6085

13/03/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ;a fr6 9exkla d lt4kxa f8tptdemuj gdqj kcdj ;y mu 4t\v,lkp8k g,n n j v16 j 9= 7v,ry ;g8u skflv'7vo [a opkdkffu my ;ma f'k, vkskoc-[ -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ ຮຽບຮຽງໂດຍ: ແສງສະຫວັນັນ *​ໃນປັດຈຸບັນ​ນີ້​ການ​ເຮັດ​ວຽກ ງານຕ່າງໆ, ການຮໍ່າຮຽນ ຫລື​ ໃນເວລາ​ວ່າງກໍ​ຕາມ ບໍ່ວ່າ ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍ ສ່ວນ​ຫລາຍ​ ແມ່ນ​ຈະ​ນັ່ງ​ຈ່ອງ​ຢູ່​ກັບຈໍ​ຄອມ​ພິວ​ ເຕີ,​ ຈໍແທັບ​ເລັດ,​ໂທລະສັບ​ຢູ່​ຕະ ຫລອດ...ເຊິ່ງ​ເປັນ​ສາ​ເຫດ​ເຮັດ​ ໃຫ້​ສາຍຕາ​ຂອງ​ຄົນ​ເຮົານັ້ນ ພົບ​ ກັບ​ອາການ​ປວດ​ຕາ, ຕາມົວ, ຕາ​ ແຫ້ງ, ປວດ​ຫົວ, ປວດ​ຫລັງ ຫລື ບາງ​ຄົນ​ຈົນ​ເຖິງ​ຂັ້ນ​ສາຍຕາ​ສັ້ນ​ກໍ​ ເປັນ​ໄດ້. ດັ່ງນັ້ນ​, ເພື່ອ​ຫລີກ​ລ່ຽງ ບັນຫາ​ດັ່ງ ມື້​ນີ້ຄໍ​ລຳ​ສຶກສາຫາ ຄວາມຮູ້ຂໍນຳສະເໜີວິທີຖະໜອມ ສາຍຕາມາແລກປ່ຽນກັບທ່ານຜູ້ ອ່ານດັ່ງນີ້: 1.ພິບ​ຕາ​ໃຫ້​ຖ່ີ​ຂຶ້ນ: ອັດຕາ​ ການ​ພິບ​ຕາ​ຂອງ​ຄົນ​ເຮົາ​ຈະ​ຫລຸດ​ ລົງຈາກ 20-22 ​ເທ່ືອ​ຕໍ່​ນາທີ ​ຈະ​ ເຫລືອ​ຢູ່ພຽງ​ແຕ່ 6-8 ​ເທື່ອ​ຕໍ່​ນາ​ ທີ​ເທົ່າ​ນັ້ນ ​ອັນເຮັດ​ໃຫ້​ຕາ​ແຫ້ງ​ດັ່ງ​ ນັ້ນ​ຄວນ​ພິບ​ຕາ​ໃຫ້​ຫລາຍ​ຂຶ້ນ ຫລື ອາດ​ໃຊ້​ນ້ຳຕາ​ທຽມ​ຍອດ​ເພື່ອ​ໃຫ້​ ດວງ​ຕາຊຸ່ມ. 2.ຈັດວ​ າງຄອມພິ​ ວເ​ຕີໃ​ ຫ້ເ​ໝາະ​ ສົມໃນລະດັບສາຍຕາ, ໃຫ້ໜ້​ າຈໍ​ ກັ​ ບ​ ໂຕ​ເຮົາ​ຫ່າງກັນປະມານ 50-70 ຊັງຕີ​ ​ແມັດ,​ສາຍຕາຢູ່​ໃນ​ລະດັບປ​ ະ ມານ 4-9 ນີ້ວ ບໍ່ໃ​ ຫ້​ຢູ່​ສູງ​ຫລື ຕໍ່າ​ ຈົນ​ເກີນ​ໄປ. 3.ປັບຫ້ອງໃຫ້ມີແສງສະຫວ່າງ​ ເພ​ື່ອຫລຸດ​ແສງ​ສະ​ທ້ອນ​ຈາກ​ໜ້າ​ຈໍ​ ແລະ ຫລີກລ່​ ຽງການໃ​ ຊ້ເ​ຟີນິ​ ເ​ຈີທີ່​ ມີ​ ​ ສີສະທ້​ ອນ ​ເຊັ່ນ ​ໂຕະ​ສີຂາວ, ຄວນ ວາງອຸປະກອນໃກ້ກັບປະຕູປ໋ອງ ຢຽມທີ່ມີຜ້າກັ້ງ. ​4.