6084

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 11/03/2025 xtgmf]k; ແຈ້ງການ...້ ນາຍົກລັດຖະມົນຕີ ຮ່ວມຊົມ...ົັົີ່ົ ໃນຫລາຍຂົງເຂດວຽກງານ ໂດຍ ສະເພາະ ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄື ການຊ່ວຍເຫລືອເພື່ອຈັດກິດຈະກຳ ຕ່າງໆ ເປັນຕົ້ນ ກິດຈະກຳດ້ານສິ ລະປະ-ວັດທະນະທຳ, ວຽກງານສື່ ມວນຊົນ, ວຽກງານມໍລະດົກ ແລະ ການທ່ອງທ່ຽວ ເຊິ່ງໄດ້ປະກອບ ສ່ວນສຳຄັນ ເຮັດໃຫ້ວຽກງານຂະ ແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ສປປ ລາວ ໄດ້ຮັບການພັດທະນາ, ທັງປະກອບ ສ່ວນ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຕີບໃຫຍ່ເຂັ້ມ ແຂງຂຶ້ນໄປເລື້ອຍໆ, ທັງເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າ ໄດ້ຮັບການປັບປຸງ ກະຊວງ ຖວທ... ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະ ເກດ ຍັງໄດ້ສະແດງຄວາມເຊື່ອໝັ້ນ ວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ທູດ ສືບຕໍ່ປະຕິບັດບັນດາໂຄງການ ຊ່ວຍເຫລືອຂອງ ອີຢູ ໃນອະນາຄົດ ເພື່ອສ້າງບາດລ້ຽວໃໝ່ ໃຫ້ແກ່ການ ພົວພັນຮ່ວມມື ລະຫວ່າງ ລາວ-ອີຢູ ກໍຄື ລະຫວ່າງກະຊວງ ຖວທ ແລະ ອີຢູ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ ໄປເລື້ອຍໆ. ທ່ານ Mark Gallagher ກໍ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມື ລະ ຫວ່າງ ສອງຝ່າຍ ອີຢູ-ລາວ ກໍຄື ອີຢູ ແລະ ກະຊວງ ຖວທ ໃຫ້ໄດ້ຮັບ ການພັດທະນາ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນໄປເລື້ອຍໆ, ພ້ອມ ທັງຢືນຢັວ່າຈະສືບຕໍ່ເປັນຂົ້ວຕໍ່ໃຫ້ ການສະໜັບສະໜູນຊ່ວຍເຫລືອ ວຽກງານຕ່າງໆຂອງກະຊວງຖວທ ໃຫ້ໄດ້ຮັບການພັດທະນາໃນອະ ນາຄົດ. ພ້ອມນີ້, ທ່ານທູດຍັງໄດ້ ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສຳ ເລັດຂອງ ສປປ ລາວ ໃນການເປັນ ປະທານອາຊຽນ ແລະ ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ດ້ານຕ່າງໆ ຂອງກະຊວງ ຖວທ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຂປລ. ລັດຖະບານລາວ ແລະ ອົງ ການສະຫະປະຊາຊາດ (ສປຊ) ລົງ ນາມໃນໂຄງການເສີມວິຕາມິນ ແລະ ແຮ່ທາດໃສ່ໃນເຂົ້າ ເພື່ອແນໃສ່ການ ສ້າງຄວາມເຂັ້ມແຂງຂະໜາດໃຫຍ່ໃນ ລາວ ກ່ຽວກັບການເສີມຈຸນລະສານ ອາຫານໃສ່ໃນເຂົ້າ ໂດຍໄດ້ຮັບການສະ ໜັບສະໜູນ ຈາກລັດຖະບານປະເທດ ອິນເດຍຈັດຂຶ້ນໃນວັນທີ6ມີນາ 2025 ທີ່ນະຄອນຫລວງວຽງຈັນ, ຮ່ວມລົງ ນາມຄັ້ງນີ້ໂດຍ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ທ່ານ ມາກອານເດຣ ໂປຣສ ຜູ້ຕາງໜ້າອົງການ ອາຫານໂລກ ປະຈໍາ ສປປ ລາວ, ມີ ທ່ານ ໂຍເກສວາ ສັງວານ ເອກອັກຄະ ລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວ, ຈະນຳເອົາວິຕາ ມິນ ແລະ ແຮ່ທາດໃສ່ໃນເຂົ້າ ເຊິ່ງຈະ ຖືກຈັດຕັ້ງປະຕິບັດໃນສອງປີຂ້າງ ໜ້າ ທັງນີ້ກໍເພື່ອປັບປຸງຄຸນນະພາບເຂົ້າ ໂດຍການເພີ່ມວິຕາມິນ ແລະ ແຮ່ທາດ ທີ່ຈໍາເປັນ ເພື່ອເພີ່ມສານອາຫານໃຫ້ ທີ່ມີປະສິດທິພາບ ແລະ ຄຸ້ມຄ່າ ຕໍ່ດ້ານ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-14 ມີນາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ. ທີມຈາກ ລີກ 2 ປະກອບມີ: ສະໂມ ສອນບານເຕະ ພີເອັມ ເຊກອງ, ສະ ໂມສອນບານເຕະ ທະຫານແຂວງ ຄຳມ່ວນ, ສະໂມສອນບານເຕະ ເມືອງເລົ່າງາມ, ສະໂມສອນບານ ເຕະ ສະຫວັນ ຢູໄນເຕັດ, ສະໂມ ສອນບານເຕະ ເມືອງພວນ, ສະໂມ ສອນບານເຕະ ທະຫານແຂວງ ຈຳປາສັກ, ສະໂມສອນບານເຕະ ທະຫານແຂວງຊຽງຂວາງ ແລະ ສະໂມສອນບານເຕະ ເຮືອເຫລັກ. ການແຂ່ງຂັນຄູ່ຊີງຊະນະເລີດ ແມ່ນດຳເນີນໄປດ້ວຍບັນຍາກາດ ຟົດຟື້ນມ່ວນຊື່ນ. ຜົນການແຂ່ງຂັນ ປະກົດວ່າ ທີມສະໂມສອນບານເຕະ ເອສະຣາ ສາມາດເອົາຊະນະ ທີມ ສະໂມສອນບານເຕະ ຊ້າງນ້ອຍ ດ້ວຍປະຕູ 2-1 ເຊິ່ງທີມເອສະຣາ ໄດ້ປະຕູຈາກເບີ 8 ດາໝົດ ທອງ ຄໍາສະຫວັດ ໃນນາທີ 45 ແລະ ເບີ 4 ອານັນຕະຊາ ສີພົງພັນ ນາທີ 97. ສ່ວນທີມຊ້າງນ້ອຍ ໄດ້ປະຕູຈາກເບີ 9 ກີ້ດາວອນ ສຸວັນນີ ໃນນາທີ 77. ສຳລັບທີມສະໂມສອນ ເອສະຣາ ທີ່ໄດ້ແຊມໃນຄັ້ງນີ້ ເປັນສະໄໝ ທຳອິດ ໃນລາຍການນີ້ ໂດຍໄດ້ຮັບ ຂັນຊະນະເລີດ, ຫລຽນ ແລະ ເງິນ ລາງວັນ 200 ລ້ານກີບ ມອບຂັນ ລາງວັນ ໂດຍທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ. ໃນຂະນະ ທີ່ອັນດັບສອງ ແມ່ນທີມສະໂມສອນ ບານເຕະ ຊ້າງນ້ອຍ ໄດ້ຮັບຫລຽນ ແລະ ເງິນລາງວັນ 50 ລ້ານກີບ. ສະເພາະລາງວັນບຸກຄົນ: ຄູຝຶກດີ ເດັ່ນ ແມ່ນທ່ານ ບຽງຊູນາ ຄູຝຶກ ສະໂມສອນບານເຕະ ເອສະຣາ; ນັກກິລາຍິງປະຕູສູງສຸດແມ່ນ ປີ ເຕີ້ ພັນທະວົງ ຈາກສະໂມສອນ ບານເຕະ ເອສະຣາ ລົງສະໜາມ 4 ນັດ ຍິງໄດ້ 11 ປະຕູ; ຜູ້ຮັກສາປະຕູ ດີເດັ່ນແມ່ນ ກົບ ໂລກພະທິບ ຈາກ ສະໂມສອນບານເຕະ ເອສະຣາ ລົງ ສະໜາມ 4 ນັດ ເສຍ 1 ປະຕູ ແລະ ນັກກິລາດີເດັ່ນແມ່ນ ກີ້ດາວອນ ສຸ ວັນນີ ຈາກສະໂມສອນບານເຕະ ຊ້າງນ້ອຍ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມ ຢາມໂຮງງານປຸງແຕ່ງວາຍ ຂອງ ບໍລິສັດອິນແປງ ການຄ້າຂາອອກຂາເຂົ້າ ຈຳກັດຜູ້ດຽວ ຢູ່ເມືອງທ່າ ແຕງ. ໂຮງງານດັ່ງກ່າວ ແມ່ນໄດ້ ລິເລີ່ມຄົ້ນຄວ້າສູດປຸງແຕ່ງວາຍ ໃນປີ 2005, ມາປີ 2008 ຈຶ່ງ ໄດ້ສ້າງຕັ້ງໂຮງງານ ໂດຍເລີ່ມປຸງ ແຕ່ງວາຍ 4 ຊະນິດ ຄື: ວາຍໝາກ ຂາມປ້ອມ, ວາຍໝາກຈັນ, ວາຍ ໝາກນອດ ແລະ ວາຍໝາກກ້ວຍ. ຜ່ານການປຸງແຕ່ງ ແລະ ຈໍາໜ່າຍ ຜະລິດຕະພັນດັ່ງກ່າວ ແມ່ນໄດ້ຮັບ ຄວາມສົນໃຈ ແລະ ຕອບຮັບຈາກ ສັງຄົມເປັນຢ່າງດີ ຄຽງຄູ່ກັບຜະລິດ ຕະພັນ ທີ່ຮັບປະກັນຄຸນນະພາບ ຈຶ່ງ ສາມາດໄດ້ຮັບການຢັ້ງຢືນ ເປັນສິນ ຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ໃນຕົ້ນປີ 2017; ມາ ຮອດປີ 2023 ກໍໄດ້ປຸງແຕ່ງວາຍ ເພີ່ມຕື່ມ 2 ຊະນິດ ຄື: ວາຍກາເຟ ແລະ ວາຍໝາກຂາມປ້ອມພິເສດ. ປັດຈຸບັນ ໂຮງງານດັ່ງກ່າວສາ ມາດຜະລິດ-ປຸງແຕ່ງວາຍ ເພື່ອຈໍາ ໜ່າຍພາຍໃນປະເທດ ໄດ້ປະມານ 20.000 ແກ້ວ, ໃນນັ້ນ ຂະໜາດ 375 ມິນລີລິດ ປະມານ 12.000 ນາຍົກລັດຖະມົນຕີ ຊຸກຍູ້...ົັົີຸູ້ ແກ້ວ ແລະ ຂະໜາດ 750 ມີລີລິດ ປະມານ 8.000 ແກ້ວ. ໂອກາດດຽວກັນ, ທ່ານນາຍົກ ລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນສຳເລັດ ໃນການ ຄົ້ນຄວ້າສູດ ແລະ ປຸງແຕ່ງວາຍ ຢູ່ ສປປ ລາວ, ທັງເຕີບໃຫຍ່ທາງດ້ານ ປະລິມານ ແລະ ຄຸນນະພາບເປັນ ກ້າວໆ ເຊິ່ງໄດ້ປະກອບສ່ວນຫລຸດ ຜ່ອນການນຳເຂົ້າຈາກຕ່າງປະເທດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນ ໃນທ້ອງຖິ່ນ ແລະ ນຳໃຊ້ໝາກໄມ້ ພື້ນເມືອງທີ່ມີຂອງທ້ອງຖິ່ນ ໃຫ້ເກີດ ປະໂຫຍດສູງສຸດ ໂດຍສະເພາະ ແມ່ນການສ້າງມູນຄ່າເພີ່ມ, ປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງເມືອງ, ຂອງ ແຂວງ. ອັນສຳຄັນ, ທ່ານໄດ້ເນັ້ນ ໜັກ ໃຫ້ເຈົ້າຂອງກິດຈະການດັ່ງ ກ່າວ ເອົາໃຈໃສ່ຕື່ມບາງດ້ານ ເປັນ ຕົ້ນ ສືບຕໍ່ຍົກລະດັບມາດຕະຖານ ເຕັກນິກຂອງໂຮງງານ ໃຫ້ສູງຂຶ້ນ ເລື້ອຍໆ, ພ້ອມທັງຮັກສາມາດຕະ ຖານດ້ານຄຸນນະພາບຂອງວາຍໃຫ້ ມີຄວາມຕໍ່ເນື່ອງແລະ ເປັນເອກະລັກ ສະເພາະ; ພິຈາລະນາ ຈົດລິຂະສິດ ຜົນການສຶກສາຄົ້ນຄວ້າສູດການ ປຸງແຕ່ງວາຍໄວ້ຄັກແນ່, ພ້ອມທັງ ຈັດເກັບຜະລິດຕະພັນໄວ້ ໃນສະຖານ ທີ່ ແລະ ອຸນນະພູມ ທີ່ເໝາະສົມ ເພື່ອ ໃຫ້ສາມາດເກັບຮັກສາຜະລິດຕະ ພັນໄວ້ໃນໄລຍະຍາວ; ສືບຕໍ່ຄົ້ນ ຄວ້າສູດ ແລະ ປຸງແຕ່ງວາຍໝາກ ໄມ້ຊະນິດຕ່າງໆທີ່ປະເທດເຮົາມີທ່າ ແຮງໃຫ້ເພີ່ມຫລາຍຂຶ້ນ; ພິຈາລະ ນາພັດທະນາເຂດທີ່ຕັ້ງໂຮງງານ ຕິດພັນກັບການບໍລິການດ້ານການ ທ່ອງທ່ຽວເປັນຕົ້ນໂຄງລ່າງພື້ນຖານ ການທ່ອງທ່ຽວ, ທີ່ພັກ, ຮ້ານອາ ຫານ, ສະຖານທີ່ວາງສະແດງ-ຈໍາ ໜ່າຍຜະລິດຕະພັນຂອງທ້ອງຖິ່ນ, ກິດຈະກຳການທ່ອງທ່ຽວແລະອື່ນໆ. ຫລັງຈາກນັ້ນ, ຄະນະຂອງ ທ່ານນາຍົກລັດຖະມົນຕີ ກໍໄດ້ສືບ ຕໍ່ໄປຢ້ຽມຢາມໂຮງງານປຸງແຕ່ງ ມັນຕົ້ນ ຄູນມີໄຊ ຈຳກັດຜູ້ດຽວ ເຫັນວ່າ ໂຮງງານດັ່ງກ່າວ ໄດ້ເລີ່ມ ກໍ່ສ້າງໃນປີ 2018 ແລະ ສຳເລັດ ໃນປີ 2019 ໂດຍເລີ່ມຜະລິດແປ້ງ ມັນຕົ້ນ ໃນປີ 2020, ຄວາມສາ ມາດຂອງກໍາລັງການຜະລິດປຸງ ແຕ່ງມັນຕົ້ນດິບແມ່ນ 354 ໂຕນ/ ມື້ ຫລື ເທົ່າກັບແປ້ງມັນຕົ້ນ 80 ໂຕນ/ມື້ ເຊິ່ງໃນປີ 2024 ມີມັນ ຕົ້ນດິບປຸງແຕ່ງຜ່ານໂຮງງານ ປະມານ 152.000 ໂຕນ ແລະ ສົ່ງແປ້ງມັນຕົ້ນເພື່ອຈໍາໜ່າຍໄດ້ ປະມານ 29.000 ໂຕນ, ດໍາເນີນ ການປຸງແຕ່ງ ສະເພາະໄລຍະທີ່ມີ ມັນຕົ້ນດິບ ສະໜອງໃຫ້ໂຮງງານ ຄື ໄລຍະເດືອນຕຸລາ ຫາເດືອນ ພຶດສະພາ. ປັດຈຸບັນ ສາມາດເວົ້າ ໄດ້ວ່າ ໂຮງງານປຸງແຕ່ງແປ້ງມັນ ຕົ້ນແຫ່ງນີ້ ເປັນຜູ້ຮັບຊື້ມັນຕົ້ນດິບ ຈາກປະຊາຊົນ ແລະ ສົ່ງອອກແປ້ງ ມັນຕົ້ນ ຫລາຍທີ່ສຸດພາຍໃນແຂວງ ເຊກອງ ເຊິ່ງຕະຫລາດຈຳໜ່າຍ ຫລັກ ແມ່ນສົ່ງອອກໄປຕ່າງປະ ເທດ; ສຳລັບການນຳໃຊ້ແຮງງານ ມີທັງໝົດ 170 ກວ່າຄົນ, ໃນນັ້ນ ແຮງງານລາວ 150 ກວ່າຄົນ. ໃນໂອກາດນີ້, ທ່ານນາຍົກ ລັດ ຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ໂດຍໄດ້ເນັ້ນໃຫ້ເຈົ້າຂອງ ໂຮງງານເອົາໃຈໃສ່ຄຸ້ມຄອງບັນ ຫາດ້ານສິ່ງແວດລ້ອມຂອງໂຮງ ງານໃຫ້ດີ ເພື່ອບໍ່ໃຫ້ກະທົບຕໍ່ສິ່ງ ແວດລ້ອມທຳມະຊາດ ແລະ ສັງ ຄົມ, ພ້ອມທັງສະໜອງຂໍ້ມູນຄວາມ ຕ້ອງການມັນຕົ້ນດິບ ໃນແຕ່ລະໄລ ຍະໃຫ້ຂະແໜງການກ່ຽວຂ້ອງ ຂອງແຂວງ ເພື່ອກຳນົດແຜນການ ຜະລິດມັນຕົ້ນສະໜອງໃຫ້ໂຮງງານ ພຽງພໍ, ລວມທັງການຮັບປະກັນ ທາງດ້ານລາຄາ ໃຫ້ແກ່ປະຊາຊົນ ຜູ້ຜະລິດ; ໄດ້ສະເໜີໃຫ້ຂະແໜງ ການກ່ຽວຂ້ອງຂອງແຂວງ ສົມທົບ ກັບບໍລິສັດ ເພື່ອກວດກາຄືນ ບັນດາ ເອກະສານດຳເນີນກິດຈະການ ໂຮງງານດັ່ງກ່າວ ໃຫ້ຖືກຕ້ອງ ຕາມນິຕິກໍາທີ່ໄດ້ກໍານົດ, ລວມທັງ ການປະກອບສ່ວນພັນທະຕ່າງໆ ໃຫ້ຄົບຖ້ວນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ສສຊ... ຂປລ. ວັນທີ 7 ມີນາ 2025 ຜ່ານມາ, ທ່ານ ລິນຄໍາ ດວງສະ ຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າ ໄມ້ ພ້ອມດ້ວຍສະມາຊິກສະພາແຫ່ງ ຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ລົງ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມ ສະໄໝສາມັນເທື່ອທີ8ຂອງສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ຢູ່ກະ ຊວງກະສິກຳ ແລະ ປ່າໄມ້ ໂດຍມີການ ນຳຫລັກແຫລ່ງຕະຫລອດຮອດພະ ນັກງານວິຊາການ ພາຍໃນກະຊວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ໄດ້ຮັບຟັງການ ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານໄລຍະຜ່ານມາ ຂອງກະຊວງ, ຈາກນັ້ນ ບັນດາທ່ານ ສສຊ ກໍໄດ້ຜັດປ່ຽນກັນເຜີຍແຜ່ຜົນ ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ກໍຄື ບັນດາບັນຫາສຳຄັນຕ່າງໆ ທີ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໃນ ກອງປະຊຸມ ແນໃສ່ເຮັດໃຫ້ຜູ້ມີສິດ ເລືອກຕັ້ງຢູ່ພາຍໃນຂົງເຂດວັດທະນະ ທຳ-ສັງຄົມ ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຜົນ ສໍາເລັດຂອງສອງກອງປະຊຸມດັ່ງກ່າວ. ການລົງພົບປະໃນຄັ້ງນີ້, ແນໃສ່ ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງ ຜູ້ມີສິດເລືອກຕັ້ງຕໍ່ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ, ການ ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ບັນດາບັນຫາພົ້ນເດັ່ນ ຕ່າງໆ ເຊິ່ງບັນຫາທີ່ຜູ້ມີສິດເລືອກຕັ້ງ ໃຫ້ຄວາມສົນໃຈ ແມ່ນບັນຫາການຂະ ຫຍາຍຕະຫລາດກະສິກຳສະອາດໃຫ້ ຫລາຍຂຶ້ນ ໂດຍໄດ້ສະເໜີໃຫ້ຈັດສັນ ງົບປະມານລົງໄປກວດກາ, ວິເຄາະ ວິໄຈສານພິດຕົກຄ້າງໃນພືດຜັກຕາມ ທ້ອງຕະຫລາດ ເພື່ອຄວາມປອດໄພ ຂອງຜູ້ບໍລິໂພກ. ພ້ອມນີ້, ຍັງມີບັນຫາ ການມົ້ວສຸມສິ່ງເສບຕິດທີ່ແຜ່ລະບາດ ຫລາຍ ແລະ ບັນຫາການຄຸ້ມຄອງດິນ ກະສິກຳ ໃຫ້ມີຄວາມເຂັ້ມງວດຕື່ມ ທີ່ຜູ້ ມີສິດເລືອກຕັ້ງໃຫ້ຄວາມສົນໃຈ ແລະ ຊັກຖາມ. ຂ່າວ-ພາບ: ຫ້ອງວ່າການ ນວ ລົງນາມ...ົ ສາທາລະນະສຸກ ແນ່ໃສ່ຫລຸດຜ່ອນ ການຂາດສານອາຫານ. ທ່ານ ນາງ ອາພອນ ວິຊາເທບ ກ່າວວ່າ: ການເສີມວິຕາມິນ ແລະ ແຮ່ ທາດ ບໍ່ແມ່ນວາລະທີ່ໃໝ່ຂອງ ສປປ ລາວ. ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ, ກະຊວງສາທາລະນະສຸກ ໄດ້ກໍານົດ ມາດຕະຖານການຜະລິດ ແລະ ການ ນໍາເຂົ້າຂອງເກືອໄອໂອດີນ ໃນລາວ ໂດຍກໍານົດໃຫ້ ການເສີມໄອໂອດີນໃນ ເກືອກາຍເປັນຂໍ້ບັງຄັບ. ເຂົ້າໜຽວ ຊຶ່ງ ເປັນອົງປະກອບທີ່ສຳຄັນທີ່ສຸດ ຂອງ ວັດທະນະທຳອາຫານປະຈຳຊາດ, ເປັນແຫລ່ງພະລັງງານທີ່ດີ, ແຕ່ບໍ່ໄດ້ ບັນຈຸສານອາຫານທີ່ເປັນປະໂຫຍດ ເຊັ່ນ: ວິຕາມິນເອ, ບີ, ທາດເຫລັກ ແລະ ສັງກະສີ ປະຊາຊົນລາວໂດຍທົ່ວໄປ ແມ່ນຂາດແຄນອາຫານປະເພດນີ້. ການເພີ່ມຈຸລະສານອາຫານດັ່ງກ່າວ, ເປັນໂອກາດໃນການຕໍ່ສູ້ກັບພາວະ ຂາດສານອາຫານ. ທ່ານ ໂຍເກສວາ ສັງວານ ກ່າວ ວ່າ: ການລົງທຶນດ້ານການເສີມຈຸນລະ ສານອານຫານ ຂອງປະເທດອິນເດຍ ໄດ້ຮັບຜົນສຳເລັດລະດັບຊາດ ໂດຍ 400 ລ້ານຄົນໃນອິນເດຍ ສາມາດ ເຂົ້າເຖິງເຂົ້າທີ່ມີການເສີມຈຸນລະສານ ອາຫານ ເພື່ອແກ້ໄຂການຂາດສານ ອາຫານ. ອິນເດຍມີຄວາມພູມໃຈທີ່ຈະ ໄດ້ແບ່ງປັນຄວາມຮູ້ ແລະ ປະສົບການ ດ້ານການເສີມວິຕາມິນ ແລະ ແຮ່ທາດ ໃສ່ເຂົ້າ ໃຫ້ກັບ ສປປ ລາວ. ການຮ່ວມ ມືຄັ້ງນີ້, ສະແດງໃຫ້ເຫັນເຖິງການສ້າງ ສາຍສໍາພັນ ທີ່ເຂັ້ມແຂງຂອງສອງ ຝ່າຍ ແລະ ຄວາມມຸ່ງໝັ້ນໃນການສະ ໜັບສະໜູນການພັດທະນາແບບຍືນຍົງ ໃນພາກພື້ນ. ທ່ານ ບັກໂຮເດຍ ເບີຄະນ໋ອຟ ໃຫ້ຮູ້ ວ່າ: ອົງການ ສປຊ ມີບົດບາດສຳຄັນ ໃນການເປັນພັນທະມິດ ກັບລັດຖະບານ ໃນທົ່ວໂລກໃນການຫັນປ່ຽນລະບົບສະ ບຽງອາຫານ ດ້ວຍວິທີການທີ່ມີປະສິດ ທິພາບ ແລະ ອີງໃສ່ຫລັກຖານໃນການ ແກ້ໄຂບັນຫາ. ການເສີມວິຕາມິນ ແລະ ແຮ່ທາດໃສ່ອາຫານຫລັກ ແມ່ນ ວິທີການທີ່ມີປະສິດທິພາບ ແລະ ຄຸ້ມ ຄ່າໃນການລົງທຶນ ເປັນການນໍາເອົາ ຈຸນລະສານອາຫານໃສ່ໃນເຂົ້າ ເພື່ອ ໃຫ້ຄົນລາວທຸກຄົນໄດ້ບໍລິໂພກ ແລະ ຈະບໍ່ປະຖິ້ມໃຜໄວ້ຂ້າງຫລັງ. ທັງເປັນ ວິທີເລັ່ງດ່ວນໃນການຫລຸດຜ່ອນພາວະ ຂາດສານອາຫານ ແລະ ການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ. ຂ່າວ: ກິດຕາ, ພາບ: ເກດສະໜາ ມູນເຊື້ອ ວັນທີ 8 ມີນາ ແມ່ນໄດ້ ກຳເນີດເກີດຂຶ້ນໃນທ່າມກາງສະ ພາບເສດຖະກິດ ຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ແຕ່ຊໍ້າ ພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍ ສະເພາະແມ່ນກຳມະກອນແມ່ຍິງຢູ່ ໃຕ້ລະບອບສັກດີນາ ແລະ ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກ ໜ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານຖືກ, ແມ່ຍິງຖືກດູໝິ່ນປະໝາດ, ຖືກຢຽບ ຢໍ່າທຳລາຍ, ທຸບຕີທໍລະມານ, ຂົ່ມ ຂືນກະທຳສໍາເລົາ ແລະ ຖືກໄລ່ອອກ ວຽກ, ໃນເວລາຖືພາ ແລະ ອອກ ລູກ ຫລື ເວລາເຈັບເປັນບໍ່ໄດ້ຮັບ ການປິ່ນປົວ, ຖືແມ່ຍິງເປັນເຄື່ອງ ຫລິ້ນ ຫລື ເປັນສິນຄ້າ ເອົາລັດເອົາ ປຽບບໍ່ໃຫ້ແມ່ຍິງມີສິດສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ອື່ນໆ. ຕໍ່ໜ້າສະພາບການ ແລະ ຄວາມ ທຸກທໍລະມານດັ່ງກ່າວ, ກຳມະກອນ ແມ່ຍິງໃນທົ່ວໂລກ ຈຶ່ງມີນໍ້າໃຈຄຽດ ແຄ້ນ ແລະ ສາມັກຄີຮ່ວມແຮງ ຮ່ວມໃຈກັນຕໍ່ສູ້ເພື່ອປົດປ່ອຍຕົນ ເອງ ແລະ ທ່ວງເອົາສິດສະເໝີພາບ ປະຊາທິປະໄຕ ຄືກັນກັບເພດຊາຍ ນັບແຕ່ວັນທີ 8 ມີນາ 1910 ເປັນ ຕົ້ນມາ, ຂະບວນການຕໍ່ສູ້ຂອງແມ່ ຍິງໄດ້ແຜ່ຂະຫຍາຍອອກໄປສູ່ ຫລາຍປະເທດນາຍທຶນ ເຮັດໃຫ້ແມ່ ຍິງຢຸດງານອອກມາເດີນປະທ້ວງ ແລະ ກອງປະຊຸມສະມັດຊາສະຕຣີ ສາກົນກ່ຽວກັບແມ່ຍິງໄດ້ຈັດຂຶ້ນ ຢູ່ ປະເທດໂກເປນຮາກ ນະຄອນ ຫລວງຂອງປະເທດເດນມາກ ເຊິ່ງ ມີຜູ້ແທນເຂົ້າຮ່ວມ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ. ກອງ ປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ8ມີນາ ຂອງທຸກໆ ປີເປັນວັນແມ່ຍິງສາກົນ. ພ້ອມກັນນີ້, ສະຫາຍ ພັນຕີ ນາງ ມະໄລສອນ ມຽງເຮືອງທອງ ຍັງຍົກໃຫ້ເຫັນມູນເຊື້ອຂອງແມ່ ຍິງລາວໃນເມືອກ່ອນທີມີຄວາມ ເກັ່ງກ້າສາມາດ, ຄ່ຽງບາຄ່ຽງ ໄຫລຕໍ່ສູ້ຮ່ວມກັບເພດຊາຍ ຕໍ່ສູ້ກັບ ຈັກກະພັກພວກລ່າເມືອງຂື້ນແບບ ເກົ່າ ແລະ ໃໝ່ ສາມາດຕໍ່ສູ້ຍາດໄດ້ ໄຊຊະນະຢ່າງສົມບູນ. ຂ່າວ: ໂອລິນ ມິ່ງມີໄຊ ແມ່ຍິງມີບົດບາດ ໃນການບໍລິຫານ ແລະ ຮັບໃຊ້ຊຸມຊົນ ເປັນຕົ້ນ ມີ ສ່ວນຮ່ວມໃນການຈັດຫານໍ້າດື່ມນໍ້າໃຊ້ລວມໝູ່, ປຸກໂຮງຮຽນ, ສ້າງ ຊົນລະປະທານ, ອະນາໄມລວມ, ສ້າງວັດວາອາຮາມ ປະກອບສ່ວນ ໃນກິດຈະກໍາທາງສາສະໜາ ແລະ ວັດທະນະທໍາ-ຮີດຄອງປະເພນີ ຕ່າງໆ. ສຳລັບບົດບາດ ທາງດ້ານ ການເມືອງ ແລະ ນໍາພາຊຸມຊົນ ເຊິ່ງພົວພັນເຖິງການມີສ່ວນຮ່ວມ ຂອງແມ່ຍິງໃນການຕັດສິນບັນຫາ ລະດັບຕ່າງໆ ນັບແຕ່ຂັ້ນບ້ານເຖິງ ຂັ້ນສູນກາງ, ແມ່ຍິງປະກອບເຂົ້າ ເປັນຄະນະປົກຄອງບ້ານ, ເປັນ ນາຍບ້ານ, ເປັນການນໍາຂະແໜງ ຕ່າງໆຢູ່ຂັ້ນເມືອງ, ຂັ້ນແຂວງ, ຂັ້ນກະຊວງ-ອົງການ ແລະ ຂັ້ນ ສູນກາງ. ເຖິງຢ່າງໃດກໍຕາມ, ແມ່ຍິງ ລາວ ໃນປັດຈຸບັນ ຄວນປັບປຸງ ແລະ ພັດທະນາຕົນເອງເລື້ອຍໆ ໂດຍ ການສຶກສາຮໍ່າຮຽນ, ບໍ່ຢຸດທີ່ຈະ ພັດທະນາຕົນເອງ, ຕ້ອງຮູ້ຈັກແກ້ ໄຂບັນຫາ, ຕ້ອງທັນຕາມຍຸກຕາມ ສະໄໝ ໄປຄວບຄູ່ກັບການຮັກສາ ຮີດຄອງປະເພນີຂອງຊາດ. ຂ່າວ-ພາບ: ກິດຕາ ໂຮງຮຽນ... ແມ່ຍິງ...່ິ

RkJQdWJsaXNoZXIy MTc3MTYxMQ==