11/03/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]a f4t,q o8u dt-;'dko8j k'xtgmf 8h voIa [sq ;|h kdv'g]0k 7totde,kmy dkoc,j oE0v'lkdq o7q o.\j c]t m6 f2u ]y [xy o g0Q k1h P,ve]k ຂປລ. ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ບຸດສະດີ ສັນຕິພິທັກສ໌ ຫົວໜ້າກອງ ເລຂາຄະນະກຳມາທິການແມ່ນໍ້າ ຂອງສາກົນ (CEO of MRCS) ພ້ອມດ້ວຍຄະນະ ໃນວັນທີ 6 ມີນາ 2025 ທີ່ນະຄອນຫລວງວຽງຈັນ, ໃນໂອກາດໄດ້ຮັບການແຕ່ງຕັ້ງ ເປັນ ຫົວໜ້າ ກອງເລຂາຄະນະກຳມາ ທິການແມ່ນໍ້າຂອງສາກົນຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ທອງ ສະຫວັນ ພົມວິຫານ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທີ່ທ່ານ ນາງ ບຸດສະດີ ສັນຕິພິທັກສ໌ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຫົວໜ້າ ກອງເລຂາຄະນະກຳມາທິການແມ່ ນໍ້າຂອງສາກົນຄົນໃໝ່, ເຊິ່ງເປັນ ການສືບຕໍ່ພາລະກິດໃນການຄຸ້ມ ຄອງ ແລະ ພັດທະນາອ່າງແມ່ນໍ້າ ຂອງແບບຍືນຍົງ ຕາມສັນຍາແມ່ ນໍ້າຂອງ ປີ 1995. ສປປ ລາວ ໄດ້ ປະຕິບັດພັນທະສັນຍາແມ່ນໍ້າຂອງ ຢ່າງຕັ້ງໜ້າ ໂດຍສະເພາະການ ປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງຄະນະກໍາມາທິການແມ່ນໍ້າ ຂອງສາກົນ, ເຊິ່ງມີສຳນັກງານ ໃຫຍ່ຕັ້ງຢູ່ ສປປ ລາວ ແລະ ຕີລາຄາ ສູງຕໍ່ກັບຜົນສຳເລັດ ທີ່ກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງ ສາກົນ ພາຍໃຕ້ການບໍລິຫານຂອງ ຫົວໜ້າກອງເລຂາ ຄະນະກໍາມາ ທິການແມ່ນໍ້າຂອງສາກົນໃນໄລຍະ ຜ່ານມາ ກໍຄືປັດຈຸບັນ. ພ້ອມນີ້, ທັງສອງຝ່າຍຍັງໄດ້ ແລກປ່ຽນ ແລະ ປຶກສາຫາລື ກ່ຽວ ກັບແຜນການ ແລະ ບຸລິມະສິດຂອງ ຄະນະກຳມາທິການແມ່ນໍ້າຂອງ ສາກົນເຊັ່ນ:ການປະຕິບັດວຽກງານ ຕ່າງໆຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນ ການສະໜັບສະໜູນປະເທດສະມາ ຊິກ MRC ແລະ ຮັບປະກັນໃຫ້ປະ ເທດສະມາຊິກທັງໝົດປະຕິບັດ ຕາມກົດລະບຽບ ແລະ ພັນທະອັນ ດຽວກັນ ໂດຍຍຶດໝັ້ນໃນຫລັກການ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ການປຶກສາຫາລື ແລະ ຮັບຟັງເຊິ່ງ ກັນ ແລະ ກັນ ແລະ ຍຶດໝັ້ນການ ຮ່ວມມືແມ່ນ້ຳຂອງທີ່ເປັນໜຶ່ງດຽວ ໂດຍສະເພາະຍົກສູງນໍ້າໃຈການ ຮ່ວມມື ພາຍໃຕ້ສັນຍາແມ່ນໍ້າຂອງ ປີ 1995, ພ້ອມທັງເສີມຂະຫຍາຍ ການຮ່ວມມື ລະຫວ່າງ ບັນດາປະ ເທດສະມາຊິກMRCກັບບັນດາປະ ເທດຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມ ງານໃຫ້ຫລາຍ ແລະ ມີປະສິດທິຜົນ ຫລາຍຂຶ້ນກວ່າເກົ່າ. ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ອວຍພອນໃຫ້ ທ່ານ ນາງ ບຸດ ສະດີ ສັນຕິພິທັກສ໌ ທີ່ໄດ້ຮັບການ ແຕ່ງຕັ້ງ ມາດຳລົງຕຳແໜ່ງເປັນ ຫົວໜ້າ ກອງເລຂາຄະນະກຳມາທິ ການແມ່ນໍ້າຂອງສາກົນ ໃຫ້ປະສົບ ຜົນສຳເລັດ ໃນການປະຕິບັດໜ້າທີ່ ໃນຄັ້ງນີ້. ໃນມື້ດຽວກັນ, ທີ່ກະຊວງການ ຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ອາມາຕົງ (Deena Joy D. Amatong) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ຟີລິບປິນ ປະຈໍາ ສປປ ລາວ ໃນໂອ ກາດສໍາເລັດການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ທອງສະ ຫວັນ ພົມວິຫານ ໄດ້ສະແດງ ຄວາມຍິນດີ ແລະ ຊົມເຊີຍ ທ່ານ ນາງ ດີນາ ຈອຍ ອາມາຕົງ ທີ່ໄດ້ປະ ຕິບັດໜ້າທີ່ອັນມີກຽດຂອງຕົນ ດ້ວຍ ຜົນສໍາເລັດອັນຈົບງາມ ຕະຫລອດ ໄລຍະເວລາ 3 ປີຜ່ານມາ (ນັບຕັ້ງ ແຕ່ເດືອນກຸມພາ 2022 ເປັນຕົ້ນ ມາ), ໂດຍສະເພາະການປະກອບ ສ່ວນອັນສໍາຄັນເຂົ້າໃນການສືບ ຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ, ຊຶ່ງສະແດງ ອອກໃນການແລກປ່ຽນການຢ້ຽມ ຢາມຂອງການນໍາຂັ້ນສູງສອງປະ ເທດ ລາວ ແລະ ຟີລິບປິນ ຢ່າງເປັນ ປົກກະຕິ ລວມທັງການສະໜັບສະ ໜູນ ແລະ ຮ່ວມມືຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄືໃນຂອບການ ຮ່ວມມືອາຊຽນ ແລະ ຂອບການ ຮ່ວມມືອື່ນໆ. ພ້ອມນີ້, ກໍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນ ຍາວນານ ແລະ ການຮ່ວມມືທີ່ດີ ຂອງສອງປະເທດ ຕະຫລອດໄລຍະ 7 ທົດສະວັດຜ່ານມາ ທີ່ໄດ້ຮັບການ ຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນ ເປັນກ້າວໆ. ພິເສດໃນປີ 2025 ນີ້ ແມ່ນປີແຫ່ງການສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ຄົບຮອບ 70 ປີ (14/01/1955-14/01/ 2025), ຊຶ່ງສອງຝ່າຍຈະຈັດບັນ ດາກິດຈະກໍາສະເຫລີມສະຫລອງ ວັນສໍາຄັນດັ່ງກ່າວຮ່ວມກັນຢ່າງມີ ເນື້ອໃນ ແລະ ມີຄວາມໝາຍຄວາມ ສໍາຄັນ ໂດຍສະເພາະການແລກ ປ່ຽນການຢ້ຽມຢາມຂອງການນໍາ ຂັ້ນສູງ ກໍຄືການເປັນປະທານຮ່ວມ ຂອງສອງລັດຖະມົນຕີຕ່າງປະເທດ ລາວ ແລະ ຟີລິບປິນ ໃນກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບ ປິນ ຄັ້ງທີ 3 (JCBC-3) ໂດຍ ການເປັນເຈົ້າພາບຂອງຝ່າຍຟີລິບ ປິນ. ພ້ອມດຽວກັນນັ້ນ, ທ່ານ ທອງ ສະຫວັນ ພົມວິຫານ ຍັງໄດ້ສະແດງ ຄວາມຂອບໃຈໄປຍັງລັດຖະບານ ຟີລິບປິນ ທີ່ໄດ້ໃຫ້ການຮ່ວມມື ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະທີ່ຜ່ານ ມາ ໂດຍສະເພາະການຮ່ວມມື ຊ່ວຍເຫລືອໃນຂະແໜງການພັດ ທະນາຊັບພະຍາກອນມະນຸດ ລວມ ທັງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ. ໃນໂອກາດດຽວກັນນີ້,ທ່ານນາງ ດີນາ ຈອຍ ອາມາຕົງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈມາ ຍັງລັດຖະບານ ແລະ ປະຊາຊົນລາວ ລວມທັງຂະແໜງການກ່ຽວຂ້ອງ ໂດຍສະເພາະກະຊວງການຕ່າງປະ ເທດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ລວມທັງການອໍາ ນວຍຄວາມສະດວກທຸກປະການ ອັນໄດ້ເຮັດໃຫ້ການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ຂອງຕົນໄດ້ ປະສົບຜົນສໍາເລັດເປັນຢ່າງສູງ. ພ້ອມທັງສະແດງຄວາມຊົມເຊີຍ ສປປ ລາວ ທີ່ໄດ້ປະສົບຜົນສໍາເລັດ ເປັນຢ່າງສູງໃນການເປັນປະທານ ອາຊຽນ 2024 ກໍຄືຜົນສໍາເລັດ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມ ສຸດຍອດປິ່ນອ້ອມທີ່ກ່ຽວຂ້ອງ ຢູ່ ສປປ ລາວ ໃນປີ 2024 ຜ່ານ ມາ. ພ້ອມນີ້, ທ່ານເອກອັກຄະ ລັດຖະທູດ ດີນາ ຈອຍ ອາມາຕົງ ຍັງໄດ້ສະແດງຄວາມໝາຍໝັ້ນ ຂອງຕົນທີ່ຈະສືບຕໍ່ປະກອບສ່ວນ ໃນການຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສ ຟີລິບປິນ ແລະ ສປປ ລາວ ໃຫ້ນັບມື້ນັບຈະເລີນງອກງາມ ຍິ່ງໆຂຶ້ນໃນອະນາຄົດ.ພາບ: ຂັນໄຊ ທະວີສາຍພົວພັນ ແລະ ໄມຕີຈິດ ມິດຕະພາບ ລະຫວ່າງປະຊາຊົນ ສອງຊາດລາວ-ຈີນສູ່ລວງເລິກ. ທ່ານ ນາງ ສິລິກິດ ບຸບຜາ ໄດ້ ກ່າວວ່າ: ປະຊາຊົນລາວສ່ວນໃຫຍ່ ແມ່ນນັບຖືສາສະໜາພຸດ ແລະ ສີລະ ປະຮູບແຕ້ມ ຖັງຂາ ກໍປຽບສະ ເໝືອນ ບົດບັນທຶກຮ່ອງຮອຍຂອງ ວັດທະນະທໍາ, ຮີດຄອງປະເພນີ, ສິລະປະ, ຄວາມເຊື່ອ, ພູມສາດແລະ ອື່ນໆ ມາແຕ່ບູຮານນະການ ຂອງ ຊາວພຸດທະສາສະໜາ. ຖືກຈັດເຂົ້າ ບັນຊີຕົວແທນມໍລະດົກວັດທະນະ ທໍານາມມະທໍາຂອງມວນມະນຸດ. ການຈັດນິທັດສະການຄັ້ງນີ້, ບໍ່ ພຽງແຕ່ສະແດງໃຫ້ເຫັນ ຄວາມສະ ຫງ່າງາມຂອງວັດທະນະທໍາ ແລະ ສິລະປະຂອງຈີນເທົ່ານັ້ນ ແຕ່ຍັງ ໝາຍເຖິງການຮັບຮູ້ ແລະ ຄວາມ ເຂົ້າໃຈ ໃນພຸດທະສາສະໜາ ລະ ຫວ່າງສອງປະເທດ. ຜົນງານສິ ລະປະເຫລົ່ານີ້ ຈະເຮັດໃຫ້ຄົນລາວ ຮູ້ໄດ້ຄຸນຄ່າຂອງວັດທະນະທຳພື້ນ ເມືອງຂອງຈີນ ທັງເປັນການເສີມ ຂະຫຍາຍການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ ຜ່ານ ທາງອາລິຍະທໍາອັນເກົ່າແກ່ນີ້ ແລະ ເປັນການຊຸກຍູ້ການພົວພັນແລກ ປ່ຽນວັດທະນະທໍາລະຫວ່າງປະຊາ ຊົນລາວ ແລະ ຈີນ, ເພີ່ມທະວີສາຍ ພົວພັນ ແລະ ໄມຕີຈິດມິດຈະພາບ ລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ເຂົ້າສູ່ລວງເລິກ ໃຫ້ສົມ ກັບວ່າ ປີ 2025 ແມ່ນປີແຫ່ງການ ແລກປ່ຽນວັດທະນະທໍາ ລະຫວ່າງ ປະເທດຈີນ-ອາຊຽນ. ຂ່າວ: ສູນວັດທະນະທຳຈີນ ກະຊວງ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກະສິກໍາແລະປ່າໄມ້,ທ່ານນາງສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ, ມີພະນັກງານອາວຸໂສບໍານານ, ອະດີດ ສະຫະພັນກະຊວງ ແລະ ອະດີດການ ນໍາເພດຍິງແຂວງ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ, ພະນັກງານ-ລັດຖະ ກອນ, ພ້ອມດ້ວຍສະມາຊິກແມ່ຍິງ ອ້ອມຂ້າງກະຊວງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສິລິກິດ ບຸບຜາ ໄດ້ຍົກໃຫ້ເຫັນປະຫວັດ-ຕົ້ນ ຈັດຂຶ້ນ ຢູ່ນະຄອນຫລວງໂກເປນຮາກ, ປະເທດເດນມາກ. ກອງປະຊຸມດັ່ງ ກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ ຍິງສາກົນ ພາຍໃຕ້ຄຳຂວັນ: ຜູ້ໜຶ່ງ ເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງ ໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະ ບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກ ຮານ, ປົກປັກຮັກສາສັນຕິພາບຂອງ ໂລກ. ແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງ ເປັນວັນແມ່ຍິງສາກົນ ຊຶ່ງໄດ້ຮັບການ ສະເຫລີມສະຫລອງຢູ່ໃນຫລາຍປະ ເທດທົ່ວໂລກ. ສຳລັບ ສປປ ລາວ ກໍໄດ້ມີແນວ ທາງນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນປະໂຫຍດຂອງ ແມ່ ຍິງ, ການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ແລະ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຊຶ່ງໄດ້ກຳນົດແຈ້ງ ຢູ່ໃນລັດຖະທຳມະນູນ ແລະ ກົດໝາຍ ຫລາຍສະບັບ. ພ້ອມນັ້ນ, ລັດຖະບານ ຍັງໄດ້ເປັນລັດພາຄີຂອງສົນທິສັນຍາ ສາກົນ ກ່ຽວກັບການປົກປ້ອງສິດທິ ຂອງແມ່ຍິງໃນຫລາຍດ້ານ ເປັນຕົ້ນ ລັດຖະທຳມະນູນສະບັບທໍາອິດ ໄດ້ຮັບ ຮອງເອົາໃນປີ 1991 ຮອດປີ 2003 ໄດ້ມີການປັບປຸງ, ມາດຕາ 24 ໄດ້ລະ ບຸວ່າ: ພົນລະເມືອງລາວ ຍິງ-ຊາຍ ມີສິດເທົ່າທຽມກັນ ທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທໍາສັງຄົມ ແລະ ຄອບຄົວ; ລັດຖະທໍາມະ ນູນ ສະບັບປັບປຸງ ປີ 2015, ມາດຕາ 37 ໄດ້ລະບຸວ່າ: ພົນລະເມືອງລາວ ຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານ ການເມືອງ, ເສດຖະກິດ, ວັດທະນະ ທໍາ-ສັງຄົມ ແລະ ຄອບຄົວ. ຂໍ້ມູນ-ພາບ: ກະຊວງກະສິກຳ ແລະ ປ່າໄມ້ ເປີດນິທັດສະການ...ີິັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫົວໜ້າສູນວັດທະນະທຳຈີນ ປະຈຳ ລາວ ພ້ອມດ້ວຜູ້ຕາງໜ້າອົງການ ຈັດຕັ້ງ ສະຫະພັນແມ່ຍິງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ຫລີ ຢີ່ຜິງ ໄດ້ກ່າວວ່າ: ປີ 2025 ເປັນປີ ແຫ່ງການແລກປ່ຽນ ວັດທະນະທໍາ ລະຫວ່າງປະເທດຈີນ-ອາຊຽນ ສູນ ວັດທະນະທໍາຈີນ ໄດ້ວາງແຜນກິດ ຈະກໍາ ການແລກປ່ຽນວັດທະນະ ທໍາ ຫລາຍກິດຈະກຳ ເຊິ່ງການຈັດ ນິທັດສະການຄັ້ງນີ້, ເປັນກິດຈະກໍາ ໜຶ່ງ ທີ່ສະເຫລີມສະຫລອງ ວັນແມ່ ຍິງສາກົນ ຄົບຮອບ 115 ໂດຍໄດ້ ເຊື້ອເຊີນບັນດາແມ່ຍິງ ຈາກບັນດາ ກະຊວງ ມາຮ່ວມຊົມຮູບແຕ້ມຖັງ ຂາ ເຊິ່ງແມ່ນຮູບແບບສິລະປະການ ແຕ້ມຮູບ ທີ່ມີເອກະລັກສະເພາະ ໃນ ວັດທະນະທໍາຊີຈ້າງ, ເນື້ອຫາຂໍ້ມູນ ກ່ຽວພັນກັບປະຫວັດສາດ, ລະບອບ ການເມືອງ,ວັດທະນະທໍາແລະຊີວິດ ທາງສັງຄົມຂອງຊົນເຜົ່າຊີຈ້າງ, ຈົນກາຍເປັນທີ່ຮູ້ຈັກໃນຊື່ “ສາລານຸ ກົມ”ຂອງຊົນເຜົ່າຊີຈ້າງແລະປັດຈຸ ບັນມີປະຫວັດສາດຍາວນານກວ່າ 1.300 ປີ. ນິທັດສະການຄັ້ງນີ້ ໄດ້ ຄັດເລືອກເອົາຜົນງານຮູບແຕ້ມຖັງ 32 ຮູບ ຜົນງານດັ່ງກ່າວ, ສາມາດ ເຮັດໃຫ້ປະຊາຊົນລາວ ເຂົ້າໃຈໃນ ເຕັກນິກການແຕ້ມ ແລະ ເນື້ອໃນວັດ ທະນະທໍາ ສາສະໜາຂອງປະເທດ ຈີນອັນອຸດົມສົມບູນໄດ້ຫລາຍຍິ່ງ ຂຶ້ນ ພ້ອມທັງສົ່ງເສີມການແລກ ປ່ຽນ ແລະ ຄວາມເຂົ້າໃຈຂອງ ປະຊາຊົນຂອງສອງປະເທດ, ເພີ່ມ xy fdv'xt-5 , 7A 'mu 3 0v'ltrkxb dlk dkog,n v'xt-k-q ocsj '-kf9u o ltw\mu 14 * ແຫລ່ງຂ່າວຈາກ CMG FM93ໃຫ້ຮູ້ວ່າ:ຕອນເຊົ້າວັນທີ 10 ມີນານີ້, ກອງປະຊຸມຄັ້ງທີ 3 ຂອງ ສະພາປຶກສາການເມືອງປະຊາຊົນ ແຫ່ງຊາດຈີນສະໄໝທີ 14 ໄດ້ປິດ ລົງຢູ່ຫໍສະພາປະຊາຊົນທີ່ນະຄອນ ຫລວງປັກກິ່ງຂອງຈີນ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດ ຈີນ, ປະທານປະເທດຈີນ, ປະທານ ຄະນະກຳມະການການທະຫານສູນ ກາງຈີນ ແລະ ບັນດາຜູ້ນຳພັກ-ລັດ ຈີນໄດ້ເຂົ້າຮ່ວມພິທີ. ກອງປະຊຸມໄດ້ຮັບຮອງເອົາມະ ຕິວ່າດ້ວຍບົດລາຍງານວຽກງານ ຂອງຄະນະກຳມະການປະຈຳ ແລະ ມະຕິວ່າດ້ວຍບົດລາຍງານສະພາບ ວຽກງານຂໍ້ສະເໜີ ຫລັງຈາກກອງ ປະຊຸມຄັ້ງທີ 2 ຂອງສະພາປຶກສາ ການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ທີ່ສະເໜີໂດຍກອງປະ ຊຸມຄັ້ງທີ 3 ຂອງສະພາປຶກສາການ ເມືອງປະຊາຊົນແຫ່ງຊາດຈີນສະ ໄໝທີ 14. ກອງປະຊຸມຍັງໄດ້ຮັບຮອງເອົາ ບົດລາຍງານວ່າດ້ວຍສະພາບການ ກວດກາຂໍ້ສະເໜີຂອງກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາການ ເມືອງປະຊາຊົນແຫ່ງຊາດຈີນສະ ໄໝທີ 14 ແລະ ມະຕິການເມືອງ ຂອງກອງປະຊຸມຄັ້ງທີ 3 ຂອງສະ ພາປຶກສາການເມືອງປະຊາຊົນ ແຫ່ງຊາດຈີນສະໄໝທີ 14 ທີ່ສະ ເໜີໂດຍຄະນະກຳມະການຂໍ້ສະເໜີ ຂອງສະພາປຶກສາການເມືອງປະ ຊາຊົນແຫ່ງຊາດຈີນ ສະໄໝທີ 14. ກຳເນີດ ວັນແມ່ຍິງສາກົນ 8 ມີນາ, ພາຍໃຕ້ຄຳຂວັນ “ສິດທິ, ຄວາມສະ ເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອ ແມ່ຍິງ ແລະ ເດັກຍິງທຸກຄົນ” ເຊິ່ງວັນ ແມ່ຍິງສາກົນ ແມ່ນວັນໜຶ່ງທີ່ມີຄວາມ ໝາຍສຳຄັນ ຂອງແມ່ຍິງໃນທົ່ວໂລກ ເນື່ອງຈາກເປັນວັນທີ່ລະນຶກເຖິງໄຊຊະ ນະ ຂອງແມ່ຍິງທຸກຊັ້ນຄົນໃນທົ່ວໂລກ ໃນການຕໍ່ສູ້ເລັ່ງທວງສິດຜົນປະໂຫຍດ ອັນຊອບທຳຂອງເອື້ອຍນ້ອງແມ່ຍິງ. ວັນດັ່ງກ່າວ, ໄດ້ກຳເນີດເກີດຂຶ້ນ ໃນ ທ່າມກາງທີ່ສະພາບເສດຖະກິດຂອງ ພວກສັກດີນາ ແລະ ນາຍທຶນຂະຫຍາຍ ຕົວ. ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ, ແມ່ຍິງຊໍ້າພັດຍັງຖືກກົດຂີ່ ຂູດຮີດຢ່າງໜັກໜ່ວງ, ເຮັດວຽກ ຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງ ງານຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ. ໃນວັນທີ 8 ມີນາ 1899 ກໍາມະກອນແມ່ຍິງ ຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ທີ່ ເມືອງນິວຢອກ, ສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງຄັດຄ້ານ ຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະ ຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະ ພາບ; ປີ 1908 ແມ່ຍິງ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອ ທວງໃຫ້ນາຍທຶນຫລຸດຜ່ອນຊົ່ວໂມງ ເຮັດວຽກ, ຢຸດເຊົາການຂູດຮີດແຮງ ງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນ ການອອກສຽງເລືອກຕັ້ງ ແລະ ການ ຮັບສະໝັກເລືອກຕັ້ງ ພາຍໃຕ້ຄໍາຂວັນ: ເຂົ້າຈີ່ແລະ ດອກກຸຫລາບ ເຂົ້າຈີ່: ໝາຍ ເຖິງເສດຖະກິດດີຂຶ້ນ, ດອກກຸຫລາບ: ໝາຍເຖິງຄຸນນະພາບຊີວິດທີ່ດີ. ວັນທີ 8 ມີນາ 1909 ແມ່ຍິງເມືອງ ນິວຢອກ ແມ່ຍິງ 3.000 ຄົນ ໄດ້ເຂົ້າ ຮ່ວມຕໍ່ການຄັດຄ້ານລັດຖະບານ ທີ່ບໍ່ ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ. ມາ ເຖິງປີ 1910 ຂະບວນການຕໍ່ສູ້ຂອງ ແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກ ໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້
RkJQdWJsaXNoZXIy MTc3MTYxMQ==