11/03/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d Iu f 12 7v' 14 xtgrou ]k; ;y mu x6 dsq ;dts]q f mu j wfh Ia [zq ofu ]h P'wdj ra ow0j gIa f.sh -u ;y frtoa d'kovklklt\a dfu 0B o -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ ໂດຍ: ລູກສາວຫລ້າູ ກ້ າ *ຄຳວ່າ: ຮີດ 12 ຄອງ 14 ທີ່ ມັກໄດ້ຍິນຜູ້ເຖົ່າຜູ້ແກ່ເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ ຄວາມໝາຍທີ່ແທ້ຈິງຂອງມັນ ເຊິ່ງ ຄວາມໝາຍຂອງຮີດ 12 ຄອງ 14 ມີດັ່ງນີ້: ຄຳວ່າຮີດ ແປວ່າ ຂະນົບ ທຳນຽມແບບແຜນ, ຂໍ້ປະຕິບັດອັນ ດີງາມ ຫລື ປະເພນີທີ່ເຄີຍປະພຶດ ສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນທັງພາສາເວົ້າ ແລະ ພາສາຂຽນຄຳວ່າ: ຮີດຄອງ ປະເພນີ (ຈາຮີດນິຍົມ) ລວມ ເຂົ້າກັນເປັນຄຳດຽວຄຳວ່າ ຂະນົບ ທຳນຽມແປເອົາໃຈຄວາມແລ້ວ ກໍແມ່ນປະເພນີທີ່ເຄີຍປະຕິບັດສືບ ທອດກັນມານັ້ນເອງ. ຮີດ ມາຈາກ ຄຳບາລີ ທີ່ວ່າ:ຈາປິດຕະ ເຊິ່ງແປ ວ່າຄະນົບທຳນຽມແບບແຜນ, ຂໍ້ ປະຕິບັດອັນດີງາມ ຫລື ປະເພນີອັນ ດີງາມຕ່າງໆ. ຮີດ 12 ໝາຍເຖິງ ປະເພນີພິທີກຳ ຫລື ການເຮັດບຸນ ປະຈຳເດືອນຂອງປະຊາຊົນລາວ ບັນດາເຜົ່າພາຍໃນ 12 ເດືອນ ເພິ່ນ ຈະນັບເອົາຕາມເດືອນລາວ ບໍ່ແມ່ນ ເດືອນສາກົນ ເປັນຕົ້ນແມ່ນ 1. ເດືອນຈຽງ ຈະມີພິທີລ້ຽງຜີ ຟ້າຜີແຖນ ນິມົນພະສົງອົງຄະເຈົ້າ ເຂົ້າປະລິວາດຊະກໍາ. 2. ເດືອນຍີ່ ຈະມີພິທີເຮັດບຸນ ເຂົ້າຄູນລານ (ບຸນກິນຈຽງ) ເຜົ່າ ມົ້ງ, ບຸນງະ ບຸນລະປືມ (ລາວເທິງ ພາກໃຕ້) ບຸນເກີຣ (ລາວເທິງພາກ ເໜືອ). 3. ເດືອນສາມເພັງ ແມ່ນເຮັດ ບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດ ພູຈໍາປາສັກ. 4. ເດືອນສີ່ ແມ່ນເຮັດບຸນພະ ເວດ ຫລື ບຸນມະຫາຊາດ 5. ເດືອນຫ້າ ເຮັດບຸນປີໃໝ່ລາວ ຫລື ບຸນກຸດສົງການ 6. ເດືອນຫົກ ເຮັດບຸນວິສາ *ຫົວກະຫລົດ ເປັນຜັກທີ່ຮັບ ປະທານສ່ວນຫົວຂອງມັນ, ມີລົດ ຊາດຫວານກອບຈຶ່ງກາຍເປັນຜັກ ຍອດນິຍົມທີ່ສໍາຄັນອຸດົມໄປດ້ວຍ ວິຕາມິນເອ ແລະ ເກືອແຮ່ ຈະເລີນ ເຕີບໂຕດີ, ແຕ່ບໍ່ໝາຍຄວາມວ່າ ຈະປູກລະດູອື່ນບໍ່ໄດ້, ກະຫລົດ ສາມາດປູກໄດ້ຕະຫລອດປີ ແຕ່ຈະ ໃຫ້ຜົນເກັບກ່ຽວດີທີ່ສຸດແມ່ນໃນ ລະດູໜາວ, ສ່ວນລະດູຝົນບໍ່ຄ່ອຍ ນິຍົມປູກປານໃດເນື່ອງຈາກລະດູ ນີ້ມີພະຍາດ ແລະ ແມງໄມ້ທໍາລາຍ ຫລາຍເຮັດໃຫ້ຜົນຜະລິດຕົກຕໍ່າ ໂດຍຮາກ ແລະ ລໍາຕົ້ນຂອງຫົວ ກະຫລົດມີລັກສະນະຄ້າຍຄືຜັກ ຊີ, ລໍາຕົ້ນສັ້ນຢູ່ຕິດກັບຄວັນຂອງ ຫົວ, ສ່ວນຮາກ ຫລື ຫົວກະຫລົດທີ່ ເປັນສ່ວນນໍາມາຮັບປະທານນັ້ນ ແມ່ນຈັດເປັນຮາກແກ້ວທີ່ມີລັກ ສະນະຂະໜາດໃຫຍ່, ມີຮູບຮ່າງ ແລະ ສີແຕກຕ່າງກັນຕາມສາຍ ພັນ, ມີຄວາມຍາວປະມານ 15-30 ຊັງຕີແມັດ, ເສັ້ນຜ່າສູນກາງ 1,5-5 ຊັງຕີແມັດ. ສໍາລັບວິທີການປູກ: ຫົວກະ ຂະບູຊາ ແລະ ບຸນບັ້ງໄຟ 7. ເດືອນເຈັດ ເຮັດບຸນເບີກ ຊຳລະບ້ານ ແລະ ລ້ຽງປູ່ຕາ (ກຽມ ເຮັດໄຮ່ເຮັດນາ) 8. ເດືອນແປດ ເຮັດບຸນເຂົ້າ ພັນສາ 9. ເດືອນເກົ້າ ເຮັດບຸນເຂົ້າປະ ດັບດິນ 10. ເດືອນສິບ ເຮັດບຸນເຂົ້າ ສະຫລາກ 11. ດືອນສິບເອັດ ເຮັດບຸນ ອອກພັນສາ 12. ເດືອນສິບສອງ ເຮັດບຸນ ກະຖິນບຸນພະທາດຫລວງ ສຳລັບຄອງ 14 ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງຂອງພະລາ ຊາ, ສຳລັບຄົນທົ່ວໄປແມ່ນໜ້າທີ່ ຂອງໝົດທຸກຄົນຈະຕ້ອງປະພຶດປະ ຕິບັດຕໍ່ກັນເຊັ່ນ: ຄູ່ຜົວເມຍ ຊາວ ບ້ານຄອບຄົວເຮືອນຊານ ແລະ ວັດ ວາອາຮາມສາສະໜາ ເຊິ່ງມີລາຍ ລະອຽດດັ່ງນີ້: 1. ເມື່ອພຶດໂພດເຂົ້າກ້າໝາກ ໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນ ໃຫ້ທານແກ່ທ່ານຜູ້ມີສິນກິນກ່ອນ ແລ້ວຕົນຈຶ່ງຕາມຫລັງແຕ່ປັດຈຸບັນ ບໍ່ຄ່ອຍປະຕິບັດຕາມແລ້ວ. 2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນ ຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າ ກ້າແຂງໃສ່ກັນ. 3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາ ອາຮາມ ແລະ ເຮືອນແຫ່ງຕົນດ້ວຍ ການປຸກຫໍບູຊາເທວະດາໃນສີ່ແຈ ເຮືອນ. 4. ເມື່ອຈະຂຶ້ນເຮືອນນັ້ນ ໃຫ້ ຊ່ວຍລ້າງຕີນເສຍກ່ອນແລ້ວຈຶ່ງ ຂຶ້ນ. 5. ເມື່ອເຖິງວັນສິນ 7-8-1415 ຄ່ຳ ໃຫ້ສົມມາກ້ອນເສົ້າແມ່ຄີ ໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ ອາໄສຢູ່ທຸກເຊົ້າຄ່ຳວັນຄືນ. 6. ເມື່ອຈະເຂົ້ານອນນັ້ນ ໃຫ້ ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນ ເສຍກ່ອນແລ້ວຈິ່ງເຂົ້ານອນ ເຊິ່ງ ປັດຈຸບັນບໍ່ນິຍົມໃຊ້ແລ້ວ. 7. ເຖິງວັນສິນໃຫ້ເອົາດອກໄມ້ ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸ ໂປສົດພະສົງຂອງອົງຄະເຈົ້າໃຫ້ ແຕ່ງຂັນດອກໄມ້ທູບທຽນໄປເຄນ ສັງຄະເຈົ້າ. 8. ເຖິງວັນສິນດັບສິນເພັງ ມາໃຫ້ນິມົນພະສັງຄະເຈົ້າມາສູນ ມຸງຄຸນເຮືອນແລ້ວທຳບຸນໃສ່ບາດ ຖວາຍທານ. 9. ເມື່ອພະສົງມາບິນທະບາດ ນັ້ນ ຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ ບາດກໍຢ່າໃຫ້ຊູນບາດ ຊູນພິກຂຸ ສາມະເນນ ແລະ ຍາມໃສ່ບາດນັ້ນ ຢ່າໄດ້ໃສ່ເກີບກັ້ງຄົນຮົ່ມບໍ່ເອົາຜ້າ ປົກຫົວບໍ່ອູ້ມລູກຫລານ ແລະ ຖື ສາດຕາວຸດຕ່າງໆ. 10. ເມື່ອພິກຂຸເຂົ້າປະລິດວາ ສະກຳຊຳລະເນື້ອຕົວແລ້ວເວລາ ອອກປະລິວາສະກຳໃຫ້ມີຂັນດອກ ໄມ້ທູບທຽນ ແລະ ເຄື່ອງອັດທະປະ ລິຂານໄປຖວາຍ. 11. ເມື່ອພິກຂຸສັງຄະເຈົ້າກາຍ ມາໃຫ້ນັ່ງລົງຍໍມືໄຫວ້ກ່ອນແລ້ວ ຈິ່ງຄ່ອຍເຈລະຈາ. 12. ຢ່າຢຽບເງົາເຈົ້າພິກຂຸສຳ ມະເນນ. 13. ຢ່າເອົາອາຫານເງື່ອນ ຂອງຕົນກິນແລ້ວໄປທານໃຫ້ສັງ ຄະເຈົ້າ ແລະ ຢ່າເອົາໄວ້ຄອຍໃຫ້ ຜົວກິນ. 14. ຢ່າເສບກາມມະຄຸນໃນວັນ ສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່. ທັງໝົດເຫລົ່ານີ້ແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາ ແຕ່ດຶກດຳບັນຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ ຖືກກັບຮີດຄອງປະເພນີອັນດີງາມ ຂອງຊາດຕະຫລອດມາ. *ປັດຈຸບັນພະນັກງານ-ລັດຖະ ກອນຫລາຍຄົນ ໄດ້ຊອກຫາວິທີ ທາງອອກທີ່ເໝາະສົມກັບສະພາບ ຄອບຄົວຂອງຕົນ ເພື່ອພັດທະນາ ຫລົດເປັນພືດທີ່ມັກອາກາດໜາວ ອຸນຫະພູມສະເລ່ຍປະມານ 7,2- 23,8 ອົງສາ ດ້ວຍເຫດນີ້ ຈຶ່ງ ມັກປູກຫົວກະຫລົດໃນລະດູໜາວ ດ້ວຍວິທີຫວ່ານເມັດ ຫລື ຢອດ ເມັດ, ແຕ່ການຢອດເມັດຈະຊ່ວຍ ຄວບຄຸມໄລຍະຫ່າງລະຫວ່າງຕົ້ນ ໄດ້ດີກວ່າ ເຮັດໃຫ້ການຈະເລີນ ເຕີບໂຕດີກວ່າ ແລະ ໄດ້ຮັບຜົນ ຜະລິດສູງກວ່າການຫວ່ານເມັດ ເໝາະສໍາລັບການປູກໃນໜານ ຂະໜາດນ້ອຍ ຫລື ການປູກໃນ ກະຖັງ, ແຕ່ວິທີການປູກທີ່ນິຍົມ ສ່ວນຫລາຍແມ່ນວິທີຫວ່ານເນື່ອງ ຈາກສະດວກ ແລະ ປະຢັດຕົ້ນທຶນ ກວ່າ ເຊິ່ງວິທີນີ້ເໝາະສໍາລັບປູກໃນ ພື້ນທີ່ກວ້າງ, ສາມາດປູກໄດ້ທຸກ ລະດູການແຕ່ຈະໃຫ້ຜົນຜະລິດສູງ ໃນລະດູໜາວເຖິງຕົ້ນລະດູຮ້ອນ, ລະດູຝົນມັກພົບບັນຫາພະຍາດ ແລະ ແມງໄມ້ ເຮັດໃຫ້ຜົນຜະລິດ ຕໍ່າ. ຫລັງຈາກປູກໄດ້ 80-100 ວັນ ກໍສາມາດເກັບກ່ຽວຜົນຜະລິດ ໄດ້. ດິນ: ຄວນເປັນດິນຊາຍປົນ ໜຽວເລັກໜ້ອຍ, ສາມາດລະບາຍ ນໍ້າໄດ້ເປັນຢ່າງດີ, ຈະເຮັດໃຫ້ກາ ຫລົດມີຄຸນນະພາບດີຄື: ຫົວຕັ້ງຊື່ ບໍ່ແຕກຂະແໜງ ແລະ ຫົວບໍ່ຄົດບໍ່ງໍ. ທ່ານ ໂອຊາໂຕະ ນັກວິຊາການ ຈາກປະເທດຍີ່ປຸ່ນ ກໍ່ໄດ້ແນະນໍາ ວິທີການກຽມດິນ ແລະ ວິທີການ ປູກ ຄື: ດິນຕ້ອງຂຸດ ຫລື ໄຖໃຫ້ ເລິກປະມານ 20 ຊັງຕີແມັດ, ທັບ ດິນໃຫ້ລະອຽດບໍ່ໃຫ້ມີເສດໄມ້ ແລະ ຫີນທີ່ແຂງໃນໜານເພາະຈະເຮັດ ໃຫ້ຫົວບໍ່ຊື່, ຄົດງໍ ແລະ ວິທີການ ປູກຫລັງຈາກກະກຽມໜານແລ້ວ ໃຫ້ຂີດເປັນຮ່ອງຍາວຕາມໜານ ແຕ່ບໍ່ໃຫ້ເລິກຈົນເກີນໄປ, ຈາກ ນັ້ນ ຢອດເມັດ ລົງໃຫ້ຖີ່ແນ່ໜ້ອຍ ໜຶ່ງປະມານ 3-4 ເມັດ, ແລ້ວເອົາ ດິນຖົມພໍປະມານ ແລະ ຫົດນໍ້າ ໃຫ້ຊຸ່ມ (ເພາະເມັດຂອງກາຫລົດ ຕ້ອງການແສງແດດ ໃນການແຕກ ງອກ), ກາຫລົດຈະເລີ່ມງອກໃນ 1 ອາທິດ, ເມ່ືອປູກໄດ້ 1 ເດືອນ ຄວນຖອນແຍກໃຫ້ເຫລືອຂຸມລະ 1 ຕົ້ນ ພ້ອມໃສ່ປຸຍ ຫລື ຝຸ່ນຄອກ ເມື່ອ ອາຍຸໄດ້ 45 ວັນ, ກາຫລົດເລີ່ມມີ ຫົວ ຄວນໃສ່ປຸຍ ຫລື ຝຸ່ນຕື່ມ, ເມື່ອ ອາຍຸໄດ້ 90-110 ວັນ ກໍສາມາດ ເກັບກ່ຽວໄດ້ ໂດຍທົ່ວໄປແລ້ວຈະ ເກັບກ່ຽວໄດ້ສອງເທື່ອ, ເທື່ອທີໜຶ່ງ ເມື່ອອາຍຸໄດ້ 90 ວັນ, ອາທິດທີ ສອງແມ່ນ 110 ວັນ. ໂດຍ: ອາພຸດເດດ ບຸບຜາຸ ດຸ ບ ຊີວິດການເປັນຢູ່ຄອບຄົວໃຫ້ດີຂຶ້ນ ເປັນກ້າວໆ ເໝືອນດັ່ງຄອບຄົວ ຂອງທ່ານ ຄຳແພງ ບຸນທອງສີ ເປັນອາຈານອາສາສະໝັກ ປະຈຳ ວິທະຍາໄລການເງິນພາກເໜືອ ເຊິ່ງເປັນອີກບຸກຄົນໜຶ່ງທີ່ຊອກ ຫາທຸກວິທີທາງສ້າງລາຍຮັບເຂ້ົ້າ ຄອບຄົວ ໂດຍໃຊ້ເວລາຫວ່າງ ຫລັງການສິດສອນແລ້ວໃນແຕ່ລະ ມື້ ມາລ້ຽງໄກ້ພັນໄຂ່ ເປັນລາຍໄດ້ ເສີມ ແລະ ມາຮອດປີນີ້ ເປັນປີທີ່ 6 ທີ່ໄດ້ປະກອບກິດຈະການລ້ຽງ ໄກ່ພັນໄຂ່. ທ່ານ ຄຳແພງ ບຸນທອງສີ ໃຫ້ ສຳພາດວ່າ: ກ່ອນຈະຕັດສິນໃຈ ປະກອບກິດຈະການລ້ຽງໄກ່ພັນ ໄຂ່ ຍ້ອນລູກຊາຍມັກບໍລິໂພກໄຂ່ ໄກ່ ຈຶ່ງມີແນວຄິດຢາກລ້ຽງໄກ່ພັນ ໄຂ່ໄວ້ກິນເອງ ເຊິ່ງໃນເບື້ອງຕົ້ນ ໄດ້ລ້ຽງພຽງແຕ່ 150 ໂຕເທົ່າ ນັ້ນ ໃນພື້ນທີ່ພາຍໃນຄອບຄົວ ໂດຍຕົນເອງໄດ້ໄປສຶກສາຮຽນຮູ້ ວິທີການລ້ຽງຮ່ວມກັບໝູ່ທີ່ລ້ຽງ ມາກ່ອນ, ພາຍຫລັງລ້ຽງມາໄດ້ ໄລຍະໜຶ່ງເຫັນວ່າໄດ້ຮັບຜົນດີ ແລະ ສາມາດສ້າງລາຍຮັບໄດ້ ຫລາຍຂຶ້ນ, ຈຶ່ງຕົກລົງກັບຄອບຄົວ ຂະຫຍາຍພື້ນທີ່ໃນເນື້ອທີ່ນາຂອງ ພໍ່ປູ່-ແມ່ຍ່າ ຢູ່ບ້ານໂພລາດ ເມືອງ ຈອມເພັດ, ເບື້ອງຕົ້ນໄດ້ປຸກເຮືອນ ໄກ່ຈຳນວນໜຶ່ງຫລັງ ແລະ ນຳ ແມ່ພັນໄກ່ເຂົ້າມາລ້ຽງ ຈຳນວນ 1.000 ໂຕ ເຫັນວ່າໄດ້ຮັບຜົນດີ ແຕ່ກໍຍັງຕອບສະໜອງໃຫ້ລູກຄ້າ ບໍ່ທັນພຽງພໍ ຈຶ່ງຂະຫຍາຍອີກ 1 ຫລັງ, ທັງຊື້ໄກ່ເຂົ້າຕື່ມອີກ 1.000 ໂຕ ແລະ ຂະຫຍາຍຕື່ມເປັນຊຸດ ທີ່ 3. ມາຮອດປັດຈຸບັນມີເຮືອນ ໄກ່ຈຳນວນ 3 ຫລັງ, ມີໄກ່ພັນໄຂ່ 3.500 ໂຕ, ສາມາດເກັບໄຂ່ສົ່ງ ລູກຄ້າ 50-60 ແຕະຕໍ່ວັນ, ສຳລັບ ການຈຳໜ່າຍແມ່ນໄດ້ໄປສົ່ງຕາມ ຮ້ານອາຫານທີ່ສັ່ງຈອງປະຈຳ ແລະ ປະຊາຊົນເຂດດັ່ງກ່າວ. ທ່ານ ຄຳແພງ ບຸນທອງສີ ໃຫ້ ຮູ້ຕື່ມວ່າ: ການດຳລົງຊີວິດໃນ ສັງຄົມປັດຈຸບັນເຫັນວ່ານຳໃຊ້ໄຂ່ ເປັນອາຫານສ່ວນໃຫຍ່ເຫັນໄດ້ ຈາກການສະໜອງໄຂ່ທີ່ຜະລິດ ແຕ່ລະຊຸດແມ່ນບໍ່ທັນພຽງພໍກັບ ຄວາມຕ້ອງການຂອງຜູ້ບໍລິໂພກ, ພ້ອມນັ້ນ ແຜນການຕໍ່ໜ້າຈະສືບ ຕໍ່ຂະຫຍາຍເຮືອນລ້ຽງໄກ່ ແລະ ນຳໄກ່ພັນໄຂ່ເຂົ້າມາລ້ຽງໃຫ້ໄດ້ 6.000 ໂຕ ເພື່ອສະໜອງໃຫ້ກັບ ລູກຄ້າປະຈຳ ແລະ ຕະຫລາດທົ່ວ ໄປ. ມາຮອດປັດຈຸບັນເວົ້າໄດ້ວ່າ ພາຍຫລັງປະກອບກິດຈະການ ລ້ຽງໄກ່ພັນໄຂ່ຂາຍໄດ້ເຮັດໃຫ້ ຊີວິດການເປັນຢູ່ຂອງຄອບຄົວດີ ຂຶ້ນຫລາຍເທົ່າທຽບໃສ່ເມື່ອກ່ອນ. ຫາກທ່ານໃດມີຄວາມສົນໃຈໃນ ການປະກອບອາຊີບລ້ຽງໄກ່ພັນໄຂ່ ສາມາດເຂົ້າໄປຖອດຖອນບົດຮຽນ ນຳໄດ້ ຫລື ຕ້ອງການນຳເອົາໄຂ່ໄປ ຈຳໜ່າຍສາມາດເຂົ້າໄປພົວພັນນຳ ຂ້າພະເຈົ້າໄດ້ທຸກເວລາ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==