​ປັບເລື່ອງຂະໜາດໂຕໜັງສື ຂອງຈໍພາບໃຫ້ລາຍລະອຽດຂອງຈໍ ພາບ ແລະ ໂຕອັກສອນນັ້ນມີຄວາມ ກະທັດຫັດກັບຜູ້ໃຊ້. 5.ເ​ລືອກໃ​ ຊ້ແ​ ວ່ນຕາທີ່​ ເ​ໝາະສົມ​ ຄວນ​ເລື​ອກ​ໃສ່ແວ່ນ​ທີ່​ສາມາດ​ກັນ​ ແສງຈາກ​ໜ້າ​ຈໍໄດ້. ແວ່ນກອງ ແສງສີຟ້າຈະຊ່ວຍຖະໜອມສາຍຕາ ຂອງຜູ້ໃຊ້ໃນຂະນະທີ່ເຮັດວຽກກັບ ຈໍຄອມ,ຈໍແທັບເລດ... 6.ພັກຜ່ອນສາ​ຍຕາໃນຂະນະ ທີ່ກຳລັງເຮັດວຽກກັບຈໍຄອມພິວ ເຕີເປັນເວລາດົນ, ຄວນມີການພັກ ສາຍຕາເພື່ອຄາຍອາການອ່ອນ ລ້າບໍລິເວນກ້າມເນື້ອດວງຕາເປັນ ບາງຄັ້ງຢ່າງສະໝ່ຳສະເໝີ ແລະ ທຸກໆຊົ່ວໂ​ ມງຄ​ ວນລຸ​ ກຂຶ້ນຍືດເ​ສັ້ນຍືດ ສາຍ ປະ​ມານ​ 10-20 ນາທີ ​ກໍ​ໄດ້​ ເພື່ອ​ຜ່ອນຄາຍ​ສາຍ​ຕາທີ່​ອ່ອນ​ຫລ້າ​ ຫລື​ ຈະ​ພັກສາ​ຍຕາ​ດ້ວຍ​ການ​ເລ່ືອນ​ ໜ່ວຍ​ຕາຂຶ້ນ-ລົງ​ເຮັດຊ້າໆປະມານ 6 ຄັ້ງ,​ ເ​ລື່ອນ​ຊ້າຍ​ຫາ​ຂວາ​ເຮັດ​ຊ້ຳ ກັນ​ປະມານ 2-3 ​ຄັ້ງ​​ແລະ ໝຸນເ​ປັນ ວົງມົນປະມານ 10 ຄັ້ງ​​ເຮັດ​ແບບນີ້​ ປະມານ 2-3 ຮອບ ກໍ່​ຊ່ວຍ​ຜ່ອນ ຄາຍ​ໄດ້​ຄື​ກັນ. ໂດຍ: ລູກສາວຫລ້າູ ກ້ າ *ມື້​ນີ້ ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ ຂໍ​ ປ່ຽນບັນຍ​ າກ​ າດ ຈາກຮ້​ ານອ​ າຫານ​ ໃນນະຄອນ​ຫລວງ​ວຽງຈັນ ມາ​ ຢ້ຽມ​ຢາມຮ້ານ​ອາຫານທາງ​ພາກ​ ເໜືອຂອງ​ປະ​ເທດ​ລາວນັ້ນ ​ກໍ​ຄື​ ພາບປະກອບ ພາບປະກອບ *ວັດພູຈຳປາສັກ ຕັ້ງຢູ່ພາກໃຕ້ ຂອງລາວ ທີ່ແຂວງຈຳປາສັກ ເຊິ່ງ ເປັນແຂວງທີ່ມີຊາຍແດນຕິດກັບ ປະເທດກຳປູເຈຍ ຫ່າງຈາກອັງກໍ ວັດ ປະມານ 200 ກິໂລແມັດ. ວັດ ພູຈຳປາສັກ ໄດ້ຖືກຮັບຮອງໃຫ້ ເປັນມໍລະດົກໂລກຈາກອົງການອຸຍ ແນັສໂກ. ເປັນສະຖາປັດຕະຍະກຳ ທີ່ເກົ່າແກ່ ຊຶ່ງເປັນອາຄານກົກເຄົ້າ ສ້າງຂຶ້ນສັດຕະວັດທີ 6, ຈາກນັ້ນ ກໍມີການຕໍ່ເຕີມຕາມຍຸກສະໄໝຕໍ່ມາ ຈົນເຖິງສະຕະວັດທີ 15. ວັດພູ ເປັນ ບູຮານສະຖານທີ່ໄດ້ອິດທິພົນທາງ ດ້ານວັດທະນະທຳມາຈາກຫລາຍ ແຫ່ງ ຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ ຕາມຮ່ອງຮອຍ ຫລັກຖານທີ່ສະແດງໃຫ້ເຫັນໃນ ລວດລາຍສິລະປະຕາມສະຖານທີ່ ຕ່າງໆໃນຂົງເຂດວັດແຫ່ງນີ້ ບໍ່ວ່າ ຈະເປັນຮີດຄອງ ຫລື ການເຊື່ອຖື, ແຕ່ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດ ປັດຈຸບັນ ທີ່ເລີ່ມສ້າງມາແຕ່ ຈ.ສ 1.000 ກໍ່ຄື: ສິລະປະຂອງຮິນ ດູ, ໂດຍມີການເຊື່ອຖືເທບພະເຈົ້າ ຂອງສາສະໜາຮິນດູຈາກປະກົດ ການທຳມະຊາດພູເກົ້າ ຊຶ່ງເປັນຈຸດ ປະກາຍຫລັກໃນການມາສ້າງວັດ ພູ. ສ່ວນປະກອບຂອງວັດມີຮູບຊົງ ໄຕມູນ, ເປັນລຳດັບມີການຄິດໄລ່ ທີ່ຈະແຈ້ງເຊັ່ນ: ຮ່ອງນ້ຳທີ່ສົ່ງນ້ຳ ສັກສິດຍາວຢຽດອອກໄປເຖິງ 10 ກິໂລແມັດ ທີ່ສ້າງດ້ວຍຜູ້ຄົນໄດ້ ອ້າງໃຫ້ເຫັນເຖິງການອອກແບບຄັ້ງ ທຳອິດຂອງສັງຄົມຢູ່ໃນປະຫວັດ ສາດນຳອີກດ້ວຍ. ປັດໃຈອື່ນກ່າຽວກັບການມີ ອຳນາດແຊກແຊງລັດທັງຮິນດູ ແລະ ການເລືອກສະຖານທີ່ສ້າງ ວັດພູແມ່ນເລືອກເອົາເສັ້ນຂະໜານ ທິດຕາເວັນອອກ-ຕາເວັນຕົກເປັນ ຫລັກ, ເຊັ່ນດຽວກັນກັບຈອມພູເກົ້າ ຊຶ່ງປະກອບກັບປາກົດການທາງ ທຳມະຊາດ ຮ່ວມກັບແນວຄິດຂອງ ພະສີວະສາສະໜາຮິນດູ. ການຖື ຕາເວັນຂຶ້ນ ກໍມີຄວາມກ່ຽວພັນກັບ ພະສີວະ, ດັ່ງນັ້ນມັນຈຶ່ງເກີດມີການ ເລືອກທິດທາງໃຫ້ມັນໄປລວງດຽວ ກັບທິດຕາເວັນອອກ-ຕາເວັນຕົກ. ຜາສາດຫີນວັດພູ ແບ່ງອອກເປັນ 3 ສ່ວນຄື: ປາສາດຊັ້ນລຸ່ມຊາກ ຂອງບາລາຍສ່ວນໜ້າແຄມບໍ່ນ້ຳ ສ້າງຂຶ້ນມາໃໝ່ສະໄໝເຈົ້າບຸນອຸ້ມ ໃນປີ 1960 ໃຊ້ສະເດັດໃນພິທີສົງ ນໍ້າ ແລະ ຊົມປະເພນີແຂ່ງເຮືອເຊື່ອມ ຕໍ່ທາງຍ່າງດ້ວຍເສົານາງລຽງ, ລານດ້ານໜ້າຈະມີພໍ່ຄ້າແມ່ຄ້າ ນຳ ເອົາດອກໄມ້ທູບທຽນມາຈຳໜ່າຍ, ສ່ວນໂຄປຸລະ ຊັ້ນນອກມີບາລາຍ ຕັ້ງຢູ່ຄຽງຂ້າງກັນ, ຊາວບ້ານຈະ ຮຽກບາລາຍ 2 ຫລັງນີ້ວ່າ: “ໂຮງ ທ້າວ ແລະ ໂຮງນາງ” ເປັນເໝືອນ ກັບຜາສາດໃນເມືອງພະນະຄອນ ທຸກແຫ່ງ ໃຊ້ສຳລັບເຮັດຄວາມ ສະອາດຊຳລະລ້າງຮ່າງກາຍກ່ອນ ຂຶ້ນໄປບູຊາເທວະສະຖານຜາສາດ ຊັ້ນກາງ ດ້ານໜ້າຂອງໂຄປຸລະ ຊັ້ນກາງ ມີຮູບແກະສະຫລັກເທວະ ຮູບຖືກະບອງ ຊາວບ້ານນຳຜ້າ ເຫລືອມາຫົ່ມ ແລະ ສະທ້ອນຄວາມ ເຊື່ອທາງຮິນດູ ເບິ່ງທີ່ມີອິດທິພົນຕໍ່ ພຸດທະສາສະໜາຂອງລາວ, ຂັ້ນໄດ ສູງຊັນແຄບໆ ຕາມຄວາມເຊື່ອ ຂອງຂອມ ທີ່ຕ້ອງສະແດງໃຫ້ຜູ້ໄປ ນະມັດສະການສະແດງຄວາມເຄົາ ລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ, ສອງຂ້າງ ທາງເຕັມໄປດ້ວຍຕົ້ນຈຳປາ ຊຶ່ງ ເປັນດອກໄມ້ປະຈຳຊາດລາວ,ສ່ວນ ປາສາດຊັ້ນເທິງ ເມື່ອຜ່ານທະວານ ບານເຖິງໂຄປຸລະຊັ້ນໃນທາງຂຶ້ນ ມີເທວະຮູບຕັ້ງຢູ່ຍ່າງຂຶ້ນຖານຫີນ ຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມ ໝາຍເຖິງສະຫວັນທັງ 7 ຈົນເຖິງ ປາສາດປະທານສ່ວນເທິງສຸດ, ລັກສະນະພາຍນອກຂອງປາສາດ ເກົ່າແກ່ສ່ວນໜ້າ ແລະ ສ່ວນຍອດ ພັງທະລາຍລົງມາມີຫລັງຄາສັງ ກະສີຸງແທນ, ສ່ວນທີ່ຍັງມີຄວາມ ສົມບູນຄືທັບຫລັງແກະສະຫລັກ ເປັນຮູບພະອິນຊົງຊ້າງເອລາວັນ 3 ສຽນ, ດ້ານຂ້າງເປັນຮູບກິນ ນະລີ ແລະ ພະວິລຸນປະທັບພະຍາ ຄຸດ ວິຈິດສວຍງາມ ຕາເສົາປະດັບ ກອບປະຕູ ທັງ 2 ຂ້າງ ມີຮູບແກະ ສະຫລັກຂອງທ້າວົດຕຸໂລກບານ ເໝືອນດັ່ງຍືນພິທັກປິ່ນປົວປາສາດ ແລະ ຮູບແກະສະຫລັກນາງອັບ ສາທີ່ກອບທາງດ້ານຕະເວັນອອກ ບໍລິເວນປ່ອງຢ້ຽມແກະສະຫລັກ ເປັນລູກໝາກວົດ ດ້ານໃນຂອງຜາ ສາດປະດິດສະຖານພະພຸດທະຮູບ ສຳລິດຂະໜາດໃຫຍ່, ມີໂຕະໝູ່ ບູຊາແບບຊາວພຸດຕັ້ງຢູ່ດ້ານໜ້າ, ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ ສະຫລັກເປັນຮູບແຂ້ ແລະ ຊ້າງ ຕາມຕຳນານມູຣະຕິຂອງສັງຄົມໃນ ປະຫວັດສາດນຳອີກດ້ວຍ. ແຂວງ​ອຸດົມ​ໄຊ ​ເຊິ່ງມື້​ນີ້ ຮ້ານ​ອາ ຫານທີ່​ເຮົາ​ນໍາ​ມາສະ​ເໜີ ​ມີ​ຊື່ວ່າ​ ຫາດ​ສອງ​ຄອນ ​ເຊິ່ງ​ເປັນໜຶ່ງ​ໃນ​ ສະຖານ​ທີ່​ທ່ອງ​ທ່ຽວຂອງ​ເມືອງ​ ປາກ​ແບ​ງ​ແຂວງອຸດົມ​ໄຊ ທີ່​ດຶງ​ດູດ​ ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ ​ເນື່ອງ​ຈາກ​ວ່າ ​ສະ ຖານ​ທີ​່ຕັ້ງ​ແມ່ນຢູ່ກ້ອງເຂື່ອນນໍ້າ​ ແບ​ງ ຈຶ່ງ​ເຮັດ​ໃຫ້​ບັນຍາກາດ​ດີທີ່​ ອ້ອມ​ຮອບ​ໄປ​ດ້ວຍ​ພູຜາ​ປ່າ​ໄມ້ບວກ​ ກັບຕູບແ​ ຄມນໍ້​ າ ໄວ້ຄ​ ອຍບໍ​ ລິກ​ ານ​ ລູກ​ ຄ້າ​ໂ​ ດຍສ​ ະເ​ພາະແ​ ມ່ນບຸນປີ​ ໃ​ ໝ່ລາວ ທີ່​ໃກ້​ຈະມ​ າ​ເຖິງນີ້​ . ທ່ານ ນາງ ສີອຳພອນ ມະຫາວົງ ສະໜັ່ນ ນັກທຸລະກິດການບໍລິການ ຫາດສອງຄອນເວົ້າວ່າ:​ ຈຸດ​ເລີ່​ມ ຕົ້ນ​ທີ່​ໄດ້​ມາ​ເຮັດ​ບໍລິການຫາດ​ສອງ​ ຄອນ​ແຫ່ງ​ນີ້ ຍ້ອນ​ເລັງ​ເຫັນ​ເຖິງທ່າ​ ແຮງ​ດ້ານ​ການທ່ອງທ່ຽວຢູ່​ກ້ອງ​ ເຂື່ອນ​ນໍ້າ​ແບ​ງ ​ເພື່ອ​ໃຫ້​ເປັນສະຖານ​ ທີ່​ທ່ອງ​ທ່ຽວ​ພັກ​ຜ່ອ​ນຂອງ​ນັກ​ ທ່ອງ​ທ່ຽວ​ເນື່ອງ​ຈາກ​ວ່າ ເມືອງ ປາກແບງ ແຂວງອຸດົມໄຊ ແມ່ນ ເມືອງໜຶ່ງທີ່ຖືເອົາວຽກງານການ ບໍລິການ-ການທ່ອງທ່ຽວ ເປັນ ວຽກງານສຳຄັນໃນການຈັດເກັບ ລາຍຮັບ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງເມືອງ. ເມື່ອເວົ້າເຖິງ ການຕອບສະໜອງການບໍລິການການທ່ອງທ່ຽວໃຫ້ມີຄວາມເຂັ້ມ ແຂງຢູ່ເມືອງປາກແບງ ສະຖານທີ່ ບໍລິການ-ການທ່ອງທ່ຽວຫາດສອງ ຄອນ ກໍ່ເປັນສະຖານທີ່ທ່ອງທ່ຽວ ທາງທຳມະຊາດອີກແຫ່ງໜຶ່ງຂອງ ເມືອງປາກແບງ ຕັ້ງຢູ່ຫ່າງຈາກ ເທສະບານເມືອງ ປະມານ 2 ກິໂລ ແມັດ, ສະຖານທີ່ແຫ່ງນີ້ ຕັ້ງຢູ່ແຄມ ທາງມີ: ຮ້ານອາຫານ, ຕູບ, ເຕັ້ນ, ໂຕະ, ຕັ່ງ ຕັ້ງລຽບຕາມຝັ່ງນ້ຳແບງ ຈຶ່ງໄ​ ດ້ບັນຍາກາດທີ່ຄັກ ແລະ ທີ່ສ​ ວຍ​ ງາມ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ແລງ ຈະມີ​ນັກ​ທ່ອງ​ທ່ຽວ​ທະ​ຍອຍ​ກັນ​ມາ ນັ່ງຜ່ອນຄາຍແບບແຄັມປິ້ງຢູ່ແຄມ ນ້ຳເຢັນໆ ແ​ ນມ​ ເ​ຫັນທໍ​ າມ​ ະຊ​ າດອ້​ ອມ​ ຂ້າງຍິ່ງ​ເຮັດ​ໃຫ້​ລົດ​ຊາດ​ອາຫານ​ ແຊບຂຶ້​ ນ​ຕື່ມ. ສໍາລັບທຸລະກິດການບໍລິການ ຫາດສອງຄອນ ເລີ່ມເປີດບໍລິການ ມາແຕ່ປີ 2021 ລົງທຶນເບື້ອງຕົ້ນ 50 ລ້ານກວ່າກີບ ເມື່ອສັງເກດເຫັນ ແຂກຄົນເຂົ້າມາໃຊ້ບໍລິການຫລາຍ ຂຶ້ນ ຈຶ່ງເລີ່ມຂະຫຍາຍອອກຕາມ ຄວາມອາດສາມາດມາເຖິງປັດຈຸບັນ ສາມາດສ້າງລາຍຮັບຫລັງຫັກຄ່າ ໃຊ້ຈ່າຍໄດ້ເຖິງ 100 ລ້ານກີບຕໍ່ປີ. ສໍາລັບຈຸດ​ເດັ່ນ​ຂອງ​ຫາດ​ສອງ​ຄອນ​ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ແມ່ນອາກາດ ດີ, ທິວທັດທຳມະຊາດທີ່ສວຍງາມ, ພ້ອມນັ້ນກໍ່ມີການບໍລິການອາຫານ ຕາມສັ່ງຫລາຍປະເພດເປັນຕົ້ນແມ່ນ ປານ້ຳຂອງ ເຊິ່ງມີຫລາກຫລາຍ ລາຍການເຊັ່ນ: ລາບ, ກ້ອຍ, ລວກ ແລະ ປາລາດພິກ, ມີອາຫານທະເລ ທີ່ສົດໃໝ່, ອາຫານພື້ນເມືອງຫລາກ ຫລາຍປະເພດເປັນຕົ້ນແມ່ນຕົ້ມໄກ່ ລາດ ທີ່ເປັນສູດດັ່ງເດີມສະເພາະຂອງ ຮ້ານ ແລະ ຍັງມີປະເພດຕຳແຊບ, ຕຳ ຕ່ອນ, ຕຳລວມທະເລ, ຕຳໝາກຮຸ່ງ ແລະ ອີກຫລາຍກວ່າ 20 ລາຍການ ອາຫານ ພ້ອມດ້ວຍເຄື່ອງດື່ມອີກ ຫລາກຫລາຍປະເພດ ໄວ້ຄອຍບໍລິ ການທ່ານ. ​ເອົາ​ເປັນ​ວ່າ​ທ່ານ​ໃດ​ທີ່​ໄດ້​ ໄປ​ຢ້ຽມຢາມ​ແຂວງ​ອຸດົມ​ໄຊ​ ບໍ່​ຮູ້​ຈະ​ ໄປ​ຫລີ້ນ​ໃສ​ກໍ​ຢ້ຽມຢາມ​ກິນ​ອາຫານ​ ແຊບໆ ຢູ່​ຫາດ​ສອງ​ຄອນ ​ຮັບຮອງ​ ວ່າ​ບໍ່​ຜິດ​ຫວັງ​ແນ່ນອນ. ສໍາລັບ​ທ່ານ​ ໃດ​ໄປ​ແລ້ວ​ບໍ່​ຮູ້​ບ່ອນ ກໍ​ສາມາດຕິດຕໍ່ ສອບ​ຖາມ​ໄດ້​ທີ່​ເບີໂທ 020 5680 8333. ທ່ານ ນາງ ສີອຳພອນ ​ເວົ້າ​ຕື່ມ​ ວ່າ: ສໍາລັບບຸນປີ​ໃໝ່ລາວ ​ທີ່​ມາ​ເຖິງ​ ນີ້ ຫາດ​ສອງຄອນ​ ກໍ​ກຽມພ້ອມ​ ດ້ານ​ເຄື່ອງສຽງ ​ແລະ ບໍລິການ​ ອື່ນໆ. ພິເ​ສດ​ປີ​ນີ້, ​ແມ່ນ​ຈ້າງລິເ​ກ​ມາ​ ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ມວນ​ຊົນ​ທີ່​ ມາ​ທ່ຽ​ວຫາດ​ສອງຄ​ ອນ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==