06/03/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme gIn volk, oEluj ¢£¢£© «°¦້ອÆ ນ ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະ ສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງt ເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນ ຄົນດີຂອງສັງຄົມ, ໂດຍສະເພາະ ແມ່ນເພດຍິງແມ່ນຕ້ອງເປັນຜູ້ທີ່ ປະຕິບັດຕາມຮີດຄອງປະເພນີຢ່າງ ເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ ເລີແກÓນປາກແບງÓີສອດ ແມ່ນລິສອດທີ່ບໍລິການຄົບວົງຈອນ ດ້ານຮ້ານອາຫານ ແລະ ສະຖານທີ່ ພັກເຊົາ ທີ່ມີຊື່ສຽງຂອງເມືອງ ປາກແບງແຂວງອຸດົມໄຊ ທີ່ຄອງ ໃຈລູກຄ້າທັງພາຍໃນ ແລະ ຕ່າງ ປະເທດ ດ້ວຍຄຸນນະພາບ ແລະ ການບໍລິການທີ່ໜ້າປະທັບໃຈບວກ ກັບຈຸດທີ່ຕັ້ງມີຄວາມສວຍງາມ ໂດດເດັ່ນເຫັນແລ້ວດຶງດູດຢາກ ພັກເຊົາ. ທ້າວ ຄຳແພງ ແສງບົວສອນ ເຈົ້າຂອງເລີແກÓນປາກແບງລີ ສອດ ໃຫ້ຮູ້ວ່າ: ກ່ອນຈະໄດ້ມາ ເຮັດເລີແກÓນປາກແບງÓີສອດ ພວກຂ້າພະເຈົ້າແມ່ນເຮັດບໍລິສັດ ທ່ອງທ່ຽວຢູ່ນະຄອນຫລວງວຽງ ຈັນ ເຊິ່ງເປັນບໍລິສັດໜຶ່ງທີ່ຖືເອົາ ການບໍລິການທ່ອງທ່ຽວເປັນຫລັກ g]u cdioxkdc[']u lvf goA odko[= ]y dko]6 d7h kfh ;p75 ootrk[ lk,kf7v'.9]6 d7h krkp.o c]t 8j k'xtgmf ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາ ເປັນລູກເປັນເມຍ. ໃນບັນດາຫລັກ ຄຳສອນຂອງຄົນສະໄໝບູຮານ ນັ້ນກໍມີຫລາຍອັນທີ່ຖືກຕ້ອງ ແລະ ສອດຄອງກັບຍຸກສະໄໝໃໝ່ທີ່ພວກ ເຮົາຄວນປະຕິບັດ ເພື່ອໃຫ້ກາຍເປັນ ຄົນດີ ແລະ ມີຄຸນຄ່າຂອງສັງຄົມ ໂດຍສະເພາະແມ່ນຄຳສອນທີ່ກ່ຽວ ຂອງກັບແມ່ຍິງລາວ ເຊັ່ນ: ເຮືອນ ສາມນ້ຳສີ່ (ເຮືອນ 3 ນໍ້າ 4) ແມ່ນ ເປັນຄຳສັ່ງສອນຂອງຄົນບູຮານ ທີ່ມີແກ່ລູກຫລານ ໂດຍສະເພາະ ແມ່ຍິງ ເພື່ອນຳໃຊ້ເຂົ້າໃນຊີວິດ ປະຈຳວັນ. ສະນັ້ນ, ແມ່ຍິງລາວ ຍຸກໃໝ່ຕ້ອງຮູ້ໄວ້ ແລະ ນຳໄປປະຕິ ບັດທັງເກັບໄວ້ບອກລູກຫລານໃນ ພາຍພາກໜ້າໃຫ້ຄຽງຄູ່ຄົນລາວ ຕະຫລອດໄປ. ສຳລັບເຮືອນ 3 ປະກອບມີ: 1. ເຮືອນຄົວແມ່ນເປັນທີ່ມີໄວ້ສຳລັບ ປຸງແຕ່ງອາຫານ, ການແຕ່ງກິນ, ດັ່ງນັ້ນຜູ້ເປັນແມ່ເຮືອນຈິ່ງຕ້ອງ ມີໜ້າທີ່ຮັກສາ, ປັດກວາດໃຫ້ສະ ອາດ, ເປັນລະບຽບຮຽບຮ້ອຍ ເພື່ອສຸຂະພາບອະນາໄມທີ່ດີ, 2. ເຮືອນນອນ: ແມ່ນເປັນສະຖານທີ່ ພັກຜ່ອນຫລັບນອນ ແລະ ເປັນທີ່ ສ້າງຄວາມໜ້າຢູ່ມີຄວາມຮົ່ມເຢັນ ແກ່ຜູ້ທີ່ມາຂໍເພິ່ງພາອາໄສໃຫ້ມີ ຄວາມເປັນລະບຽບໃນການມ້ຽນ ມັດເຊັດຖູເກັບມ້ຽນຜ້າແພເຄື່ອງນຸ່ງ ຫົ່ມໃຫ້ເປັນລະບຽບ ແລະ ສະອາດ, 3. ເຮືອນຜົມ: ແມ່ຍິງລາວໃນຍຸກ ບູຮານນະການແມ່ນມັກໃຫ້ຜົມຍາວ ດຳເຫລື້ອມເປັນເງົາ ແລະ ເກົ້າເປັນ ມວຍງາມ, ສະນັ້ນນາງຈິ່ງ ຕ້ອງ ຮູ້ຈັກຮັກສາຜົມທີ່ຍາວດຳໃຫ້ມັນ ສະອາດ, ຫວີຈົບງາມເຮັດໃຫ້ຜູ້ ພົບເຫັນຮູ້ສຶກສະອອນເມື່ອໄດ້ເບິ່ງ ເກົ້າຜົມດຳເປັນເງົາງາມອັນພາ ໃຫ້ເຊີດຊູບຸກຄະລິກບໍ່ແມ່ນວ່າຈະ ປ່ອຍໃຫ້ມັນຫຍຸ້ງເຫຍີງຂາດການ ເອົາໃຈໃສ່. ສ່ວນນ້ຳ 4: ແມ່ນ 1. ໄດ້ແກ່ ນ້ຳອາບ ໃນຄຳສັ່ງສອນຂອງຄົນ ບູຮານນັ້ນນ້ຳອາບສົງຄົນໃນບ້ານ ຕ້ອງຕັກມ້ຽນໄວ້ບໍ່ໃຫ້ອຶດຢາກດັ່ງ ຄຳສຸພາສິດທີ່ວ່າ: hຢ່າໃຫ້ໄຫໃນ ບ້ານຂາດແຫ້ງ ຢ່າໃຫ້ແອ່ງຂາດ ກ້ຽງ ຊາວບ້ານຊີກ່າວຂວັນລະ ເດີi, 2. ນ້ຳສຳລັບດື່ມກິນ: ແມ່ນ ໝາຍເຖິງນ້ຳສະອາດບໍລິສຸດ ເອົາ ໄວ້ດື່ມກິນຕັກນ້ຳກິນໃສ່ໄຫໄວ້ໜ້າ ຂັ້ນໄດເຮືອນ ເພື່ອຜູ້ໃດຜ່ານມາ ຈະໄດ້ແວ່ເຊົາກິນນ້ຳໃສສະອາດ ໃນໄຫນັ້ນໄດ້ສະດວກ ແລະ ກໍເພື່ອ ຄົນໃນເຮືອນເຊັ່ນກັນດັ່ງນັ້ນບູຮານ ເພິ່ນຈິ່ງສັ່ງສອນວ່າ: hຢ່າໃຫ້ແມງ ງ່ອງແງ່ງລົງຫລິ້ນນ້ຳແອ່ງກິນຢ່າ ໃຫ້ມີຂີ້ໝ້ຽງສະນິມໄຄໃຕ້ກົ້ນແອ່ງ ຢ່າໃຫ້ນ້ຳຂອດແຫ້ງແລ້ງເຊົ້າໃຫ້ ເຈົ້າເກືອຍຂົນເດີi, 3. ນ້ຳເຕົ້າ ປູນ ແມ່ນໄດ້ແກ່ນ້ຳທີ່ຄວນໃສ່ໃນ ເຕົ້າປູນ ຜູ້ໃດເປັນແມ່ເຮືອນກໍຕ້ອງ ຮັກສານ້ຳໃນກະບອກປູນຢ່າໃຫ້ ມັນແຫ້ງ ເພາະເມື່ອຫາກມີແຂກ ມາຢ້ຽມຢາມຖາມຂ່າວຄາວສຸກ ທຸກຕາມອັດທະຍາໄສ ກໍຈະໄດ້ໃຊ້ ເພື່ອຄ້ຽວໝາກ 4. ນ້ຳໃຈອັນນີ້ ແມ່ນໝາຍເຖິງນ້ຳຈິດນ້ຳໃຈຂອງ ເຈົ້າແມ່ເຮືອນໂດຍຄວນເປັນຄົນ ໃຈກວ້າງເຜື່ອແຜ່ແກ່ຍາດຕິພີ່ນ້ອງ ຂອງຝ່າຍສາມີ ແລະ ຝ່າຍຕົນ ໃຫ້ສະເໝີພາບກັນ ເພື່ອສາມັກຄີ ປອງດອງພາຍໃນຄອບຄົວ. ຖ້າຫາກແມ່ຍິງລາວຍຸກໃໝ່ຮູ້ ຈັກ ແລະ ປະຕິບັດໄດ້ຕາມຫລັກຄຳ ສອນດັ່ງກ່າວ ກໍຈະເປັນຜົນດີ ແລະ ເປັນສິລິມຸງຄຸນແກ່ຕົນເອງເພາະໃນ ຄຳສອນນັ້ນ ລ້ວນແຕ່ມີຈຸດປະສົງ ຢາກໃຫ້ແມ່ຍິງລາວ ຮັກສາໄດ້ ຄວາມດຸໝັ່ນຂະຫຍັນພຽນ, ມີ ຄວາມເປັນລະບຽບຮຽບຮ້ອຍ, ມີ ການນຸ່ງຖືທີ່ຈົບງາມ ແລະ ຖືກຕ້ອງ ຕາມປະເພນີ. ສິ່ງສຳຄັນແມ່ນຕ້ອງ ເປັນຄົນທີ່ມີນ້ຳໃຈໂອບເອື້ອອາລີຕໍ່ ມິດສະຫາຍ, ຍາດຕິພີ່ນ້ອງ ແລະ ຄອບຄົວລູກຜົວ. ຖ້າຫາກປະຕິບັດ ໄດ້ຕາມຄຳສອນດັ່ງກ່າວແມ່ຍິງ ຄົນນັ້ນກໍຈະກາຍເປັນຄົນທີ່ມີຄຸນຄ່າ ທີ່ສຸດໃນສັງຄົມ. ໂດຍ: ມາລີດາ ຂໍ້ມູນຈາກສະຖານີວິທະຍຸ ແລະ ໂທ ລະພາບແຂວງອຸດົມໄຊ ແລະ ໄດ້ສຶກສາ, ຄົ້ນຄວ້າກ່ຽວກັບ ການບໍລິການ-ການທ່ອງທ່ຽວ ຢູ່ເມືອງປາກແບງ ເຊິ່ງເຫັນວ່າ ເມືອງປາກແບງ ມີທ່າແຮງທາງ ດ້ານການບໍລິການ-ການທ່ອງທ່ຽວ ແລະ ມີນັກທ່ອງທ່ຽວເຂົ້າມາທ່ຽວ ຊົມ ແລະ ພັກແຮມ ປີໜຶ່ງບໍ່ຕໍ່າ ກວ່າ 50 ພັນກວ່າຄົນ. ຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ 9III ຂອງ ອົງຄະນະພັກເມືອງປາກແບງ ວາງ ອອກ ແລະ ຈະສ້າງເມືອງປາກ ແບງ ເປັນເມືອງບໍລິການ-ການ ທ່ອງທ່ຽວລຸ່ມແມ່ນໍ້າຂອງຕອນ ເໜືອຂອງແຂວງອຸດົມໄຊ. ມາຮອດ ປີ 200 ຈຶ່ງໄດ້ມາສໍາຫລວດ ຄວາມເປັນໄປໄດ້ການລົງທຶນກໍ່ ສ້າງລີສອດ ເພື່ອຮອງຮັບນັກທ່ອງ ທ່ຽວ. ສະນັ້ນ ໃນປີ 2010 ຈຶ່ງໄດ້ ລົງມືກໍ່ສ້າງເລີແກÓນປາກແບງລີ ສອດຢູ່ເມືອງປາກແບງ ໃຊ້ເວລາ ໃນການກໍ່ສ້າງຫລາຍປີສົມຄວນ ເຊິ່ງປະກອບມີ ເຮືອນພັກ 45 ຫລັງ ມີ 45 ຫ້ອງ, ມີ 64 ຕຽງນອນ ແລະ ຮ້ານອາຫານ 1 ຫລັງ, ສະລອຍນ້ຳ 1 ແຫ່ງ ລວມມູນຄ່າການກໍ່ສ້າງທັງ ໜົດ: 7,6 ລ້ານໂດລາສະຫະລັດ ແລະ ໄດ້ຊື້ອຸປະກອນຕ່າງtປະກອບ ເຂົ້າໃນເລີແກÓນປາກແບງÓີສອດ ມູນຄ່າ: 6 ແສນໂດລາສະຫະລັດ, ລວມມູນຄ່າທັງໝົດ: 8,2 ລ້ານ ໂດລາສະຫະລັດ, ເປັນເງິນກີບ ປະມານ 172.200.000.000 ( ໜຶ່ງຮ້ອຍເຈັດສິບສອງຕື້ສອງ ຮ້ອຍລ້ານກີບ) . ພາຍຫລັງສ້າງຕັ້ງສໍາເລັດແລ້ວ ໄດ້ຕັ້ງຊື່ວ່າ: ເລີແກÓນປາກແບງÓີ ສອດ ເຊິ່ງໄດ້ເຮັດໜ້າທີ່ບໍລິການ ທີ່ພັກ ແລະ ຮ້ານອາຫານ ເພື່ອຕ້ອນ ຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວຢູ່ເມືອງປາກ ແບງ. ນອກຈາກນີ້ ກໍ່ໄດ້ສ້າງກິດ ຈະກໍາການທ່ອງທ່ຽວຈຳນວນໜຶ່ງ ເຊັ່ນ: ສ້າງກິດຈະກໍາທ່ຽວຢ້ຽມຢາມ ບ້ານຊົນເຜົ່າ ໂດຍໃຫ້ປະຊາຊົນມີ ສ່ວນຮ່ວມ. ສ້າງກິດຈະກໍາທ່ຽວ ເບິ່ງຊາພັນປີຢູ່ບ້ານມົກເເຄະ. ສ້າງ ກິດຈະກໍາທ່ຽວຕະຫລາດ, ທ່ຽວຊົມ ວັດວາ-ອາÓາມ ແລະ ວິຖີຊີວິດຂອງ ຊາວເມືອງປາກແບງ. ເລີແກÓນ ປາກແບງÓີສອດ ເປີດຮັບໃຊ້ການ ບໍລິການນັກທ່ອງທ່ຽວຢ່າງເປັນ ທາງການເລີ່ມແຕ່ປິ 2018 ເປັນ ຕົ້ນມາ, ມີພະນັກງານບໍລິການພາຍ ໃນÓີສອດທັງໜົດ: 25 ຄົນ, ຍິງ 18 ຄົນ. ບັນດານັກທ່ອງທ່ຽວທີ່ມາພັກເຊົາ ສ່ວນຫລາຍແມ່ນແຂກຂອງ ບໍລິສັດທ່ອງທ່ຽວຢູ່ພາຍໃນປະເທດ, ຈາກຢູໂÓບ ແລະ ອາຊີ ຈໍານວນໜຶ່ງ ໂດຍສະເລ່ຍແລ້ວບໍ່ຕໍ່າກວ່າ 160 ຄົນຕໍ່ເດືອນ, ລາຄາຫ້ອງພັກ 1 ຫ້ອງ 70 ໂດລາສະຫະລັດຕໍ່ຄືນຕໍ່ຫ້ອງ, ສະເລ່ຍແລ້ວລາຍຮັບ 1 ເດືອນ ໄດ້ ປະມານ 150 ລ້ານກີບ. ໃນ 1 ປີ ສາມາດສ້າງລາຍຮັບໄດ້ປະມານ 1,8 ກວ່າຕື້ກີບ ໃນນີ້, ຈ່າຍຈັດ ຊື້-ຈັດຈ້າງ, ຄ່າສີ້ນເປືອງ, ພັນທະ ຕ່າງt ແລະ ເງິນເດືອນຂອງພະນັກ ງານລວມທັງໝົດ ປະມານ 100 ກວ່າລ້ານກີບຕໍ່ເດືອນ, ສະເລ່ຍລາຍ ຈ່າຍປີໜຶ່ງປະມານ 1,3 ຕື້ກີບ, ຍັງ ເຫລືອກຳໄລປີໜຶ່ງປະມານ 500 ກວ່າລ້ານ. ສ່ວນປີ 2023-2024 ເຫັນວ່າແຂກທັງພາຍໃນ ແລະ ຕ່າງ ປະເທດ ເລີ່ມເຂົ້າມາທ່ຽວ ແລະ ພັກ ແຮມ ເພີ່ມຂຶ້ນ, ສະເລ່ຍລາຍຮັບປີ ໜຶ່ງບໍ່ຕ່ຳກວ່າ 2 ຕື້ກວ່າກີບ, ຫັກຄ່າ ສິ້ນເປືອງຕ່າງt, ເງິນເດືອນຂອງ ພະນັກງານຍັງເຫລືອກຳໄລ 700 ກວ່າລ້ານກີບ. ຜ່ານການດໍາເນີນ ທຸລະກິດດັ່ງກ່າວ ໄດ້ເຮັດໃຫ້ການ ດຳເນີນທຸລະກິດເລີແກÓນປາກ ແບງລີສອດຄ່ອຍtຂະຫຍາຍຕົວ ດີຂຶ້ນ ແລະ ໄດ້ເຮັດໃຫ້ພະນັກງານ ໃນບໍລິສັດມີຊີວິດການເປັນຢູ່ດີຂຶ້ນ, ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກ, ນອກນັ້ນ ກໍ່ໄດ້ມີການ ປະກອບສ່ວນພັນທະຕ່າງtໃຫ້ພັກລັດ. ແນວໃດກໍດີການດໍາຕະຫລອດ ໄລຍະການດໍາເນີນທຸລະກິດຂອງ ເລີແກÓນປາກແບງÓີສອດ ຢູ່ເມືອງ ປາກແບງ ເປັນໄລຍະ 6 ກວ່າປີ ຜ່ານມາ ເຫັນວ່າການນຳເມືອງ ກໍ່ ຄື ຂະແໜງການທີ່ກ່ຽວຂ້ອງຂັ້ນ ເມືອງ ກໍ່ໄດ້ໃຫ້ການໃກ້ຊິດຕິດແທດ ອຳນວຍຄວາມສະດວກໃຫ້ແກ່ການ ດຳເນີນທຸລະກິດເປັນຕົ້ນແມ່ນທາງ ດ້ານວິຊາການ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ອື່ນt ຈິ່ງສາມາດ ເຮັດໃຫ້ເລີແກÓນປາກແບງລີສອດ ດໍາເນີນມາດ້ວຍດີ ແລະ ມີການຂະ ຫຍາຍຕົວເປັນກ້າວtມາ.
RkJQdWJsaXNoZXIy MTc3MTYxMQ==