6085

13/03/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K g,n v'3romv' l5 ,.lj lh k'rN o4ko37']j k'8y fra odkoxtdv[lj ;o0v'xt-k-q o *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ph vora doerkxtgmf-kf 9bj ',u dkora fmtokfaj 'm5 d,N oU ໂດຍ: ຄຳອ້າຍ ທອງວັນ້ັ ແລະ ສາກົນ ໂດຍມີແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີ ຫລັກການຂອງພັກ ເຊິ່ງເຮັດໃຫ້ ປະເທດຊາດ ມີເອກະລາດ, ມີ ສະຖຽນລະພາບທາງດ້ານການ ເມືອງ, ມີອຳນາດອະທິປະໄຕປົກ ປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ຢ່າງໝັ້ນ ຄົງ, ເສດຖະກິດ-ສັງຄົມ ໄດ້ສືບ ຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມ ທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສິດເປັນເຈົ້າຂອງປະ ເທດຊາດຂອງພະນັກງານ-ລັດຖະ ກອນ, ກຳມະກອນ ແລະ ຊາວຜູ້ ອອກແຮງງານລາວບັນດາເຜົ່າ ໄດ້ ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ ຢຸດຢັ້ງ, ຄວາມສາມັກຄີພາຍໃນພັກ ແລະ ຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທັງຊາດ ໄດ້ມີ ຄວາມໜັກແໜ້ນເຂັ້ມແຂງ, ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງ ແລະ ພັດທະນາດີຂຶ້ນ, ບັນຫາທີ່ສໍາຄັນທີ່ຕັ້ງບົດບາດ ແລະ * ໄລຍະຜ່ານມາເມືອງໂພນທອງ ໄດ້ສຸມໃສ່ຕໍ່ການພັດທະນາພື້ນຖານ ໂຄງລ່າງຕິດພັນກັບການປະກອບ ສ່ວນຂອງປະຊາຊົນໄດ້ດຳເນີນ ການຈັດຕັ້ງປະຕິບັດເປັນຢ່າງດີ. ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງ ປະຊາຊົນເຂົ້າໃນການພັດທະນາ, ບູລະນະປົກປັກຮັກສາເສັ້ນທາງນັບ ມື້ເພີ່ມຂຶ້ນ ແລະ ຕໍ່ເນື່ອງເຮັດໃຫ້ການ ນໍາໃຊ້ເສັ້ນທາງຄົມມະນາຄົມຂອງ ປະຊາຊົນບັນດາເຜົ່າທົ່ວເຖິງ, ເຮັດ ໃຫ້ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ທ່ານ ພອນທິບ ສຸລິຍະການ ເລຂາໜ່ວຍພັກ ຫົວໜ້າຫ້ອງການ ຍທຂ ເມືອງໂພນທອງ ກ່າວວ່າ: ການພັດທະນາພື້ນຖານໂຄງລ່າງ ໄດ້ຮັບການຍົກລະດັບ ແລະ ມີການ ຂະຫຍາຍຕົວຢ່າງກວ້າງຂວາງເຮັດ ໃຫ້ຕາໜ່າງຄົມມະນາຄົມເພີ່ມຂຶ້ນ ຢ່າງໄວວາສະແດງອອກທົ່ວເມືອງ ໂພນທອງ ມີເສັ້ນທາງ 138 ເສັ້ນ, ຍາວ 465,76 ກິໂລແມັດ ທຽບໃສ່ 7e s]kd{]kd{s]kf c]t ]kf .orklk]k; *ຄໍາສັບທີ່ມີພະຍັນຊະນະແກນ ພື້ນສຽງໃກ້ຄຽງກັນ ເມື່ອປະກອບ ດ້ວຍສະຫລະ ແລະ ມີຕົວສະກົດ ຕາຍ, ທັງອັກສອນສູງ ແລະ ຕໍ່າ ຈໍາແນກສຽງຍາກ ໂດຍສະເພາະ ສໍານຽງສຽງເວົ້າຂອງຫລາຍທ້ອງ ຖິ່ນ. ເຖິງຢ່າງໃດກໍ່ດີການຂຽນແມ່ນ ເອກະພາບກັນພາຍໃຕ້ຫລັກການ ປາກເວົ້າ ແລະ ຂີດຂຽນ ກໍ່ຄື ຫລັກ ໄວຍາກອນປັດຈຸບັນ. ບົດນີ້ ຈຶ່ງນໍາ ເອົາບາງຄໍາມາທົບທວນກັນຕື່ມອີກ. ຄໍາ “ຫລາກ” ຄໍາພະຍາງດຽວ ເປັນຄໍາຄຸນນາມ ໝາຍເຖິງຕ່າງ, ປະຫລາດ. ຄໍານີ້ໄປປະສົມເປັນຄໍາ ສອງພະຍາງກໍ່ມີ ແລະ ມີຄວາມ ໝາຍຕ່າງກັນໄປ ເຊັ່ນຫລາກຫລາຍ, ສະຫລາກ. ຄໍາ “ລາກ”ຄໍານີ້ອ່ານອອກສຽງ ຕ່າງກັນຈະແຈ້ງກັບຄໍາ“ຫລາກ” * ຮິບໂຮມໂດຍ: ພະກາິ ແລະ ບໍ່ສາມາດໃຊ້ແທນກັນໄດ້. ລາກ ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງດຶງ, ແກ່. ເປັນຄໍາຄຸນນາມ ໝາຍເຖິງລ່າມ, ຢ່ອນລົງເຖິງພື້ນ ດັ່ງໜັງສືນິທານສຽວສະຫວາດ ມີ ບາງເນື້ອໃນວ່າ “ລາວກໍ່ຈ້ອນຜ້າ ຂຶ້ນປົກລ່າມປາຍຕີນ...”. ຄໍານີໄປ ປະສົມເປັນຄໍາສອງພະຍາງ ກໍ່ມີ ເຊັ່ນ ລາກແກ່. ຄໍາ “ຫລາດ” ເປັນຊື່ປາແນວ ໜຶ່ງ ຕົວຄ້າຍຄືປາຫລົດ ແຕ່ໂຕໃຫຍ່ ກວ່າ, ພື້ນທ້ອງເປັນສີນໍ້າຕານແກ່, ບາງຕົວມີລາຍຂາວເປັນວົງກົມໆ, ບາງຕົວມີລາຍດໍາແກມເຫລືອງ ພາດແຕ່ສັນຫລັງລົງພື້ນທ້ອງ, ມີ ໜາມທີ່ຫລັງຍາວຕິດຕໍ່ກັນຈົນເຖິງ ຫາງ, ປາຫລາດມີປາກ ຫລື ສົບ ແຫລມ. ຮູບຂຽນ “ຫລາດ” ມີຄໍາ ສອງພະຍາງເຊັ່ນ ສະຫລາດ ໝາຍ ເຖິງບໍ່ໂງ່, ມີໄຫວພິບ... ສ່ວນຄໍາ “ລາດ” ເປັນຄໍານາມ ໝາຍເຖິງບ່ອນທີ່ເປັນຫີນແຜ່ນປູຕໍ່າ ລົງເລື້ອຍໆຕາມທໍາມະຊາດ ເອີ້ນວ່າ ລາດ ຫລື ຫີນລາດ. ນອກນັ້ນ ຍັງ ໝາຍເຖິງຕະຫລາດ, ບ່ອນສໍາລັບ ຂາຍເຄື່ອງຂອງອຸປະໂພກບໍລິໂພກ. ລາດ ຍັງເປັນຊື່ເງິນບູຮານ, ເງິນ ບູຮານ ມີເງິນລາດ, ເງິນອັດ, ເງິນ ເບ້ຍ. ຮູບຄໍາ “ລາດ” ມີຄໍາສອງສາມພະຍາງ ທີ່ຄວາມໝາຍຕ່າງ ກັນໄປເຊັ່ນ ໄກ່ພື້ນເມືອງລາວທົ່ວໄປ ກໍ່ຄື ໄກ່ລາດ(ຈະບໍ່ຂຽນເປັນໄກ່ ຫລາດ), ລາດຢາງ ກໍ່ຄື ປູດ້ວຍ ຢາງ ຄື ເສັ້ນທາງລາດຢາງໝາກ ຕອຍ... ລາດຕະເວນ ໝາຍເຖິງ ຖ່ຽວກວດເບິ່ງ. ລາດຟາດ ໝາຍ ເຖິງທີ່ລົ້ມໄປທາງດຽວກັນ, ລົ້ມລະ ເນລະນາດ ເຊັ່ນ ຕົ້ນໄມ້ລົ້ມລາດ ຟາດ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ອິດທິພົນຂອງປະເທດຊາດ ໄດ້ຮັບ ການເຊີດຊູສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ພັນເອກ ບຸນຄ່ອງ ອຸດ ທະຈັນດີ ໄດ້ໃຫ້ຮູ້ອີກວ່າ: ສໍາລັບ ສະຫະພັນກຳມະບານລາວ ພາຍ ໃຕ້ການນໍາພາ-ຊີ້ນໍາຂອງພັກ ປະຊາຊົນ ປະຕິວັດລາວ ໃນຕະ ຫລອດໄລຍະ 70 ປີຜ່ານມາ, ໃນ ຖານະທີ່ເປັນອົງການຈັດຕັ້ງມະ ຫາຊົນຂອງພັກ ກໍໄດ້ເອົາໃຈໃສ່ ໂຄສະນາປຸກລະດົມຂົນຂວາຍສະ ມາຊິກກຳມະບານ, ກຳມະກອນ ກໍຄື ຜູ້ອອກແຮງງານໃຫ້ເຊື່ອມຊຶມ ກຳແໜ້ນແນວທາງ, ແຜນນະໂຍ ບາຍຂອງພັກ ເປັນແຕ່ລະໄລຍະ. ພັກ ຍາມໃດກໍໃກ້ຊິດ ແລະ ໃຫ້ທິດຊີ້ນໍາ ສະຫະພັນກຳມະບານລາວ ໃນການ ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ. ພາຍຫລັງທີ່ສະຫະພັນກຳມະ ບານລາວ ໄດ້ກຳເນີດມາແຕ່ວັນທີ 1 ກຸມພາ ປີ 1956 ເປັນຕົ້ນມາ ກໍໄດ້ຮັບການອົບຮົມໃນຫລາຍໆ ດ້ານເຮັດໃຫ້ກຳມະບານລາວ ໄດ້ ເຄື່ອນໄຫວ ແລະ ມີບົດບາດໃນເວ ທີພາກພື້ນ ແລະ ສາກົນ, ພັກໄດ້ ນໍາພາ-ຊີ້ນໍາສະຫະພັນກຳມະບານ ແຕ່ລະຂັ້ນເປັນເຈົ້າການຍົກສູງ ບົດບາດ ແລະ ເຄື່ອນໄຫວວຽກງານ ຕາມພາລະບົດບາດ, ສິດ, ໜ້າທີ່ ຂອງຕົນ ເຊິ່ງສະແດງອອກໃຫ້ ເຫັນເຖິງຜົນງານອັນພົ້ນເດັ່ນ ໂດຍ ສະເພາະສະຫະພັນກຳມະບານລາວ ໄດ້ມີກົດໝາຍ, ກົດລະບຽບໃນ ແຕ່ລະໄລຍະ, ມີນິຕິກຳໃນການ ເຄື່ອນໄຫວ, ມີການຈັດຕັ້ງຄົບຊຸດ ນັບແຕ່ສູນກາງລົງຮອດກຳມະບານ ຮາກຖານ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານໃນ ຫລາຍຂົງເຂດ ແລະ ຫົວໜ່ວຍ ແຮງງານ, ເຮັດໜ້າທີ່ໃນການ ປົກປ້ອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ທາງດ້ານສິດຜົນປະໂຫຍດ, ຍົກ ລະດັບຊີວິດການເປັນຢູ່ຂອງສະ ມາຊິກກຳມະບານ, ກຳມະກອນ ໂດຍສະເພາະແມ່ນນໍາສະເໜີຂຶ້ນຄ່າ ແຮງງານຂັ້ນຕໍ່າໃນແຕ່ລະໄລຍະ ແລະ ອຸດໜູນຄ່າຄອງຊີບໃຫ້ຜູ້ໃຊ້ ແຮງງານ ເພື່ອຫລີກເວັ້ນຈາກການ ເອົາລັດເອົາປຽບ, ຮັກແພງສາມັກຄີ ເພື່ອບັນລຸຕາມແຜນການຜະລິດ ແນ ໃສ່ພັດທະນາເສດຖະກິດຂອງຊາດ. ໄລຍະດຽວເພີ່ມຂຶ້ນ 68 ເສັ້ນ, ຍາວ 62,39 ກິໂລແມັດ ເຊິ່ງໄດ້ເຮັດໃຫ້ ການບໍລິການຢູ່ຮາກຖານທ້ອງຖິ່ນ ມີຄວາມສະດວກ, ຄຸນນະພາບ ການດໍາລົງຊີວິດຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະ ກ້າວ. ໃນຊຸມປີຜ່ານມາ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ເມືອງ ໂພນທອງ ພາຍໃຕ້ການນໍາພາ-ຊີ້ ນໍາຂອງອົງຄະນະພັກເມືອງ ເຮັດ ໃຫ້ການຍາດແຍ່ງທຶນຮອນ ເພື່ອ ພັດທະນາພື້ນຖານໂຄງລ່າງໄດ້ຮັບ ການຈັດຕັ້ງປະຕິບັດ ແລະ ມີຜົນສໍາ ເລັດຢ່າງໜ້າເພິ່ງພໍໃຈເປັນຕົ້ນການ ກໍ່ສ້າງ-ສ້ອມແປງຂົວ-ທາງ, ການ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມ ຂອງ, ການກໍ່ສ້າງລະບົບລະບາຍ ນໍ້າໃນຕົວເມືອງ ລວມ 26 ໂຄງການ ມູນຄ່າ 474,60 ຕື້ກີບ. ອັນທີ່ໜ້າ ສັນລະເສີນແມ່ນການຈັດຕັ້ງປະຕິ ບັດຕາມທິດຊີ້ນໍາທີ່ວ່າ “ລັດກັບ ປະຊາຊົນຮ່ວມກັນພັດທະນາ”. ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງ ປະຊາຊົນເຂົ້າໃນການພັດທະນາ, ບູລະນະປົກປັກຮັກສາເສັ້ນທາງໄດ້ ນັບມື້ເພີ່ມຂຶ້ນ ແລະ ຕໍ່ເນື່ອງເຮັດໃຫ້ ການນໍາໃຊ້ເສັ້ນທາງຄົມມະນາຄົມ ຂອງປະຊາຊົນບັນດາເຜົ່າທົ່ວເຖິງ, ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ອັນທີ່ພົ້ນເດັ່ນແມ່ນປະຊາຊົນບ້ານ ໜອງໄຮໂຄກ, ໂພນທອງ, ໂພນ ໃຫຍ່, ໃໝ່, ໂນນຄູນ, ຝັ່ງແດງ, ໂນນກຸງ, ບຸ່ງແກ, ແກ້ງຍາວ, ທ່າ ໃຫຍ່, ສອງຄອນ, ປ້ອງ, ໜອງດົງ, ດອນຈິກອຸສຸ, ວັງເຕົ່າ, ດົງຍາງ, ພະລິງ, ໝໍ້, ດອນຕະແບງ, ກຸງ, ຈິກ, ໜອງເມັກ, ໂນນສະຫວັນ, ໂພໄຊ, ສະເຫລົ້າ, ຫ້ວຍເພັກ, ທ່າ ຫລວງ, ວັດຫໍພະແກ້ວ ແລະ ບ້ານ ຄັນແຍງ ໄດ້ປະກອບສ່ວນທຶນຮອນ ຂອງຕົນເຂົ້າໃນການກໍ່ສ້າງເສັ້ນ ທາງເບຕົງທາງຮ່ອມບ້ານຍາວ 13,77 ກິໂລແມັດ ມູນຄ່າ 11,95 ຕື້ກີບ ແລະ ກໍ່ສ້າງສ້ອມແປງຂົວ ຍາວ 290 ແມັດ ມູນຄ່າ 7,10 ຕື້ ກີບ. ສະນັ້ນ, ການລະດົມທຶນຈາກ ປະຊາຊົນ ແລະ ທ້ອນໂຮມໄວ້ຂອງ ໜ່ວຍງານ ຍທຂ ຂັ້ນບ້ານແຕ່ລະ ບ້ານ ເພື່ອໃຊ້ເຂົ້າໃນການບູລະນະ, ປົກປັກຮັກສາເສັ້ນທາງໃນແຕ່ລະປີ ເຫັນໄດ້ວ່າມີຄວາມສໍາຄັນ ແລະ ມີ ຜົນດີຫລາຍສົມຄວນ ເຊິ່ງສາມາດ ແກ້ໄຂສ້ອມແປງເສັ້ນທາງທີ່ເປ່ ເພໄດ້ທ່ວງທັນເວລາ ແລະ ກໍເປັນ ອີກສິ່ງໜຶ່ງທີ່ຊ່ວຍຫລຸດຜ່ອນງົບ ປະມານຂອງລັດລົງພໍສົມຄວນ. ເຖິງຢ່າງໃດກໍ່ດີ, ໃນຕໍ່ໜ້າໜ່ວຍ ພັກຫ້ອງການ ຍທຂ ເມືອງໂພນ ທອງ ຕ້ອງໄດ້ເພີ່ມທະວີໃນການຄົ້ນ ຄວ້າ, ປຸກລະດົມການມີສ່ວນຮ່ວມ ເຂົ້າໃນການພັດທະນາພື້ນຖານໂຄງ ລ່າງ ໃຫ້ລົງຮອດທ້ອງຖິ່ນຮາກຖານ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຍົກລະດັບບັນດາເສັ້ນທາງປູ ດິນແດງ ໃຫ້ເປັນເສັ້ນທາງປູຢາງ ເພີ່ມຂຶ້ນຄຽງຄູ່ກັບການກໍ່ສ້າງເສັ້ນ ທາງປູເບຕົງທາງຮ່ອມບ້ານໃນ ແຕ່ລະບ້ານ ທັງນີ້ກໍເພື່ອຈັດສັນ ຜັງບ້ານໃຫ້ເປັນລະບຽບຈົບງາມ ຕາມທິດສ້າງບ້ານໃຫຍ່ຄ້າຍຄືຕົວ ເມືອງນ້ອຍໃນຊົນນະບົດ, ສ້າງບ້ານ ພັດທະນາປະຊາຊົນຢູ່ດີກິນດີ, ບ້ານ ສາມສ້າງ ພ້ອມທັງປັບປຸງໜ່ວຍ ງານ ຍທຂ ຂັ້ນບ້ານໃນທົ່ວເມືອງ ໃຫ້ມີຄວາມເຂັ້ມແຂງ. ໂດຍ: ຈັນທະວີສັກ

RkJQdWJsaXNoZXIy MTc3MTYxMQ==