6081

05/03/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d mj k/iaj ';a 'lu 7k, 9a fdy f9tde gmltdkogs]Q kwss;ko8eokogzq j kc-d ເມື່ອບໍ່ດົນມານີ້, ທີ່ແຫລ່ງ ທ່ອງທ່ຽວທ່າຝຣັ່ງ ວັງສີຄາມ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ ຈັດກິດຈະກຳງານເທສະການ ເຫລົ້າ ໄຫຫວານຕໍານານເຜົ່າແຊກ ເພື່ອ ເປັນການສົ່ງເສີມເຫລົ້າໄຫທີ່ຜະລິດ ຈາກປະຊາຊົນບ້ານທອກນາຍໍ ທີ່ມີ ລົດຊາດແຊບຫວານທີ່ໄດ້ສືບທອດ ກັນມາແຕ່ດົນນານ. ທ່ານ ຄໍາບີ້ ລັດຕະນະວົງ ປະ ທານບໍລິສັດເຄເຄ ພັດທະນາການ ທ່ອງທ່ຽວຈໍາກັດ ຜູ້ດຽວ ໃນນາມ ຜູ້ພັດທະນາແຫລ່ງທ່ອງທ່ຽວທ່າ ຝຣັ່ງວັງສີຄາມໄດ້ກ່າວວ່າ: ແຫລ່ງ ທ່ອງທ່ຽວທ່າຝຣັ່ງວັງສີຄາມ ແມ່ນ ຕັ້ງຢູ່ບ້ານທອກນາຍໍ ຫ່າງຈາກ ©“’ າÃÇ “າ ໂດຍ: ສາວບ້ານໂນນ ໃນປັດຈຸບັນການນຳໃຊ້ສານ ເຄມີເຂົ້າໃນການຜະລິດກະສິກຳ ແມ່ນມີຢ່າງແຜ່ຫລາຍ ບໍ່ວ່າຈະ ເປັນການປູກພືດ ແລະ ການລ້ຽງ ສັດ ແຕ່ສິ່ງທີ່ຮ້າຍແຮງທີ່ສຸດແມ່ນ ການໃຊ້ສານເຄມີອັນຕະລາຍຢ່າງ ຊະຊາຍ ແລະ ເກີນຂະໜາດ. ຕໍ່ກັບ ບັນຫານີ້ທາງພາກສ່ວນກ່ຽວຂ້ອງ ໄດ້ມີຄວາມເປັນຫ່ວງເປັນໄຍທີ່ ສຸດ ເພາະມັນໄດ້ສົ່ງຜົນກະທົບຕໍ່ສຸຂະ ພາບຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ ຍັງເປັນການທຳລາຍສິ່ງແວດລ້ອມ ໃນໄລຍະຍາວນຳອີກ. ມື້ນີ້ ຄໍລຳສຶກສາຫາຄວາມຮູ້ ຈຶ່ງໄດ້ເອົາຂໍ້ມູນກ່ຽວກັບຜົນກະທົບ ແລະ ຄວາມອັນຕະລາຍຂອງການ ນຳໃຊ້ສານເຄມີເຂ້ົາໃນການຜະລິດ ກະສິກຳມານຳສະເໜີ ເຊິ່ງທາງ ອົງການອາຫານ ແລະ ການກະເສດ ໄດ້ໃຫ້ຮູ້ວ່າ: ການນຳໃຊ້ສານເຄມີ ເຂົ້າໃນການຜະລິດກະສິກຳຫລາຍ ເກີນໄປ ໂດຍສະເພາະແມ່ນຢາຂ້າ ຫຍ້າ ແລະ ຢາປາບສັດຕູພືດ ຈະສົ່ງ ຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ເມື່ອສານ ດັ່ງກ່າວເຂົ້າສູ່ຮ່າງກາຍຈະມີອາ ›າ—˜¤‹ອ— ›າ—˜¤‹ອ— ›າ—˜¤‹ອ— dko.-h lkog7,u zt]y fdtly de gxa ova o8t]kp 8l5 0trk[ c]t lyj 'c;f]h v, + ການເຈັບຫົວ, ເຈັບທ້ອງ, ປວດ ຮາກ,ວິນຫົວ, ປຸ້ນທ້ອງ, ເຈັບກ້າມ ຊີ້ນ ແລະ ຖ້າມີການສະສົມໃນຮ່າງ ກາຍເປັນເວລາດົນແມ່ນມີຄວາມ ສ່ຽງສູງທີ່ຈະເປັນມະເຮັງປອດ, ຜິວ ໜັງ, ເມັດເລືອດ, ລຳໃສ້, ສະໝອງ, ເບົາຫວານ, ອຳມະພາດ, ອຳມະ ພຶກ, ພະຍາດຜິວໜັງ ແລະ ອື່ນໆ ແລະ ຖ້າປະປ່ອຍໃຫ້ມີການນຳໃຊ້ ສານເຄມີເປັນເວລາດົນຈະສົ່ງຜົນ ກະທົບທາງສັງຄົມ, ສິ່ງແວດລ້ອມ ທຳມະຊາດ ແລະ ກະທົບຕໍ່ກັບການ ຂະຫຍາຍຕົວທາງດ້ານເສດຖະ ກິດ-ສັງຄົມຂອງຊາດໃນໄລຍະ ຍາວຢ່າງແນ່ນອນ. ເມື່ອຮູ້ແນວນີ້ ຜູ້ປະກອບການ ທັງຫລາຍ ລວມທັງຜູ້ບໍລິໂພກ ຄວນ ຫັນມາຜະລິດແລະບໍລິໂພກກະສິກຳ ສະອາດ, ກະສິກຳປອດສານພິດໃຫ້ ຫລາຍຂຶ້ນ ນອກຈາກມີຜົນດີຕໍ່ສຸ ຂະພາບແລ້ວ ຍັງສາມາດສ້າງລາຍ ຮັບໃຫ້ແກ່ຄອບຄົວໃນໄລຍະຍາວ ທັງເປັນມິດຕໍ່ກັບສິ່ງແວດລ້ອມອີກ. ເທສະບານເມືອງທ່າແຂກພຽງແຕ່ 18 ກິໂລແມັດ, ໄດ້ເປີດໃຫ້ບໍລິການ ແຕ່ປີ 2019 ເປັນຕົ້ນມາ, ມີຈໍານວນ ນັກທ່ອງທ່ຽວປະມານ 50.000 ຄົນຕໍ່ປີ. ໃນນັ້ນ, ເປັນນັກທ່ອງທ່ຽວ ຕ່າງປະເທດກວມ 70 ເປີເຊັນ ເຊິ່ງ ມີການໃຫ້ບໍລິການລີສອດ, ບ່ອນ ແຄມປີ້ງ, ເຮືອກາຍັກ, ຕູບນັ່ງກິນ ອາຫານ, ລອຍຫລີ້ນນໍ້າທີ່ໃສເຢັນ ແລະ ມີປາຈຳນວນຫລາຍລອຍ ລ່ອງຢູ່ໜ້ານໍ້າໃຫ້ນັກທ່ອງທ່ຽວໄດ້ ຮັບຊົມ. ນອກນີ້ ຍັງມີກິດຈະກຳ ;ipline ຢູ່ຖໍ້າຊຽງລຽບຢູ່ຫ່າງຈາກ ທ່າຝຣັ່ງ ພຽງແຕ່ 1,5 ກິໂລແມັດ ຈະມີລົດຮັບສົ່ງຟຣີ ສໍາລັບນັກ ທ່ອງທ່ຽວ ມາທ່ຽວທ່າຝຣັ່ງ ທີ່ຈະ ໄປຫລິ້ນກິດຈະກໍາຢູ່ຖໍ້າຊຽງລຽບ ເຊິ່ງເໝາະສຳລັບນັກທ່ອງທ່ຽວ ສາຍລຸຍ ບໍ່ວ່າຈະເປັນການຍ່າງຂົວ ອູ່, ຂົວບັນໃດ, ຂົວຮູບໂຕ V, ການ ຖ່າຍພາບຢູ່ຕາໜ່າງແມງມຸນ, ຂີ່ສະ ຣິງ, ດື່ມກາເຟ ຢູ່ຮ້ານເທິງຕົ້ນໄມ້ ແລະ ອື່ນໆ. ເທສະການເຫລົ້າໄຫຫວານຕໍາ ນານເຜົ່າແຊກ ເປັນປີທີ 2 ທີ່ໄດ້ ຈັດກິດຈະກໍາດັ່ງກ່າວ ຮ່ວມກັບ ອໍານາດການປົກຄອງບ້ານທອກ ນາຍໍ ເພື່ອເປັນການສົ່ງເສີມເຫລົ້າ ໄຫ ທີ່ຜະລິດຈາກພູມປັນຍາຂອງ ຊາວບ້ານທີ່ມີລົດຊາດແຊບຫວານ ແລະ ໄດ້ສືບທອດກັນມາແຕ່ດົນ ນານ ເຊິ່ງນັກທ່ອງທ່ຽວສາມາດ ມາແວ່ຊີມລົດຊາດຂອງເຫລົ້າໄຫ ໄດ້ຢູ່ທີ່ແຫລ່ງທ່ອງທ່ຽວທ່າຝຣັ່ງ ວັງສີຄາມ ມີໃຫ້ບໍລິການນັບແຕ່ ວັນທີ 27 ກຸມພາ 2025 ເປັນຕົ້ນ ໄປ. ໃນໄລຍະຜ່ານມາທາງແຫລ່ງ ທ່ອງທ່ຽວທ່າຝຣັ່ງ ຍັງໄດ້ຊ່ວຍ ສົ່ງເສີມການສ້າງວຽກເຮັດງານ ທໍາໃຫ້ແກ່ປະຊາຊົນບ້ານທອກນາຍໍ ລວມເຖິງການຮັບຊື້ຜະລິດຕະພັນ ແລະ ສິນຄ້າກະສິກຳທີ່ຜະລິດຈາກ ພໍ່ແມ່ປະຊາຊົນມາປຸງແຕ່ງອາຫານ ຢູ່ໃນສະຖານທີ່ທ່ອງທ່ຽວເປັນການ ສ້າງລາຍຮັບໃຫ້ແກ່ປະຊາຊົນ. ສະເພາະການເປີດບໍລິການໃນກິດ ຈະກຳທົ່ວໄປ ແມ່ນເລີ່ມເປີດແຕ່ ເວລາ 08:00 ແລະ ປິດເວລາ 22:00 ໂມງ ເພື່ອໃຫ້ນັກທ່ອງທ່ຽວ ທີ່ມາພັກຜ່ອນຢູ່ໃນລີສອດໄດ້ສໍາຜັດ ກັບບັນຍາກາດຂອງທໍາມະຊາດທີ່ ງຽບສະຫງົບ ແລະ ຊຸ່ມເຢັນ. ເພື່ອເປັນການສົ່ງເສີມການ ທ່ອງທ່ຽວຂອງແຂວງຄໍາມ່ວນ ຂໍ ເຊີນຊວນບັນດານັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໄດ້ມາ ທ່ຽວຊົມ ແລະ ສໍາຜັດກັບແຫລ່ງ ທ່ອງທ່ຽວຂອງເມືອງທ່າແຂກ ແຂວງຄໍາມ່ວນ ເຊິ່ງນອກຈາກທ່າ ຝຣັ່ງວັງສີຄາມແລ້ວກໍ່ຍັງມີແຫລ່ງ ທ່ອງທ່ຽວແຫ່ງອື່ນໆ ໃນບໍລິເວນ ອ້ອມຂ້າງທີ່ມີຄວາມສວຍງາມບໍ່ວ່າ ຈະເປັນຖໍ້າຊຽງລຽບ, ຖໍ້າພະອິນ, ຖໍ້ານາງແອ່ນ, ຖໍ້າພະໜອງປາຝາ ແລະ ບ່ອນອື່ນໆ ທີ່ນັກທ່ອງທ່ຽວ ສາມາດມາທ່ຽວຊົມໄດ້.

RkJQdWJsaXNoZXIy MTc3MTYxMQ==