05/03/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສຳເລັດກອງປະຊຸມ... ຕໍ່າໜ້າ ເມືອງຊຸດໃໝ່ ໂດຍມີຜູ້ລົງສະໝັກ ທັງໝົດ 32 ສະຫາຍ, ເລືອກເອົາ 27 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະ ຫາຍ ນາງ ວິໄລວອນ ຈັນທະລາຕີ ເປັນເລຂາຄະນະບໍລິຫານງານ ພັກເມືອງໄຊເສດຖາ ຊຸດທີ VIII, ສະຫາຍ ຄໍາສະຫວັນ ໂຄດໄຊ ເປັນ ຮອງເລຂາ ແລະ ສະຫາຍ ຈິດຕະ ພອນ ອັກຄະວົງ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ເລືອກເອົາ ສະຫາຍ ແກ້ວວິພາພອນ ອິນທະວົງ, ສະຫາຍ ເພັດມະນີ ແສງທະວົງສຸກ ເປັນຮອງປະທານ ກວດກາພັກ. ນອກນີ້, ຍັງໄດ້ເລືອກ ເອົາຜູ້ແທນສົມບູນ 20 ສະຫາຍ ຍິງ 3 ສະຫາຍ ແລະ ສຳຮອງ 2 ສະຫາຍ ໄປເຂົ້າຮ່ວມກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫລວງວຽງຈັນ. ໂອກາດນີ້, ສະຫາຍ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາຂອງ ຄະນະພັກ ຊຸດເກົ່າ ທີ່ໄດ້ເອົາໃຈໃສ່ ນໍາພາ-ຊີ້ນຳພະນັກງານ, ສະມາຊິກ ພັກ ແລະ ປະຊາຊົນປະຕິບັດໜ້າທີ່ ການເມືອງ ຈົນສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານ. ພ້ອມນີ້, ຍັງໄດ້ໃຫ້ທິດຊີ້ນຳຄະນະພັກຊຸດ ໃໝ່ ຕໍ່ການນຳພັດທະນາເມືອງໄຊ ເສດຖາ ໃນໄລຍະໃໝ່ໃຫ້ບັນລຸຜົນ ສຳເລັດແຕ່ລະດ້ານ ເປັນຕົ້ນ ສູ້ ຊົນສ້າງເມືອງໄຊເສດຖາ ໃຫ້ເປັນ ເມືອງເຂັ້ມແຂງຮອບດ້ານ ຕິດພັນ ກັບການສ້າງ ໃຫ້ເປັນນະຄອນໜ້າ ຢູ່ ບັນລຸຕົວຊີ້ວັດ 6ສ, ເຮັດໃຫ້ຕົວ ຕະຫລອດ 70 ປີ ແຫ່ງການ ນໍາພາ ພັກເຮົາໄດ້ແບກຫາບພາ ລະກໍາປະຫວັດສາດອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳ ປະຫວັດສາດ ໄດ້ຢ່າງສະຫງ່າ ງາມ, ໃນຊຸມປີຕໍ່ໜ້າ, ພັກເຮົາຍິ່ງ ມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນເງິນ ລວມທັງຄວາມບອບບາງ ຂປລ. ໃນໂອກາດເຄື່ອນໄຫວ ເຮັດວຽກຢູ່ແຂວງອຸດົມໄຊ ວັນທີ 3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍ ຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍ ລາປ່າ, ຫັດຖະກໍາໄຕລື້ ແລະ ວັດ ພູທາດ. ສະຖານທີ່ທ່ອງທ່ຽວນໍ້າກັດ ຢໍລາປ່າ ເປັນໜຶ່ງໃນສະຖານທີ່ ທ່ຽວທ່ຽວທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງແຫ່ງໜຶ່ງຂອງລາວ ຕັ້ງຢູ່ຫ່າງຈາກເທສະບານ ເມືອງ ໄຊ ແຂວງອຸດົມໄຊ ປະມານ 17 ຂປລ. ເມື່ອບໍ່ດົນມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ (ອຄ), ທັງເປັນລັດຖະມົນຕີ ເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ຈາກລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 31 ທີ່ເມືອງ ຈໍຮໍ, ເດ ຊາຣູ ປະເທດມາເລເຊຍ ພາຍໃຕ້ການເປັນປະທານກອງປະ ຊຸມຂອງມາເລເຊຍ ໃນຖານະເປັນ ປະເທດເຈົ້າພາບ ແລະ ປະທານອາ ຊຽນ ປີ 2025. ກອງປະຊຸມຄັ້ງນີ້, ນອກຈາກ ໄດ້ຮັບຮອງເອົາ 2 ແຜນວຽກບຸ ລິມະສິດດ້ານເສດຖະກິດ ທີ່ຍັງ ຄ້າງສຳລັບປີ 2024, ຍັງໄດ້ຮັບ ຮອງເອົາ 9 ແຜນວຽກບຸລິມະສິດ ດ້ານເສດຖະກິດອາຊຽນ ຢູ່ພາຍ ໃຕ້ການຊີ້ນໍາຂອງລັດຖະມົນຕີ ເສດຖະກິດອາຊຽນ ໃນໄລະຍະ ການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025. ນອກຈາກ ນີ້, ກອງປະຊຸມຍັງໄດ້ປຶກສາຫາ ລືກ່ຽວກັບການເຈລະຈາ ເພື່ອຍົກ ລະດັບສັນຍາການຄ້າດ້ານສິນຄ້າ ອາຊຽນ, ປັດຈຸບັນສາມາດສຳເລັດ ການເຈລະຈາໄດ້ 89 , ຄາດວ່າ ຈະໃຫ້ສາມາດ ສະຫລຸບການເຈ ລະຈາເນື້ອໃນສັນຍາໄດ້ ໃນທ້າຍ ປີ 2025 ນີ້. ກອງປະຊຸມຄັ້ງນີ້, ໄດ້ປຶກສາ ຫາລືກ່ຽວກັບສະພາບການພັດທະ ນາເສດຖະກິດໃນພາກພື້ນ ແລະ ສາ ກົນ ລວມທັງສະພາບຄວາມເຄັ່ງ ຮ້ອນທາງດ້ານພູມສາດການເມືອງ ໂດຍສະເພາະ ການຮັບມືກັບນະໂຍ ບາຍການຄ້າ ແລະ ພາສີຂອງ ສອາ ເມລິກາ ທີ່ສົ່ງຜົນກະທົບຕໍ່ພາກພື້ນ ອາຊຽນ ກໍຄື ໃນໂລກໂດຍລວມ ແລະ ການກະກຽມຮັບເອົາ ຕິມໍແລັດ ສະເຕ ເຂົ້າເປັນສະມາຊິກຂອງອາ ຊຽນ. ນອກຈາກນັ້ນ, ບັນດາລັດ ຖະມົນຕີເສດຖະກິດອາຊຽນ ຍັງໄດ້ ປຶກສາຫາລືກ່ຽວກັບການຮ່ວມມື ດ້ານເສດຖະກິດກັບພາຍນອກ ໂດຍ ສະເພາະການຮ່ວມມືການຄ້າໃນ ຂົງເຂດໃໝາກັບກຸ່ມອ່າວອາຣັບ (the (ul G Cooperat ion Council) ເຊິ່ງມີປະເທດສະມາຊິກ ທັງໝົດ 6 ປະເທດຄື: ບາເຣນ, ກູເວດ, ໂອມານ, ກາຕາ, ຊາອຸດິ ອາຣາບີ ແລະ ສະຫະລັດອາຣັບ ເພື່ອແນໃສ່ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ, ສປ ຈີນ ແລະ ອ່າວອາຣັບ ທີ່ຈະຈັດຂຶ້ນ ໃນໄລຍະກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 46 ໃນເດືອນພຶດສະພາ 2025 ຢູ່ມາເລເຊຍ ທີ່ຈະມາເຖິງນີ້. ໂອກາດນີ້, ທ່ານ ລັດຖະມົນຕີ ມະໄລທອງ ກົມມະສິດ ຍັງໄດ້ມີ ການພົບປະສອງຝ່າຍກັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຄ້າສິງກະໂປ ແລະ ທ່ານລັດຖະມົນຕີກະຊວງ ການລົງທຶນ, ການຄ້າ ແລະ ອຸດສາ ຫະກຳ ມາເລເຊຍ ເພື່ອປຶກສາ ຫາລືກ່ຽວກັບການເພີ່ມທະວີການ ຮ່ວມມືສອງຝ່າຍ ໂດຍສະເພາະ ໂຄງການສາຍສົ່ງໄຟຟ້າອາຊຽນ, ພະລັງງານສະອາດ, ຕະຫລາດ ກາກບອນ, ການສົ່ງເສີມຍົກລະດັບ ຂີດຄວາມສາມາດໃຫ້ພະນັກງານ ກໍຄື ການສະໜັບສະໜູນບັນດາແຜນ ວຽກບຸລິມະສິດຂອງມາເລເຊຍ ໃນ ຖານະເປັນປະທານອາຊຽນ ປີ 2025 ໃຫ້ສາມາດສໍາເລັດຕາມ ຄາດໝາຍ. ຂໍ້ມູນ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ຜູ້ແທນລາວ... ຕໍ່າໜ້າ lt,k7q ,,y f8trk[ ]k;{vq flt8ik]u c]t vq flt8ik]u {]k; rq [xtlv'/j kp ຂປລ. ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ສະມາຄົມ ມິດຕະພາບ ອົດສະຕຣາລີ-ລາວ ໄດ້ ພົບປະເຮັດວຽກເປັນຄັ້ງທຳອິດ ໃນ ວັນທີ 3 ມີນາ 2025 ຜ່ານມາ, ພາຍຫລັງທີ່ສອງສະມາ ຄົມດັ່ງ ກ່າວ ໄດ້ສ້າງຕັ້ງໃນເດືອນຕຸລາ 2023, ນໍາໂດຍ ທ່ານ ສະຖາບັນ ດິດ ອິນສີຊຽງໃໝ່ ຮອງລັດ ຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ, ປະທານສະມາຄົມມິດ ຕະພາບ ລາວ-ອົດສະຕຣາລີ ແລະ ທ່ານ ນາງ ລິນດາ ວໍໄທຊອງ ອາດີດ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອໍານາດເຕັມ ແຫ່ງເຄືອຈັກກະພົບ ອົດສະຕຣາລີ ປະຈໍາລາວ, ປະທານ ສະມາຄົມມິດຕະພາບ ອົດສະຕຣາ ລີ-ລາວ, ມີບັນດາ ຮອງປະທານ ແລະ ຄະນະບໍລິຫານງານສະມາຄົມ ມິດຕະພາບສອງຝ່າຍ ເຂົ້າຮ່ວມ. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື, ແລກປ່ຽນຄວາມ ຄິດເຫັນ ເປັນຕົ້ນປຶກສາຫາລືສ້າງ ກົນໄກປະສານງານ, ການໄປມາຫາ ສູ່ແລກປ່ຽນຄະນະຜູ້ແທນ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອເປັນ ແນວທາງພົວພັນຮ່ວມມືກັນໃນຕໍ່ ໜ້າ. ນັບແຕ່ໄດ້ຮັບການສ້າງຕັ້ງ ເປັນຕົ້ນມາ ສອງສະມາຄົມມິດ ຕະ ພາບໄດ້ພົວພັນ ແລະ ຮ່ວມມື ຊ່ວຍເຫລືອບາງໂຄງການ ແລະ ກິດ ຈະກໍາຮ່ວມກັນ ເປັນຕົ້ນ ໂຄງການ ປັບປຸງລະບົບນໍ້າສະອາດໃຫ້ແກ່ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ຈັດງານກິລາມິດ ຕະພາບ ປະກອບສ່ວນສະເຫລີມ ສະຫລອງ ວັນສ້າງຕັ້ງສາຍພົວພັນ ການທູດລາວ ແລະ ອົດສະຕຣາລີ ຄົບຮອບ 72 ປີ ແລະ 30 ປີແຫ່ງ ການກໍ່ສ້າງຂົວມິດຕະພາບລາວໄທ ທີ່ໄດ້ຮັບທຶນຈາກອົດສະຕຣາລີ, ເຊິ່ງເປັນສັນຍາລັກອັນສໍາຄັນໃນ ການພົວພັນຮ່ວມມືລາວ ແລະ ອົດ ສະຕຣາລີ. ພາຍຫລັງພົບປະສອງ ຝ່າຍຍັງຈະເດີນທາງໄປມອບ-ຮັບ ເຄື່ອງຫູຟັັງ (Audio) ຈໍານວນ 75 ຊຸດ ໃຫ້ແກ່ຫ້ອງການທ່ອງ ທ່ຽວເມືອງວຽງໄຊ ແຂວງຫົວພັນ ເພື່ອນໍາໃຊ້ເຂົ້າໃນການບໍລິການ ການທ່ອງທ່ຽວ ຢູ່ເມືອງວຽງໄຊ ຕື່ມອີກ. ໃນການພົບປະສອງຝ່າຍ ຍັງ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ເຊິ່ງໄດ້ຮັບການສ້າງ ຕັ້ງ ແລະ ພັດທະນາະຫຍາຍມາເປັນ ເວລາ 72 ປີ ແລະ ໄດ້ຮັບການຍົກ ລະດັບເປັນຄູ່ຮ່ວມມືຮອບດ້ານ, ການນໍາສອງປະເທດມີການໄປ ມາຫາສູ່ຢ່າງເປັນປົກກະຕິ, ບັນດາ ຂະແໜງການ ຂອງລາວ ແລະ ອົດ ສະຕຣາລີ ໄດ້ມີການພົວພັນຮ່ວມມື ຢ່າງມີປະສິດທິພາບ ແລະ ນໍາເອົາ ຜົນປະໂຫຍດມາສູ່ປະຊາຊົນສອງ ປະເທດ. ພ້ອມນີ້, ສອງຝ່າຍ ເຫັນດີ ພົວພັນຮ່ວມມື ແລະ ສ້າງກິດຈະກໍາ ຮ່ວມກັນ ເພື່ອປະກອບສ່ວນເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ນັບມື້ ພັດທະນາຢ່າງບໍ່ຢຸດຢັ້ງ. ຮອງລັດຖະມົນຕີ... ຕໍ່າໜ້າ ກິໂລແມັດ. ສະຖານທີ່ດັ່ງກ່າວ, ມີ ບໍລິການຫລາຍກິດຈະກໍາ ເຊັ່ນ: ຂີ່ ລົດຊົມປ່າ-ຍ່າງປ່າ-ໄຕ່ຂົວອູ່-ຊົມ ນໍ້າຕົກ, ຂີ່ລົດຊົມປ່າ-ຍ່າງປ່າ-ຊົມ ຕົ່ນໄມ້ໃຫຍ່, ຂີ່ລົດເອທີວີ, ໄຕ່ຂົວ ໂຕວີ ແລະ ຊົມວິວພູໂຕະຫີນ, ປີນ ຕາໜ່າງແມງມູມ, ຂີ່ສະລິງດື່ມ ກາເຟ, ໄຕ່ຂົວໂຕວີ-ໄຕ່ຫາໜ້າຜາຂີ່ຕາໜ່າງລອຍເທິງສາຍນ້ຳກັດ-ຂີ່ ສະລິງ 3 ເສັ້ນ ແລະ ອື່ນໆ. ນອກນີ້, ຍັງມີຫໍພິພິທະພັນຊີວະນານາພັນ, ອ່າງປາຄາບ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ ເຂົ້າມາສໍາຜັດຢູ່ສະຖານທີ່ແຫ່ງນີ້ ເປັນຈໍານວນຫລວງຫລາຍ ໂດຍ ສະເພາະໃນໄລຍະເທສະການວັນ ສໍາຄັນຕ່າງໆ, ວັນເສົາ-ອາທິດ ຈະ ມີນັກທ່ອງທ່ຽວລາວ ແລະ ຕ່າງ ປະເທດ ເຂົ້າມາທ່ຽວຫລາຍ. ໃນໂອກາດນີ້, ທ່ານຮອງລັດຖະ ມົນຕີ ຖວທ ພ້ອມຄະນະ ຍັງໄດ້ໄປ ຢ້ຽມຫັດຖະກໍາໄຕລື້ ບ້ານປ່າສັກ ເມືອງໄຊ ທີ່ໄດ້ຜະລິດເປັນ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ເຊິ່ງໄດ້ ຜະລິດຫັດຖະກໍາແຜ່ນແພ ເປັນຕົ້ນ ສິ້ນ, ເສື້ອ,ແພ, ຖົງ, ກະເປົາ ແລະ ອື່ນໆ ສົ່ງໄປຂາຍທີ່ຕ່າງປະເທດ ເຊັ່ນ: ຍີ່ປຸ່ນ, ສ ເກົາຫລີ ແລະ ຂາຍ ພາຍໃນ ທີ່ມີລູກຄ້າປະຈໍານໍາໄປ ຈໍາໜ່າຍຢູ່ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ, ບັນດາ ແຂວງອ້ອມຂ້າງ ແລະ ພາຍໃນ ແຂວງຈໍານວນໜຶ່ງ. ຈາກນັ້ນ, ຄະ ນະດັ່ງກ່າວ ຍັງໄດ້ໄປກາບໄຫວ້ ວັດພູທາດ ໄຊມຸງຄຸນລັດຕະນະມິ່ງ ເມືອງ ເຊິ່ງເປັນສະຖານທີ່ສັກກາລະ ບູຊາຂອງປະຊາຊົນພາຍໃນແຂວງ ອຸດົມໄຊ, ທາດໄຊມຸງຄຸນລັດຕະນະ ມິ່ງເມືອງ ສ້າງຂຶ້ນໃນສະໄໝເຈົ້າ ໄຊເສດຖາທິລາດ ປະມານ 400500 ກວ່າປີ. ຂ່າວ-ພາບ: ຂັນໄຊ ເມືອງມີສະພາບແວດລ້ອມທີ່ດີ, ການເຄື່ອນໄຫວເສດຖະກິດ, ວັດ ທະນະທໍາ-ສັງຄົມ ມີຄວາມເຂັ້ມ ແຂງ, ສັກກາຍະພາບຂອງຕົວ ເມືອງ, ພື້ນຖານໂຄງລ່າງ, ເຄຫາ ສະຖານ ແລະ ລະບົບສາທາລະນະ ປະໂຫຍດ ໄດ້ຮັບການຍົກລະດັບສູ່ ຄຸນນະພາບໃໝ່. ພ້ອມນີ້, ສະຫາຍ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ ທຸກຂັ້ນ ແລະ ສະມາຊິກພັກແຕ່ ລະສະຫາຍ ຈົ່ງຍົກສູງຄວາມຮັບ ຜິດຊອບ ການເມືອງ, ຄວາມເປັນ ແບບຢ່າງນໍາໜ້າຂອງຕົນ ເຂົ້າ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມຄັ້ງນີ້, ໃຫ້ປະກົດຜົນເປັນຈິງ, ພ້ອມກັນຕັດສິນໃຈບຸກບືນ ເພື່ອ ປະຕິບັດຄໍາຂວັນຂອງອົງຄະນະ ພັກເມືອງໄຊເສດຖາ ວາງໄວ້ໃຫ້ ສໍາເລັດ ຄື: “ຍົກສູງບົດບາດການ ນໍາພາຂອງພັກ ໃຫ້ໜັກແໜ້ນ ເຂັ້ມ ແຂງຮອບດ້ານ ຄຸ້ມຄອງລັດຄຸ້ມ ຄອງສັງຄົມດ້ວຍກົດໝາຍ ຕິດພັນ ກັບການ ປະຕິບັດ ນະໂຍບາຍ 6ສ ໃຫ້ປະກົດເປັນຈິງ” ຂ່າວ: ກິດຕາ ພັກ ເອົາໃຈໃສ່... ຕໍ່າໜ້າ ທາງດ້ານ ເສດຖະກິດມະຫາພາກ, ການເພີ່ມທະວີປະຕິບັດນະໂຍບາຍ ຫັນປ່ຽນໂດຍສັນຕິ ຂອງພວກຄົນ ບໍ່ດີຕໍ່ລະບອບໃໝ່ ຂອງພວກເຮົາ ດ້ວຍຫລາຍຮູບການ, ປະກົດການ ຫຍໍ້ທໍ້ໃນສັງຄົມນັບມື້ເກີດຂຶ້ນຢ່າງ ຕໍ່ເນື່ອງ, ການສຶກສາພົບກັບຄວາມ ຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງ ຂຶ້ນ ແລະ ອື່ນໆ, ແຕ່ດ້ວຍມູນເຊື້ອ ອົງອາດກ້າແກ່ນ, ພັກເຮົາຕັດສິນ ໃຈນໍາພາສືບຕໍ່ຍູ້ແຮງພາລະກິດ ປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກ ການ, ນໍາພາປະເທດຊາດກ້າວຂຶ້ນ ຢ່າງໜັກແໜ້ນ ສູ່ຈຸດໝາຍກຳນົດ ໄວ້ໃຫ້ເປັນຈິງ, ດ້ວຍການເສີມ ຂະຫຍາຍມູນເຊື້ອທາດແທ້ ຂອງ ພັກປະຊາຊົນປະຕິວັດລາວ ໂດຍ ຍຶດໝັ້ນໃນແນວຄິດ-ທິດສະດີມາກເລນິນ, ແນວຄິດ ໄກສອນ ພົມວິ ຫານກໍຄືຈຸດໝາຍສັງຄົມນິຍົມຢ່າງ ໜັກແໜ້ນ, ປະຕິບັດຢ່າງຖືກຕ້ອງ ບັນດາຫລັກການພື້ນຖານດ້ານ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພັກ ນັ້ນຄືຫລັກການລວມສູນ ປະຊາທິປະໄຕ, ເວລາໃດກໍຖືສໍາຄັນ ການເສີມຂະຫຍາຍຄວາມສາມັກຄີ ເປັນເອກະພາບບົນພື້ນຖານແນວ ທາງແຜນນະໂຍບາຍຂອງພັກ, ພັກ ນໍາພາເປັນໝູ່ຄະນະ ບົນພື້ນຖານ ການແບ່ງງານ ແລະ ມອບໝາຍ ຄວາມຮັບຜິດຊອບໃຫ້ບຸກຄົນໃນ ໝູ່ຄະນະ, ຖືສໍາຄັນການເສີມຂະ ຫຍາຍປະຊາທິປະໄຕ. ໄປຄຽງຄູ່ກັບການປະຕິບັດກົດ ລະບຽບຂອງພັກ ແລະ ລະບອບ ດໍາເນີນຊີວິດການເມືອງ, ຕຳນິສົ່ງ ຂ່າວຊ່ວຍເຫລືອກໍ່ສ້າງກັນ, ຕ້ານ ລັດທິອາດຍາສິດ, ພັກເຮົາເວລາ ໃດກໍຍຶດໝັ້ນໃນທາດແທ້ຖືປະຊາ ຊົນເປັນກົກ ແລະ ມີຄວາມຈົງຮັກ ພັກດີຕໍ່ຜົນປະໂຫຍດລວມຂອງ ຊາດ, ຂອງປະຊາຊົນ, ຖືການສະ ໜັບສະໜູນຂອງປະຊາຊົນ ເປັນ ສິ່ງສໍາຄັນ, ເຄົາລົບສິດເປັນເຈົ້າ ຂອງປະຊາຊົນ, ເຮັດທຸກສິ່ງທຸກ ຢ່າງ ເພື່ອຄວາມຮັ່ງມີຜາສຸກຂອງ ປະຊາຊົນ ແລະ ຄວາມມັ່ງຄັ່ງເຂັ້ມ ແຂງຂອງປະເທດຊາດ, ສະແດງ ຄວາມກ້າຫານ, ກ້າຜະເຊີນໜ້າ ກັບບັນຫາຕົວຈິງ, ກ້າຮັບເອົາ ຄວາມເປັນຈິງ ແລະ ກ້າປ່ຽນແປງ ຕົນເອງ, ດ້ວຍການນໍາພາເດັດ ຂາດ, ໂດຍກົງ, ຮອບດ້ານ, ກຳອຳ ນາດຕາມກົດໝາຍ, ເຊີດຊູລັກສະ ນະນໍາໜ້າຂອງພັກ ແລະ ຄວາມ ເປັນແບບຢ່າງຂອງສະມາຊິກພັກ, ຄວາມເດັດຂາດເຂັ້ມງວດໃນການ ຈຳກັດແກ້ໄຂປະກົດການຫຍໍ້ທໍ້ທີ່ ເຮັດໃຫ້ພັກເສື່ອມອິດທິພົນ, ບົດ ບາດແລະຂາດຄວາມເຊື່ອໝັ້ນຈາກ ປະຊາຊົນ, ພັກໄດ້ເປັນເຈົ້າການ ປັບປຸງປ່ຽນແປງຕົນເອງຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງຖັນແຖວ ສະມາຊິກພັກ ໃຫ້ມີຄວາມເປັນ ແບບຢ່າງນໍາໜ້າ, ເປັນກຳລັງແຮງ ສູ້ຮົບໃນທຸກຂົງເຂດວຽກງານ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຮາກຖານ, ຖືຄວາມສາມາດເປັນ ສິ່ງສໍາຄັນ ແລະ ຖືຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນໍາໃຊ້ພະນັກງານ, ເຄື່ອນ ໄຫວນໍາພາຢຶດໝັ້ນຈິດໃຈຊາດ ເອກະລາດເປັນເຈົ້າຕົນເອງ, ເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ. ຂ່າວ: ກິດຕາ ຂໍ້ມູນຈາກ: ໜັງສືພິມກອງທັບ
RkJQdWJsaXNoZXIy MTc3MTYxMQ==