍ... ແລະ ປອດໄພ. ກິດຈະກຳບໍລິຈາກເລືອດ ແມ່ນ ວຽກງານມະນຸດສະທຳໜຶ່ງ ທີ່ສັງ ຄົມໃຫ້ຄວາມສໍາຄັນ ເພາະວ່າຄວາມ ຕ້ອງການເລືອດ ເພື່ອໃຊ້ເຂົ້າໃນ ການປິ່ນປົວຄົນເຈັບ ໃນແຕ່ລະມື້ ແມ່ນນັບມື້ສູງຂຶ້ນ ໂດຍສະເພາະ ແມ່ນເອື້ອຍ-ນ້ອງແມ່ຍິງ ແລະ ເດັກ ນ້ອຍ ເຊິ່ງມີອັດຕາສ່ວນການໃສ່ ເລືອດຫລາຍກວ່າໝູ່ ຍ້ອນຫລາຍ ສາເຫດ ເຊັ່ນ: ການເກີດລູກຜິດປົກ ກະຕິ, ເສຍເລືອດຫລາຍ, ພະຍາດ ຂາດເລືອດຊໍາເຮື້ອແລະການຜ່າຕັດ ອື່ນໆ. ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ ຈັດກິດຈະກຳ...ັິ
RkJQdWJsaXNoZXIy MTc3MTYxMQ==