06/03/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ot7vos];';P'9a o lts]v' ;a ovto5 ]a dla fxj kcsj '-kf ຂປລ. ພະແນກກະສິກຳ ແລະ ປ່າໄມ້ນະຄອນຫລວງວຽງຈັນ (ນວ) ຮ່ວມກັບມູນນິທິອະນຸລັກ ສັດປ່າລາວ ຈັດພິທີສະເຫລີມສະ ຫລອງວັນອະນຸລັກສັດປ່າແຫ່ງ ຊາດ ໃນວັນທີ 3 ມີນາ 2025 ຢູ່ ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຄຳໝູນ ຕຽງທາລາດ ເຈົ້າ ເມືອງປາກງື່ມ, ທ່ານ ບົວຄຳ ສີສົງຄາມ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນະຄອນ ຫລວງວຽງຈັນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໃນໄລຍະຜ່ານມາ ນວ ໄດ້ເອົາ ໃຈໃສ່ຕິດຕາມ ກວດກາກ່ຽວກັບ ການຄ້າຂາຍສັດປ່າຕາມຈຸດ ຫລໍ່ ແຫລມ ຈຸດທີ່ເປັນເປົ້າໝາຍ ແລະ ຕາມການລາຍງານຂອງແຫລ່ງ ຂ່າວຈາກພົນລະເມືອງດີ ທັງໝົດ 273 ຄັ້ງ, ສາມາດພົບເຫັນການ ກະທໍາຜິດ 2 ຄັ້ງ ໂດຍໄດ້ມີການ ສຶກສາອົບຮົມ, ຕັກເຕືອນ ແລະ ເຮັດບົດບັນທຶກອາຍັດຂອງກາງໄວ້ ແລະ ມອບໃຫ້ກຸ່ມວຽກສືບສວນສອບສວນ ດຳເນີນຄະດີຕາມຂັ້ນ ຕອນຂອງກົດໝາຍ. ສ່ວນຂອງ ກາງທີ່ສາມາດຍຶດໄດ້ ມີສັດຕາຍ ແລະ ສິ້ນສ່ວນສັດ ແມ່ນໄດ້ນຳໄປ ທຳລາຍຈູດຖິ້ມ ແລະ ຝັ່ງຖິ້ມ ລວມ 308 ກິໂລ. ສໍາລັບສັດທີ່ຍັງມີຊີວິດ ເຊັ່ນ: ນົກ, ແຫລວ, ແລນ, ງູ, ເຕົ່າ ແລະ ປາຝາ ໄດ້ປ່ອຍຄືນສູ່ທຳມະ ຊາດ ຢູ່ເຂດອຸທະຍານແຫ່ງຊາດ ພູເຂົາຄວາຍ ເຂດເມືອງປາກງື່ມ. ນອນນີ້, ຍັງໄດ້ປຸກລະດົມຂົນຂວາຍ ຜູ້ຄຸ້ມຄອງລ້ຽງສັດປ່າ ປະເພດຫວງ ຫ້າມ, ປະເພດຄຸ້ມຄອງ ມອບຄືນ ໃຫ້ລັດ ມີສັດປ່າ 13 ໂຕ, ນໍ້າໜັກ 175 ກິໂລ ເຊິ່ງມອບໃຫ້ໜ່ວຍງານ ອະນຸລັກສັດປ່າ ແລະ ມອບໃຫ້ສູນ ຊ່ວຍເຫລືອໝີລາວ ທີ່ແຂວງຫລວງ ພະບາງ ເພື່ອໄປບຳບັດຟື້ນຟູ ແລະ ດູແລຮັກສາຕາມຫລັກວິຊາການ. ໃນປີ 2025 ນີ້, ຄາດວ່າທົ່ວ ນະຄອນຫລວງວຽງຈັນ ຈະປ່ອຍ ສັດປ່າອື່ນt ໃຫ້ໄດ້ຫລາຍກວ່າ 300 ໂຕ ເພື່ອເປັນການອະນຸລັກ ຮັກສາ, ຂະຫຍາຍພັນ, ສືບພັນ ແບບທຳມະຊາດ ເພີ່ມຄວາມອຸດົມ ສົມບູນໃຫ້ປ່າໄມ້ທຳມະຊາດມີ ຄວາມສວຍງາມຕະຫລອດໄປ. ໃນພິທີຍັງໄດ້ຈູດທຳລາຍສິ້ນ ສ່ວນ ແລະ ສັດປ່າທີ່ຕາຍແລ້ວ ແລະ ເອົາສັດປ່າທີ່ຍັງມີຊີວິດ ທີ່ ຢຶດ ໄດ້ ປະກອບມີ: ປາຝາ ແລະ ງູສິງ ປ່ອຍຄືນສູ່ທຳມະຊາດ ທີ່ມູນນິທິ ອະນຸລັກສັດປ່າລາວ ຕື່ມອີກ. ແມ່ຍິງ... ຕໍ່າໜ້າ ;a oc,j py 'lkdq o degou f0B o.omj k,dk'ltrk[ glf4tdy f0v'la dfu ok{okpmb o0tspkp8q ; ຂປລ. ໃນໂອກາດ ສະເຫລີມສະ ຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1 10-8 ມິນາ 2025) ພາຍໃຕ້ຄໍາຂວັນ hສິດທິ, ຄວາມສະເໝີພາບ ແລະ ຄວາມ ເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກ ຍິງທຸກຄົນi, ສະຫາຍ ພັນໂທ ນາງ ນຸ່ນແກ້ວ ຄໍາມຸງຄຸນ ຫົວໜ້າ ພະແນກສະຫະພັນແມ່ຍິງຫ້ອງ ການເມືອງກົມໃຫຍ່ພະລາທິການ ກອງທັບ ໄດ້ໃຫ້ທັດສະນະຕໍ່ວັນ ດັ່ງກ່າວວ່າ: ວັນແມ່ຍິງສາກົນ ໄດ້ ກຳເນີດເກີດຂຶ້ນ ໃນທ່າມກາງ ສະພາບເສດຖະກິດຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອ ໂຮງຈັກ, ໂຮງງານອຸດສະຫະກຳ ຂອງນາຍທຶນຂະຫຍາຍຕົວ ມັນ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກ ນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມ ທຸກຍາກລຳບາກໃຫ້ແກ່ຊາວຜູ້ ອອກແຮງງານ ໂດຍສະເພາະ ແມ່ນກຳມະກອນແມ່ຍິງ ຢູ່ພາຍໃຕ້ ລະບອບສັກດີນາ, ນາຍທຶນ, ແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບ ຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີ ລະບອບປົກປັກຮັກສາສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກ ດູຖູກໝິ່ນປະໝາດ, ຖືເປັນຄືສິນຄ້າ, ເປັນເຄື່ອງຫລິ້ນ, ຖືກເຕະຕີ, ຖືກຂົ່ມ ຂືນທຳສຳເລົ່າ ແລະ ຖືກໄລ່ອອກ ຈາກວຽກ, ໃນເວລາຖືພາ, ເວລາ ເກີດລູກ ຫລື ເວລາເຈັບ ເປັນບໍ່ໄດ້ ຮັບການປິ່ນປົວ ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານໃນ ທົ່ວໂລກ ລ້ວນແຕ່ເປັນຜູ້ດຸ ໝັ່ນ, ຂະຫຍັນພຽນໃນການຜະລິດເຂົ້າ, ປາ, ອາຫານ ແລະ ເຄື່ອງຂອງອື່ນt ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ, ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງ ແຍງດູແລຈາກສັງຄົມ. ຕໍ່ໜ້າສະ ພາບການ ແລະ ຄວາມທຸກທໍລະ ມານດັ່ງກ່າວ, ກຳມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີ ກັນລູກຂຶ້ນຕໍ່ສູ້ ທວງໃຫ້ພວກນາຍ ທຶນ ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີວິດການ ເປັນຢູ່ໃຫ້ເຂົາເຈົ້າ. ວັນທີ 8 ມີນາ 1 08, ແມ່ຍິງ ຈຳນວນ 15.000 ຄົນ ໄດ້ເດີນຂະ ບວນຢູ່ເມືອງນິວຢອກ ເພື່ອທວງ ໃຫ້ນາຍທຶນຫລຸດຜ່ອນຊົ່ວໂມງ ເຮັດວຽກ, ຢຸດເຊົາການຂູດຮີດ ແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດໃນການໄດ້ອອກສຽງເລືອກ ຕັ້ງ ແລະ ການຮັບສະໝັກເລືອກ ຕັ້ງ, ການເດີນຂະບວນຄັ້ງນີ້ ພາຍ ໃຕ້ຄໍາຂວັນ hເຂົ້າຈີ່ ແລະ ດອກກຸ ຫລາບi. ເຂົ້າຈີ່: ໝາຍເຖິງເສດຖະ ກິດດີຂຶ້ນ ແລະ ດອກກຸຫລາບ: ໝາຍ ເຖິງຄຸນນະພາບຊີວິດດີຂຶ້ນ. ເດືອນ ກຸມພາ 1 0 ແມ່ຍິງອາເມລິກາ ໄດ້ຈັດພິທີສະຫລອງວັນແມ່ຍິງ ສາກົນເປັນເທື່ອທຳອິດ, ແມ່ຍິງໃນ ເມືອງນິວຢອກ 3.000 ຄົນ ໄດ້ ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະ ບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບ ເລືອກຕັ້ງ, ການຕໍ່ສູ້ດັ່ງກ່າວໄດ້ ເປັນການລະດົມນໍ້າໃຈຕໍ່ສູ້ຂອງ ແມ່ຍິງທີ່ຖືກກົດຂີ່ຂູດຮີດຢູ່ບັນດາ ປະເທດໃນທົ່ວໂລກ, ມາເຖິງປີ 1 10, ຂະບວນການຕໍ່ສູ້ຂອງແມ່ ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປ ສູ່ບັນດາປະເທດທຶນນິຍົມຢູ່ທະວີບ ເອີລົບ ແລະ ໃນປີນີ້ ເອງກອງປະ ຊຸມສາ ກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນ ຮາກນະຄອນຫລວງຂອງປະເທດ ເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ, ກອງ ປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກ ປີ ເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ແມ່ນເຫດການ ການເມືອງທີ່ສໍາຄັນ, ເປັນຂີດໝາຍ ແຫ່ງໄຊຊະນະອັນພື້ນຖານຂອງ ຂະບວນການແມ່ຍິງສາກົນ ໃນ ການຕໍ່ສູ້ທວງເອົາສິດຜົນປະໂຫຍດ ອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ ອອກແຮງງານໃນທົ່ວໂລກ, ເປັນ ວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງ ໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກ ນາຍທຶນແກ້ໄຂຊີວິດການເປັນຢູ່ ພາຍໃຕ້ຄໍາຂວັນ: ຜູ້ໜຶ່ງເຮັດວຽກມື້ ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບເງິນ ເດືອນເທົ່າກັນ, ມີລະບອບປ້ອງກັນ ສຸຂະພາບຂອງແມ່ຍິງ ແລະ ເດັກ ນ້ອຍ. ສໍາລັບ ສປປ ລາວ ລັດຖະ ບານ ໄດ້ມີແນວທາງນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ, ມີແນວທາງນະ ໂຍບາຍຕໍ່ການພັດທະນາ, ການປົກ ປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ, ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຊຶ່ງໄດ້ກຳນົດ ແຈ້ງຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຫລາຍສະບັບ, ເປັນຕົວ ແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ ຍິງ ແລະ ເດັກນ້ອຍ, ສົ່ງເສີມຄວາມ ກ້າວໜ້າ, ຄວາມສະເໝີພາບຍິງຊາຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ. ສະເພາະ ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ I9 (2021-2025) ໄດ້ ກຳນົດມີ6 ເປົ້າໝາຍແລະ25ແຜນ ວຽກຈຸດສຸມ. ໃນນັ້ນ, ເປົ້າໝາຍ ທີ 3 ມີບາງຕົວເລກຄາດໝາຍ ແລະ ຕົວຊີ້ບອກກ່ຽວກັບແມ່ຍິງວ່າ: ຊຸກຍູ້ເງື່ອນໄຂໃຫ້ການນໍາທີ່ເປັນ ເພດຍິງທຸກຂັ້ນ ໂດຍສະເລ່ຍໃຫ້ ກວມ 20 ຂຶ້ນໄປ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ ບັນຈຸສັບຊ້ອນເຂົ້າສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ເພດຍິງ ໃຫ້ ກວມ 30 ຂຶ້ນໄປ, ສະຫະພັນ ແມ່ຍິງລາວ ໄດ້ຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ ໄລ ຍະ 5 ປີຄັ້ງທີ I9 ຫັນມາເປັນແຜນ ພັດທະນາແມ່ຍິງແຫ່ງຊາດ ໄລຍະ 5 ປີ (2021-2025), ຄະນະ ກຳມາທິການແຫ່ງຊາດ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຜັນຂະຫຍາຍມາເປັນແຜນ ດໍາເນີນງານແຫ່ງຊາດ ເພື່ອຄວາມ ສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ I7 (2021-2025), ແຜນດໍາເນີນ ງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025), ແຜນດໍາເນີນງານແຫ່ງຊາດເພື່ອ ປ້ອງກັນ ແລະ ລຶບລ້າງຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງ ຕໍ່ເດັກ 05 ປີ ຄັ້ງທີ II 20212025. ຂ່າວ: ຄໍາປະສົງ ລາດຊະວົງ ແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍ ນ້ອງແມ່ຍິງ ພາຍໃນກະຊວງຈໍາ ນວນໜຶ່ງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສຸລິ ຕາ ຜາເສີດ ປະທານສະມາຄົມ ຫັດຖະກຳລາວ ໄດ້ໃຫ້ຮູ້ວ່າ: ຕໍາ ນັກຜ້າໄໝລາວບູຮານ ໄດ້ຮວບ ຮວມຜ້າແພພື້ນເມືອງລາວ ທີ່ສ່ອງ ແສງເຖິງຄວາມຫລາກຫລາຍ ທາງ ດ້ານວັດທະນະທໍາ ຂອງບັນດາເຜົ່າ ໃນປະເທດລາວ ທີ່ມີເອກະລັກ, ມີ ຄວາມໂດດເດັ່ນ ແລະ ມີຄວາມ ຫລາກຫລາຍ ປະກອບດ້ວຍຊຸດ ແລກປ່ຽນບົດຮຽນ... ຕໍ່າໜ້າ (4C4) ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ໂດຍອີງຕາມ ແຈ້ງການຂອງກົມພາສີ ສະບັບ ເລກທີ 11311 ກພສ, ລົງວັນທີ 25 ກັນຍາ 2024 ວ່າດ້ວຍ ການນໍາໃຊ້ ລະບົບຄຸ້ມຄອງຂໍ້ມູນປະຫວັດຄ່າ ຄວາມສ່ຽງຂອງລັດຖະການພາສີ ຢູ່ດ່ານພາສີຊາຍແດນທົ່ວປະເທດ ແລະ ການສ້າງຮ່າງຄູ່ມືການຈັດ ຕັ້ງປະຕິບັດວຽກງານບໍລິຫານ ຄວາມສ່ຽງ ໃຫ້ແກ່ເຈົ້າໜ້າທີ່ພາສີ ໂດຍການເຮັດວຽກຮ່ວມກັນຢ່າງ ໃກ້ຊິດລະຫວ່າງກົມພາສີ ແລະ ຊ່ຽວຊານໄຈກາປະຈໍາກົມພາສີ. ພ້ອມກັນນັ້ນ, ກໍໄດ້ຮັບຟັງການ ບັນຍາຍ ແລະ ແລກປ່ຽນບົດຮຽນ ກັບຊ່ຽວຊານກົມພາສີຍີ່ປຸ່ນ ຕໍ່ກັບ ຫລັກການ, ວິທີການ ແລະ ບັນດາ ໜ້າວຽກທີ່ສຳ ຄັນຂອງວຽກງານ ການບໍລິຫານຄວາມສ່ຽງໃນການ ແຈ້ງພາສີ ເພື່ອຫລຸດຜ່ອນຄວາມ ສ່ຽງໃນການລັກ ລອບໜີພາສີ ໃນ ປະເທດຍີ່ປຸ່ນ. ໂອກາດນີ້, ທ່ານ ວົງວັນເພັງ ພູມສະຫວັນ ຍັງໄດ້ເນັ້ນໃຫ້ຜູ້ ເຂົ້າຮ່ວມ ປະກອບຄໍາຄິດຄໍາເຫັນ ກ່ຽວກັບຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີເພີ່ມເຕີມໃນການນໍາ ໃຊ້ລະບົບຄຸ້ມຄອງຂໍ້ມູນປະຫວັດ ຄ່າຄວາມສ່ຽງ ເພື່ອເປັນບ່ອນອີງ ໃນການປັບປຸງ ແລະ ພັດທະນາ ລະບົບດັ່ງກ່າວ ໃຫ້ມີຄວາມ ສະດວກ ແລະ ສອດຄ່ອງຕໍ່ການ ໃຊ້ງານຕົວຈິງ ເຊັ່ນດຽວກັບຮ່າງ ຄູ່ມືການຈັດຕັ້ງປະຕິບັດວຽກງານ ບໍລິຫານຄວາມສ່ຽງ ໃຫ້ລະດົມ ແນວຄວາມຄິດຕໍ່ຮ່າງດັ່ງກ່າວ ເພື່ອໃຫ້ມີຄວາມຄົບຖ້ວນສົມບູນ ຍິ່ງຂຶ້ນ ໃນການ ຈັດຕັ້ງປະຕິບັດຕົວ ຈິງ ແລະ ຖອດຖອນບົດຮຽນກັບ ຊ່ຽວຊານຈາກກົມພາສີຍີ່ປຸ່ນ ໃຫ້ ຫລາຍທີ່ສຸດ ເພື່ອເອົາມາປັບໃຊ້ໃຫ້ ແທດເໝາະກັບໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ. ຂປລ. ເມື່ອບໍ່ດົນມານີ້, ກົມ ຮ່ວມມືກັບຕ່າງປະເທດ ກະຊວງ ສຶກສາທິການ ແລະ ກິລາ (ສສກ) ແລະ ອົງການÓູມທູÓີດ ປະຈໍາ ລາວ ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງບົດບັນທຶກຄວາມ ເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມ ຄວາມສະເໝີພາບລະຫວ່າງ ຍິງຊາຍ ທີ່ຈະຈັດຕັ້ງຢູ່ແຂວງຫລວງ ພະບາງ ແລະ ແຂວງຈໍາປາສັກ ແຕ່ ເດືອນກໍລະກົດ 2025 ຫາ ເດືອນ ມິຖຸນາ 202 ໂດຍເປັນປະທານ ຮ່ວມຂອງ ທ່ານ ວົງສິນ ໄຊຍະ ລາດ ຮອງຫົວໜ້າກົມຮ່ວມມືກັບ ຕ່າງປະເທດ ກະຊວງ ສສກ ແລະ ທ່ານ ນາງ ໜໍ່ຄໍາ ສຸພານຸວົງ ຜູ້ອໍາ ນວຍການອົງການÓູມທູÓີດ ປະຈໍາ ລາວ, ມີຜູ້ຕາງໜ້າກົມ, ສະຖາບັນ, ພະແນກ, ວິທະຍາໄລຄູປາກເຊ ແລະ ຫລວງພະບາງ, ພ້ອມດ້ວຍ ການນໍາຂັ້ນເມືອງ ແລະ ຫ້ອງການ ສຶກສາທິການ ແລະ ກິລາ ຈາກ 8 ເມືອງເປົ້າໝາຍ ເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້, ກໍ ເພື່ອປຶກສາຫາລື ແລະ ຜ່ານຮ່າງ ບົດບັນທຶກຄວາມເຂົ້າໃຈ ລະ ຫວ່າງ ກະຊວງ ສສກ ແລະ ອົງການ ÓູມທູÓີດ ປະຈໍາລາວ ກ່ຽວກັບໂຄງ ການສົ່ງເສີມຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ແຕ່ເດືອນກໍລະ ກົດ 2025 ຫາ ມິຖຸນາ 202 ທີ່ ຈະຈັດຕັ້ງປະຕິບັດຢູ່ແຂວງຫລວງ ພະບາງ ແລະ ຈໍາປາສັກ ເຊິ່ງໂຄງ ການດັ່ງກ່າວ, ເປັນໂຄງການໃໝ່ ທີ່ຈະສືບຕໍ່ຫລັງໂຄງການສົ່ງ ເສີມ ການສຶກສາສໍາລັບເດັກຍິງ ທີ່ພວມ ປະຕິບັດຢູ່ໃນສອງແຂວງ ທີ່ຈະ ສິ້ນສຸດລົງໃນວັນທີ 30 ມິຖຸນາ 2025 ທີ່ຈະມາເຖິງນີ້. ໂຄງການສົ່ງເສີມຄວາມສະເໜີ ພາບ ລະຫວ່າງ ຍິງ-ຊາຍ ໂດຍອົງ ການÓູມທູÓີດ ຈະໃຫ້ການສະໜັບ ສະໜູນດ້ານວິຊາການ ໃຫ້ແກ່ ກະຊວງ ສສກ ໃນການພັດທະນາ ຫລັກສູດ ແລະ ອຸປະກອນທີ່ຈຳເປັນ ສໍາລັບການເສີມສ້າງຂີດຄວາມ ສາມາດ ສະໜອງການຝຶກອົບຮົມ ໃຫ້ຄໍາແນະນໍາແກ່ທີມງານຄູຝຶກ ຫລັກແຫລ່ງ ໃນໂຮງຮຽນເປົ້າໝາຍ ຂອງໂຄງການ ເຊິ່ງປະກອບມີ ໂຮງຮຽນ ມຕົ້ນ 16 ແຫ່ງ ຂອງ 8 ເມືອງ ໃນ 2 ແຂວງ, ເປັນການ ເສີມສ້າງຂີດຄວາມສາມາດໃຫ້ຄູ ປະຈໍາຫ້ອງ ຈໍານວນ 165 ຄົນ ແລະ ຜູ້ອໍານວຍການໂຮງຮຽນ 16 ຄົນ ແລະ ວິທະຍາໄລຄູ 2 ແຂວງ ເປົ້າໝາຍ ກ່ຽວກັບຫລັກສູດການ ຝຶກອົບຮົມນັກຮຽນຄູ ແລະ ຄູປະ ຈຳການທີ່ມາເຊື່ອມຕໍ່ແລະນັກຮຽນ ມ ຕົ້ນ 4.510 ຄົນ, ຍິງ 1.821 ຄົນ ຕໍ່ໜຶ່ງສົກຮຽນ. ຂໍ້ມູນ-ພາບ: ວຽງຈັນໃໝ່ sk]n pq dl6 '[q f[kf lqj 'glu , 7;k,ltg\u rk[ py '{-kp ແຕ່ງກາຍທີ່ເປັນຕົວແທນໃຫ້ແກ່ ຊົນເຜົ່າ ໝວດພາສາ ລາວ-ໄຕ, ຊົນເຜົ່າ ໝວດພາສາມອນ-ຂະແມ, ຊົນເຜົ່າໝວດພາສາ ຈີນ-ຕີເບດ, ຊົນເຜົ່າໝວດພາສາມົ້ງ-ອິວມຽນ, ຊຸດແຕ່ງກາຍໝໍມົນ-ໝໍເຢົາ, ຜ້າໃຊ້ ໃນພິທີກໍາຕ່າງt ແລະ ຜ້າປະເພດ ຕົກແຕ່ງເຮືອນ. ນອກຈາກ, ຍັງມີ ຫລາຍກິດຈະກໍາ ເຊັ່ນ: ການສາທິດ ຕໍ່າຫູກດ້ວຍກີ່ຕັ້ງກີີ່ ແລະ ການຕໍ່າ ຜ້າພົມ, ການສາວໄໝ, ການເຂັນ ຝ້າຍ,ການເລັ່ນຝ້າຍ-ເລັ່ນໄໝ, ຊົມ ຄລີບວິດີໂອ ກ່ຽວກັນວິຖີຊີວິດ ຂອງຊາວຊ່າງຕໍ່າຫູກ, ນໍາສະເໜີ ສິລະປະຫັດຖະກໍາລາວ ແບບປະຍຸກ ມີທັງຈັດວາງສະແດງແລະຈໍາໜ່າຍ ລວມທັງຮ້ານກາເຟ ໄວ້ບໍລິການ ແຂກທີ່ມາຢ້ຽມຊົມ hຕໍານັກຜ້າ ລາວໄໝລາວບູຮານi ແຫ່ງນີ້. ຫລັງຈາກນັ້ນ, ສະຫະພັນແມ່ ຍິງ ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ກໍໄດ້ຢ້ຽມ ຊົມ ຫໍພິພິທະພັນແຫ່ງຊາດ ພ້ອມທັງ ຟັງປະຫວັດຄວາມເປັນມາ ຂອງຫໍ ພິພິທະພັນແຫ່ງຊາດລາວ ແລະ ໄດ້ ຢ້ຽມຊົມຮູບພາບ, ວັດຖຸບູຮານໃນ ແຕ່ລະໄລຍະປະຫວັດສາດຂອງ ຊາດລາວ. ຂ່າວ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==